“ວັນທີ 21–27 ເດືອນກັນຍາ. ‘[ງານແປກປະຫລາດ ແລະ ອັດສະຈັນ]’: ເອຊາຢາ 13–14; 22; 24–30; 35,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 21–27 ເດືອນກັນຍາ. ‘[ງານແປກປະຫລາດ ແລະ ອັດສະຈັນ],’” ຈົ່ງຕາມເຮົາມາ: 2026
Sacred Grove [ປ່າສັກສິດ], ໂດຍ ບະເຣັ້ນ ໂບຣັບ
ວັນທີ 21–27: “[ງານແປກປະຫລາດ ແລະ ອັດສະຈັນ]”
ເອຊາຢາ 13–14; 22; 24–30; 35
ສິ່ງໜຶ່ງທີ່ພຣະຜູ້ເປັນເຈົ້າຂໍໃຫ້ບັນດາສາດສະດາເຮັດກໍຄື ເຕືອນກ່ຽວກັບຜົນສະທ້ອນຂອງບາບ. ສຳລັບບັນດາສາດສະດາໃນພຣະຄຳພີເດີມ, ສິ່ງນີ້ມັກຈະໝາຍເຖິງການບອກຜູ້ປົກຄອງຂອງອານາຈັກທີ່ຍິ່ງໃຫຍ່ວ່າ ພວກເພິ່ນຕ້ອງກັບໃຈ. ມັນເປັນວຽກງານທີ່ອັນຕະລາຍ, ແຕ່ເອຊາຢາບໍ່ໄດ້ຢ້ານກົວເລີຍ, ແລະ ຄຳເຕືອນຂອງເພິ່ນຕໍ່ອານາຈັກຕ່າງໆໃນວັນເວລາຂອງເພິ່ນ—ລວມທັງອິດສະຣາເອນ, ຢູດາຍ, ແລະ ປະຊາຊາດທີ່ຢູ່ອ້ອມຮອບ—ກໍກ້າຫານ (ເບິ່ງ ເອຊາຢາ 13–23).
ເຖິງຢ່າງໃດກໍຕາມ, ເອຊາຢາກໍໄດ້ມີຂ່າວສານແຫ່ງຄວາມຫວັງນຳອີກ. ເຖິງແມ່ນວ່າຄຳທຳນາຍເຖິງຄວາມພິນາດໄດ້ມາເຖິງອານາຈັກເຫລົ່ານີ້ກໍຕາມ, ແຕ່ເອຊາຢາໄດ້ເຫັນລ່ວງໜ້າເຖິງໂອກາດສຳລັບການຟື້ນຟູ ແລະ ການສ້າງສາຄືນໃໝ່. ພຣະຜູ້ເປັນເຈົ້າຈະເຊື້ອເຊີນຜູ້ຄົນຂອງພຣະອົງໃຫ້ກັບຄືນມາຫາພຣະອົງ. ພຣະອົງຈະເຮັດໃຫ້ “ດິນຊາຍທີ່ອົບເອົ້າເຜົາໄໝ້ … ກາຍເປັນໜອງ, ແລະ ພື້ນທີ່ອັນແຫ້ງແລ້ງກໍຈະເຕັມໄປດ້ວຍນ້ຳພຸ” (ເອຊາຢາ 35:7). ພຣະອົງຈະທຳ “[ງານແປກປະຫລາດ ແລະ ອັດສະຈັນ]” (ເອຊາຢາ 29:14), ຟື້ນຟູພອນທີ່ພຣະອົງໄດ້ສັນຍາກັບອິດສະຣາເອນຄືນໃຫ້ພວກເຂົາ. ບໍ່ມີຄົນໃດ ທັງເອຊາຢາ ທັງຄົນອື່ນໆທີ່ມີຊີວິດໃນເວລານັ້ນ ໄດ້ມີຊີວິດຢູ່ຈົນເຫັນການອັນໜ້າງຶດງໍ້ນີ້. ແຕ່ເຮົາກຳລັງເຫັນມັນໃນທຸກວັນນີ້. ຕາມຈິງແລ້ວ, ເຮົາເປັນສ່ວນໜຶ່ງໃນນັ້ນ!
