EnglishConnect for Missionaries
ບົດ​ຮຽນ​ທີ 3: ຄວາມ​ສົນ​ໃຈ


“ບົດ​ຮຽນ​ທີ 3: ຄວາມ​ສົນ​ໃຈ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 3,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຜູ້​ຊາຍ​ສອງ​ຄົນ​ກຳ​ລັງ​ຍິ້ມ

Lesson 3

Interests

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ມັກ​ເຮັດ ແລະ ເປັນ​ຫຍັງ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Take Responsibility

ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ

I have the power to choose, and I am responsible for my own learning.

ເຮົາ​ມີ​ອຳ​ນາດ​ທີ່​ຈະ​ເລືອກ, ແລະ ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຮົາ​ເອງ.

ທ່ານ​ເປັນ​ລູກ​ຂອງ ພຣະ​ເຈົ້າ ທີ່​ມີ​ອຳ​ນາດ​ທີ່​ຈະ​ເລືອກ ແລະ ກະ​ທຳ​ດ້ວຍ​ຕົວ​ທ່ານ​ເອງ. ອຳ​ນາດ​ນີ້​ເອີ້ນ​ວ່າ ອຳ​ເພີ​ໃຈ. ລີ​ໄຮ, ຜູ້​ເປັນ ສາດ​ສະ​ດາ ໃນ ພຣະ​ຄຳ​ພີ​ມໍ​ມອນ, ສິດ​ສອນ​ເຮົາ​ວ່າ ເຮົາ​ບໍ່​ເປັນ​ເໝືອນ​ດັ່ງ​ກ້ອນ​ຫີນ, ທີ່​ກຳ​ລັງ​ລໍ​ຖ້າ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ມາ​ປ່ຽນ​ເຮົາ ແລະ ຍ້າຍ​ເຮົາ. ເຮົາ​ເປັນ ຕົວ​ແທນ ຜູ້​ທີ່​ສາ​ມາດ​ຕັດ​ສິນ​ໃຈ​ດ້ວຍ​ຕົວ​ເອງ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເຊື່ອ, ສິ່ງ​ທີ່​ເຮົາ​ເຮັດ, ແລະ ຄົນ​ທີ່​ເຮົາ​ຢາກ​ເປັນ. ລີ​ໄຮ​ສິດ​ສອນ​ວ່າ:

“[ພຣະ​ເຈົ້າ] ໄດ້​ສ້າງ​ທຸກ​ຢ່າງ, … ທັງ​ສິ່ງ​ທີ່​ໄດ້​ກະ​ທຳ ແລະ ສິ່ງ​ທີ່​ຈະ​ຖືກ​ກະ​ທຳ. … ດັ່ງ​ນັ້ນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະ​ທານ​ໃຫ້​ມະ​ນຸດ ເພື່ອ​ພວກ​ເຂົາ​ຈະ​ກະ​ທຳ​ດ້ວຍ​ຕົວ​ເອງ” (2 ນີ​ໄຟ 2:14, 16).

ທ່ານ​ສາ​ມາດ​ເລືອກ​ທີ່​ຈະ​ຮຽນ ແລະ ປັບ​ປຸງ. ຄູ​ຂອງ​ທ່ານ ແລະ ຜູ້​ຮຽນ​ຄົນ​ອື່ນໆ​ໃນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ​ສາ​ມາດ​ຊ່ວຍ​ທ່ານ​ໄດ້, ແຕ່​ທ້າຍ​ທີ່​ສຸດ, ມັນ​ກໍ​ແມ່ນ​ການ​ເລືອກ​ຂອງ​ທ່ານ ທີ່​ຈະ​ມີ​ຜົນ​ກະ​ທົບ​ທີ່​ໃຫຍ່​ທີ່​ສຸດ​ໃນ​ການ​ສຶກ​ສາ​ຂອງ​ທ່ານ. ທ່ານ​ສາ​ມາດ​ກະ​ທຳ​ດ້ວຍ​ຕົວ​ທ່ານ​ເອງ​ເພື່ອ​ຝຶກ​ພາ​ສາ​ອັງ​ກິດ​ທຸກໆ​ມື້. ເມື່ອ​ມີ​ບັນ​ຫາ​ເກີດ​ຂຶ້ນ, ຈົ່ງ​ຊອກ​ຫາ​ວິ​ທີ​ແກ້​ໄຂ. ທ່ານ​ໄດ້​ຮັບ​ອຳ​ເພີ​ໃຈ—ອຳ​ນາດ​ຈາກ​ພຣະ​ເຈົ້າ​ໃຫ້​ກະ​ທຳ. ທ່ານ​ສາ​ມາດ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ຮຽນ​ຮູ້​ຂອງ​ທ່ານ​ເອງ.

