EnglishConnect for Missionaries
ບົດ​ຮຽນ​ທີ 4: ຄອບ​ຄົວ ແລະ ໝູ່​ເພື່ອນ


“ບົດ​ຮຽນ​ທີ 4: ຄອບ​ຄົວ ແລະ ໝູ່​ເພື່ອນ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 4,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຜູ້​ຍິງ​ກຳ​ລັງ​ຍິ້ມ​ຢູ່​ທີ່​ໂຕະ

Lesson 4

Family and Friends

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ບັນ​ຍາຍ​ສະ​ມາ​ຊິກ​ຍາດ​ພີ່​ນ້ອງ​ໃນ​ຄອບ​ຄົວ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Love and Teach One Another

ຮັກ ແລະ ສິດ​ສອນ​ຊຶ່ງ​ກັນ​ແລະ​ກັນ

I can learn from the Spirit as I love, teach, and learn with others.

ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ພຣະ​ວິນ​ຍານ ຂະ​ນະ​ທີ່​ເຮົາ​ຮັກ, ສິດ​ສອນ, ແລະ ຮຽນ​ຮູ້​ກັບ​ຄົນ​ອື່ນ.

ໃນ EnglishConnect, ເຮົາ​ຮູ້​ວ່າ ພຣະ​ເຈົ້າ ເປັນ​ຄູ​ສອນ​ທີ່​ແທ້​ຈິງ, ແລະ ພຣະ​ອົງ​ສິດ​ສອນ​ເຮົາ​ຜ່ານ​ທາງ ພຣະ​ວິນ​ຍານ ຂອງ​ພຣະ​ອົງ. ພຣະ​ວິນ​ຍານ​ນຳ​ຄວາມ​ຮູ້​ສຶກ​ທີ່​ຊື່ນ​ຊົມ, ສະ​ຫງົບ, ແລະ ຄວາມ​ຮັກ​ມາ​ໃຫ້. ພຣະ​ວິນ​ຍານ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ຄວາມ​ຈິງ ແລະ ສາ​ມາດ​ເພີ່ມ​ພູນ​ຄວາມ​ສາ​ມາດ​ຂອງ​ເຮົາ​ໃນ​ການ​ຮຽນ​ຮູ້. ວິ​ທີ​ໜຶ່ງ​ທີ່​ເຮົາ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ມາ​ສະ​ຖິດ​ຢູ່​ກັບ​ເຮົາ ແມ່ນ​ໂດຍ​ການ​ຮັກ, ການ​ສິດ​ສອນ, ແລະ ການ​ຮຽນ​ຮູ້​ນຳ​ກັນ. ສາດ​ສະ​ດາ ແອວ​ມາ​ຈາກ ພຣະ​ຄຳ​ພີ​ມໍ​ມອນ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ສິດ​ສອນ​ຜູ້​ຄົນ. ເພິ່ນ​ໄດ້​ແບ່ງ​ຜູ້​ຄົນ​ອອກ​ເປັນ​ກຸ່ມໆ ແລະ ເລືອກ​ຜູ້​ນຳ​ໃຫ້​ແຕ່​ລະ​ກຸ່ມ. ແອວ​ມາ​ໄດ້​ສິດ​ສອນ​ພວກ​ເຂົາ​ວ່າ:

“ຜູ້​ສອນ​ບໍ່​ໄດ້​ດີ​ກວ່າ​ຜູ້​ຟັງ, ທັງ​ຜູ້​ສອນ​ບໍ່​ໄດ້​ດີ​ກວ່າ​ຜູ້​ຮຽນ​ເລີຍ; ແລະ ດັ່ງ​ນັ້ນ ຄົນ​ທັງ​ຫລາຍ​ຈຶ່ງ​ເທົ່າ​ທຽມ​ກັນ” (ແອວ​ມາ 1:26).

