EnglishConnect for Missionaries
ບົດ​ຮຽນ​ທີ 16: ຢູ່​ໃນ​ຊຸມ​ຊົນ


“ບົດ​ຮຽນ​ທີ 16: ຢູ່​ໃນ​ຊຸມ​ຊົນ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 16,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ພໍ່​ກັບ​ລູກ​ຊາຍ

Lesson 16

In the Community

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ບັນ​ຍາຍ​ສະ​ຖານ​ທີ່​ໃນ​ເມືອງໆ​ໜຶ່ງ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Take Responsibility

ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ

I have the power to choose, and I am responsible for my own learning.

ເຮົາ​ມີ​ອຳ​ນາດ​ທີ່​ຈະ​ເລືອກ, ແລະ ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຮົາ​ເອງ.

ພຣະ​ເຢ​ຊູ​ຄຣິດ ໄດ້​ແບ່ງ​ປັນ​ເລື່ອງ​ລາວ​ກ່ຽວ​ກັບ​ເສດ​ຖີ​ທີ່​ໄດ້​ມອບ​ເງິນ​ໃຫ້​ຄົນ​ຮັບ​ໃຊ້​ສາມ​ຄົນ. ຄົນ​ຮັບ​ໃຊ້​ສອງ​ຄົນ​ທຳ​ອິດ​ໄດ້​ໃຊ້​ເງິນ​ຢ່າງ​ສະ​ຫລາດ ແລະ ໄດ້​ເພີ່ມ​ສອງ​ເທົ່າ. ຄົນ​ຮັບ​ໃຊ້​ຄົນ​ທີ​ສາມ​ຢ້ານ​ກົວ. ລາວ​ໄດ້​ເຊື່ອງ​ເງິນ​ໄວ້​ເພື່ອ​ລາວ​ຈະ​ບໍ່​ເສຍ​ມັນ. ເສດ​ຖີ​ຄົນ​ນັ້ນ​ຜິດ​ຫວັງ​ກັບ​ຄົນ​ຮັບ​ໃຊ້​ຄົນ​ທີ​ສາມ ແຕ່​ດີ​ໃຈ​ນຳ​ສອງ​ຄົນ​ທຳ​ອິດ. ເພິ່ນ​ໄດ້​ບອກ​ຄົນ​ຮັບ​ໃຊ້​ສອງ​ຄົນ​ນັ້ນ​ວ່າ:

“ດີ​ແລ້ວ ຄົນ​ຮັບ​ໃຊ້​ທີ່​ດີ ແລະ ສັດ​ຊື່​ເອີຍ: ເຈົ້າ​ເປັນ​ຜູ້​ສັດ​ຊື່​ໃນ​ຂອງ​ເລັກ​ນ້ອຍ, ເຮົາ​ຈະ​ໃຫ້​ເຈົ້າ​ຮັບ​ຜິດ​ຊອບ​ດູ​ແລ​ສິ່ງ​ຂອງ​ຫລາຍ​ຢ່າງ: ຈົ່ງ​ມາ​ຮ່ວມ​ຊົມ​ຊື່ນ​ຍິນ​ດີ​ກັບ​ເຮົາ​ເຖີດ” (ມັດ​ທາຍ 25:21).

ຄິດ​ກ່ຽວ​ກັບ​ຂອງ​ປະ​ທານ​ທີ່ ພຣະ​ບິ​ດາ​ເທິງ​ສະ​ຫວັນ ໄດ້​ປະ​ທານ​ໃຫ້​ທ່ານ. ບາງ​ທີ​ທ່ານ​ໄດ້​ຮັບ​ຄວາມ​ສາ​ມາດ​ທີ່​ຈະ​ສຶກ​ສາ​ດີ ຫລື ອົດ​ທົນ​ກັບ​ຄົນ​ອື່ນ. ທ່ານ​ອາດ​ມີ ສັດ​ທາ ຍິ່ງ​ໃຫຍ່ ຫລື ຄວາມ​ກ້າ​ຫານ​ທີ່​ຈະ​ກ່າວ. ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ຂອງ​ປະ​ທານ​ເຫລົ່າ​ນີ້ ແລະ ພັດ​ທະ​ນາ​ມັນ. ພິ​ຈາ​ລະ​ນາ​ວ່າ​ຈະ​ໃຊ້​ມັນ​ເພື່ອ​ຊ່ວຍ​ເຫລືອ​ຄົນ​ອື່ນ​ແນວ​ໃດ? ພ້ອມ​ນີ້, ທ່ານ​ຍັງ​ສາ​ມາດ​ເລືອກ​ທີ່​ຈະ​ພັດ​ທະ​ນາ​ຂອງ​ປະ​ທານ​ໃໝ່. ທ່ານ​ສາ​ມາດ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ທາງ​ຝ່າຍ​ວິນ​ຍານ ໂດຍ​ການ​ໃຊ້​ສັດ​ທາ​ໃນ ພຣະ​ເຈົ້າ, ຝຶກ​ມັນ, ແລະ ໃຊ້​ມັນ​ເພື່ອ​ຊ່ວຍ​ເຫລືອ​ຄົນ​ອື່ນ. ພຣະ​ເຈົ້າ​ຈະ​ນຳ​ພາ​ທ່ານ ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ພັດ​ທະ​ນາ​ຂອງ​ປະ​ທານ​ຂອງ​ທ່ານ.

