“ເຮົາຈະກຽມພ້ອມສຳລັບກຸ່ມສົນທະນາໄດ້ແນວໃດ?,” EnglishConnect ສຳລັບຄູສອນ (2023)
“ເຮົາຈະກຽມພ້ອມສຳລັບກຸ່ມສົນທະນາໄດ້ແນວໃດ?,” EnglishConnect ສຳລັບຄູສອນ
ເຮົາຈະກຽມພ້ອມສຳລັບກຸ່ມສົນທະນາແນວໃດ?
ກຸ່ມສົນທະນາມີຄວາມສຳຄັນຕໍ່ປະສົບການໃນ EnglishConnect. ໃນກຸ່ມສົນທະນາ, ຜູ້ຮຽນມີໂອກາດທີ່ຈະຝຶກການສົນທະນາທີ່ມີຄວາມໝາຍ. ໃນຂະນະທີ່ເຂົາເຈົ້າພົບກັນ, ຜູ້ຮຽນສາມາດໄດ້ຮັບຄວາມໝັ້ນໃຈ, ຮຽນຮູ້ຈາກພຣະວິນຍານ, ແລະ ສະໜັບສະໜູນຊຶ່ງກັນແລະກັນ.
ການເວົ້າພາສາອັງກິດຊ່ວຍໃຫ້ຜູ້ຮຽນກ້າວໜ້າ ແລະ ເປັນວິທີສຳຄັນໃນການສະແຫວງຫາຂອງປະທານທາງດ້ານພາສາ. ທ່ານສາມາດນຳພາກຸ່ມສົນທະນາ ໂດຍການໃຊ້ພາອັງກິດງ່າຍໆ. ຖ້າຫາກຈຳເປັນ, ຜູ້ຮຽນສາມາດເບິ່ງຄຳແປຢູ່ໃນຄູ່ມືຜູ້ຮຽນ EnglishConnect ໃນພາສາແມ່ຂອງເຂົາເຈົ້າ. ຄຳແປມີໃຫ້ສຳລັບຈຸດປະສົງ, ຫລັກທຳຂອງການຮຽນຮູ້, ຄຳສັບ, ແລະ ຄຳແນະນຳ.
ກ່ອນກຸ່ມສົນທະນາຂອງທ່ານຈະພົບກັນ, ໃຫ້ທົບທວນແຕ່ລະພາກໃນຄູ່ມືຜູ້ຮຽນ EnglishConnect. ຂ້າງລຸ່ມແມ່ນຂັ້ນຕອນທີ່ຊ່ວຍທ່ານກຽມພ້ອມ:
-
ອະທິຖານ ແລະ ສະແຫວງຫາຄວາມຊ່ວຍເຫລືອຈາກພຣະເຈົ້າ.
-
ພິຈາລະນາວິທີທີ່ທ່ານຈະສົ່ງເສີມສັດທາ, ການຜູກມິດ, ແລະ ການເຕີບໂຕໃນກຸ່ມ.
-
ເຮົາຈະສາມາດເຊື້ອເຊີນພຣະວິນຍານໄດ້ແນວໃດ?
-
ເຮົາຈະສາມາດຊ່ວຍໃຫ້ຜູ້ຮຽນສະແຫວງຫາ ແລະ ຮັບຮູ້ຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າໄດ້ແນວໃດ?
-
ເຮົາຈະສາມາດຊ່ວຍໃຫ້ຜູ້ຮຽນຮັກ ແລະ ສະໜັບສະໜູນຊຶ່ງກັນແລະກັນໄດ້ແນວໃດ?
-
ເຮົາຈະສາມາດຊ່ວຍຜູ້ຮຽນເວົ້າພາສາອັງກິດ ແລະ ປັບປຸງໄດ້ແນວໃດ?
-
-
ສຶກສາຫລັກທຳຂອງການຮຽນຮູ້.
-
ເຮົາເຄີຍປະສົບຫລັກທຳນີ້ແນວໃດ?
-
ເຮົາຈະສາມາດຊ່ວຍໃຫ້ຜູ້ຮຽນນຳໃຊ້ຫລັກທຳນີ້ໄດ້ແນວໃດ?
-
ເຮົາຈະສາມາດນຳໃຊ້ຫລັກທຳນີ້ໃນການສິດສອນຂອງເຮົາໄດ້ແນວໃດ?
