“ການຊີ້ນຳເພີ່ມເຕີມ,” ຄູ່ມືການດຳເນີນການ EnglishConnect (2023)
“ການຊີ້ນຳເພີ່ມເຕີມ,” ຄູ່ມືການດຳເນີນການ EnglishConnect
ການຊີ້ນຳເພີ່ມເຕີມ
ສັດທາ, ການຜູກມິດ, ແລະ ການເຕີບໂຕ
ສົ່ງເສີມສັດທາ, ການຜູກມິດ, ແລະ ການເຕີບໂຕ. ຊ່ວຍສ້າງສະພາບແວດລ້ອມທີ່ຜູ້ຮຽນສາມາດເພີ່ມພູນສັດທາ, ປະສົບກັບການຜູກມິດ, ແລະ ເຕີບໂຕໃນຄວາມສາມາດຂອງຕົນ. ທ່ານສາມາດເຮັດສິ່ງນີ້ໄດ້ ໂດຍການເອີ້ນຄູສອນ, ຈັດຫາສະຖານທີ່, ແລະ ໃຫ້ແນ່ໃຈວ່າຜູ້ຮຽນ ແລະ ຄູສອນມີແຫລ່ງຊ່ວຍເຫລືອທີ່ຈຳເປັນ. ທ່ານສາມາດປະສານງານກັບຄົນອື່ນໆ ທີ່ສາມາດສະໜັບສະໜູນຜູ້ຮຽນ, ເຊັ່ນ ຜູ້ສອນສາດສະໜາ ແລະ ກຸ່ມການກຸ້ມຕົນເອງອື່ນໆ.
ຜູ້ນຳຖານະປະໂລຫິດ
ປຶກສາຫາລືກັບຜູ້ນຳຖານະປະໂລຫິດ. ໃຫ້ແນ່ໃຈວ່າໂປຣແກຣມຂອງທ່ານໄດ້ຮັບການອະນຸມັດ ແລະ ກຳກັບໂດຍຜູ້ນຳຖານະປະໂລຫິດ. ຜູ້ນຳຖານະປະໂລຫິດແມ່ນລວມທັງຜູ້ກຳກັບການກຸ້ມຕົນເອງ, ຫ້ອງຮຽນ ແລະ ສະຖາບັນສາດສະໜາ, ແລະ ໂຄງການເຜີຍແຜ່. ປຶກສາຫາລືກັບຜູ້ນຳຖານະປະໂລຫິດເລື່ອງ:
-
ການຕັ້ງ ແລະ ຕິດຕາມເປົ້າໝາຍ ແລະ ຄວາມສຳເລັດ (ເບິ່ງ “EnglishConnect ສະໜັບສະໜູນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະເຈົ້າ”).
-
ການປັບປຸງຜົນຂອງໂປຣແກຣມ.
-
ການເອີ້ນຄູສອນໃໝ່ (ເບິ່ງ “ຄູສອນ”).
-
ການເຊື້ອເຊີນຜູ້ຮຽນໃຫ້ມີສ່ວນຮ່ວມຫລາຍຂຶ້ນ (ເບິ່ງ “ການເຊື້ອເຊີນ ແລະ ການຮັບຮູ້”).
-
ການຂະຫຍາຍການເຂົ້າເຖິງ (ເບິ່ງ “ສະຖານທີ່ ແລະ ຄວາມຖີ່”).
-
ການເຊື້ອເຊີນຜູ້ຮຽນໃຫ້ສຳຫລວດແຫລ່ງຊ່ວຍເຫລືອເພີ່ມເຕີມຂອງສາດສະໜາຈັກ (ເບິ່ງ “ການເຊື່ອມຕໍ່ກັບແຫລ່ງຊ່ວຍເຫລືອອື່ນໆຂອງສາດສະໜາຈັກ”).
ລາຍງານຕໍ່ຜູ້ນຳຖານະປະໂລຫິດ. ລາຍງານກັບໄປຍັງຜູ້ນຳຖານະປະໂລຫິດກ່ຽວກັບຄວາມສຳເລັດ ແລະ ຄວາມທ້າທາຍຂອງກຸ່ມ EnglishConnect.
