ການ​ຮຽນ​ພາ​ສາ​ອັງ​ກິດ
ຜູ້​ຮຽນ​ເຮັດ​ຫຍັງ?


“ຜູ້​ຮຽນ​ເຮັດ​ຫຍັງ?,” EnglishConnect ສຳ​ລັບ​ຄູ​ສອນ (2023)

“ຜູ້​ຮຽນ​ເຮັດ​ຫຍັງ?,” EnglishConnect ສຳ​ລັບ​ຄູ​ສອນ

ຊາຍ ແລະ ຍິງ​ສຶກ​ສາ​ຈາກ​ຄູ່​ມື EnglishConnect ລະ​ຫວ່າງ​ກຸ່ມ​ສົນ​ທະ​ນາ

ຜູ້​ຮຽນ​ເຮັດ​ຫຍັງ?

ໃນ​ຖາ​ນະ​ຄູ​ສອນ EnglishConnect, ທ່ານ​ຕ້ອງ​ເຂົ້າ​ໃຈ​ສິ່ງ​ທີ່​ຜູ້​ຮຽນ​ຈະ​ເຮັດ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ. ຜູ້​ຮຽນ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຫລາຍ​ທີ່​ສຸດ ເມື່ອ​ເຮັດ​ກິດ​ຈະ​ກຳ​ການ​ຮຽນ​ສ່ວນ​ຕົວ, ເຂົ້າ​ຮ່ວມ​ກຸ່ມ​ສົນ​ທະ​ນາ, ແລະ ພັດ​ທະ​ນາ​ນິ​ໄສ​ການ​ຝຶກ​ຝົນ​ພາ​ສາ​ອັງ​ກິດ​ທຸກ​ວັນ. ແຕ່​ລະ​ບົດ​ຮຽນ​ໃນ EnglishConnect 1 ສຳ​ລັບ​ຜູ້​ຮຽນ ແລະ EnglishConnect 2 ສຳ​ລັບ​ຜູ້​ຮຽນ ຖືກ​ແຍກ​ເປັນ​ສອງ​ພາກ: “Personal Study” (ການ​ສຶກ​ສາ​ສ່ວນ​ຕົວ) ແລະ “Conversation Group” (​ກຸ່ມ​ສົນ​ທະ​ນາ). ທົບ​ທວນ “ຄຳ​ນຳ” ໃນ​ຄູ່​ມື​ຜູ້​ຮຽນ EnglishConnect ເພື່ອ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ປະ​ສົບ​ການ​ຂອງ​ຜູ້​ຮຽນ.

ຮູບ​ອະ​ທິ​ບາຍ​ສະ​ແດງວ່າ ການ​ສຶກ​ສາ​ສ່ວນ​ຕົວ ແລະ ກຸ່ມ​ສົນ​ທະ​ນາ​ເປັນ​ຂະ​ບວນ​ການ​ທີ່​ໝູນ​ວຽນ

ສະ​ແຫວງ​ຫາ​ການ​ຮຽນ​ຮູ້​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ

ຮາກ​ຖານ​ຂອງ​ປະ​ສົບ​ການ EnglishConnect ແມ່ນ​ເພື່ອ​ຊ່ວຍ​ຜູ້​ຮຽນ​ໃຫ້ “ສະ​ແຫວງ​ຫາ​ການ​ຮຽນ​ຮູ້, ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ​ນຳ​ອີກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:118). ທຸກ​ບົດ​ຮຽນ​ໃນ EnglishConnect ມີ​ສູນ​ກາງ​ຢູ່​ທີ່​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້. ສິ່ງ​ເຫລົ່າ​ນີ້​ຄື​ຫລັກ​ທຳ​ທາງ​ວິນ​ຍານ ທີ່​ຊ່ວຍ​ໃຫ້​ເຮົາ​ເພິ່ງ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຮົາ​ໃນ​ການ​ຮຽນ​ຮູ້ ແລະ ສິດ​ສອນ. ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ສັກ​ກະ​ຍະ​ພາບ​ທີ່​ແທ້​ຈິງ​ຂອງ​ເຮົາ ແລະ ຄວາມ​ສາ​ມາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ​ຊ່ວຍ​ເຮົາ. ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້​ທີ່​ເຮົາ​ຈະ​ສຶກ​ສາ ແລະ ເປັນ​ຕົວ​ຢ່າງ ໃນ​ປະ​ສົບ​ການ EnglishConnect ແມ່ນ​ລວມ​ທັງ:

ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ພ້ອມ​ດ້ວຍ​ສັກ​ກະ​ຍະ​ພາບ ແລະ ຈຸດ​ປະ​ສົງ​ນິ​ລັນ​ດອນ.

