ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 24–30 ເດືອນ​ສິງ​ຫາ. “ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ”: ເພງ​ສັນ​ລະ​ເສີນ 49–51; 61–66; 69–72; 77–78; 85–86


“ວັນ​ທີ 24–30 ເດືອນ​ສິງ​ຫາ ‘ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ’: ເພງ​ສັນ​ລະ​ເສີນ 49–51; 61–66; 69–72; 77–77; 85–86,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 24–30 ເດືອນ​ສິງ​ຫາ ‘ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ,’” ຈົ່ງ​ຕາມ​ເຮົາ​ມາ: ພຣະ​ຄຳ​ພີ​ເດີມ 2026

ພຣະ​ເຢ​ຊູ​ກຳ​ລັງ​ຖື​ກະ​ຕຽງ​ເວ​ລາ​ກາງ​ຄືນ

Saving That Which Was Lost [ຊ່ວຍ​ກູ້​ສິ່ງ​ທີ່​ເສຍ​ໄປ], ໂດຍ ໄມ​ໂກ ມອມ

ວັນ​ທີ 24–30 ເດືອນ​ສິງ​ຫາ: “ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ”

ເພງ​ສັນ​ລະ​ເສີນ 49–51; 61–66; 69–72; 77–78; 85–86

ຜູ້​ຂຽນ​ເພງ​ສັນ​ລະ​ເສີນ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ສ່ວນ​ຕົວ​ທີ່​ເລິກ​ເຊິ່ງ​ຢູ່​ໃນ​ບົດ​ກະ​ວີ​ຂອງ​ພວກ​ເພິ່ນ. ພວກ​ເພິ່ນ​ໄດ້​ຂຽນ​ກ່ຽວ​ກັບ​ຄວາມ​ທໍ້​ແທ້​ໃຈ, ຄວາມ​ຢ້ານ​ກົວ, ແລະ ຄວາມ​ສຳ​ນຶກ​ຜິດ. ໃນ​ບາງ​ເວ​ລາ, ພວກ​ເພິ່ນ​ກໍ​ຮູ້​ສຶກ​ໄດ້​ວ່າ​ຖືກ​ພຣະ​ເຈົ້າ​ປະ​ຖິ້ມ, ແລະ ເພງ​ສັນ​ລະ​ເສີນ​ບາງ​ບົດ​ກໍ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ ຫລື ຄວາມ​ໝົດ​ຫວັງ. ຖ້າ​ຫາກ​ທ່ານ​ເຄີຍ​ຮູ້​ສຶກ​ແບບ​ນັ້ນ, ການ​ອ່ານ​ເພງ​ສັນ​ລະ​ເສີນ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້​ວ່າ ບໍ່​ມີ​ແຕ່​ທ່ານ​ຄົນ​ດຽວ. ແຕ່​ທ່ານ​ຈະ​ພົບ​ເຫັນ​ອີກ​ວ່າ ເພງ​ສັນ​ລະ​ເສີນ​ສາ​ມາດ​ໃຫ້​ກຳ​ລັງ​ໃຈ​ທ່ານ ເມື່ອ​ທ່ານ​ຮູ້​ສຶກ​ເຊັ່ນ​ນັ້ນ, ຍ້ອນ​ວ່າ​ເພງ​ສັນ​ລະ​ເສີນ​ກໍ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ​ສຳ​ລັບ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ, ສຳ​ລັບ​ອຳ​ນາດ​ທີ່​ໜ້າ​ງຶດ​ງໍ້​ຂອງ​ພຣະ​ອົງ, ແລະ ສຳ​ລັບ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ. ພວກ​ເພິ່ນ​ຮູ້​ວ່າ ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ ແລະ ບາບ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຍັງ “ດີ, ແລະ ພ້ອມ​ທີ່​ຈະ​ໃຫ້​ອະ​ໄພ” (ເພງ​ສັນ​ລະ​ເສີນ 86:5). ພວກ​ເພິ່ນ​ເຂົ້າ​ໃຈ​ວ່າ ການ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ທ່ານ​ຈະ​ບໍ່​ເຄີຍ​ດີ້ນ​ລົນ​ກັບ​ຄວາມ​ກັງ​ວົນ, ກັບ​ບາບ, ຫລື ກັບ​ຄວາມ​ຢ້ານ​ກົວ. ມັນ​ໝາຍ​ຄວາມ​ວ່າ​ທ່ານ​ຮູ້​ຈັກ​ຜູ້​ທີ່​ຈະ​ຫັນ​ໄປ​ຫາ ເມື່ອ​ທ່ານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ເພງ​ສັນ​ລະ​ເສີນ 49; 62:5–12

ການ​ໄຖ່​ມີ​ມາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ.

