“ຜູ້ຊ່ຽວຊານ ແລະ ຄະນະກຳມະການຝ່າຍການກຸ້ມຕົນເອງ,” ຄູ່ມືການດຳເນີນການ EnglishConnect (2023)
“ການກຸ້ມຕົນເອງ,” ຄູ່ມືການດຳເນີນການ EnglishConnect
ຜູ້ຊ່ຽວຊານ ແລະ ຄະນະກຳມະການຝ່າຍການກຸ້ມຕົນເອງ
EnglishConnect ຊ່ວຍບຸກຄົນໃຫ້ເພີ່ມການກຸ້ມຕົນເອງທາງວິນຍານ ແລະ ທາງໂລກ ຜ່ານທາງການພັດທະນາທັກສະພາສາອັງກິດໃນສະພາບແວດລ້ອມແຫ່ງສັດທາ, ການຜູກມິດ, ແລະ ການເຕີບໂຕ. ພິຈາລະນາດ້ວຍການອະທິຖານວ່າ ໃຜຈະໄດ້ຜົນປະໂຫຍດຈາກການມີສ່ວນຮ່ວມໃນຖານະຜູ້ຊ່ຽວຊານ, ຄູສອນ, ຫລື ຜູ້ຮຽນ.
ທ່ານສາມາດປັບໃຊ້ EnglishConnect ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ທີ່ຖືກເອີ້ນໃຫ້ຮັບໃຊ້. ພິຈາລະນາຄວາມຕ້ອງການຂອງຄົນທີ່ທ່ານຮັບໃຊ້ດ້ວຍການອະທິຖານ ຂະນະທີ່ທ່ານເຮັດຕາມຂັ້ນຕອນຢູ່ຂ້າງລຸ່ມ.
ຈັດກຸ່ມ EnglishConnect 1 ແລະ 2
ກຸ່ມ EnglishConnect ອາດຖືກຕັ້ງຂຶ້ນ ແລະ ປະຕິບັດຄືກັນກັບກຸ່ມການກຸ້ມຕົນເອງອື່ນໆ. ຕາມປົກກະແລ້ວ ສິ່ງນີ້ໝາຍຄວາມວ່າ ການບໍລິຫານຂອງ EnglishConnect 1 ແລະ 2 ຖືກມອບໝາຍໃຫ້ກັບຄະນະກຳມະການການກຸ້ມຕົນເອງ ຫລື ຄະນະກຳມະການອື່ນໆ ທີ່ຖືກມອບໝາຍ.
ໂດຍສະຫລຸບ
EnglishConnect 1 ແລະ 2 ສາມາດເຂົ້າຮ່ວມໄດ້ຟຣີ ແລະ ລວມທັງ:
-
ກຸ່ມສົນທະນາປະຈຳອາທິດທີ່ນຳໂດຍສະມາຊິກໃນທ້ອງຖິ່ນ ຫລື ຜູ້ສອນສາດສະໜາ.
-
ບົດຮຽນ 90 ນາທີ.
-
ບົດຮຽນ 25 ບົດ ຖືກຈັດເປັນໝວດໆ.
-
ຫລັກທຳຂອງການຮຽນຮູ້ “ໂດຍການສຶກສາ ແລະ ໂດຍສັດທານຳອີກ” (ຄຳສອນ ແລະ ພັນທະສັນຍາ 88:118).
-
ແຫລ່ງຊ່ວຍເຫລືອຝຶກຊ້ອມທຸກວັນ.
-
ເຂົ້າເຖິງແຟມສຽງ ແລະ ການແປໃນຫ້ອງສະໝຸດພຣະກິດຕິຄຸນ.
ຄວາມຍາວ ແລະ ຈັງຫວະຄວາມໄວຂອງບົດຮຽນ ສາມາດຖືກດັດແປງໃຫ້ເຂົ້າກັບສະຖານະການໃນທ້ອງຖິ່ນໄດ້ (ເບິ່ງ “ຕົວຢ່າງ”).
ກ່ອນທີ່ຈະເລີ່ມຕົ້ນກຸ່ມ
-
ປຶກສາຫາລືກັບຜູ້ນຳຖານະປະໂລຫິດເລື່ອງວິໄສທັດ ແລະ ເປົ້າໝາຍ (ເພີ່ມເຕີມ).
-
ເອີ້ນ ແລະ ຝຶກອົບຮົມຄູສອນ (ເພີ່ມເຕີມ).
-
ຈັດຫາອຸປະກອນ (ເພີ່ມເຕີມ).
-
ຕັດສິນໃຈເລື່ອງສະຖານທີ່ ແລະ ຄວາມຖີ່ (ເພີ່ມເຕີມ).