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເອຊາຢາ 13:1–11, 19–22; 14:1–20
ຄວາມທະນົງຕົວ ແລະ ຄວາມເປັນໂລກີຈະລົ້ມເຫລວ.
ໃນວັນເວລາຂອງເອຊາຢາ, ບາບີໂລນເປັນອານາຈັກທີ່ຍິ່ງໃຫຍ່ທີ່ມີຜູ້ປົກຄອງທີ່ມີອຳນາດ. ດຽວນີ້ ບາບີໂລນເປັນປະຫວັດສາດໃນສະໄໝບູຮານ. ສະນັ້ນ ເປັນຫຍັງຂ່າວສານຂອງເອຊາຢາເຖິງບາບີໂບນ, ໃນ ເອຊາຢາ 13–14, ຈຶ່ງສຳຄັນຕໍ່ເຮົາໃນທຸກມື້ນີ້? ເພາະບາບີໂລນເປັນສັນຍາລັກເຖິງຄວາມທະນົງຕົວ, ຄວາມໂລບ, ແລະ ບາບ, ແລະ ສິ່ງຕ່າງໆທີ່ຍັງຢູ່ອ້ອມຮອບເຮົາທຸກມື້ນີ້. ໃຫ້ຄິດກ່ຽວກັບສັນຍາລັກນີ້ ຂະນະທີ່ທ່ານອ່ານ ເອຊາຢາ 13:1–11, 19–22; 14:1–20. ທ່ານອາດພິຈາລະນາຄຳຖາມດັ່ງຕໍ່ໄປນີ້:
-
ມີສິ່ງໃດແດ່ທີ່ຄ້າຍຄືກັນ ທີ່ທ່ານເຫັນລະຫວ່າງຄວາມທະນົງຕົວຂອງກະສັດບາບີໂລນ ແລະ ຄວາມທະນົງຕົວຂອງຊາຕານ? (ເບິ່ງ ເອຊາຢາ 14:4–20; ໂມເຊ 4:1–4). ຄຳເຕືອນໃດແດ່ທີ່ທ່ານພົບເຫັນສຳລັບຕົວເອງ ຢູ່ໃນຂໍ້ເຫລົ່ານີ້?
-
ພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍທ່ານ “ບັນເທົາຈາກ [ຄວາມໂສກເສົ້າ], ແລະ [ຈາກຄວາມຢ້ານກົວ]” ແນວໃດ? (ເອຊາຢາ 14:3).
“ພຣະເຈົ້າຈະທຳລາຍຄວາມຕາຍຕະຫລອດໄປ” (ເອຊາຢາ 25:8).
ເອຊາຢາ 22:22–23; 24:21–23; 25:6–8; 26:19; 28:16
ພຣະເຢຊູຄຣິດຄືພຣະເມຊີອາທີ່ສັນຍາໄວ້.
ຄຳສອນຂອງເອຊາຢາມັກອ້າງເຖິງພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດຢູ່ເລື້ອຍໆ, ລວມທັງການເສຍສະລະທີ່ຊົດໃຊ້ຂອງພຣະອົງ, ການຟື້ນຄືນພຣະຊົນ, ແລະ ການສະເດັດມາຄັ້ງທີສອງ. ແງ່ມຸມໃດແດ່ຂອງພາລະກິດຂອງພຣະອົງທີ່ທ່ານຄິດອອກ ຂະນະທີ່ທ່ານອ່ານຂໍ້ເຫລົ່ານີ້: ເອຊາຢາ 22:22–23; 24:21–23; 25:6–8; 26:19; 28:16? ມີຂໍ້ຄວາມໃດອີກແດ່ທີ່ທ່ານພົບ ທີ່ຢໍ້າເຕືອນທ່ານເຖິງພຣະຜູ້ຊ່ວຍໃຫ້ລອດ?