ຊາຍ​ສອງ​ຄົນ ແລະ ເດັກ​ນ້ອຍ​ຜູ້​ຊາຍ​ກຳ​ລັງ​ລົມ​ກັນ

Ponder

  • ການ​ເປັນ “ຕົວ​ແທນ” ແລະ ການ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ຮຽນ​ຮູ້​ຂອງ​ທ່ານ​ເອງ ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ?

  • ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ການ​ຮຽນ​ພາ​ສາ​ອັງ​ກິດ​ທຸກ​ມື້​ເປັນ​ເລື່ອງ​ຍາກ?

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ທີ່​ຈະ​ກະ​ທຳ ແລະ ບໍ່​ຖືກ​ກະ​ທຳ ຂະ​ນະ​ທີ່​ທ່ານ​ຮຽນ​ພາ​ສາ​ອັງ​ກິດ​ທຸກ​ມື້?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພະ​ຍາ​ຍາມ​ນຳ​ໃຊ້​ຄຳ​ສັບ​ໃນ​ຊີ​ວິດ​ຂອງ​ທ່ານ. ຄິດ​ກ່ຽວ​ກັບ​ວ່າ​ເມື່ອ​ໃດ ແລະ ວ່າ​ຢູ່​ບ່ອນ​ໃດ​ທີ່​ທ່ານ​ສາ​ມາດ​ໃຊ້​ຄຳ​ສັບ​ເຫລົ່າ​ນີ້.

Verbs/Verbs + ing

cook/cooking

ເຮັດ​ອາ​ຫານ/ກຳ​ລັງ​ເຮັດ​ອາ​ຫານ

dance/dancing

ເຕັ້ນ​ລຳ/ກຳ​ລັງ​ເຕັ້ນ​ລຳ

fish/fishing

ຕຶກ​ເບັດ/ກຳ​ລັງ​ຕຶກ​ເບັດ

go/going to museums

ໄປ/ກຳ​ລັງ​ໄປ ຫໍ​ພິ​ພິດ​ທະ​ພັນ

paint/painting

ວາດ​ຮູບ/ກຳ​ລັງ​ວາດ​ຮູບ

play/playing sports

ຫລິ້ນ/ກຳ​ລັງ​ຫລິ້ນ ກິ​ລາ

read/reading

ອ່ານ/ກຳ​ລັງ​ອ່ານ

run/running

ແລ່ນ/ກຳ​ລັງ​ແລ່ນ

swim/swimming

ລອຍ​ນ້ຳ/ກຳ​ລັງ​ລອຍ​ນ້ຳ

write/writing

ຂຽນ/ກຳ​ລັງ​ຂຽນ

Adjectives

amazing

ໜ້າ​ປະ​ຫລາດ​ໃຈ

boring

ໜ້າ​ເບື່ອ

challenging

ຄວາມ​ທ້າ​ທາຍ

difficult

ຍາກ

easy

ງ່າຍ

fun

ສະ​ໜຸກ

interesting

ໜ້າ​ສົນ​ໃຈ

relaxing

ຜ່ອນ​ຄາຍ

tiring

ເມື່ອຍ

wonderful

ດີ​ຫລາຍ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: What do you like doing?A: I like (verb + ing).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ມັກ​ເຮັດ​ຫຍັງ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ​ມັກ ຄຳ​ກິ​ລິ​ຍາ + ing

Examples

ພໍ່​ກຳ​ລັງ​ອ່ານ​ໃຫ້​ລູກ​ສາວ​ຟັງ

Q: What do you like doing?A: I like reading.

Q: What doesn’t she like doing?A: She doesn’t like swimming.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ເຂົ້າ​ໃຈ​ກົດ​ໃນ​ແບບ​ແຜນ. ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ພາ​ສາ​ອັງ​ກິດ​ເໝືອນ​ກັບ ຫລື ແຕກ​ຕ່າງ​ຈາກ​ພາ​ສາ​ຂອງ​ທ່ານ​ແນວ​ໃດ.

Q: Why do you like (verb + ing)?A: I like (verb + ing) because it’s (adjective).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມັກ ຄຳ​ກິ​ລິ​ຍາ + ing

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ​ມັກ ຄຳ​ກິ​ລິ​ຍາ + ing ເພາະ​ວ່າ​ມັນ ຄຳ​ຄຸນ​ນາມ

Examples

Q: Why do you like reading?A: I like reading because it’s interesting.