-
ລົງທະບຽນກຸ່ມໃນ QuickReg (ເພີ່ມເຕີມ).
-
ເຊື້ອເຊີນ ແລະ ຕ້ອນຮັບຜູ້ເຂົ້າຮ່ວມ (ເພີ່ມເຕີມ).
ລະຫວ່າງກຸ່ມ
-
ສົ່ງເສີມສະພາບແວດລ້ອມແຫ່ງສັດທາ, ການຜູກມິດ, ແລະ ການເຕີບໂຕ (ເພີ່ມເຕີມ).
-
ສະໜັບສະໜູນການເຕີບໂຕຂອງຄູສອນ (ເພີ່ມເຕີມ).
-
ຊ່ວຍຜູ້ຮຽນກຽມພ້ອມສຳລັບ EnglishConnect ໃນລະດັບຕໍ່ໄປ (ເພີ່ມເຕີມ).
-
ແນະນຳແຫລ່ງຊ່ວຍເຫລືອອື່ນໆຂອງສາດສະໜາຈັກ (ເພີ່ມເຕີມ).
-
ຈັດການກຸ່ມຂອງທ່ານໃນ QuickReg (ເພີ່ມເຕີມ).
ສະຫລຸບກຸ່ມ
-
ພິມ ແລະ ແຈກຢາຍໃບຮັບຮອງໃນທ້າຍຂອງກຸ່ມ (ເພີ່ມເຕີມ).
-
ຊ່ວຍຜູ້ຮຽນປ່ຽນໄປຫາ EnglishConnect ລະດັບຕໍ່ໄປ ຫລື BYU–Pathway Worldwide (ເພີ່ມເຕີມ).
-
ລະບຸຜູ້ຮຽນທີ່ສາມາດຖືກເອີ້ນໃຫ້ເປັນຄູສອນ (ເພີ່ມເຕີມ).
-
ເຊື້ອເຊີນຜູ້ຮຽນໃຫ້ມີສ່ວນຮ່ວມໃນໂປຣແກຣມອື່ນໆຂອງສາດສະໜາຈັກ (ເພີ່ມເຕີມ).
-
ສະຫລຸບກຸ່ມໃນ QuickReg (ເພີ່ມເຕີມ).
-
ລາຍງານຕໍ່ຜູ້ນຳຖານະປະໂລຫິດ (ເພີ່ມເຕີມ).
ເຊື່ອມຕໍ່ຜູ້ຮຽນເຂົ້າກັບກຸ່ມ EnglishConnect 3
EnglishConnect 3 ຊ່ວຍໃຫ້ຜູ້ຮຽນພັດທະນາທັກສະພາສາອັງກິດລະດັບປານກາງ ເພື່ອທັງການງານ ແລະ ໂອກາດທາງການສຶກສາ—ໂດຍສະເພາະ BYU–Pathway Worldwide. ຜູ້ສອນສາດສະໜາຝ່າຍໃຫ້ບໍລິການຂອງສາດສະໜາຈັກອຳນວຍຄວາມສະດວກໃຫ້ກັບກຸ່ມ EnglishConnect 3.
ມີສອງວິທີທາງທີ່ທ່ານສາມາດຊ່ວຍຜູ້ຮຽນໃຫ້ເຂົ້າເຖິງ EnglishConnect 3:
-
ຊ່ວຍຜູ້ຮຽນເຂົ້າຮ່ວມກຸ່ມທີ່ມີຢູ່. EnglishConnect 3 ມີກຸ່ມຕ່າງໆໃນພື້ນທີ່ສ່ວນໃຫຍ່ຂອງໂລກ. ທ່ານສາມາດຊ່ວຍຜູ້ຮຽນລົງທະບຽນໃນກຸ່ມ EnglishConnect 3 ໂດຍການນຳພາເຂົາເຈົ້າຜ່ານທາງຂັ້ນຕອນການສະໝັກທີ່ englishconnect.org/join. ແນະນຳຜູ້ຮຽນທີ່ມີຄຳຖາມເພີ່ມເຕີມ ຫລື ມີບັນຫາການລົງທະບຽນທີ່ byupathway.org/help/contact-us.
-
ສະເໜີກຸ່ມ EnglishConnect 3. ຖ້າຫາກທ່ານຕ້ອງການເລີ່ມຕົ້ນກຸ່ມ EnglishConnect 3, ໃຫ້ອີເມວ learn@englishconnect.org. ແລ້ວຜູ້ສອນສາດສະໜາຝ່າຍໃຫ້ບໍລິການຂອງສາດສະໜາຈັກຈະຕິດຕໍ່ຫາທ່ານ.