ໃຫ້ຜູ້ຮຽນໄດ້ມີໂອກາດທີ່ຈະສະແດງປະຈັກພະຍານເຖິງພຣະເຢຊູຄຣິດ. “ການເປັນຄູສອນພຣະກິດຕິຄຸນຂອງພຣະເຢຊູຄຣິດໝາຍເຖິງການຊ່ວຍໃຫ້ຄົນອື່ນເຂົ້າໃຈ ແລະ ເພິ່ງອາໄສຄຳສອນ, ອຳນາດທີ່ໄຖ່, ແລະ ຄວາມຮັກທີ່ສົມບູນແບບຂອງພຣະອົງ” (ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 8). ວິທີໜຶ່ງທີ່ລຽບງ່າຍໃນການເຮັດເຊັ່ນນັ້ນຢູ່ທຸກເວລາ ກໍຄືການຖາມຄຳຖາມເຊັ່ນ “ທ່ານພົບເຫັນຫຍັງແດ່ໃນພຣະຄຳພີອາທິດນີ້ ທີ່ສິດສອນທ່ານບາງຢ່າງກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ?” ແລ້ວໃຫ້ຜູ້ຮຽນແບ່ງປັນປະສົບການຂອງເຂົາເຈົ້າ ແລະ ເສີມສ້າງສັດທາໃຫ້ກັນແລະກັນ.
ເອຊາຢາ 24:1–12; 28:1–8; 29:7–13; 30:8–14
ການຫັນໜີຈາກພຣະຜູ້ເປັນເຈົ້ານຳຄວາມອັນຕະລາຍທາງວິນຍານມາໃຫ້.
ໃນຄວາມເມດຕາຂອງພຣະອົງ, ພຣະຜູ້ເປັນເຈົ້າໄດ້ສົ່ງເອຊາຢາມາເພື່ອເຕືອນຜູ້ຄົນແຫ່ງພັນທະສັນຍາວ່າ ພວກເຂົາກຳລັງຊັດເຊໄປຈາກພຣະອົງ. ລອງເບິ່ງວ່າ ທ່ານຈະສາມາດພົບເຫັນເຄື່ອງໝາຍເຕືອນທາງວິນຍານເຖິງເລື່ອງນີ້ໃນ ເອຊາຢາ 24:5; 29:13; 30:8–12 ໄດ້ຫລືບໍ່. ເປັນຫຍັງທັດສະນະ ແລະ ການກະທຳເຫລົ່າຈຶ່ງເປັນອັນຕະລາຍທາງວິນຍານ?
ເພື່ອເຕືອນກ່ຽວກັບຜົນສະທ້ອນຂອງການຫັນໜີຈາກພຣະຜູ້ເປັນເຈົ້າ, ເອຊາຢາໄດ້ໃຊ້ຄຳປຽບທຽບບາງຢ່າງທີ່ໜ້າຈົດຈຳ. ຂະນະທີ່ທ່ານສຶກສາມັນ, ໃຫ້ຖາມຕົວເອງວ່າ ການຫັນໜີຈາກພຣະຜູ້ເປັນເຈົ້ານັ້ນ ເປັນແນວໃດ:
-
ໂລກທີ່ໂສກເສົ້າ ແລະ ວ່າງເປົ່າ (ເອຊາຢາ 24:1–12).
-
ຄວາມມືນເມົາ (ເອຊາຢາ 28:7–8).
-
ຄວາມອຶດຫິວ ແລະ ຄວາມກະຫາຍນໍ້າ (ເອຊາຢາ 29:7–10).
-
ກຳແພງ ຫລື ໝໍ້ດິນທີ່ແຕກ (ເອຊາຢາ 30:13–14).
ເປັນຫຍັງມັນຈຶ່ງສຳຄັນສຳລັບທ່ານທີ່ຈະຢູ່ໃກ້ພຣະຜູ້ເປັນເຈົ້າ?
ເອຊາຢາ 29; 30:18–26; 35
ພຣະຜູ້ເປັນເຈົ້າສາມາດຟື້ນຟູສິ່ງທີ່ສູນເສຍໄປ ຫລື ແຕກຫັກໄດ້.
