EnglishConnect for Missionaries
ບົດ​ຮຽນ​ທີ 17: ຢູ່​ໃນ​ຊຸມ​ຊົນ


“ບົດ​ຮຽນ​ທີ 17: ຢູ່​ໃນ​ຊຸມ​ຊົນ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 17,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຄົນ​ໜຸ່ມ​ກຳ​ລັງ​ນັ່ງ​ຢູ່​ນອກ

Lesson 17

In the Community

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ບັນ​ຍາຍ​ເຫດ​ການ​ໃນ​ອະ​ນາ​ຄົດ ແລະ ທຳ​ການ​ເຊື້ອ​ເຊີນ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Press Forward

ມຸ້ງ​ໜ້າ

With God’s help, I can press forward even when I face obstacles.

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ມຸ້ງ​ໜ້າ ເຖິງ​ແມ່ນ​ຕ້ອງ​ປະ​ເຊີນ​ກັບ​ອຸ​ປະ​ສັກ​ກໍ​ຕາມ.

ເຮົາ​ອ່ານ​ກ່ຽວ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຊື່ ນາງ​ຣຸດ ໃນ ພຣະ​ຄຳ​ພີ ຜູ້​ທີ່​ມີ​ຄວາມ​ທ້າ​ທາຍ​ຢ່າງ​ຫລວງ​ຫລາຍ. ສາ​ມີ​ຂອງ​ນາງ​ໄດ້​ເສຍ​ຊີ​ວິດ, ແລະ ນາງ​ກໍ​ບໍ່​ມີ​ລູກ. ແມ່​ຍ່າ​ຂອງ​ນາງ, ນາ​ໂອ​ມີ, ໄດ້​ວາງ​ແຜນ​ຈະ​ກັບ​ຄືນ​ໄປ​ທີ່​ບ້ານ​ເກີດ​ຂອງ​ນາງ ແລະ ໄດ້​ບອກ​ນາງ​ຣຸດ​ໃຫ້​ຢູ່​ທີ່​ນັ້ນ, ແຕ່​ນາງ​ຣຸດ​ໄດ້​ຕອບ​ວ່າ,

“ແມ່​ໄປ​ທີ່​ໃດ​ລູກ​ກໍ​ຈະ​ໄປ​ທີ່​ນັ້ນ; ແມ່​ຢູ່​ບ່ອນ​ໃດ​ລູກ​ກໍ​ຈະ​ຢູ່​ບ່ອນ​ນັ້ນ; ຄົນ​ຂອງ​ແມ່​ກໍ​ຈະ​ເປັນ​ຄົນ​ຂອງ​ລູກ, ແລະ ພຣະ​ເຈົ້າ ຂອງ​ແມ່, ກໍ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ລູກ. … ເມື່ອ [ນາງ​ນາ​ໂອ​ມີ] ໄດ້​ເຫັນ​ວ່າ [ນາງ​ຣຸດ] ຕັດ​ສິນ​ໃຈ​ໄປ​ກັບ​ຕົນ​ແທ້​ກໍ​ບໍ່​ເວົ້າ​ຫຍັງ​ຕື່ມ” (ນາງ​ຣຸດ 1:16, 18).

