ການ​ຮຽນ​ພາ​ສາ​ອັງ​ກິດ
ເຮົາ​ຈະ​ນຳ​ພາ​ກຸ່ມ​ສົນ​ທະ​ນາ​ແນວ​ໃດ?


“ເຮົາ​ຈະ​ນຳ​ພາ​ກຸ່ມ​ສົນ​ທະ​ນາ​ແນວ​ໃດ?,” EnglishConnect ສຳ​ລັບ​ຄູ​ສອນ (2023)

“ເຮົາ​ຈະ​ນຳ​ພາ​ກຸ່ມ​ສົນ​ທະ​ນາ​ແນວ​ໃດ?,” EnglishConnect ສຳ​ລັບ​ຄູ​ສອນ

ຜູ້​ຮຽນ EnglishConnect ທັກ​ທາຍ​ກັນ​ແລະ​ກັນ

ເຮົາ​ຈະ​ນຳ​ພາ​ກຸ່ມ​ສົນ​ທະ​ນາ​ແນວ​ໃດ?

ທ່ານ​ຈະ​ໃຊ້ EnglishConnect 1 ສຳ​ລັບ​ຜູ້​ຮຽນ ຫລື EnglishConnect 2 ສຳ​ລັບ​ຜູ້​ຮຽນ ເພື່ອ​ນຳ​ພາ​ກຸ່ມ. ແຕ່​ລະ​ບົດ​ຮຽນ​ມີ​ຮູບ​ແບບ​ດຽວ​ກັນ​ນີ້:

ຍິນ​ດີ​ຕ້ອນ​ຮັບ: ຍິນ​ດີ​ຕ້ອນ​ຮັບ​ຜູ້​ຮຽນ​ຢ່າງ​ອົບ​ອຸ່ນ ແລະ ແນະ​ນຳ​ຜູ້​ເຂົ້າ​ຮ່ວມ​ໃໝ່. ສ້າງ​ຄວາມ​ຄາດ​ຫວັງ​ວ່າ ທ່ານ​ຈະ​ເວົ້າ​ພາ​ສາ​ອັງ​ກິດ ແລະ ເຊື້ອ​ເຊີນ​ໃຫ້​ທຸກ​ຄົນ​ໃຊ້​ພາ​ສາ​ອັງ​ກິດ​ໃຫ້​ໄດ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ສາ​ມາດ​ເຮັດ​ໄດ້. ແນະ​ນຳ​ຫົວ​ຂໍ້​ບົດ​ຮຽນ​ສັ້ນໆ.

ການ​ອະ​ທິ​ຖານ: ເຊື້ອ​ເຊີນ​ຜູ້​ຮຽນ​ໃຫ້​ອະ​ທິ​ຖານ​ອອກ​ສຽງ. ພະ​ຍາ​ຍາມ​ເລືອກ​ຜູ້​ຮຽນ​ທີ່​ຮູ້​ສຶກ​ສະ​ບາຍ​ໃຈ​ທີ່​ຈະ​ອະ​ທິ​ຖານ​ເປັນ​ພາ​ສາ​ອັງ​ກິດ. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ບຸກ​ຄົນ​ນັ້ນ​ໃຫ້​ກຽມ​ພ້ອມ​ລ່ວງ​ໜ້າ​ໄດ້​ໂດຍ​ການ​ສຶກ​ສາ “ການ​ອະ​ທິ​ຖານ​ເປັນ​ພາ​ສາ​ອັງ​ກິດ” ໃນ​ພາກ​ຫ້ອຍ​ທ້າຍ​ຂອງ​ຄູ່​ມື​ຜູ້​ຮຽນ.

ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້: ອ່ານ ແລະ ສົນ​ທະ​ນາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້ ທີ່​ຢູ່​ໃນ​ພາກ “Personal Study” (ການ​ສຶກ​ສາ​ສ່ວນ​ຕົວ) ໃນ​ຄູ່​ມື​ຜູ້​ຮຽນ. ເປົ້າ​ໝາຍ​ຂອງ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້ ແມ່ນ​ເພື່ອ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ຂະ​ນະ​ທີ່​ທ່ານ​ແບ່ງ​ປັນ ແລະ ຮຽນ​ຮູ້​ນຳ​ກັນ “ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ​ນຳ​ອີກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:118).

