“ວັນທີ 28 ເດືອນກັນຍາ–ວັນທີ 4 ເດືອນຕຸລາ ‘ຈົ່ງເລົ້າໂລມໃຈປະຊາຊົນຂອງເຮົາເຖີດ’: ເອຊາຢາ 40–49,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 28 ເດືອນກັນຍາ–ວັນທີ 4 ເດືອນຕຸລາ ‘ຈົ່ງເລົ້າໂລມໃຈປະຊາຊົນຂອງເຮົາເຖີດ,’” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026
Healing the Blind Man [ການປິ່ນປົວຊາຍທີ່ຕາບອດ], ໂດຍ ຄາລ ເຮັນຣິກ ບະລ໊ອກ, ທີ່ຫໍພິພິດທະພັນປະຫວັດສາດແຫ່ງຊາດ ເຟຣເດຣິກສ໌ບອກ
ວັນທີ 28 ເດືອນກັນຍາ–ວັນທີ 4 ເດືອນຕຸລາ: “ຈົ່ງເລົ້າໂລມໃຈປະຊາຊົນຂອງເຮົາເຖີດ”
ເອຊາຢາ 40–49
“ເລົ້າໂລມ” ແມ່ນຄຳທຳອິດຂອງ ເອຊາຢາ ບົດທີ 40. ມັນເປັນຈຸດເລີ່ມຕົ້ນຂອງນ້ຳສຽງທີ່ແຕກຕ່າງ, ເປັນການເນັ້ນຂ່າວສານຂອງສາດສະດາໃນແບບທີ່ແຕກຕ່າງ. ງານຂຽນຕອນຕົ້ນຂອງເອຊາຢາໄດ້ເຕືອນອິດສະຣາເອນ ແລະ ຢູດາຍກ່ຽວກັບຄວາມພິນາດ ແລະ ການຈັບໄປເປັນຊະເລີຍທີ່ຈະມາເຖິງ ຍ້ອນບາບຂອງພວກເຂົາ. ແຕ່ຄຳທຳນາຍສ່ວນຫລັງໆເຫລົ່ານີ້ມີເຈດຕະນາທີ່ຈະປອບໂຍນຊາວຢິວຫລາຍກວ່າ 150 ປີໃນອະນາຄົດ—ຫລັງຈາກທີ່ເຢຣູຊາເລັມ ແລະ ພຣະວິຫານໄດ້ຖືກທຳລາຍ ແລະ ຜູ້ຄົນໄດ້ຖືກຈັບໄປເປັນຊະເລີຍໂດຍບາບີໂລນ. ເຖິງຢ່າງໃດກໍຕາມ, ຄຳທຳນາຍເຫລົ່ານີ້ໄປຮອດເຖິງອະນາຄົດອັນຫ່າງໄກ ຫລາຍກວ່າຊາວອິດສະຣາເອນທີ່ຜ່າຍແພ້ ແລະ ທໍ້ແທ້ໃຈເສຍອີກ. ຄຳທຳນາຍກ່າວກັບເຮົາ, ຜູ້ຊຶ່ງບາງເທື່ອກໍຮູ້ສຶກຜ່າຍແພ້, ທໍ້ແທ້ໃຈ, ແລະ ແມ່ນແຕ່ຫລົງທາງ.
ຂ່າວສານຂອງເອຊາຢາເຖິງຜູ້ຄົນຂອງເພິ່ນ ແລະ ເຖິງພວກເຂົານັ້ນລຽບງ່າຍ: “ຢ່າຢ້ານກົວເລີຍ” (ເອຊາຢາ 43:1). ຢ່າຟ້າວໝົດຫວັງ. ພຣະຜູ້ເປັນເຈົ້າບໍ່ໄດ້ລືມໄລທ່ານ, ແລະ ພຣະອົງມີອຳນາດທີ່ຈະເອົາຊະນະສະຖານະການທີ່ເບິ່ງຄືວ່າເຮົາບໍ່ສາມາດຄວບຄຸມໄດ້. ບໍ່ແມ່ນພຣະຜູ້ເປັນເຈົ້າບໍທີ່ໄດ້ “ນິລະມິດສ້າງຟ້າສະຫວັນ” (ເອຊາຢາ 42:5), ຜູ້ທີ່ມີພະລັງຫລາຍກວ່າບາບີໂລນ, ຫລາຍກວ່າບາບ, ຫລາຍກວ່າສິ່ງໃດກໍຕາມທີ່ກຳລັງກັກຂັງທ່ານໄວ້ເປັນຊະເລີຍ? “ຈົ່ງກັບມາ,” ພຣະອົງອ້ອນວອນ, “ເພາະເຮົາຜູ້ດຽວທີ່ຊ່ວຍເຈົ້າໄດ້” (ເອຊາຢາ 44:22). ພຣະອົງສາມາດປິ່ນປົວ, ຟື້ນຟູ, ເພີ່ມກຳລັງ, ໃຫ້ອະໄພ, ແລະ ປອບໂຍນ—ແມ່ນຫຍັງກໍຕາມທີ່ທ່ານຕ້ອງການ, ໃນກໍລະນີຂອງທ່ານ, ໃຫ້ຖືກໄຖ່.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເອຊາຢາ 40–49
ພຣະເຢຊູຄຣິດສາມາດປອບໂຍນເຮົາ ແລະ ໃຫ້ຄວາມຫວັງແກ່ເຮົາ.
