ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 31 ເດືອນ​ສິງ​ຫາ–ວັນ​ທີ 6 ເດືອນ​ກັນ​ຍາ. “ຂໍ​ໃຫ້​ທຸກ​ສິ່ງ​ທີ່​ຫາຍ​ໃຈ​ຢູ່​ນັ້ນ ຈົ່ງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ”: ເພງ​ສັນ​ລະ​ເສີນ 102–103; 110; 116–119; 127–128; 135–139; 146–150


“ວັນ​ທີ 31 ເດືອນ​ສິງ​ຫາ–ວັນ​ທີ 6 ເດືອນ​ກັນ​ຍາ. ‘ຂໍ​ໃຫ້​ທຸກ​ສິ່ງ​ທີ່​ຫາຍ​ໃຈ​ຢູ່​ນັ້ນ ຈົ່ງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ’: ເພງ​ສັນ​ລະ​ເສີນ 102–103; 110; 116–119; 127–128; 135–139; 146–150,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 31 ເດືອນ​ສິງ​ຫາ–ວັນ​ທີ 6 ເດືອນ​ກັນ​ຍາ. ‘ຂໍ​ໃຫ້​ທຸກ​ສິ່ງ​ທີ່​ຫາຍ​ໃຈ​ຢູ່​ນັ້ນ ຈົ່ງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026

ພຣະ​ເຢ​ຊູ​ກຳ​ລັງ​ເດ່​ພຣະ​ຫັດ​ລົງ​ໄປ​ຫາ​ຜູ້​ຍິງ​ຄົນ​ໜຶ່ງ

Reverential Return [ການ​ກັບ​ມາ​ຢ່າງ​ຄາ​ລະ​ວະ], ໂດຍ ແຄວ​ຊີ ແລະ ແຈ​ຊີ ໄລ້​ຫວີບ

ວັນ​ທີ 31 ເດືອນ​ສິງ​ຫາ–ວັນ​ທີ 6 ເດືອນ​ກັນ​ຍາ: “ຂໍ​ໃຫ້​ທຸກ​ສິ່ງ​ທີ່​ຫາຍ​ໃຈ​ຢູ່​ນັ້ນ ຈົ່ງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ”

