“ວັນທີ 14–20 ເດືອນກັນຍາ. ‘ພຣະເຈົ້າຄືພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງຂ້ານ້ອຍ’: ເອຊາຢາ 1–12,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 14–20 ເດືອນກັນຍາ. ‘ພຣະເຈົ້າຄືພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງຂ້ານ້ອຍ,’” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026
The Prophet Isaiah Foretells Christ’s Birth [ສາດສະດາເອຊາຢາບອກລ່ວງໜ້າເຖິງການກຳເນີດຂອງພຣະຄຣິດ], ໂດຍ ແຮຣີ ແອນເດີສັນ
ວັນທີ 14–20 ເດືອນກັນຍາ: “ພຣະເຈົ້າຄືພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງຂ້ານ້ອຍ”
ເອຊາຢາ 1–12
ເຖິງແມ່ນວ່າ ນີ້ຈະເປັນເທື່ອທຳອິດທີ່ທ່ານໄດ້ອ່ານພຣະທຳເອຊາຢາ, ທ່ານອາດພົບເຫັນຂໍ້ຄວາມທີ່ຟັງຄຸ້ນຫູ. ນັ້ນກໍເພາະວ່າ, ໃນບັນດາສາດສະດາຂອງພຣະຄຳພີເດີມທັງໝົດ, ເອຊາຢາເປັນຜູ້ດຽວທີ່ຖືກອ້າງເຖິງເລື້ອຍໆໃນພຣະທຳເຫລັ້ມອື່ນໆ, ລວມທັງໂດຍພຣະຜູ້ຊ່ວຍໃຫ້ລອດເອງ. ຖ້ອຍຄຳຂອງເອຊາຢາຍັງປະກົດເລື້ອຍໆຢູ່ໃນເພງສວດ ແລະ ເພງສັກສິດອື່ນໆນຳອີກ.
ເປັນຫຍັງເອຊາຢາຈຶ່ງຖືກອ້າງເຖິງຢູ່ເລື້ອຍໆ? ແນ່ນອນເຫດຜົນໜຶ່ງກໍຄື ເອຊາຢາມີພອນສະຫວັນທາງດ້ານການສະແດງພຣະຄຳຂອງພຣະເຈົ້າອອກໃນພາສາທີ່ແຈ່ມແຈ້ງ ແລະ ໜ້າຈົດຈໍາ. ແຕ່ມັນເປັນຫລາຍກວ່ານັ້ນ. ເອຊາຢາໄດ້ດົນໃຈສາດສະດາທັງຫລາຍເປັນເວລາຫລາຍລຸ້ນຄົນ ເພາະຄວາມຈິງທີ່ເພິ່ນໄດ້ສິດສອນ ເໜືອກວ່າລຸ້ນຄົນຂອງເພິ່ນເອງ (ລະຫວ່າງ 740 ປີ ແລະ 701 ປີ ກ່ອນ ຄ.ສ.) ເພິ່ນໄດ້ຂຽນເຖິງວຽກງານແຫ່ງການໄຖ່ອັນຍິ່ງໃຫຍ່ຂອງພຣະເຈົ້າ, ຊຶ່ງໃຫຍ່ກວ່າປະຊາຊາດໜຶ່ງ ຫລື ສະໄໝໜຶ່ງຫລາຍ. ຈາກເອຊາຢາ, ນີໄຟໄດ້ຮຽນຮູ້ວ່າເພິ່ນ ແລະ ຜູ້ຄົນຂອງເພິ່ນ, ເຖິງແມ່ນໄດ້ແຍກອອກຈາກຊາວອິດສະຣາເອນສ່ວນທີ່ເຫລືອຢູ່, ກໍຍັງເປັນສ່ວນໜຶ່ງໃນຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າຢູ່. ໃນເອຊາຢາ, ຜູ້ຂຽນພຣະຄຳພີໃໝ່ໄດ້ພົບເຫັນຄຳທຳນາຍກ່ຽວກັບພຣະເມຊີອາ ທີ່ໄດ້ສຳເລັດຄົບຖ້ວນຢູ່ຕໍ່ໜ້າຕໍ່ຕາພວກເພິ່ນ. ແລະ ໃນເອຊາຢາ, ໂຈເຊັບ ສະມິດ ໄດ້ພົບແຮງບັນດານໃຈສຳລັບວຽກງານໃນຍຸກສຸດທ້າຍຂອງການເຕົ້າໂຮມອິດສະຣາເອນ ແລະ ການສ້າງສາຊີໂອນ. ເມື່ອທ່ານອ່ານເອຊາຢາ, ທ່ານຈະພົບເຫັນຫຍັງແດ່?
