ການ​ຮຽນ​ພາ​ສາ​ອັງ​ກິດ
ພາກ​ຫ້ອຍ​ທ້າຍ ຂ: ການ​ສຳ​ພາດ​ຄວາມ​ສາ​ມາດ​ທາງ​ການ​ເວົ້າ​ປາກ​ເປົ່າ​ສຳ​ລັບ​ຕຳ​ແໜ່ງ​ໃນ​ກຸ່ມ EnglishConnect 1 ແລະ 2


“ພາກ​ຫ້ອຍ​ທ້າຍ ຂ: ການ​ສຳ​ພາດ​ຄວາມ​ສາ​ມາດ​ທາງ​ການ​ເວົ້າ​ປາກ​ເປົ່າ​ສຳ​ລັບ​ຕຳ​ແໜ່ງ​ໃນ​ກຸ່ມ EnglishConnect 1 ແລະ 2,” EnglishConnect ສຳ​ລັບ​ຄູ​ສອນ (2023)

“ພາກ​ຫ້ອຍ​ທ້າຍ ຂ,” EnglishConnect ສຳ​ລັບ​ຄູ​ສອນ

ພາກ​ຫ້ອຍ​ທ້າຍ ຂ

ການ​ສຳ​ພາດ​ຄວາມ​ສາ​ມາດ​ທາງ​ການ​ເວົ້າ​ປາກ​ເປົ່າ​ສຳ​ລັບ​ຕຳ​ແໜ່ງ​ໃນ​ກຸ່ມ EnglishConnect

ສຳ​ລັບ​ຜູ້​ທີ່​ທຳ​ການ​ສຳ​ພາດ​ແບບ​ປາກ​ເປົ່າ

ການ​ທົດ​ສອບ​ນີ້​ເປັນ​ການ​ສຳ​ພາດ​ສັ້ນໆ ຊຶ່ງ​ຄວນ​ໃຊ້​ເວ​ລາ​ບໍ່​ເກີນ​ຫ້າ​ນາ​ທີ. ການ​ສຳ​ພາດ​ແບບ​ປາກ​ເປົ່າ​ນີ້​ຈະ​ຊ່ວຍ​ພິ​ຈາ​ລະ​ນາ​ວ່າ ຜູ້​ຮຽນ​ຄວນ​ຢູ່​ໃນ EnglishConnect 1 ຫລື EnglishConnect 2. ໃຊ້​ເອ​ກະ​ສານ​ເຮັດ​ວຽກ​ນີ້​ເພື່ອ​ທຳ​ການ​ສຳ​ພາດ ແລະ ໃຫ້​ຄະ​ແນນ​ຄຳ​ຕອບ​ຂອງ​ຜູ້​ຮັບ​ການ​ສຳ​ພາດ.

ພິມ​ໄດ້ “ການ​ສຳ​ພາດ​ຄວາມ​ສາ​ມາດ​ທາງ​ການ​ເວົ້າ​ປາກ​ເປົ່າ

ການ​ຕີ​ຜົນ​ການ​ສຳ​ພາດ​ແບບ​ປາກ​ເປົ່າ

ແຕ່​ລະ​ຄຳ​ຕອບ​ຄວນ​ໃຫ້​ຄະ​ແນນ​ຕາມ​ລະ​ດັບ​ດັ່ງ​ຕໍ່​ໄປ​ນີ້:

  • 0 = ບໍ່​ສາ​ມາດ​ຕອບ​ຄຳ​ຖາມ​ໄດ້​ເລີຍ

  • 1 = ມີ​ຄວາມ​ສາ​ມາດ​ພຽງ​ເລັກ​ນ້ອຍ ຫລື ບໍ່​ມີ​ເລີຍ​ໃນ​ການ​ຕອບ; ຕອບ​ກັບ​ດ້ວຍ​ຄຳ​ເວົ້າ​ພຽງ​ຄຳ​ດຽວ

  • 2 = ສາ​ມາດ​ຕອບ​ດ້ວຍ​ວະ​ລີ​ທີ່​ທ່ອງ​ຈຳ ແລະ ມີ​ຂໍ້​ຜິດ​ພາດ​ຢ່າງ​ຫລວງ​ຫລາຍ

  • 3 = ສ້າງ​ການ​ຕອບ​ທີ່​ເຊື່ອມ​ຕໍ່​ກັບ​ວະ​ລີ​ທີ່​ບໍ່​ໄດ້​ທ່ອງ​ຈຳ, ເຖິງ​ແມ່ນ​ອາດ​ມີ​ຂໍ້​ຜິດ​ພາດ​ກໍ​ຕາມ

