“ແມ່ນຫຍັງທີ່ເຮັດໃຫ້ EnglishConnect ມີເອກະລັກ?,” EnglishConnect ສຳລັບຄູສອນ (2023)
“ແມ່ນຫຍັງທີ່ເຮັດໃຫ້ EnglishConnect ມີເອກະລັກ?,” EnglishConnect ສຳລັບຄູສອນ
ແມ່ນຫຍັງທີ່ເຮັດໃຫ້ EnglishConnect ມີເອກະລັກ?
ໃນ EnglishConnect, ເຮົາ “ສະແຫວງຫາການຮຽນຮູ້, ແມ່ນແຕ່ໂດຍການສຶກສາ ແລະ ໂດຍສັດທານຳອີກ” (ຄຳສອນ ແລະ ພັນທະສັນຍາ 88:118). ເຮົາຮ່ວມກັນພັດທະນາທັກສະພາສາອັງກິດ ໃນສະພາບແວດລ້ອມແຫ່ງສັດທາ, ການຜູກມິດ, ແລະ ການເຕີບໂຕ.
ສັດທາ
ໃນ EnglishConnect, ເຮົາກະທຳໃນສັດທາ ເພື່ອສະແຫວງຫາຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ ໃນການຮຽນພາສາອັງກິດ. ເມື່ອເຮົາສະແຫວງຫາຄວາມຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າໃນການຮຽນພາສາອັງກິດ, ເຮົາຈະສາມາດຫຍັບເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ ແລະ ປະສົບກັບອຳນາດທີ່ປີຊາສາມາດຂອງພຣະຜູ້ຊ່ວຍໃຫ້ລອດ. ໃນແຕ່ລະບົດຮຽນ, ເຮົາສຶກສາ ແລະ ນຳໃຊ້ຫລັກທຳການຮຽນຮູ້ທາງວິນຍານ. ພຣະວິນຍານເປັນຄູສອນທີ່ແທ້ຈິງ, ແລະ ເຮົາສາມາດສະແຫວງຫາຂອງປະທານແຫ່ງພຣະວິນຍານເພື່ອຊ່ວຍໃຫ້ເຮົາຮຽນຮູ້, ລວມທັງຂອງປະທານແຫ່ງການເວົ້າພາສາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 46:8–26).
ການຜູກມິດ
ໃນ EnglishConnect, ເຮົາເຊື້ອເຊີນພຣະວິນຍານຂະນະທີ່ເຮົາຮັກ, ສິດສອນ, ແລະ ສະໜັບສະໜູນຊຶ່ງກັນແລະກັນ. ເຮົາສ້າງມິດຕະພາບ ແລະ ຊ່ວຍເຫລືອຊຶ່ງກັນແລະກັນໃຫ້ມີແຮງບັນດານໃຈ. ເຮົາຮ່ວມກັນເພີ່ມຄວາມໝັ້ນໃຈຂອງເຮົາ, ຮຽນຮູ້ຈາກຄວາມຜິດພາດຂອງເຮົາ, ແລະ ສະເຫລີມສະຫລອງຄວາມກ້າວໜ້າຂອງເຮົາ. ເມື່ອເຮົາຮຽນຮູ້ຈາກພຣະວິນຍານ, ເຮົາຈະ “ເຂົ້າໃຈກັນ, ແລະ ຮຽນຮູ້ ແລະ ປິຕິຍິນດີນຳກັນ” (ຄຳສອນ ແລະ ພັນທະສັນຍາ 50:22).
ການເຕີບໂຕ
ໃນ EnglishConnect, ເຮົາເຮັດຫລາຍກວ່າການຮຽນພາສາອັງກິດ; ເຮົາຍັງເພີ່ມຄວາມສາມາດໃນການຮຽນຮູ້ ແລະ ການສິດສອນຂອງເຮົານຳອີກ. ບໍ່ວ່າເຮົາຈະເລີ່ມຕົ້ນຈາກຈຸດໃດ, ເຮົາເຮັດວຽກງານໜັກ ແລະ ເປັນຫຸ້ນສ່ວນກັບພຣະເຈົ້າໃນການບັນລຸເປົ້າໝາຍຂອງເຮົາ. ເຮົາກະທຳດ້ວຍສັດທາເພື່ອຝຶກຝົນພາສາອັງກິດທຸກມື້. ເຮົາພະຍາຍາມຮຽນຮູ້ “ໂດຍການສຶກສາ ແລະ ໂດຍສັດທາ” (ຄຳສອນ ແລະ ພັນທະສັນຍາ 88:118) ໃນທຸກດ້ານຂອງຊີວິດເຮົາ.