ການ​ຮຽນ​ພາ​ສາ​ອັງ​ກິດ
ຄຳ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ


“ຄຳ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ,” EnglishConnect ສຳ​ລັບ​ຄູ​ສອນ (2023)

“ຄຳ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ,” EnglishConnect ສຳ​ລັບ​ຄູ​ສອນ

ຄຳ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ

ຂ້າງ​ລຸ່ມ​ນີ້​ແມ່ນ​ຄຳ​ຖາມ​ທົ່ວ​ໄປ​ກ່ຽວ​ກັບ EnglishConnect. ຄຳ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ​ເພີ່ມ​ເຕີມ​ສຳ​ລັບ​ຜູ້​ຮຽນ, ຄູ​ສອນ, ແລະ ຜູ້​ນຳ ສາ​ມາດ​ພົບ​ໄດ້​ທີ່ englishconnect.org/help.

ເຮົາ​ຈຳ​ເປັນ​ຕ້ອງ​ມີ​ປະ​ສົບ​ການ​ການ​ສິດ​ສອນ ເພື່ອ​ທີ່​ຈະ​ເປັນ​ຄູ​ສອນ EnglishConnect ຫລື​ບໍ່?

ເຮົາ​ຈະ​ສິດ​ສອນ​ຜູ້​ຮຽນ​ໄດ້​ແນວ​ໃດ ຖ້າ​ຫາກ​ເຮົາ​ບໍ່​ຮູ້​ພາ​ສາ​ຂອງ​ເຂົາ​ເຈົ້າ?

ເຮົາ​ຈະ​ສາ​ມາດ​ເວົ້າ​ພາ​ສາ​ແມ່​ໃນ​ລະ​ຫວ່າງ​ກຸ່ມ​ສົນ​ທະ​ນາ​ໄດ້​ຫລື​ບໍ່?

ເຮົາ​ຈະ​ສິດ​ສອນ​ກຸ່ມ​ຫລາຍ​ພາ​ສາ​ໄດ້​ແນວ​ໃດ?

ເຮົາ​ຈະ​ຊ່ວຍ​ຜູ້​ຮຽນ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ​ໄດ້​ແນວ​ໃດ?

ເຮົາ​ຈະ​ຈັດ​ກຸ່ມ EnglishConnect ໄດ້​ແນວ​ໃດ?

ການ​ປະ​ຊຸມ​ກຸ່ມ EnglishConnect ຈະ​ໃຊ້​ເວ​ລາ​ດົນ​ປານ​ໃດ?

ກຸ່ມ​ຂອງ​ເຮົາ​ຄວນ​ປະ​ຊຸມ​ກັນ​ເລື້ອຍ​ປານ​ໃດ?

ເຮົາ​ສາ​ມາດ​ສິດ​ສອນ​ຫລາຍ​ກວ່າ​ໜຶ່ງ​ບົດ​ຮຽນ​ໃນ​ການ​ປະ​ຊຸມ​ກຸ່ມ​ໄດ້​ຫລື​ບໍ່?

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ ຜູ້​ຮຽນ​ຄວນ​ເຂົ້າ​ຮ່ວມ EnglishConnect ລະ​ດັບ​ໃດ?

EnglishConnect 3 ແມ່ນ​ຫຍັງ?

ເຮົາ​ຈະ​ຊ່ວຍ​ຜູ້​ຮຽນ​ທີ່​ເຂົ້າ​ຮ່ວມ​ກຸ່ມ​ທີ່​ເລີ່ມ​ແລ້ວ​ໄດ້​ແນວ​ໃດ?

ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ຫາກ​ຜູ້​ຮຽນ​ພາດ​ການ​ປະ​ຊຸມ​ກຸ່ມ ຫລື ຢຸດ​ເຂົ້າ​ຮ່ວມ?

ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ຮຽນ​ທີ່​ຮຽນ​ຊ້າ​ກວ່າ​ຄົນ​ອື່ນ​ໃນ​ກຸ່ມ​ໄດ້​ແນວ​ໃດ?

ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ຮຽນ​ທີ່​ຮຽນ​ໄວ​ກວ່າ​ໄດ້​ແນວ​ໃດ?

ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ຮຽນ​ທີ່​ມີ​ຄວາມ​ສາ​ມາດ​ໃນ​ການ​ເວົ້າ​ພາ​ສາ​ອັງ​ກິດ​ທີ່​ຕ່າງ​ກັນ​ໄດ້​ແນວ​ໃດ?

ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຜູ້​ຮຽນ​ຖາມ​ຄຳ​ຖາມ​ກ່ຽວ​ກັບ​ຫລັກ​ໄວ​ຍະ​ກອນ?

ເຮົາ​ຄວນ​ແກ້​ໄຂ​ການ​ອອກ​ສຽງ​ຫລື​ບໍ່?

ເຮົາ​ຈະ​ລົງ​ທະ​ບຽນ ແລະ ຈັດ​ການ​ກຸ່ມ EnglishConnect ຂອງ​ເຮົາ​ໄດ້​ແນວ​ໃດ?

ຜູ້​ຮຽນ​ຈະ​ໄດ້​ຮັບ​ໃບ​ຮັບ​ຮອງ EnglishConnect ໄດ້​ແນວ​ໃດ?

ເຮົາ​ຈຳ​ເປັນ​ຕ້ອງ​ມີ​ປະ​ສົບ​ການ​ການ​ສິດ​ສອນ ເພື່ອ​ທີ່​ຈະ​ເປັນ​ຄູ​ສອນ EnglishConnect ຫລື​ບໍ່?

ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ປະ​ສົບ​ການ​ການ​ສິດ​ສອນ ເພື່ອ​ທີ່​ຈະ​ເປັນ​ຄູ​ສອນ EnglishConnect. ບາງ​ທີ​ທ່ານ​ອາດ​ບໍ່​ເຄີຍ​ສອນ​ພາ​ສາ​ອັງ​ກິດ​ມາ​ກ່ອນ ແລະ ຮູ້​ສຶກ​ບໍ່​ແນ່​ໃຈ​ວ່າ​ຈະ​ເລີ່ມ​ຕົ້ນ​ແນວ​ໃດ. ບໍ່​ເປັນ​ຫຍັງ. ບົດ​ຮຽນ EnglishConnect ຖືກ​ອອກ​ແບບ​ຢ່າງ​ລະ​ມັດ​ລະ​ວັງ ແລະ ຢ່າງ​ຮອບ​ຄອບ ໂດຍ​ໃຊ້​ຫລັກ​ທຳ​ການ​ສອນ​ພາ​ສາ ແລະ ຫລັກ​ທຳ​ທາງ​ວິນ​ຍານ ເພື່ອ​ຊ່ວຍ​ໃຫ້​ທ່ານ​ປະ​ສົບ​ຄວາມ​ສຳ​ເລັດ. ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ຜູ້​ຊ່ຽວ​ຊານ. ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ຮູ້​ຄຳ​ຕອບ​ສຳ​ລັບ​ທຸກ​ຄຳ​ຖາມ. ບົດ​ບາດ​ຂອງ​ທ່ານ​ຄື​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ພັດ​ທະ​ນາ​ພາ​ສາ ໂດຍ​ການ​ໃຫ້​ໂອ​ກາດ​ເພື່ອ​ຝຶກ​ຝົນ. ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ສອນ​ຫລັກ​ໄວ​ຍະ​ກອນ ຫລື ເຂົ້າ​ໃຈ​ທຸກ​ຢ່າງ​ກ່ຽວ​ກັບ​ພາ​ສາ​ອັງ​ກິດ. ແທນ​ນັ້ນ, ໃຫ້​ທ່ານ​ສຸມ​ໃສ່​ສະ​ພາບ​ແວດ​ລ້ອມ​ທີ່​ຜູ້​ຮຽນ​ຮູ້​ສຶກ​ສະ​ບາຍ​ໃຈ ທີ່​ຈະ​ເວົ້າ​ພາ​ສາ​ອັງ​ກິດ ແລະ ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ຕົນ​ເອງ.

ເຮົາ​ຈະ​ສິດ​ສອນ​ຜູ້​ຮຽນ​ໄດ້​ແນວ​ໃດ ຖ້າ​ຫາກ​ເຮົາ​ບໍ່​ຮູ້​ພາ​ສາ​ຂອງ​ເຂົາ​ເຈົ້າ?