ເພງ​ສັນ​ລະ​ເສີນ 102–103; 110; 116–119; 127–128; 135–139; 146–150

ຊື່​ພື້ນ​ເມືອງ​ຂອງ​ຊາວ​ຢິວ​ສຳ​ລັບ​ເພງ​ສັນ​ລະ​ເສີນ​ແມ່ນ ເທ​ລິ​ຮິມ, ຄຳ​ພາ​ສາ​ເຮັບ​ເຣີ​ທີ່​ມີ​ຄວາມ​ໝາຍ​ວ່າ “ສັນ​ລະ​ເສີນ.” ມັນ​ກ່ຽວ​ພັນ​ກັບ​ການ​ອຸ​ທານ ອາ​ເລ​ລູ​ຢາ (ໝາຍ​ເຖິງ “ສັນ​ລະ​ເສີນ​ພຣະ​ເຢ​ໂຮ​ວາ” ຫລື “ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ”). ຖ້າ​ຫາກ​ທ່ານ​ຕ້ອງ​ເລືອກ​ເອົາ​ຄຳ​ໜຶ່ງ ເພື່ອ​ສະ​ຫລຸບ​ຂ່າວ​ສານ​ຫລັກ​ຂອງ​ເພງ​ສັນ​ລະ​ເສີນ, ຄຳ​ວ່າ ສັນ​ລະ​ເສີນ ຈະ​ເປັນ​ຕົວ​ເລືອກ​ທີ່​ເໝາະ​ສົມ​ທີ່​ສຸດ. ເພງ​ສັນ​ລະ​ເສີນ​ບາງ​ບົດ​ບັນ​ຈຸ​ຄຳ​ເຊື້ອ​ເຊີນ​ໂດຍ​ກົງ​ໃຫ້ “ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ” (ເບິ່ງ ໂດຍ​ສະ​ເພາະ ເພງ​ສັນ​ລະ​ເສີນ 146–50), ແລະ ບົດ​ທັງ​ໝົດ​ສາ​ມາດ​ດົນ​ໃຈ​ເຖິງ​ການ​ນະ​ມັດ​ສະ​ການ ແລະ ການ​ສັນ​ລະ​ເສີນ. ເພງ​ສັນ​ລະ​ເສີນ​ເຊື້ອ​ເຊີນ​ເຮົາ​ໃຫ້​ຮັບ​ຮູ້​ເຖິງ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຖິງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ແລະ ເຖິງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ໄດ້​ກະ​ທຳ. ເຮົາ​ຄົງ​ບໍ່​ສາ​ມາດ​ຕອບ​ແທນ​ບຸນ​ຄຸນ​ພຣະ​ອົງ​ຈັກ​ເທື່ອ​ສຳ​ລັບ​ສິ່ງ​ເຫລົ່າ​ນີ້, ແຕ່​ເຮົາ​ສາ​ມາດ​ສັນ​ລະ​ເສີນ​ພຣະ​ອົງ. ການ​ສັນ​ລະ​ເສີນ​ນັ້ນ​ອາດ​ມີ​ຮູບ​ແບບ​ທີ່​ແຕກ​ຕ່າງ​ກັນ​ໄປ​ສຳ​ລັບ​ແຕ່​ລະ​ຄົນ—ມັນ​ອາດ​ຮ່ວມ​ດ້ວຍ​ການ​ຮ້ອງ​ເພງ, ການ​ອະ​ທິ​ຖານ, ຫລື ການ​ສະ​ແດງ​ປະ​ຈັກ​ພະ​ຍານ. ສ່ວນ​ຫລາຍ​ມັນ​ຈະ​ນຳ​ໄປ​ສູ່​ຄຳ​ໝັ້ນ​ສັນ​ຍາ​ອັນ​ເລິກ​ເຊິ່ງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ເພື່ອ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ. ບໍ່​ວ່າ​ການ “ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ” ຈະ​ມີ​ຄວາມ​ໝາຍ​ແນວ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ​ກໍ​ຕາມ, ທ່ານ​ສາ​ມາດ​ພົບ​ການ​ດົນ​ໃຈ​ໃຫ້​ເຮັດ ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ​ເພງ​ສັນ​ລະ​ເສີນ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ເພງ​ສັນ​ລະ​ເສີນ 102–3116

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ປອບ​ໂຍນ​ເວ​ລາ​ເຮົາ​ທຸກ​ທໍ​ລະ​ມານ.

ໃຫ້​ສັງ​ເກດ​ເບິ່ງ​ວິ​ທີ​ທີ່ ເພງ​ສັນ​ລະ​ເສີນ 102:1–11 ບັນ​ຍາຍ​ຄວາມ​ຮູ້​ສຶກ​ກັງ​ວົນ ແລະ ຄວາມ​ໂດດ​ດ່ຽວ ທີ່​ມັກ​ຈະ​ເກີດ​ຂຶ້ນ​ໃນ​ຊ່ວງ​ທີ່​ມີ​ການ​ທ້າ​ທາຍ. ບາງ​ເທື່ອ​ທ່ານ ຫລື ຄົນ​ອື່ນໆ​ທີ່​ທ່ານ​ຮູ້​ຈັກ ກໍ​ເຄີຍ​ປະ​ສົບ​ກັບ​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ. ຂະ​ນະ​ທີ່​ທ່ານ​ອ່ານ ເພງ​ສັນ​ລະ​ເສີນ 102:12–28; 103116, ໃຫ້​ຊອກ​ຫາ​ວະ​ລີ​ທີ່​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ທ່ານ​ໃນ​ການ “ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ໃນ​ການ​ທົດ​ລອງ​ຂອງ​ທ່ານ (ເພງ​ສັນ​ລະ​ເສີນ 116:13). ທ່ານ​ອາດ​ຢາກ​ໝາຍ, ທ່ອງ​ຈຳ, ຫລື ແບ່ງ​ປັນ​ວະ​ລີ​ກັບ​ຄົນ​ອື່ນ ທີ່​ໃຫ້​ຄວາມ​ຫວັງ​ແກ່​ທ່ານ​ໃນ​ພຣະ​ອົງ.

ເບິ່ງ ເອ​ຊາ​ຢາ 25:8; ເຮັບ​ເຣີ 2:17–18; ແອວ​ມາ 7:11–13; Camille N. Johnson, “Christ Is Relief,” Liahona, May 2023, 81–83; “Where Can I Turn for Peace?” (Hymns, no. 129) ນຳ​ອີກ.