ນາງ​ຣຸດ​ເປັນ​ຄົນ​ເດັດ​ດ່ຽວ ແລະ ຊື່​ສັດ. ນາງ​ຣຸດ​ໄດ້​ເລືອກ​ທີ່​ຈະ​ຢູ່​ນຳ​ນາງ​ນາ​ໂອ​ມີ ແລະ ອາ​ໄສ​ຢູ່​ໃນ​ສະ​ຖານ​ທີ່​ທີ່​ແຕກ​ຕ່າງ, ໄກ​ຈາກ​ຄອບ​ຄົວ ແລະ ວັດ​ທະ​ນະ​ທຳ​ຂອງ​ນາງ. ນາງ​ໄດ້​ເລືອກ​ທີ່​ຈະ​ຊື່​ສັດ​ຕໍ່​ສາດ​ສະ​ໜາ​ໃໝ່​ຂອງ​ນາງ. ຫລາຍ​ສິ່ງ​ກໍ​ຍາກ​ລຳ​ບາກ​ຫລາຍ​ສຳ​ລັບ​ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ. ເຂົາ​ເຈົ້າ​ທຸກ​ຍາກ​ຫລາຍ ແລະ ໄດ້​ດີ້ນ​ລົນ​ເພື່ອ​ຈະ​ມີ​ພໍ​ກິນ. ນາງ​ຣຸດ​ໄດ້​ກ້າວ​ໄປ​ໜ້າ​ດ້ວຍ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ແລະ ນາງ​ກໍ​ໄດ້​ດູ​ແລ​ນາງ​ນາ​ໂອ​ມີ. ພຣະ​ເຈົ້າ​ໄດ້​ເຫັນ​ການ​ດີ້ນ​ລົນ​ຂອງ​ນາງ ແລະ ໄດ້​ອວຍ​ພອນ​ຄວາມ​ພະ​ຍາ​ຍາມ​ຂອງ​ນາງ. ຫລັງ​ຈາກ​ເວ​ລາ​ຜ່ານ​ໄປ, ນາງ​ຣຸດ​ກໍ​ໄດ້​ແຕ່ງ​ງານ​ໃໝ່, ໄດ້​ມີ​ລູກ, ແລະ ໄດ້​ມີ​ອາ​ຫານ​ພຽງ​ພໍ​ສຳ​ລັບ​ຄອບ​ຄົວ​ຂອງ​ນາງ. ທ່ານ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ເໝືອນ​ດັ່ງ​ນາງ​ຣຸດ. ທ່ານ​ສາ​ມາດ​ມຸ້ງ​ໜ້າ​ດ້ວຍ ສັດ​ທາ ແມ່ນ​ແຕ່​ເມື່ອ​ຊີ​ວິດ​ຫຍຸ້ງ​ຍາກ.

ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ

Ponder

  • ທ່ານ​ສາ​ມາດ​ຮູ້​ສຶກ​ກ່ຽວ​ພັນ​ກັບ​ປະ​ສົບ​ການ​ຂອງ​ນາງ​ຣຸດ​ແນວ​ໃດ?

  • ທ່ານ​ຈະ​ສາ​ມາດ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ຫວັງ​ໃນ​ພຣະ​ເຈົ້າ​ໄດ້​ແນວ​ໃດ?

  • ສິ່ງ​ນີ້​ກ່ຽວ​ຂ້ອງ​ກັບ​ປະ​ສົບ​ການ​ການ​ຮຽນ​ພາ​ສາ​ອັງ​ກິດ​ຂອງ​ທ່ານ​ແນວ​ໃດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ.

What will you do?

ເຈົ້າ​ຈະ​ເຮັດ​ຫຍັງ?

I will …

ຂ້ອຍ​ຈະ …

Verbs

attend a party

ເຂົ້າ​ຮ່ວມ ງານ​ລ້ຽງ

do a service project

ເຮັດ ໂຄງ​ການ​ຮັບ​ໃຊ້

go to a concert

ໄປ ຄອນ​ເສີດ

play soccer

ຫລິ້ນ ເຕະ​ບານ

run a race

ແລ່ນ​ແຂ່ງ

watch a movie

ເບິ່ງ ໜັງ

Nouns

celebration

ສະ​ຫລອງ

food

ອາ​ຫານ

game

ເກມ

parade

ເດີນ​ສວນ​ສະ​ໜາມ

party

ງານ​ລ້ຽງ

church

ໂບດ

park

ສວນ​ສາ​ທາ​ລະ​ນະ

stadium

ສະ​ໜາມ​ກິ​ລາ

Time

at 8:00

ເວ​ລາ 8:00

in a few days

ໃນ​ສອງ​ສາມ ມື້

in two days

ໃນ ສອງ​ມື້

next week

ອາ​ທິດ ໜ້າ

on Friday

ໃນ​ວັນ​ສຸກ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ.

Q: What will you do (time)?A: I will (verb) (time).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ຈະ​ເຮັດ​ຫຍັງ ເວ​ລາ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ​ຈະ ຄຳ​ກິ​ລິ​ຍາ ເວ​ລາ

Examples

ການ​ແລ່ນ​ແຂ່ງ​ຂັນ​ໄລ​ຍະ​ໄກ

Q: What will you do next week?A: I will run a race next week.

ຄອນ​ເສີດ​ຕອນ​ກາງ​ຄືນ

Q: What will she do at 8:00 p.m.?A: She will go to a concert at 8:00 p.m.