ໃຫ້ແນ່ໃຈກັບການປະຕິບັດຕາມກົດໝາຍ. ໃຫ້ແນ່ໃຈວ່າໂປຣແກຣມ EnglishConnect ສອດຄ່ອງກັບຂໍ້ກຳນົດທາງກົດໝາຍໃນທ້ອງຖິ່ນ ທີ່ພົບຢູ່ໃນ englishconnect.org/leader/approved-locations.
ໝາຍເຫດ: ແຫລ່ງຊ່ວຍເຫລືອ EnglishConnect ຖືກຄຸ້ມຄອງຕາມກົດໝາຍລິຂະສິດ ແລະ ບໍ່ຄວນປັບປ່ຽນໂດຍບໍ່ໄດ້ຮັບອະນຸຍາດ.
ການຮ່ວມມືເຜີຍແຜ່
ວາງແຜນທີ່ຈະໃຊ້ EnglishConnect ເພື່ອແບ່ງປັນພຣະກິດຕິຄຸນ. EnglishConnect ສາມາດກາຍເປັນສ່ວນສຳຄັນຂອງແຜນເຜີຍແຜ່ຂອງຫວອດໄດ້. ກຸ່ມ EnglishConnect ສາມາດ:
-
ເພີ່ມໂອກາດໃນການຊອກຫາ ແລະ ສິດສອນສຳລັບຜູ້ສອນສາດສະໜາເຕັມເວລາ.
-
ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄວາມສຳພັນລະຫວ່າງສະມາຊິກ, ໝູ່ເພື່ອນຂອງສາດສະໜາຈັກ, ແລະ ຜູ້ສອນສາດສະໜາ.
-
ຊ່ວຍສະມາຊິກທີ່ກັບຄືນມາ ຫລື ຜູ້ຄົນທີ່ກຳລັງຮັບການສິດສອນຈາກຜູ້ສອນສາດສະໜາລວມຢູ່ໃນຫວອດ.
-
ຊ່ວຍສະມາຊິກນຳໃຊ້ຫລັກທຳແຫ່ງຄວາມຮັກ, ແບ່ງປັນ, ແລະ ເຊື້ອເຊີນ (ເບິ່ງ ຄູ່ມືທົ່ວໄປ, 23.1).
ໂຄງການທີ່ນຳພາໂດຍສະມາຊິກ ແລະ ສະໜັບສະໜູນໂດຍຜູ້ສອນສາດສະໜາຈະຊ່ວຍໃຫ້ບັນລຸຜົນເຫລົ່ານີ້ໄດ້ດີທີ່ສຸດ. ເມື່ອສະມາຊິກນຳພາກຸ່ມ EnglishConnect, ຜູ້ເຂົ້າຮ່ວມຈະມີແນວໂນ້ມທີ່ຈະສ້າງມິດຕະພາບກັບສະມາຊິກ ແລະ ແບ່ງປັນປະສົບການການສ້າງສັດທາ. ຜູ້ສອນສາດສະໜາ, ຜູ້ນຳເຜີຍແຜ່, ແລະ ຄະນະກຳມະການການກຸ້ມຕົນເອງຄວນປຶກສາຫາລືນຳກັນ ເພື່ອເຮັດໃຫ້ກຸ່ມ EnglishConnect ເປັນສະຖານທີ່ຊຶ່ງການແບ່ງປັນ ແລະ ການດຳລົງຊີວິດຕາມພຣະກິດຕິຄຸນເປັນເລື່ອງລຽບງ່າຍ ແລະ ທຳມະຊາດ.
ເຊື້ອເຊີນຜູ້ສອນສາດສະໜາໃຫ້ຊ່ວຍເຫລືອ. ໃນເຂດທີ່ສະເຕກ ຫລື ຫວອດຈັດກຸ່ມ EnglishConnect, ໃຫ້ເຊື້ອເຊີນຜູ້ສອນສາດສະໜາມາຊ່ວຍເຫລືອໂດຍການ:
-
ເຂົ້າຮ່ວມກຸ່ມ ແລະ ຝຶກຊ້ອມລະຫວ່າງການເຮັດກິດຈະກຳ.