ໃນ EnglishConnect, ເຮົາ​ເຊື່ອ​ວ່າ​ຄູ​ສອນ ແລະ ຜູ້​ຮຽນ​ມີ​ຄວາມ​ສຳ​ຄັນ​ເທົ່າໆ​ກັນ. ເຮົາ​ທຸກ​ຄົນ​ເປັນ​ຄູ​ສອນ ແລະ ຜູ້​ຮຽນ. ເຮົາ​ເຄົາ​ລົບ ແລະ ຮັບ​ຟັງ​ຊຶ່ງ​ກັນ​ແລະ​ກັນ. ເຮົາ​ສິດ​ສອນ​ກັນ​ແລະ​ກັນ. ເຮົາ​ຮັກ ແລະ ເຫັນ​ຄຸນ​ຄ່າ​ຂອງ​ກັນ​ແລະ​ກັນ. ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ຄົນ​ອື່ນ ເມື່ອ​ພວກ​ເຂົາ​ປະ​ສົບ​ຄວາມ​ສຳ​ເລັດ ແລະ ໃຫ້​ກຳ​ລັງ​ໃຈ​ພວກ​ເຂົາ ເມື່ອ​ພວກ​ເຂົາ​ເຮັດ​ຜິດ​ພາດ. ເຮົາ​ກໍ​ຍັງ​ສາ​ມາດ​ຫາ​ວິ​ທີ​ສະ​ໜັບ​ສະ​ໜູນ​ກັນ​ແລະ​ກັນ ວາງ​ແຜນ​ເວ​ລາ​ຝຶກ​ຊ້ອມ​ນຳ​ກັນ ໃນ​ລະ​ຫວ່າງ​ອາ​ທິດ​ນຳ​ອີກ. ພຣະ​ເຈົ້າ​ຈະ​ອວຍ​ພອນ​ເຮົາ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ຂະ​ນະ​ທີ່​ເຮົາ​ຮຽນ​ຮູ້​ທີ່​ຈະ​ຮັກ ແລະ ສິດ​ສອນ​ຊຶ່ງ​ກັນ​ແລະ​ກັນ.

ຜູ້​ຍິງ​ສາມ​ຄົນ​ກຳ​ລັງ​ໂອບ​ກອດ​ກັນ ແລະ ຍິ້ມ

Ponder

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ທີ່​ຈະ​ຮັກ ແລະ ສະ​ໜັບ​ສະ​ໜູນ​ຜູ້​ທີ່​ມີ​ຄວາມ​ສາ​ມາດ​ທີ່​ແຕກ​ຕ່າງ​ທາງ​ດ້ານ​ພາ​ສາ​ອັງ​ກິດ?

  • ປະ​ສົບ​ການ​ການ​ຮຽນ​ຮູ້​ໃນ EnglishConnect ສາ​ມາດ​ແຕກ​ຕ່າງ​ຈາກ​ຫ້ອງ​ຮຽນ​ອື່ນໆ ທີ່​ທ່ານ​ເຄີຍ​ມີ​ມາ​ກ່ອນ​ແນວ​ໃດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ.

extended family

ຍາດ​ພີ່​ນ້ອງ

eyes

ຕາ

hair

ຜົມ

Adjectives

artistic

ນັກ​ສິ​ລະ​ປະ

athletic

ນັກ​ກິ​ລາ

intelligent

ສະ​ຫລາດ

loud

ສຽງ​ດັງ

silly

ໂງ່​ຈ້າ

short

ສັ້ນ

tall

ສູງ

old

ເຖົ້າ

young

ໜຸ່ມ

black

ສີ​ດຳ

blonde

ສີ​ທອງ

brown

ສີ​ນ້ຳ​ຕານ

gray

ສີ​ຂີ້​ເທົ່າ

red

ສີ​ແດງ

white

ສີ​ຂາວ

hazel

ສີ​ນ້ຳ​ຕານ​ແດງ

blue

ສີ​ຟ້າ

green

ສີ​ຂຽວ

ເບິ່ງ​ພາກ​ຫ້ອຍ​ທ້າຍ​ສຳ​ລັບ numbers.