-
-
ທົບທວນຄຳສັບ ແລະ ແບບແຜນ.
-
ເຮົາຈະສາມາດໃຊ້ຄຳສັບ ແລະ ແບບແຜນໃນການສົນທະນາດ້ວຍຄວາມໝັ້ນໃຈໄດ້ແນວໃດ?
-
-
ອ່ານກິດຈະກຳ 1–3.
-
ເຮົາຈະສາທິດແຕ່ລະກິດຈະກຳໄດ້ແນວໃດ?
-
ເຮົາຈະຈັບຄູ່ຜູ້ຮຽນເພື່ອການຝຶກຝົນໄດ້ແນວໃດ?
-
ເຮົາຈະສະໜັບສະໜູນຜູ້ຮຽນຂະນະທີ່ເຂົາເຈົ້າຝຶກຝົນໄດ້ແນວໃດ?
-
-
ທົບທວນພາກ “ປະເມີນ”.
-
ເຮົາຈະຊ່ວຍໃຫ້ຜູ້ຮຽນຮູ້ສຶກປະສົບຄວາມສຳເລັດໄດ້ແນວໃດ?
-
ເຮົາຈະຊ່ວຍໃຫ້ຜູ້ຮຽນໃຊ້ “ບົດຕິດຕາມການສຶກສາສ່ວນຕົວ” ຢູ່ໃນຄູ່ມືຜູ້ຮຽນໄດ້ແນວໃດ?
-
-
ທົບທວນພາກ “ກະທຳດ້ວຍສັດທາເພື່ອຝຶກຝົນພາສາອັງກິດທຸກວັນ”.
-
ເຮົາຈະຊຸກຍູ້ໃຫ້ຜູ້ຮຽນມີສ່ວນຮ່ວມເຮັດພາກ “ການສຶກສາສ່ວນຕົວ” ກ່ອນກຸ່ມຈະພົບກັນ ແລະ ຝຶກຝົນພາສາອັງກິດທຸກວັນໄດ້ແນວໃດ?
-
ເຮົາຈະຊຸກຍູ້ໃຫ້ຜູ້ຮຽນເພິ່ງອາໄສພຣະຜູ້ເປັນເຈົ້າໄດ້ແນວໃດ?
-
ທົບທວນພາກ “ແຫລ່ງຊ່ວຍເຫລືອກຸ່ມ” ໃນຄູ່ມືນີ້. (ແຫລ່ງຊ່ວຍເຫລືອເຫລົ່ານີ້ລວມຢູ່ໃນຄູ່ມືຜູ້ຮຽນ EnglishConnect.) ວາງແຜນວິທີທີ່ທ່ານຈະໃຊ້ແຫລ່ງຊ່ວຍເຫລືອເຫລົ່ານີ້. ພາກ “ວະລີກຸ່ມສົນທະນາ” ມີວະລີງ່າຍໆທີ່ສາມາດຊ່ວຍກຸ່ມໂຕ້ຕອບເປັນພາສາອັງກິດໄດ້. “ການອະທິຖານເປັນພາສາອັງກິດ” ມີແບບແຜນງ່າຍໆເພື່ອຊ່ວຍໃຫ້ຜູ້ຮຽນອະທິຖານເປັນພາສາອັງກິດ. ທ່ານສາມາດເຊື້ອເຊີນຜູ້ເຂົ້າຮ່ວມໃຫ້ທົບທວນພາກນີ້ ເພື່ອກຽມພ້ອມທີ່ຈະອະທິຖານເປີດ ຫລື ປິດ.
ແຫລ່ງຊ່ວຍເຫລືອການສິດສອນ ແລະ ຕົວຢ່າງເພີ່ມເຕີມມີຢູ່ໃນຫ້ອງສະໝຸດພຣະກິດຕິຄຸນ ແລະ ທີ່ englishconnect.org/teacher.