ທ່ານເຄີຍສູນເສຍບາງຢ່າງທີ່ທ່ານຄິດວ່າ ທ່ານຈະບໍ່ມີວັນພົບມັນອີກບໍ່? ຫລື ບາງຢ່າງທີ່ເປ່ເພ, ແລະ ທ່ານກັງວົນວ່າ ມັນຈະບໍ່ມີວັນແປງໄດ້. ເມື່ອເຮົາຫັນໜີຈາກພຣະຜູ້ເປັນເຈົ້າ, ຊາຕານກໍຢາກໃຫ້ເຮົາຄິດວ່າ ເຮົາຈະບໍ່ສາມາດມີວັນກັບຄືນມາ ຫລື ຮັບການປິ່ນປົວໃຫ້ຫາຍດີໄດ້. ເຖິງຢ່າງໃດກໍຕາມ, ເອຊາຢາໄດ້ບັນຍາຍເຖິງການງຶດງໍ້ບາງຢ່າງທີ່ພຣະຜູ້ເປັນເຈົ້າຈະກະທຳ ເພື່ອຊ່ວຍໃຫ້ເຮົາກັບຄືນມາຫາພຣະອົງ. ທ່ານຮຽນຮູ້ຫຍັງແດ່ຈາກ ເອຊາຢາ 29:13–24; 30:18–26; 35 ກ່ຽວກັບພຣະຜູ້ເປັນເຈົ້າ, ຄວາມຮັກຂອງພຣະອົງ, ແລະ ອຳນາດຂອງພຣະອົງ? ບາງທີ ທ່ານສາມາດພົບວະລີໜຶ່ງໃນຂໍ້ຄວາມເຫລົ່ານີ້ ທີ່ມອບຄວາມຫວັງໃຫ້ກັບທ່ານ ເມື່ອທ່ານຕ້ອງການການປິ່ນປົວ. ທ່ານສາມາດເບິ່ງໃນຂ່າວສານຂອງຊິດສະເຕີ ເອມີ ເອ ວະໄຣ້ “Christ Heals That Which Is Broken” (Liahona, May 2022, 81–84) ນຳອີກ.
ວິທີໜຶ່ງທີ່ພຣະຜູ້ເປັນເຈົ້າສະແດງອຳນາດ ແລະ ຄວາມເມດຕາຂອງພຣະອົງໃຫ້ປະຈັກ ແມ່ນຜ່ານທາງການຟື້ນຟູພຣະກິດຕິຄຸນຂອງພຣະອົງ. ເອຊາຢາ 29 ບັນຈຸຫລາຍໆຂໍ້ຄວາມທີ່ຂະໜານກັບເຫດການຕ່າງໆຂອງການຟື້ນຟູ. ຍົກຕົວຢ່າງ:
-
ປຽບທຽບ ເອຊາຢາ 29:11–12 ກັບ 2 ນີໄຟ 27:6–26 ແລະ ໂຈເຊັບ ສະມິດ—ປະຫວັດ 1:63–65.
-
ປຽບທຽບ ເອຊາຢາ 29:13–14 ກັບ ຄຳສອນ ແລະ ພັນທະສັນຍາ 4 ແລະ ໂຈເຊັບ ສະມິດ—ປະຫວັດ 1:17–19.
-
ປຽບທຽບ ເອຊາຢາ 29:18–24 ກັບ ໜ້າວິເຄາະສະບັບຂອງພຣະຄຳພີມໍມອນ.
ໃນຄວາມຄິດຂອງທ່ານ, ເປັນຫຍັງຄຳວ່າ “[ມະຫັດສະຈັນ]” ແລະ “ງຶດງໍ້” (ເອຊາຢາ 29:14) ຈຶ່ງເປັນຄຳທີ່ດີທີ່ຈະບັນຍາຍເຖິງການທີ່ພຣະຜູ້ເປັນເຈົ້າຟື້ນຟູພຣະກິດຕິຄຸນຂອງພຣະອົງ? ທ່ານຈະສາມາດຊ່ວຍໃຫ້ຄຳທຳນາຍຕ່າງໆກ່ຽວກັບການຟື້ນຟູສຳເລັດຄົບຖ້ວນໄດ້ແນວໃດ? ສຳລັບແນວຄິດ, ໃຫ້ເບິ່ງໃນຂ່າວສານຂອງແອວເດີ ແກຣິດ ດັບເບິນຢູ ກອງ “All Nations, Kindreds, and Tongues” (Liahona, Nov. 2020, 38–41).