ເບິ່ງ​ພາກ​ຫ້ອຍ​ທ້າຍ​ສຳ​ລັບ family nouns.

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: How many (noun) do you have?A: I have (number) (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເຈົ້າ​ມີ ຄຳ​ນາມ ຈັກ​ຄົນ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ​ມີ ຈຳ​ນວນ ຄຳ​ນາມ

Examples

Q: How many cousins do you have?A: I have fifteen cousins.

ຮູບ​ແມ່ ແລະ ລູກ​ຊາຍ

Q: How many nephews does she have?A: She has two nephews.

Q: How many aunts and uncles does he have?A: He has ten aunts and uncles.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ເຮັດ​ກິດ​ຈະ​ກຳ​ກຸ່ມ​ສົນ​ທະ​ນາ 1 ແລະ 2 ກ່ອນ​ກຸ່ມ​ຂອງ​ທ່ານ​ຈະ​ພົບ​ກັນ.

A: Tell me about your (noun).B: They are (number) years old, (adjective), and (adjective).They have (adjective) hair and (adjective) eyes.

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ບອກ​ຂ້ອຍ​ແດ່​ກ່ຽວ​ກັບ ຄຳ​ນາມ ຂອງ​ເຈົ້າ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຄື​ຕົວ​ເລກ​ອາ​ຍຸ​ທີ່​ເປັນ​ຄຳ​ຄຸນ​ນາມ ແລະ ຄຳ​ຄຸນ​ນາມ​ທີ່​ອະ​ທິ​ບາຍ​ກ່ຽວ​ກັບ​ຜົມ ແລະ ຄຳ​ຄຸນ​ນາມ​ທີ່​ອະ​ທິ​ບາຍ​ກ່ຽວ​ກັບ​ຕາ

Examples

A: Tell me about your cousin.B: She is twenty-four years old, tall, and athletic.She has blonde hair and green eyes.

ຮູບ​ຄອບ​ຄົວ​ທີ່​ມີ​ລູກ​ສາມ​ຄົນ

A: Tell me about your nephews.B: They are three and two years old.They have black hair and brown eyes.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Love and Teach One Another

(20–30 minutes)

ຜູ້​ຍິງ​ສາມ​ຄົນ​ກຳ​ລັງ​ໂອບ​ກອດ​ກັນ ແລະ ຍິ້ມ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

Part 1

ເບິ່ງ​ຮູບ​ພາບ. ເລືອກ​ຄອບ​ຄົວ​ໜຶ່ງ. ຢ່າ​ບອກ​ຄູ່​ຂອງ​ທ່ານ​ວ່າ​ທ່ານ​ເລືອກ​ຄອບ​ຄົວ​ໃດ. ຖາມ ແລະ ຕອບ​ຄຳ​ຖາມ​ເພື່ອ​ເດົາ​ກ່ຽວ​ກັບ​ຄອບ​ຄົວ​ນັ້ນ. ປ່ຽນ​ຜຽນ​ກັນ.

Example
  • A: Tell me about the family.

  • B: This family has a grandmother.

  • A: Is it family 5?

  • B: No. The family also has an aunt, an uncle, and three cousins. They have black hair.

  • A: Is it family 4?

  • B: Yes!

