“ຍິນດີຕ້ອນຮັບສູ່ EnglishConnect,” EnglishConnect ສຳລັບຄູສອນ (2023)
“ຍິນດີຕ້ອນຮັບສູ່ EnglishConnect,” EnglishConnect ສຳລັບຄູສອນ
ຍິນດີຕ້ອນຮັບສູ່ EnglishConnect
ຂໍຂອບໃຈສຳລັບຄວາມເຕັມໃຈຂອງທ່ານທີ່ຈະຮັບໃຊ້ເປັນຄູສອນ EnglishConnect. ພວກເຮົາຫວັງວ່າທ່ານຈະຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນຂະນະທີ່ທ່ານຮັບໃຊ້. ການຊ່ວຍຄົນອື່ນຮຽນພາສາອັງກິດ ສາມາດຂະຫຍາຍໂອກາດຂອງເຂົາເຈົ້າທາງການສຶກສາ, ການງານ, ແລະ ການຮັບໃຊ້. ຄວາມພະຍາຍາມຂອງທ່ານຈະເປັນພອນໃຫ້ແກ່ຊີວິດຂອງຜູ້ຮຽນໃນເວລານີ້ ແລະ ໃນອະນາຄົດ.
ຂະນະທີ່ທ່ານສະແຫວງຫາການຊີ້ນຳ ແລະ ຄວາມເຂັ້ມແຂງຈາກພຣະເຈົ້າ, ພຣະອົງຈະຊ່ວຍທ່ານຮັກ ແລະ ຮັບໃຊ້ຜູ້ຮຽນໃນກຸ່ມຂອງທ່ານ. ທ່ານບໍ່ຈຳເປັນຕ້ອງເວົ້າພາສາດຽວກັນກັບຜູ້ທີ່ທ່ານສິດສອນ. ທ່ານບໍ່ຈຳເປັນຕ້ອງເປັນຜູ້ຊ່ຽວຊານໃນພາສາອັງກິດ ຫລື ມີປະສົບການການສິດສອນ ເພື່ອເປັນຜູ້ນຳກຸ່ມ EnglishConnect. ອຸປະກອນ EnglishConnect ມີສິ່ງທີ່ທ່ານຕ້ອງການເພື່ອປະສົບຄວາມສຳເລັດ. ເມື່ອທ່ານສະແຫວງຫາພຣະວິນຍານ ແລະ ນຳພາຜູ້ຮຽນຜ່ານທາງບົດຮຽນດ້ວຍຄວາມຮັກ, ທ່ານຈະສາມາດຊ່ວຍໃຫ້ເຂົາເຈົ້າເຂົ້າໃກ້ຊິດພຣະເຈົ້າຫລາຍຂຶ້ນຜ່ານທາງການຮຽນພາສາອັງກິດ.