“ວັນທີ 3–9 ເດືອນສິງຫາ. ‘ເຈົ້າໄດ້ເປັນລາຊີນີ … ເພື່ອໃນຍາມຄັບຂັນເຊັ່ນນີ້ແຫລະ’: ເອສະເທີ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 3–9 ເດືອນສິງຫາ. ‘ເຈົ້າໄດ້ເປັນລາຊີນີ … ເພື່ອໃນຍາມຄັບຂັນເຊັ່ນນີ້ແຫລະ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
Queen Esther Saves Jehovah’s People [ລາຊີນີເອສະເທີຊ່ວຍເຫລືອຜູ້ຄົນຂອງພຣະເຢໂຮວາ], ໂດຍ ແຊມ ລໍເລີ
ວັນທີ 3–9 ເດືອນສິງຫາ: “ເຈົ້າໄດ້ເປັນລາຊີນີ … ເພື່ອໃນຍາມຄັບຂັນເຊັ່ນນີ້ແຫລະ”
ນາງເອສະເທີ
ເຫດການຫລາຍຢ່າງຢູ່ໃນພຣະທຳເອສະເທີ ອາດເບິ່ງຄືວ່າໂຊກເຂົ້າຂ້າງ ຫລື ການບັງເອີນ. ມີທາງໃດອີກບໍທີ່ຈະອະທິບາຍວິທີທີ່ເດັກກຳພ້າຄົນຢິວ ໄດ້ກາຍເປັນລາຊີນີຂອງເປີເຊຍ ໃນເວລາທີ່ເໝາະສົມເພື່ອຊ່ວຍກູ້ຊີວິດຂອງຜູ້ຄົນຂອງນາງຈາກການຂ້າຟັນ? ມັນເປັນການບັງເອີນແນວໃດທີ່ ມໍເດໄກ ພີ່ນ້ອງຂອງນາງເອສະເທີໄດ້ຍິນວ່າມີຄົນວາງແຜນທີ່ຈະສັງຫານກະສັດ? ສິ່ງເຫລົ່ານີ້ເປັນການບັງເອີນ, ຫລື ມັນເປັນແຜນການຈາກສະຫວັນ? ແອວເດີ ຣອນໂນ ເອ ແຣັສ໌ແບນ ໄດ້ສັງເກດວ່າ: “ສິ່ງທີ່ເບິ່ງຄືວ່າເປັນເຫດການບັງເອີນ, ຕາມຈິງແລ້ວ, ໄດ້ຖືກຄວບຄຸມໂດຍພຣະບິດາທີ່ຊົງຮັກ ຢູ່ໃນສະຫວັນ. … ອິດທິພົນຂອງພຣະຜູ້ເປັນເຈົ້າອາດເຫັນໄດ້ຢູ່ໃນສິ່ງເລັກນ້ອຍໃນຊີວິດຂອງເຮົາ” (“By Divine Design,” Liahona, Nov. 2017, 56). ເຮົາອາດຈະບໍ່ເຫັນອິດທິພົນຂອງພຣະຜູ້ເປັນເຈົ້າໃນ “ສິ່ງເລັກນ້ອຍ” ເຫລົ່ານີ້. ແຕ່ເຮົາຮຽນຮູ້ຈາກປະສົບການຂອງນາງເອສະເທີ ວ່າພຣະອົງສາມາດນຳພາເຮົາໃນເສັ້ນທາງ ແລະ ກະກຽມເຮົາ “ໃນຍາມຄັບຂັນເຊັ່ນນີ້” (ເອສະເທີ 4:14) ຕອນເຮົາສາມາດເປັນເຄື່ອງມືໃນພຣະຫັດຂອງພຣະອົງ ເພື່ອບັນລຸຈຸດປະສົງຂອງພຣະອົງ.
ສຳລັບພາບລວມຂອງພຣະທຳເອສະເທີ, ໃຫ້ເບິ່ງ “ເອສະເທີ” ໃນ ຄູ່ມືພຣະຄຳພີ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ນາງເອສະເທີ
ພຣະຜູ້ເປັນເຈົ້າໃຫ້ຂ້າພະເຈົ້າຢູ່ໃນສະຖານະການທີ່ຂ້າພະເຈົ້າສາມາດເປັນພອນໃຫ້ກັບຄົນອື່ນ.
