“ຕົວຢ່າງ,” ຄູ່ມືການດຳເນີນການ EnglishConnect (2023)
“ຕົວຢ່າງ,” ຄູ່ມືການດຳເນີນການ EnglishConnect
ຕົວຢ່າງ
ຂ້າງຫລຸ່ມແມ່ນບາງຕົວຢ່າງຂອງວິທີຈັດກຸ່ມເພື່ອສະໜອງຄວາມຕ້ອງການໃນທ້ອງຖິ່ນ.
ກຸ່ມທີ່ກຳລັງດຳເນີນການຢູ່
ກຸ່ມທີ່ນຳພາໂດຍຜູ້ສອນສາດສະໜາ
ກຸ່ມທີ່ກຳລັງດຳເນີນການຢູ່
ສະພາສະເຕກຕ້ອງການຈັດໃຫ້ມີກຸ່ມ EnglishConnect ທີ່ສະມາຊິກຂອງສະເຕກ ແລະ ຊຸມຊົນສາມາດເຂົ້າຮ່ວມໄດ້ຕະຫລອດເວລາ. ເຂົາເຈົ້າຫວັງວ່າກຸ່ມ EnglishConnect ຈະໃຫ້ສະມາຊິກຂອງສາດສະໜາຈັກມີໂອກາດທີ່ຈະຮັບໃຊ້. ເຂົາເຈົ້າຍັງຫວັງວ່າກຸ່ມເຫລົ່ານີ້ຈະເປີດໂອກາດໃຫ້ສະມາຊິກຊຸມຊົນໄດ້ຮຽນຮູ້ຫລາຍຂຶ້ນກ່ຽວກັບພຣະເຢຊູຄຣິດ ແລະ ປະສົບກັບຄວາມຮັກຂອງສະມາຊິກຂອງສາດສະໜາຈັກ.
ເຂົາເຈົ້າເລືອກອາຄານທີ່ຢູ່ໃກ້ທີ່ສຸດກັບຜູ້ຄົນສ່ວນໃຫຍ່ທີ່ມີແນວໂນ້ມຈະເຂົ້າຮ່ວມ. ເຂົາເຈົ້າຕັດສິນໃຈວ່າຈະໃຫ້ແຕ່ລະກຸ່ມພົບກັນໃນແລງວັນອັງຄານ ຈາກ 7:00 ເຖິງ 8:30 ໂມງແລງ. ເຂົາເຈົ້າເອີ້ນຄູສອນສີ່ຄົນ, ສອງຄົນສຳລັບ EnglishConnect 1 ແລະ ສອງຄົນສຳລັບ EnglishConnect 2. ເຂົາເຈົ້າຂໍໃຫ້ຄູສອນຄົນໜຶ່ງໃຫ້ເປັນຜູ້ປະສານງານຂອງໂປຣແກຣມທັງໝົດ ແລະ ມອບການເອີ້ນໃຫ້ຄູສອນຄົນນັ້ນເປັນຜູ້ຊ່ຽວຊານດ້ານສະຫວັດດີການ ແລະ ການກຸ້ມຕົນເອງ ໃນແຫລ່ງຊ່ວຍຜູ້ນຳ ແລະ ສະໝຽນ. ດ້ວຍການເອີ້ນນີ້, ຜູ້ປະສານງານສາມາດລົງທະບຽນກຸ່ມໃນ QuickReg.
ແລ້ວສະພາສະເຕກຈະໂຄສະນາກຸ່ມຕ່າງໆ ໂດຍການແຈກໃບປິວຢູ່ໂບດ, ຕິດປະກາດກ່ຽວກັບກຸ່ມໃນຖານສື່ສັງຄົມ, ແລະ ຂໍໃຫ້ຜູ້ສອນສາດສະໜາເຊື້ອເຊີນຜູ້ຄົນທີ່ເຂົາເຈົ້າພົບ. ໃນຕອນຕົ້ນ, ສະເຕກຈະສົ່ງຜູ້ຮຽນໃຫ້ເຂົ້າຮ່ວມກຸ່ມ EnglishConnect 3 ທາງອອນລາຍສຳລັບເຂດຂອງເຂົາເຈົ້າ ເມື່ອເຂົາເຈົ້າພ້ອມທີ່ຈະກ້າວຜ່ານ EnglishConnect 2. ເມື່ອເວລາຜ່ານໄປ, ສະເຕກຈະມີຜູ້ເຂົ້າຮ່ວມຫລາຍພໍ ທີ່ຈະສະໜັບສະໜູນກຸ່ມ EnglishConnect 3 ໃນຕຶກໂບດດຽວກັນກັບກຸ່ມ EnglishConnect 1 ແລະ 2 ຂອງເຂົາເຈົ້າ. ເຂົາເຈົ້າເຮັດວຽກງານຮ່ວມກັບຜູ້ຕິດຕໍ່ BYU–Pathway Worldwide ເພື່ອເອີ້ນຜູ້ສອນສາດສະໜາ PathwayConnect ເພື່ອດູແລກຸ່ມ EnglishConnect 3.