ການ​ສອນ​ພາ​ສາ​ອັງ​ກິດ​ໂດຍ​ການ​ໃຊ້​ພາ​ສາ​ອັງ​ກິດ​ພຽງ​ຢ່າງ​ດຽວ​ນັ້ນ​ເປັນ​ເລື່ອງ​ປົກ​ກະ​ຕິ​ທົ່ວ​ໂລກ. ຕາມ​ຈິງ​ແລ້ວ, ນີ້​ສາ​ມາດ​ເປັນ​ພອນ​ໄດ້ ເພາະ​ມັນ​ຊ່ວຍ​ເພີ່ມ​ປະ​ລິ​ມານ​ພາ​ສາ​ອັງ​ກິດ​ທີ່​ຜູ້​ຮຽນ​ໄດ້​ຍິນ ແລະ ໃຊ້. ຈົ່ງ​ຈື່​ຈຳ​ທີ່​ຈະ​ເວົ້າ​ພາ​ສາ​ອັງ​ກິດ​ງ່າຍໆ. ໃຊ້​ພາບ, ທ່າ​ທາງ​ມື, ແລະ ພາ​ສາ​ກາຍ ເພື່ອ​ຊ່ວຍ​ໃຫ້​ຜູ້​ຮຽນ​ເຂົ້າ​ໃຈ​ຄຳ​ສັບ ແລະ ຮູບ​ແບບ. ທ່ານ​ສາ​ມາດ​ສະ​ແດງ​ຮູບ, ແຕ້ມ​ຮູບ, ແລະ ສະ​ແດງ​ອອກ​ມາ​ໄດ້. ທ່ານ​ສາ​ມາດ​ຊີ້​ບອກ​ຜູ້​ຮຽນ​ໃຫ້​ໄປ​ຫາ​ແຫລ່ງ​ຊ່ວຍ​ເຫລືອ​ໃນ EnglishConnect 1 ສຳ​ລັບ​ຜູ້​ຮຽນ ຫລື EnglishConnect 2 ສຳ​ລັບ​ຜູ້​ຮຽນ, ຫລື ທ່ານ​ສາ​ມາດ​ໃຊ້​​ວັດ​ຈະ​ນາ​ນຸ​ກົມ​ອອນ​ລາຍ. ສິ່ງ​ນີ້​ຍັງ​ຈະ​ສອນ​ຜູ້​ຮຽນ​ເຖິງວິ​ທີ​ໃຊ້ແຫລ່ງ​ຊ່ວຍ​ເຫລືອ​ທີ່​ມີ​ຢູ່ ເພື່ອ​ຊອກ​ຫາ​ຄຳ​ຕອບ. ຫລີກ​ເວັ້ນ​ການ​ອະ​ທິ​ບາຍ​ຍາວ. ແທນ​ນັ້ນ, ໃຫ້​ສະ​ແດງ​ໃຫ້​ຜູ້​ຮຽນ​ເຫັນ​ວ່າ​ຕ້ອງ​ເຮັດ​ຫຍັງ ໂດຍ​ການ​ສາ​ທິດ​ແທນ.

ຈົ່ງ​ຈື່​ຈຳ​ວ່າ​ພວກ​ທ່ານ​ກຳ​ລັງ​ຮຽນ​ຮູ້​ນຳ​ກັນ. ເຊື້ອ​ເຊີນ​ຜູ້​ຮຽນ​ໃຫ້​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ການ​ຊ່ວຍ​ເຫລືອ​ເປັນ​ປະ​ຈຳ. ໃນ​ຖາ​ນະ​ຄູ​ສອນ​ຂອງ​ເຂົາ​ເຈົ້າ, ທ່ານ​ສາ​ມາດ​ເປັນ​ຕົວ​ຢ່າງ​ແຫ່ງ​ສັດ​ທາ ແລະ ຄວາມ​ພະ​ຍາ​ຍາມ​ໄດ້. ການ​ເວົ້າ​ພາ​ສາ​ອັງ​ກິດ​ກັບ​ຜູ້​ຮຽນ​ເປັນ​ການ​ສະ​ແດງ​ສັດ​ທາ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ທ່ານ ແລະ ຜູ້​ຮຽນ ເມື່ອ​ທ່ານ​ເວົ້າ​ພາ​ສາ​ອັງ​ກິດ​ດ້ວຍ​ສັດ​ທາ.

ເຮົາ​ຈະ​ສາ​ມາດ​ເວົ້າ​ພາ​ສາ​ແມ່​ໃນ​ລະ​ຫວ່າງ​ກຸ່ມ​ສົນ​ທະ​ນາ​ໄດ້​ຫລື​ບໍ່?

ທ່ານ​ຈະ​ຊ່ວຍ​ຜູ້​ຮຽນ​ໄດ້​ຫລາຍ​ທີ່​ສຸດ ເມື່ອ​ທ່ານ​ສຸມ​ໃສ່​ການ​ເວົ້າ​ພາ​ສາ​ອັງ​ກິດ​ຕະ​ຫລອດ​ທັງ​ກຸ່ມ​ສົນ​ທະ​ນາ. ທ່ານ​ສາ​ມາດ​ເຮັດ​ໄດ້​ໂດຍ​ການ​ຍົກ​ຕົວ​ຢ່າງ. ຈົ່ງ​ເຮັດ​ໃຫ້​ດີ​ທີ່​ສຸດ ເພື່ອ​ເວົ້າ​ພຽງ​ແຕ່​ພາ​ສາ​ອັງ​ກິດ. ໃຊ້​ຄຳ​ງ່າຍໆ ແລະ ປະ​ໂຫຍກ​ສັ້ນໆ. ເວົ້າ​ຊ້າໆ ແລະ ເວົ້າ​ຊ້ຳ​ວະ​ລີ​ເກົ່າ​ເລື້ອຍໆ. ຂຽນ​ຄຳ ແລະ ວະ​ລີ​ສຳ​ຄັນ​ໄວ້​ເທິງ​ກະ​ດານ. ທ່ານ​ກໍ​ຍັງ​ສາ​ມາດ​ໃຊ້​ພາບ, ແຕ້ມ​ຮູບ, ຫລື ສະ​ແດງ​ອອກ​ໄດ້. ຫລີກ​ເວັ້ນ​ຈາກ​ການ​ອະ​ທິ​ບາຍ​ຍາວ ແລະ ແປ​ທຸກ​ສິ່ງ​ທີ່​ທ່ານ​ເວົ້າ. ຖ້າ​ຫາກ​ທ່ານ​ຕ້ອງ​ໃຊ້​ພາ​ສາ​ແມ່, ໃຫ້​ຂໍ​ອະ​ນຸ​ຍາດ​ກ່ອນ ແລະ ໃຊ້​ພາ​ສາ​ແມ່​ໃຫ້​ໜ້ອຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ແລະ ແລ້ວ​ຈຶ່ງ​ກັບ​ມາ​ເປັນ​ພາ​ສາ​ອັງ​ກິດ. ຊຸກ​ຍູ້​ໃຫ້​ຜູ້​ຮຽນ​ເວົ້າ​ພາ​ສາ​ອັງ​ກິດ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ເຂົາ​ເຈົ້າ​ຈະ​ສາ​ມາດ​ເຮັດ​ໄດ້ ແລະ ຢ່າ​ຢ້ານ​ທີ່​ຈະ​ເຮັດ​ຜິດ​ພາດ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ປະ​ສົບ​ກັບ​ຄວາມ​ສຳ​ເລັດ ແລະ ສັນ​ລະ​ເສີນ​ທຸກ​ຄວາມ​ພະ​ຍາ​ຍາມ. ຖ້າ​ຫາກ​ຜູ້​ຮຽນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ, ໃຫ້​ຊີ້​ໄປ​ທີ່​ຄູ່​ມື​ຜູ້​ຮຽນ, ຊຶ່ງ​ເຂົາ​ເຈົ້າ​ສາ​ມາດ​ຫາ​ອຸ​ປະ​ກອນ​ໃນ​ພາ​ສາ​ແມ່​ຂອງ​ເຂົາ​ເຈົ້າ​ໄດ້. ເມື່ອ​ທ່ານ​ສຸມ​ໃສ່​ການ​ຊ່ວຍ​ເຫລືອ​ຜູ້​ຮຽນ​ໂດຍ​ການ​ລົງ​ມື​ເຮັດ, ທ່ານ​ຈະ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໃຊ້​ພາ​ສາ​ແມ່​ໜ້ອຍ​ລົງ.

