EnglishConnect for Missionaries
ບົດ​ຮຽນ​ທີ 15: ການ​ປຽບ​ທຽບ​ການ​ເລາະ​ຊື້​ຂອງ


“ບົດ​ຮຽນ​ທີ 15: ການ​ປຽບ​ທຽບ​ການ​ເລາະ​ຊື້​ຂອງ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 15,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຄອບ​ຄົວ​ກຳ​ລັງ​ຍິ້ມ​ຢູ່​ທາງ​ນອກ

Lesson 15

Comparison Shopping

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ປຽບ​ທຽບ​ສິ່ງ​ຂອງ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Exercise Faith in Jesus Christ

ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

Jesus Christ can help me do all things as I exercise faith in Him.

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ ຂະ​ນະ​ທີ່​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ.

ພວກ​ສາ​ວົກ​ຂອງ ພຣະ​ເຢ​ຊູ​ຄຣິດ ຢູ່​ໃນ​ເຮືອ. ລົມ​ກໍ​ແຮງ, ແລະ ຄື້ນ​ກໍ​ສູງ. ລະ​ຫວ່າງ​ນີ້, ພວກ​ເພິ່ນ​ເຫັນ​ພຣະ​ເຢ​ຊູ​ກຳ​ລັງ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ມາ​ຫາ​ພວກ​ເພິ່ນ. ສາ​ວົກ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ, ເປ​ໂຕ, ໄດ້​ຖາມ​ພຣະ​ເຢ​ຊູ​ວ່າ ເພິ່ນ​ຈະ​ຍ່າງ​ອອກ​ໄປ​ຫາ​ພຣະ​ອົງ​ເທິງ​ນ້ຳ​ໄດ້​ຫລື​ບໍ່. ພຣະ​ເຢ​ຊູ​ໄດ້​ເຊື້ອ​ເຊີນ​ເປ​ໂຕ​ໃຫ້​ເຮັດ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້.

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ບອກ​ເຮົາ​ວ່າ ເກີດ​ຫຍັງ​ຂຶ້ນ​ຕໍ່​ໄປ: “ດັ່ງ​ນັ້ນ ເປ​ໂຕ​ຈຶ່ງ​ອອກ​ຈາກ​ເຮືອ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ພຣະ​ເຢ​ຊູ.

“ແຕ່​ເມື່ອ​ເປ​ໂຕ​ເຫັນ​ລົມ​ພັດ​ມາ​ແຮງ​ກໍ​ຢ້ານ ແລະ ກຳ​ລັງ​ຈະ​ຈົມ​ລົງ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ ຊ່ວຍ​ຂ້າ​ນ້ອຍ​ແດ່​ທ້ອນ.

“ໃນ​ທັນ​ໃດ​ນັ້ນ ພຣະ​ເຢ​ຊູ​ກໍ​ເດ່​ມື​ອອກ​ໄປ​ຈັບ​ລາວ​ໄວ້ ແລ້ວ​ກ່າວ​ວ່າ, ໂອ້ ຜູ້​ມີ ສັດ​ທາ ໜ້ອຍ​ເອີຍ, ເປັນ​ຫຍັງ​ຈຶ່ງ​ສົງ​ໄສ?” (ມັດ​ທາຍ 14:29–31).

ໃນ​ຕອນ​ທຳ​ອິດ, ເປ​ໂຕ​ໄດ້​ກະ​ທຳ​ດ້ວຍ​ສັດ​ທາ, ແລະ ເພິ່ນ​ໄດ້​ເລີ່ມ​ຍ່າງ​ເທິງ​ນ້ຳ​ຢ່າງ​ອັດ​ສະ​ຈັນ. ແຕ່​ເມື່ອ​ເພິ່ນ​ຢຸດ​ຫລຽວ​ເບິ່ງ​ພຣະ​ເຢ​ຊູ ແລະ ເລີ່ມ​ຫລຽວ​ເບິ່ງ​ພະ​ຍຸ, ເພິ່ນ​ກໍ​ເລີ່ມ​ຈົມ​ລົງ. ເຊັ່ນ​ດຽວ​ກັບ​ເປ​ໂຕ, ຖ້າ​ຫາກ​ທ່ານ​ສຸມ​ໃຈ​ໃສ່​ທີ່​ຄວາມ​ຢ້ານ​ກົວ, ທ່ານ​ອາດ​ຢາກ​ຍົກ​ເລີກ. ແທນ​ນັ້ນ, ທ່ານ​ສາ​ມາດ​ສຸມ​ໃຈ​ໃສ່​ທີ່​ພຣະ​ເຢ​ຊູ. ການ​ຮຽນ​ພາ​ສາ​ໃໝ່​ອາດ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້. ໄວ້​ວາງ​ໃຈ​ວ່າ ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເຮັດ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້.