ສະ​ແດງ​ຕົວ​ຢ່າງວິ​ທີ​ສົນ​ທະ​ນາ​ຫລັກ​ທຳ ໂດຍ​ການ​ແບ່ງ​ປັນ​ສັ້ນໆ​ວ່າ ທ່ານ​ຈະ​ຕອບ​ຄຳ​ຖາມ​ຂອງ​ການ​ສົນ​ທະ​ນາ​ຂໍ້​ໃດ​ຂໍ້​ໜຶ່ງ​ແນວ​ໃດ. ໃຊ້​ຄຳ ແລະ ວະ​ລີ​ງ່າຍໆ.

ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ແບ່ງ​ປັນ​ຄວາມ​ຄິດ ແລະ ປະ​ສົບ​ການ​ນຳ​ກັນ​ແລະ​ກັນ. ຜູ້​ຮຽນ​ສາ​ມາດ​ສົນ​ທະ​ນາ​ໃນ​ພາ​ສາ​ແມ່​ຂອງ​ເຂົາ​ເຈົ້າ. ຖ້າ​ຫາກ​ເຂົາ​ເຈົ້າ​ຮູ້​ສຶກ​ສະ​ບາຍ​ໃຈ, ຜູ້​ຮຽນ​ສາ​ມາດ​ເລືອກ​ໃຊ້​ຄຳ ຫລື ວະ​ລີ​ໃນ​ພາ​ສາ​ອັງ​ກິດ ຂະ​ນະ​ທີ່​ເຂົາ​ເຈົ້າ​ສົນ​ທະ​ນາ.

ກິດ​ຈະ​ກຳ​ທີ 1: ນຳ​ພາ​ຜູ້​ຮຽນ​ຜ່ານ​ທາງ​ກິດ​ຈະ​ກຳ​ໃນ​ພາກ “Conversation Group” (ກຸ່ມ​ສົນ​ທະ​ນາ) ​ຂອງ​ຄູ່​ມື​ຜູ້​ຮຽນ. ກິດ​ຈະ​ກຳ​ແຕ່​ລະ​ຢ່າງ​ກະ​ກຽມ​ຜູ້​ຮຽນ​ສຳ​ລັບ​ກິດ​ຈະ​ກຳ​ຄັ້ງ​ຕໍ່​ໄປ. ກິດ​ຈະ​ກຳ​ນີ້​ຊ່ວຍ​ໃຫ້​ຜູ້​ຮຽນ​ກ້າວ​ໜ້າ​ຈາກ​ການ​ຝຶກ​ຝົນ​ຊ້ຳ​ໄປ​ຈົນ​ເຖິງ​ການ​ສ້າງ​ບົດ​ສົນ​ທະ​ນາ​ຂອງ​ຕົນ​ເອງ.

ໃນ​ກິດ​ຈະ​ກຳ​ທີ 1, ຊ່ວຍ​ຜູ້​ຮຽນ​ທົບ​ທວນ​ຄຳ​ສັບ ແລະ ແບບ​ແຜນ​ໃນ​ພາກ “ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ຄູ່​ມື​ຜູ້​ຮຽນ. ເປົ້າ​ໝາຍ​ຄື​ເພື່ອ​ກະ​ກຽມ​ຜູ້​ຮຽນ​ສຳ​ລັບ​ກິດ​ຈະ​ກຳ​ທີ 2 ແລະ ທີ 3 ໂດຍ​ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ຄຳ​ສຳ​ຄັນ​ຂອງ​ສາມ​ຄຳ ແລະ ເວົ້າ​ແບບ​ແຜນ.

ກິດ​ຈະ​ກຳ​ທີ 2: ໃນ​ກິດ​ຈະ​ກຳ​ທີ 2, ຜູ້​ຮຽນ​ໃຊ້​ຄຳ​ສັບ ແລະ ແບບ​ແຜນ​ເພື່ອ​ຝຶກ​ການ​ຖາມ ແລະ ການ​ຕອບ​ຄຳ​ຖາມ​ກັບ​ຄູ່ ໂດຍ​ການ​ໃຊ້​ຂໍ້​ມູນ​ທີ່​ຈັດ​ໃຫ້. ເປົ້າ​ໝາຍ​ແມ່ນ​ເພື່ອ​ໃຫ້​​ຜູ້​ຮຽນ​ສ້າງ​ຫລາຍໆ​ປະ​ໂຫຍກ​ໃນ​ພາ​ສາ​ອັງ​ກິດ ເທົ່າ​ທີ່​ເຂົາ​ເຈົ້າ​ສາ​ມາດ.