ເຮົາ​ຈະ​ສິດ​ສອນ​ກຸ່ມ​ຫລາຍ​ພາ​ສາ​ໄດ້​ແນວ​ໃດ?

ການ​ສິດ​ສອນ​ກຸ່ມ​ຫລາຍ​ພາ​ສາ​ເປັນ​ໂອ​ກາດ​ທີ່​ດີ​ເລີດ​ໃນ​ການ​ສົ່ງ​ເສີມ​ການ​ເວົ້າ​ພາ​ສາ​ອັງ​ກິດ ເພາະ​ພາ​ສາ​ອັງ​ກິດ​ເປັນ​ພາ​ສາ​ທົ່ວ​ໄປ​ໃນ​ກຸ່ມ. ໃນ​ຖາ​ນະ​ຄູ​ສອນ, ໃຫ້​ໃຊ້​ຄູ່​ມື​ຜູ້​ຮຽນ​ທີ່​ເປັນ​ພາ​ສາ​ອັງ​ກິດ. ຊ່ວຍ​ຜູ້​ຮຽນ​ໃຫ້​ໃຊ້​ຄູ່​ມື​ຜູ້​ຮຽນ​ໃນ​ພາ​ສາ​ແມ່​ຂອງ​ເຂົາ​ເຈົ້າ, ຖ້າ​ມີ​ໃຫ້, ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ແປ. ຖ້າ​ເປັນ​ໄປ​ໄດ້, ໃຫ້​ຈັດ​ຜູ້​ຮຽນ​ເປັນ​ກຸ່ມ​ນ້ອຍໆ ເພື່ອ​ສົນ​ທະ​ນາ​ຫລັກ​ທຳ​ການ​ຮຽນ​ຮູ້​ໃນ​ພາ​ສາ​ແມ່​ຂອງ​ເຂົາ​ເຈົ້າ, ແຕ່​ຕ້ອງ​ໃຫ້​ແນ່​ໃຈ​ວ່າ​ບໍ່​ມີ​ໃຜ​ຖືກ​ກີດ​ກັນ. ຖ້າ​ຫາກ​ມີ​ຜູ້​ເວົ້າ​ພາ​ສາ​ໃດ​ພາ​ສາ​ໜຶ່ງ​ພຽງ​ຄົນ​ດຽວ​ໃນ​ກຸ່ມ, ໃຫ້​ກຸ່ມ​ນັ້ນ​ສົນ​ທະ​ນາ​ຫລັກ​ທຳ​ການ​ຮຽນ​ຮູ້​ໃນ​ພາ​ສາ​ອັງ​ກິດ​ທີ່​ງ່າຍໆ ເພື່ອ​ໃຫ້​ທຸກ​ຄົນ​ລວມ​ເຂົ້າ​ນຳ.

ເຮົາ​ຈະ​ຊ່ວຍ​ຜູ້​ຮຽນ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ມື້​ໄດ້​ແນວ​ໃດ?

ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ, ຜູ້​ຮຽນ​ຈຳ​ເປັນ​ຕ້ອງ​ພັດ​ທະ​ນາ​ນິ​ໄສ​ການ​ຝຶກ​ຝົນ​ທຸກ​ວັນ. ຊຸກ​ຍູ້​ຜູ້​ຮຽນ​ໃຫ້​ສ້າງ​ນິ​ໄສ​ນີ້ ໂດຍ​ການ​ຫາ​ວິ​ທີ​ງ່າຍໆ​ເພື່ອ​ປະ​ສົມ​ປະ​ສານ​ພາ​ສາ​ອັງ​ກິດ​ເຂົ້າ​ກັບ​ກິດ​ຈະ​ກຳ​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ (ເບິ່ງ​ພາກ “ການ​ຝຶກ​ຝົນ​ທຸກ​ວັນ”). ຍົກ​ຕົວ​ຢ່າງ, ຜູ້​ຮຽນ​ສາ​ມາດ​ເລືອກ​ຊົມ​ລາຍ​ການ ຫລື ຟັງ​ເພງ​ເປັນ​ພາ​ສາ​ອັງ​ກິດ​ໄດ້. ທ່ານ​ສາ​ມາດ​ຊຸກ​ຍູ້​ຜູ້​ຮຽນ​ໃຫ້​ໃຊ້​ລາຍ​ການ​ແນວ​ຄິດ ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ທຸກ​ວັນ ຊຶ່ງ​ຢູ່​ຫລັງ “Personal Study Tracker” ໃນ​ເບື້ອງ​ຕົ້ນ​ຂອງ​ຄູ່​ມື​ຜູ້​ຮຽນ. ໃຊ້​ລາຍ​ການ​ນີ້​ເພື່ອ​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ຜູ້​ຮຽນ​ຊອກ​ຫາ​ວິ​​ທີ​ທີ່​ສ້າງ​ສັນ ແລະ ມີ​ຄວາມ​ໝາຍ ໃນ​ການ​ຝຶກ​ຝົນ​ທຸກ​ວັນ.

ລະ​ຫວ່າງ​ການ​ປະ​ຊຸມ​ກຸ່ມ, ໃຫ້​ເຊື້ອ​ເຊີນ​ຜູ້​ຮຽນ​ໃຫ້​ສຶກ​ສາ ແລະ ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ ແລະ ຕິດ​ຕາມ​ຜົນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ. ທ່ານ​ອາດ​ຂໍ​ໃຫ້​ຜູ້​ຮຽນ​ສອງ​ສາມ​ຄົນ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ໃນ​ການ​ຝຶກ​ຝົນ​ທຸກ​ວັນ. ທ່ານ​ອາດ​ພິ​ຈາ​ລະ​ນາ​ທີ່​ຈະ​ສ້າງ​ພື້ນ​ທີ່​ອອນ​ລາຍ, ເຊັ່ນ ກຸ່ມ​ສົນ​ທະ​ນາ, ສຳ​ລັບ​ຜູ້​ຮຽນ​ໃນ​ກຸ່ມ. ປຶກ​ສາ​ກັບ​ຜູ້​ນຳ​ຂອງ​ທ່ານ​ເພື່ອ​ຊອກ​ຫາ​ວິ​ທີ​ທີ່​ເໝາະ​ສົມ ເພື່ອ​ຊ່ວຍ​ໃຫ້​ກຸ່ມ​ເຊື່ອມ​ຕໍ່​ລະ​ຫວ່າງ​ອາ​ທິດ ຜ່ານ​ທາງ​ການ​ສົ່ງ​ຂໍ້​ຄວາມ​ກຸ່ມ ແລະ ວິ​ທີ​ອື່ນໆ. ທ່ານ​ສາ​ມາດ​ສະ​ໜັບ​ສະ​ໜູນ​ຜູ້​ຮຽນ ຂະ​ນະ​ທີ່​ເຂົາ​ເຈົ້າ​ເຮັດ​ວຽກ​ງານ​ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ, ແຕ່​ຈົ່ງ​ຈື່​ຈຳ​ວ່າ, ເຂົາ​ເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ຕົນ​ເອງ.

ເຮົາ​ຈະ​ຈັດ​ກຸ່ມ EnglishConnect ໄດ້​ແນວ​ໃດ?

ປຶກ​ສາ​ກັບ​ຜູ້​ນຳ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ ເພື່ອ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ການ​ຈັດ ແລະ ການ​ດຳ​ເນີນ​ກຸ່ມ EnglishConnect. ຕາມ​ຫລັກ​ການ​ແລ້ວ, ຄູ​ສອນ​ຜູ້​ໃຫຍ່​ສອງ​ຄົນ​ຈະ​ຖືກ​ມອບ​ໝາຍ​ໃຫ້​ແຕ່​ລະ​ກຸ່ມ. ໃຫ້​ພິ​ຈາ​ລະ​ນາ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຮຽນ ແລະ ຄວາມ​ສາ​ມາດ​ໃນ​ທ້ອງ​ຖິ່ນ ເມື່ອ​ທ່ານ​ເລືອກ​ສະ​ຖານ​ທີ່, ຕາ​ຕະ​ລາງ​ເວ​ລາ, ແລະ ຈັງ​ຫວະ​ຄວາມ​ໄວ.

