ການ​ຮຽນ​ພາ​ສາ​ອັງ​ກິດ
ພາກ​ຫ້ອຍ​ທ້າຍ ກ: ຂໍ້​ມູນ​ທາງ​ກົດ​ໝາຍ


“ພາກ​ຫ້ອຍ​ທ້າຍ ກ: ຂໍ້​ມູນ​ທາງ​ກົດ​ໝາຍ,” EnglishConnect ສຳ​ລັບ​ຄູ​ສອນ (2023)

“ພາກ​ຫ້ອຍ​ທ້າຍ ກ,” EnglishConnect ສຳ​ລັບ​ຄູ​ສອນ

ພາກ​ຫ້ອຍ​ທ້າຍ ກ

ຂໍ້​ມູນ​ທາງ​ກົດ​ໝາຍ

ຂໍ້​ກຳ​ນົດ​ທາງ​ກົດ​ໝາຍ​ທົ່ວ​ໄປ​ສຳ​ລັບ​ສະ​ຖານ​ທີ່​ທີ່​ຖືກ​ອະ​ນຸ​ມັດ

ຫ້ອງ​ການ​ທີ່​ປຶກ​ສາ​ທົ່ວ​ໄປ (OGC) ໄດ້​ອະ​ນຸ​ມັດ​ແນວ​ທາງ​ຊີ້​ນຳ​ການ​ປະ​ຕິ​ບັດ​ຕໍ່​ໄປ​ນີ້ ສຳ​ລັບ​ໂປຣ​ແກຣມ EnglishConnect. ແນວ​ທາງ​ຊີ້​ນຳ​ເຫລົ່າ​ນີ້​ຈະ​ນຳ​ໃຊ້​ກັບ EnglishConnect 1 ແລະ 2 ທົ່ວ​ໂລກ, ໂດຍ​ຂຶ້ນ​ຢູ່​ກັບ​ຂໍ້​ກຳ​ນົດ​ທາງ​ກົດ​ໝາຍ​ສະ​ເພາະ​ປະ​ເທດ​ທີ່​ລະ​ບຸ​ໄວ້​ໃນ​ການ​ສະ​ຫລຸບ​ທາງ​ກົດ​ໝາຍ​ຂອງ EnglishConnect ສຳ​ລັບ​ແຕ່​ລະ​ປະ​ເທດ (ເບິ່ງ ຂໍ້​ກຳ​ນົດ​ສະ​ເພາະ​ປະ​ເທດ​ທີ່ englishconnect.org/leader/approved-locations).

  • ຂໍ​ການ​ຍິນ​ຍອມ​ຈາກ​ພໍ່​ແມ່​ສຳ​ລັບ​ຜູ້​ເຂົ້າ​ຮ່ວມ​ທີ່​ມີ​ອາ​ຍຸ 18 ປີ ຫລື ຕ່ຳ​ກວ່າ ໂດຍ​ການ​ໃຊ້​ໃບ​ຟອມ​ການ​ຍິນ​ຍອມ​ຈາກ​ພໍ່​ແມ່. ໃບ​ຟອມ​ມີ​ໃຫ້​ໃນ​ຫລາຍ​ພາ​ສາ​ທາງ​ອອນ​ລາຍ​ທີ່ englishconnect.org/resources/leader.

    • ຂໍ​ລາຍ​ເຊັນ​ຂອງ​ພໍ່​ແມ່​ຖ້າ​ເປັນ​ໄປ​ໄດ້. ຖ້າ​ຫາກ​ຜູ້​ທີ່​ມີ​ອາ​ຍຸ 18 ປີ ຫລື ຕ່ຳ​ກວ່າ​ອາ​ໄສ​ຢູ່​ດ້ວຍ​ຕົວ​ເອງ, ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຍິນ​ຍອມ​ຈາກ​ພໍ່​ແມ່.

    • ໃບ​ຟອມ​ທີ່​ປະ​ກອບ​ແລ້ວ​ຄວນ​ຖືກ​ເກັບ​ໄວ້​ໂດຍ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ ແລະ ພ້ອມ​ສຳ​ລັບ​ການ​ກວດ​ສອບ.