ເບິ່ງ “ການຟື້ນຟູຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ: ການປະກາດຕໍ່ໂລກເນື່ອງໃນວາລະຄົບຮອບສອງຮ້ອຍປີ” (ຫ້ອງສະໝຸດພຣະກິດຕິຄຸນ); “The Morning Breaks,” Hymns, no 1 ນຳອີກ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ເອຊາຢາ 14:3; 25:8–9; 28:16
ພຣະເຢຊູຄຣິດສາມາດຊ່ວຍເຮົາຈາກບາບ ແລະ ຄວາມຕາຍ.
-
ທ່ານຈະຊ່ວຍໃຫ້ລູກໆຂອງທ່ານເຫັນພຣະຜູ້ຊ່ວຍໃຫ້ລອດໃນງານຂຽນຂອງເອຊາຢາແນວໃດ? ທ່ານອາດຊ່ວຍພວກເຂົາຊອກຫາວະລີຕ່າງໆທີ່ຢໍ້າເຕືອນພວກເຂົາເຖິງພຣະອົງໃນ ເອຊາຢາ 14:3; 25:8; ຫລື 28:16. ພວກເຂົາຍັງສາມາດຈັບຄູ່ຂໍ້ເຫລົ່ານີ້ຈາກເອຊາຢາກັບຂໍ້ອື່ນໆທີ່ສິດສອນກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ, ເຊັ່ນ ມັດທາຍ 11:28–30; 1 ໂກຣິນໂທ 15:53–57; ຮີລາມັນ 5:12. ພຣະຜູ້ເປັນເຈົ້າໄດ້ກະທຳສິ່ງທີ່ຍິ່ງໃຫຍ່ຢ່າງໃດແດ່ເພື່ອເຮົາ?
-
ຫລັງຈາກທີ່ອ່ານ ເອຊາຢາ 25:8–9 ນຳກັນ, ທ່ານສາມາດເບິ່ງຮູບຂອງພຣະຜູ້ຊ່ວຍໃຫ້ລອດໃນເຄັດເຊມາເນ, ຢູ່ເທິງໄມ້ກາງແຂນ, ແລະ ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ. ໃຫ້ລູກໆຂອງທ່ານເວົ້າລົມກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນໃນຮູບຕ່າງໆ ແລະ ເປັນຫຍັງພວກເຂົາຈຶ່ງຮັກພຣະເຢຊູ ແລະ “ຊົມຊື່ນຍິນດີ ແລະ ມີຄວາມສຸກຫລາຍ ໃນການຊ່ວຍໃຫ້ພົ້ນຂອງພຣະອົງ” (ຂໍ້ທີ 9).
-
ທ່ານອາດເລືອກທີ່ຈະບອກລູກໆຂອງທ່ານກ່ຽວກັບຄວາມໂສກເສົ້າທີ່ທ່ານໄດ້ຮູ້ສຶກ ເມື່ອຄົນທີ່ທ່ານຮັກໄດ້ເສຍຊີວິດໄປ. ເປັນພະຍານເຖິງການປອບໂຍນທີ່ທ່ານໄດ້ຮັບເພາະພຣະເຢຊູຄຣິດ? ບາງເທື່ອລູກໆຂອງທ່ານສາມາດແຕ້ມໜ້າຄົນໄຫ້ ແລ້ວກໍລຶບນໍ້າຕາອອກ ຂະນະທີ່ພວກທ່ານອ່ານ ເອຊາຢາ 25:8 ນຳກັນ.
Thy Will Be Done [ຂໍໃຫ້ເປັນໄປຕາມນໍ້າພຣະໄທຂອງພຣະອົງ], ໂດຍ ເຄັນ ສະເປັນເຊີ
ເອຊາຢາ 25:4–6
ພຣະເຢຊູມອບ “ບ່ອນຊົ້ນຈາກພະຍຸຮ້າຍ” ໃຫ້ກັບເຮົາ.