ການ​ປະ​ຊຸມ​ກຸ່ມ EnglishConnect ຈະ​ໃຊ້​ເວ​ລາ​ດົນ​ປານ​ໃດ?

ບົດ​ຮຽນ EnglishConnect ມີ​ໄລ​ຍະ​ເວ​ລາ​ຈາກ 60 ເຖິງ 90 ນາ​ທີ. ປະ​ຕິ​ບັດ​ຕາມ​ຊ່ວງ​ເວ​ລາ​ທີ່​ລະ​ບຸ​ໄວ້​ສຳ​ລັບ​ແຕ່​ລະ​ກິດ​ຈະ​ກຳ. ຢ່າ​ລຶບ​ກິດ​ຈະ​ກຳ​ໃດໆ; ພຽງ​ແຕ່​ໃຊ້​ເວ​ລາ​ຕ່ຳ​ສຸດ​ທີ່​ແນະ​ນຳ​ສຳ​ລັບ​ການ​ປະ​ຊຸມ​ກຸ່ມ​ທີ່​ສັ້ນ​ກວ່າ ແລະ ໃຊ້​ເວ​ລາ​ດົນ​ກວ່າ​ທີ່​ແນະ​ນຳ ຖ້າ​ເວ​ລາ​ເອື້ອ​ອຳ​ນວຍ.

ໝາຍ​ເຫດ: ປຶກ​ສາ​ກັບ​ຜູ້​ທີ່​ດູ​ແລ​ໂປຣ​ແກຣມ ແລະ ພິ​ຈາ​ລະ​ນາ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຮຽນ ແລະ ຄວາມ​ສາ​ມາດ​ໃນ​ທ້ອງ​ຖິ່ນ ຂະ​ນະ​ທີ່​ທ່ານ​ທຳ​ການ​ຕັດ​ສິນ​ໃຈ​ເຫລົ່າ​ນີ້.

ກຸ່ມ​ຂອງ​ເຮົາ​ຄວນ​ປະ​ຊຸມ​ກັນ​ເລື້ອຍ​ປານ​ໃດ?

ໂດຍ​ທົ່ວ​ໄປ​ແລ້ວ, ກຸ່ມ​ຈະ​ພົບ​ກັນ​ອາ​ທິດ​ລະ​ຄັ້ງ. ຖ້າ​ຕ້ອງ​ການ, ກຸ່ມ​ສາ​ມາດ​ພົບ​ກັນ​ເລື້ອຍ​ຂຶ້ນ. ເພື່ອ​ໃຫ້​ການ​ປະ​ຊຸມ​ກຸ່ມ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ທີ່​ສຸດ, ຜູ້​ຮຽນ​ຕ້ອງ​ມີ​ເວ​ລາ​ພຽງ​ພໍ​ລະ​ຫວ່າງ​ການ​ປະ​ຊຸມ ເພື່ອ​ເຮັດ​ພາກ “Personal Study” ໃຫ້​ສຳ​ເລັດ.

EnglishConnect 1 ແລະ 2 ແຕ່​ລະ​ຢ່າງ​ມີ 25 ບົດ​ຮຽນ. ຖ້າ​ຫາກ​ກຸ່ມ​ພົບ​ກັນ​ອາ​ທິດ​ລະ​ຄັ້ງ, ຈະ​ຕ້ອງ​ໃຊ້​ເວ​ລາ​ຫົກ​ເດືອນ​ຈຶ່ງ​ຈະ​ສຳ​ເລັດ​ໜຶ່ງ​ລະ​ດັບ. ຖ້າ​ຫາກ​ກຸ່ມ​ພົບ​ກັນ​ອາ​ທິດ​ລະ​ສອງ​ຄັ້ງ, ຈະ​ໃຊ້​ເວ​ລາ​ສາມ​ເດືອນ. ຖ້າ​ຕ້ອງ​ການ, ທ່ານ​ສາ​ມາດ​ແບ່ງ​ໂປຣ​ແກຣມ​ອອກ​ເປັນ​ສ່ວນ​ນ້ອຍໆ ຫລື ໂມ​ດູນ​ຕ່າງໆ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ຈະ​ເລືອກ​ເລີ່ມ​ຕົ້ນ​ກຸ່ມ​ທີ່​ຈະ​ປະ​ຊຸມ​ພຽງ​ສາມ​ເດືອນ ອາ​ທິດ​ລະ​ຄັ້ງ ເພື່ອ​ສຳ​ເລັດ​ໝວດ​ທີ 1 ເຖິງ 3. ການ​ໃຊ້​ແນວ​ທາງ​ນີ້​ສາ​ມາດ​ຊ່ວຍ​ຜູ້​ຮຽນ​ຍຶດ​ຢູ່​ກັບ​ຄວາມ​ມຸ່ງ​ໝັ້ນ.

ໝາຍ​ເຫດ: ເມື່ອ​ກຳ​ນົດ​ເວ​ລາ​ການ​ປະ​ຊຸມ​ກຸ່ມ​ທີ່​ບໍ່​ໄດ້​ເລີ່ມ​ຕົ້ນ​ດ້ວຍ​ໝວດ​ທີ 1, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ເລີ່ມ​ຕາ​ຕະ​ລາງ​ເວ​ລາ​ບົດ​ຮຽນ​ຂອງ​ກຸ່ມ ດ້ວຍ​ບົດ​ຮຽນ​ທີ 1. ສິ່ງ​ນີ້​ຈະ​ຊ່ວຍ​ປະ​ຖົມ​ນິ​ເທດ​ຜູ້​ຮຽນ​ກ່ຽວ​ກັບ​ວິ​ທີ​ໃຊ້​ຄູ່​ມື. ປຶກ​ສາ​ກັບ​ຜູ້​ທີ່​ດູ​ແລ​ໂປຣ​ແກຣມ ແລະ ພິ​ຈາ​ລະ​ນາ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຮຽນ ແລະ ຄວາມ​ສາ​ມາດ​ໃນ​ທ້ອງ​ຖິ່ນ ຂະ​ນະ​ທີ່​ທ່ານ​ທຳ​ການ​ຕັດ​ສິນ​ໃຈ​ເຫລົ່າ​ນີ້.

ເຮົາ​ສາ​ມາດ​ສິດ​ສອນ​ຫລາຍ​ກວ່າ​ໜຶ່ງ​ບົດ​ຮຽນ​ໃນ​ການ​ປະ​ຊຸມ​ກຸ່ມ​ໄດ້​ຫລື​ບໍ່?

ຖ້າ​ຕ້ອງ​ການ, ກຸ່ມ​ສາ​ມາດ​ກວມ​ຫລາຍ​ກວ່າ​ໜຶ່ງ​ບົດ​ຮຽນ​ລະ​ຫວ່າງ​ການ​ປະ​ຊຸມ​ກຸ່ມ. ເພື່ອ​ໃຫ້​ການ​ປະ​ຊຸມ​ກຸ່ມ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ທີ່​ສຸດ, ຜູ້​ຮຽນ​ຕ້ອງ​ມີ​ເວ​ລາ​ພຽງ​ພໍ​ກ່ອນ​ການ​ປະ​ຊຸມ ເພື່ອ​ເຮັດ​ພາກ “Personal Study” ສຳ​ລັບ​ແຕ່​ລະ​ບົດ​ຮຽນ​ໃຫ້​ຄົບ​ຖ້ວນ.

ເບິ່ງ “ກຸ່ມ​ຂອງ​ເຮົາ​ຄວນ​ປະ​ຊຸມ​ກັນ​ເລື້ອຍ​ປານ​ໃດ?” ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຕາ​ຕະ​ລາງ​ບົດ​ຮຽນ ແລະ ຈັງ​ຫວະ​ຄວາມ​ໄວ.

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ ຜູ້​ຮຽນ​ຄວນ​ເຂົ້າ​ຮ່ວມ EnglishConnect ລະ​ດັບ​ໃດ?