ປະທານດີເດີ ແອັຟ ອຸກດອບ ໄດ້ສິດສອນວ່າ ເຮົາແຕ່ລະຄົນ “ຈົ່ງຢືນຢູ່ໃນສະຖານທີ່ ທີ່ເປັນເອກະລັກ ແລະ ມີວຽກງານອັນສຳຄັນທີ່ມີພຽງແຕ່ [ເຮົາ] ເທົ່ານັ້ນທີ່ຈະສາມາດປະຕິບັດ. … ພຣະຜູ້ເປັນເຈົ້າໄດ້ປະທານໜ້າທີ່ຮັບຜິດຊອບຂອງທ່ານໃຫ້ກັບທ່ານຍ້ອນເຫດຜົນບາງຢ່າງ. ອາດຈະມີຜູ້ຄົນ ແລະ ຫົວໃຈທີ່ມີພຽງແຕ່ທ່ານເທົ່ານັ້ນທີ່ສາມາດເຂົ້າເຖິງ ແລະ ສຳຜັດໄດ້. ບາງທີອາດຈະບໍ່ມີໃຜເລີຍທີ່ຈະສາມາດເຮັດໄດ້ໃນລັກສະນະດຽວກັນນີ້” (“Lift Where You Stand,” Liahona, Nov. 2008, 56).
ຂະນະທີ່ທ່ານອ່ານເລື່ອງລາວຂອງນາງເອສະເທີ, ໃຫ້ໄຕ່ຕອງວິທີທີ່ຂໍ້ຄວາມນີ້ກ່ຽວຂ້ອງກັບນາງແນວໃດ. ໃຫ້ຊອກຫາວິທີທີ່ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ເປັນໄປໄດ້ສຳລັບນາງທີ່ຈະຊ່ວຍກູ້ຄົນຢິວ (ເບິ່ງ, ຍົກຕົວຢ່າງ, ເອສະເທີ 2:21–23; 3:10–14; 4:14–16). ແລ້ວໃຫ້ໄຕ່ຕອງວິທີທີ່ພຣະອົງໄດ້ມອບໂອກາດໃຫ້ກັບທ່ານເພື່ອເປັນພອນໃຫ້ແກ່ຄົນອື່ນແນວໃດ. ມີສະຖານະການ ຫລື ຄວາມສຳພັນໃດແດ່ທີ່ພຣະອົງໄດ້ນຳພາທ່ານ “ເພື່ອໃນຍາມຄັບຂັນເຊັ່ນນີ້ແຫລະ”? (ເອສະເທີ 4:14). ຖ້າຫາກທ່ານມີປິຕຸພອນ, ໃຫ້ຄິດທີ່ຈະອ່ານມັນ ເພື່ອຮຽນຮູ້ຕື່ມອີກກ່ຽວກັບວຽກງານທີ່ພຣະຜູ້ເປັນເຈົ້າມີໃຫ້ທ່ານເຮັດ. ທ່ານສາມາດເຮັດສິ່ງໃດເພື່ອບັນລຸວຽກງານນີ້?
ເບິ່ງ “For Such a Time as This” (ວິດີໂອ) ນຳອີກ, ChurchofJesusChrist.org.
For Such a Time as This
ເຮົາຮຽນຮູ້ໄດ້ດີຂຶ້ນຈາກການກະທຳຫລາຍກວ່າການຟັງ. ແອວເດີ ເດວິດ ເອ ແບ໊ດນາ ໄດ້ແນະນຳຄູສອນວ່າ: “ຄວາມຕັ້ງໃຈຂອງເຮົາບໍ່ຄວນເປັນວ່າ ‘ເຮົາຈະບອກຫຍັງກັບເຂົາເຈົ້າ?’ ແທນທີ່ຈະເຮັດແນວນັ້ນ, ຄຳຖາມທີ່ຖາມຕົວເອງແມ່ນ ‘ເຮົາຈະເຊື້ອເຊີນໃຫ້ເຂົາເຈົ້າເຮັດຫຍັງ? ຄຳຖາມທີ່ດົນໃຈອັນໃດແດ່ທີ່ເຮົາສາມາດຖາມ, ຖ້າຫາກເຂົາເຈົ້າເຕັມໃຈທີ່ຈະຕອບ, ຈະເລີ່ມເຊື້ອເຊີນໃຫ້ພຣະວິນຍານເຂົ້າມາສູ່ຊີວິດຂອງເຂົາເຈົ້າ?’” (ໃນ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 25). ຖ້າຫາກທ່ານສິດສອນຄອບຄົວຂອງທ່ານ ຫລື ຫ້ອງຮຽນກ່ຽວກັບນາງເອສະເທີ, ແມ່ນຫຍັງທີ່ທ່ານສາມາດຂໍໃຫ້ເຂົາເຈົ້າເຮັດທີ່ຈະຊ່ວຍເຂົາເຈົ້າໃຫ້ຮຽນຮູ້?
