“ວັນທີ 27 ເດືອນກໍລະກົດ–ວັນທີ 2 ເດືອນສິງຫາ. ‘ຂ້າພະເຈົ້າກຳລັງເຮັດວຽກທີ່ສຳຄັນ’: ເອຊະຣາ 1; 3–7; ເນເຫມີຢາ 2; 4–6; 8,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 27 ເດືອນກໍລະກົດ–ວັນທີ 2 ເດືອນສິງຫາ. ‘ຂ້າພະເຈົ້າກຳລັງເຮັດວຽກທີ່ສຳຄັນ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
I Have a Great Work to Do [ຂ້າພະເຈົ້າມີວຽກງານອັນຍິ່ງໃຫຍ່ທີ່ຈະເຮັດ], ໂດຍ ໄທສັນ ສະໂນ
ວັນທີ 27 ເດືອນກໍລະກົດ–ວັນທີ 2 ເດືອນສິງຫາ: “ຂ້າພະເຈົ້າກຳລັງເຮັດວຽກທີ່ສຳຄັນ”
ເອຊະຣາ 1; 3–7; ເນເຫມີຢາ 2; 4–6; 8
ປະຊາຊົນຊາວຢິວໄດ້ຖືກຈັບໄປເປັນຊະເລີຍຢູ່ໃນບາບີໂລນປະມານ 70 ປີ. ພວກເຂົາໄດ້ສູນເສຍນະຄອນເຢຣູຊາເລັມ ແລະ ພຣະວິຫານ, ແລະ ຫລາຍຄົນໄດ້ລືມຄຳໝັ້ນສັນຍາຂອງຕົນຕໍ່ກົດຂອງພຣະເຈົ້າ. ແຕ່ພຣະເຈົ້າບໍ່ໄດ້ລືມໄລພວກເຂົາ. ຕາມຈິງແລ້ວ, ພຣະອົງໄດ້ປະກາດຜ່ານທາງສາດສະດາຂອງພຣະອົງວ່າ, “ເຮົາຈະສະແດງຄວາມຫ່ວງໃຍຂອງເຮົາສຳລັບພວກເຈົ້າ ທັງຈະຮັກສາຄຳສັນຍາຂອງເຮົາທີ່ວ່າ ຈະນຳພວກເຈົ້າກັບຄືນມາສູ່ບ້ານເກີດເມືອງນອນ” (ເຢເຣມີຢາ 29:10). ຄຳທຳນາຍນີ້ເປັນຄວາມຈິງ, ພຣະຜູ້ເປັນເຈົ້າໄດ້ແປງທາງໃຫ້ຜູ້ຄົນຂອງພຣະອົງກັບຄືນສູ່—ທັງເຢຣູຊາເລັມ ແລະ, ທີ່ສຳຄັນໄປກວ່ານັ້ນ, ຄືກັບຄືນສູ່ພັນທະສັນຍາຂອງເຂົາເຈົ້າ. ແລະ ພຣະອົງໄດ້ແຕ່ງຕັ້ງຜູ້ຮັບໃຊ້ຂຶ້ນ ຜູ້ທີ່ໄດ້ບັນລຸ “ວຽກງານທີ່ສຳຄັນ” (ເນເຫມີຢາ 6:3): ຜູ້ປົກຄອງຄົນໜຶ່ງຊື່ ເຊຣຸບບາເບນ ດູແລການສ້າງບ້ານຂອງພຣະຜູ້ເປັນເຈົ້າຄືນໃໝ່. ເອຊະຣາ, ຜູ້ຊຶ່ງເປັນປະໂລຫິດ ແລະ ນັກຂຽນ, ທີ່ໄດ້ຫົວໃຈຂອງຜູ້ຄົນກັບມາຫາກົດຂອງພຣະຜູ້ເປັນເຈົ້າ. ແລະ ເນເຫມີຢາໄດ້ນຳພາການສ້າງກຳແພງອ້ອມນະຄອນເຢຣູຊາເລັມຄືນໃໝ່. ພວກເພິ່ນໄດ້ປະເຊີນກັບການຕໍ່ຕ້ານ, ແຕ່ພວກເພິ່ນກໍຍັງໄດ້ຮັບການຊ່ວຍເຫລືອຈາກແຫລ່ງທີ່ບໍ່ຄາດຄິດນຳອີກ. ປະສົບການຂອງພວກເພິ່ນສາມາດໃຫ້ຄວາມຮູ້ ແລະ ດົນໃຈເຮົາ ຍ້ອນວ່າເຮົາກໍຄືກັນ ກຳລັງເຮັດວຽກທີ່ສຳຄັນ. ແລະ ຄືກັນກັບພວກເພິ່ນ, ວຽກງານຂອງເຮົາມີສ່ວນກ່ຽວຂ້ອງກັບບ້ານຂອງພຣະຜູ້ເປັນເຈົ້າ, ກັບກົດຂອງພຣະຜູ້ເປັນເຈົ້າ, ແລະ ກັບການປົກປ້ອງທາງວິນຍານ ທີ່ເຮົາພົບເຫັນຢູ່ໃນພຣະອົງ.