EnglishConnect 1 ຮຽກ​ຮ້ອງ​ຄວາມ​ຮູ້​ໃນ​ພາ​ສາ​ແມ່​ຂອງ​ບຸກ​ຄົນ ແລະ ຄວາມ​ສາ​ມາດ​ໃນ​ການ​ອ່ານ​ຕົວ​ອັກ​ສອນ​ອັງ​ກິດ ແລະ ຄຳ​ສັບ​ພາ​ສາ​ອັງ​ກິດ​ຂັ້ນ​ພື້ນ​ຖານ. EnglishConnect 2 ແມ່ນ​ສຳ​ລັບ​ຜູ້​ຮຽນ​ທີ່​ສາ​ມາດ​ເວົ້າ​ປະ​ໂຫຍກ​ພື້ນ​ຖານ ແລະ ຕອບ​ຄຳ​ຖາມ​ພື້ນ​ຖານ​ເປັນ​ພາ​ສາ​ອັງ​ກິດ. ໃນ​ການ​ຕັດ​ສິນ​ໃຈ​ຖ້າ​ຫາກ​ວ່າ​ຜູ້​ຮຽນ​ຄວນ​ເຂົ້າ​ຮ່ວມ EnglishConnect 1 ຫລື EnglishConnect 2, ທ່ານ​ສາ​ມາດ​ໃຊ້​ການ​ສຳ​ພາດ​ຄວາມ​ສາ​ມາດ​ທາງ​ການ​ເວົ້າ​ປາກ​ເປົ່າ​ໃນ ພາກ​ຫ້ອຍ​ທ້າຍ ຂ.

EnglishConnect 3 ເປັນ​ຫລັກ​ສູດ​ລະ​ດັບ​ປານ​ກາງ​ທີ່​ຊ່ວຍ​ໃຫ້​ຜູ້​ຮຽນ​ພັດ​ທະ​ນາ​ທັກ​ສະ​ພາ​ສາ​ອັງ​ກິດ​ທາງ​ວິ​ຊາ​ການ. ເພື່ອ​ທີ່​ຈະ​ເຂົ້າ​ຮ່ວມ EnglishConnect 3, ຜູ້​ຮຽນ​ຕ້ອງ​ສະ​ໝັກ ແລະ ໄດ້​ຄະ​ແນນ​ຕາມ​ຄຸນ​ສົມ​ບັດ​ໃນ​ການ​ສອບ​ວັດ​ລະ​ດັບ. ຜູ້​ຮຽນ​ສາ​ມາດ​ສະ​ໝັກ​ໄດ້​ທີ່ englishconnect.org/join.

EnglishConnect 3 ແມ່ນ​ຫຍັງ?

EnglishConnect ມີ​ຫລາຍ​ລະ​ດັບ ເພື່ອ​ຊ່ວຍ​ໃຫ້​ຜູ້​ເຂົ້າ​ຮ່ວມ​ກ້າວ​ໜ້າ. EnglishConnect 1 ແລະ 2 ຊ່ວຍ​ໃຫ້​ຜູ້​ຮຽນ​ພັດ​ທະ​ນາ​ທັກ​ສະ​ພາ​ສາ​ອັງ​ກິດ​ຂັ້ນ​ພື້ນ​ຖານ. EnglishConnect 3 ເປັນ​ຫລັກ​ສູດ​ລະ​ດັບ​ປານ​ກາງ​ທີ່​ຊ່ວຍ​ໃຫ້​ຜູ້​ຮຽນ​ພັດ​ທະ​ນາ​ທັກ​ສະ​ພາ​ສາ​ອັງ​ກິດ​ທາງ​ວິ​ຊາ​ການ. ມັນ​ຊ່ວຍ​ໃຫ້​ຜູ້​ຮຽນ​ກຽມ​ພ້ອມ​ສຳ​ລັບ BYU–Pathway Worldwide. (ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ BYU–Pathway Worldwide ທີ່ byupathway.org.)

EnglishConnect 3 ເປັນ​ຫລັກ​ສູດ​ອອນ​ລາຍ​ລາ​ຄາ​ປະ​ຢັດ ທີ່​ມີ​ການ​ຮວບ​ຮວມ​ການ​ສົນ​ທະ​ນາ​ອອນ​ລາຍ ຫລື ໃນ​ອາ​ຄານ​ປະ​ຊຸມ​ໃນ​ທ້ອງ​ຖິ່ນ. EnglishConnect 3 ລວມ​ດ້ວຍ​ແຫລ່ງ​ຊ່ວຍ​ເຫລືອ​ການ​ຮຽນ​ຮູ້​ອອນ​ລາຍ ພ້ອມ​ກັບ​ຄວາມ​ຄິດ​ຄວາມ​ເຫັນ​ໃນ​ການ​ຟັງ, ການ​ເວົ້າ, ການ​ອ່ານ, ແລະ ການ​ຂຽນ. ຜູ້​ຮຽນ​ສາ​ມາດ​ກ້າວ​ໜ້າ​ໃນ​ຫລັກ​ສູດ​ຕາມ​ຈັງ​ຫວະ​ຄວາມ​ໄວ​ຂອງ​ຕົນ​ເອງ. ຜູ້​ຮຽນ​ສາ​ມາດ​ເຂົ້າ​ຮ່ວມ EnglishConnect 3 ຊ້ຳ​ໄດ້​ຫລາຍໆ​ຄັ້ງ​ຕາມ​ຄວາມ​ຕ້ອງ​ການ ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ. ການ​ສຳ​ເລັດ EnglishConnect 3 ຊ່ວຍ​ໃຫ້​ຜູ້​ຮຽນ​ຖືກ​ຍົກ​ເວັ້ນ​ຈາກ​ການ​ປະ​ເມີນ​ພາ​ສາ​ອັງ​ກິດ ເມື່ອ​ສະ​ໝັກ​ເຂົ້າ​ຮຽນ​ທີ່ BYU–Pathway Worldwide.

ເພື່ອ​ກຽມ​ພ້ອມ​ສຳ​ລັບ EnglishConnect 3, ຜູ້​ຮຽນ​ຄວນ​ສຳ​ເລັດ EnglishConnect 1 ແລະ 2—ລວມ​ທັງ​ກິດ​ຈະ​ກຳ​ໃນ​ປຶ້ມ​ບົດ​ຝຶກ​ຫັດ, ໂດຍ​ສະ​ເພາະ​ກິດ​ຈະ​ກຳ​ການ​ອ່ານ ແລະ ການ​ຂຽນ. ຊຸກ​ຍູ້​ຜູ້​ຮຽນ EnglishConnect 2 ໃຫ້​ສະ​ໝັກ​ເຂົ້າ​ຮ່ວມ EnglishConnect 3 ທີ່ englishconnect.org/join.

EnglishConnect 3 ນຳ​ສະ​ເໜີ​ຜ່ານ​ທາງ BYU–Pathway Worldwide ໂດຍ​ຮ່ວມ​ມື​ກັບ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ ແລະ ຜູ້​ສອນ​ສາດ​ສະ​ໜາ​ຝ່າຍ​ໃຫ້​ບໍ​ລິ​ການ​ຂອງ​ສາດ​ສະ​ໜາ​ຈັກ. ຜູ້​ນຳ​ທີ່​ສົນ​ໃຈ​ສາ​ມາດ​ເຮັດ​ວຽກ​ງານ​ກັບ​ຜູ້​ຈັດ​ການ​ສະ​ຫວັດ​ດີ​ການ ແລະ ການ​ກຸ້ມ​ຕົນ​ເອງ​ໃນ​ເຂດ​ຂອງ​ເຂົາ​ເຈົ້າ ເພື່ອ​ຈັດ​ໃຫ້​ມີ EnglishConnect 3 ໃນ​ສະ​ຖານ​ທີ່​ຂອງ​ຕົນ.

ເຮົາ​ຈະ​ຊ່ວຍ​ຜູ້​ຮຽນ​ທີ່​ເຂົ້າ​ຮ່ວມ​ກຸ່ມ​ທີ່​ເລີ່ມ​ແລ້ວ​ໄດ້​ແນວ​ໃດ?

