“ຄຳຖາມທີ່ຖືກຖາມເລື້ອຍໆ,” ຄູ່ມືການດຳເນີນການ EnglishConnect (2022)
“ຄຳຖາມ,” ຄູ່ມືການດຳເນີນການ EnglishConnect
ຄຳຖາມທີ່ຖືກຖາມເລື້ອຍໆ
ເຮົາສາມາດປັບປ່ຽນການຮຽນຮູ້ ແລະ ການສົ່ງເສີມແຫລ່ງຊ່ວຍເຫລືອແນວໃດແດ່?
ອຸປະກອນຂອງຜູ້ຮຽນ ແລະ ຄູສອນສຳລັບ EnglishConnect ມີຢ່າງໃດແດ່?
ເຮົາຈະຮູ້ໄດ້ແນວໃດວ່າກຸ່ມເຫລົ່ານີ້ປະສົບຄວາມສຳເລັດ?
ເຮົາຈະຮູ້ໄດ້ແນວໃດວ່າ ຜູ້ຮຽນຄວນຮຽນ EnglishConnect 1 ຫລື 2?
ເຮົາສາມາດປັບປ່ຽນການຮຽນຮູ້ ແລະ ການສົ່ງເສີມແຫລ່ງຊ່ວຍເຫລືອແນວໃດແດ່?
ແຫລ່ງຊ່ວຍເຫລືອ EnglishConnect ຖືກຄຸ້ມຄອງຕາມກົດໝາຍລິຂະສິດ ແລະ ບໍ່ຄວນປັບປ່ຽນໂດຍບໍ່ໄດ້ຮັບອະນຸຍາດ. ເບິ່ງ “ພາກຫ້ອຍທ້າຍ ກ: ຂໍ້ມູນທາງກົດໝາຍ” ສຳລັບຂໍ້ມູນກ່ຽວກັບການຂໍອະນຸຍາດປັບປ່ຽນແຫລ່ງຊ່ວຍເຫລືອ.
ເຮົາຕ້ອງການຄູສອນຈັກຄົນ?
ແນະນຳໃຫ້ແຕ່ລະກຸ່ມມີຄູສອນຢ່າງໜ້ອຍສອງຄົນ. ດ້ວຍວິທີນີ້ ເຂົາເຈົ້າຈະສາມາດສິດສອນເປັນທີມ ຫລື ຊ່ວຍເຫລືອຊຶ່ງກັນແລະກັນໄດ້ ຖ້າຫາກຜູ້ໜຶ່ງບໍ່ຢູ່ ຫລື ເຈັບປ່ວຍ.
ຂໍ້ສຳຄັນ: ກຸ່ມ EnglishConnect ຕ້ອງປະຕິບັດຕາມນະໂຍບາຍຂອງສາດສະໜາຈັກທີ່ ມີຜູ້ໃຫຍ່ທີ່ຮັບຜິດຊອບຢ່າງໜ້ອຍສອງຄົນຢູ່ນຳສະເໝີ ໃນລະຫວ່າງການປະຊຸມຂອງແຕ່ລະກຸ່ມ. ຖ້າຫາກມີຄູສອນພຽງຄົນດຽວ, ແລ້ວໃຫ້ມອບໝາຍສະມາຊິກກຸ່ມຜູ້ໃຫຍ່ໃຫ້ເຂົ້າຮ່ວມໃນບົດຮຽນແຕ່ລະບົດ. ຢ່າຈັດກຸ່ມຖ້າຫາກບໍ່ມີຜູ້ໃຫຍ່ທີ່ຮັບຜິດຊອບຢູ່ຢ່າງໜ້ອຍສອງຄົນ.
ອຸປະກອນຂອງຜູ້ຮຽນ ແລະ ຄູສອນສຳລັບ EnglishConnect ມີຢ່າງໃດແດ່?