ສຳລັບພາບລວມຂອງພຣະທຳເອຊະຣາ ແລະ ເນເຫມີຢາ, ໃຫ້ເບິ່ງ “ເອຊະຣາ” ແລະ “ເນເຫມີຢາ” ໃນ ຄູ່ມືພຣະຄຳພີ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເອຊະຣາ 1
ພຣະຜູ້ເປັນເຈົ້າດົນໃຈຜູ້ຄົນໃຫ້ບັນລຸຈຸດປະສົງຂອງພຣະອົງ.
ຫລັງຈາກເປີເຊຍໄດ້ຍຶດຄອງບາບີໂລນ, ພຣະຜູ້ເປັນເຈົ້າໄດ້ດົນໃຈກະສັດເປີເຊຍ, ຊື່ໄຊຣັດ, ໃຫ້ສົ່ງຊາວຢິວກຸ່ມໜຶ່ງກັບຄືນໄປນະຄອນເຢຣູຊາເລັມ ເພື່ອສ້າງພຣະວິຫານຄືນໃໝ່. ຂະນະທີ່ທ່ານອ່ານ ເອຊະຣາ 1, ໃຫ້ສັງເກດເບິ່ງສິ່ງທີ່ໄຊຣັດເຮັດເພື່ອສະໜັບສະໜູນຊາວຢິວ ໃນວຽກງານທີ່ສຳຄັນນີ້. ທ່ານເຫັນພຣະຜູ້ເປັນເຈົ້າທຳງານຜ່ານທາງຜູ້ຊາຍ ແລະ ຜູ້ຍິງ ທີ່ຢູ່ອ້ອມຮອບທ່ານ, ລວມທັງຜູ້ຄົນທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະອົງແນວໃດ? ສິ່ງນີ້ແນະນຳຫຍັງຕໍ່ທ່ານກ່ຽວກັບພຣະຜູ້ເປັນເຈົ້າ ແລະ ວຽກງານຂອງພຣະອົງ?
ເບິ່ງ ເອຊາຢາ 44:24–28 ນຳອີກ.
ເອຊະຣາ 3:8–13; 6:16–22
ບ້ານຂອງພຣະຜູ້ເປັນເຈົ້າຄືສະຖານທີ່ແຫ່ງຄວາມສຸກ.
ເມື່ອຊາວບາບີໂລນໄດ້ເຂົ້າໂຈມຕີນະຄອນເຢຣູຊາເລັມ, ເຂົາເຈົ້າໄດ້ທຳລາຍພຣະວິຫານ ແລະ ໄດ້ເຜົາມັນຈົນໝົດກ້ຽງ (ເບິ່ງ 2 ກະສັດ 25:1–10; 2 ຂ່າວຄາວ 36:17–19). ທ່ານຄິດວ່າ ທ່ານຈະຮູ້ສຶກແນວໃດຖ້າຫາກທ່ານເປັນໜຶ່ງໃນຊາວຢິວທີ່ເຫັນສິ່ງນີ້ເກີດຂຶ້ນຕໍ່ໜ້າຕໍ່ຕາ? (ເບິ່ງ ເພງສັນລະເສີນ 137). ໃຫ້ສັງເກດເບິ່ງວ່າຊາວຢິວຮູ້ສຶກແນວໃດ, ຫລາຍທົດສະວັດຈາກນັ້ນ, ເມື່ອພວກເຂົາໄດ້ຖືກອະນຸຍາດໃຫ້ກັບຄືນໄປສ້າງພຣະວິຫານຄືນໃໝ່ (ເບິ່ງ ເອຊະຣາ 3:8–13; 6:16–22). ສິ່ງນັ້ນອາດກະຕຸ້ນທ່ານໃຫ້ໄຕ່ຕອງກ່ຽວກັບຄວາມຮູ້ສຶກຂອງຕົວທ່ານເອງ ກ່ຽວກັບພຣະຜູ້ເປັນເຈົ້າ ແລະ ບ້ານຂອງພຣະອົງ. ເປັນຫຍັງການສ້າງພຣະວິຫານຈຶ່ງເປັນເຫດຜົນໃນການສະເຫລີມສະຫລອງ?