  • ຮຽກ​ຮ້ອງ​ໃຫ້​ຄູ​ສອນ​ສຳ​ເລັດ​ການ​ຝຶກ​ອົບ​ຮົມ​ຂອງ​ສາດ​ສະ​ໜາ​ຈັກ​ເລື່ອງ “ການ​ປົກ​ປ້ອງ​ເດັກ ແລະ ຊາວ​ໜຸ່ມ.” ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ​ຂອງ​ປະ​ເທດ​ທັງ​ໝົດ​ສຳ​ລັບ​ການ​ຄັດ​ເລືອກ ແລະ ການ​ເອີ້ນ​ຄູ​ສອນ​ຂອງ​ຊາວ​ໜຸ່ມ​ສຳ​ລັບ​ຄູ​ສອນ EnglishConnect ທີ່​ຈະ​ສອນ​ໃຜ​ກໍ​ຕາມ​ທີ່​ອາ​ຍຸ​ນ້ອຍ​ກວ່າ 21 ປີ.

  • ຢ່າ​ເກັບ​ຄ່າ​ທຳ​ນຽມ ຫລື ຄ່າ​ໃຊ້​ຈ່າຍ​ໃດໆ​ກັບ​ຜູ້​ເຂົ້າ​ຮ່ວມ ໃນ​ການ​ເຂົ້າ​ຮ່ວມ​ໂປຣ​ແກຣມ.

    • ຜູ້​ເຂົ້າ​ຮ່ວມ EnglishConnect ສາ​ມາດ​ດາວ​ໂຫລດ​ສື່​ໂປຣ​ແກຣມ​ອອນ​ລາຍ​ໄດ້​ຟຣີ, ຫລື ໜ່ວຍ​ໃນ​ທ້ອງ​ຖິ່ນ​ສາ​ມາດ​ຊື້​ອຸ​ປະ​ກອນ​ສຳ​ລັບ​ກຸ່ມ ຜ່ານ​ຊ່ອງ​ທາງ​ການ​ຈຳ​ໜ່າຍ​ປົກ​ກະ​ຕິ​ທີ່ store.churchofjesuschrist.org. ຜູ້​ເຂົ້າ​ຮ່ວມ​ອາດ​ຈະ​ຊື້​ອຸ​ປະ​ກອນ​ເຊັ່ນ​ກັນ ຜ່ານ​ຊ່ອງ​ທາງ​ນີ້​ຖ້າ​ຫາກ​ເຂົາ​ເຈົ້າ​ຕ້ອງ​ການ.

    • ຄູ​ສອນ EnglishConnect ບໍ່​ຄວນ​ໃຫ້ ຫລື ຮັບ​ເງິນ ຫລື ຂອງ​ຂວັນ ໂດຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ສຳ​ພັນ​ໃນ​ການ​ຕິວ​ບົດ​ຮຽນ ຫລື ການ​ສິດ​ສອນ​ກັບ​ຜູ້​ເຂົ້າ​ຮ່ວມ EnglishConnect.

  • ລວມ​ເນື້ອ​ຫາ​ທາງ​ສາດ​ສະ​ໜາ​ທີ່​ສຳ​ຄັນ​ໄວ້​ຢ່າງ​ໜ້ອຍ​ໜຶ່ງ​ສ່ວນ​ສາມ​ຂອງ​ການ​ສິດ​ສອນ​ທັງ​ໝົດ. (ເນື້ອ​ຫາ​ທາງ​ສາດ​ສະ​ໜາ​ຄວນ​ໃຊ້​ເວ​ລາ 20 ນາ​ທີ​ຕໍ່​ຊົ່ວ​ໂມງ​ການ​ສິດ​ສອນ ຫລື 30 ນາ​ທີ​ຕໍ່ 90 ນາ​ທີ​ຂອງ​ການ​ສິດ​ສອນ.) ໝາຍ​ເຫດ: ຖ້າ​ຫາກ​ບົດ​ຮຽນ​ຖືກ​ສິດ​ສອນ​ຕາມ​ທີ່​ອອກ​ແບບ​ໄວ້ ແລະ ຄູ​ສອນ​ລວມ​ກິດ​ຈະ​ກຳ “ສົນ​ທະ​ນາ​ຫລັກ​ການ​ຮຽນ​ຮູ້” ລະ​ຫວ່າງ​ກຸ່ມ​ສົນ​ທະ​ນາ​ສະ​ເໝີ, ຂໍ້​ກຳ​ນົດ​ນີ້​ກໍ​ຈະ​ຖືກ​ຕອບ​ສະ​ໜອງ​ໄດ້.