  • 4 = ສ້າງ​ການ​ຕອບ​ທີ່​ເຊື່ອມ​ຕໍ່ ໂດຍ​ມີ​ຂໍ້​ຜິດ​ພາດ​ເລັກ​ນ້ອຍ

  • ຄະ​ແນນ​ທັງ​ໝົດ: 0–7 = EnglishConnect 1

  • ຄະ​ແນນ​ທັງ​ໝົດ: 8–11 = EnglishConnect 2

  • ຄະ​ແນນ​ທັງ​ໝົດ: 12+ = EnglishConnect 2 ແລະ ເຊື້ອ​ເຊີນ​ໃຫ້​ສະ​ໝັກ​ເຂົ້າ​ຮ່ວມ EnglishConnect 3

ຖ້າ​ຫາກ​ສ່ວນ​ໃຫຍ່​ຜູ້​ຮຽນ​ໄດ້​ຮັບ 1, ເຂົາ​ເຈົ້າ​ຄວນ​ຈະ​ຖືກ​ຈັດ​ໄວ້​ໃນ EnglishConnect 1. ຖ້າ​ຫາກ​ສ່ວນ​ໃຫຍ່​ຜູ້​ຮຽນ​ໄດ້​ຮັບ 2 ຫລື 3, ເຂົາ​ເຈົ້າ​ຄວນ​ຈະ​ຖືກ​ຈັດ​ໄວ້​ໃນ EnglishConnect 2. ຖ້າ​ຫາກ​ສ່ວນ​ໃຫຍ່​ຜູ້​ຮຽນ​ໄດ​ຮັບ 3 ຫລື 4, ເຂົາ​ເຈົ້າ​ຍັງ​ສາ​ມາດ​ເຂົ້າ​ຮ່ວມ EnglishConnect 2 ໄດ້​ຖ້າ​ຕ້ອງ​ການ ແຕ່​ອາດ​ຈະ​ຖືກ​ເຊື້ອ​ເຊີນ​ໃຫ້​ສະ​ໝັກ​ເຂົ້າ​ຮຽນ EnglishConnect 3 (ເບິ່ງ englishconnect.org/join).

ສຳ​ພາດ​ແບບ​ປາກ​ເປົ່າ

ຊ່ວຍ​ໃຫ້​ຜູ້​ຮັບ​ການ​ສຳ​ພາດ​ຮູ້​ສຶກ​ສະ​ບາຍ​ໃຈ ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ໂດຍ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເປັນ​ມິດ. ທັກ​ທາຍ​ຜູ້​ຮັບ​ການ​ສຳ​ພາດ ແລະ ແນະ​ນຳ​ຕົວ​ທ່ານ​ເອງ​ແບບ​ງ່າຍໆ. ຍົກ​ຕົວ​ຢ່າງ: “Hi. My name is . What’s your name?”

ຖາມ​ເຂົາ​ເຈົ້າ​ໃນ​ຄຳ​ຖາມ​ທີ່​ລະ​ບຸ​ໄວ້​ໃນ​ຕາ​ຕະ​ລາງ​ຂ້າງ​ລຸ່ມ.

ຄຳ​ຖາມ

ຄະ​ແນນ (0–4)

ຄຳ​ຖາມ

1. Tell me about yourself. What do you like to do?

(ຖ້າ​ຜູ້​ຮຽນ​ບໍ່​ເຂົ້າ​ໃຈ, ທ່ານ​ສາ​ມາດ​ລອງ​ຖາມ​ວ່າ, “What are your hobbies?”)

ຄຳ​ຖາມ

2. Tell me about your family. Who is in your family?

ຄຳ​ຖາມ

3. Where are you from? Tell me about your city.

ຄຳ​ຖາມ

4. What did you do last weekend?

(ການ​ເວົ້າ​ໃນ​ອະ​ດີດ​ການ​ແມ່ນ​ຍາກ​ກວ່າ, ສະ​ນັ້ນ​ໃຫ້​ຖາມ​ຄຳ​ຖາມ​ນີ້ສະ​ເພາະ​ໃນ​ກໍ​ລະ​ນີ​ທີ່​ຜູ້​ຮຽນ​ເຮັດ​ໄດ້​ດີ​ໃນ​ຄຳ​ຖາມ​ອື່ນໆ​ທັງ​ໝົດ.)

ຄຳ​ຖາມ

ຄະ​ແນນ​ທັງ​ໝົດ