-
ຝຶກຊ້ອມກັບຜູ້ຮຽນລະຫວ່າງກຸ່ມສົນທະນາ.
-
ສິດສອນບາງບົດຮຽນຕາມຄວາມຈຳເປັນ.
ຄູສອນ
ບົດບາດຂອງຄູສອນ
ຄູສອນມີບົດບາດສຳຄັນໃນການເຊື້ອເຊີນພຣະວິນຍານ ແລະ ການສົ່ງເສີມສັດທາ, ການຜູກມິດ, ແລະ ການເຕີບໂຕໃນກຸ່ມ EnglishConnect. ເຂົາເຈົ້າບໍ່ຈຳເປັນຕ້ອງເປັນຜູ້ຊ່ຽວຊານໃນພາສາອັງກິດ ຫລື ມີປະສົບການດ້ານການສິດສອນ. ເຂົາເຈົ້າບໍ່ຈຳເປັນຕ້ອງເວົ້າພາສາດຽວກັນກັບຜູ້ຮຽນ. ບົດຮຽນ EnglishConnect ໄດ້ຖືກອອກແບບໂດຍການໃຊ້ຫລັກການຮຽນຮູ້ພາສາທີ່ໄດ້ຮັບການພິສູດແລ້ວ, ແລະ ຄູສອນຈະປະສົບຄວາມສຳເລັດ ເມື່ອເຂົາເຈົ້ານຳພາຜູ້ຮຽນຕະຫລອດບົດຮຽນດ້ວຍຄວາມຮັກ. ຄູສອນຊ່ວຍຜູ້ຮຽນໃຫ້ເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ ຜ່ານທາງການຮຽນພາສາອັງກິດ.
ຄຸນສົມບັດຂອງຄູສອນ
ຄູສອນທີ່ດີຈະມີ:
-
ຄວາມກະຕືລືລົ້ນ, ຄວາມຕື່ນເຕັ້ນ, ແລະ ຄວາມຫລົງໄຫລໃນການສອນພາສາອັງກິດ.
-
ຄວາມຮັກ ແລະ ຄວາມອົດທົນຕໍ່ຜູ້ຮຽນ ແລະ ຄວາມປາດຖະໜາອັນແຮງກ້າທີ່ຈະເຫັນເຂົາເຈົ້າປະສົບຄວາມສຳເລັດ.
-
ທັດສະນະຄະຕິໃນທາງບວກ ແລະ ເບິ່ງໂລກໃນແງ່ດີ.
-
ຄວາມໄວ້ວາງໃຈໄດ້ ແລະ ຄວາມພ້ອມທີ່ຈະນຳພາກຸ່ມ.
ເອີ້ນຄູສອນ. ເພາະຜູ້ຮຽນ EnglishConnect ສາມາດລວມທັງຜູ້ເຍົາ, ຜູ້ນຳຖານະປະໂລຫິດໃນທ້ອງຖິ່ນຄວນສຳພາດຜູ້ຄາດຫວັງເປັນຄູສອນແຕ່ລະຄົນ ແລະ ກວດກາເບິ່ງບັນທຶກສະມາຊິກກະພາບຂອງເຂົາເຈົ້າ ກ່ອນຈະທຳການເອີ້ນ. ກຸ່ມຕ່າງໆທີ່ມີຜູ້ເຍົາຕ້ອງມີຜູ້ໃຫຍ່ສອງຄົນຢູ່ນຳ ແລະ ປະຕິບັດຕາມ ນະໂຍບາຍຂອງສາດສະໜາຈັກສຳລັບການປົກປ້ອງຊາວໜຸ່ມ. ຂໍແນະນຳໃຫ້ກຸ່ມທີ່ບໍ່ແມ່ນຊາວໜຸ່ມມີຄູສອນສອງຄົນເຊັ່ນກັນ ເພື່ອວ່າເຂົາເຈົ້າຈະສາມາດສິດສອນເປັນທີມ ຫລື ຊ່ວຍເຫລືອຊຶ່ງກັນແລະກັນໄດ້ ຖ້າຫາກຜູ້ໜຶ່ງບໍ່ຢູ່ ຫລື ເຈັບປ່ວຍ.