ເມື່ອຊາວອິດສະຣາເອນເປັນຊະເລີຍໃນບາບີໂລນ, ຫລາຍຄົນອາດສົງໄສວ່າ ເຂົາເຈົ້າໄດ້ສູນເສຍຖານະຜູ້ທີ່ຖືກເລືອກຂອງພຣະເຈົ້າ, ຄືຜູ້ຄົນແຫ່ງພັນທະສັນຍາຕະຫລອດໄປຫລືບໍ່. ຂະນະທີ່ທ່ານອ່ານ ເອຊາຢາ 40–49, ໃຫ້ຊອກຫາຂໍ້ຄວາມທີ່ອາດໃຫ້ການປອບໂຍນ ແລະ ໃຫ້ຄວາມຫວັງ. ສຳລັບແຕ່ລະຂໍ້ຄວາມທີ່ທ່ານພົບເຫັນ, ໃຫ້ໄຕ່ຕອງ ແລະ ບັນທຶກສິ່ງທີ່ພຣະຜູ້ເປັນເຈົ້າອາດກ່າວກັບ ທ່ານ ໃນຂໍ້ເຫລົ່ານີ້. ທ່ານສາມາດເລີ່ມຕົ້ນດ້ວຍບາງຂໍ້ຕໍ່ໄປນີ້:
-
40:11, 29–31:
-
41:10–13, 17–18:
-
42:6–7:
-
43:1–7, 25:
-
44:1–4, 21–24:
-
46:3–4:
-
49:7–16:
ທ່ານຮູ້ສຶກວ່າ ພຣະຜູ້ເປັນເຈົ້າຕ້ອງການໃຫ້ທ່ານຮູ້ຈັກສິ່ງໃດກ່ຽວກັບພຣະອົງ?
ທ່ານອາດສັງເກດເຫັນວ່າ ເພງສວດ “ພື້ນໝັ້ນຄົງໜັກໜາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 6) ອ້າງອີງເຖິງຖ້ອຍຄຳຂອງເອຊາຢາໃນ ເອຊາຢາ 41:10; 43:2–5; 46:4. ໃຫ້ຄິດທີ່ຈະຮ້ອງ ຫລື ຟັງເພງສວດນີ້, ໂດຍຊອກຫາຄຳຂະໜານລະຫວ່າງເນື້ອເພງ ແລະ ຂໍ້ເຫລົ່ານີ້ຈາກເອຊາຢາ. ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດໃຫ້ຄຳສັນຍາໃນຂໍ້ເຫລົ່ານີ້ສຳເລັດຄົບຖ້ວນໃນຊີວິດຂອງທ່ານແນວໃດ?
ເບິ່ງ Patrick Kearon, “He Is Risen with Healing in His Wings: We Can Be More Than Conquerors,” Liahona, May 2022, 37–40 ນຳອີກ.
ໃຊ້ຂໍ້ພຣະຄຳພີເພີ່ມເຕີມ. ບາງເທື່ອ ເຮົາກໍສາມາດເຂົ້າໃຈພຣະຄຳພີເດີມໄດ້ດີກວ່າ ຖ້າເຮົາເສີມການສຶກສາຂອງເຮົາດ້ວຍຂໍ້ຕ່າງໆຈາກພຣະຄຳພີມໍມອນ. ຍົກຕົວຢ່າງ, ສາດສະດາໃນພຣະຄຳພີມໍມອນ ນີໄຟ ແລະ ຢາໂຄບສາມາດເຂົ້າເຖິງງານຂຽນຂອງເອຊາຢາໃນແຜ່ນຈາລຶກທອງເຫລືອງ (ເບິ່ງ 1 ນີໄຟ 19:22–23), ແລະ ພວກເຂົາໄດ້ໃຊ້ຄຳທຳນາຍເຫລົ່ານີ້ເພື່ອສິດສອນກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ. ເພື່ອຮຽນຮູ້ກ່ຽວກັບວິທີທີ່ນີໄຟ ແລະ ຢາໂຄບປຽບທຽບ ເອຊາຢາ 48–49 ກັບຜູ້ຄົນຂອງພວກເພິ່ນ, ເບິ່ງ 1 ນີໄຟ 22. ນັ້ນອາດຊ່ວຍໃຫ້ທ່ານປຽບທຽບບົດເຫລົ່ານີ້ກັບຊີວິດຂອງທ່ານເອງ.