ເພງ​ສັນ​ລະ​ເສີນ 49 ມີ​ຂ່າວ​ສານ​ສຳ​ລັບ “ທັງ​ຜູ້​ໃຫຍ່ ແລະ ຜູ້​ນ້ອຍ, ທັງ​ຄົນ​ຮັ່ງ​ມີ ແລະ ຄົນ​ຍາກ​ຈົນ” (ຂໍ້​ທີ 2). ທ່ານ​ຄິດ​ວ່າ​ຂ່າວ​ສານ​ນີ້​ແມ່ນ​ກ່ຽວ​ກັບ​ຫຍັງ? ທ່ານ​ຮູ້​ສຶກ​ວ່າ ເພງ​ສັນ​ລະ​ເສີນ 62:5–12 ຕື່ມ​ຫຍັງ​ໃສ່​ກັບ​ຂ່າວ​ສານ​ນີ້?

ການ​ອ່ານ​ເພງ​ສັນ​ລະ​ເສີນ​ເຫລົ່າ​ນີ້ ອາດ​ດົນ​ໃຈ​ທ່ານ​ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ເຮົາ​ຖືກ​ລໍ້​ລວງ​ໃຫ້​ໄວ້​ວາງ​ໃຈ​ໃນ​ບາງ​ສິ່ງ ແທນ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ເພື່ອ​ການ​ໄຖ່ (ເບິ່ງ ເພງ​ສັນ​ລະ​ເສີນ 49:6–7). ຊີ​ວິດ​ຂອງ​ທ່ານ​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ວ່າ “ພຣະ​ເຈົ້າ​ຈະ​ຊ່ວຍ​ກູ້​ຈິດ​ວິນ​ຍານ [ຂອງ​ທ່ານ] ຈາກ​ອຳ​ນາດ​ຂອງ​ຄວາມ​ຕາຍ” ແນວ​ໃດ? (ເພງ​ສັນ​ລະ​ເສີນ 49:15).

ເພງ​ສັນ​ລະ​ເສີນ 51; 85–86

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ຍ້ອນ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຈຶ່ງ​ສາ​ມາດ​ຮັບ​ການ​ໃຫ້​ອະ​ໄພ.

ກະ​ສັດ​ດາ​ວິດ​ໄດ້​ຂຽນ ເພງ​ສັນ​ລະ​ເສີນ 51 ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ຕ້ອງ​ການ​ການ​ໃຫ້​ອະ​ໄພ​ຢ່າງ​ຍິ່ງ—ຊຶ່ງ​ເປັນ​ບາງ​ສິ່ງ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ການ. ຂໍ້​ພຣະ​ຄຳ​ພີ​ໃດ​ແດ່​ທີ່​ອະ​ທິ​ບາຍ​ຄວາມ​ຮູ້​ສຶກ​ທີ່​ທ່ານ​ມີ​ຢູ່? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ເພງ​ສັນ​ລະ​ເສີນ​ນີ້ ທີ່​ຊ່ວຍ​ທ່ານ​ໃຫ້​ມີ​ຄວາມ​ຫວັງ​ສຳ​ລັບ​ການ​ໃຫ້​ອະ​ໄພ?

ທ່ານ​ອາດ​ຄົ້ນ​ຫາ​ໃນ ເພງ​ສັນ​ລະ​ເສີນ 51 ເພື່ອ​ຮ່ອງ​ຮອຍ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ກັບ​ໃຈ​ນຳ​ອີກ. ໃຫ້​ຂຽນ​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ລົງ​ໄວ້. ລອງ​ເບິ່ງ​ວ່າ​ທ່ານ​ຈະ​ສາ​ມາດ​ເພີ່ມ​ເຕີມ​ຫຍັງ​ແດ່​ລົງ​ໃນ​ລາຍ​ການ​ຂອງ​ທ່ານ​ໂດຍ​ການ​ຄົ້ນ​ຫາ​ໃນ​ຂ່າວ​ສານ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ “We Can Do Better and Be Better” (Liahona, May 2019, 67–69).