ພຣະ​ຄຣິດ​ກຳ​ລັງ​ເດ່​ພຣະ​ຫັດ​ອອກ​ໄປ​ຫາ​ເປ​ໂຕ​ຢູ່​ເທິງ​ນ້ຳ

Ponder

  • ມີ​ວິ​ທີ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ສຸມ​ສັດ​ທາ​ຂອງ​ທ່ານ​ໄປ​ທີ່​ພຣະ​ເຢ​ຊູ​ຄຣິດ ເມື່ອ​ທ່ານ​ຮູ້​ສຶກ​ໜັກ​ໃຈ ຫລື ທໍ້​ຖອຍ?

  • ຄວາມ​ເຊື່ອ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຕີບ​ໂຕ​ຂຶ້ນ​ແນວ​ໃດ ຕັ້ງ​ແຕ່​ເລີ່ມ​ຕົ້ນ EnglishConnect?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພະ​ຍາ​ຍາມ​ນຳ​ໃຊ້​ຄຳ​ສັບ​ໃນ​ຊີ​ວິດ​ຂອງ​ທ່ານ. ຄິດ​ກ່ຽວ​ກັບ​ວ່າ​ເມື່ອ​ໃດ ແລະ ວ່າ​ຢູ່​ບ່ອນ​ໃດ​ທີ່​ທ່ານ​ສາ​ມາດ​ໃຊ້​ຄຳ​ສັບ​ເຫລົ່າ​ນີ້.

than

ຫລາຍ​ກວ່າ

which

ໂຕ​ໃດ

Nouns

bike/bikes

ລົດ​ຈັກ

car/cars

ລົດ

chair/chairs

ຕັ່ງ

phone/phones

ໂທ​ລະ​ສັບ

shoe/shoes

ເກີບ

Adjectives 1

big/bigger

ໃຫຍ່/ໃຫຍ່​ກວ່າ

cheap/cheaper

ຖືກ/ຖືກ​ກວ່າ

good/better

ດີ/ດີ​ກວ່າ

new/newer

ໃໝ່/ໃໝ່​ກວ່າ

nice/nicer

ງາມ/ງາມ​ກວ່າ

old/older

ເກົ່າ/ເກົ່າ​ກວ່າ

safe/safer

ປອດ​ໄພ/ປອດ​ໄພ​ກວ່າ

small/smaller

ນ້ອຍ/ນ້ອຍ​ກວ່າ

tight/tighter

ຮັດ/ຮັດ​ກວ່າ

Adjectives 2

affordable

ຊື້​ໄດ້

comfortable

ສະ​ບາຍ

dangerous

ອັນ​ຕະ​ລາຍ

expensive

ແພງ

high-tech

ເທັກ​ໂນ​ໂລ​ຈີ​ລໍ້າ​ສະ​ໄໝ

ເບິ່ງ​ພາກ​ຫ້ອຍ​ທ້າຍ​ສຳ​ລັບ color adjectives.

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: Which (noun) is (adjective 1)?A: That (adjective 1 or 2) (noun) is (adjective 1) than this (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ຄຳ​ນາມ ໃດ ຄຳ​ຄຸນ​ນາມ 1

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຄຳ​ຄຸນ​ນາມ 1 ຫລື 2 ຄຳ​ນາມ ຄຳ​ຄຸນ​ນາມ 1 ຫລາຍ​ກວ່າ ຄຳ​ນາມ ນີ້

Examples

ຄົນ​ກຳ​ລັງ​ຈັບ​ໂທ​ລະ​ສັບ​ມື​ຖື

Q: Which phone is cheaper?A: That old phone is cheaper than this phone.