ພຣະ​ເຢ​ຊູ​ກຳ​ລັງ​ຊ່ວຍ​ເຫລືອ​ຊາຍ​ທີ່​ປ່ວຍ

ຄາລ ຮາຍ​ຣິຈ ບະ​ລັອກ (1834–1890), Christ Healing the Sick at Bethesda [ພຣະ​ຄຣິດ​ກຳ​ລັງ​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ​ຢູ່​ທີ່​ເບັດ​ຊະ​ທາ], 1883, ສີ​ນ້ຳ​ມັນ​ເທິງ​ຜ້າ​ໃບ, 100 3/4 × 125 1/2 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິ​ລະ​ປະ​ແຫ່ງ​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ຊື້​ດ້ວຍ​ເງິນ​ທຶນ​ທີ່​ຈັດ​ໃຫ້​ໂດຍ ແຈ໊ກ ອາ ແລະ ແມ​ຣີ ລູ​ອີສ ຫວີດ​ລີ, 2001.

ເພງ​ສັນ​ລະ​ເສີນ 110; 118

ພຣະ​ເຢ​ຊູ​ຄຣິດ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ຈາກ​ເພງ​ສັນ​ລະ​ເສີນ​ສຳ​ເລັດ​ຄົບ​ຖ້ວນ.

ເພງ​ສັນ​ລະ​ເສີນ​ບັນ​ຈຸ​ຂໍ້​ພຣະ​ຄຳ​ພີ​ທີ່​ຊີ້​ໄປ​ຫາ​ພຣະ​ຊົນ​ຊີບ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຕໍ່​ໄປ​ນີ້​ແມ່ນ​ບາງ​ຕົວ​ຢ່າງ:

  • ເພງ​ສັນ​ລະ​ເສີນ 110:1–4 (ເບິ່ງ ມັດ​ທາຍ 22:41–45; ເຮັບ​ເຣີ 5:4–10; 6:20)

  • ເພງ​ສັນ​ລະ​ເສີນ 118:22 (ເບິ່ງ ມັດ​ທາຍ 21:42; ກິດ​ຈະ​ການ 4:10–11; 1 ເປ​ໂຕ 2:7)

  • ເພງ​ສັນ​ລະ​ເສີນ 118:25–26 (ເບິ່ງ ມັດ​ທາຍ 21:9)

ຂໍ້​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຮູ້​ຈັກ​ສິ່ງ​ນີ້​ກ່ຽວ​ກັບ​ພຣະ​ອົງ?

ເພງ​ສັນ​ລະ​ເສີນ 119

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ຮັກ​ສາ​ເຮົາ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພຣະ​ອົງ.

ເພງ​ສັນ​ລະ​ເສີນ 119 ບັນ​ຈຸ​ຫລາຍໆ​ວະ​ລີ​ທີ່​ປຽບ​ທຽບ​ຊີ​ວິດ​ຂອງ​ເຮົາ​ໃສ່​ກັບ​ການ​ເດີນ​ທາງ​ກັບ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ຊອກ​ຫາ​ຄຳ​ເຊັ່ນ “ດຳ​ເນີນ,” “ເຮັດ​ຕາມ​ຂໍ້​ຄຳ​ສັ່ງ,” “ທາງ,” “ເຮັດ​ຕາມ​ຖ້ອຍ​ຄຳ,” ແລະ “ຢ່າ​ໃຫ້​ຝ່າ​ຝືນ.” ໃຫ້​ໄຕ່​ຕອງ​ການ​ເດີນ​ທາງ​ໃນ​ຊີ​ວິດ​ຂອງ​ຕົນ​ເອງ—ບ່ອນ​ທີ່​ທ່ານ​ເຄີຍ​ໄປ, ບ່ອນ​ທີ່​ທ່ານ​ຢູ່​ໃນ​ເວ​ລາ​ນີ້, ແລະ ບ່ອນ​ທີ່​ທ່ານ​ກຳ​ລັງ​ເດີນ​ໄປ​ຫາ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເພງ​ສັນ​ລະ​ເສີນ​ບົດ​ນີ້​ກ່ຽວ​ກັບ​ການ​ເດີນ​ທາງ​ກັບ​ບ້ານ​ຂອງ​ທ່ານ? ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ໂດຍ​ການ​ເບິ່ງ​ເສັ້ນ​ທາງ​ຂອງ​ຄົນ​ອື່ນ? ອີງ​ຕາມ​ເພງ​ສັນ​ລະ​ເສີນ​ບົດ​ນີ້, ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ຫຍັງ​ໄວ້​ແດ່ ເພື່ອ​ຊ່ວຍ​ໃຫ້​ທ່ານ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພຣະ​ອົງ?