ໝູ່ເພື່ອນຈາກສາດສະໜາອື່ນ
ການສຸມໃສ່ການຮຽນຮູ້ເທິງຮາກຖານສັດທາເປັນສິ່ງໜຶ່ງທີ່ເຮັດໃຫ້ EnglishConnect ມີເອກະລັກ. ທ່ານສາມາດລວມຜູ້ຄົນຈາກພື້ນຖານສາດສະໜາອື່ນໄດ້ ໂດຍການຊ່ວຍເຂົາເຈົ້າສະທ້ອນຄິດວ່າ ຫລັກທຳຂອງການຮຽນຮູ້ອາດນຳໃຊ້ກັບເຂົາເຈົ້າໄດ້. ທ່ານສາມາດໃຊ້ “ຄຳສັບຫລັກທຳຂອງການຮຽນຮູ້” ຢູ່ໃນຄູ່ມືຜູ້ຮຽນ EnglishConnect ເພື່ອຊ່ວຍໃຫ້ເຂົາເຈົ້າເຂົ້າໃຈຄຳສັບຂອງພຣະກິດຕິຄຸນ. ຕາມທີ່ພຣະວິນຍານຊົງນຳ, ໃຫ້ພິຈາລະນາທີ່ຈະເຊື້ອເຊີນເຂົາເຈົ້າໃຫ້ແບ່ງປັນສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້ ຂະນະທີ່ທ່ານສົນທະນາຫລັກທຳຂອງການຮຽນຮູ້. ສະແດງຄວາມເຄົາລົບຕໍ່ຄວາມເຊື່ອຂອງຜູ້ອື່ນ ຂະນະທີ່ແບ່ງປັນສັດທາຂອງທ່ານວ່າ ພຣະເຈົ້າສາມາດຊ່ວຍໃຫ້ເຂົາເຈົ້າຮຽນພາສາອັງກິດ.
ທ່ານສາມາດຊອກຫາແນວຄິດເພີ່ມເຕີມໄດ້ໃນຄຳນຳຂອງຄູ່ມື ຈົ່ງສິດສອນພຣະກິດຕິຄຸນຂອງເຮົາ; ເບິ່ງພາກ “ການໃຊ້ ຈົ່ງສິດສອນພຣະກິດຕິຄຸນຂອງເຮົາ ໂດຍສະມາຊິກຂອງສາດສະໜາຈັກ.”
ການເຮັດວຽກກັບຊາວໜຸ່ມ
EnglishConnect ສາມາດເປັນພອນໃຫ້ແກ່ຊີວິດຂອງຊາວໜຸ່ມ. ສະເຕກ, ຫວອດ, ແລະ ເຂດເຜີຍແຜ່ສາມາດຈັດກຸ່ມສະເພາະແຕ່ຊາວໜຸ່ມເທົ່ານັ້ນ. ຖ້າຫາກກຸ່ມຊາວໜຸ່ມ ແລະ ກຸ່ມຜູ້ໃຫຍ່ລວມເຂົ້າກັນ, ໃຫ້ພິຈາລະນາທີ່ຈະລວມກຸ່ມຊາວໜຸ່ມເຂົ້າກັນເພື່ອເຮັດກິດຈະກຳຝຶກຝົນ.
ຈົ່ງຈື່ຈຳໃຫ້ປະຕິບັດຕາມ ນະໂຍບາຍຂອງສາດສະໜາຈັກໃນການປົກປ້ອງຊາວໜຸ່ມ. ຜູ້ເຍົາ (ອາຍຸ 18 ປີຫລື ຕ່ຳກວ່າ ແລະ ອາໄສຢູ່ທີ່ບ້ານ) ຈະຕ້ອງມີໃບຟອມທີ່ຍິນຍອມຈາກພໍ່ແມ່ ກ່ອນທີ່ຈະເຂົ້າຮ່ວມກຸ່ມ. ໃບຟອມມີໃຫ້ໃນຫລາຍພາສາທາງອອນລາຍທີ່ englishconnect.org/resources/leader. ນອກເໜືອຈາກນີ້ແລ້ວ, ຫລັກສູດ EnglishConnect ຈະຕ້ອງປະຕິບັດຕາມນະໂຍບາຍຂອງສາດສະໜາຈັກ ທີ່ວ່າຜູ້ໃຫຍ່ທີ່ຮັບຜິດຊອບຢ່າງໜ້ອຍສອງຄົນຈະເຂົ້າຮ່ວມການປະຊຸມກຸ່ມສະເໝີ. ທ່ານຕ້ອງປະຕິບັດຕາມນະໂຍບາຍເຫລົ່ານີ້ ເຖິງແມ່ນວ່າກຸ່ມຈະປະຊຸມທາງອອນລາຍກໍຕາມ.