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບເອຊາຢາ ແລະ ການຂຽນຂອງເພິ່ນ, ໃຫ້ເບິ່ງ “ເອຊາຢາ” ໃນ ຄູ່ມືພຣະຄຳພີ. ສຳລັບຂໍ້ມູນກ່ຽວກັບວັນເວລາຕອນທີ່ເອຊາຢາມີຊີວິດຢູ່, ເບິ່ງ 2 ກະສັດ 15–20 ແລະ 2 ຂ່າວຄາວ 26–32.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເອຊາຢາ 1–12
ຖ້ອຍຄຳຂອງເອຊາຢາທັງໝົດຈະສຳເລັດຄົບຖ້ວນ.
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນວ່າ “ທຸກເລື່ອງທີ່ [ເອຊາຢາ] ໄດ້ເວົ້າໄວ້ ໄດ້ເກີດຂຶ້ນ ແລະ ຈະເກີດຂຶ້ນຕາມຄຳທີ່ເພິ່ນເວົ້າ” (3 ນີໄຟ 23:3). ຂະນະທີ່ທ່ານສຶກສາພຣະທຳເອຊາຢາ, ໃຫ້ຄິດທີ່ຈະເຮັດແຜນພາບຂອງຄຳທຳນາຍພ້ອມກັບຫົວຂໍ້ດັ່ງນີ້: ວັນເວລາຂອງເອຊາຢາ, ການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ຍຸກສຸດທ້າຍ. ໃຫ້ສັງເກດວ່າ ຫລາຍໆຄຳທຳນາຍຂອງເອຊາຢາໄດ້ສຳເລັດຄົບຖ້ວນໃນຫລາຍກວ່າໜຶ່ງວິທີທາງ (ເບິ່ງ ຄູ່ມືພຣະຄຳພີ, “ເອຊາຢາ”).
ປະທານດາລິນ ເອັຈ ໂອກສ໌ ໄດ້ສິດສອນວ່າ: “ພຣະທຳເອຊາຢາບັນຈຸຄຳທຳນາຍຫລາຍໆຢ່າງທີ່ເບິ່ງຄືວ່າໄດ້ສຳເລັດຄົບຖ້ວນຫລາຍຄັ້ງ. ຄຳທຳນາຍໜຶ່ງເບິ່ງຄືວ່າກ່ຽວຂ້ອງກັບຜູ້ຄົນໃນວັນເວລາຂອງເອຊາຢາ ຫລື ສະພາບການຂອງຄົນລຸ້ນຕໍ່ໄປ. ອີກຄວາມໝາຍໜຶ່ງ, ໂດຍມັກຈະເປັນເຄື່ອງໝາຍ, ເບິ່ງຄືວ່າໝາຍເຖິງເຫດການໃນເວລາອັນຮຸ່ງໂລດ, ເມື່ອເຢຣູຊາເລັມໄດ້ຖືກທຳລາຍ ແລະ ຜູ້ຄົນຂອງນາງໄດ້ກະຈັດກະຈາຍໄປຫລັງຈາກການຄຶງທີ່ໄມ້ກາງແຂນຂອງພຣະບຸດຂອງພຣະເຈົ້າ. ຢ່າງໃດກໍດີ, ຄວາມໝາຍ ຫລື ການສຳເລັດຄົບຖ້ວນອີກປະການໜຶ່ງຂອງຄຳທຳນາຍດຽວກັນນັ້ນ ເບິ່ງຄືວ່າກ່ຽວຂ້ອງກັບເຫດການທີ່ເກີດຂຶ້ນພ້ອມກັບການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ. ຄວາມຈິງທີ່ວ່າ ຫລາຍໆຄຳທຳນາຍເຫລົ່ານີ້ສາມາດມີຄວາມໝາຍໄດ້ຫລາຍຢ່າງ ເນັ້ນຢໍ້າເຖິງຄວາມສຳຄັນຂອງການສະແຫວງຫາການເປີດເຜີຍຈາກພຣະວິນຍານບໍລິສຸດ ເພື່ອຊ່ວຍໃຫ້ເຮົາຕີຄວາມໝາຍມັນ” (“Scripture Reading and Revelation,” Ensign, Jan. 1995, 8).