  • ປະ​ຕິ​ບັດ​ຕາມ​ແນວ​ທາງ​ຊີ້​ນຳ​ໂປຣ​ແກຣມ​ທັງ​ໝົດ ທີ່​ມີ​ຢູ່​ໃນ​ຄູ່​ມື​ການ​ດຳ​ເນີນ​ການ​ສຳ​ລັບ EnglishConnect ແລະ ໃນ​ຄູ່​ມື​ຄູ​ສອນ, ລວມ​ທັງ​ການ​ໃຊ້​ລະ​ບົບ​ການ​ລົງ​ທະ​ບຽນ​ອອນ​ລາຍ QuickReg (quickreg.englishconnect.org) ເພື່ອ​ຮັບ​ຮອງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຂໍ້​ມູນ.

  • ເພື່ອ​ຫລີກ​ເວັ້ນ​ບໍ່​ໃຫ້​ວີ​ຊາ​ຂອງ​ຜູ້​ສອນ​ສາດ​ສະ​ໜາ ຫລື ສະ​ຖາ​ນະ​ທາງ​ກົດ​ໝາຍ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ເທດ​ໃດ​ປະ​ເທດ​ໜຶ່ງ​ເສຍ​ຫາຍ, ເຂດ​ເຜີຍ​ແຜ່​ໃດໆ​ທີ່​ບໍ່​ເຄີຍ​ໃຊ້​ການ​ສອນ​ພາ​ສາ​ອັງ​ກິດ​ເປັນ​ວິ​ທີ​ການ​ຕິດ​ຕໍ່ ຈະ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ OGC ໂດຍ​ສະ​ເພາະ ກ່ອນ​ທີ່​ຈະ​ໃຊ້​ອຸ​ປະ​ກອນ EnglishConnect.

EnglishConnect 3 ໄດ້​ດຳ​ເນີນ​ການ ແລະ ປະ​ຕິ​ບັດ​ໂດຍ BYU–Pathway Worldwide. ດັ່ງ​ນັ້ນ, ມັນ​ຈຶ່ງ​ດຳ​ເນີນ​ການ​ພາຍ​ໃຕ້​ເງື່ອນ​ໄຂ​ທາງ​ກົດ​ໝາຍ​ດຽວ​ກັນ​ກັບ BYU–Pathway.

ການ​ໂຄ​ສະ​ນາ

ໃນ​ປະ​ເທດ​ທີ່​ການ​ໂຄ​ສະ​ນາ EnglishConnect 1 ແລະ 2 ໄດ້​ຮັບ​ການ​ອະ​ນຸ​ມັດ, ສະ​ເຕກ, ຫວອດ, ແລະ ​ເຂດ​ເຜີຍ​ແຜ່​ໃນ​ທ້ອງ​ຖິ່ນ​ອາດ​ສົ່ງ​ເສີມ​ກຸ່ມ EnglishConnect 1 ແລະ 2 ກັບ​ຊຸມ​ຊົນ​ທີ່​ກວ້າງ​ຂວາງ​ໂດຍ​ສອດ​ຄ່ອງ​ກັບ​ແນວ​ທາງ​ຊີ້​ນຳ​ການ​ໂຄ​ສະ​ນາ​ຂອງ​ປະ​ເທດ​ໃດ​ໜຶ່ງ (ເບິ່ງ​ຂໍ້​ກຳ​ນົດ​ສະ​ເພາະ​ປະ​ເທດ ທີ່ englishconnect.org/leader/approved-locations). ການ​ໂຄ​ສະ​ນາ​ຄວນ​ມີ​ທັງ​ໝົດ​ດັ່ງ​ຕໍ່​ໄປ​ນີ້:

  1. ຕຳ​ແໜ່ງ​ທີ່​ໂດດ​ເດັ່ນ​ຂອງ​ຊື່​ຂອງ​ສາດ​ສະ​ໜາ​ຈັກ.