ບົດ​ຮຽນ​ໄດ້​ຖືກ​ອອກ​ແບບ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຮຽນ​ສາ​ມາດ​ເຂົ້າ​ຮ່ວມ​ກຸ່ມ EnglishConnect ໄດ້​ທຸກ​ເວ​ລາ. ຖ້າ​ຫາກ​ຜູ້​ຮຽນ​ຢາກ​ເຂົ້າ​ຮ່ວມ​ຫລັງ​ຈາກ​ທີ່​ກຸ່ມ​ໄດ້​ເລີ່ມ​ຕົ້ນ​ແລ້ວ, ກໍ​ໃຫ້​ຕ້ອນ​ຮັບ​ເຂົາ​ເຈົ້າ, ຈັດ​ຫາ EnglishConnect 1 ສຳ​ລັບ​ຜູ້​ຮຽນ ຫລື EnglishConnect 2 ສຳ​ລັບ​ຜູ້​ຮຽນ ໃຫ້​ເຂົາ​ເຈົ້າ (ຫລື​ ສະ​ແດງ​ໃຫ້​ເຂົາ​ເຈົ້າ​ຮູ້​ວິ​ທີ​ເຂົ້າ​ເຖິງ​ຄູ່​ມື ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ), ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ສ່ວນ​ຮ່ວມ. ທ່ານ ຫລື ຜູ້​ຮຽນ​ຄົນ​ອື່ນ​ສາ​ມາດ​ຊ່ວຍ​ຜູ້​ຮຽນ​ໃໝ່​ປະ​ສົມ​ປະ​ສານ​ເຂົ້າ​ກັບ​ກຸ່ມ​ໄດ້ ໂດຍ​ການ​ສະ​ແດງ​ໃຫ້​ເຂົາ​ເຈົ້າ​ຮູ້​ຈັກ​ວິ​ທີ​ກຽມ​ພ້ອມ​ສຳ​ລັບ​ບົດ​ຮຽນ​ຕໍ່​ໄປ. ພ້ອມ​ນີ້, ຜູ້​ຮຽນ​ສາ​ມາດ​ເລືອກ​ຮຽນ​ຊ້ຳ​ລະ​ດັບ​ເດີມ ຖ້າ​ຫາກ​ເຂົາ​ເຈົ້າ​ຕ້ອງ​ການ​ຝຶກ​ຝົນ​ຕື່ມ​ອີກ.

ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ຫາກ​ຜູ້​ຮຽນ​ພາດ​ການ​ປະ​ຊຸມ​ກຸ່ມ ຫລື ຢຸດ​ມາ?

ບາງ​ຄັ້ງ​ຜູ້​ຮຽນ​ກໍ​ມີ​ຄວາມ​ທ້າ​ທາຍ​ທີ່​ເຮັດ​ໃຫ້​ຫຍຸ້ງ​ຍາກ​ທີ່​ຈະ​ເຂົ້າ​ຮ່ວມ​ກຸ່ມ, ແລະ ເຂົາ​ເຈົ້າ​ມັກ​ຈະ​ລັງ​ເລ​ໃຈ​ທີ່​ຈະ​ກັບ​ຄືນ​ມາ ເພາະ​ຄວາມ​ອັບ​ອາຍ ຫລື ຄວາມ​ຢ້ານ​ກົວ. ເຂົາ​ເຈົ້າ​ອາດ​ສັນ​ນິ​ຖານ​ວ່າ ເຂົາ​ເຈົ້າ​ໄດ້​ພາດ​ຫລາຍ​ເກີນ​ໄປ ແລະ ຕາມ​ບໍ່​ທັນ. ໃຫ້​ເອື້ອມ​ອອກ​ໄປ ແລະ ເຊື້ອ​ເຊີນ​ຜູ້​ຮຽນ​ທີ່​ຂາດ​ຮຽນ​ໃຫ້​ມາ​ຮ່ວມ​ບົດ​ຮຽນ​ຄັ້ງ​ຕໍ່​ໄປ ບໍ່​ວ່າ​ເຂົາ​ເຈົ້າ​ໄດ້​ພາດ​ຈັກ​ເທື່ອ​ກໍ​ຕາມ. ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ໃຫ້​ກຳ​ລັງ​ໃຈ. ຮັບ​ຮອງ​ກັບ​ເຂົາ​ເຈົ້າ​ວ່າ EnglishConnect ໄດ້​ຖືກ​ອອກ​ແບບ​ເພື່ອ​ວ່າ​ຜູ້​ຮຽນ​ຈະ​ສາ​ມາດ​ກັບ​ມາ​ເຂົ້າ​ຮ່ວມ​ໄດ້​ທຸກ​ເວ​ລາ. ຜູ້​ຮຽນ​ສາ​ມາດ​ເລີ່ມ​ຕົ້ນ​ໃໝ່ ໂດຍ​ການ​ເຂົ້າ​ຮ່ວມ​ກຸ່ມ ແລະ ກຽມ​ພ້ອມ​ສຳ​ລັບ​ບົດ​ຮຽນ​ຄັ້ງ​ຕໍ່​ໄປ. ພິ​ຈາ​ລະ​ນາ​ທີ່​ຈະ​ເຊື້ອ​ເຊີນ​ສະ​ມາ​ຊິກ​ກຸ່ມ​ໜຶ່ງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ ໃຫ້​ຕິດ​ຕໍ່​ຫາ​ຜູ້​ຮຽນ​ທີ່​ຂາດ ແລະ ສະ​ແດງ​ການ​ສະ​ໜັບ​ສະ​ໜູນ.

ໝາຍ​ເຫດ: ຢ່າ​ເປີດ​ເຜີຍ​ຂໍ້​ມູນ​ຕິດ​ຕໍ່​ສ່ວນ​ຕົວ​ຂອງ​ບຸກ​ຄົນ ໂດຍ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ເປັນ​ລາຍ​ລັກ​ອັກ​ສອນ​ຈາກ​ເຂົາ​ເຈົ້າ.

ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ຮຽນ​ທີ່​ຮຽນ​ຊ້າ​ກວ່າ​ຄົນ​ອື່ນ​ໃນ​ກຸ່ມ​ໄດ້​ແນວ​ໃດ?

ຜູ້​ຮຽນ​ບາງ​ຄົນ​ຕ້ອງ​ການ​ເວ​ລາ​ຫລາຍ​ຂຶ້ນ​ເພື່ອ​ຈະ​ເຂົ້າ​ໃຈ ແລະ ເວົ້າ​ພາ​ສາ. ຜູ້​ຮຽນ​ເຫລົ່າ​ນີ້​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ທີ່​ສຸດ​ຈາກ​ການ​ສຳ​ເລັດ​ພາກ “Personal Study” ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມ​ກຸ່ມ​ສົນ​ທະ​ນາ​ແຕ່​ລະ​ຄັ້ງ. ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຝຶກ​ຄຳ​ສັບ ແລະ ແບບ​ແຜນ​ປະ​ໂຫຍກ​ກ່ອນ​ກຸ່ມ​ຈະ​ພົບ​ກັນ. ລະ​ຫວ່າງ​ບົດ​ຮຽນ, ໃຫ້​ຈັບ​ຄູ່​ຜູ້​ຮຽນ​ເຫລົ່າ​ນີ້​ກັບ​ຜູ້​ຮຽນ​ຄົນ​ອື່ນໆ ທີ່​ສາ​ມາດ​ໃຫ້​ກຳ​ລັງ​ໃຈ ແລະ ສະ​ໜັບ​ສະ​ໜູນ​ໄດ້. ຊຸກ​ຍູ້​ຜູ້​ຮຽນ​ທຸກ​ຄົນ​ໃຫ້​ເຮັດ​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ເຂົາ​ເຈົ້າ​ຈະ​ສາ​ມາດ​ເຮັດ​ໄດ້ ແລະ ຍອມ​ຮັບ​ຄວາມ​ຜິດ​ພາດ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຂະ​ບວນ​ການ​ຮຽນ​ຮູ້. ທ່ານ​ຍັງ​ອາດ​ເລືອກ​ທີ່​ຈະ​ທົບ​ທວນ ແລະ ເຮັດ​ກິດ​ຈະ​ກຳ​ຊ້ຳ​ໄດ້. ເຕືອນ​ຜູ້​ຮຽນ​ທຸກ​ຄົນ​ວ່າ ການ​ສຳ​ເລັດ​ພາກ “Personal Study” ກ່ອນ​ການ​ເຂົ້າ​ຮ່ວມ​ກຸ່ມ​ສົນ​ທະ​ນາ​ຄັ້ງ​ຕໍ່​ໄປ ມີ​ຄວາມ​ສຳ​ຄັນ​ຕໍ່​ຄວາມ​ກ້າວ​ໜ້າ​ຂອງ​ເຂົາ​ເຈົ້າ.

ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ຮຽນ​ທີ່​ຮຽນ​ໄວ​ໄດ້​ແນວ​ໃດ?

ຂະ​ນະ​ທີ່​ທ່ານ​ມີ​ສ່ວນ​ຮ່ວມ​ກັບ​ຜູ້​ຮຽນ, ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ບາງ​ຄົນ​ເຂົ້າ​ໃຈ​ດີ ແລະ ສາ​ມາດ​ສຳ​ເລັດ​ກິດ​ຈະ​ກຳ​ຝຶກ​ຫັດ​ໄດ້​ຢ່າງ​ງ່າຍ​ດາຍ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ທ້າ​ທາຍ​ຜູ້​ຮຽນ​ເຫລົ່າ​ນີ້​ໃຫ້​ຮຽນ​ຮູ້​ຢ່າງ​ເລິກ​ເຊິ່ງ ໂດຍ​ການ​ໃສ່​ລາຍ​ລະ​ອຽດ​ເພີ່ມ​ເຕີມ ຫລື ເຮັດ​ກິດ​ຈະ​ກຳ​ດຽວ​ກັນ​ໃນ​ບໍ​ລິ​ບົດ​ທີ່​ແຕກ​ຕ່າງ. ຍົກ​ຕົວ​ຢ່າງ, ເມື່ອ​ຜູ້​ຮຽນ​ກຳ​ລັງ​ຝຶກ​ຊ້ອມ​ການ​ພົບ​ປະ​ບາງ​ຄົນ, ຂໍ​ໃຫ້​ເຂົາ​ເຈົ້າ​ຝຶກ​ຊ້ອມ​ການ​ພົບ​ກັບ​ເພື່ອນ​ໃໝ່ ຫລື ເຈົ້າ​ນາຍ​ໃໝ່. ຜູ້​ຮຽນ​ເຫລົ່າ​ນີ້​ຍັງ​ສາ​ມາດ​ເສີມ​ສ້າງ​ຄວາມ​ຮູ້​ພາ​ສາ​ອັງ​ກິດ​ຢ່າງ​ແຂງ​ຂັນ ໂດຍ​ການ​ສະ​ໜັບ​ສະ​ໜູນ​ຜູ້​ຮຽນ​ທີ່​ກຳ​ລັງ​ຮຽນ​ໃນ​ຈັງ​ຫວະ​ຄວາມ​ໄວ​ທີ່​ຊ້າ​ກວ່າ. ຜູ້​ຮຽນ​ທຸກ​ຄົນ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສິດ​ສອນ​ໝູ່​ເພື່ອນ ແລະ ຊ່ວຍ​ຄົນ​ອື່ນ​ໃຫ້​ຝຶກ​ຄຳ​ສັບ ແລະ ຮູບ​ແບບ​ໃນ​ພາ​ສາ​ອັງ​ກິດ.

ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ຮຽນ​ທີ່​ມີ​ຄວາມ​ສາ​ມາດ​ໃນ​ການ​ເວົ້າ​ພາ​ສາ​ອັງ​ກິດ​ທີ່​ຕ່າງ​ກັນ​ໄດ້​ແນວ​ໃດ?

ການ​ມີ​ຜູ້​ຮຽນ​ທີ່​ມີ​ລະ​ດັບ​ຄວາມ​ສາ​ມາດ​ໃນ​ການ​ເວົ້າ​ພາ​ສາ​ອັງ​ກິດ​ຕ່າງ​ກັນ ເປັນ​ເລື່ອງ​ປົກ​ກະ​ຕິ ແລະ ເປັນ​ໂອ​ກາດ​ທີ່​ເຂົາ​ເຈົ້າ​ຈະ​ຊ່ວຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ. ການ​ຊ່ວຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ​ສາ​ມາດ​ສົ່ງ​ເສີມ​ການ​ຜູກ​ມິດ ແລະ ການ​ເຕີບ​ໂຕ​ໄດ້. ທຸກ​ຄົນ​ມີ​ສິ່ງ​ທີ່​ຈະ​ນຳ​ສະ​ເໜີ. ຍົກ​ຕົວ​ຢ່າງ, ຜູ້​ຮຽນ​ບາງ​ຄົນ​ອາດ​ຈະ​ຊ່ວຍ​ໃຫ້​ຜູ້​ອື່ນ​ຮູ້​ສຶກ​ໝັ້ນ​ໃຈ​ໄດ້ ເພາະ​ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຜິດ​ພາດ. ຈັບ​ຄູ່​ຜູ້​ຮຽນ​ໃນ​ຮູບ​ແບບ​ຕ່າງໆ. ທ່ານ​ສາ​ມາດ​ຈັບ​ຄູ່​ຜູ້​ຮຽນ​ກັບ​ຜູ້​ທີ່​ມີ​ລະ​ດັບ​ໃກ້​ຄຽງ​ກັນ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ຂະ​ຫຍາຍ​ຄວາມ​ສາ​ມາດ​ນຳ​ກັນ. ຫລື ທ່ານ​ສາ​ມາດ​ຈັບ​ຄູ່​ຜູ້​ຮຽນ​ກັບ​ບາງ​ຄົນ​ໃນ​ລະ​ດັບ​ທີ່​ແຕກ​ຕ່າງ​ໄດ້. ຜູ້​ຮຽນ​ລະ​ດັບ​ທີ່​ຕ່ຳ​ກວ່າ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ຄິດ​ຄວາມ​ເຫັນ ແລະ ການ​ສະ​ໜັບ​ສະ​ໜູນ. ຜູ້​ຮຽນ​ລະ​ດັບ​ທີ່​ສູງ​ກວ່າ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສິດ​ສອນ​ໝູ່​ເພື່ອນ ແລະ ການ​ອະ​ທິ​ບາຍ​ເປັນ​ພາ​ສາ​ອັງ​ກິດ. ຈົ່ງ​ຈື່​ຈຳ​ວ່າ, ການ​ມີ​ກຸ່ມ​ທີ່​ມີ​ຄວາມ​ສາ​ມາດ​ດ້ານ​ການ​ເວົ້າ​ພາ​ສາ​ອັງ​ກິດ​ຕ່າງ​ກັນ ເປັນ​ເລື່ອງ​ປົກ​ກະ​ຕິ ແລະ ສາ​ມາດ​ເປັນ​ໂອ​ກາດ​ທີ່​ດີ​ເລີດ​ສຳ​ລັບ​ຜູ້​ຮຽນ ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຊ່ວຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ.

ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຜູ້​ຮຽນ​ຖາມ​ຄຳ​ຖາມ​ກ່ຽວ​ກັບ​ຫລັກ​ໄວ​ຍະ​ກອນ?

ແທນ​ທີ່​ຈະ​ສອນ​ຫລັກ​ໄວ​ຍະ​ກອນ​ຍາວໆ ຫລື ໃຊ້​ເວ​ລາ​ຫລາຍ​ເວົ້າ​ເຖິງ​ກົດ​ເກນ, ໃຫ້​ຊີ້​ບອກ​ຜູ້​ຮຽນ​ຫັນ​ກັບ​ມາ​ທີ່​ຮູບ​ແບບ​ຕ່າງໆ. ຜູ້​ຮຽນ​ຈະ​ຫລີກ​ເວັ້ນ​ຈາກ​ຄວາມ​ຜິດ​ພາດ​ຫລາຍ​ຢ່າງ ໂດຍ​ການ​ປະ​ຕິ​ບັດ​ຕາມ​ຮູບ​ແບບ. ມັນ​ຈະ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ ໂດຍ​ການ​ຝຶກ​ພາ​ສາ ແທນ​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ພາ​ສາ. ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ຫລັກ​ໄວ​ຍະ​ກອນ​ຄວນ​ລຽບ​ງ່າຍ, ສັ້ນໆ, ແລະ ນຳ​ໄປ​ປະ​ຕິ​ບັດ​ໄດ້. ຖ້າ​ຫາກ​ທ່ານ​ສິດ​ສອນ​ຫລັກ​ທຳ, ໃຫ້​ຍົກ​ປະ​ໂຫຍກ​ຕົວ​ຢ່າງ ແລະ ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ຝຶກ​ປະ​ໂຫຍກ​ໃຊ້​ຫລັກ​ທຳ. ຜູ້​ຮຽນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ທີ່​ສຸດ​ຈາກ​ການ​ໄດ້​ຍິນ ແລະ ການ​ຝຶກ​ພາ​ສາ​ອັງ​ກິດ.