Image 1: Family 1

ຮູບ​ແມ່ ແລະ ລູກ​ຊາຍ

Image 2: Family 2

ຮູບ​ພໍ່​ຕູ້, ພໍ່, ແລະ ​ລູກ​ຊາຍ​ທີ່​ສວນ​ສາ​ທາ​ລະ​ນະ

Image 3: Family 3

ຮູບ​ຄອບ​ຄົວ​ທີ່​ມີ​ລູກ​ສາມ​ຄົນ

Image 4: Family 4

ຮູບ​ແມ່​ຕູ້, ແມ່, ພໍ່, ແລະ ລູກ​ສາມ​ຄົນ

Image 5: Family 5

ຮູບ​ຄອບ​ຄົວ​ທີ່​ມີ​ເກົ້າ​ຄົນ

Image 6: Family 6

ຮູບ​ຄອບ​ຄົວ​ທີ່​ມີ​ຫົກ​ຄົນ

Part 2

ເບິ່ງ​ຮູບ​ພາບ​ໃນ​ພາກ​ທີ 1. ເລືອກ​ຄົນ​ໜຶ່ງ​ໃນ​ແຕ່​ລະ​ຄອບ​ຄົວ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ນິ​ໃສ​ໃຈ​ຄໍ ແລະ ຮູບ​ຮ່າງ​ລັກ​ສະ​ນະ​ຂອງ​ຄົນ​ນັ້ນ. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

New Vocabulary

funny

ຕະ​ຫລົກ

kind

ໃຈ​ດີ

Example
  • A: Tell me about the grandmother in family 4.

  • B: The grandmother in family 4 is short. She is 70 years old. She has black hair and brown eyes. She is funny and kind.

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ເລືອກ​ໝູ່​ເພື່ອນ ຫລື ສະ​ມາ​ຊິກ​ຄອບ​ຄົວ​ສາມ​ຄົນ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ນິ​ໃສ​ໃຈ​ຄໍ ແລະ ຮູບ​ຮ່າງ​ລັກ​ສະ​ນະ​ຂອງ​ແຕ່​ລະ​ຄົນ. ນຳ​ໃຊ້​ຄຳ​ຖາມ​ໃນ​ລາຍ​ການ ຫລື ຄິດ​ເຖິງ​ຄຳ​ຖາມ​ຂອງ​ທ່ານ​ເອງ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

New Vocabulary

calm

ສະ​ຫງົບ

Questions List

  • Tell me about your cousins.

  • What are their names?

  • Where are they from?

  • How old are they?

  • What do they like doing?

  • Are they tall or short?

  • Are they athletic?

  • Do they have black hair?

Example

  • A: Tell me about your grandfather.

  • B: His name is John. He is 80 years old. He is kind and calm.

  • A: What does he like doing?

  • B: He likes to play chess.

  • A: Is he tall or short?

  • B: He is tall.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask about others’ extended families.

    ຖາມ​ກ່ຽວ​ກັບ​ຍາດ​ພີ່​ນ້ອງ​ຂອງ​ຄົນ​ອື່ນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about my and others’ extended families.

    ເວົ້າ​ກ່ຽວ​ກັບ​ຍາດ​ພີ່​ນ້ອງ​ຂອງ​ຕົນ​ເອງ ແລະ ຂອງ​ຄົນ​ອື່ນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ຄູ​ສອນ​ທີ່​ແທ້​ຈິງ. ບໍ່​ມີ​ຄູ​ສອນ​ທີ່​ເປັນ​ມະ​ນຸດ​ຄົນ​ໃດ, ບໍ່​ວ່າ​ຈະ​ມີ​ທັກ​ສະ ຫລື ປະ​ສົບ​ການ​ຫລາຍ​ເທົ່າ​ໃດ, ສາ​ມາດ​ມາ​ແທນ​ທີ່​ບົດ​ບາດ​ຂອງ​ພຣະ​ອົງ​ໄດ້ ໃນ​ການ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ, ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ, ແລະ ການ​ປ່ຽນ​ແປງ​ຫົວ​ໃຈ. ແຕ່​ຄູ​ສອນ​ທຸກ​ຄົນ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ການ​ຊ່ວຍ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ຮຽນ​ຮູ້​ໂດຍ​ພຣະ​ວິນ​ຍານ​ໄດ້” (ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ [2022], 16).