  2. ຄຳ​ຖະ​ແຫລງ​ການ​ວ່າ​ບໍ່​ມີ​ຄ່າ​ໃຊ້​ຈ່າຍ​ສຳ​ລັບ EnglishConnect 1 ແລະ 2.

  3. ຄຳ​ຖະ​ແຫລງ​ການ​ວ່າ EnglishConnect 1 ແລະ 2 ບໍ່​ມີ​ການ​ຮັບ​ຮອງ​ໃດໆ.

ລິ​ຂະ​ສິດ ແລະ ການ​ອະ​ນຸ​ຍາດ

EnglishConnect ເປັນ​ໂປຣ​ແກຣມ​ທີ່​ຈັດ​ຂຶ້ນ​ໂດຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ສິດ​ທັງ​ໝົດ​ໃນ​ອຸ​ປະ​ກອນ EnglishConnect ເປັນ​ຂອງ ຫລື ໄດ້​ຮັບ​ອະ​ນຸ​ຍາດ​ຈາກ Intellectual Reserve, Inc. ເພື່ອ​ໃຊ້​ໂດຍ​ໜ່ວຍ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ ເຊັ່ນ ສະ​ເຕກ, ທ້ອງ​ຖິ່ນ, ແລະ ເຂດ​ເຜີຍ​ແຜ່. ການ​ໃຊ້​ອຸ​ປະ​ກອນ EnglishConnect ໃນ​ລັກ​ສະ​ນະ​ອື່ນ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ເປັນ​ລາຍ​ລັກ​ອັກ​ສອນ​ລ່ວງ​ໜ້າ. ໃນ​ການ​ຮ້ອງ​ຂໍ​ໃຊ້​ອຸ​ປະ​ກອນ EnglishConnect, ກະ​ລຸ​ນາ​ປະ​ກອບ​ໃບ​ຟອມ​ຮ້ອງ​ຂໍ ທີ່ Permissions.ChurchofJesusChrist.org.

ຜູ້​ເຍົາ

ກຸ່ມ EnglishConnect ຈະ​ຕ້ອງ​ປະ​ຕິ​ບັດ​ຕາມ ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ການ​ປົກ​ປ້ອງ​ຊາວ​ໜຸ່ມ (ຊຶ່ງ​ລວມ​ທັງ​ຜູ້​ເຂົ້າ​ຮ່ວມ​ອາ​ຍຸ 18 ປີ ຫລື ຕ່ຳ​ກວ່າ). ຜູ້​ເຍົາ​ຈະ​ຕ້ອງ​ມີ​ໃບ​ຟອມ​ທີ່​ຍິນ​ຍອມ​ຈາກ​ພໍ່​ແມ່ ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມ​ກຸ່ມ EnglishConnect ໄດ້. ໃບ​ຟອມ​ມີ​ໃຫ້​ໃນ​ຫລາຍ​ພາ​ສາ​ທາງ​ອອນ​ລາຍ​ທີ່ englishconnect.org/resources/leader. ໃບ​ຟອມ​ທີ່​ປະ​ກອບ​ແລ້ວ​ຈະ​ຕ້ອງ​ເກັບ​ໄວ້​ໂດຍ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ ແລະ ພ້ອມ​ສຳ​ລັບ​ການ​ກວດ​ສອບ.