ຝຶກອົບຮົມຄູສອນ. ທ່ານສາມາດຝຶກອົບຮົມຄູສອນ ໂດຍການໃຊ້ EnglishConnect ສຳລັບຄູສອນ ແລະ ແຫລ່ງຊ່ວຍເຫລືອທີ່ englishconnect.org/teacher. ທ່ານຄວນມອບຄູ່ມືຜູ້ຮຽນ ແລະ ປຶ້ມບົດຝຶກຫັດຂອງຜູ້ຮຽນໃຫ້ຄູສອນນຳອີກ (ເບິ່ງ “ອຸປະກອນ”). ຄູສອນຍັງຖືກສະໜັບສະໜູນໃຫ້ພົບກັນເປັນປະຈຳ ເພື່ອປຶກສາຫາລືນຳກັນ, ແບ່ງປັນແນວທາງປະຕິບັດທີ່ດີທີ່ສຸດ, ຕອບຄຳຖາມຂອງກັນແລະກັນ, ແລະ ທົບທວນອຸປະກອນຝຶກອົບຮົມ.
ຊ່ວຍໃຫ້ຜູ້ຮຽນກ້າວໜ້າໄປສູ່ການເປັນຄູສອນ. ຄູສອນສາມາດລະບຸຜູ້ຮຽນຢູ່ໃນກຸ່ມ ຜູ້ສາມາດກຽມພ້ອມທີ່ຈະສິດສອນກຸ່ມໃນອະນາຄົດ. ການສິດສອນຊ່ວຍຜູ້ຮຽນໃຫ້ສືບຕໍ່ເຕີບໂຕ ແລະ ຂະຫຍາຍການເຂົ້າເຖິງໂປຣແກຣມ.
ອຸປະກອນ
ຈັດຫາອຸປະກອນໃຫ້ຜູ້ຮຽນ. ຜູ້ຮຽນຈະຕ້ອງເຂົ້າເຖິງ EnglishConnect 1 ສຳລັບຜູ້ຮຽນ ຫລື EnglishConnect 2 ສຳລັບຜູ້ຮຽນ ທັງໃນຮູບແບບດິຈິຕັນ ໃນຫ້ອງສະໝຸດພຣະກິດຕິຄຸນ ຫລື ໃນຮູບແບບທີ່ເປັນປຶ້ມ ຜ່ານທາງຮ້ານຄ້າອອນລາຍຂອງສາດສະໜາຈັກທີ່ store.ChurchofJesusChrist.org. ແຫລ່ງຊ່ວຍເຫລືອເພີ່ມເຕີມກໍມີໃຫ້ເພື່ອສົ່ງເສີມການຮຽນຮູ້ຂອງເຂົາເຈົ້ານຳອີກ, ລວມທັງປຶ້ມບົດຝຶກຫັດ ແລະ ກິດຈະກຳອອນລາຍ. ສຳລັບຄຳອະທິບາຍກ່ຽວກັບແຫລ່ງຊ່ວຍເຫລືອທັງໝົດທີ່ມີໃຫ້ຜູ້ຮຽນ, ໃຫ້ເບິ່ງ “ອຸປະກອນຂອງຜູ້ຮຽນ ແລະ ຄູສອນສຳລັບ EnglishConnect ມີຢ່າງໃດແດ່?” ໃນພາກ “ຄຳຖາມທີ່ຖືກຖາມເລື້ອຍໆ”.
