“ເຮົາຈະສາມາດປັບປຸງການສິດສອນຂອງເຮົາໄດ້ແນວໃດ?,” EnglishConnect ສຳລັບຄູສອນ (2023)
“ເຮົາຈະສາມາດປັບປຸງການສິດສອນຂອງເຮົາໄດ້ແນວໃດ?,” EnglishConnect ສຳລັບຄູສອນ
ເຮົາຈະສາມາດປັບປຸງການສິດສອນຂອງເຮົາໄດ້ແນວໃດ?
ເຊັ່ນດຽວກັນກັບຜູ້ຮຽນຈະພັດທະນາຂຶ້ນເມື່ອເວລາຜ່ານໄປ, ທ່ານກໍຈະເພີ່ມຄວາມໝັ້ນໃຈ ແລະ ປັບປຸງເມື່ອເວລາຜ່ານໄປເຊັ່ນກັນ. ພຣະຜູ້ເປັນເຈົ້າຈະສະໜັບສະໜູນທ່ານ ຂະນະທີ່ທ່ານຮັບໃຊ້ຜູ້ຮຽນຢູ່ໃນກຸ່ມຂອງທ່ານ. ພຣະອົງຈະສິດສອນທ່ານ “ເທື່ອລະບັນທັດ, ເປັນຂໍ້ເລັກໆໜ້ອຍໆ” (2 ນີໄຟ 28:30). ໄວ້ວາງໃຈວ່າພຣະບິດາເທິງສະຫວັນຈະຊ່ວຍທ່ານ ຂະນະທີ່ທ່ານສະແຫວງຫາພຣະວິນຍານ ແລະ ໃຊ້ຄວາມພະຍາຍາມເພື່ອປັບປຸງ.
ຍຸດທະສາດໃນການສອນພາສາ
ຂ້າງລຸ່ມແມ່ນຍຸດທະສາດບາງຢ່າງໃນການສອນພາສາອັງກິດ. ຕ່າງຈາກຫ້ອງຮຽນພາສາທີ່ສຸມໃສ່ການສອນຫລັກໄວຍະກອນ, ການຝຶກຄຳສັບ, ຫລື ການຝຶກຝົນການອອກສຽງ, ກຸ່ມສົນທະນາ EnglishConnect ຈະສຸມໃສ່ເລື່ອງການຊ່ວຍໃຫ້ຜູ້ຮຽນໃຊ້ພາສາໃນທາງທີ່ມີຄວາມໝາຍ. ຂະນະທີ່ທ່ານນຳໃຊ້ຍຸດທະສາດເຫລົ່ານີ້, ທ່ານຈະສາມາດຊ່ວຍຜູ້ຮຽນໄດ້ດີຫລາຍຂຶ້ນ.
ເວົ້າພາສາອັງກິດ
ການເວົ້າພາສາອັງກິດຊ່ວຍໃຫ້ຜູ້ຮຽນກ້າວໜ້າ ແລະ ເປັນວິທີສຳຄັນໃນການສະແຫວງຫາຂອງປະທານທາງດ້ານພາສາ. ຈົ່ງເຮັດໃຫ້ດີທີ່ສຸດ ເພື່ອເວົ້າພຽງແຕ່ພາສາອັງກິດ ແລະ ເຊື້ອເຊີນຜູ້ຮຽນໃຫ້ເຮັດເຊັ່ນດຽວກັນ. ໃຊ້ຄຳສັບງ່າຍໆ ແລະ ປະໂຫຍກສັ້ນໆ. ເວົ້າຊ້າໆ ແລະ ເວົ້າຊ້ຳຄຳເກົ່າ ແລະ ວະລີເກົ່າຕາມທີ່ຕ້ອງການ. ຫລັງຈາກທີ່ທ່ານຖາມຄຳຖາມ, ໃຫ້ເວລາຜູ້ຮຽນຫລາຍພໍທີ່ຈະຄິດ ແລະ ຕອບ. ໃຊ້ຄຳສັບ ແລະ ແບບແຜນທີ່ຜູ້ຮຽນກຳລັງຝຶກຢູ່. ຂະນະທີ່ທ່ານນຳພາກິດຈະກຳ, ທ່ານສາມາດແນະນຳຜູ້ຮຽນໃຫ້ອ່ານຄຳແນະນຳກິດຈະກຳທີ່ຖືກແປ ຊຶ່ງມີຢູ່ໃນຄູ່ມືຜູ້ຮຽນ EnglishConnect.
ສາທິດກິດຈະກຳ
ການສະແດງໃຫ້ຜູ້ຮຽນເຫັນວ່າຕ້ອງເຮັດຫຍັງ ມັກຈະມີປະໂຫຍດຫລາຍກວ່າການບອກເຂົາເຈົ້າວ່າຕ້ອງເຮັດຫຍັງ. ໃຊ້ຕົວຢ່າງການສົນທະນາໃນຕອນຕົ້ນຂອງແຕ່ລະກິດຈະກຳ ເພື່ອຈຳລອງສິ່ງທີ່ຜູ້ຮຽນຈະເຮັດຂະນະຝຶກຝົນ. ທ່ານສາມາດຫລິ້ນໄດ້ທັງສອງບົດບາດໃນການສົນທະນາ, ຫລື ທ່ານສາມາດຂໍໃຫ້ຜູ້ຮຽນຊ່ວຍທ່ານສາທິດກໍໄດ້.