ອຸປະກອນຂອງຜູ້ຮຽນ
ຜູ້ຮຽນຈະຕ້ອງເຂົ້າເຖິງ EnglishConnect 1 ສຳລັບຜູ້ຮຽນ ຫລື EnglishConnect 2 ສຳລັບຜູ້ຮຽນ. ແຫລ່ງຊ່ວຍເຫລືອເພີ່ມເຕີມກໍມີໃຫ້ເພື່ອສົ່ງເສີມການຮຽນຮູ້ນຳອີກ. ໃຫ້ເບິ່ງລາຍການຢູ່ຂ້າງລຸ່ມສຳລັບຄຳອະທິບາຍເຖິງແຫລ່ງຊ່ວຍເຫລືອທັງໝົດທີ່ມີສຳລັບຜູ້ຮຽນ:
-
EnglishConnect 1 ສຳລັບຜູ້ຮຽນ ແລະ EnglishConnect 2 ສຳລັບຜູ້ຮຽນ: ຜູ້ຮຽນໃຊ້ຄູ່ມືເຫລົ່ານີ້ເພື່ອກຽມພ້ອມ ແລະ ມີສ່ວນຮ່ວມໃນກຸ່ມສົນທະນາ. ຄູ່ມືຜູ້ຮຽນແຕ່ລະເຫລັ້ມແບ່ງອອກເປັນຫົກໝວດທີ່ມີສີ່ເຖິງຫ້າບົດ. ແຕ່ລະບົດປະກອບດ້ວຍພາກ “ການສຶກສາສ່ວນຕົວ” ແລະ “ກຸ່ມສົນທະນາ”. ຜູ້ຮຽນຖືກຊຸກຍູ້ໃຫ້ເຮັດກິດຈະກຳ “ການສຶກສາສ່ວນຕົວ” ກ່ອນທີ່ເຂົາເຈົ້າຈະເຂົ້າຮ່ວມກຸ່ມສົນທະນາ. ທ່ານສາມາດເຂົ້າເຖິງຄູ່ມືຜູ້ຮຽນ ແລະ ແຫລ່ງຊ່ວຍເຫລືອສຽງປະກອບໄດ້ ໃນຫ້ອງສະໝຸດພຣະກິດຕິຄຸນ ຫລື ສັ່ງຈອງໄດ້ທີ່ store.ChurchofJesusChrist.org (ເລກອຸປະກອນ 18489 & 19563).
-
ປຶ້ມບົດຝຶກຫັດ EnglishConnect 1 ແລະ ປຶ້ມບົດຝຶກຫັດ EnglishConnect 2: ກຸ່ມ EnglishConnect 1 ແລະ 2 ແຕ່ລະກຸ່ມກໍມີປຶ້ມບົດຝຶກຫັດຂອງຕົວເອງ. ຜູ້ຮຽນໃຊ້ກິດຈະກຳໃນປຶ້ມບົດຝຶກຫັດດ້ວຍຕົນເອງ ຫລື ກັບຄູ່ຝຶກ ເປັນການຝຶກເພີ່ມຢູ່ນອກກຸ່ມສົນທະນາ. ທ່ານສາມາດເຂົ້າເຖິງປຶ້ມບົດຝຶກຫັດໃນຫ້ອງສະໝຸດພຣະກິດຕິຄຸນ ຫລື ສັ່ງຈອງໄດ້ທີ່ store.ChurchofJesusChrist.org (ເລກອຸປະກອນ 17140 & 17323).
-
EnglishConnect.org: ເວັບໄຊ EnglishConnect ມີກິດຈະກຳແບບຝຶກຫັດສຳລັບບົດຮຽນແຕ່ລະບົດ.
-
ແອັບ ຫ້ອງສະໝຸດພຣະກິດຕິຄຸນ: ຜູ້ຮຽນສາມາດອ່ານ ຫລື ຟັງຄຳປາໄສຈາກກອງປະຊຸມໃຫຍ່ສາມາດ, ພຣະຄຳພີມໍມອນ, ແລະ ເພງສວດ.
-
ໜັງສື ແລະ ແອັບອື່ນໆ: ມີແຫລ່ງຊ່ວຍເຫລືອຢ່າງຫລວງຫລາຍທີ່ພັດທະນາຂຶ້ນມາ ເພື່ອຊ່ວຍໃຫ້ຜູ້ຄົນຮຽນຮູ້ພາສາອັງກິດ. ຜູ້ຮຽນຄວນ “ສະແຫວງຫາ … ຖ້ອຍຄຳແຫ່ງປັນຍາຈາກໜັງສືທີ່ດີທີ່ສຸດ; ຈົ່ງສະແຫວງຫາການຮຽນຮູ້, ແມ່ນແຕ່ໂດຍການສຶກສາ ແລະ ໂດຍສັດທານຳອີກ” (ຄຳສອນ ແລະ ພັນທະສັນຍາ 88:118).
ຄູສອນຄວນຊຸກຍູ້ຜູ້ຮຽນໃຫ້ລອງໃຊ້ແຫລ່ງຊ່ວຍເຫລືອທີ່ຫລາກຫລາຍ ແລະ ປະເມີນວ່າແຫລ່ງຊ່ວຍເຫລືອແຕ່ລະຢ່າງໃຊ້ໄດ້ດີພຽງໃດສຳລັບເຂົາເຈົ້າ.