ກຸ່ມສອງໜ່ວຍບົດຮຽນ
ສະພາຫວອດຕ້ອງການຈັດໃຫ້ສະມາຊິກຫວອດ ແລະ ຊຸມຊົນມີໂອກາດທີ່ຈະຮຽນຮູ້. ເຂົາເຈົ້າເຄີຍໄດ້ພະຍາຍາມຈັດກຸ່ມ EnglishConnect ມາກ່ອນ, ແຕ່ຜູ້ເຂົ້າຮ່ວມສ່ວນໃຫຍ່ພົບວ່າເປັນເລື່ອງຍາກທີ່ຈະເຂົ້າຮ່ວມການຮຽນທີ່ສະເໜີເຕັມເວລາ 25 ອາທິດ. ເຂົາເຈົ້າຕັດສິນໃຈສະເໜີກຸ່ມທີ່ກວມພຽງແຕ່ສອງໝວດ.
ຜູ້ນຳວາງແຜນທີ່ຈະໃຫ້ກຸ່ມຕ່າງໆພົບກັນໃນວັນອັງຄານ ແລະ ວັນສຸກ ຈາກ 7:30 ເຖິງ 9:00 ໂມງແລງ. ເຂົາເຈົ້າເອີ້ນຄູສອນສີ່ຄົນ, ສອງຄົນສຳລັບ EnglishConnect 1 ແລະ ສອງຄົນສຳລັບ EnglishConnect 2. ເຂົາເຈົ້າລົງທະບຽນກຸ່ມໃນ QuickReg ແລະ ໂຄສະນາກຸ່ມ ໂດຍການຕິດປະກາດຢູ່ນອກຕຶກໂບດ. ເຂົາເຈົ້າກໍຍັງເຮັດໃບປິວນຳອີກ ທີ່ສະມາຊິກສາມາດແຈກຢາຍໃຫ້ໝູ່ເພື່ອນ ຫລື ແບ່ງປັນໃນສື່ສັງຄົມ.
ໃນທ້າຍເດືອນ, ຜູ້ນຳຈະສະຫລຸບກຸ່ມໃນ QuickReg ແລະ ວາງແຜນເພື່ອກວມສອງໝວດຕໍ່ໄປໃນອະນາຄົດໃກ້ໆນັ້ນ.
ກຸ່ມຊາວໜຸ່ມ
ສະພາສະເຕກຕ້ອງການຊ່ວຍໃຫ້ຊາວໜຸ່ມເຂົ້າເຖິງໂອກາດທາງການສຶກສາ ແລະ ການງານ ຫລັງຈາກເຂົາເຈົ້າຈົບໂປຣແກຣມຊາວໜຸ່ມ ແລະ ກັບບ້ານຈາກການເຜີຍແຜ່. ຜູ້ນຳກໍຍັງຫວັງວ່າ ການຮຽນພາສາອັງກິດກັບ EnglishConnect ຈະຊ່ວຍໃຫ້ຊາວໜຸ່ມຮຽນຮູ້ວິທີເປັນຫຸ້ນສ່ວນກັບພຣະເຈົ້າ ເພື່ອບັນລຸເປົ້າໝາຍທີ່ກຸ້ມຄ່າ. ເຂົາເຈົ້າຕັດສິນໃຈເລີ່ມຕົ້ນກຸ່ມ EnglishConnect ສຳລັບຊາວໜຸ່ມໃນສະເຕກຂອງເຂົາເຈົ້າ.
ຊາວໜຸ່ມອາໄສຢູ່ຫ່າງໄກຈາກກັນ, ສະນັ້ນຜູ້ນຳຈຶ່ງຕັດສິນໃຈໃຫ້ກຸ່ມຕ່າງໆພົບກັນທາງອອນລາຍໃນວັນອັງຄານ ຈາກ 8:00 ເຖິງ 9:00 ໂມງແລງ. ເຂົາເຈົ້າເອີ້ນອະດີດຜູ້ສອນສາດສະໜາ ແລະ ຊາວໜຸ່ມຜູ້ທີ່ຮູ້ພາສາອັງກິດຫລາຍໃຫ້ສິດສອນກຸ່ມ. ຜູ້ນຳຈະແນ່ໃຈວ່າເຂົາເຈົ້າປະຕິບັດຕາມ ນະໂຍບາຍຂອງສາດສະໜາຈັກສຳລັບການປົກປ້ອງຊາວໜຸ່ມ. ຍົກຕົວຢ່າງ, ເຂົາເຈົ້າຈະໃຫ້ແນ່ໃຈວ່າ ຜູ້ໃຫຍ່ສອງຄົນທີ່ໄດ້ສຳເລັດການສຶກສາການຝຶກອົບຮົມການປົກປ້ອງຊາວໜຸ່ມຈະເຂົ້າຮ່ວມການປະຊຸມທາງອອນລາຍແຕ່ລະຄັ້ງ ແລະ ວ່າຊາວໜຸ່ມແຕ່ລະຄົນໄດ້ເຊັນ ໃບຟອມການຍິນຍອມຂອງພໍ່ແມ່.