ມື​ກອງ​ໃນ​ວົງ​ເດີນ​ຂະ​ບວນ

Q: What will they do in a few days?A: They will go to a parade.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ເຂົ້າ​ໃຈ​ກົດ​ໃນ​ແບບ​ແຜນ. ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ພາ​ສາ​ອັງ​ກິດ​ເໝືອນ​ກັບ ຫລື ແຕກ​ຕ່າງ​ຈາກ​ພາ​ສາ​ຂອງ​ທ່ານ​ແນວ​ໃດ.

Q: When is the (noun)?A: It will be at (time). There will be (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ຄຳ​ນາມ ແມ່ນ​ຕອນ​ໃດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ແມ່ນ​ຕອນ ເວ​ລາ

Examples

ຄອບ​ຄົວ​ຢູ່​ທີ່​ງານ​ລ້ຽງ​ສະ​ຫລອງ​ວັນ​ເກີດ​ຂອງ​ຜູ້​ຍິງ​ອາ​ວຸ​ໂສ

Q: When is the party?A: It will be at 8:00 p.m.

Q: Where is the party?A: It will be at the park.

Q: What will happen at the party?A: There will be games and good food.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Press Forward

(20–30 minutes)

ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ຫລິ້ນ​ລະ​ຄອນ​ກ້ອມ. ຄູ່ ກ ຖາມ​ຄຳ​ຖາມ​ກ່ຽວ​ກັບ​ງານ. ຄູ່ ຂ ຕອບ​ຄຳ​ຖາມ ແລະ ເຊີນ​ຄູ່ ກ ໃຫ້​ມາ​ງານ. ປ່ຽນ​ບົດ​ບາດ.

New Vocabulary

Do you want to come to the concert with me?

ເຈົ້າ​ຢາກ​ໄປ​ເບິ່ງ ຄອນ​ເສີດ ກັບ​ຂ້ອຍ​ບໍ່?

How much is it?

ລາ​ຄາ​ເທົ່າ​ໃດ?

Example

Event: Concert

ງານ: ຄອນ​ເສີດ

Time: 8:00 p.m.

ເວ​ລາ: 8:00 ໂມງ​ແລງ.

Day: Thursday

ວັນ: ວັນ​ພະ​ຫັດ

Date: September 14

ວັນ​ທີ: ວັນ​ທີ 14 ເດືອນ​ກັນ​ຍາ

Cost: $15

ລາ​ຄາ: $15

Location: South Stadium

ສະ​ຖານ​ທີ່: ສະ​ໜາມ​ກິ​ລາ​ໃຕ້

Details: A band will play music. There will be a special performance.

ລາຍ​ລະ​ອຽດ: ວົງ​ດົນ​ຕີ​ຈະ​ເສບ​ດົນ​ຕີ. ຈະ​ມີ​ການ​ສະ​ແດງ​ພິ​ເສດ.

ຄອນ​ເສີດ​ຕອນ​ກາງ​ຄືນ
  • A: What will you do on Thursday?

  • B: I will go to a concert.

  • A: Where is the concert?

  • B: It will be at South Stadium.

  • A: When is the concert?

  • B: It’s at 8:00 p.m.

  • A: What will happen at the concert?

  • B: There will be a special performance. Do you want to come to the concert with me?

  • A: Yes! How much is it?

  • B: It’s 15 dollars.

Chart 1

Event: Soccer Game

ງານ: ການ​ແຂ່ງ​ຂັນ​ເຕະ​ບານ

Time: 7:00 p.m.

ເວ​ລາ: 7:00 ໂມງ​ແລງ.

Day: Saturday

ວັນ: ວັນ​ເສົາ

Date: June 21

ວັນ​ທີ: ວັນ​ທີ 21 ເດືອນ​ມິ​ຖຸ​ນາ

Cost: $22

ລາ​ຄາ: $22

Location: City Stadium

ສະ​ຖານ​ທີ່: ສະ​ໜາມ​ກິ​ລາ​ເມືອງ

Details: Paint your face. There will be prizes for the best face paint. You can buy food and drinks.

ລາຍ​ລະ​ອຽດ: ທາ​ສີ​ໜ້າ​ຂອງ​ທ່ານ. ຈະ​ມີ​ລາງ​ວັນ​ສຳ​ລັບ​ການ​ທາ​ສີ​ໜ້າ​ທີ່​ດີ​ທີ່​ສຸດ. ທ່ານ​ສາ​ມາດ​ຊື້​ອາ​ຫານ ແລະ ເຄື່ອງ​ດື່ມ​ໄດ້.