ໃຫ້​ຄິດ​ເຖິງ​ເວ​ລາ​ທີ່​ທ່ານ​ກຳ​ລັງ​ໄປ​ຕາມ​ທາງ​ໃດ​ໜຶ່ງ ຫລື ແຜນ​ທີ່​ໃດ​ໜຶ່ງ​ທີ່​ໄດ້​ຊ່ວຍ​ໃຫ້​ທ່ານ​ເດີນ​ທາງ​ໄປ​ຍັງ​ບ່ອນ​ໃດ​ບ່ອນ​ໜຶ່ງ​ໄດ້​ຢ່າງ​ສຳ​ເລັດ. ປະ​ສົບ​ການ​ນັ້ນ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ການ​ເດີນ​ຕາມ​ເສັ້ນ​ທາງ​ຂອງ​ພຣະ​ເຈົ້າ?

ໃນ​ຂໍ້​ພຣະ​ຄຳ​ພີ​ອື່ນໆ​ຫລາຍໆ​ຂໍ້, ພຣະ​ຜູ້​ເປັນ​ເຈົ້າ ແລະ ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ກ່າວ​ເຖິງ​ເສັ້ນ​ທາງ. ຂ້າງ​ລຸ່ມ​ແມ່ນ​ບາງ​ຕົວ​ຢ່າງ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຄົ້ນ​ຄວ້າ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ແລະ ຂຽນ ຫລື ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກັບ​ຄົນ​ອື່ນ.

ພຣະ​ຄຳ​ພີ

ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ເສັ້ນ​ທາງ​ໄປ​ຫາ​ພຣະ​ເຈົ້າ

ພຣະ​ຄຳ​ພີ

ສຸ​ພາ​ສິດ 4:11–19

ພຣະ​ຄຳ​ພີ

ມັດ​ທາຍ 7:13–14

ພຣະ​ຄຳ​ພີ

1 ນີ​ໄຟ 8:20–28

ພຣະ​ຄຳ​ພີ

2 ນີ​ໄຟ 31:17–21

ພຣະ​ຄຳ​ພີ

ແອວ​ມາ 7:9, 19–20

ພຣະ​ຄຳ​ພີ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:2

ຄວາມ​ຈິງ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຄົງ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພຣະ​ເຈົ້າ​ໄດ້​ແນວ​ໃດ?

ຄວາມ​ຮູ້​ແຈ້ງ​ເພີ່ມ​ເຕີມ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ຮຽນ​ຮູ້​ໄດ້​ຈາກ​ຄຳ​ແນະ​ນຳ​ຕໍ່​ໄປ​ນີ້​ຈາກ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ?

“ຖ້າ​ຫາກ​ການ​ເດີນ​ທາງ​ໃນ​ຊີ​ວິດ​ຂອງ​ເຮົາ​ຈະ​ປະ​ສົບ​ຜົນ​ສຳ​ເລັດ, ເຮົາ​ຕ້ອງ​ເດີນ​ຕາມ​ການ​ຊີ້​ທາງ​ຈາກ​ສະ​ຫວັນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ‘ຈົ່ງ​ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36]. ແລະ ຜູ້​ຂຽນ​ເພງ​ສັນ​ລະ​ເສີນ​ໄດ້​ຂຽນ​ວ່າ, ‘ຖ້ອຍ​ຄຳ​ຂອງ​ພຣະ​ອົງ​ເປັນ​ແສງ​ໂຄມ​ນຳ​ທາງ​ໃຫ້​ຂ້າ​ນ້ອຍ ແລະ ແສງ​ແຈ້ງ​ສຳ​ລັບ​ທາງ​ເດີນ​ໃຫ້​ຂ້າ​ນ້ອຍ’ [ເພງ​ສັນ​ລະ​ເສີນ 119:105]. …

