EnglishConnect for Missionaries
ໝວດ​ທີ 1: ສະ​ຫລຸບ—ແນະ​ນຳ​ຕົວ​ຂ້ອຍ​ເອງ


“ໝວດ​ທີ 1: ສະ​ຫລຸບ—ແນະ​ນຳ​ຕົວ​ຂ້ອຍ​ເອງ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ໝວດ​ທີ 1,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຜູ້​ໃຫຍ່​ໜຸ່ມ​ກຳ​ລັງ​ຍ່າງ​ຢູ່​ສວນ​ສາ​ທາ​ລະ​ນະ

Unit 1: Conclusion

Introducing Myself

ດີ​ແລ້ວ! ທ່ານ​ໄດ້​ສຳ​ເລັດ​ໝວດ​ທີ 1 ແລ້ວ. ທ່ານ​ສາ​ມາດ​ເລີ່ມ​ສ້າງ​ຄວາມ​ສຳ​ພັນ ກັບ​ຄົນ​ທີ່​ເວົ້າ​ພາ​ສາ​ອັງ​ກິດ​ໃນ​ຊຸມ​ຊົນ​ຂອງ​ທ່ານ​ໂດຍ​ການ​ແນະ​ນຳ​ຕົວ​ເອງ, ບັນ​ຍາຍ​ກ່ຽວ​ກັບ​ວຽກ​ອະ​ດິ​ເລກ ແລະ ຄວາມ​ສົນ​ໃຈ​ຂອງ​ທ່ານ, ແລະ ເວົ້າ​ກ່ຽວ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ທ່ານ. ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ເວົ້າ​ພາ​ສາ​ອັງ​ກິດ​ກັບ​ຜູ້​ຄົນ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ ແລະ ຮັບ​ເອົາ​ທຸກ​ໂອ​ກາດ​ທີ່​ເຂົ້າ​ມາ.

Evaluate

Evaluate Your Progress

ໃຊ້​ເວ​ລາ​ຈັກ​ບຶດ​ໜຶ່ງ​ເພື່ອ​ສະ​ທ້ອນ​ຄິດ ແລະ ສະ​ຫລອງ​ທຸກ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ສຳ​ເລັດ.

I can:

  • Introduce myself and others.

    ແນະ​ນຳ​ຕົວ​ຂ້ອຍ​ເອງ ແລະ ຄົນ​ອື່ນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Ask about personal information.

    ຖາມ​ກ່ຽວ​ກັບ​ຂໍ້​ມູນ​ສ່ວນ​ຕົວ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Describe my hobbies and interests.

    ບັນ​ຍາຍ​ວຽກ​ອະ​ດິ​ເລກ ແລະ ຄວາມ​ສົນ​ໃຈ​ຂອງ​ຂ້ອຍ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about family and friends.

    ຈົ່ງ​ເວົ້າ​ລົມ​ກ່ຽວ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

ເພື່ອ​ຕິດ​ຕາມ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ເພີ່ມ​ເຕີມ, ໃຫ້​ໄປ​ທີ່ englishconnect.org/assessments ແລະ ເຮັດ​ການ​ປະ​ເມີນ​ຜົນ​ທີ່​ສາ​ມາດ​ເລືອກ​ເຮັດ​ໄດ້​ໃຫ້​ສຳ​ເລັດ​ສຳ​ລັບ​ໝວດ​ນີ້.

Evaluate Your Efforts

ທົບ​ທວນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ສຳ​ລັບ​ໝວດ​ນີ້​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.” ທ່ານ​ກຳ​ລັງ​ກ້າວ​ໜ້າ​ໄປ​ສູ່​ຈຸດ​ປະ​ສົງ​ຂອງ​ທ່ານ​ຫລື​ບໍ່? ທ່ານ​ສາ​ມາດ​ເຮັດ​ຫຍັງ​ທີ່​ແຕກ​ຕ່າງ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ທ່ານ?

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ​ຕໍ່​ໄປ ຂະ​ນະ​ທີ່​ທ່ານ​ກຽມ​ຕົວ​ສຳ​ລັບ EnglishConnect 3.

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ທີ່ EnglishConnect ສາ​ມາດ​ຂະ​ຫຍາຍ​ໂອ​ກາດ​ຂອງ​ທ່ານ, ໃຫ້​ເຂົ້າ​ໄປ​ທີ່ englishconnect.org.