Chart 2

Event: Charity Lunch

ງານ: ອາ​ຫານ​ທ່ຽງ​ເພື່ອ​ການ​ກຸ​ສົນ

Time: 12:00 p.m.

ເວ​ລາ: 12:00 ໂມງ​ຕອນ​ທ່ຽງ.

Day: Friday

ວັນ: ວັນ​ສຸກ

Date: May 4

ວັນ​ທີ: ວັນ​ທີ 4 ເດືອນ​ພຶດ​ສະ​ພາ

Cost: $50

ລາ​ຄາ: $50

Location: City Hall

ສະ​ຖານ​ທີ່: ຫ້ອງ​ການ​ເມືອງ

Details: There will be a fundraiser. The mayor will speak. There will be lunch.

ລາຍ​ລະ​ອຽດ: ຈະ​ມີ​ການ​ລະ​ດົມ​ທຶນ. ເຈົ້າ​ເມືອງ​ຈະ​ຂຶ້ນ​ກ່າວ​ຄຳ​ປາ​ໄສ. ຈະ​ມີ​ອາ​ຫານ​ທ່ຽງ.

Chart 3

Event: School Picnic

ງານ: ປິກ​ນິກ​ໂຮງ​ຮຽນ

Time: 6:00 p.m.

ເວ​ລາ: 6:00 ໂມງ​ແລງ.

Day: Monday

ວັນ: ວັນ​ຈັນ

Date: August 20

ວັນ​ທີ: ວັນ​ທີ 20 ເດືອນ​ສິງ​ຫາ

Cost: Free

ລາ​ຄາ: ຟຣີ

Location: Lakeview Park

ສະ​ຖານ​ທີ່: ເລກ​ວິວ​ພາກ

Details: There will be games. The children will meet their teachers. There will be food.

ລາຍ​ລະ​ອຽດ: ຈະ​ມີ​ເກມ. ພວກ​ເດັກ​ນ້ອຍ​ຈະ​ໄດ້​ພົບ​ກັບ​ຄູ​ຂອງ​ພວກ​ເຂົາ. ຈະ​ມີ​ອາ​ຫານ.

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ງານ​ໃດ​ໜຶ່ງ. ໃຊ້​ງານ​ຈາກ​ລາຍ​ການ ຫລື ງານ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

Example

ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ
  • A: What will you do next week?

  • B: I will attend a church event.

  • A: When is the church event?

  • B: It is on Tuesday at 6:30 p.m.

  • A: Where is the church event?

  • B: It is at the church on Meadow Parkway.

  • A: What will happen at the church event?

  • B: There will be a speaker, a piano performance, and food.

Events List

birthday party

ງານ​ວັນ​ເກີດ

church event

ງານ​ຂອງ​ສາດ​ສະ​ໜາ​ຈັກ

community service project

ໂຄງ​ການ​ຮັບ​ໃຊ້​ຊຸມ​ຊົນ

dance party

ງານ​ເຕັ້ນ​ລຳ

festival

ເທດ​ສະ​ການ

fundraiser

ງານ​ລະ​ດົມ​ທຶນ

performance

ການ​ສະ​ແດງ

picnic

ປິກ​ນິກ

wedding

ງານ​ສົມ​ຣົດ

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask about future events.

    ຖາມ​ກ່ຽວ​ກັບ​ງານ​ໃນ​ອະ​ນາ​ຄົດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about future events.

    ເວົ້າ​ກ່ຽວ​ກັບ​ງານ​ໃນ​ອະ​ນາ​ຄົດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Make invitations.

    ທຳ​ການ​ເຊື້ອ​ເຊີນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ພະ​ຍາ​ຍາມ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ຂອງ​ເຮົາ​ສະ​ເໝີ, ແລ້ວ​ພຣະ​ເຈົ້າ​ຈະ​ອວຍ​ພອນ​ເຮົາ. … ພຣະ​ອົງ​ຈະ​ເຮັດ​ແທນ​ເຮົາ ໃນ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ເຮັດ​ເພື່ອ​ຕົວ​ເອງ” (Ulisses Soares, “Take Up Our Cross,” Liahona, Nov. 2019, 114).