ແຫລ່ງຊ່ວຍເຫລືອທີ່ເປັນປຶ້ມ
ຖ້າຫາກທ່ານຈັດຫາແຫລ່ງຊ່ວຍເຫລືອທີ່ເປັນປຶ້ມ, ໜ່ວຍໃນທ້ອງຖິ່ນຈະສະໜັບສະໜູນຄວາມພະຍາຍາມນີ້ດ້ວຍງົບປະມານທີ່ມີຢູ່. ຖ້າຫາກທ່ານຕ້ອງການເງິນທຶນ, ປະທານສະເຕກຄວນປະຕິບັດຕາມຂັ້ນຕອນທີ່ໄດ້ຮັບອະນຸມັດເພື່ອຂໍເງິນທຶນ. ຢ່າຄິດຄ່າທຳນຽມການເຂົ້າຮ່ວມໃດໆກັບຜູ້ຮຽນ. ຖ້າຫາກຜູ້ຮຽນຖືກຄາດໝາຍໃຫ້ຊື້ແຫລ່ງຊ່ວຍເຫລືອທີ່ເປັນປຶ້ມສຳລັບຕົວເອງ, ເຂົາເຈົ້າສາມາດເຮັດສິ່ງນັ້ນໄດ້ ຜ່ານທາງສູນຈຳໜ່າຍໃນທ້ອງຖິ່ນ ຫລື ຮ້ານຄ້າອອນລາຍຂອງສາດສະໜາຈັກ.
ໝາຍເຫດ: ປຶ້ມຄູ່ມືອາດໃຊ້ເວລາເຖິງຫົກອາທິດຈຶ່ງຈະມາເຖິງ.
ຈັດຫາອຸປະກອນໃຫ້ຄູສອນ. ຄູສອນຄວນສຶກສາ EnglishConnect ສຳລັບຄູສອນ ໃນຫ້ອງສະໝຸດພຣະກິດຕິຄຸນ ລວມທັງແຫລ່ງຊ່ວຍເຫລືອການຝຶກອົບຮົມອື່ນໆທີ່ englishconnect.org/teacher.
ການສະເໜີບົດຮຽນທາງອອນລາຍ
ຄູສອນສາມາດໃຊ້ແຫລ່ງຊ່ວຍເຫລືອການນຳສະເໜີ EnglishConnect ເພື່ອນຳພາກຸ່ມສົນທະນາທາງອອນລາຍ. ການນຳສະເໜີບົດຮຽນມີໃຫ້ຢູ່ທີ່ englishconnect.org/resources/teaching-materials.
ສະຖານທີ່ ແລະ ຄວາມຖີ່
ຕັດສິນໃຈຖ້າຫາກວ່າທ່ານຈະນຳສະເໜີໃນກຸ່ມຕົວຕໍ່ຕົວ ຫລື ທາງອອນລາຍ. ແນະນຳໃຫ້ພົບປະກັນເປັນກຸ່ມຕົວຕໍ່ຕົວໃນຕຶກໂບດ ເພື່ອຈັດໃຫ້ມີໂອກາດໃນການຜູກມິດ. ຖ້າຫາກການເຂົ້າຕຶກໂບດເປັນເລື່ອງທ້າທາຍສຳລັບຜູ້ເຂົ້າຮ່ວມ, ໃຫ້ພິຈາລະນາທີ່ຈະຈັດໃຫ້ມີກຸ່ມອອນລາຍ. “ຄຳແນະນຳໃນການເປັນຜູ້ນຳກຸ່ມອອນລາຍ” ແລະ “ຄູ່ມືຜູ້ເຂົ້າຮ່ວມກຸ່ມອອນລາຍ” ສາມາດຊ່ວຍຜູ້ນຳ, ຄູສອນ, ແລະ ຜູ້ຮຽນສ້າງສະພາບແວດລ້ອມການຮຽນຮູ້ທີ່ສ້າງແຮງບັນດານໃຈທາງອອນລາຍ. ການນຳສະເໜີທາງອອນລາຍມີໃຫ້ທີ່ englishconnect.org/resources/teaching-materials.
ຕັດສິນໃຈວ່າກຸ່ມຈະພົບກັນເລື້ອຍປານໃດ. ກຸ່ມສ່ວນໃຫຍ່ພົບກັນອາທິດລະຄັ້ງ ຫລື ສອງຄັ້ງ, ແຕ່ບົດຮຽນຖືກຂຽນຂຶ້ນເພື່ອກຸ່ມຈະສາມາດພົບກັນເລື້ອຍໆຖ້າຕ້ອງການ. ໃຫ້ຈື່ຈຳໄວ້ວ່າຜູ້ຮຽນຕ້ອງໃຊ້ເວລາເຮັດກິດຈະກຳສຶກສາສ່ວນຕົວກ່ອນແຕ່ລະບົດຮຽນ.