ໂດຍການເຊື່ອຟັງພຣະຜູ້ເປັນເຈົ້າ, ເຮົາສາມາດມີ “[ຄວາມສະຫງົບ] … ດັ່ງສາຍນໍ້າ” (ເອຊາຢາ 48:18).
ເອຊາຢາ 40–49
“ເຈົ້າເປັນຜູ້ຮັບໃຊ້ຂອງເຮົາ.”
ຕະຫລອດທົ່ວ ເອຊາຢາ 40–49 ພຣະຜູ້ເປັນເຈົ້າກ່າວເຖິງ “ຜູ້ຮັບໃຊ້” ແລະ “ພະຍານ” ຂອງພຣະອົງ. ຄຳເຫລົ່ານີ້ອາດໝາຍເຖິງພຣະເຢຊູຄຣິດ (ເບິ່ງ ເອຊາຢາ 42:1–7), ໝາຍເຖິງອິດສະຣາເອນ (ເບິ່ງ ເອຊາຢາ 45:4), ແລະ ໝາຍເຖິງກະສັດໄຊຣັດ, ຜູ້ທີ່ອະນຸຍາດໃຫ້ຊາວຢິວກັບຄືນສູ່ເຢຣູຊາເລັມ ແລະ ສ້າງພຣະວິຫານຂຶ້ນໃໝ່ (ເບິ່ງ ເອຊາຢາ 44:26–28; 45:1–4). ທ່ານອາດພິຈາລະນາວິທີທີ່ຂໍ້ຄວາມເຫລົ່ານີ້ໃຊ້ກັບທ່ານ ໃນຖານະຜູ້ຮັບໃຊ້ ແລະ ພະຍານຂອງພຣະຜູ້ເປັນເຈົ້າ. ຍົກຕົວຢ່າງ, ໃຫ້ໄຕ່ຕອງຄຳຖາມດັ່ງເຊັ່ນ:
ເອຊາຢາ 40:1–3, 9–11; 43:9–12. ທ່ານເປັນພະຍານເຖິງພຣະເຢຊູຄຣິດໃນທາງໃດແດ່? “ຂ່າວດີ” ຫຍັງແດ່ທີ່ທ່ານສາມາດແບ່ງປັນ ໃນຖານະພະຍານຂອງພຣະອົງ? ທ່ານອາດຈິນຕະນາການວ່າ ທ່ານໄດ້ຖືກເອີ້ນຂຶ້ນແທ່ນພະຍານໃນການພິຈາລະນາຄະດີໃນສານ. ໃນການພິຈາລະນາຄະດີນີ້, ພຣະເຢຊູຄຣິດໄດ້ຖືກກ່າວຫາວ່າ ເປັນຜູ້ກ່າວອ້າງຕາມສິ່ງທີ່ມີບັນທຶກໃນ ເອຊາຢາ 43:11. ປະຈັກພະຍານໃດທີ່ທ່ານຈະໃຊ້ເພື່ອສະໜັບສະໜູນຄຳກ່າວອ້າງຂອງພຣະເຢຊູ? ຫລັກຖານໃດຈາກຊີວິດຂອງທ່ານທີ່ທ່ານຈະນຳສະເໜີ?
ເອຊາຢາ 41:8–13; 42:6; 44:21. ພຣະຜູ້ເປັນເຈົ້າໄດ້ເອີ້ນທ່ານໃຫ້ເຮັດຫຍັງ? ໃຫ້ພິຈາລະນາການເອີ້ນຢູ່ໃນສາດສະໜາຈັກ ຕະຫລອດທັງໜ້າທີ່ຮັບຜິດຊອບອື່ນໆ ເພື່ອຮັບໃຊ້ພຣະອົງ. ພຣະອົງໄດ້ “ຫລໍ່ຫລອມ” ຫລື ກຽມທ່ານໃຫ້ກາຍເປັນຜູ້ຮັບໃຊ້ຂອງພຣະອົງແນວໃດ? ພຣະອົງສະໜັບສະໜູນທ່ານແນວໃດ ຂະນະທີ່ທ່ານຮັບໃຊ້?
