ການ​ຮຽນ​ພາ​ສາ​ອັງ​ກິດ
ບົດ​ບາດ​ຂອງ​ຄູ​ສອນ​ຄື​ຫຍັງ?


“ບົດ​ບາດ​ຂອງ​ຄູ​ສອນ​ຄື​ຫຍັງ?,” EnglishConnect ສຳ​ລັບ​ຄູ​ສອນ (2023)

“ບົດ​ບາດ​ຂອງ​ຄູ​ສອນ​ຄື​ຫຍັງ?,” EnglishConnect ສຳ​ລັບ​ຄູ​ສອນ

ຄູ​ສອນ EnglishConnect ຊ່ວຍ​ຜູ້​ຮຽນ​ສອງ​ຄົນ​ໃນ​ກຸ່ມ EnglishConnect ຂອງ​ເຂົາ​ເຈົ້າ

ບົດ​ບາດ​ຂອງ​ຄູ​ສອນ​ຄື​ຫຍັງ?

ບົດ​ບາດ​ຂອງ​ທ່ານ​ໃນ​ຖາ​ນະ​ຄູ​ສອນ EnglishConnect ຄື​ການ​ຊ່ວຍ​ໃຫ້​ຜູ້​ຮຽນ​ພັດ​ທະ​ນາ​ທັກ​ສະ​ການ​ສົນ​ທະ​ນາ​ພາ​ສາ​ອັງ​ກິດ ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັດ​ທາ, ການ​ຜູກ​ມິດ, ແລະ ການ​ເຕີບ​ໂຕ. ພຣະ​ວິນ​ຍານ​ເປັນ​ຄູ​ສອນ​ທີ່​ແທ້​ຈິງ. ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ຜູ້​ຮຽນ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ, ຮູ້​ສຶກວ່າ​ເຂົາ​ເຈົ້າ​ເປັນ​ພາກ​ສ່ວນ, ແລະ ຮູ້​ສຶກ​ໝັ້ນ​ໃຈ​ວ່າ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເຂົາ​ເຈົ້າ​ຈະ​ສາ​ມາດ​ຮຽນ​ພາ​ສາ​ອັງ​ກິດ​ໄດ້. ທ່ານ​ຈະ​ຊ່ວຍ​ຜູ້​ຮຽນ​ຂະ​ນະ​ທີ່​ທ່ານ​ສຸມ​ໃສ່​ສິ່ງ​ດັ່ງ​ຕໍ່​ໄປ​ນີ້:

ສົ່ງ​ເສີມ​ສັດ​ທາ

ຊຸກ​ຍູ້​ຜູ້​ຮຽນ​ໃຫ້​ສະ​ແຫວງ​ຫາ ແລະ ຮັບ​ຮູ້​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ. ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ນຳ​ໃຊ້​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້ “ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ​ນຳ​ອີກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:118). ຊ່ວຍ​ໃຫ້​ຜູ້​ຮຽນ​ຮັບ​ຮູ້​ຄວາມ​ຮັກ, ອຳ​ນາດ, ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ເຊື້ອ​ເຊີນ​ໃຫ້​ເຂົາ​ເຈົ້າ​ແບ່ງ​ປັນ​ປະ​ສົບ​ການ​ການ​ສ້າງ​ສັດ​ທາ. ແບ່ງ​ປັນ​ປະ​ສົບ​ການ​ຂອງ​ທ່ານ​ກ່ຽວ​ກັບ​ການ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. (ເບິ່ງ​ພາກ “ຊ່ວຍ​ໃຫ້​ຜູ້​ຮຽນ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ” ຈາກ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ [2022].)