(ເບິ່ງ ໂຣມ 8:16–17; “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ.”)

ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ ຂະ​ນະ​ທີ່​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ.

(ເບິ່ງ ຟີ​ລິບ​ປອຍ 4:13; ອີ​ເທີ 12:27; ໂມ​ໂຣ​ໄນ 7:33.)

ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ

ເຮົາ​ມີ​ອຳ​ນາດ​ທີ່​ຈະ​ເລືອກ, ແລະ ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຮົາ​ເອງ.

(ເບິ່ງ 2 ນີ​ໄຟ 2:14, 16; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:27–28.)

ຮັກ ແລະ ສິດ​ສອນ​ຊຶ່ງ​ກັນ​ແລະ​ກັນ

ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ພຣະ​ວິນ​ຍານ​ສັກ​ສິດ ຂະ​ນະ​ທີ່​ເຮົາ​ຮັກ, ສິດ​ສອນ, ແລະ ຮຽນ​ຮູ້​ກັບ​ຄົນ​ອື່ນ.

(ເບິ່ງ ໂຢ​ຮັນ 13:34–35; ໂຢ​ຮັນ 14:26–27; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:106; 88:77, 122–23.)

ດຳ​ເນີນ​ໄປ​ໜ້າ

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ດຳ​ເນີນ​ໄປ​ໜ້າ ເຖິງ​ແມ່ນ​ຕ້ອງ​ປະ​ເຊີນ​ກັບ​ອຸ​ປະ​ສັກ​ກໍ​ຕາມ.

(ເບິ່ງ 2 ນີ​ໄຟ 31:20; 32:9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:41–42.)

ປຶກ​ສາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ

ເຮົາ​ພັດ​ທະ​ນາ​ການ​ຮຽນ​ຮູ້​ຂອງ​ເຮົາ ໂດຍ​ການ​ປຶກ​ສາ​ກັບ​ພຣະ​ເຈົ້າ​ທຸກ​ວັນ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ.

(ເບິ່ງ ສຸ​ພາ​ສິດ 3:5–6; ມັດ​ທາຍ 7:7–8; ແອວ​ມາ 37:37.)

ການ​ສຶກ​ສາ​ສ່ວນ​ຕົວ

ກ່ອນ​ເຂົ້າ​ຮ່ວມ​ກຸ່ມ​ສົນ​ທະ​ນາ, ຜູ້​ຮຽນ​ຈະ​ສຳ​ເລັດ​ພາກ “Personal Study” (ການ​ສຶກ​ສາ​ສ່ວນ​ຕົວ) ໃນ​ຄູ່​ມື​ຜູ້​ຮຽນ​ກ່ອນ. ໃນ​ພາກ​ນີ້, ຜູ້​ຮຽນ​ຈະ​ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້, ທ່ອງ​ຈຳ​ຄຳ​ສັບ, ແລະ ຝຶກ​ຝົນ​ການ​ໃຊ້​ແບບ​ແຜນ​ປະ​ໂຫຍກ.

ການ​ທ່ອງ​ຈຳ​ຄຳ​ສັບ ແລະ ການ​ຝຶກ​ຝົນ​ແບບ​ແຜນ​ເປັນ​ກິດ​ຈະ​ກຳ​ທີ່​ດີ​ທີ່​ສຸດ​ໃນ​ການ​ສຶກ​ສາ​ສ່ວນ​ຕົວ. ສິ່ງ​ນີ້​ເຮັດ​ໃຫ້​ຜູ້​ຮຽນ​ສາ​ມາດ​ສ້າງ​ແນວ​ຄິດ​ໄດ້​ດ້ວຍ​ຈັງ​ຫວະ​ຄວາມ​ໄວ​ຂອງ​ຕົນ​ເອງ.