“ເມື່ອຮາມານຮູ້ວ່າມໍເດໄກບໍ່ຄຸເຂົ່າ … ລາວກໍໂກດຮ້າຍຫລາຍ” (ເອສະເທີ 3:5).
ເອສະເທີ 3; 5:9–14; 7
ຄວາມທະນົງໃຈ ແລະ ຄວາມໂກດຮ້າຍສາມາດພາໄປສູ່ການຕົກຕ່ຳໄດ້.
ໃນພຣະທຳເອສະເທີ, ເຮົາຮຽນຮູ້ຈາກຄວາມຊື່ສັດຂອງນາງເອສະເທີ ແລະ ມໍເດໄກ ແຕ່ເຮົາກໍຍັງໄດ້ຮຽນຮູ້ ຈາກຄວາມທະນົງໃຈ ແລະ ຄວາມໂກດຮ້າຍຂອງຮາມານນຳອີກ. ຂະນະທີ່ທ່ານອ່ານ ເອສະເທີ 3; 5:9–14, ໃຫ້ສັງເກດຄວາມຮູ້ສຶກ, ຄຳເວົ້າ, ແລະ ການກະທຳຂອງຮາມານ. ມັນບອກຫຍັງແດ່ກ່ຽວກັບຕົວລາວ ແລະ ແຮງຈູງໃຈຂອງລາວ? ຜົນສະທ້ອນແນວໃດແດ່ທີ່ລາວໄດ້ປະເຊີນ? (ເບິ່ງ ເອສະເທີ 7). ການອ່ານກ່ຽວກັບຮາມານ ອາດກະຕຸ້ນທ່ານໃຫ້ສຳຫລວດຕົວເອງວ່າແມ່ນຫຍັງທີ່ເປັນແຮງຈູງໃຈຄວາມຮູ້ສຶກ ແລະ ການກະທຳຂອງທ່ານ. ທ່ານຖືກດົນໃຈໃຫ້ທຳການປ່ຽນແປງຢ່າງໃດບໍ? ທ່ານຈະຫັນມາຫາພຣະບິດາເທິງສະຫວັນເພື່ອຂໍຄວາມຊ່ວຍເຫລືອແນວໃດ?
ເບິ່ງ ສຸພາສິດ 16:32; ແອວມາ 5:28 ນຳອີກ.
ເອສະເທີ 3–4; 5:2–3; 8:11–12
ການຖືສິນອົດເຂົ້າສະແດງໃຫ້ເຫັນວ່າເຮົາໄວ້ວາງໃຈ ແລະ ເພິ່ງອາໄສພຣະຜູ້ເປັນເຈົ້າ.
ໃຫ້ສັງເກດເບິ່ງວ່າເປັນຫຍັງນາງເອສະເທີ ແລະ ຊາວຢິວທັງໝົດຈຶ່ງຕັດສິນໃຈຖືສິນອົດເຂົ້າ (ເບິ່ງ ເອສະເທີ 3:13; 4:1–3, 10–17). ການຖືສິນອົດເຂົ້າໃຫ້ພອນແກ່ພວກເຂົາແນວໃດ? (ເບິ່ງ ເອສະເທີ 5:2–3; 8:11–12). ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງຂໍໃຫ້ເຮົາຖືສິນອົດເຂົ້າ? (ເບິ່ງ Topics and Questions,“Fasting and Fast Offerings,” ຫ້ອງສະໝຸດພຣະກິດຕິຄຸນ). ໃຫ້ພິຈາລະນາວິທີທີ່ທ່ານສາມາດເຮັດໃຫ້ການຖືສິນອົດເຂົ້າເປັນພອນທີ່ຍິ່ງໃຫຍ່ກວ່າເກົ່າໃນຊີວິດຂອງທ່ານແນວໃດ.