Q: Which chair is nicer?A: That blue chair is nicer than this one.

Q: Which shoes are bigger?A: Those shoes are bigger than these shoes.

ຜູ້​ຊາຍ​ກຳ​ລັງ​ຈັບ​ລົດ​ຖີບ

Q: Which bike is safer?A: The new bike is safer.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ເວົ້າ​ແບບ​ແຜນ​ອອກ​ສຽງ. ໃຫ້​ຄິດ​ທີ່​ຈະ​ອັດ​ສຽງ​ຕົວ​ເອງ. ໃຫ້​ເອົາ​ໃຈ​ໃສ່​ຕໍ່​ການ​ອອກ​ສຽງ ແລະ ຄວາມ​ຄ່ອງ​ແຄ້ວ​ຂອງ​ທ່ານ.

Q: Which (noun) is less (adjective 2)?A: That (adjective 1 or 2) (noun) is less (adjective 2) than this (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ຄຳ​ນາມ ໃດ ຄຳ​ຄຸນ​ນາມ 2 ກວ່າ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຄຳ​ຄຸນ​ນາມ​ນັ້ນ 1 ຫລື 2 ຄຳ​ນາມ ຄຳ​ຄຸນ​ນາມ 2 ກວ່າ ຄຳ​ນາມ ນີ້

Examples

ລົດ​ສີ​ຂາວ​ເກົ່າ
ລົດ​ສີ​ຟ້າ​ໃໝ່

Q: Which car is less expensive?A: That white car is less expensive than this one.

Q: Which bike is more affordable?A: That bike is more affordable than this bike.

Q: Which chairs are more comfortable?A: Those big chairs are more comfortable.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Exercise Faith in Jesus Christ

(20–30 minutes)

ພຣະ​ຄຣິດ​ກຳ​ລັງ​ເດ່​ພຣະ​ຫັດ​ອອກ​ໄປ​ຫາ​ເປ​ໂຕ​ຢູ່​ເທິງ​ນ້ຳ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ຫລິ້ນ​ລະ​ຄອນ​ກ້ອມ. ຄູ່ ກ ເປັນ​ລູກ​ຄ້າ. ຄູ່ ຂ ເປັນ​ຄົນ​ຂາຍ. ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ອັນ​ໃດ​ດີ​ກວ່າ ແລະ ເປັນ​ຫຍັງ. ປ່ຽນ​ບົດ​ບາດ.

New Vocabulary

couch

ໂຊ​ຟາ

sewing machine

ຈັກ​ຫຍິບ​ຜ້າ

TV

ໂທ​ລະ​ທັດ

I would like to buy a car.

ຂ້ອຍ​ຢາກ​ຊື້ ລົດ.

Why is that car better?

ເປັນ​ຫຍັງ ລົດ ຄັນ​ນັ້ນ​ຈຶ່ງ ດີ​ກວ່າ?

Example: Sewing Machine

ຈັກ​ຫຍິບ​ຜ້າ​ສະ​ໄໝ​ເກົ່າ
ຈັກ​ຫຍິບ​ຜ້າ​ສະ​ໄໝ​ໃໝ່
  • A: I would like to buy a sewing machine. Which sewing machine is better?

  • B: The white sewing machine is better than the black sewing machine.

  • A: Why is that sewing machine better?

  • B: Because it’s newer and more high-tech.