ທ່ານ​ຈະ​ອະ​ທິ​ບາຍ​ຄວາມ​ຮູ້​ສຶກ​ທີ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຜ່ານ​ທາງ​ພຣະ​ຄຣິດ​ແນວ​ໃດ? ຖ້າ​ທ່ານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ໃນ​ການ​ອະ​ທິ​ບາຍ​ຄວາມ​ຮູ້​ສຶກ​ຂອງ​ທ່ານ, ທ່ານ​ສາ​ມາດ​ເບິ່ງ​ໄດ້​ໃນ ເພງ​ສັນ​ລະ​ເສີນ 51:1–2, 7–12; 85:2–9. ບາງ​ຄົນ​ກໍ​ມັກ​ແຕ້ມ ຫລື ຊອກ​ຫາ​ຮູບ​ພາບ ເພື່ອ​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ອອກ​ມາ; ທ່ານ​ອາດ​ຈະ​ລອງ​ເຮັດ​ແບບ​ນັ້ນ​ກໍ​ໄດ້. ທ່ານ​ສາ​ມາດ​ຮ້ອງ ຫລື ຟັງ​ເພງ​ສວດ​ທີ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ, ເຊັ່ນ “ຂ້າ​ເຝົ້າ​ພິ​ສະ​ຫວົງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 24).

ເພື່ອ​ກັບ​ໃຈ, ເຮົາ​ຕ້ອງ​ມີ​ສັດ​ທາ​ບໍ່​ແມ່ນ​ພຽງ​ແຕ່​ວ່າ​ພຣະ​ເຢ​ຊູ​ຄຣິດ ສາ​ມາດ ຊຳ​ລະ​ລ້າງ​ເຮົາ​ໃຫ້​ສະ​ອາດ​ໄດ້​ເທົ່າ​ນັ້ນ ແຕ່​ວ່າ​ພຣະ​ອົງ ຈະ ເຮັດ. ທ່ານ​ພົບ​ເຫັນ​ຫຍັງ​ໃນ ເພງ​ສັນ​ລະ​ເສີນ 86: 5, 13, 15 ທີ່​ຊ່ວຍ​ໃຫ້​ທ່ານ​ຮູ້​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທັງ​ສາ​ມາດ ແລະ ເຕັມ​ໃຈ​ທີ່​ຈະ​ໃຫ້​ອະ​ໄພ?

ເບິ່ງ ແອວ​ມາ 36; Peter F. Meurs, “He Could Heal Me!,” Liahona, May 2023, 39–41 ນຳ​ອີກ.

ເພງ​ສັນ​ລະ​ເສີນ 51:13–15; 66:5–20; 71:15–24

ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ອົງ​ແນວ​ໃດ.

ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ເຖິງ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ແລ້ວ, ຂະ​ນະ​ທີ່​ທ່ານ​ສຶກ​ສາ ເພງ​ສັນ​ລະ​ເສີນ 51:13–15; 66:5–20; 71:15–24, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້ “ມາ​ເບິ່ງ​ສິ່ງ​ທີ່​ພຣະ​ເຈົ້າ​ຊົງ​ກະ​ທຳ” (ເພງ​ສັນ​ລະ​ເສີນ 66:5). ຖ້າ​ທ່ານ​ຈະ​ຕ້ອງ “ບອກ​ສິ່ງ​ທີ່ [ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ເຮັດ​ເພື່ອ​ຈິດ​ວິນ​ຍານ [ຂອງ​ທ່ານ]” (ເພງ​ສັນ​ລະ​ເສີນ 66:16), ທ່ານ​ຈະ​ບອກ​ວ່າ​ແນວ​ໃດ?

ຂໍ້​ຄວາມ​ທີ່​ວ່າ “ເວົ້າ​ເຖິງ​ຄວາມ​ຊອບ​ທຳ [ຂອງ​ພຣະ​ອົງ] ຕະ​ຫລອດ​ວັນ” ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ? (ເພງ​ສັນ​ລະ​ເສີນ 71:24).

ເບິ່ງ ແອວ​ມາ 26 ນຳ​ອີກ.