ການເຂົ້າໃຈເອຊາຢາ. ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ, “ເຮົາໃຫ້ບັນຍັດແກ່ເຈົ້າເພື່ອໃຫ້ຄົ້ນຫາສິ່ງເຫລົ່ານີ້ຢ່າງພາກພຽນ; ເພາະວ່າຄຳເວົ້າຂອງເອຊາຢານັ້ນໃຫຍ່ຍິ່ງ” (3 ນີໄຟ 23:1; ເບິ່ງ ຂໍ້ທີ 2–3 ນຳອີກ). ເຖິງຢ່າງໃດກໍຕາມ ສຳລັບຫລາຍໆຄົນ, ເອຊາຢາອາດຍາກທີ່ຈະເຂົ້າໃຈໄດ້. ແນວຄິດດັ່ງຕໍ່ໄປນີ້ອາດຊ່ວຍໄດ້:
-
ໄຕ່ຕອງເຄື່ອງໝາຍ ແລະ ການປຽບທຽບທີ່ເອຊາຢາໄດ້ໃຊ້.
-
ຖາມຕົວເອງວ່າ, “ເຮົາໄດ້ຮຽນຮູ້ຫຍັງແດ່ກ່ຽວກັບພຣະເຢຊູຄຣິດ?” (ເບິ່ງ 1 ນີໄຟ 19:23).
-
ຊອກຫາຫົວຂໍ້ທີ່ຮູ້ສຶກວ່າກ່ຽວຂ້ອງກັບວັນເວລາຂອງເຮົາ.
-
ໃຊ້ສິ່ງຊ່ວຍເຫລືອການສຶກສາ, ເຊັ່ນ ວັດຈະນານຸກົມ, ໝາຍເຫດຢູ່ລຸ່ມໜ້າ, ຫົວບົດ, ແລະ ຄູ່ມືພຣະຄຳພີ.
ເອຊາຢາ 1; 3–5
ບັນດາສາດສະດາເຕືອນກ່ຽວກັບບາບ ແລະ ຄຳສັນຍາຜ່ານທາງການກັບໃຈ.
ເຊັ່ນດຽວກັບບັນດາສາດສະດາໃນທຸກຍຸກທຸກສະໄໝ, ເອຊາຢາໄດ້ເຕືອນຜູ້ຄົນຢ່າງຕໍ່ເນື່ອງກ່ຽວກັບສະພາບທາງວິນຍານຂອງພວກເຂົາ. ຂະນະທີ່ທ່ານອ່ານ ເອຊາຢາ 1; 3; 5, ໃຫ້ຊອກຫາວະລີທີ່ບັນຍາຍວ່າ ທາງວິນຍານຂອງພວກເຂົາເປັນແນວໃດ (ເບິ່ງ, ຍົກຕົວຢ່າງ, ເອຊາຢາ 1:2–4, 21–23; 3:9, 16–17; 5:11–12, 20–23). ບັນຫາທີ່ຄ້າຍຄືກັນຫຍັງແດ່ທີ່ທ່ານເຫັນໃນວັນເວລາຂອງເຮົາ? ທ່ານອາດຊອກຫາຂໍ້ຕ່າງໆທີ່ເຕືອນກ່ຽວກັບຜົນສະທ້ອນຂອງສະພາບທາງວິນຍານຂອງຊາວອິດສະຣາເອນ (ເຊັ່ນ ເອຊາຢາ 1:7; 3:17–26; 5:5–7, 13–15).
