ການ​ຮຽນ​ພາ​ສາ​ອັງ​ກິດ
ພາບ​ລວມ


“ພາບ​ລວມ,” ຄູ່​ມື​ການ​ດຳ​ເນີນ​ການ EnglishConnect (2023)

“ພາບ​ລວມ,” ຄູ່​ມື​ການ​ດຳ​ເນີນ​ການ EnglishConnect

ພາບ​ລວມ

EnglishConnect ມີ​ຫລາຍ​ລະ​ດັບ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຮຽນ​ກ້າວ​ໜ້າ. EnglishConnect 1 ແລະ 2 ຊ່ວຍ​ຜູ້​ຮຽນ​ພັດ​ທະ​ນາ​ທັກ​ສະ​ພາ​ສາ​ອັງ​ກິດ​ຂັ້ນ​ພື້ນ​ຖານ. EnglishConnect 3 ຊ່ວຍ​ໃຫ້​ຜູ້​ຮຽນ​ພັດ​ທະ​ນາ​ທັກ​ສະ​ພາ​ສາ​ອັງ​ກິດ​ລະ​ດັບ​ປານ​ກາງ ເພື່ອ​ການ​ງານ, ການ​ຮັບ​ໃຊ້, ແລະ ໂອ​ກາດ ທາງ​ການ​ສຶກ​ສາ—ໂດຍ​ສະ​ເພາະ BYU–Pathway Worldwide.

EnglishConnect ຈະ​ມີ​ປະ​ສິດ​ທິ​ພາບ​ສູງ​ສຸດ​ເມື່ອ​ຜູ້​ຮຽນ​ທຸກ​ລະ​ດັບ​ສາ​ມາດ​ເຂົ້າ​ເຖິງ​ໄດ້.

ຮູບ​ອະ​ທິ​ບາຍ​ສະ​ແດງ​ຄວາມ​ກ້າວ​ໜ້າ​ຈາກ EnglishConnect 1, 2, ແລະ 3, ໄປ​ສູ່ BYU Pathway Worldwide. ມັນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ EnglishConnect 1 ແລະ 2 ສອນ​ພາ​ສາ​ອັງ​ກິດ​ຂັ້ນ​ພື້ນ​ຖານ ແລະ EnglishConnect 3 ສອນ​ພາ​ສາ​ອັງ​ກິດ​ລະ​ດັບ​ປານ​ກາງ.

ຂໍ້​ກຳ​ນົດ​ສຳ​ລັບ​ການ​ເຂົ້າ​ຮ່ວມ

ຜູ້​ຮຽນ​ຮູ້​ຈະ​ຕ້ອງ​ມີ​ຄວາມ​ຮູ້​ໃນ​ພາ​ສາ​ແມ່​ຂອງ​ຕົນ ແລະ ມີ​ອາ​ຍຸ​ຢ່າງ​ນ້ອຍ 11 ປີ ຈຶ່ງ​ຈະ​ເຂົ້າ​ຮ່ວມ​ກຸ່ມ EnglishConnect ໄດ້.

ຂ້າງ​ລຸ່ມ​ແມ່ນ​ຄວາມ​ສາ​ມາດ​ດ້ານ​ພາ​ສາ​ອັງ​ກິດ​ທີ່​ຜູ້​ຮຽນ​ຈຳ​ເປັນ​ຕ້ອງ​ເລີ່ມ​ຕົ້ນ​ໃນ​ແຕ່​ລະ​ລະ​ດັບ.

EnglishConnect 1: ອ່ານ​ຕົວ​ອັກ​ສອນ ແລະ ເວົ້າ​ຄຳ​ສັບ​ຂັ້ນ​ພື້ນ​ຖານ

EnglishConnect 2: ສ້າງ​ປະ​ໂຫຍກ​ຂັ້ນ​ພື້ນ​ຖານ

EnglishConnect 3: ຈັດ​ການ​ສົນ​ທະ​ນາ​ທີ່​ເປັນ​ທຳ​ມະ​ຊາດ; ອ່ານ ແລະ ຂຽນ​ປະ​ໂຫຍກ​ຂັ້ນ​ພື້ນ​ຖານ*

*ຜູ້​ຮຽນ​ຕ້ອງ​ຜ່ານ​ການ​ປະ​ເມີນ​ພາ​ສາ​ອັງ​ກິດ ເພື່ອ​ເຂົ້າ​ຮ່ວມ EnglishConnect 3.