ຕັດສິນໃຈວ່າກຸ່ມຈະພົບກັນເມື່ອໃດ ແລະ ດົນປານໃດ. ເລືອກມື້ ແລະ ເວລາທີ່ເໝາະສົມກັບຜູ້ຮຽນ ແລະ ຄູສອນ. ກຸ່ມສ່ວນໃຫຍ່ພົບກັນ 90 ນາທີ, ແຕ່ກຸ່ມສາມາດພົບກັນຕາມໄລຍະເວລາທີ່ແຕກຕ່າງກັນໄດ້ຖ້າຕ້ອງການ.
ຕັດສິນໃຈກ່ຽວກັບໄລຍະເວລາຂອງກຸ່ມ ແລະ ໝວດໃດທີ່ເຂົາເຈົ້າຈະກວມ. ຫລາຍກຸ່ມກຳລັງດຳເນີນການຢ່າງຕໍ່ເນື່ອງ, ຊຶ່ງໝາຍຄວາມວ່າເຂົາເຈົ້າຈະເລີ່ມຕົ້ນໃໝ່ກັບບົດຮຽນທີ 1 ເມື່ອເຂົາເຈົ້າສຳເລັດຄູ່ມື. ກຸ່ມອື່ນໆພຽງແຕ່ຮຽນຈົບຄູ່ມືຄັ້ງດຽວ ຫລື ກວມສະເພາະບາງສ່ວນຂອງໝວດໃນຄູ່ມື.
ເບິ່ງພາກ “ຕົວຢ່າງ” ສຳລັບວິທີທີ່ຜູ້ນຳຈັດກຸ່ມຕ່າງໆ.
ການລົງທະບຽນ ແລະ ໃບຮັບຮອງ (QuickReg)
ສ້າງ ແລະ ຈັດການກຸ່ມໃນ QuickReg. QuickReg ເປັນເຄື່ອງມືທີ່ສາດສະໜາຈັກອະນຸມັດໃຫ້ຈັດການກຸ່ມການກຸ້ມຕົນເອງ. ສ້າງກຸ່ມໃນ QuickReg ໂດຍໄປທີ່ quickreg.englishconnect.org. ແລ້ວສືບຕໍ່ໃຊ້ QuickReg ຕໍ່ໄປເພື່ອ:
-
ກຸ່ມໂຄສະນາ.
-
ປ່ຽນວັນທີ, ເວລາ, ແລະ ສະຖານທີ່ຂອງກຸ່ມ.
-
ພິມໃບຮັບຮອງຜູ້ເຂົ້າຮ່ວມ.
-
ປ່ຽນສະຖານະຂອງຜູ້ຮຽນ.
-
ສະຫລຸບກຸ່ມ.
ເບິ່ງບົດຕິວ QuickReg ທີ່ englishconnect.org/leader ສຳລັບການຝຶກອົບຮົມ.
ໝາຍເຫດ: ເພື່ອທີ່ຈະໃຊ້ QuickReg, ສະມາຊິກຕ້ອງ (1) ມີການເອີ້ນໃນສາດສະໜາຈັກ ແລະ (2) ການເອີ້ນຂອງເຂົາເຈົ້າຖືກບັນທຶກໄວ້ຢູ່ໃນແຫລ່ງຊ່ວຍຜູ້ນຳ ແລະ ສະໝຽນ.
ພິມ ແລະ ມອບໃບຮັບຮອງຈາກ QuickReg. ຄູສອນ ແລະ ຜູ້ຊ່ຽວຊານດ້ານການກຸ້ມຕົນເອງສາມາດພິມ ແລະ ມອບໃບຮັບຮອງໃຫ້ຜູ້ຮຽນທີ່ລົງທະບຽນໃນ QuickReg.
