“EnglishConnect ແມ່ນຫຍັງ?,” EnglishConnect ສຳລັບຄູສອນ (2023)
“EnglishConnect ແມ່ນຫຍັງ?,” EnglishConnect ສຳລັບຄູສອນ
EnglishConnect ແມ່ນຫຍັງ?
EnglishConnect ເປັນໂປຣແກຣມການຮຽນຮູ້ພາສາອັງກິດ ທີ່ຈັດຂຶ້ນໂດຍສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຈຸດປະສົງຂອງ EnglishConnect ແມ່ນເພື່ອຊ່ວຍໃຫ້ບຸກຄົນພັດທະນາພາສາອັງກິດໃນສະພາບແວດລ້ອມແຫ່ງສັດທາ, ການຜູກມິດ, ແລະ ການເຕີບໂຕ.
EnglishConnect ມີຫລາຍລະດັບ. EnglishConnect 1 ແລະ 2 ຊ່ວຍຜູ້ຮຽນພັດທະນາທັກສະພາສາອັງກິດຂັ້ນພື້ນຖານ. ເບິ່ງ “ຄຳນຳ” ໃນຄູ່ມືຜູ້ຮຽນ EnglishConnect ສຳລັບລາຍລະອຽດເພີ່ມເຕີມ. EnglishConnect 3 ຕຽມຜູ້ຮຽນໃຫ້ພ້ອມສຳລັບໂອກາດທາງວິຊາການ—ໂດຍສະເພາະ BYU–Pathway Worldwide. ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບ BYU–Pathway Worldwide ທີ່ byupathway.org/englishconnect.
EnglishConnect ຈັດເສັ້ນທາງເພື່ອຊ່ວຍໃຫ້ຜູ້ຮຽນກ້າວໜ້າຂະນະທີ່ເຂົາເຈົ້າກະກຽມສຳລັບການງານ, ການສຶກສາ, ແລະ ການຮັບໃຊ້. ຮຽນຮູ້ເພີ່ມເຕີມ ທີ່ englishconnect.org.