ຊຸກ​ຍູ້​ຜູ້​ຮຽນ​ໃຫ້​ປ່ຽນ​ຄູ່ ເພື່ອ​ເພີ່ມ​ໂອ​ກາດ​ຝຶກ​ຝົນ. ຂະ​ນະ​ທີ່​ທ່ານ​ໂຕ້​ຕອບ​ກັບ​ຜູ້​ຮຽນ, ພະ​ຍາ​ຍາມ​ຊອກ​ຫາ​ຜູ້​ທີ່​ຕ້ອງ​ການ​ສະ​ໜັບ​ສະ​ໜູນ​ເພີ່ມ​ເຕີມ. ໃຫ້​ກຳ​ລັງ​ໃຈ ແລະ ຍົກ​ລະ​ດັບ.

ກິດ​ຈະ​ກຳ​ທີ 3: ໃນ​ກິດ​ຈະ​ກຳ​ທີ 3, ຜູ້​ຮຽນ​ມີ​ໂອ​ກາດ​ທີ່​ຈະ​ໃຊ້​ຄຳ​ສັບ ແລະ ແບບ​ແຜນ ເພື່ອ​ຈະ​ມີ​ການ​ສົນ​ທະ​ນາ​ແບບ​ສົມ​ບູນ​ໃນ​ສະ​ຖາ​ນະ​ການ​ຊີ​ວິດ​ຈິງ. ເປົ້າ​ໝາຍ​ແມ່ນ​ເພື່ອ​ໃຫ້​ຜູ້​ຮຽນ​ມີ​ການ​ສົນ​ທະ​ນາ​ທີ່​ມີ​ຄວາມ​ໝາຍ​ໃນ​ພາ​ສາ​ອັງ​ກິດ.

ຊຸກ​ຍູ້​ຜູ້​ຮຽນ​ໃຫ້​ປ່ຽນ​ຄູ່​ເລື້ອຍໆ ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ໂອ​ກາດ​ຝຶກ​ຝົນ​ຫລາຍ​ຂຶ້ນ. ໃນ​ທ້າຍ​ກິດ​ຈະ​ກຳ​ທີ 3, ຕາມ​ຫລັກ​ການ​ແລ້ວ ຜູ້​ຮຽນ​ທຸກ​ຄົນ​ຈະ​ເວົ້າ​ພາ​ສາ​ອັງ​ກິດ​ໂດຍ​ທີ່​ບໍ່​ຕ້ອງ​ໃຊ້​ຄູ່​ມື​ຂອງ​ເຂົາ​ເຈົ້າ. ກຸ່ມ​ຄວນ​ມີ​ພະ​ລັງ ແລະ ການ​ເຄື່ອນ​ໄຫວ ຂະ​ນະ​ທີ່​ຜູ້​ຮຽນ​ປະ​ຕິ​ສຳ​ພັນ ແລະ ຝຶກ​ຝົນ​ນຳ​ກັນ. ຂະ​ນະ​ທີ່​ທ່ານ​ມີ​ສ່ວນ​ຮ່ວມ​ກັບ​ຜູ້​ຮຽນ, ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ບາງ​ຄົນ​ເຂົ້າ​ໃຈ​ດີ ແລະ ເກັ່ງ​ໃນ​ກິດ​ຈະ​ກຳ​ນີ້. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ທ້າ​ທາຍ​ຜູ້​ຮຽນ​ເຫລົ່າ​ນີ້​ໃຫ້​ຮຽນ​ຮູ້​ຢ່າງ​ເລິກ​ເຊິ່ງ ໂດຍ​ການ​ໃສ່​ລາຍ​ລະ​ອຽດ​ເພີ່ມ​ເຕີມ ຫລື ເຮັດ​ກິດ​ຈະ​ກຳ​ດຽວ​ກັນ​ໃນ​ບໍ​ລິ​ບົດ​ທີ່​ແຕກ​ຕ່າງ. ຍົກ​ຕົວ​ຢ່າງ, ເມື່ອ​ຜູ້​ຮຽນ​ກຳ​ລັງ​ຝຶກ​ຊ້ອມ​ການ​ພົບ​ປະ​ບາງ​ຄົນ, ຂໍ​ໃຫ້​ເຂົາ​ເຈົ້າ​ຝຶກ​ຊ້ອມ​ສະ​ຖາ​ນະ​ການ​ທີ່​ແຕກ​ຕ່າງ ເຊັ່ນ ການ​ພົບ​ກັບ​ເພື່ອນ​ໃໝ່ ຫລື ເຈົ້າ​ນາຍ​ໃໝ່.