ສົ່ງ​ເສີມ​ການ​ຜູກ​ມິດ

ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໂດຍ​ການ​ຊ່ວຍ​ໃຫ້​ຜູ້​ຮຽນ​ຮັກ ແລະ ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ​ແລະ​ກັນ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເປັນ​ມິດ ຊຶ່ງ​ຜູ້​ຮຽນ​ທຸກ​ຄົນ​ຮູ້​ສຶກວ່າ​ຕົນ​ເປັນ​ພາກ​ສ່ວນ. ທຳ​ຄວາມ​ຮູ້​ຈັກ​ກັບ​ຜູ້​ຮຽນ ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ຈັກ​ກັນ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສ້າງ​ຄວາມ​ໝັ້ນ​ໃຈ ຂະ​ນະ​ທີ່​ເຂົາ​ເຈົ້າ​ຝຶກ​ຝົນ, ເຮັດ​ຜິດ​ພາດ, ແລະ ປັບ​ປຸງ​ນຳ​ກັນ. (ເບິ່ງ​ພາກ “ຮັກ​ຜູ້​ທີ່​ທ່ານ​ສິດ​ສອນ” ຈາກ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ [2022].)

ສົ່ງ​ເສີມ​ການ​ເຕີບ​ໂຕ

ຊ່ວຍ​ໃຫ້​ຜູ້​ຮຽນ​ກະ​ທຳ​ດ້ວຍ​ສັດ​ທາ ເພື່ອ​ຝຶກ​ຝົນ​ພາ​ສາ​ອັງ​ກິດ ແລະ ປັບ​ປຸງ. ຜູ້​ຮຽນ​ບາງ​ຄົນ​ອາດ​ຂາດ​ຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ສາ​ມາດ​ທີ່​ຈະ​ຮຽນ​ພາ​ສາ​ອັງ​ກິດ. ທ່ານ​ສາ​ມາດ​ຊ່ວຍ​ໄດ້. ເມື່ອ​ທ່ານ​ເວົ້າ​ພາ​ສາ​ອັງ​ກິດ​ກັບ​ເຂົາ​ເຈົ້າ, ທ່ານ​ສະ​ແດງ​ສັດ​ທາ​ວ່າ ພຣະ​ເຈົ້າ​ສາ​ມາດ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮຽນ​ໄດ້. ຊຸກ​ຍູ້​ໃຫ້​ຜູ້​ຮຽນ​ເວົ້າ​ພາ​ສາ​ອັງ​ກິດ. ຍ້ອງ​ຍໍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ. ຊ່ວຍ​ໃຫ້​ຜູ້​ຮຽນ​ຈື່​ຈຳ​ວ່າ ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຮຽນ​ພາ​ສາ​ອັງ​ກິດ. ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ຕັ້ງ​ເປົ້າ​ໝາຍ ແລະ ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. (ເບິ່ງ​ພາກ “ເຊື້ອ​ເຊີນ​ການ​ຮຽນ​ຮູ້​ທີ່​ພາກ​ພຽນ” ຈາກ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ [2022].)

ບົດ​ບາດ​ຂອງ​ເຮົາ

  • ເຮົາ​ສົ່ງ​ເສີມ​ສັດ​ທາ​ໂດຍ​ການ​ຊ່ວຍ​ໃຫ້​ຜູ້​ຮຽນ​ສະ​ແຫວງ​ຫາ ແລະ ຮັບ​ຮູ້​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ.

  • ເຮົາ​ສົ່ງ​ເສີມ​ການ​ຜູກ​ມິດ ແລະ ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໂດຍ​ການ​ຊ່ວຍ​ໃຫ້​ຜູ້​ຮຽນ​ຮັກ ແລະ ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ​ແລະ​ກັນ.

  • ເຮົາ​ສົ່ງ​ເສີມ​ການ​ເຕີບ​ໂຕ​ໂດຍ​ການ​ຊ່ວຍ​ໃຫ້​ຜູ້​ຮຽນ​ກະ​ທຳ​ໃນ​ສັດ​ທາ ເພື່ອ​ຝຶກ​ພາ​ສາ​ອັງ​ກິດ ແລະ ປັບ​ປຸງ.