ພຣະວິຫານຂອງເຊຣຸບບາເບນ, ຮູບພາບປະກອບໂດຍ ແຊມ ລໍເລີ
ເອຊະຣາ 4–7; ເນເຫມີຢາ 2; 4; 6
ພຣະເຈົ້າມີວຽກງານທີ່ສຳຄັນໃຫ້ເຮົາເຮັດ.
ວຽກງານຂອງພຣະຜູ້ເປັນເຈົ້າຈະປະເຊີນກັບການຕໍ່ຕ້ານສະເໝີ. ສິ່ງນີ້ເປັນຄວາມຈິງໃນຄວາມພະຍາຍາມຂອງເຊຣຸບບາເບນ ແລະ ເນເຫມີຢາ. ຕໍ່ໄປນີ້ ແມ່ນແນວທາງງ່າຍໆທີ່ສາມາດຊ່ວຍທ່ານໃຫ້ຮຽນຮູ້ຈາກເລື່ອງລາວເຫລົ່ານີ້ ແລະ ພິຈາລະນາເບິ່ງວ່າທ່ານຈະສາມາດເຮັດວຽກງານຂອງພຣະຜູ້ເປັນເຈົ້າໄດ້ແນວໃດເຖິງແມ່ນຈະມີການຕໍ່ຕ້ານ:
ວຽກງານຂອງພຣະເຈົ້າສຳລັບເຊຣຸບບາເບນ (ເອຊະຣາ 4:3):
ວຽກງານຂອງພຣະເຈົ້າສຳລັບເນເຫມີຢາ (ເນເຫມີຢາ 2:17–18):
ວຽກງານຂອງພຣະເຈົ້າສຳລັບເຮົາ:
ການຕໍ່ຕ້ານທີ່ເຊຣຸບບາເບນໄດ້ປະເຊີນໜ້າ (ເອຊະຣາ 4: 4– 4):
ການຕໍ່ຕ້ານທີ່ເນເຫມີຢາໄດ້ປະເຊີນໜ້າ (ເນເຫມີຢາ 2:19; 4:1–3, 7–8; 6:1–13):
ການຕໍ່ຕ້ານທີ່ເຮົາປະເຊີນໜ້າ:
ວິທີທີ່ເຊຣຸບບາເບນໄດ້ຕອບໂຕ້ (ເອຊະຣາ 5: 1–2):
ວິທີທີ່ເນເຫມີຢາໄດ້ຕອບໂຕ້ (ເນເຫມີຢາ 2:20; 4:6, 9; 6:3–15):
ວິທີທີ່ເຮົາຕອບໂຕ້:
ສຳລັບການຊ່ວຍເຫລືອໃນການປຽບທຽບປະສົບການຂອງເນເຫມີຢາກັບຊີວິດຂອງທ່ານ, ທ່ານອາດຈະສຶກສາຂ່າວສານຂອງປະທານດີເດີ ແອັຟ ອຸກດອບ “We Are Doing a Great Work and Cannot Come Down” (Liahona, May 2009, 59–62), ໂດຍສະເພາະ ສອງພາກສຸດທ້າຍ. ຂະນະທີ່ທ່ານຄິດກ່ຽວກັບວຽກງານຂອງພຣະເຈົ້າທີ່ມອບໝາຍໃຫ້ແກ່ທ່ານ, ທ່ານອາດຈະສຶກສາ “ຄຳຂວັນຂອງຍິງໜຸ່ມ” ຫລື “ຄຳຂວັນຂອງກຸ່ມຖານະປະໂລຫິດແຫ່ງອາໂຣນ” (ຫ້ອງສະໝຸດພຣະກິດຕິຄຸນ). ຫລື ທ່ານສາມາດເບິ່ງໃນເພງສວດເຊັ່ນ “As Sisters in Zion” (Hymns, no. 309) ຫລື “Ye Elders of Israel” (Hymns, no. 319).