ເຮົາ​ຄວນ​ແກ້​ໄຂ​ການ​ອອກ​ສຽງ​ຫລື​ບໍ່?

ຢ່າ​ໃຊ້​ເວ​ລາ​ຫລາຍ​ໃນ​ການ​ແກ້​ໄຂ​ການ​ອອກ​ສຽງ. ເຕືອນ​ຜູ້​ຮຽນ​ວ່າ​ການ​ເຂົ້າ​ໃຈ​ນັ້ນ​ສຳ​ຄັນ​ກວ່າ​ການ​ອອກ​ສຽງ​ທີ່​ສົມ​ບູນ​ແບບ. ຊຸກ​ຍູ້​ຜູ້​ຮຽນ​ໃຫ້​ຝຶກ​ການ​ອອກ​ສຽງ​ໃນ​ລະ​ຫວ່າງ​ການ​ສຶກ​ສາ​ສ່ວນ​ຕົວ ເພື່ອ​ຈະ​ໄດ້​ຝຶກ​ຝົນ​ຕາມ​ຈັງ​ຫວະ​ຄວາມ​ໄວ​ຂອງ​ຕົນ​ເອງ. ຈົ່ງ​ຮູ້​ໄວ້​ວ່າ ຖ້າ​ຫາກ​ຜູ້​ຮຽນ​ກັງ​ວົນ​ຫລາຍ​ເກີນ​ໄປ​ກ່ຽວ​ກັບ​ການ​ອອກ​ສຽງ, ເຂົາ​ເຈົ້າ​ອາດ​ຈະ​ລັງ​ເລ​ທີ່​ຈະ​ຝຶກ​ການ​ສົນ​ທະ​ນາ. ຊຸກ​ຍູ້​ຜູ້​ຮຽນ​ໃຫ້​ໃຊ້​ໂມ​ດູນ​ການ​ອອກ​ສຽງ​ອອນ​ລາຍ ທີ່ englishconnect.org/learner/resources.

ເຮົາ​ຈະ​ລົງ​ທະ​ບຽນ ແລະ ຈັດ​ການ​ກຸ່ມ EnglishConnect ຂອງ​ເຮົາ​ໄດ້​ແນວ​ໃດ?

ໃຊ້​ເຄື່ອງ​ມື QuickReg (quickreg.englishconnect.org) ເພື່ອ​ລົງ​ທະ​ບຽນ ແລະ ຈັດ​ການ​ກຸ່ມ EnglishConnect ຂອງ​ທ່ານ. QuickReg ເປັນ​ເຄື່ອງ​ມື​ລົງ​ທະ​ບຽນ​ກຸ່ມ ທີ່​ຈັດ​ຂຶ້ນ​ໂດຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ທ່ານ​ສາ​ມາດ​ໃຊ້ QuickReg ເພື່ອ:

  • ສ້າງ​ກຸ່ມ: ເລືອກ​ວັນ​ທີ, ເວ​ລາ, ແລະ ສະ​ຖານ​ທີ່​ຂອງ​ກຸ່ມ​ທ່ານ.

  • ຈັດ​ການ​ກຸ່ມ: ເບິ່ງ​ຂໍ້​ມູນ​ຜູ້​ເຂົ້າ​ຮ່ວມ ແລະ ອັບ​ເດດ​ຂໍ້​ມູນ​ກຸ່ມ.

  • ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ເຂົ້າ​ຮ່ວມ: ກຸ່ມ​ຂອງ​ທ່ານ​ຈະ​ປະ​ກົດ​ອອນ​ລາຍ ທີ່ englishconnect.org/join. ທ່ານ​ສາ​ມາດ​ແບ່ງ​ປັນ​ລິ້ງ ເພື່ອ​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ລົງ​ທະ​ບຽນ​ສຳ​ລັບ​ກຸ່ມ​ຂອງ​ທ່ານ.

  • ແຈກ​ຢາຍ​ໃບ​ຮັບ​ຮອງ: ໃນ​ທ້າຍ​ກຸ່ມ​ຂອງ​ທ່ານ, ທ່ານ​ສາ​ມາດ​ເຂົ້າ​ເຖິງ ແລະ ພິມ​ໃບ​ຮັບ​ຮອງ.

ຜູ້​ຮຽນ​ຈະ​ໄດ້​ຮັບ​ໃບ​ຮັບ​ຮອງ EnglishConnect ໄດ້​ແນວ​ໃດ?

EnglishConnect 1 ແລະ 2: ເມື່ອ​ກຸ່ມ​ສິ້ນ​ສຸດ​ລົງ, ຜູ້​ຮຽນ​ສາ​ມາດ​ໄດ້​ຮັບ​ໃບ​ຮັບ​ຮອງ​ການ​ເຂົ້າ​ຮ່ວມ​ໄດ້. ຜູ້​ນຳ, ຜູ້​ຊ່ຽວ​ຊານ, ຫລື ຄູ​ສອນ​ສາ​ມາດ​ແຈກ​ຢາຍ​ໃບ​ຮັບ​ຮອງ. ບາງ​ປະ​ເທດ​ອາດ​ບໍ່​ອະ​ນຸ​ຍາດ​ໃຫ້​ແຈກ​ຢາຍ​ໃບ​ຮັບ​ຮອງ EnglishConnect. ກະ​ລຸ​ນາ​ກວດ​ສອບ​ຂໍ້​ກຳ​ນົດ​ທາງ​ກົດ​ໝາຍ​ໃນ​ທ້ອງ​ຖິ່ນ ກ່ອນ​ທີ່​ຈະ​ມອບ​ໃບ​ຮັບ​ຮອງ (ເບິ່ງ englishconnect.org/leader/approved-locations).

ໝາຍ​ເຫດ: ໃນ​ການ​ເຂົ້າ​ເຖິງ ແລະ ແຈກ​ຢາຍ​ໃບ​ຮັບ​ຮອງ, ກຸ່ມ​ຂອງ​ທ່ານ​ຈະ​ຕ້ອງ​ລົງ​ທະ​ບຽນ​ໃນ​ເຄື່ອງ​ມື QuickReg ທີ່ quickreg.englishconnect.org. (ເບິ່ງ “ເຮົາ​ຈະ​ລົງ​ທະ​ບຽນ ແລະ ຈັດ​ການ​ກຸ່ມ EnglishConnect ຂອງ​ເຮົາ​ໄດ້​ແນວ​ໃດ?” ໃນ​ພາກ FAQ ນີ້.)

EnglishConnect 3: ຜູ້​ຮຽນ​ສາ​ມາດ​ໄດ້​ຮັບ​ໃບ​ຮັບ​ຮອງ​ການ​ສຳ​ເລັດ​ຫລັກ​ສູດ ເມື່ອ​ສຳ​ເລັດ​ລະ​ດັບ​ທີ່​ກຳ​ນົດ​ໃນ​ຫລັກ​ສູດ. ການ​ສຳ​ເລັດ EnglishConnect 3 ຊ່ວຍ​ໃຫ້​ຜູ້​ຮຽນ​ຖືກ​ຍົກ​ເວັ້ນ​ຈາກ​ການ​ປະ​ເມີນ​ພາ​ສາ​ອັງ​ກິດ ເມື່ອ​ສະ​ໝັກ​ເຂົ້າ​ທີ່ BYU–Pathway Worldwide.