ພຣະ​ຄຣິດ​ກຳ​ລັງ​ຍິ້ມ

Ponder

  • ແມ່ນ​ຫຍັງ​ຄື​ຂອງ​ປະ​ທານ​ຂອງ​ທ່ານ?

  • ທ່ານ​ຈະ​ສາ​ມາດ​ໃຊ້​ຂອງ​ປະ​ທານ​ຂອງ​ທ່ານ​ເພື່ອ​ຮຽນ​ພາ​ສາ​ອັງ​ກິດ​ໄດ້​ແນວ​ໃດ?

  • ຂອງ​ປະ​ທານ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໝູ່​ເພື່ອນ​ຂອງ​ທ່ານ​ໃນ EnglishConnect ໄດ້​ແນວ​ໃດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ.

Do you know where … ?

ເຈົ້າ​ຮູ້​ບໍ່​ວ່າ … ຢູ່​ໃສ?

Is there … ?

ມີ … ບໍ່?

Nouns

airport

ສະ​ໜາມ​ບິນ

bank

ທະ​ນາ​ຄານ

bookstore

ຮ້າຍ​ຂາຍ​ປຶ້ມ

bus stop

ປ້າຍ​ລົດ​ເມ

grocery store

ຮ້ານ​ຂາຍ​ອາ​ຫານ

hospital

ໂຮງ​ໝໍ

house

ເຮືອນ

post office

ຫ້ອງ​ການ​ໄປ​ສະ​ນີ

restaurant

ຮ້ານ​ອາ​ຫານ

school

ໂຮງ​ຮຽນ

city

ເມືອງ

neighborhood

ລະ​ແວກ​ບ້ານ

town

ເມືອງ​ນ້ອຍ

Prepositions

across from

ກົງ​ກັນ​ຂ້າມ​ກັບ

behind

ທາງ​ຫລັງ

between

ລະ​ຫວ່າງ

down the street from

ຢູ່​ລຸ່ມ​ຖະ​ໜົນ​ຈາກ

far away from

ຫ່າງ​ຈາກ

in

ໃນ

in front of

ທາງ​ໜ້າ​ຂອງ

near

ໃກ້

next to

ທາງ​ຂ້າງ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: Do you know where the (noun) is?A: It is (preposition) the (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ຮູ້​ບໍ່​ວ່າ ຄຳ​ນາມ ຢູ່​ໃສ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ມັນ​ຢູ່ ຄຳ​ບຸ​ພະ​ບົດ ຄຳ​ນາມ

Examples

ແຜນ​ທີ່​ຮ້ານ​ຂາຍ​ປຶ້ມ​ກົງ​ກັນ​ຂ້າມ​ກັບ​ໂຮງ​ໝໍ

Q: Do you know where the hospital is?A: Yes. It is across from the bookstore.

ແຜນ​ທີ່​ຮ້ານ​ອາ​ຫານ​ທາງ​ຂ້າງ​ທະ​ນາ​ຄານ

Q: Where is the restaurant?A: It’s next to the bank.

Q: Where’s the school?A: It’s between the restaurant and the post office.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ໃຊ້​ແບບ​ແຜນ​ໃນ​ການ​ສົນ​ທະ​ນາ​ກັບ​ເພື່ອນ. ທ່ານ​ສາ​ມາດ​ເວົ້າ ຫລື ສົ່ງ​ຂໍ້​ຄວາມ​ກໍ​ໄດ້.

Q: Is there a (noun) (preposition) your (noun)?A: There is a (noun) (preposition) my (noun).