“ໃນ​ການ​ເດີນ​ທາງ​ໃນ​ຊີ​ວິດ​ຂອງ​ທ່ານ, ທ່ານ​ພົບ​ກັບ​ອຸ​ປະ​ສັກ​ຫລາຍ​ຢ່າງ ແລະ ເຮັດ​ຜິດ​ພາດ​ແດ່. ການ​ນຳ​ພາ​ທາງ​ພຣະ​ຄຳ​ພີ​ຊ່ວຍ​ໃຫ້​ທ່ານ​ຮູ້​ຈັກ​ຄວາມ​ຜິດ​ພາດ ແລະ ເຮັດ​ການ​ແກ້​ໄຂ​ທີ່​ຈຳ​ເປັນ. ທ່ານ​ຈະ​ຢຸດ​ໄປ​ໃນ​ທາງ​ທີ່​ຜິດ. ທ່ານ​ຈະ​ສຶກ​ສາ​ແຜນ​ທີ່​ທາງ​ພຣະ​ຄຳ​ພີ​ຢ່າງ​ລະ​ມັດ​ລະ​ວັງ. ແລ້ວ​ທ່ານ​ຈະ​ດຳ​ເນີນ​ຕໍ່​ໄປ​ດ້ວຍ​ການ​ກັບ​ໃຈ ແລະ ການ​ທົດ​ແທນ​ທີ່​ຈຳ​ເປັນ ເພື່ອ​ທີ່​ຈະ​ເດີນ​ໃນ ‘ທາງ​ຄັບ ແລະ ແຄບ​ນີ້​ຊຶ່ງ​ນຳ​ໄປ​ຫາ​ຊີ​ວິດ​ນິ​ລັນ​ດອນ’ [2 ນີ​ໄຟ 31:18]” (“Living by Scriptural Guidance,” Ensign, Nov. 2000, 17).

ເບິ່ງ Dieter F. Uchtdorf, “The Prodigal and the Road That Leads Home,” Liahona, Nov. 2023, 86–88 ນຳ​ອີກ.

ເພງ​ສັນ​ລະ​ເສີນ 134–36

ພຣະ​ຜູ້​ເປັນ​ເຈົ້າ​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຫລາຍ​ກວ່າ​ຮູບ​ເຄົາ​ລົບ​ໃດໆ.

ໃຫ້​ສັງ​ເກດ​ວ່າ​ເປັນ​ຫຍັງ, ອີງ​ຕາມ ເພງ​ສັນ​ລະ​ເສີນ 135:15–18, ມັນ​ຈຶ່ງ​ເປັນ​ເລື່ອງ​ທີ່​ໂງ່​ຈ້າ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ປອມ. ທ່ານ​ອາດ​ຖືກ​ລໍ້​ລວງ​ໃຫ້​ໄວ້​ວາງ​ໃຈ​ໃນ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ຮູບ​ເຄົາ​ລົບ​ດ້ວຍ​ສິ່ງ​ໃດ? ທ່ານ​ອາດ​ຂຽນ​ລາຍ​ການ​ຂອງ​ສິ່ງ​ຕ່າງໆ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໄດ້, ດັ່ງ​ທີ່​ຜູ້​ຂຽນ​ເພງ​ສັນ​ລະ​ເສີນ​ໄດ້​ຂຽນ​ຢູ່​ໃນ ເພງ​ສັນ​ລະ​ເສີນ 134–36. ສິ່ງ​ທີ່​ຊົງ​ພະ​ລັງ​ໃດ​ແດ່​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ທ່ານ?

ເພງ​ສັນ​ລະ​ເສີນ 139

ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ໃຈ​ຂອງ​ເຮົາ.

ທ່ານ​ພົບ​ເຫັນ​ຫຍັງ​ແດ່ ຢູ່​ໃນ ເພງ​ສັນ​ລະ​ເສີນ 139 ທີ່​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ທ່ານ—ຄວາມ​ຄິດ ແລະ ການ​ກະ​ທຳ, ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ອ່ອນ​ແອ​ຂອງ​ທ່ານ? ຄວາມ​ຈິງ​ນີ້​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ທ່ານ ແລະ ການ​ເລືອກ​ຂອງ​ທ່ານ​ແນວ​ໃດ?

ເພງ​ສັນ​ລະ​ເສີນ 146–50

“ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ.”