ນອກເໜືອຈາກຄຳເຕືອນແລ້ວ, ເອຊາຢາໄດ້ມອບຂ່າວສານແຫ່ງຄວາມຫວັງສຳລັບການໄຖ່ຜ່ານທາງພຣະຜູ້ຊ່ວຍໃຫ້ລອດ (ເບິ່ງ, ຍົກຕົວຢ່າງ, ເອຊາຢາ 1:16–19, 25–27; 3:10; 4). ທ່ານຮຽນຮູ້ຫຍັງແດ່ກ່ຽວກັບພຣະຜູ້ເປັນເຈົ້າ ຈາກຂ່າວສານເຫລົ່ານີ້? ຂ່າວສານຂອງພຣະຜູ້ເປັນເຈົ້າໃນຂໍ້ເຫລົ່ານີ້ແຕກຕ່າງຈາກສິ່ງທີ່ຊາຕານຢາກໃຫ້ເຮົາເຊື່ອແນວໃດ?
ເຊັ່ນດຽວກັບເອຊາຢາ, ບັນດາສາດສະດາທຸກມື້ນີ້ເຕືອນເຮົາກ່ຽວກັບບາບ ແລະ ຜົນສະທ້ອນຂອງມັນ, ແລະ ພວກເພິ່ນມອບຂ່າວສານແຫ່ງຄວາມຫວັງຜ່ານທາງພຣະເຢຊູຄຣິດ. ມີຕົວຢ່າງໃດແດ່ທີ່ທ່ານຄິດອອກ? ທ່ານອາດຕ້ອງການທົບທວນຂ່າວສານຈາກກອງປະຊຸມໃຫຍ່ສາມັນທີ່ຜ່ານມາ, ໂດຍຊອກຫາຄຳເຕືອນ ແລະ ຄຳສັນຍາເຊັ່ນນັ້ນ.
ເອຊາຢາ 2; 4; 11–12
ພຣະເຈົ້າຈະເຮັດວຽກງານອັນຍິ່ງໃຫຍ່ໃນຍຸກສຸດທ້າຍ.
ຄຳທຳນາຍຫລາຍຢ່າງຂອງເອຊາຢາມີຄວາມໝາຍສະເພາະວັນເວລາຂອງເຮົາ. ເພື່ອຊອກຫາຄຳທຳນາຍເຫລົ່ານັ້ນ, ໃຫ້ຊອກຫາຄຳກິລິຍາອະນາຄົດ (ເຊັ່ນ “ຈະ” ຫລື “ຈະພາກັນ”). ຍົກຕົວຢ່າງ, ໃຫ້ຊອກຫາຄຳກິລິຍາເຫລົ່ານີ້ຂະນະທີ່ທ່ານອ່ານ ເອຊາຢາ 2; 4; 11–12. ທ່ານອາດລອງແທນທີ່ຄຳເຫລົ່ານັ້ນດ້ວຍຄຳກິລິຍາປະຈຸບັນ (ເຊັ່ນ ແມ່ນ ຫລື ກຳລັງ). ຄຳທຳນາຍຂໍ້ໃດທີ່ດົນໃຈທ່ານເປັນພິເສດ? ທ່ານຮຽນຮູ້ຫຍັງແດ່ຈາກຄຳທຳນາຍເຫລົ່ານີ້ກ່ຽວກັບຊີໂອນ, ການສ້າງພຣະວິຫານ, ແລະ ການເຕົ້າໂຮມອິດສະຣາເອນ?