ຜູ້ນຳຍັງໄດ້ຈັດຕັ້ງຄູສອນ ຫລື ຜູ້ນຳຄົນໜຶ່ງ ເພື່ອຄອຍດູແລກຸ່ມ WhatsApp ເພື່ອວ່າຊາວໜຸ່ມຈະສາມາດຝຶກພາສາອັງກິດຂອງເຂົາເຈົ້າທຸກວັນ. ກຸ່ມ WhatsApp ຊ່ວຍໃຫ້ຊາວໜຸ່ມທີ່ບໍ່ສາມາດເຂົ້າຮ່ວມການປະຊຸມໃນວັນອັງຄານມີສ່ວນຮ່ວມໄດ້.
ຜູ້ນຳຈະເຮັດວຽກງານຮ່ວມກັບຜູ້ຈັດການສະຫວັດດີການ ແລະ ການກຸ້ມຕົນເອງປະຈຳເຂດຂອງເຂົາເຈົ້າ ເພື່ອເລີ່ມຕົ້ນກຸ່ມຊາວໜຸ່ມ EnglishConnect 3 ໃນເຂດຂອງເຂົາເຈົ້າສຳລັບຜູ້ທີ່ມີຄວາມສາມາດດ້ານພາສາອັງກິດສູງກວ່າ EnglishConnect 2.
ກຸ່ມນຳພາໂດຍຜູ້ສອນສາດສະໜາ
ຜູ້ນຳເຜີຍແຜ່ຕ້ອງການໃຊ້ EnglishConnect ເພື່ອແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ພວກເພິ່ນຮູ້ວ່າກຸ່ມ EnglishConnect ທຳງານໄດ້ດີເມື່ອສະມາຊິກເປັນຜູ້ດຳເນີນການ ແລະ ໄດ້ຮັບການສະໜັບສະໜູນຈາກຜູ້ສອນສາດສະໜາ. ໃນສະພາກັບປະທານສະເຕກໃນເຂດເຜີຍແຜ່, ພວກເພິ່ນຕັດສິນໃຈວ່າ ເຂດເຜີຍແຜ່ຈະເລີ່ມຕົ້ນກຸ່ມ EnglishConnect ແລະ ເຮັດວຽກງານເພື່ອສົ່ງຕໍ່ໃຫ້ກັບສະເຕກ.
ຜູ້ສອນສາດສະໜາຕັດສິນໃຈກ່ຽວກັບເວລາການປະຊຸມສຳລັບກຸ່ມທີ່ເໝາະສົມກັບຕາຕະລາງເວລາຂອງການເລາະເຜີຍແຜ່ ແລະ ເພີ່ມການເຂົ້າເຖິງຜູ້ຄົນໃນຊຸມຊົນໃຫ້ຫລາຍ. ຂະນະທີ່ຜູ້ສອນສາດສະໜາເລີ່ມຕົ້ນໃນຖານະຄູສອນ EnglishConnect, ເຂົາເຈົ້າກໍຍັງເຮັດວຽກງານກັບຜູ້ນຳຖານະປະໂລຫິດ ເພື່ອຊອກຫາສະມາຊິກໃນທ້ອງຖິ່ນໃຫ້ມາແທນເຂົາເຈົ້ານຳອີກ, ບາງຄົນອາດເປັນອະດີດຜູ້ຮຽນ EnglishConnect 1 ແລະ 2. ເມື່ອເວລາຜ່ານໄປ, ຜູ້ສອນສາດສະໜາຈະປ່ຽນໄປມີບົດບາດສະໜັບສະໜູນ. ຜູ້ສອນສາດສະໜາສືບຕໍ່ສະໜັບສະໜູນກຸ່ມຕ່າງໆຕໍ່ໄປ ໂດຍການເຂົ້າຮ່ວມເປັນປະຈຳ, ແນະນຳຜູ້ຮຽນຄົນໃໝ່, ແລະ ຊຸກຍູ້ໃຫ້ຜູ້ຮຽນສະແຫວງຫາຄວາມຊ່ວຍເຫລືອຈາກພຣະເຈົ້າ ໃນການຮຽນພາສາອັງກິດ.