ເບິ່ງ ເອຊາຢາ 58:6–12; “Fasting: Young Single Adult Ward, Amanda” (ວິດີໂອ), ChurchofJesusChrist.org ນຳອີກ.
Fasting: Young Single Adult Ward, Amanda
ເອສະເທີ 3:1–11; 4:10–17; 5:1–4; 9:17–19
ການເຮັດສິ່ງທີ່ຖືກຕ້ອງມັກຈະຮຽກຮ້ອງຄວາມກ້າຫານທີ່ຍິ່ງໃຫຍ່.
ເມື່ອມໍເດໄກ ແລະ ນາງເອສະເທີໄດ້ຍຶດໝັ້ນກັບຄວາມເຊື່ອຂອງເຂົາເຈົ້າ ແລະ ຜູ້ຄົນຂອງເຂົາເຈົ້າ, ເຂົາເຈົ້າໄດ້ເອົາຊີວິດເຂົ້າສ່ຽງ. ການເລືອກຂອງເຮົາອາດມີຜົນສະທ້ອນທີ່ບໍ່ຮ້າຍແຮງພໍປານໃດ, ແຕ່ການເຮັດສິ່ງທີ່ຖືກຕ້ອງອາດຈະຮຽກຮ້ອງຄວາມກ້າຫານຢູ່ສະເໝີ. ທ່ານຮຽນຮູ້ຫຍັງແດ່ຈາກ ເອສະເທີ 3:1–4; 4:10–17 ກ່ຽວກັບການມີຄວາມກ້າຫານທີ່ຈະເຮັດສິ່ງທີ່ຖືກຕ້ອງ? ໃຫ້ສັງເກດເບິ່ງຜົນສະທ້ອນທີ່ແຕກຕ່າງໃນປະສົບການຂອງມໍເດໄກ ແລະ ນາງເອສະເທີ ຫລັງຈາກທີ່ໄດ້ສະແດງຄວາມກ້າຫານ (ເບິ່ງ ເອສະເທີ 3:5–11; 5:1–4). ນາງເອສະເທີ ແລະ ມໍເດໄກຈຳເປັນຕ້ອງຮູ້ຈັກຫຍັງແດ່ກ່ຽວກັບພຣະເຈົ້າເພື່ອທີ່ຈະເລືອກເຮັດໃນສິ່ງທີ່ເຂົາເຈົ້າເຮັດ?
ຈົ່ງຄິດຫາສະຖານະການທີ່ທ່ານຕ້ອງການຄວາມກ້າຫານເພື່ອຢືນຢັດໃຫ້ກັບສິ່ງທີ່ຖືກຕ້ອງ. ທ່ານໄດ້ຮຽນຮູ້ຫຍັງແດ່ຈາກນາງເອສະເທີ ແລະ ມໍເດໄກ ທີ່ສາມາດຊ່ວຍທ່ານໃຫ້ພົບເຫັນຄວາມກ້າຫານໃນພຣະຜູ້ເປັນເຈົ້າ?
ຄວາມກ້າຫານຂອງນາງເອສະເທີໄດ້ນຳໄປສູ່ “ວັນແຫ່ງຄວາມເບີກບານໃຈ” (ເບິ່ງ ເອສະເທີ 9:17–19). ຄວາມກ້າຫານເໝືອນດັ່ງພຣະຄຣິດໄດ້ມອບ “ວັນແຫ່ງຄວາມເບີກບານໃຈ” ໃຫ້ກັບທ່ານແນວໃດ?
ເບິ່ງ “Courage,” “Dare to Stand Alone” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ; “True to the Faith,” Hymns, no. 254 ນຳອີກ.
Courage
Dare to Stand Alone
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ເອສະເທີ 2:5–7
ເຮົາສາມາດຮັບໃຊ້ຄອບຄົວຂອງເຮົາ.