ທ່ານຄິດວ່າການມີ “ໃຈທີ່ຈະເຮັດວຽກງານ” ໃນການຮັບໃຊ້ພຣະຜູ້ຊ່ວຍໃຫ້ລອດມີຄວາມໝາຍວ່າແນວໃດ? (ເນເຫມີຢາ 4:6). ການມີ “ພຣະເຈົ້າ … ສະຖິດຢູ່ນຳ [ທ່ານ]” ໃນຂະນະທີ່ເຮັດວຽກງານຂອງພຣະອົງ ໝາຍຄວາມວ່າແນວໃດ? (ເນເຫມີຢາ 2:8; ເບິ່ງ ເນເຫມີຢາ 2:18; ເອຊະຣາ 7:6, 9, 27–28 ນຳອີກ). ທ່ານເຄີຍເຫັນພຣະອົງສະຖິດຢູ່ກັບທ່ານໃນຄວາມພະຍາຍາມທີ່ຈະຮັບໃຊ້ພຣະອົງໄດ້ແນວໃດ?
ເນເຫມີຢາ 8
ເຮົາໄດ້ຮັບພອນເມື່ອເຮົາສຶກສາພຣະຄຳພີ.
ເປັນເວລາຫລາຍລຸ້ນຄົນ ໃນການເປັນຊະເລີຍ, ຊາວຢິວບໍ່ສາມາດເຂົ້າເຖິງ “ໜັງສືກົດບັນຍັດຂອງໂມເຊ” (ເນເຫມີຢາ 8:1). ໃນ ເນເຫມີຢາ 8, ເອຊະຣາໄດ້ອ່ານກົດໃຫ້ຜູ້ຄົນຟັງ. ທ່ານພົບເຫັນຫຍັງແດ່ໃນບົດນີ້ທີ່ສະແດງໃຫ້ເຫັນເຖິງຄວາມຮູ້ສຶກຂອງ ເອຊະຣາ ແລະ ຜູ້ຄົນຂອງເພິ່ນກ່ຽວກັບພຣະເຈົ້າ ແລະ ພຣະຄຳຂອງພຣະອົງ? (ເບິ່ງ ໂດຍສະເພາະ ໃນ ຂໍ້ທີ 1–12). ມີຫຍັງແດ່ໃນຊີວິດຂອງທ່ານທີ່ສະແດງໃຫ້ເຫັນຄວາມຮູ້ສຶກຂອງທ່ານກ່ຽວກັບພຣະເຈົ້າ ແລະ ພຣະຄຳຂອງພຣະອົງ?
ເບິ່ງ Teachings of Presidents of the Church: Ezra Taft Benson (2014), 115–24 ນຳອີກ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ເອຊະຣາ 3:8–13; 6:16–22
ບ້ານຂອງພຣະຜູ້ເປັນເຈົ້າຄືສະຖານທີ່ແຫ່ງຄວາມສຸກ.
-
ເພື່ອສິດສອນລູກໆຂອງທ່ານກ່ຽວກັບຄວາມຊື່ນຊົມທີ່ຊາວຢິວໄດ້ຮູ້ສຶກຕອນທີ່ພຣະວິຫານຂອງເຂົາເຈົ້າໄດ້ຮັບການສ້າງຄືນໃໝ່, ທ່ານສາມາດສະແດງຮູບພາບເຊັ່ນດຽວກັນກັບຮູບພາບດັ່ງລຸ່ມນີ້ໃຫ້ພວກເຂົາເບິ່ງ. ເວົ້າກ່ຽວກັບວ່າເປັນຫຍັງຜູ້ຄົນເຫລົ່ານີ້ອາດມີຄວາມສຸກທີ່ໄດ້ຢູ່ທີ່ບ້ານຂອງພຣະຜູ້ເປັນເຈົ້າ. ທ່ານຍັງສາມາດບອກກັບລູກໆຂອງທ່ານວ່າເປັນຫຍັງພຣະວິຫານຈຶ່ງເປັນສະຖານທີ່ແຫ່ງຄວາມສຸກສຳລັບທ່ານ. ພຣະວິຫານໄດ້ຊ່ວຍທ່ານໃຫ້ຮູ້ສຶກເຂົ້າໃກ້ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນແນວໃດ?