ກຸ່ມ​ສົນ​ທະ​ນາ

ໃນ​ກຸ່ມ​ສົນ​ທະ​ນາ, ຜູ້​ຮຽນ​ຈະ​ສຳ​ເລັດ​ກິດ​ຈະ​ກຳ “Conversation Group” (ກຸ່ມ​ສົນ​ທະ​ນາ) ໃນ​ຄູ່​ມື​ຜູ້​ຮຽນ. ການ​ເຮັດ​ວຽກ​ເປັນ​ກຸ່ມ​ນ້ອຍ ຫລື ເປັນ​ຄູ່, ຜູ້​ຈະ​ຮຽນ​ສົນ​ທະ​ນາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້, ທົບ​ທວນ​ຄຳ​ສັບ ແລະ ແບບ​ແຜນ​ປະ​ໂຫຍກ, ແລະ ຝຶກ​ການ​ສົນ​ທະ​ນາ. ກິດ​ຈະ​ກຳ​ແຕ່​ລະ​ຢ່າງ​ກະ​ກຽມ​ຜູ້​ຮຽນ​ສຳ​ລັບ​ກິດ​ຈະ​ກຳ​ຄັ້ງ​ຕໍ່​ໄປ. ໃນ​ທ້າຍ​ຂອງ​ກຸ່ມ​ສົນ​ທະ​ນາ​ແຕ່​ລະ​ຄັ້ງ, ຜູ້​ຮຽນ​ຈະ​ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ຕົນ ແລະ ຕັ້ງ​ເປົ້າ​ໝາຍ​ສຳ​ລັບ​ການ​ຝຶກ​ຝົນ​ທຸກ​ວັນ.

ການ​ຝຶກ​ຝົນ​ທຸກ​ວັນ

ເພື່ອ​ຮຽນ​ພາ​ສາ​ອັງ​ກິດ​ໄດ້​ດີ​ທີ່​ສຸດ, ຜູ້​ຮຽນ​ຕ້ອງ​ພັດ​ທະ​ນາ​ນິ​ໄສ​ຂອງ​ການ​ຝຶກ​ຝົນ​ທຸກ​ວັນ. ເພື່ອ​ສ້າງ​ນິ​ໄສ​ນີ້, ຜູ້​ຮຽນ​ຕ້ອງ​ຊອກ​ຫາ​ວິ​ທີ​ທີ່​ຈະ​ປະ​ສົມ​ປະ​ສານ​ພາ​ສາ​ອັງ​ກິດ​ເຂົ້າ​ໃນ​ກິດ​ຈະ​ກຳ​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ. ຍົກ​ຕົວ​ຢ່າງ, ເມື່ອ​ເຂົາ​ເຈົ້າ​ຟັງ​ເພງ, ເຂົາ​ເຈົ້າ​ສາ​ມາດ​ຟັງ​ເປັນ​ພາ​ສາ​ອັງ​ກິດ. ຜູ້​ຮຽນ​ຍັງ​ສາ​ມາດ​ສົນ​ທະ​ນາ​ພາ​ສາ​ອັງ​ກິດ​ແບບ​ງ່າຍໆ​ຢູ່​ບ້ານ, ຢູ່​ບ່ອນ​ທຳ​ງານ, ຫລື ຢູ່​ໂບດ​ນຳ​ອີກ. (ເບິ່ງ ແນວ​ຄິດ​ເພີ່ມ​ເຕີມ​ໃນ​ພາກ “ຄຳ​ແນະ​ນຳ​ການ​ສຶກ​ສາ” ໃນ​ຄູ່​ມື​ຜູ້​ຮຽນ EnglishConnect.) ສິ່ງ​ສຳ​ຄັນ​ໃນ​ການ​ຝຶກ​ຝົນ​ທຸກ​ວັນ ຄື​ການ​ຊ່ວຍ​ໃຫ້​ຜູ້​ຮຽນ​ຊອກ​ຫາ​ວິ​ທີ​ທີ່​​ຈະ​ໃຊ້​ພາ​ສາ​ອັງ​ກິດ ໃນ​ຊີ​ວິດ​ປະ​ຈຳ​ວັນ​ຕາມ​ປົກ​ກະ​ຕິ.

ໃນ​ສ່ວນ​ໜຶ່ງ​ຂອງ​ການ​ຝຶກ​ຝົນ​ທຸກ​ວັນ, ຜູ້​ຮຽນ​ສາ​ມາດ​ສຳ​ເລັດ​ພາກ “Personal Study” (ການ​ສຶກ​ສາ​ສ່ວນ​ຕົວ) ທີ່​ກ່ຽວ​ຂ້ອງ ໃນ​ຄູ່​ມື​ຜູ້​ຮຽນ. ເຂົາ​ເຈົ້າ​ກໍ​ສາ​ມາດ​ສຳ​ເລັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ຜົນ​ທາງ​ອອນ​ລາຍ​ໄດ້​ທີ່ englishconnect.org/learner/resources ແລະ ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 1 ແລະ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.