-
ທ່ານອາດຈະຮູ້ສຶກໄດ້ຮັບການດົນໃຈໃຫ້ໃຊ້ ເອສະເທີ 2:7 ເພື່ອສິດສອນລູກໆຂອງທ່ານກ່ຽວກັບການຊ່ວຍເຫລືອສະມາຊິກໃນຄອບຄົວຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ, ເຊັ່ນດຽວກັນກັບທີ່ມໍເດໄກໄດ້ກະທຳໃຫ້ກັບນາງເອສະເທີ. ພວກທ່ານສາມາດອ່ານຂໍ້ພຣະຄຳພີນຳກັນ ຫລື ສະຫລຸບໃຈຄວາມດ້ວຍຄຳເວົ້າຂອງພວກທ່ານເອງ. ຈາກນັ້ນທ່ານ ແລະ ລູກໆຂອງທ່ານສາມາດຄິດເຖິງສະມາຊິກໃນຄອບຄົວຜູ້ທີ່ອາດຈະຕ້ອງການຄວາມຊ່ວຍເຫລືອຈາກພວກທ່ານ. ໃຫ້ວາງແຜນເພື່ອຊ່ວຍເຫລືອເຂົາເຈົ້າ.
ເອສະເທີ 3:1–11; 4:10–17
ພຣະຜູ້ເປັນເຈົ້າສາມາດຊ່ວຍເຮົາໃຫ້ເປັນຄົນໃຈກ້າ.
-
ຕົວຢ່າງຂອງນາງເອສະເທີ ແລະ ມໍເດໄກ ສາມາດຊ່ວຍລູກໆຂອງທ່ານໃຫ້ເຂົ້າໃຈວ່າຄວາມກ້າຫານໝາຍເຖິງການເຮັດສິ່ງທີ່ຖືກຕ້ອງ ເຖິງແມ່ນວ່າທ່ານອາດຈະຮູ້ສຶກຢ້ານກົວຢູ່ກໍຕາມ. ໃຫ້ພິຈາລະນາທີ່ຈະຂຽນວະລີເຫລົ່ານີ້ໄວ້ວ່າ ມໍເດໄກກ້າຫານເມື່ອລາວ … ແລະ ນາງເອສະເທີກ້າຫານເມື່ອລາວ … . ຂະນະທີ່ພວກທ່ານຮຽນຮູ້ເລື່ອງລາວຂອງນາງເອສະເທີນຳກັນ, ລູກໆຂອງທ່ານສາມາດແນະນຳວິທີທີ່ຈະຕໍ່ປະໂຫຍກໃຫ້ຈົບໄດ້. ທ່ານສາມາດອ່ານ ເອສະເທີ 3:1–11; 4:10–17 ຫລື “ລາຊີນີເອສະເທີ” (ໃນ ເລື່ອງພຣະຄຳພີເດີມ, 166–70) ຫລື ເບິ່ງຮູບພາບໃນໂຄງຮ່າງນີ້. ແລ້ວໃຫ້ຂຽນຄຳວ່າ ເຮົາຈະກ້າຫານໄດ້ຈາກ … , ແລະ ເຊື້ອເຊີນໃຫ້ລູກໆຂອງທ່ານຈົດລາຍການສິ່ງທີ່ພຣະບິດາເທິງສະຫວັນຕ້ອງການໃຫ້ພວກເຂົາເຮັດທີ່ຮຽກຮ້ອງໃຫ້ມີຄວາມກ້າຫານ. ເພງກ່ຽວກັບຄວາມກ້າຫານ, ເຊັ່ນ “ກ້າເຮັດສິ່ງຖືກ” (ເພງສວດ ແລະ ເພງຂອງເດັກນ້ອຍ, 70), ກໍສາມາດຊ່ວຍໄດ້.
2:45Queen Esther
-
ທ່ານຍັງສາມາດຮຽນຮູ້ກ່ຽວກັບຕອນທີ່ພຣະເຢຊູຄຣິດກ້າຫານ—ຕົວຢ່າງ, ຕອນທີ່ພຣະອົງທົນທຸກທໍລະມານເພື່ອບາບຂອງເຮົາໃນສວນເຄັດເຊມາເນ ແລະ ເທິງໄມ້ກາງແຂນ (ເບິ່ງ ມັດທາຍ 26:36–39; 27:33–35). ຂໍໃຫ້ລູກໆຂອງທ່ານແບ່ງປັນກ່ຽວກັບເວລາທີ່ເຂົາເຈົ້າກ້າຫານ, ແລະ ແບ່ງປັນປະສົບການຂອງຕົວທ່ານເອງເຊັ່ນກັນ.