ສຳ​ລັບ​ແຕ່​ລະ​ກິດ​ຈະ​ກຳ:

  • ສາ​ທິດ​ວິ​ທີ​ເຮັດ​ກິດ​ຈະ​ກຳ.

  • ຈັດ​ຜູ້​ຮຽນ​ເປັນ​ຄູ່ ຫລື ກຸ່ມ​ນ້ອຍໆ​ເພື່ອ​ຝຶກ​ຝົນ.

  • ສັງ​ເກດ​ເບິ່ງ​ແຕ່​ລະ​ກຸ່ມ ແລະ ໃຫ້​ການ​ສະ​ໜັນ​ສະ​ໜູນ.

ປະ​ເມີນ: ຊ່ວຍ​ໃຫ້​ຜູ້​ຮຽນ​ປະ​ເມີນ​ຄວາມ​ກ້າວ​ໜ້າ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ປະ​ສົບ​ຄວາມ​ສຳ​ເລັດ ໂດຍ​ການ​ຊີ້​ໃຫ້​ເຫັນ​ສິ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້​ເພື່ອ​ປັບ​ປຸງ. ຊ່ວຍ​ໃຫ້​ຜູ້​ຮຽນ​ໃຊ້ “Personal Study Tracker” (ບົດ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ) ​ເພື່ອ​ຕັ້ງ​ເປົ້າ​ໝາຍ​ສຳ​ລັບ​ການ​ສຶກ​ສາ​ທຸກ​ວັນ.

ກະ​ທຳ​ດ້ວຍ​ສັດ​ທາ​ເພື່ອ​ຝຶກ​ຝົນ​ພາ​ສາ​ອັງ​ກິດ​ທຸກ​ວັນ: ອ່ານ​ຂໍ້​ຄວາມ​ອອກ​ສຽງ​ກັບ​ກຸ່ມ​ຂອງ​ທ່ານ. ສະ​ແດງ​ສັດ​ທາ​ຂອງ​ທ່ານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ຮຽນ​ພາ​ສາ​ອັງ​ກິດ. ເຊື້ອ​ເຊີນ​ໃຫ້​ເຂົາ​ເຈົ້າ​ຝຶກ​ພາ​ສາ​ອັງ​ກິດ​ທຸກວັນ ແລະ ກະ​ກຽມ​ສຳ​ລັບ​ບົດ​ຮຽນ​ຕໍ່​ໄປ ໂດຍ​ການ​ເຮັດ​ກິດ​ຈະ​ກຳ “Personal Study” (ການ​ສຶກ​ສາ​ສ່ວນ​ຕົວ) ໃຫ້​ສຳ​ເລັດ.

ການ​ອະ​ທິ​ຖານ: ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ກ່າວ​ຄຳ​ອະ​ທິ​ຖານ​ປິດ​ເປັນ​ພາ​ສາ​ອັງ​ກິດ. ເລືອກ​ຜູ້​ຮຽນ​ທີ່​ຮູ້​ສຶກ​ໝັ້ນ​ໃຈ ຫລື ຄົນ​ທີ່​ທ່ານ​ເຊື້ອ​ເຊີນ​ໄວ້​ລ່ວງ​ໜ້າ.

ບົດ​ຮຽນ EnglishConnect ຖືກ​ອອກ​ແບບ​ໂດຍ​ການ​ໃຊ້​ຫລັກ​ທຳ​ຂອງ​ການ​ຮຽນ​ພາ​ສາ​ທີ່​ພິ​ສູດ​ແລ້ວ. ທ່ານ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ເມື່ອ​ທ່ານ​ເຮັດ​ຕາມ​ບົດ​ຮຽນ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັດ​ທາ, ການ​ຜູກ​ມິດ, ແລະ ການ​ເຕີບ​ໂຕ.