ເນື່ອງ​ຈາກ​ຜູ້​ຮຽນ EnglishConnect ສາ​ມາດ​ລວມ​ທັງ​ຜູ້​ເຍົາ​ໄດ້, ຜູ້​ນຳ​ທາງ​ສາດ​ສະ​ໜາ​ຄວນ​ສຳ​ພາດ​ຜູ້​ຄາດ​ຫວັງ​ເປັນ​ຄູ​ສອນ​ແຕ່​ລະ​ຄົນ ແລະ ກວດ​ເບິ່ງ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ຜູ້​ສະ​ໝັກ​ສຳ​ລັບ​ການ​ໝາຍ​ເຫດ​ປະ​ກອບ ກ່ອນ​ທຳ​ການ​ເອີ້ນ. ນອກ​ເໜືອ​ຈາກ​ນີ້, ຄວນ​ມີ​ຜູ້​ໃຫຍ່​ທີ່​ຮັບ​ຜິດ​ຊອບ​ຢ່າງ​ໜ້ອຍ​ສອງ​ຄົນ​ຢູ່​ນຳ​ຕະ​ຫລອດ​ເວ​ລາ​ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ກຸ່ມ. ຄູ​ສອນ​ບໍ່​ຄວນ​ເຮັດ​ວຽກ​ຕົວ​ຕໍ່​ຕົວ​ກັບ​ຜູ້​ເຍົາ​ເປັນ​ການ​ສ່ວນ​ຕົວ. ທ່ານ​ຕ້ອງ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ເຫລົ່າ​ນີ້ ເຖິງ​ແມ່ນ​ວ່າ​ກຸ່ມ​ຈະ​ປະ​ຊຸມ​ທາງ​ອອນ​ລາຍ​ກໍ​ຕາມ.

ຜູ້​ເຍົາ​ທີ່​ເຂົ້າ​ຮ່ວມ​ໃນ​ກຸ່ມ​ສົນ​ທະ​ນາ​ອອນ​ລາຍ

ຜູ້​ເຍົາ​ສາ​ມາດ​ເຂົ້າ​ຮ່ວມ​ກຸ່ມ​ສົນ​ທະ​ນາ EnglishConnect 1 ແລະ 2 ອອນ​ລາຍ​ໄດ້​ພຽງ​ແຕ່​ເມື່ອ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ພໍ່​ແມ່ ແລະ ເມື່ອ​ກຸ່ມ​ໄດ້​ຮັບ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໂດຍ​ຄູ​ສອນ​ຢ່າງ​ໜ້ອຍ​ສອງ​ຄົນ.

ເພື່ອ​ໃຫ້​ຄວາມ​ສຳ​ຄັນ​ກັບ​ຄວາມ​ປອດ​ໄພ, ກຸ່ມ​ສົນ​ທະ​ນາ​ອອນ​ລາຍ​ທີ່​ລວມ​ຜູ້​ເຍົາ ຈະ​ຕ້ອງ​ຖືກ​ຈັດ​ຂຶ້ນ​ເພື່ອ​ຫລີກ​ເວັ້ນ​ຈາກ​ການ​ໂຕ້​ຕອບ​ອອນ​ລາຍ​ແບບ​ຕົວ​ຕໍ່​ຕົວ​ລະ​ຫວ່າງ​ຜູ້​ເຍົາ ແລະ ຄູ​ສອນ. ຜູ້​ເຍົາ​ສາ​ມາດ​ເຂົ້າ​ຮ່ວມ​ກຸ່ມ​ສົນ​ທະ​ນາ​ອອນ​ລາຍ​ໄດ້​ພຽງ​ແຕ່​ເມື່ອ​ມີ​ຄູ​ສອນ​ສອງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ​ມີ​ໜ້າ​ຢູ່​ໃນ​ການ​ປະ​ຊຸມ​ກຸ່ມ​ດ້ວຍ.

