ການ​ຮຽນ​ພາ​ສາ​ອັງ​ກິດ
ຜູ້​ນຳ


“ຜູ້​ນຳ,” ຄູ່​ມື​ການ​ດຳ​ເນີນ​ການ EnglishConnect (2023)

“ຜູ້​ນຳ,” ຄູ່​ມື​ການ​ດຳ​ເນີນ​ການ EnglishConnect

ຜູ້​ນຳ​ກຳ​ລັງ​ເວົ້າ​ລົມ ແລະ ຫົວ​ມ່ວນ​ນຳ​ກັນ

ຜູ້​ນຳ

EnglishConnect ດຳ​ເນີນ​ການ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ຊ່ວຍ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ. EnglishConnect ສາ​ມາດ​ດຳ​ເນີນ​ການ​ໂດຍ​ຫວອດ, ສະ​ເຕກ, ສະ​ພາ​ປະ​ສານ​ງານ, ເຂດ​ເຜີຍ​ແຜ່, ແລະ ພື້ນ​ທີ່​ຕ່າງໆ.

ຫລັກ​ທຳ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ທ່ານ​ໃນ​ການ​ເລີ່ມ​ຕົ້ນ:

  • ສ້າງ​ວິ​ໄສ​ທັດ. ໃນ​ສະ​ພາ, ໃຫ້​ພິ​ຈາ​ລະ​ນາ​ວ່າ​ທ່ານ​ຈະ​ໃຊ້ EnglishConnect ເພື່ອ​ສະ​ໜັບ​ສະ​ໜູນ​ບຸກ​ຄົນ ແລະ ຄອບ​ຄົວ ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ​ແນວ​ໃດ.

  • ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ. EnglishConnect ອາດ​ຈັດ​ເໝືອນ​ໂປຣ​ແກຣມ​ການ​ກຸ້ມ​ຕົນ​ເອງ ຫລື ການ​ສຶກ​ສາ​ອື່ນໆ. ການ​ດຳ​ເນີນ​ການ EnglishConnect ສາ​ມາດ​ຖືກ​ມອບ​ໝາຍ​ໃຫ້​ກັບ​ສະ​ມາ​ຊິກ​ສະ​ພາ​ສູງ ຫລື ຜູ້​ຊ່ຽວ​ຊານ​ການ​ກຸ້ມ​ຕົນ​ເອງ.

  • ໝັ້ນ​ໃຈ​ໃນ​ຄວາມ​ຮັບ​ຜິດ​ຊອບ. ກຳ​ນົດ​ເວ​ລາ​ການ​ອັບ​ເດດ​ເປັນ​ໄລ​ຍະ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ໂປຣ​ແກຣມ. ສຸມ​ໃສ່​ບຸກ​ຄົນ ແລະ ຄອບ​ຄົວ.

ຜູ້​ນຳ​ເຜີຍ​ແຜ່

ໃນ​ພື້ນ​ທີ່​ຕ່າງໆ​ທີ່​ສະ​ເຕກ ຫລື ຫວອດ​ບໍ່​ມີ​ກຸ່ມ EnglishConnect, ຜູ້​ນຳ​ເຜີຍ​ແຜ່​ສາ​ມາດ​ວາງ​ແຜນ​ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໃນ​ທ້ອງ​ຖິ່ນ ເພື່ອ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ສິດ​ສອນ​ກຸ່ມ​ຕ່າງໆ ຂະ​ນະ​ທີ່​ຜູ້​ນຳ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ​ກຽມ​ພ້ອມ​ສະ​ມາ​ຊິກ​ໃຫ້​ຮັບ​ບົດ​ບາດ​ນີ້. ຜູ້​ນຳ​ເຜີຍ​ແຜ່ ແລະ ຜູ້​ສອນ​ສາດ​ສະ​ໜາ​ຄວນ​ໃຊ້​ຂໍ້​ມູນ​ຢູ່​ໃນ​ຄູ່​ມື​ນີ້ ແລະ ລວມ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ກັບ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ທ້ອງ​ຖິ່ນ (ເບິ່ງ “ການ​ຮ່ວມ​ມື​ເຜີຍ​ແຜ່”).