ກຸ່ມ​ອອນ​ລາຍ

ຖ້າ​ຈຳ​ເປັນ, ກຸ່ມ​ສາ​ມາດ​ປະ​ຊຸມ​ທາງ​ອອນ​ລາຍ ໂດຍ​ການ​ໃຊ້​ຖານ​ການ​ປະ​ຊຸມ​ໄລ​ຍະ​ໄກ. ໃຫ້​ຈື່​ໄວ້​ວ່າ EnglishConnect ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຫລາຍ​ທີ່​ສຸດ ເມື່ອ​ຜູ້​ຮຽນ​ທຸກ​ຄົນ​ໂຕ້​ຕອບ ແລະ ຝຶກ​ຝົນ​ການ​ສົນ​ທະ​ນາ. ໃຫ້​ແນ່​ໃຈ​ວ່າ​ມີ​ການ​ປະ​ຕິ​ສຳ​ພັນ​ຕະ​ຫລອດ​ທົ່ວ​ປະ​ສົບ​ການ. ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ປະ​ຕິ​ສຳ​ພັນ​ຄື​ແຍກ​ຜູ້​ຮຽນ​ເປັນ​ຄູ່ໆ ຫລື ເປັນ​ກຸ່ມ​ນ້ອຍໆ. ໃຊ້​ຫ້ອງ​ກຸ່ມ​ຍ່ອຍ ແລະ ເຄື່ອງ​ມື​ອື່ນໆ ເພື່ອ​ຊ່ວຍ​ໃຫ້​ຜູ້​ຮຽນ​ເວົ້າ​ລົມ​ກັນ​ໃຫ້​ຫລາຍ​ທີ່​ສຸດ. ຍົກ​ຕົວ​ຢ່າງ, ແທນ​ທີ່​ຈະ​ໃຫ້​ຜູ້​ຮຽນ​ເວົ້າ​ຂະ​ນະ​ທີ່​ທັງ​ກຸ່ມ​ຟັງ, ໃຫ້​ແຍກ​ຜູ້​ຮຽນ​ອອກ​ເປັນ​ກຸ່ມໆ ສອງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ ເພື່ອ​ສົນ​ທະ​ນາ. ແລ້ວ​ໃຫ້​ເຕົ້າ​ໂຮມ​ກຸ່ມ​ສຳ​ລັບ​ກິດ​ຈະ​ກຳ​ຕໍ່​ໄປ. ຊຸກ​ຍູ້​ໃຫ້​ແຕ່​ລະ​ຄົນ​ໃຊ້​ວິ​ດີ​ໂອ​ຖ້າ​ເປັນ​ໄປ​ໄດ້.

ໃຊ້ “ຄຳ​ແນະ​ນຳ​ໃນ​ການ​ເປັນ​ຜູ້​ນຳ​ກຸ່ມ​ອອນ​ລາຍ” ຂະ​ນະ​ທີ່​ທ່ານ​ກະ​ກຽມ ແລະ ນຳ​ພາ​ກຸ່ມ EnglishConnect ອອນ​ລາຍ.

ແບ່ງ​ປັນ “ຄູ່​ມື​ຜູ້​ເຂົ້າ​ຮ່ວມ​ກຸ່ມ​ອອນ​ລາຍ” ກັບ​ຜູ້​ຮຽນ​ຂອງ​ທ່ານ ໂດຍ​ການ​ໃສ່​ລິ້ງ​ໃນ​ແຊັດ ລະ​ຫວ່າງ​ການ​ປະ​ຊຸມ​ຂອງ​ທ່ານ. ອ້າງ​ອີງ​ເຖິງ​ມັນ​ເມື່ອ​ຈຳ​ເປັນ.

ໃຊ້ “ການ​ນຳ​ສະ​ເໜີ​ກຸ່ມ​ສົນ​ທະ​ນາ” ໃນ EnglishConnect 1 ແລະ 2 ທີ່​ຖືກ​ອະ​ນຸ​ມັດ ທີ່ englishconnect.org/resources/teaching-materials. ທ່ານ​ສາ​ມາດ​ສະ​ແດງ​ການ​ນຳ​ສະ​ເໜີ​ເພື່ອ​ຊ່ວຍ​ນຳ​ພາ​ຜູ້​ຮຽນ​ຕະ​ຫລອດ​ທົ່ວ​ກິດ​ຈະ​ກຳ​ໃນ​ແຕ່​ລະ​ບົດ​ຮຽນ.