ເອສະເທີ 4:1–3, 10–17
ການຖືສິນອົດເຂົ້ານຳພອນຂອງພຣະຜູ້ເປັນເຈົ້າມາໃຫ້.
-
ການອ່ານ ເອສະເທີ 4:1–3, 10–17 ສາມາດຊ່ວຍທ່ານໃຫ້ສິດສອນລູກໆຂອງທ່ານກ່ຽວກັບການຖືສິນອົດເຂົ້າ. ເປັນຫຍັງນາງເອສະເທີ ແລະ ຊາວຢິວຈຶ່ງຖືສິນອົດເຂົ້າ? ບອກກັບລູກໆຂອງທ່ານວ່າເປັນຫຍັງທ່ານຈຶ່ງຖືສິນອົດເຂົ້າ. ທ່ານຍັງສາມາດຖາມວິທີທີ່ພວກເຂົາຈະອະທິບາຍການຖືສິນອົດເຂົ້າໃຫ້ກັບເພື່ອນຜູ້ທີ່ຍັງບໍ່ເຄີຍເຮັດມາກ່ອນແນວໃດ. ເຮົາຈະສາມາດຊ່ວຍໝູ່ເພື່ອນຂອງເຮົາໃຫ້ເຂົ້າໃຈກ່ຽວກັບພອນທີ່ມາຈາກການຖືສິນອົດເຂົ້າໄດ້ແນວໃດ?
-
ຊຸກຍູ້ລູກໆຂອງທ່ານໃຫ້ຄິດເຖິງບາງສິ່ງບາງຢ່າງທີ່ພວກເຂົາອາດຈະຕ້ອງການຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ. ແນະນຳພວກເຂົາໃຫ້ເຮັດພາກສ່ວນນັ້ນໃຫ້ເປັນການຖືສິນອົດເຂົ້າຂອງພວກເຂົາສຳລັບວັນອາທິດຖືສິນອົດເຂົ້າຄັ້ງຕໍ່ໄປ.
ຍ້ອນວ່ານາງເອສະເທີເປັນຄົນກ້າຫານ, ນາງຈຶ່ງສາມາດຊ່ວຍຊີວິດຜູ້ຄົນຂອງພຣະຜູ້ເປັນເຈົ້າ.
ເອສະເທີ 4:14.
ເຮົາສາມາດເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າໄດ້.
-
ຊ່ວຍລູກໆຂອງທ່ານໃຫ້ເຂົ້າໃຈເຖິງຕອນທີ່ນາງເອສະເທີຮູ້ສຶກຢ້ານກົວ, ມໍເດໄກໄດ້ໃຫ້ກຳລັງໃຈນາງໂດຍການອະທິບາຍວ່າພຣະຜູ້ເປັນເຈົ້າໄດ້ຊ່ວຍນາງໃຫ້ກາຍເປັນລາຊີນີ “ເພື່ອໃນຍາມຄັບຂັນເຊັ່ນນີ້ແຫລະ” (ເອສະເທີ 4:14). ຄວາມໝາຍຂອງມໍເດໄກແມ່ນຫຍັງ? ໃຫ້ສົນທະນາກັນກ່ຽວກັບນາງເອສະເທີເປັນເຄື່ອງມືຂອງພຣະຜູ້ເປັນເຈົ້າໄດ້ແນວໃດ. ເຮົາຈະສາມາດເປັນເຄື່ອງມືໃຫ້ກັບພຣະຜູ້ເປັນເຈົ້າໄດ້ແນວໃດ?
-
ທ່ານຈະສາມາດຊ່ວຍລູກໆຂອງທ່ານໃຫ້ເຂົ້າໃຈວ່າເຄື່ອງມືແມ່ນຫຍັງໄດ້ແນວໃດ? ບາງທີທ່ານອາດຈະເຊື້ອເຊີນໃຫ້ຄົນໃດຄົນໜຶ່ງຫລິ້ນເຄື່ອງດົນຕີ ຫລື ສະແດງຮູບພາບບາງຄົນກຳລັງໃຊ້ອຸປະກອນອັນໜຶ່ງຢູ່. ຈາກນັ້ນທ່ານສາມາດເວົ້າກ່ຽວກັບວ່າການເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້ານັ້ນ ໝາຍຄວາມວ່າແນວໃດ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.