ການເຊື້ອເຊີນ ແລະ ການຮັບຮູ້
ໃຊ້ອຸປະກອນການຮັບຮູ້. ອຸປະກອນການສົ່ງເສີມມີໃຫ້ຢູ່ທີ່ຮ້ານຄ້າອອນລາຍຂອງສາດສະໜາຈັກທີ່ store.ChurchofJesusChrist.org ແລະ ທີ່ englishconnect.org/resources/leader#publicity.
ເຊື້ອເຊີນຜູ້ຮຽນ. ທ່ານສາມາດໃຊ້ຊ່ອງການສື່ສານເພື່ອໂຄສະນາ ກຸ່ມ EnglishConnect, ເຊັ່ນເອື້ອຍນ້ອງ ແລະ ອ້າຍນ້ອງຜູ້ປະຕິບັດສາດສະໜາກິດ, ຜູ້ສອນສາດສະໜາ, ກະດານປະກາດຂອງຫວອດ, ໃບປິວ, ແລະ ອື່ນໆ. ເມື່ອໄດ້ຮັບອະນຸຍາດ ແລະ ໄດ້ຮັບທຶນຈາກໜ່ວຍໃນທ້ອງຖິ່ນ, ກຸ່ມຕ່າງໆກໍສາມາດພິຈາລະນາທີ່ຈະໂຄສະນາທາງສື່ອອນລາຍ ຫລື ໜ້າເວັບຂອງຫວອດ ຫລື ສະເຕກໃນທ້ອງຖິ່ນ. ກ່ອນທີ່ຈະເລີ່ມວິທີການໂຄສະນາໃດໆເຫລົ່ານີ້, ໃຫ້ທົບທວນແນວທາງຊີ້ນຳທາງກົດໝາຍໃນທ້ອງຖິ່ນທີ່ englishconnect.org/leader/approved-locations.
ຍິນດີຕ້ອນຮັບຜູ້ຮຽນ. ຈັດແຜນວ່າທ່ານຈະຕ້ອນຮັບຜູ້ຮຽນແນວໃດ ເມື່ອເຂົາເຈົ້າລົງທະບຽນເຂົ້າກຸ່ມ.
ເຊື້ອເຊີນໝູ່ເພື່ອນທີ່ນັບຖືສາດສະໜາອື່ນ. ທ່ານຖືກຊຸກຍູ້ໃຫ້ລວມຜູ້ຄົນຈາກສາດສະໜາທີ່ແຕກຕ່າງກັນ. ສະແດງຄວາມເຄົາລົບຕໍ່ຄວາມເຊື່ອຂອງຄົນອື່ນສະເໝີ ຂະນະທີ່ແບ່ງປັນຄວາມເຊື່ອຂອງທ່ານຢ່າງເປີດເຜີຍວ່າ ພຣະເຈົ້າສາມາດຊ່ວຍຜູ້ເຂົ້າຮ່ວມຮຽນພາສາອັງກິດໄດ້.
ພິຈາລະນາທີ່ຈະເຊື້ອເຊີນຊາວໜຸ່ມ. ທ່ານສາມາດຈັດກຸ່ມສະເພາະຊາວໜຸ່ມ, ຫລື ທ່ານສາມາດເຊື້ອເຊີນຊາວໜຸ່ມໃຫ້ເຂົ້າຮ່ວມກັບຜູ້ໃຫຍ່ກໍໄດ້. ໃນ EnglishConnect, ຄົນລຸ້ນໃໝ່ຮຽນຮູ້ວິທີທີ່ຈະຮັບຄວາມຊ່ວຍເຫລືອຈາກພຣະເຈົ້າ ເພື່ອຮຽນພາສາອັງກິດ. ບົດຮຽນເຫລົ່ານີ້ສາມາດຊ່ວຍພວກເຂົາໃຫ້ມີສັດທາວ່າ ພຣະເຈົ້າຈະຊ່ວຍພວກເຂົາໃນທຸກດ້ານຂອງຊີວິດຂອງພວກເຂົາ.