ເດັກ​ຍິງ​ກຳ​ລັງ​ລອຍ​ນ້ຳ

Q: Why doesn’t she like swimming?A: She doesn’t like swimming because it’s difficult.

ຜູ້​ຊາຍ​ກຳ​ລັງ​ວາດ​ຮູບ

Q: Why does he like painting?A: Because it’s relaxing.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Take Responsibility

(20–30 minutes)

ຊາຍ​ສອງ​ຄົນ ແລະ ເດັກ​ນ້ອຍ​ຜູ້​ຊາຍ​ກຳ​ລັງ​ລົມ​ກັນ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ແຕ່​ລະ​ຄົນ. ປ່ຽນ​ຜຽນ​ກັນ.

Example: Ahmad

Likes

ຜູ້​ຊາຍ​ກຳ​ລັງ​ຫລິ້ນ​ໝາກ​ບານ​ຢູ່​ທີ່​ຊາຍ​ຫາດ

Doesn’t Like

ແມ່​ກັບ​ລູກ​ຊາຍ​ກຳ​ລັງ​ເຮັດ​ອາ​ຫານ
  • A: What does Ahmad like doing?

  • B: He likes playing sports.

  • A: Why does he like playing sports?

  • B: Because it’s fun.

  • A: What doesn’t Ahmad like doing?

  • B: He doesn’t like cooking.

  • A: Why doesn’t he like cooking?

  • B: He doesn’t like cooking because it’s tiring.

Image Group 1: Ken

Likes

ຜູ້​ຊາຍ​ກຳ​ລັງ​ອ່ານ​ປຶ້ມ

Doesn’t Like

ຜູ້​ຊາຍ​ກຳ​ລັງ​ແລ່ນ​ຊ້າໆ

Image Group 2: Marisa

Likes

ຜູ້​ຍິງ​ກຳ​ລັງ​ລອຍ​ນ້ຳ

Doesn’t Like

ຜູ້​ຍິງ​ກັບ​ເດັກ​ຍິງ​ກຳ​ລັງ​ຊື່ນ​ຊົມ​ກັບ​ງານ​ສິ​ລະ​ປະ​ໃນ​ຫໍ​ພິ​ພິດ​ທະ​ພັນ

Image Group 3: Mei

Likes

ຜູ້​ຍິງ​ກຳ​ລັງ​ວາດ​ຮູບ​ໃສ່​ແຜ່ນ​ຜ້າ​ໃບ

Doesn’t Like

ຄອບ​ຄົວ​ກຳ​ລັງ​ຕຶກ​ເບັດ

Image Group 4: Rosa

Likes

ຜູ້​ຍິງ​ສອງ​ຄົນ​ກຳ​ລັງ​ເຕັ້ນ​ລຳ​ຢູ່​ໃນ​ເຮືອນ

Doesn’t Like

ຜູ້​ຍິງ​ກຳ​ລັງ​ຂຽນ​ໃສ່​ປຶ້ມ​ວາງ​ແຜນ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ເລືອກ​ໝູ່​ເພື່ອນ ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາມ​ຄົນ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ສົນ​ໃຈ​ຂອງ​ແຕ່​ລະ​ຄົນ. ປ່ຽນ​ຜຽນ​ກັນ.

New Vocabulary

cheap

ຖືກ

expensive

ແພງ

playing games

ຫລິ້ນ​ເກມ

shopping

ການ​ທ່ຽວ​ຊື້​ຂອງ

traveling

ການ​ເດີນ​ທາງ

Example

  • A: My sister likes shopping.

  • B: Why does your sister like shopping?

  • A: She likes shopping because it’s exciting.

  • B: Does your sister like traveling?

  • A: No, she doesn’t like traveling.

  • B: Why doesn’t she like traveling?

  • A: Because it’s expensive.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Talk about what I like and don’t like doing and why.

    ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ທີ່​ຂ້ອຍ​ມັກ ແລະ ບໍ່​ມັກ​ເຮັດ ແລະ ເປັນ​ຫຍັງ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about what others like and don’t like doing and why.

    ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ມັກ ແລະ ບໍ່​ມັກ​ເຮັດ ແລະ ເປັນ​ຫຍັງ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັັບ​ຄູ່.

Act in Faith to Practice English Daily

“ການ​ເລືອກ​ຂອງ​ເຮົາ​ກຳ​ນົດ​ໂຊກ​ຊາ​ຕາ​ຂອງ​ເຮົາ” (Thomas S. Monson, “Choices,” Liahona, May 2016, 86).