“ຈຸດປະສົງ,” ຄູ່ມືການດຳເນີນການ EnglishConnect (2023)
“ຈຸດປະສົງ,” ຄູ່ມືການດຳເນີນການ EnglishConnect
ຈຸດປະສົງ
EnglishConnect ເປັນໂປຣແກຣມການຮຽນຮູ້ພາສາອັງກິດ ທີ່ຈັດຂຶ້ນໂດຍສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຈຸດປະສົງຂອງ EnglishConnect ແມ່ນເພື່ອຊ່ວຍບຸກຄົນໃຫ້ເພີ່ມການກຸ້ມຕົນເອງທາງວິນຍານ ແລະ ທາງໂລກ ຜ່ານທາງການພັດທະນາທັກສະພາສາອັງກິດໃນສະພາບແວດລ້ອມແຫ່ງສັດທາ, ການຜູກມິດ, ແລະ ການເຕີບໂຕ.
EnglishConnect ສະໜັບສະໜູນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະເຈົ້າ
EnglishConnect ສາມາດຊ່ວຍລູກໆຂອງພຣະເຈົ້າ:
-
ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ. ໃນ EnglishConnect, ຜູ້ເຂົ້າຮ່ວມນຳໃຊ້ຫລັກທຳຂອງການຮຽນຮູ້ “ໂດຍການສຶກສາ ແລະ ໂດຍສັດທານຳອີກ” (ຄຳສອນ ແລະ ພັນທະສັນຍາ 88:118). ຄູສອນ ແລະ ຜູ້ຮຽນເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາເຈົ້າ ຂະນະທີ່ເຂົາເຈົ້າສະແຫວງຫາ ແລະ ຮັບຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ. (ຕົວຢ່າງ)
-
ດູແລຄົນຂັດສົນ. ທັກສະພາສາອັງກິດສາມາດຂະຫຍາຍໂອກາດໃນການກຸ້ມຕົນເອງ ແລະ ການຮັບໃຊ້. EnglishConnect ຊ່ວຍຜູ້ເຂົ້າຮ່ວມກຽມພ້ອມສຳລັບການຮັບໃຊ້, ການງານ, ແລະ ໂອກາດທາງການສຶກສາ. ນອກເໜືອຈາກນີ້, ຜູ້ເຂົ້າຮ່ວມຮັບໃຊ້ ແລະ ຮັກຊຶ່ງກັນແລະກັນ ຂະນະທີ່ເຂົາເຈົ້າສິດສອນ ແລະ ຮຽນຮູ້ນຳກັນ. (ຕົວຢ່າງ)
-
ເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ. ໃນກຸ່ມ EnglishConnect, ຜູ້ເຂົ້າຮ່ວມຮຽນຮູ້ ແລະ ນຳໃຊ້ຫລັກທຳພຣະກິດຕິຄຸນ ແລະ ສ້າງມິດຕະພາບ. ຕະຫລອດທົ່ວ EnglishConnect, ຜູ້ເຂົ້າຮ່ວມມີຫລາຍໂອກາດທີ່ຈະເຮັດຕາມພຣະວິນຍານ ຂະນະທີ່ເຂົາເຈົ້າຮັກ, ແບ່ງປັນ, ແລະ ເຊື້ອເຊີນຄົນອື່ນໃຫ້ປະສົບກັບພອນຂອງພຣະກິດຕິຄຸນ. (ຕົວຢ່າງ)