ຊຸກຍູ້ການສົນທະນາ
ຜູ້ຮຽນຈະໄດ້ຮັບຄວາມໝັ້ນໃຈ ແລະ ຮຽນຮູ້ໄດ້ໄວເມື່ອເຂົາເຈົ້າຝຶກຝົນການໃຊ້ພາສາ. ບໍ່ຕ້ອງກັງວົນກັບການແກ້ໄຂທຸກຂໍ້ທີ່ຜິດພາດ, ພຽງຊ່ວຍໃຫ້ຜູ້ຮຽນມີສ່ວນຮ່ວມໃນການສົນທະນາກໍພໍ. ຈັດເວລາຂອງທ່ານ ເພື່ອໃຫ້ໃຊ້ເວລາສ່ວນໃຫຍ່ຂອງກຸ່ມໃນການສົນທະນາກັບຄູ່.
ສະໜັບສະໜູນການເຮັດຊ້ຳ
ການຝຶກຝົນຊ້ຳໆຈະສ້າງຄວາມໝັ້ນໃຈ ແລະ ຄວາມຄ່ອງແຄ້ວ. ຊຸກຍູ້ຜູ້ຮຽນໃຫ້ປ່ຽນຄູ່ ແລະ ຝຶກຝົນອີກຄັ້ງ. ການປ່ຽນຄູ່ເຮັດໃຫ້ຜູ້ຮຽນມີໂອກາດທີ່ຈະຟັງ ແລະ ເວົ້າສິ່ງໃໝ່ໆຫລາຍຂຶ້ນ. ເມື່ອຜູ້ຮຽນໃຊ້ສິ່ງທີ່ເຂົາເຈົ້າຮູ້ກັບຫລາຍໆຄົນ, ມັນຈະຊ່ວຍໃຫ້ເຂົາເຈົ້າເສີມຄວາມແຂງແກ່ນໃຫ້ກັບສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້. ມັນຍັງຈະເພີ່ມຄວາມໝັ້ນໃຈ ແລະ ສົ່ງເສີມການຜູກມິດຂອງເຂົາເຈົ້ານຳອີກ.
ເສີມພະລັງຜູ້ຮຽນ
ຜູ້ຮຽນຕ້ອງຮູ້ສຶກເຖິງຄວາມຮັກ ແລະ ການຊຸກຍູ້ຂອງທ່ານ. ຊ່ວຍຜູ້ຮຽນໃຫ້ເອົາຊະນະຄວາມຢ້ານກົວ ໂດຍການສະເຫລີມສະຫລອງທຸກໆຄວາມພະຍາຍາມໃນການເວົ້າພາສາອັງກິດ. ສັງເກດ ແລະ ມີສ່ວນຮ່ວມກັບແຕ່ລະກຸ່ມ ແລະ ຟັງຂະນະທີ່ຜູ້ຮຽນກຳລັງຝຶກຊ້ອມນຳກັນ. ຍ້ອງຍໍເຂົາເຈົ້າເລື້ອຍໆ. ຝຶກຊ້ອມກັບເຂົາເຈົ້າ ແລະ ຊ່ວຍໃຫ້ເຂົາເຈົ້າປະສົບຄວາມສຳເລັດ. ຊີ້ໃຫ້ເຫັນວິທີການທັງໝົດ ທີ່ເຂົາເຈົ້າກຳລັງຮຽນຮູ້ ແລະ ປັບປຸງ. ເມື່ອທ່ານຮັກ ແລະ ຊຸກຍູ້ຜູ້ຮຽນ, ທ່ານຈະສ້າງສະພາບແວດລ້ອມແຫ່ງສັດທາ, ການຜູກມິດ, ແລະ ການເຕີບໂຕ.
ການປັບປຸງການເປັນຄູສອນໃຫ້ເປັນເໝືອນດັ່ງພຣະຄຣິດ
ໃນຖານະຄູສອນ EnglishConnect, ທ່ານມີໂອກາດພິເສດທີ່ຈະປະຕິບັດສາດສະໜາກິດຕໍ່ຄົນອື່ນ. ຫລັກທຳຂອງການສິດສອນເໝືອນພຣະຄຣິດນຳໃຊ້ກັບທ່ານໄດ້. ທ່ານສາມາດຮຽນຮູ້ ແລະ ນຳໃຊ້ຫລັກທຳຈາກແຫລ່ງ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ (2022). ພາຍໃຕ້ການຊີ້ນຳຂອງຜູ້ນຳຖານະປະໂລຫິດຂອງທ່ານ, ທ່ານສາມາດເຂົ້າຮ່ວມການປະຊຸມສະພາຄູສອນໄດ້. ທ່ານສາມາດປະເມີນເປັນໄລຍະໆໄດ້ເຊັ່ນກັນວ່າທ່ານກຳລັງເຮັດຫຍັງຢູ່ ແລະ ລະບຸດ້ານທີ່ທ່ານສາມາດປັບປຸງໄດ້ ໂດຍການໃຊ້ “ການປັບປຸງການເປັນຄູສອນໃຫ້ເປັນເໝືອນດັ່ງພຣະຄຣິດ—ການປະເມີນສ່ວນບຸກຄົນ” (ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 37). ຮັບຮູ້ສິ່ງທີ່ທ່ານເຮັດໄດ້ດີ. ລະບຸດ້ານທີ່ທ່ານຕ້ອງການປັບປຸງ ແລະ ວາງແຜນສະເພາະເຈາະຈົງ ເພື່ອນຳໃຊ້ສິ່ງທີ່ທ່ານກຳລັງຮຽນຮູ້.
ຈື່ຈຳວ່າ, ສິ່ງສຳຄັນທີ່ສຸດທີ່ທ່ານເຮັດໄດ້ຄື ຮັກຜູ້ຮຽນ ແລະ ສະແຫວງຫາການຊົງນຳຈາກພຣະວິນຍານ ຂະນະທີ່ທ່ານສົ່ງເສີມສັດທາ, ການຜູກມິດ, ແລະ ການເຕີບໂຕ.