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ກຳ​ລັງ​ແບ່ງ​ປັນ​ພຣະ​ຄຳ​ພີ​ກັບ​ຄົນ​ອື່ນ

“ຈົ່ງ​ມາ​ຟັງ​ເອົາ​ສາ, … ຂ້ອຍ​ຈະ​ບອກ​ສິ່ງ​ທີ່ [ພຣະ​ເຈົ້າ] ໄດ້​ເຮັດ​ເພື່ອ​ຂ້ອຍ” (ເພງ​ສັນ​ລະ​ເສີນ 66:16).

ເພງ​ສັນ​ລະ​ເສີນ 63; 69; 77–78

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຮົາ​ໃນ​ຍາມ​ທີ່​ຕ້ອງ​ການ.

ພຣະ​ທຳ​ເພງ​ສັນ​ລະ​ເສີນ ຫລາຍ​ບົດ​ໄດ້​ອະ​ທິ​ບາຍ​ເຖິງ​ຄວາມ​ຮູ້​ສຶກ​ເວ​ລາ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ເຈົ້າ ແລະ ກໍ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ເປັນ​ຢ່າງ​ຍິ່ງ (ເບິ່ງ ເພງ​ສັນ​ລະ​ເສີນ 63:1, 8; 69:1–8, 18–21; 77:1–9). ໃນ ເພງ​ສັນ​ລະ​ເສີນ 6369; 77–78, ທ່ານ​ພົບ​ເຫັນ​ຫຍັງ​ແດ່ ທີ່​ໃຫ້​ຄວາມ​ແນ່​ນອນ​ໃຈ​ແກ່​ຜູ້​ຂຽນ​ເພງ​ສັນ​ລະ​ເສີນ​ເຫລົ່າ​ນີ້?

ເມື່ອ​ທ່ານ​ອຸກ​ໃຈ, ການ “ຈົດ​ຈຳ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ແລະ “ການ​ອັດ​ສະ​ຈັນ​ຜ່ານ​ມາ” ຂອງ​ພຣະ​ອົງ ຊ່ວຍ​ທ່ານ​ໄດ້​ແນວ​ໃດ? (ເພງ​ສັນ​ລະ​ເສີນ 77:11). ການ​ອັດ​ສະ​ຈັນ​ບາງ​ຢ່າງ​ເຫລົ່າ​ນັ້ນ​ມີ​ຢູ່​ໃນ ເພງ​ສັນ​ລະ​ເສີນ 78. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ມັນ, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ຊ່ວຍ​ເຫລືອ​ທ່ານ​ໃຫ້ “ວາງ​ຄວາມ​ຫວັງ [ຂອງ​ທ່ານ] ໄວ້​ໃນ​ພຣະ​ເຈົ້າ” ແນວ​ໃດ (ຂໍ້​ທີ 7).

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເພາະ​ວັນ​ອາ​ທິດ​ນີ້​ເປັນ​ວັນ​ອາ​ທິດ​ທີ​ຫ້າ​ຂອງ​ເດືອນ, ຄູ​ສອນ​ປະ​ຖົມ​ໄວ​ຖືກ​ຊຸກ​ຍູ້​ໃຫ້​ນຳ​ໃຊ້​ກິດ​ຈະ​ກຳ​ການ​ຮຽນ​ຮູ້​ທີ່​ຢູ່​ໃນ “ພາກ​ຫ້ອຍ​ທ້າຍ ຂ: ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.”

ເພງ​ສັນ​ລະ​ເສີນ 51; 86:5, 13, 15

ເມື່ອ​ເຮົາ​ເລືອກ​ຜິດ​ທາງ, ພຣະ​ເຢ​ຊູ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ໄດ້.

  • ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄົ້ນ​ພົບ​ຄວາມ​ຈິງ​ກ່ຽວ​ກັບ​ການ​ກັບ​ໃຈ​ໃນ ເພງ​ສັນ​ລະ​ເສີນ 51, ທ່ານ​ສາ​ມາດ​ແຕ້ມ​ຮູບ​ຫົວ​ໃຈ​ໃຫຍ່​ດວງ​ໜຶ່ງ. ຈາກ​ນັ້ນ​ທ່ານ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຂຽນ​ສິ່ງ​ທີ່​ບໍ່​ດີ​ຕ່າງໆ​ທີ່​ຊາ​ຕານ​ໄດ້​ລໍ້​ລວງ​ໃຫ້​ເຮົາ​ເຮັດ ລົງ​ໃນ​ຮູບ​ຫົວ​ໃຈ​ນັ້ນ. ເຮົາ​ຈະ​ເອົາ​ສິ່ງ​ເຫລົ່າ​ນີ້​ອອກ​ໄປ​ຈາກ​ໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ? ບອກ​ໃຫ້​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄຳ​ວ່າ “ຫົວ​ໃຈ” ໃນ ເພງ​ສັນ​ລະ​ເສີນ 51:10, 17. ເວົ້າ​ລົມ​ກ່ຽວ​ກັບ​ຂໍ້​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ການ​ກັບ​ໃຈ. ໃຫ້​ລູກໆ​ຂອງ​ທ່ານ​ລຶບ​ຂໍ້​ຄວາມ​ຕ່າງໆ​ທີ່​ຢູ່​ໃນ​ຮູບ​ຫົວ​ໃຈ ແລະ ຂຽນ​ຂໍ້​ຄວາມ​ໃໝ່​ທີ່​ອະ​ທິ​ບາຍ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຢ​ຊູ​ສາ​ມາດ​ປ່ຽນ​ແປງ​ເຮົາ​ເມື່ອ​ເຮົາ​ກັບ​ໃຈ.

  • ທ່ານ​ອາດ​ຈະ​ຕ້ອງ​ການ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ຄວາມ​ໝາຍ​ຂອງ​ຄຳ​ວ່າ “ຈິດ​ໃຈ​ທີ່​ຖ່ອມ​ຕົວ​ລົງ” ແມ່ນ​ຫຍັງ (ເພງ​ສັນ​ລະ​ເສີນ 51:17). ພວກ​ເຂົາ​ສາ​ມາດ​ປ່ຽນ​ຜຽນ​ກັນ​ປອກ​ບາງ​ສິ່ງ​ທີ່​ມີ​ເປືອກ​ແຂງ, ເຊັ່ນ ເປືອກ​ໄຂ່ ຫລື ເປືອກ​ໝາກ​ບົກ. ທ່ານ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ດ້ວຍ​ການ​ປຽບ​ທຽບ​ເປືອກ​ນັ້ນ​ໃສ່​ສິ່ງ​ທີ່​ກີດ​ກັນ​ເຮົາ ຈາກ​ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ເຮົາ​ຈະ​​ສາ​ມາດ​ເປີດ​ໃຈ​ຂອງ​ເຮົາ​ຕໍ່​ພຣະ​ອົງ​ໄດ້​ແນວ​ໃດ?

  • ພວກ​ທ່ານ​ກໍ​ສາ​ມາດ​ເບິ່ງ​ຮູບ​ພາບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ກັນ ແລະ ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ໃຊ້​ຄຳ​ເວົ້າ​ອັນ​ໃດ​ກໍ​ໄດ້​ເພື່ອ​ອະ​ທິ​ບາຍ​ກ່ຽວ​ກັບ​ພຣະ​ອົງ​ນຳ​ອີກ. ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຊອກ​ຫາ​ຄຳ​ເວົ້າ​ທີ່​ບັນ​ຍາຍ​ກ່ຽວ​ກັບ​ພຣະ​ອົງ​ໃນ ເພງ​ສັນ​ລະ​ເສີນ 86:5, 13, 15. ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້​ກ່ຽວ​ກັບ​ພຣະ​ອົງ?

ເພງ​ສັນ​ລະ​ເສີນ 61:2–3

ພຣະ​ເຢ​ຊູ​ຄຣິດ​ຄື​ຫີນ​ສີ​ລາ​ຂອງ​ເຮົາ.

  • ລູກໆ​ຂອງ​ທ່ານ​ອາດ​ມັກ​ແຕ້ມ​ຮູບ​ຂອງ​ສັນ​ຍາ​ລັກ​ໃນ ເພງ​ສັນ​ລະ​ເສີນ 61:2–3. ວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ເປັນ “ສີ​ລາ” ທີ່​ສູງ​ກວ່າ​ໃນ (ຂໍ້​ທີ 2), “ບ່ອນ​ລີ້​ໄພ,” ແລະ “ປ້ອມ​ປ້ອງ​ກັນ” ແນວ​ໃດ? (ຂໍ້​ທີ 3).