ນອກ​ເໜືອ​ຈາກ​ນີ້, ຄູ​ສອນ EnglishConnect ບໍ່​ຄວນ​ສົ່ງ​ຂໍ້​ຄວາມ, ອີ​ເມວ, ຫລື ຕິດ​ຕໍ່​ຜູ້​ເຍົາ​ໂດຍ​ບໍ່​ໄດ້​ຄັດ​ລອກ​ຄົນ​ອື່ນ​ໃນ​ການ​ສື່​ສານ. ສຳ​ລັບ​ການ​ໄປ​ຢ້ຽມ​ຢາມ​ດ້ວຍ​ຕົນ​ເອງ ຫລື ໂທ​ລະ​ສັບ, ຜູ້​ໃຫຍ່​ຄົນ​ອື່ນ​ຄວນ​ຈະ​ມີ​ໜ້າ​ຢູ່​ນຳ. ຖ້າ​ເປັນ​ໄປ​ໄດ້, ຄູ​ສອນ​ຄວນ​ເບິ່ງ​ແຍງ​ການ​ໂຕ້​ຕອບ​ກຸ່ມ​ຍ່ອຍ​ໃນ​ລະ​ຫວ່າງ​ກຸ່ມ​ສົນ​ທະ​ນາ​ອອນ​ລາຍ.

ຄວາມ​ເປັນ​ສ່ວນ​ຕົວ

EnglishConnect ເປັນ​ໂປຣ​ແກຣມ​ທີ່​ຈັດ​ຂຶ້ນ​ໂດຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ສຳ​ລັບ​ລາຍ​ລະ​ອຽດ​ກ່ຽວ​ກັບ​ວິ​ທີ​ການ​ປະ​ມວນ​ຜົນ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ, ກະ​ລຸ​ນາ​ໄປ​ທີ່ ChurchofJesusChrist.org ແລະ ກົດ ໃບ​ແຈ້ງ​ການ​ເລື່ອງ​ຄວາມ​ເປັນ​ສ່ວນ​ຕົວ ຢູ່​ລຸ່ມ​ໜ້າ.

ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ຕ້ອງ​ຍອມ​ຮັບ​ເງື່ອນ​ໄຂ​ຂອງ​ການ​ມີ​ສ່ວນ​ຮ່ວມ, ຊຶ່ງ​ສາ​ມາດ​ພົບ​ໄດ້​ທີ່ ChurchofJesusChrist.org/legal/englishconnect-terms-of-participation. ຜູ້​ເຂົ້າ​ຮ່ວມ​ສາ​ມາດ​ຍອມ​ຮັບ​ເງື່ອນ​ໄຂ​ຂອງ​ການ​ເຂົ້າ​ຮ່ວມ​ທາງ​ອີ​ເລັກ​ໂທຣ​ນິກ ເມື່ອ​ຜູ້​ອຳ​ນວຍ​ຄວາມ​ສະ​ດວກ EnglishConnect ລົງ​ທະ​ບຽນ​ເຂົາ​ເຈົ້າ​ໃນ QuickReg.

ຄູ​ສອນ EnglishConnect ບໍ່​ຄວນ​ລົງ​ຮູບ​ພາບ​ຂອງ​ຜູ້​ທີ່​ເຂົາ​ເຈົ້າ​ຕິວ​ບົດ​ຮຽນ ຫລື ສິດ​ສອນ​ໃນ​ສື່​ສັງ​ຄົມ​.

ການ​ຮັບ​ຮອງ

EnglishConnect ບໍ່​ມີ​ການ​ຮັບ​ຮອງ, ປະ​ລິນ​ຍາ, ຫລື ໜ່ວຍ​ກິດ ຈາກ​ໂປຣ​ແກຣມ​ການ​ສຶກ​ສາ ຫລື ການ​ຝຶກ​ອົບ​ຮົມ ຫລື ສະ​ຖາ​ບັນ​ຝຶກ​ອົບ​ຮົມ​ໃດໆ. ການ​ເຂົ້າ​ຮ່ວມ​ເປັນ​ໄປ​ໂດຍ​ຄວາມ​ສະ​ໝັກ​ໃຈ. ຜູ້​ເຂົ້າ​ຮ່ວມ​ສາ​ມາດ​ອອກ​ຈາກ​ໂປຣ​ແກຣມ ຫລື ຢຸດ​ເຂົ້າ​ຮ່ວມ​ໄດ້​ທຸກ​ເວ​ລາ.