ເລກອຸປະກອນຕາມຮ້ານຄ້າຂອງສາດສະໜາຈັກ
|
EnglishConnect 1 ສຳລັບຜູ້ຮຽນ |
18489 |
|
EnglishConnect 2 ສຳລັບຜູ້ຮຽນ |
19563 |
|
ປຶ້ມບົດຝຶກຫັດ EnglishConnect 1 |
17140 |
|
ປຶ້ມບົດຝຶກຫັດ EnglishConnect 2 |
17323 |
ອຸປະກອນຂອງຄູສອນ
ຄູສອນຄວນສຶກສາ EnglishConnect ສຳລັບຄູສອນ ໃນຫ້ອງສະໝຸດພຣະກິດຕິຄຸນ ລວມທັງແຫລ່ງຊ່ວຍເຫລືອການຝຶກອົບຮົມອື່ນໆທີ່ englishconnect.org/teacher/training. ຄູສອນກໍສາມາດໃຊ້ແຫລ່ງຊ່ວຍເຫລືອການນຳສະເໜີ EnglishConnect ນຳອີກ ເພື່ອນຳພາກິດຈະກຳກຸ່ມສົນທະນາ. ແຫລ່ງຊ່ວຍເຫລືອການນຳສະເໜີມີໃຫ້ຢູ່ທີ່ englishconnect.org/resources/teaching-materials.
ເຮົາຈະຮູ້ໄດ້ແນວໃດວ່າກຸ່ມເຫລົ່ານີ້ປະສົບຄວາມສຳເລັດ?
ຈຸດປະສົງຂອງ EnglishConnect ແມ່ນເພື່ອຊ່ວຍຜູ້ຮຽນໃຫ້ເພີ່ມການກຸ້ມຕົນເອງທາງວິນຍານ ແລະ ທາງໂລກ ເມື່ອເຂົາເຈົ້າສະແຫວງຫາຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ ໃນການຮຽນພາສາອັງກິດ. ການຮຽນພາສາອັງກິດຍັງສາມາດຂະຫຍາຍໂອກາດທາງການສຶກສາ ແລະ ການງານນຳອີກ. ຫລັກສູດ EnglishConnect ຖືກອອກແບບມາເພື່ອຊ່ວຍໃຫ້ຜູ້ຮຽນນຳໃຊ້ຫລັກທຳພຣະກິດຕິຄຸນ ຂະນະທີ່ເຂົາເຈົ້າເຮັດວຽກນຳກັນເພື່ອບັນລຸເປົ້າໝາຍການຮຽນຮູ້ຂອງເຂົາເຈົ້າ.
ທ່ານຈະຮູ້ວ່າຄູສອນປະສົບຄວາມສຳເລັດເມື່ອເຂົາເຈົ້າ:
-
ເຊື້ອເຊີນພຣະວິນຍານຜ່ານທາງປະຈັກພະຍານ, ການອະທິຖານ, ການສະແດງຄວາມຮັກ ແລະ ການໃຫ້ກຳລັງໃຈ.
-
ອຸທິດເວລາກຸ່ມ 20 ເຖິງ 30 ນາທີ ເພື່ອສົນທະນາຫລັກທຳການຮຽນຮູ້ຈາກບົດຮຽນ.
-
ໃຊ້ເວລາສ່ວນໃຫຍ່ໃນກຸ່ມ ເພື່ອຊ່ວຍໃຫ້ຜູ້ຮຽນມີສ່ວນຮ່ວມໃນກິດຈະກຳຝຶກເວົ້າແບບໂຕ້ຕອບ.
ທ່ານຈະຮູ້ວ່າຜູ້ຮຽນປະສົບຜົນສຳເລັດເມື່ອເຂົາເຈົ້າ:
-
ເຂົ້າຮ່ວມ ແລະ ມີສ່ວນຮ່ວມໃນການປະຊຸມກຸ່ມພາກຕ່າງໆເປັນປະຈຳທຸກອາທິດ.
-
ສິດສອນກັນແລະກັນ, ສະແດງສັດທາ, ແລະ ແບ່ງປັນປະຈັກພະຍານ.
-
ກະທຳດ້ວຍສັດທາ ເພື່ອສຶກສາ ແລະ ຝຶກຝົນພາສາອັງກິດນອກກຸ່ມທຸກວັນ.
ເຮົາຈະຮູ້ໄດ້ແນວໃດວ່າ ຜູ້ຮຽນຄວນຮຽນ EnglishConnect 1 ຫລື 2?
ທ່ານສາມາດໃຊ້ການປະເມີນປາກເປົ່າສັ້ນໆໃນ “ພາກຫ້ອຍທ້າຍ ຂ: ການສຳພາດຄວາມສາມາດທາງປາກເປົ່າສຳລັບການຈັດເຂົ້າໃນກຸ່ມ EnglishConnect” ເພື່ອພິຈາລະນາວ່າ ຜູ້ຮຽນຄວນຢູ່ໃນ EnglishConnect 1 ຫລື EnglishConnect 2. ຖ້າຫາກມີການສະເໜີພຽງກຸ່ມດຽວ, ຜູ້ຮຽນຈາກທັງສອງລະດັບ ສາມາດເຮັດວຽກງານນຳກັນ ເພື່ອໃຫ້ ແລະ ຮັບການສະໜັບສະໜູນໄດ້.