ເອຊາຢາ 2:2–3 ກ່ຽວຂ້ອງກັບໄພ່ພົນຍຸກສຸດທ້າຍໂດຍສະເພາະ. ຄຳທຳນາຍເຫລົ່ານີ້ກຳລັງສຳເລັດຄົບຖ້ວນແນວໃດ? ທ່ານຮຽນຮູ້ຫຍັງແດ່ກ່ຽວກັບ “ສິ່ງທີ່” ພຣະອົງຢາກໃຫ້ເຮັດ ແລະ “ຫົນທາງ” ໃນບ້ານຂອງພຣະອົງ? (ຂໍ້ທີ 3).
ເບິ່ງ ເອຊາຢາ 5:26; “ສູງຂຶ້ນໄປເທິງພູເຂົາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 32 ນຳອີກ.
ເອຊາຢາ 6
ບັນດາສາດສະດາໄດ້ຖືກເອີ້ນຈາກພຣະເຈົ້າ.
ໃນ ເອຊາຢາ 6, ເອຊາຢາໄດ້ເລົ່າເຖິງການເອີ້ນໃຫ້ເປັນສາດສະດາຂອງເພິ່ນ. ຂະນະທີ່ທ່ານອ່ານບົດນີ້, ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບປະສົບການຂອງເອຊາຢາ? ບົດນີ້ມີອິດທິພົນຕໍ່ວິທີທີ່ທ່ານຄິດກ່ຽວກັບພຣະຜູ້ເປັນເຈົ້າ, ບັນດາສາດສະດາຂອງພຣະອົງ, ແລະ ວຽກງານທີ່ພວກເພິ່ນໄດ້ຖືກເອີ້ນໃຫ້ເຮັດແນວໃດ?
“ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ” (ເອຊາຢາ 9:6).
ເອຊາຢາ 7–9
ພຣະເຈົ້າໄດ້ສັນຍາວ່າຈະສົ່ງພຣະເຢຊູຄຣິດມາເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ໃນລະຫວ່າງການປະຕິບັດສາດສະໜາກິດຂອງເອຊາຢາ, ອິດສະຣາເອນໄດ້ສ້າງຕັ້ງພັນທະມິດກັບຊີເຣຍ ເພື່ອປ້ອງກັນຕົວເອງຈາກອັດຊີເຣຍ. ອິດສະຣາເອນ ແລະ ຊີເຣຍຢາກບັງຄັບອາຮາດ, ກະສັດແຫ່ງຢູດາຍ, ໃຫ້ເຂົ້າຮ່ວມກັບພວກເຂົາ. ແຕ່ເອຊາຢາໄດ້ທຳນາຍວ່າ ພັນທະມິດຈະລົ້ມເຫລວ ແລະ ໄດ້ແນະນຳອາຮາດໃຫ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ (ເອຊາຢາ 7:7–9; 8:12–13).
ຂະນະທີ່ເອຊາຢາໄດ້ແນະນຳອາຮາດ, ເພິ່ນໄດ້ທຳນາຍຫລາຍຢ່າງທີ່ຜູ້ຄົນຮູ້ຈັກກັນດີ, ເຊັ່ນອັນທີ່ມີຢູ່ໃນ ເອຊາຢາ 7:14; 8:13–14; 9:2, 6–7. ບໍ່ວ່າຄຳທຳນາຍເຫລົ່ານີ້ຈະມີຄວາມໝາຍຢ່າງໃດຕໍ່ອາຮາດກໍຕາມ, ມັນຖືກນຳໃຊ້ກັບພຣະເຢຊູຄຣິດຢ່າງຊັດເຈນ (ເບິ່ງ ມັດທາຍ 1:21–23; 4:16; 21:44; ລູກາ 1:31–33 ນຳອີກ). ເປັນຫຍັງ “ເອມານູເອນ” ຈຶ່ງເປັນຕຳແໜ່ງທີ່ດີສຳລັບພຣະຜູ້ຊ່ວຍໃຫ້ລອດ? (ເບິ່ງ ມັດທາຍ 1:23). ພຣະອົງໄດ້ເປັນ “ຜູ້ປຶກສາທີ່ອັດສະຈັນ” ຫລື “ອົງສັນຕິລາດ” ແກ່ທ່ານແນວໃດ? (ເອຊາຢາ 9:7). ທ່ານຮຽນຮູ້ຫຍັງອີກແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດຈາກຂໍ້ເຫລົ່ານີ້?