ປ້ອມ​ຍາມ​ທີ່​ຖືກ​ສ້າງ​ດ້ວຍ​ຫີນ

“ພຣະ​ອົງ​ຄື​ປ້ອມ​ປ້ອງ​ກັນ​ຂອງ​ຂ້າ​ນ້ອຍ, ເປັນ​ບ່ອນ​ທີ່​ແໜ້ນ​ໜາ​ຕໍ່​ສູ້​ສັດ​ຕູ​ຂອງ​ຂ້າ​ນ້ອຍ​ໄດ້” (ເພງ​ສັນ​ລະ​ເສີນ 61:3).

ເພງ​ສັນ​ລະ​ເສີນ 66:16; 77:11; 78:6–7

“ເຮົາ​ຈະ​ຈື່​ຈຳ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”

  • ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ໃຫ້​ແບ່ງ​ປັນ​ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ​ທີ່​ພວກ​ເຂົາ​ມັກ​ທີ່​ສຸດ (ຮູບ​ພາບ​ຈາກ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ ອາດ​ຈະ​ຊ່ວຍ​ໄດ້). ເລື່ອງ​ລາວ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ? ພວກ​ທ່ານ​ສາ​ມາດ​ອ່ານ ເພງ​ສັນ​ລະ​ເສີນ 66:16 ນຳ​ກັນ ແລະ ປ່ຽນ​ຜຽນ​ກັນ​ຕອບ​ຄຳ​ຖາມ​ທີ່​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ຈິດ​ວິນ​ຍານ​ຂອງ​ເຮົາ”?

  • ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ເພງ​ສັນ​ລະ​ເສີນ 77:11; 78:6–7 ນຳ​ກັນ, ພວກ​ທ່ານ​ສາ​ມາດ​ແບ່ງ​ປັນ​ນຳ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ທ່ານ​ພະ​ຍາ​ຍາມ​ທີ່​ຈະ “ຈົດ​ຈຳ​ສິ່ງ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ໄດ້​ກະ​ທຳ” (ເພງ​ສັນ​ລະ​ເສີນ 77:11), ລວມ​ທັງ​ສິ່ງ​ອັນ​ຍິ່ງ​ໃຫຍ່​ທີ່ [ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ກະ​ທຳ​ໃນ​ຊີ​ວິດ​ຂອງ​ພວກ​ທ່ານ. ພິ​ທີ​ສິນ​ລະ​ລຶກ​ຊ່ວຍ​ເຫລືອ​ເຮົາ​ໃຫ້ “ຈື່​ຈຳ​ຕະ​ຫລອດ​ເວ​ລາ” ແນວ​ໃດ? (ໂມ​ໂຣ​ໄນ 4:3; 5:2).

ເພງ​ສັນ​ລະ​ເສີນ 71:8

ເຮົາ​ສາ​ມາດ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ໄດ້.

  • ຫລັງ​ຈາກ​ທີ່​ອ່ານ ເພງ​ສັນ​ລະ​ເສີນ 71:8 ກັບ​ລູກໆ​ຂອງ​ທ່ານ​ແລ້ວ, ໃຫ້​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ແຕ້ມ​ຮູບ​ປາກ​ໃຫຍ່​ອັນ​ໜຶ່ງ. ຂໍ​ໃຫ້​ພວກ​ເຂົາ​ຊ່ວຍ​ທ່ານ “ຕື່ມ” ຮູບ​ພາບ ຫລື ຄຳ​ຕ່າງງ​ໃສ່​ໃນ​ປາກ​ນັ້ນ ທີ່​ເປັນ​ຕົວ​ແທນ​ໃຫ້​ກັບ​ສິ່ງ​ທີ່​ເຮົາ​ສາ​ມາດ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

  • ພວກ​ທ່ານ​ສາ​ມາດ​ສົ່ງ​ຕໍ່​ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຜູ້​ທີ່​ກຳ​ລັງ​ຖື​ຮູບ​ດັ່ງ​ກ່າວ​ສາ​ມາດ​ເວົ້າ​ສິ່ງ​ໜຶ່ງ​ທີ່​ເຂົາ​ຮູ້​ຈັກ​ກ່ຽວ​ກັບ​ພຣະ​ອົງ. ເຮົາ​ຈະ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້​ໄດ້​ແນວ​ໃດ?