Image Group 1: couch

ເອື້ອຍ​ນ້ອງ​ຢູ່​ເທິງ​ໂຊ​ຟາ​ໃໝ່
ໂຊ​ຟາ​ທີ່​ເປ່​ເພ

Image Group 2: bike

ລົດ​ຖີບ​ສີ​ແດງ
ລົດ​ຖີບ​ສຳ​ລັບ​ສອງ​ຄົນ

Image Group 3: car

ລົດ​ສີ​ຂາວ​ເກົ່າ
ລົດ​ສີ​ຟ້າ​ໃໝ່

Image Group 4: TV

ເດັກ​ນ້ອຍ​ກຳ​ລັງ​ເອື່ອຍ​ໂທ​ລະ​ທັດ​ເກົ່າ
ໂທ​ລະ​ທັດ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຫລິ້ນ​ລະ​ຄອນ​ກ້ອມ. ຄູ່ ກ ເປັນ​ລູກ​ຄ້າ. ຄູ່ ຂ ເປັນ​ຄົນ​ຂາຍ. ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ຢ່າງ​ໜ້ອຍ​ສາມ​ຂໍ້​ກ່ຽວ​ກັບ​ສິ່ງ​ຂອງ. ຄູ່ ກ ເລືອກ​ວ່າ​ຈະ​ຊື້​ສິ່ງ​ຂອງ​ອັນ​ໃດ ແລະ ອະ​ທິ​ບາຍ​ວ່າ​ເປັນ​ຫຍັງ. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ປ່ຽນ​ບົດ​ບາດ.

New Vocabulary

piano

ປີ​ອາ​ໂນ

Why is the big bike more expensive than the small bike?

ເປັນ​ຫຍັງ ລົດ​ຖີບ ຄັນ​ໃຫຍ່ ຈຶ່ງ ແພງ ກວ່າ ລົດ​ຖີບ ຄັນ​ນ້ອຍ?

Example: bike

ລົດ​ຖີບ​ສີ​ແດງ
ລົດ​ຖີບ​ສຳ​ລັບ​ສອງ​ຄົນ
  • A: Which bike is more expensive?

  • B: The big bike is more expensive than the small bike.

  • A: Which bike is newer?

  • B: The small bike is newer.

  • A: Why is the big bike more expensive than the small bike?

  • B: The big bike is more expensive because it’s bigger.

  • A: I would like to buy the small bike because it’s less expensive and newer than the big bike.

Image Group 1: car

ລົດ​ໃຫຍ່​ສີ​ຟ້າ​ແກມ​ຂຽວ
ລົດ​ສີ​ແດງ​ຫລູ​ຫລາ

Image Group 2: chair

ຕັ່ງ​ສີ​ຂຽວ​ທັນ​ສະ​ໄໝ
ຕັ່ງ​ສີ​ຟ້າ​ທີ່​ຕົກ​ແຕ່ງ

Image Group 3: shoes

ເກີບ​ກິ​ລາ​ສີ​ຂີ້​ເທົ່າ
ເກີບ​ກິ​ລາ​ສີ​ຟ້າ

Image Group 4: piano

ປີ​ອາ​ໂນ​ສີ​ຕັບ​ໝູ
ປີ​ອາ​ໂນ​ສີ​ຂາວ

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask about items.

    ຖາມ​ກ່ຽວ​ກັບ​ສິ່ງ​ຂອງ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about and compare items.

    ເວົ້າ​ກ່ຽວ​ກັບ ແລະ ປຽບ​ທຽບ​ສິ່ງ​ຂອງ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຮາກ​ຖານ​ຂອງ​ຄວາມ​ເຊື່ອ​ທັງ​ໝົດ ແລະ ເປັນ​ວິ​ທີ​ເຂົ້າ​ຫາ​ອຳ​ນາດ​ແຫ່ງ​ສະ​ຫວັນ. …

“… ມັນ​ແມ່ນ​ສັດ​ທາ ຂອງ​ເຮົາ ທີ່​ເປີດ​ອຳ​ນາດ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ ຂອງ​ເຮົາ. …

“ພຣະ​ຜູ້​ເປັນ​ເຈົ້າ​ເຂົ້າ​ໃຈ​ຄວາມ​ອ່ອນ​ແອ​ຂອງ​ການ​ເປັນ​ມະ​ນຸດ​ຂອງ​ເຮົາ. ເຮົາ​ຈະ​ລັງ​ເລ​ໃຈ​ເປັນ​ບາງ​ຄັ້ງ. ແຕ່​ພຣະ​ອົງ​ກໍ​ຮູ້​ເຖິງ​ສັກ​ກະ​ຍະ​ພາບ​ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ. …

“ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຮຽກ​ຮ້ອງ​ສັດ​ທາ ທີ່​ສົມ​ບູນ ກ່ອນ​ເຮົາ​ຈະ​ເຂົ້າ​ເຖິງ​ອຳ​ນາດ ທີ່​ສົມ​ບູນ ຂອງ​ພຣະ​ອົງ​ໄດ້. ແຕ່​ພຣະ​ອົງ​ໄດ້​ຂໍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ” (Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 102).