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ເອຊາຢາ 1:2–4, 16–19
ເພາະພຣະເຢຊູຄຣິດ, ເຮົາຈຶ່ງສາມາດກັບໃຈ ແລະ ສະອາດໄດ້.
-
ໃນ ເອຊາຢາ 1:2–4, ທ່ານ ແລະ ລູກໆຂອງທ່ານສາມາດພົບເຫດຜົນທີ່ພຣະຜູ້ເປັນເຈົ້າບໍ່ພໍໃຈກັບຜູ້ຄົນເຫລົ່ານັ້ນ. ສັງເກດການປຽບທຽບກັບສັດໃນ ຂໍ້ທີ 3—ແມ່ນໃຜເປັນ “ນາຍ” ຂອງເຮົາ? ເຮົາຈະສະແດງວ່າ ເຮົາຮູ້ຈັກພຣະອົງໄດ້ແນວໃດ?
-
ເພື່ອວາດພາບ ເອຊາຢາ 1:16–18, ທ່ານ ແລະ ລູກໆຂອງທ່ານສາມາດເບິ່ງບາງຢ່າງທີ່ມີສີແດງແຈດ ແລະ ບາງຢ່າງທີ່ມີສີຂາວບໍລິສຸດ. ຫລື ບາງເທື່ອພວກທ່ານອາດເຮັດວຽກນຳກັນເພື່ອລ້າງສິ່ງໃດສິ່ງໜຶ່ງ. ເຮົາຈະສາມາດເປິເປື້ອນທາງວິນຍານໄດ້ແນວໃດ? ພຣະເຢຊູຊ່ວຍໃຫ້ເຮົາກາຍເປັນຄົນທີ່ສະອາດໄດ້ແນວໃດ? ເຮົາຮຽນຮູ້ຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ຈາກຂໍ້ເຫລົ່ານີ້? ແບ່ງປັນກັບລູກໆຂອງທ່ານວ່າ ທ່ານຮູ້ສຶກແນວໃດກ່ຽວກັບພຣະອົງ ແລະ ສິ່ງທີ່ພຣະອົງໄດ້ກະທຳເພື່ອທ່ານ.
ເອຊາຢາ 2:2–4
ຢູ່ໃນພຣະວິຫານ, ເຮົາຮຽນຮູ້ກ່ຽວກັບພຣະເຢຊູຄຣິດ.
-
ເອຊາຢາໄດ້ເຫັນລ່ວງໜ້າເຖິງວັນເວລາເມື່ອ “ພູບ່ອນທີ່ຕັ້ງພຣະວິຫານຂອງ [ພຣະຜູ້ເປັນເຈົ້າ]” ຈະດຶງດູດຜູ້ຄົນຈາກ “ຫລາຍຊົນຊາດ” (ເອຊາຢາ 2:2). ທ່ານຈະສາມາດຊ່ວຍໃຫ້ລູກໆຂອງທ່ານຮູ້ສຶກຕື່ນເຕັ້ນກ່ຽວກັບການໄປບ້ານຂອງພຣະເຈົ້າໄດ້ແນວໃດ? ທ່ານສາມາດເຊື້ອເຊີນພວກເຂົາໃຫ້ແຕ້ມຮູບບ້ານຂອງພວກເຂົາ. ແລ້ວອ່ານ ເອຊາຢາ 2:2 ນຳກັນ, ແລະ ເຊື້ອເຊີນພວກເຂົາໃຫ້ແຕ້ມຮູບ “ບ້ານຂອງພຣະຜູ້ເປັນເຈົ້າ,” ຊຶ່ງກໍຄືພຣະວິຫານ. ອ່ານ ເອຊາຢາ 2:3 ນຳກັນ. ເຊື້ອເຊີນພວກເຂົາໃຫ້ຕື່ມຫລາຍໆຄົນທີ່ກຳລັງມາພຣະວິຫານໃສ່ຮູບຂອງພວກເຂົາ, ລວມທັງຄອບຄົວຂອງພວກເຂົາ.