ເດັກ​ນ້ອຍ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຈະ​ແບ່ງ​ປັນ. “ເມື່ອ​ເດັກ​ນ້ອຍ​ຮຽນ​ຮູ້​ບາງ​ສິ່ງ​ທີ່​ໃໝ່ໆ, ຕາມ​ປົກ​ກະ​ຕິ​ແລ້ວ​ພວກ​ເຂົາ​ຢາກ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ນຳ. ໃຫ້​ຊຸກ​ຍູ້​ຄວາມ​ປາດ​ຖະ​ໜາ​ນີ້​ໂດຍ​ການ​ໃຫ້​ໂອ​ກາດ​ເດັກ​ໄດ້​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັນ​ແລະ​ກັນ, ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພວກ​ເຂົາ, ແລະ ໃຫ້​ໝູ່​ເພື່ອນ​ຂອງ​ພວກ​ເຂົາ. ຂໍ​ໃຫ້​ພວກ​ເຂົາ​ແບ່ງ​ປັນ​ຄວາມ​ຄິດ, ຄວາມ​ຮູ້​ສຶກ, ແລະ ປະ​ສົບ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ຫລັກ​ທຳ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ນຳ​ອີກ. ທ່ານ​ຈະ​ພົບ​ວ່າ​ພວກ​ເຂົາ​ມີ​ຄວາມ​ຮູ້​ທີ່​ລຽບ​ງ່າຍ, ບໍ​ລິ​ສຸດ, ແລະ ມີ​ພະ​ລັງ” (Teaching in the Savior’s Way32).

ເພງ​ສັນ​ລະ​ເສີນ 86:7

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.

  • ເພງ​ສັນ​ລະ​ເສີນ​ຫລາຍ​ບົດ​ກໍ​ເປັນ​ຄື​ກັນ​ກັບ​ການ​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ. ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ທຳ​ເພງ​ສັນ​ລະ​ເສີນ​ກັບ​ລູກໆ​ຂອງ​ທ່ານ, ທ່ານ​ອາດ​ຈະ​ສະ​ແດງ​ໃຫ້​ພວກ​ເຂົາ​ໄດ້​ຮູ້ ສິ່ງ​ທີ່​ເຮົາ​ສາ​ມາດ​ນຳ​ໃຊ້​ໃນ​ການ​ສື່​ສານ​ກັບ​ຜູ້​ຄົນ​ຜູ້​ທີ່​ຢູ່​ຫ່າງ​ໄກ, ຕົວ​ຢ່າງ​ເຊັ່ນ ໂທ​ລະ​ສັບ ຫລື ຈົດ​ໝາຍ. ຈາກ​ນັ້ນ​ໃຫ້​ອ່ານ ເພງ​ສັນ​ລະ​ເສີນ 86:7. ເຮົາ​ຈະ “ຮ້ອງ​ຫາ” ພຣະ​ບິ​ດາ​ເທິງ​ສະ​ຫວັນ​ແນວ​ໃດ? ພຣະ​ອົງ​ຕອບ​ເຮົາ​ແນວ​ໃດ?

  • ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ນຳ​ກັນ, ເຊັ່ນ “ອະ​ທິ​ຖານ​ແລ້ວ​ບໍ່” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 52; ເບິ່ງ Susan H. Porter, “Pray, He Is There,” Liahona, May 2024, 77–79 ນຳ​ອີກ). ໃຫ້​ເລົ່າ​ສູ່​ກັນ​ຟັງ​ກ່ຽວ​ກັບ​ເວ​ລາ​ທີ່​ພຣະ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ທ່ານ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ຂອງ​ພຣະ​ເຢ​ຊູ

Come unto Christ [ຈົ່ງ​ມາ​ຫາ​ພຣະ​ຄຣິດ], ໂດຍ ເຄ​ຊີ ຊາຍສ໌

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ເມື່ອ​ເຮົາ​ເລືອກ​ຜິດ​ທາງ, ພຣະ​ເຢ​ຊູ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ໄດ້