-
ຂະນະທີ່ທ່ານອ່ານ ເອຊະຣາ 3:10–13 ກັບລູກໆຂອງທ່ານ, ໃຫ້ຊ່ວຍພວກເຂົາໃນການຊອກຫາຄຳເວົ້າຕ່າງໆທີ່ສະແດງໃຫ້ເຫັນວ່າຊາວຢິວຮູ້ສຶກແນວໃດ ໃນຕອນທີ່ພຣະວິຫານກຳລັງຖືກສ້າງຄືນໃໝ່ອີກຄັ້ງ. ເມື່ອທ່ານອ່ານໄປຮອດຕອນທ້າຍຂອງ ຂໍ້ທີ 13, ບາງທີພວກທ່ານອາດຈະເປັ່ງສຽງໂຮຮ້ອງຍິນດີນຳກັນ. ຊ່ວຍໃຫ້ລູກໆຂອງທ່ານຄິດເຖິງເຫດຜົນທີ່ຈະຊື່ນຊົມຍິນດີທີ່ພຣະຜູ້ເປັນເຈົ້າໄດ້ມອບພຣະວິຫານໃຫ້ກັບເຮົາ. ເຮົາຈະສາມາດສະແດງໃຫ້ເຫັນຄວາມຊື່ນຊົມນັ້ນໄດ້ແນວໃດ?
-
ໃຫ້ພິຈາລະນາທີ່ຈະຮ້ອງເພງກ່ຽວກັບພຣະວິຫານກັບລູກໆຂອງທ່ານ, ຕົວຢ່າງເຊັ່ນ ວັກທີສອງຂອງເພງ “Welcome Home” (ຫ້ອງສະໝຸດພຣະກິດຕິຄຸນ). ຫລັງຈາກທີ່ຮ້ອງແຕ່ລະແຖວ, ພວກທ່ານສາມາດຢຸດຊົ່ວຄາວເພື່ອຂໍໃຫ້ລູກຄົນໜຶ່ງແບ່ງປັນບາງສິ່ງບາງຢ່າງທີ່ເຂົາມັກກ່ຽວກັບພຣະວິຫານ. ພວກທ່ານອາດຈະເບິ່ງ ຮູບພາບພຣະວິຫານ ນຳອີກ ຂະນະທີ່ພວກທ່ານຮ້ອງເພງ.
ເນເຫມີຢາ 2:17–20; 6:1–9
ພຣະຜູ້ເປັນເຈົ້າຈະຊ່ວຍເຮົາໃຫ້ເຮັດ “ວຽກງານອັນຍິ່ງໃຫຍ່” ຂອງພຣະອົງ.
-
ແບ່ງປັນເລື່ອງລາວຂອງເນເຫມີຢາ ກັບລູກໆຂອງທ່ານ (ເບິ່ງ ເນເຫມີຢາ 2:17–20; 6:1–9; ຫລື “ເນເຫມີຢາ” ໃນ ເລື່ອງພຣະຄຳພີເດີມ, 173–74). ຂະນະທີ່ທ່ານອ່ານ ເນເຫມີຢາ 2:20, ທ່ານ ແລະ ລູກໆຂອງທ່ານສາມາດ “ລຸກຂຶ້ນ” ແລະ ທຳທ່າວ່າຈະຊ່ວຍສ້າງກຳແພງເມືອງເຢຣູຊາເລັມ. ຫລື ລູກໆຂອງທ່ານອາດມັກການສ້າງກຳແພງດ້ວຍທ່ອນບະລ໋ອກ ຫລື ວັດຖຸອື່ນໆ. ຂະນະທີ່ພວກເຂົາກຳລັງສ້າງຢູ່ນັ້ນ, ທ່ານສາມາດຊ່ວຍພວກເຂົາໃຫ້ຄິດເຖິງສິ່ງສຳຄັນທີ່ພຣະບິດາເທິງສະຫວັນຕ້ອງການໃຫ້ເຮົາເຮັດ.
1:38Nehemiah
-
ຂະນະທີ່ທ່ານອ່ານ ເນເຫມີຢາ 6:9, ໃຫ້ເຊື້ອເຊີນລູກໆຂອງທ່ານຍົກມືຂຶ້ນ ເມື່ອພວກເຂົາໄດ້ຍິນທ່ານເວົ້າວ່າ “ໂຜດເຮັດໃຫ້ [ມື] ຂອງຂ້ານ້ອຍເຂັ້ມແຂງດ້ວຍເຖີດ.” ບອກລູກໆກ່ຽວກັບເວລາ ຕອນທີ່ທ່ານຮູ້ສຶກວ່າພຣະເຈົ້າໄດ້ເຮັດໃຫ້ມືຂອງທ່ານເຂັ້ມແຂງ ເພື່ອຈະເຮັດວຽກງານຂອງພຣະອົງ.