-
ທ່ານຍັງສາມາດອ່ານ ເອຊາຢາ 2:2–3 ນຳກັນ ແລະ ລະບຸສິ່ງທີ່ດົນໃຈທ່ານ ແລະ ລູກໆຂອງທ່ານໃຫ້ໄປພຣະວິຫານ. ແລ້ວ, ຫລັງຈາກທີ່ອ່ານ ເອຊາຢາ 2:4 ນຳກັນ, ພວກທ່ານສາມາດສົນທະນາວ່າ ພຣະວິຫານນຳສັນຕິສຸກມາສູ່ພວກເຂົາແນວໃດ. ໃຫ້ຄິດທີ່ຈະຮ້ອງເພງກ່ຽວກັບພຣະວິຫານ, ເຊັ່ນ “ພຣະເຈົ້າມອບພຣະວິຫານແກ່ເຮົາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 68). ຊ່ວຍລູກໆຂອງທ່ານຊອກຄຳຕ່າງໆໃນເພງທີ່ສິດສອນວ່າ ພຣະວິຫານແມ່ນຫຍັງ ແລະ ເຮົາເຮັດຫຍັງຢູ່ທີ່ນັ້ນ.
ພຣະວິຫານເຊົາເລັກ
ເອຊາຢາ 7:14; 9:6–7
ພຣະເຢຊູຄຣິດໄດ້ມາສູ່ໂລກ ເພື່ອເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
-
ເພື່ອແນະນຳຄຳທຳນາຍຂອງເອຊາຢາເຖິງພຣະຄຣິດ, ທ່ານ ແລະ ລູກໆຂອງທ່ານຄວນເວົ້າກ່ຽວກັບຕຳແໜ່ງຂອງຜູ້ຄົນ, ເຊັ່ນ ປະທານ, ອະທິການ, ຫລື ຄູສອນ. ຕຳແໜ່ງເຫລົ່ານີ້ບອກຫຍັງເຮົາກ່ຽວກັບຜູ້ຄົນເຫລົ່ານີ້? ຊ່ວຍລູກໆຂອງທ່ານຊອກຫາຕຳແໜ່ງຂອງພຣະເຢຊູຄຣິດໃນ ເອຊາຢາ 7:14 ແລະ 9:6–7 (ເບິ່ງໜ້າກິດຈະກຳຂອງອາທິດນີ້ນຳອີກ). ແຕ່ລະຕຳແໜ່ງນີ້ສິດສອນຫຍັງກ່ຽວກັບພຣະອົງ? ເຮົາຮຽນຮູ້ຫຍັງອີກແດ່ກ່ຽວກັບພຣະເຢຊູຄຣິດຈາກຂໍ້ເຫລົ່ານີ້?
-
ທ່ານຍັງສາມາດແບ່ງປັນ “ສາດສະດາເອຊາຢາ” ກັບລູກໆຂອງທ່ານນຳອີກ (ໃນ ເລື່ອງພຣະຄຳພີເດີມ, 150–51). ໃຫ້ຢຸດເປັນໄລຍະໆເພື່ອຖາມສິ່ງທີ່ເອຊາຢາຮູ້ກ່ຽວກັບພຣະເຢຊູຄຣິດຫລາຍປີກ່ອນທີ່ພຣະອົງຈະມາກຳເນີດ. ແລ້ວທ່ານສາມາດໃຊ້ ມັດທາຍ 1:21–23; ລູກາ 1:31–33 ເພື່ອເວົ້າກ່ຽວກັບວິທີທີ່ຄຳທຳນາຍຂອງເອຊາຢາໃນ ເອຊາຢາ 7:14; 9:6–7 ໄດ້ສຳເລັດຄົບຖ້ວນ.
1:18Isaiah the Prophet
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.