ຂະ​ນະ​ທີ່​ທ່ານ​ອ່ານ​ເພງ​ສັນ​ລະ​ເສີນ​ບົດ​ສຸດ​ທ້າຍ​ເຫລົ່າ​ນີ້, ໃຫ້​ຄິດ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ທ່ານ​ມີ ໃນ​ການ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ. ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ສັນ​ລະ​ເສີນ​ພຣະ​ອົງ? ມີ​ທາງ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ສັນ​ລະ​ເສີນ​ພຣະ​ອົງ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເພງ​ສັນ​ລະ​ເສີນ 102:1–2

ພຣະ​ຜູ້​ເປັນ​ເຈົ້າ​ປອບ​ໂຍນ​ເຮົາ ແລະ ໃຫ້​ຄວາມ​ຫວັງ​ແກ່​ເຮົາ.

  • ທ່ານ ຫລື ລູກ​ຄົນ​ໜຶ່ງ​ຂອງ​ທ່ານ​ສາ​ມາດ​ອ່ານ ເພງ​ສັນ​ລະ​ເສີນ 102:1–2, ເພື່ອ​ຊອກ​ຫາ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ວຍ​ເຮົາ​ໃນ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ. ເຮົາ​ຈະ​ສາ​ມາດ​ພົບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ​ໄດ້​ແນວ​ໃດ? ພວກ​ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ນຳ​ກັນ ກ່ຽວ​ກັບ​ຕອນ​ທີ່​ພວກ​ທ່ານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ແລະ ໄດ້​ຮູ້​ສຶກ​ວ່າ ພຣະ​ເຈົ້າ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ທ່ານ.

ເພງ​ສັນ​ລະ​ເສີນ 119:105

ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເປັນ​ເໝືອນ​ດັ່ງ​ແສງ​ສະ​ຫວ່າງ.

  • ລູກໆ​ຂອງ​ທ່ານ​ອາດ​ມ່ວນ​ຊື່ນ​ກັບ​ການ​ເວົ້າ​ກ່ຽວ​ກັບ​ວ່າ ການ​ຢູ່​ໃນ​ຄວາມ​ມືດ​ນັ້ນ​ຮູ້​ສຶກ​ແນວ​ໃດ. ຫລື ພວກ​ເຂົາ​ສາ​ມາດ​ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງ​ທີ່​ຍາກ​ທີ່​ຈະ​ເຮັດ​ໃນ​ຄວາມ​ມືດ. ທ່ານ​ອາດ​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ເຮັດ​ບາງ​ຢ່າງ​ຂະ​ນະ​ທີ່​ຫລັບ​ຕາ, ເຊັ່ນ ແຕ້ມ​ຮູບ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ເພງ​ສັນ​ລະ​ເສີນ 119:105 ກ່ຽວ​ກັບ​ແສງ​ສະ​ຫວ່າງ ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ?

  • ໃຫ້​ຊອກ​ຫາ​ບາງ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ໃຫ້​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ຄົງ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພຣະ​ອົງ ໃນ​ຂໍ້​ເຫລົ່າ​ນີ້: ເພງ​ສັນ​ລະ​ເສີນ 119:47–48; 119:105; 1 ນີ​ໄຟ 11:25; 2 ນີ​ໄຟ 31:20. ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ຄົງ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພຣະ​ເຈົ້າ?

  • ລູກໆ​ຂອງ​ທ່ານ​ອາດ​ມັກ​ເບິ່ງ​ຮູບ​ຂອງ​ສິ່ງ​ຕ່າງໆ​ທີ່​ກ່າວ​ເຖິງ​ໃນ ເພງ​ສັນ​ລະ​ເສີນ 119:105. ພວກ​ເຂົາ​ສາ​ມາດ​ວາງ​ຮູບ​ເຫລົ່າ​ນັ້ນ​ຕາມ​ລຳ​ດັບ ຂະ​ນະ​ທີ່​ພວກ​ເຂົາ​ອ່ານ​ຂໍ້​ນັ້ນໆ. ທ່ານ​ຍັງ​ສາ​ມາດ​ຮ້ອງ​ເພງ​ທີ່​ກ່ຽວ​ຂ້ອງ​ນຳ​ກັນ, ເຊັ່ນ “ສອນ​ເຮົາ​ຍ່າງ​ໃນ​ແສງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72), ຫລື “I Will Walk with Jesus” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

ພໍ່​ກຳ​ລັງ​ອ່ານ​ໃຫ້​ລູກ​ຟັງ

ເພງ​ສັນ​ລະ​ເສີນ 139:1–3, 23–24

ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຮູ້​ຈັກ​ເຮົາ ແລະ ຮັກ​ເຮົາ.