-
ທ່ານ ແລະ ລູກໆຂອງທ່ານເຄີຍປະສົບກັບພອນແຫ່ງບ່ອນຫລົບໄພໃນລະຫວ່າງພະຍຸ ຫລື ຮົ່ມເຢັນໃນມື້ທີ່ຮ້ອນອົບເອົ້າຫລືບໍ່? ຫລື ທ່ານເຄີຍເພີດເພີນໄປກັບອາຫານທີ່ດີເມື່ອທ່ານຫິວໂຫຍບໍ່? ໃຫ້ເວົ້າລົມກ່ຽວກັບປະສົບການເຫລົ່ານີ້ ຂະນະທີ່ທ່ານອ່ານ ເອຊາຢາ 25:4–6. ພຣະຜູ້ເປັນເຈົ້າເປັນຄືກັນກັບສິ່ງເຫລົ່ານີ້ແນວໃດ?
ເອຊາຢາ 29:11–18, 24
ການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນ “[ງານແປກປະຫລາດ].”
-
ຂະນະທີ່ທ່ານ ແລະ ລູກໆຂອງທ່ານອ່ານ ເອຊາຢາ 29:14, ແບ່ງປັນກັບພວກເຂົາ ຄຳອື່ນໆທີ່ມີຄວາມໝາຍຄືກັນ ເຊັ່ນ “ມະຫັດສະຈັນ” ແລະ “ງຶດງໍ້.” ຊ່ວຍພວກເຂົາຊອກຫາວັດຖຸ ຫລື ຮູບພາບທີ່ເປັນຕົວແທນເຖິງບາງວຽກງານອັນມະຫັດສະຈັນຂອງພຣະຜູ້ເປັນເຈົ້າໃນຊ່ວງຍຸກສຸດທ້າຍ. ວຽກງານເຫລົ່ານີ້ອາດລວມທັງປຶ້ມພຣະຄຳພີມໍມອນ, ຮູບພຣະວິຫານ, ຫລື ຮູບພາບທີ່ມາໃຫ້ເຫັນຄັ້ງທຳອິດ (ມີຮູບໜຶ່ງຢູ່ຕອນຕົ້ນຂອງໂຄງຮ່າງນີ້). ແລ້ວລູກໆຂອງທ່ານສາມາດເລືອກສິ່ງຂອງອັນໜຶ່ງ ແລະ ແບ່ງປັນວ່າ ເປັນຫຍັງມັນຈຶ່ງມະຫັດສະຈັນສຳລັບພວກເຂົາ.
-
ເພງກ່ຽວກັບການຟື້ນຟູພຣະກິດຕິຄຸນສາມາດເຂົ້າກັນໄດ້ດີກັບ ເອຊາຢາ 29, ເຊັ່ນ “On a Golden Springtime” (Children’s Songbook, 88). ແລະ ບາງທີ ປະສົບການສ່ວນຕົວສາມາດຊ່ວຍໃຫ້ເດັກນ້ອຍເຂົ້າໃຈວ່າ ການຟື້ນຟູ ໝາຍຄວາມວ່າແນວໃດ. ຍົກຕົວຢ່າງ, ທ່ານ ແລະ ລູກໆຂອງທ່ານສາມາດເວົ້າລົມກັນກ່ຽວກັບສິ່ງທີ່ທ່ານໄດ້ສູນເສຍ ແລະ ວິທີທີ່ທ່ານຫາມັນພົບ. ຊ່ວຍລູກໆຂອງທ່ານປຽບທຽບສິ່ງນີ້ກັບການຟື້ນຟູພຣະກິດຕິຄຸນ. ອີງຕາມ ເອຊາຢາ 29:13–15, ເປັນຫຍັງເຮົາຈຶ່ງຕ້ອງການການຟື້ນຟູ? ວຽກງານອັນມະຫັດສະຈັນໃດແດ່ທີ່ພຣະຜູ້ເປັນເຈົ້າກຳລັງເຮັດເພື່ອຟື້ນຟູພຣະກິດຕິຄຸນຂອງພຣະອົງ (ເບິ່ງ ໜ້າກິດຈະກຳຂອງອາທິດນີ້).
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.