ປະຕິບັດຕາມ ນະໂຍບາຍຂອງສາດສະໜາຈັກສຳລັບການປົກປ້ອງຊາວໜຸ່ມ. ຜູ້ເຍົາ (ຜູ້ທີ່ອາຍຸ 18 ປີ ຫລື ຕ່ຳກວ່ານັ້ນ ແລະ ອາໄສຢູ່ທີ່ບ້ານ) ຈະຕ້ອງມີໃບຟອມເຊັນຍິນຍອມຈາກພໍ່ແມ່ ກ່ອນຈະເຂົ້າຮ່ວມກຸ່ມໄດ້. ໃບຟອມມີໃຫ້ໃນຫລາຍພາສາທີ່ englishconnect.org/resources/leader. ນອກເໜືອຈາກນີ້, ກຸ່ມ EnglishConnect ຈະຕ້ອງປະຕິບັດຕາມນະໂຍບາຍຂອງສາດສະໜາຈັກ ທີ່ມີຜູ້ໃຫຍ່ທີ່ຮັບຜິດຊອບຢ່າງໜ້ອຍສອງຄົນມີໜ້າຢູ່ນຳສະເໝີ ໃນລະຫວ່າງການປະຊຸມກຸ່ມ. ນະໂຍບາຍເຫລົ່ານີ້ຕ້ອງຖືກປະຕິບັດຕາມ ເຖິງແມ່ນກຸ່ມຈະປະຊຸມທາງອອນລາຍກໍຕາມ.
ການກ້າວໄປສູ່ລະດັບຕໍ່ໄປ
ໃຫ້ຄວາມຮູ້ແກ່ຜູ້ຮຽນກ່ຽວກັບການສຶກສາ ແລະ ເສັ້ນທາງອາຊີບຜ່ານທາງ EnglishConnect ແລະ BYU–Pathway Worldwide. EnglishConnect ແລະ BYU–Pathway Worldwide ຫາທາງໃຫ້ຜູ້ຮຽນໄດ້ຮັບທັກສະໃໝ່ ໃນສະພາບແວດລ້ອມຂອງການຜູກມິດ ແລະ ສັດທາ. ທ່ານສາມາດພົບແຫລ່ງຊ່ວຍເຫລືອໄດ້ທີ່ byupathway.org/englishconnect.
ຊ່ວຍຜູ້ຮຽນລົງທະບຽນ EnglishConnect 3. ເບິ່ງພາກ “ເຊື່ອມຕໍ່ຜູ້ຮຽນເຂົ້າກັບກຸ່ມ EnglishConnect 3.”
ເຊື່ອມຕໍ່ກັບຜູ້ສອນສາດສະໜາຝ່າຍໃຫ້ບໍລິການ BYU–Pathway Worldwide ໃນທ້ອງຖິ່ນຂອງທ່ານ. ສົນທະນາວິທີສະໜັບສະໜູນຜູ້ຮຽນ ຂະນະທີ່ເຂົາເຈົ້າປ່ຽນຈາກ EnglishConnect 3 ຫາ BYU–Pathway Worldwide.
ເຊື່ອມຕໍ່ເຂົ້າກັບແຫລ່ງຊ່ວຍເຫລືອອື່ນໆຂອງສາດສະໜາຈັກ
ເຊື່ອມຕໍ່ເຂົ້າກັບແຫລ່ງຊ່ວຍເຫລືອເພີ່ມເຕີມຂອງສາດສະໜາຈັກ. ວາງແຜນທີ່ຈະເຊື່ອມຕໍ່ຜູ້ເຂົ້າຮ່ວມເຂົ້າກັບແຫລ່ງຊ່ວຍເຫລືອເພີ່ມເຕີມຂອງສາດສະໜາຈັກ, ເຊັ່ນກຸ່ມການກຸ້ມຕົນເອງ, ກິດຈະກຳຂອງຊາວໜຸ່ມ, ແລະ ໂອກາດທີ່ຈະຮຽນເພີ່ມເຕີມກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເບິ່ງໜ້າ “Emotional, Educational, and Employment Resources” ທີ່ ChurchofJesusChrist.org ສຳລັບຂໍ້ມູນເພີ່ມເຕີມ.