ເນເຫມີຢາ 8:1–12
ພຣະຄຳພີຄືພອນ.
-
ອ່ານວະລີບາງຈຳນວນຈາກ ເນເຫມີຢາ 8:2–3, 5–6, 8–9, 12 ອອກສຽງ ທີ່ອະທິບາຍສິ່ງທີ່ຜູ້ຄົນໄດ້ເຮັດ ເມື່ອເຂົາເຈົ້າໄດ້ຍິນເອຊະຣາອ່ານພຣະຄຳພີ. ຂະນະທີ່ທ່ານອ່ານ, ລູກໆຂອງທ່ານກໍສາມາດສະແດງບົດບາດໃນວະລີເຫລົ່ານີ້. ຈາກນັ້ນທ່ານສາມາດແບ່ງປັນນຳກັນກ່ຽວກັບຄວາມຮູ້ສຶກຂອງທ່ານ ເມື່ອທ່ານອ່ານ ຫລື ໄດ້ຍິນພຣະຄຳພີ.
-
ຂະນະທີ່ພວກທ່ານອ່ານ ເນເຫມີຢາ 8:8 ນຳກັນ, ທ່ານສາມາດຖາມລູກໆຂອງທ່ານວ່າແມ່ນຫຍັງທີ່ຊ່ວຍພວກເຂົາໃຫ້ເຂົ້າໃຈພຣະຄຳພີ. ສະແດງວິທີໃຊ້ສິ່ງຊ່ວຍເຫລືອໃນການສຶກສາພຣະຄຳພີ ເຊັ່ນ ຄູ່ມືພຣະຄຳພີ ແລະ Topics and Questions (ຫ້ອງສະໝຸດພຣະກິດຕິຄຸນ). ເຊື້ອເຊີນລູກໆຂອງທ່ານໃຫ້ແບ່ງປັນບາງສິ່ງບາງຢ່າງທີ່ພວກເຂົາໄດ້ຮຽນຮູ້ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດຈາກພຣະຄຳພີ.
ຊອກຫາຄວາມຈິງນິລັນດອນໃນພຣະຄຳພີ. “ພຣະຄຳພີ … ແມ່ນເຕັມໄປດ້ວຍຄວາມຈິງຂອງພຣະກິດຕິຄຸນ, ແຕ່ບາງເທື່ອຕ້ອງໃຊ້ຄວາມພະຍາຍາມຢ່າງມີສະຕິເພື່ອຊອກຫາມັນ. ຂະນະທີ່ພວກທ່ານຮຽນຮູ້ນຳກັນຈາກພຣະຄຳພີ, ໃຫ້ຢຸດ ແລະ ຖາມຜູ້ທີ່ທ່ານສິດສອນວ່າ ເຂົາເຈົ້າໄດ້ສັງເກດເຫັນຄວາມຈິງຂອງພຣະກິດຕິຄຸນຢ່າງໃດແດ່. ຊ່ວຍໃຫ້ເຂົາເຈົ້າເຫັນວິທີທີ່ຄວາມຈິງເຫລົ່ານີ້ກ່ຽວຂ້ອງກັບແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນແນວໃດ. ບາງເທື່ອຄວາມຈິງນິລັນດອນຖືກກ່າວເຖິງຢູ່ໃນພຣະຄຳພີ, ແລະ ບາງເທື່ອມັນຖືກສະແດງໃຫ້ເຫັນຢູ່ໃນເລື່ອງລາວ ແລະ ຊີວິດຂອງຜູ້ຄົນທີ່ທ່ານອ່ານກ່ຽວກັບ. ມັນກໍຍັງເປັນປະໂຫຍດນຳອີກທີ່ຈະຄົ້ນຄວ້າເບື້ອງຫລັງປະຫວັດສາດຂອງຂໍ້ເຫລົ່ານັ້ນນຳກັນ ຂະນະທີ່ທ່ານອ່ານ, ຕະຫລອດທັງຄວາມໝາຍຂອງຂໍ້ເຫລົ່ານັ້ນ ແລະ ວິທີທີ່ມັນກ່ຽວຂ້ອງກັບເຮົາໃນທຸກວັນນີ້ແນວໃດ” (ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 22).
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.