ການ​ຮຽນ​ພາ​ສາ​ອັງ​ກິດ
ຕົວ​ຢ່າງ​ສຳ​ລັບ​ການ​ອ້າງ​ອີງ


“ຕົວ​ຢ່າງ​ສຳ​ລັບ​ການ​ອ້າງ​ອີງ,” ຄູ່​ມື​ການ​ດຳ​ເນີນ​ການ EnglishConnect (2023)

“ຕົວ​ຢ່າງ​ສຳ​ລັບ​ການ​ອ້າງ​ອີງ,” ຄູ່​ມື​ການ​ດຳ​ເນີນ​ການ EnglishConnect

ຕົວ​ຢ່າງ​ສຳ​ລັບ​ການ​ອ້າງ​ອີງ

ຂ້າງ​ລຸ່ມ​ແມ່ນ​ບາງ​ຕົວ​ຢ່າງ​ທີ່​ອາດ​ອ້າງ​ອີງ​ໂດຍ​ຟາຍ​ອື່ນ ແລະ ໂຫລດ​ທັງ​ໝົດ—ໃນ “ລີ້ນ​ຊັກ” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ຕົວ​ຢ່າງ​ຊຸດ​ທີ 1

ເລື່ອງ​ທີ 1—ມາ​ເຣຍ

ມາ​ເຣຍ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ​ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ. ສັດ​ທາ ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ນາງ​ໃນ​ພຣະ​ເຈົ້າ​ໄດ້​ເຕີບ​ໂຕ​ຂຶ້ນ, ແລະ ນາງ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ​ໃນ​ດ້ານ​ອື່ນໆ​ຂອງ​ຊີ​ວິດ​ນາງ. ບັດ​ນີ້​ນາງ​ໃຊ້​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້ ເພື່ອ​ຍົກ​ລະ​ດັບ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຂອງ​ນາງ.

ເລື່ອງ​ທີ 2—ໂຄ​ຟີ

ໂຄ​ຟີ​ບໍ່​ໄດ້​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ​ຈົນ​ກວ່າ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໄດ້​ເຊື້ອ​ເຊີນ​ລາວ​ໃຫ້​ເຂົ້າ​ຮ່ວມ​ກຸ່ມ EnglishConnect. ປະ​ສົບ​ການ​ທີ່​ລາວ​ມີ​ກັບ​ຜູ້​ເຂົ້າ​ຮ່ວມ​ຄົນ​ອື່ນໆ ໄດ້​ຊ່ວຍ​ຈຸດ​ປະ​ກາຍ​ຄວາມ​ປາດ​ຖະ​ໜາ​ຂອງ​ລາວ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ຄຣິດ​ຫລາຍ​ຂຶ້ນ. ບັດ​ນີ້​ລາວ​ໄປ​ໂບດ​ເປັນ​ປະ​ຈຳ, ຮັບ​ໃຊ້​ຢ່າງ​ຊື່​ສັດ​ໃນ​ການ​ເອີ້ນ, ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ.

ຕົວ​ຢ່າງ​ຊຸດ​ທີ 2

ເລື່ອງ​ທີ 1—ເອັກ​ເຊິ​ເລິນ

ເອັກ​ເຊິ​ເລິນ​ທີ່​ອາ​ໄສ​ຢູ່​ໃນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ ໄດ້​ສຳ​ເລັດ EnglishConnect 2 ແລະ ໄດ້​ຂະ​ຫຍາຍ​ທຸ​ລະ​ກິດ​ຂອງ​ລາວ ເພື່ອ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ, ຊຶ່ງ​ຊ່ວຍ​ເພີ່ມ​ລາຍ​ຮັບ​ເປັນ​ສອງ​ເທົ່າ. ເອັກ​ເຊິ​ເລິນ​ກໍ​ຍັງ​ຊ່ວຍ​ດູ​ແລ​ຄົນ​ອື່ນ​ນຳ​ອີກ ໂດຍ​ການ​ຮັບ​ໃຊ້​ເປັນ​ຄູ​ສອນ EnglishConnect.

ເລື່ອງ​ທີ 2—ເຈິ້ງ​ໝິນ

ເຈິ້ງ​ໝິນ​ພັດ​ທະ​ນາ​ຄວາມ​ສາ​ມາດ​ດ້ານ​ພາ​ສາ​ອັງ​ກິດ​ຂອງ​ນາງ ຜ່ານ​ທາງ EnglishConnect ແລະ ໄດ້​ລົງ​ທະ​ບຽນ​ໃນ BYU–Pathway Worldwide. ເພາະ​ນາງ​ຮູ້​ພາ​ສາ​ອັງ​ກິດ, ນາງ​ຈຶ່ງ​ສາ​ມາດ​ຫາ​ວຽກ​ທີ່​ມີ​ລາຍ​ຮັບ​ດີ ຂະ​ນະ​ທີ່​ນາງ​ສຶກ​ສາ​ທີ່ BYU–Pathway Worldwide.

ຕົວ​ຢ່າງ​ຊຸດ​ທີ 3

ເລື່ອງ​ທີ 1—ລູ​ກັສ

ລູ​ກັສ​ເຊື້ອ​ເຊີນ​ໝູ່​ເພື່ອນ​ຂອງ​ລາວ​ທາງ​ສື່​ສັງ​ຄົມ ໃຫ້​ເຂົ້າ​ຮ່ວມ​ກຸ່ມ EnglishConnect ກັບ​ລາວ. ມາ​ເຣຍ​ເຫັນ​ໂພດຕ໌​ຂອງ​ລາວ ແລະ ໄດ້​ຕັດ​ສິນ​ໃຈ​ໄປ​ກັບ​ລາວ. ມາ​ເຣຍ​ໄດ້​ຮັບ​ແຮງ​ບັນ​ດານ​ໃຈ​ຈາກ​ສັດ​ທາ ແລະ ການ​ຜູກ​ມິດ​ທີ່​ນາງ​ໄດ້​ຮູ້​ສຶກ ແລະ ໄດ້​ຕັດ​ສິນ​ໃຈ​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ ຈາກ​ຜູ້​ສອນ​ສາດ​ສະ​ໜາ. ນາງ​ໄດ້​ຕັດ​ສິນ​ໃຈ​ຮັບ​ບັບ​ຕິ​ສະ​ມາ ແລະ ຕອນ​ນີ້​ກຳ​ລັງ​ຮັບ​ໃຊ້​ເປັນ​ຄູ​ສອນ EnglishConnect 1.