  • ໃຫ້​ຄິດ​ທີ່​ຈະ​ເຮັດ​ລາຍ​ການ​ສັ້ນໆ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ຮູ້​ກ່ຽວ​ກັບ​ລູກໆ​ແຕ່​ລະ​ຄົນ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ອ່ານ​ລາຍ​ການ​ເທື່ອ​ລະ​ອັນ, ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ເດົາ​ວ່າ ທ່ານ​ກຳ​ລັງ​ບັນ​ຍາຍ​ກ່ຽວ​ກັບ​ໃຜ. ແລ້ວ, ຫລັງ​ຈາກ​ທີ່​ອ່ານ ເພງ​ສັນ​ລະ​ເສີນ 139:1–3 ນຳ​ກັນ, ທ່ານ​ສາ​ມາດ​ຂຽນ​ລາຍ​ການ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຮູ້​ກ່ຽວ​ກັບ​ເຮົາ.

  • ຂຽນ​ຄຳ​ຕ່າງໆ​ຈາກ ເພງ​ສັນ​ລະ​ເສີນ 139:23–24 ໃສ່​ເທິງ​ເຈ້ຍ ຫລື ກະ​ດານ. ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ຂີດ​ກ້ອງ​ຄຳ​ທີ່​ບັນ​ຍາຍ​ສິ່ງ​ທີ່​ພຣະ​ເຈົ້າ​ສາ​ມາດ​ກະ​ທຳ​ໄດ້​ເພື່ອ​ເຮົາ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ໃຫ້​ພຣະ​ເຈົ້າ​ເຮັດ​ສິ່ງ​ເຫລົ່າ​ນີ້?

ເພງ​ສັນ​ລະ​ເສີນ 146:1, 5–9

ເຮົາ​ສາ​ມາດ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ.

  • ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ ຕອນ​ທີ່​ບາງ​ຄົນ​ຍ້ອງ​ຍໍ​ພວກ​ເຂົາ ຫລື ໄດ້​ບອກ​ພວກ​ເຂົາ​ວ່າ ພວກ​ເຂົາ​ເຮັດ​ໄດ້​ດີ. ແບ່ງ​ປັນ​ສິ່ງ​ດີໆ​ບາງ​ຢ່າງ​ຈາກ ເພງ​ສັນ​ລະ​ເສີນ 146:6–9 ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ (ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ຄຳ​ທີ່​ພວກ​ເຂົາ​ບໍ່​ຄຸ້ນ). ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ເວົ້າ​ກ່ຽວ​ກັບ​ສິ່ງ​ອື່ນໆ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ເຮົາ. ເຮົາ​ຈະ​ສາ​ມາດ​ສັນ​ລະ​ເສີນ​ພຣະ​ອົງ​ສຳ​ລັບ​ສິ່ງ​ເຫລົ່າ​ນັ້ນ​ໄດ້​ແນວ​ໃດ?

ຮຽນ​ຮູ້​ຢູ່​ທີ່​ບ້ານ; ແບ່ງ​ປັນ​ກັບ​ຄົນ​ອື່ນ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ ບ້ານ​ເຮືອນ​ຄວນ​ເປັນ “ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ” (“Becoming Exemplary Latter–day Saints,” Liahona, Nov. 2018, 13). ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ໃນ​ອາ​ທິດ​ນີ້ ເພື່ອ​ເຮັດ​ໃຫ້​ການ​ສຶກ​ສາ​ເພງ​ສັນ​ລະ​ເສີນ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ? ຫລັງ​ຈາກ​ທີ່​ທ່ານ​ສຶກ​ສາ​ແລ້ວ, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້ ແລະ ໄດ້​ຮູ້​ສຶກ. ທ່ານ​ສາ​ມາດ​ເຮັດ​ສິ່ງ​ນີ້​ໃນ​ການ​ສົນ​ທະ​ນາ, ຜ່ານ​ທາງ​ຂໍ້​ຄວາມ ຫລື ສື່​ສັງ​ຄົມ, ຫລື ຢູ່​ທີ່​ໂບດ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.