Questions

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ມີ ຄຳ​ນາມ ຄຳ​ບຸ​ພະ​ບົດ ຄຳ​ນາມ ຂອງ​ເຈົ້າ​ບໍ່

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ມີ ຄຳ​ນາມ ຄຳ​ບຸ​ພະ​ບົດ ຄຳ​ນາມ ຂອງ​ຂ້ອຍ

Examples

Q: Is there a bus stop in your neighborhood?A: There is a bus stop down the street from my house.

ແຜນ​ທີ່​ຮ້ານ​ຂາຍ​ເຄື່ອງ​ໃກ້​ກັບ​ທະ​ນາ​ຄານ

Q: Is there a grocery store in the town?A: There is a grocery store near the bank.

Q: Is there an airport in your city?A: No, there isn’t an airport in my city.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Take Responsibility

(20–30 minutes)

ພຣະ​ຄຣິດ​ກຳ​ລັງ​ຍິ້ມ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເລືອກ​ສະ​ຖານ​ທີ່​ໜຶ່ງ​ຢູ່​ເທິງ​ແຜນ​ທີ່. ຢ່າ​ບອກ​ຄູ່​ຂອງ​ທ່ານ​ວ່າ​ທ່ານ​ເລືອກ​ສະ​ຖານ​ທີ່​ໃດ. ຖາມ ແລະ ຕອບ​ຄຳ​ຖາມ​ເພື່ອ​ເດົາ​ສະ​ຖານ​ທີ່. ປ່ຽນ​ຜຽນ​ກັນ.

New Vocabulary

bakery

ຮ້ານ​ຂາຍ​ເຂົ້າ​ຈີ່

church

ໂບດ

farm

ຟາມ

park

ສວນ​ສາ​ທາ​ລະ​ນະ

train station

ສະ​ຖາ​ນີ​ລົດ​ໄຟ

ການ​ຮວບ​ຮວມ​ລວງ​ຕັ້ງ​ຂອງ​ຮູບ​ພາບ​ອາ​ຄານ​ໃນ​ເມືອງ

Example

  • A: Is it near the school?

  • B: Yes, it’s near the school.

  • A: Is it far away from the train station?

  • B: Yes, it’s far away from the train station.

  • A: Is it next to the restaurant?

  • B: No, it’s not next to the restaurant.

  • A: Is it the grocery store?

  • B: Yes! It’s the grocery store.

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເມືອງ​ທີ່​ທ່ານ​ຮູ້​ຈັກ. ປ່ຽນ​ຜຽນ​ກັນ.

New Vocabulary

movie theater

ໂຮງ​ໜັງ

police station

ສະ​ຖາ​ນີ​ຕຳ​ຫລວດ

Example

  • A: Is there a movie theater in Curitiba?

  • B: Yes, there is a movie theater.

  • A: Where is the movie theater?

  • B: It’s next to the police station.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask about different locations.

    ຖາມ​ກ່ຽວ​ກັບ​ສະ​ຖານ​ທີ່​ທີ່​ແຕກ​ຕ່າງ​ກັນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about where places are.

    ເວົ້າ​ກ່ຽວ​ກັບ​ບ່ອນ​ທີ່​ສະ​ຖານ​ທີ່​ຕ່າງໆ​ຢູ່.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ພຣະ​ເຈົ້າ​ໄດ້​ມອບ​ພອນ​ສະ​ຫວັນ​ຢ່າງ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ໃຫ້​ກັບ​ເຮົາ​ແຕ່​ລະ​ຄົນ. … ມັນ​ຂຶ້ນ​ກັບ​ເຮົາ​ແຕ່​ລະ​ຄົນ​ທີ່​ຈະ​ສະ​ແຫວງ​ຫາ ແລະ ສ້າງ​ຢູ່​ເທິງ​ຂອງ​ປະ​ທານ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ເຮົາ. ເຮົາ​ຕ້ອງ​ຈຳ​ໄວ້​ວ່າ ເຮົາ​ແຕ່​ລະ​ຄົນ​ຖືກ​ສ້າງ​ຂຶ້ນ​ມາ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ, ວ່າ​ບໍ່​ມີ​ຄົນ​ໃດ​ທີ່​ບໍ່​ສຳ​ຄັນ. ທຸກ​ຄົນ​ສຳ​ຄັນ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ເພື່ອນ​ມະ​ນຸດ​ຂອງ​ຕົນ” (Marvin J. Ashton, “There Are Many Gifts,” Ensign, Nov. 1987, 20).