ເອຊາຢາ 49:1–9. ທ່ານພົບເຫັນຂ່າວສານຫຍັງແດ່ຢູ່ໃນຂໍ້ເຫລົ່ານີ້ ທີ່ສາມາດຊ່ວຍໄດ້ ເມື່ອຄວາມພະຍາຍາມ ແລະ ການຮັບໃຊ້ຂອງທ່ານເບິ່ງຄືວ່າ “ບໍ່ມີປະໂຫຍດ … [ແລະ] ບໍ່ສຳເລັດ”? (ຂໍ້ທີ 4).
ເອຊາຢາ 40:3–8, 15–23; 42:15–16; 47:7–11
ອຳນາດຂອງພຣະເຈົ້າຍິ່ງໃຫຍ່ກວ່າອຳນາດຂອງໂລກ.
ເອຊາຢາໄດ້ຢໍ້າເຕືອນຜູ້ຄົນຂອງເພິ່ນຢູ່ຕະຫລອດເຖິງອຳນາດອັນຫາທີ່ປຽບບໍ່ໄດ້ຂອງພຣະເຈົ້າ, ແມ່ນແຕ່ໄດ້ປຽບທຽບໃສ່ກັບອຳນາດທີ່ກົດຂີ່ຂອງໂລກທີ່ຢູ່ອ້ອມຮອບພວກເຂົາ. ໃຫ້ຊອກຫາຂ່າວສານນີ້ ຂະນະທີ່ທ່ານອ່ານ ເອຊາຢາ 40:3–8, 15–23; 42:15–16; ແລະ 47:7–11 (ໃຫ້ສັງເກດວ່າ ບົດທີ 47 ໄດ້ກ່າວເຖິງຜູ້ທີ່ຈັບຊາວອິດສະຣາເອນໄປເປັນຊະເລີຍ, ບາບີໂລນ). ຂໍ້ພຣະຄຳພີເຫລົ່ານີ້ສິດສອນທ່ານຫຍັງແດ່ກ່ຽວກັບສິ່ງຂອງທາງໂລກ? ມັນສິດສອນທ່ານຫຍັງແດ່ກ່ຽວກັບພຣະເຈົ້າ? ໃຫ້ໄຕ່ຕອງວ່າເປັນຫຍັງຂ່າວສານນີ້ຈຶ່ງໜ້າຈະມີຄ່າຕໍ່ຊາວຢິວທີ່ເປັນຊະເລີຍແນວໃດ. ເປັນຫຍັງມັນຈຶ່ງມີຄ່າຕໍ່ທ່ານ?
ເອຊາຢາ 48:10; 49:13–16
ພຣະຜູ້ເປັນເຈົ້າສາມາດຊໍາລະເຮົາຜ່ານຄວາມທຸກຍາກລຳບາກຂອງເຮົາ.
ຂະນະທີ່ທ່ານອ່ານ ເອຊາຢາ 48:10, ໃຫ້ໄຕ່ຕອງ “ເຕົາຫລອມຮ້ອນ [ແຫ່ງຄວາມທົນທຸກ]” ຂອງທ່ານເອງ. ພຣະຜູ້ເປັນເຈົ້າ “ຊຳລະ” ທ່ານແນວໃດ? ເອຊາຢາ 49:13–16 ຊ່ວຍທ່ານເມື່ອທ່ານທົນທຸກກັບຄວາມຍາກລຳບາກແນວໃດ?
ເບິ່ງ “The Refiner’s Fire” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
The Refiner's Fire
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ເອຊາຢາ 40:3–5
ເຮົາສາມາດກຽມ “ຫົນທາງນັ້ນໄວ້ສຳລັບ [ພຣະຜູ້ເປັນເຈົ້າ].”
-
ໃຫ້ນຶກເຖິງວິທີທີ່ຈະສະແດງອອກວ່າ ການ “ກຽມຫົນທາງ … ໄວ້ສຳລັບ [ພຣະຜູ້ເປັນເຈົ້າ],” ຕາມທີ່ມີບັນຍາຍໄວ້ໃນ ເອຊາຢາ 40:3–5 ນັ້ນ ໝາຍຄວາມວ່າຫຍັງ. ຍົກຕົວຢ່າງ, ທ່ານ ແລະ ລູກໆຂອງທ່ານສາມາດແປງບາງຢ່າງທີ່ງ່ຽງໃຫ້ຊື່, ມ້ຽນມັດພື້ນເຮືອນທີ່ຮົກເຮື້ອ, ຫລື ເກັບກ້ອນຫີນອອກຈາກທາງຍ່າງ. ທ່ານຍັງສາມາດເອົາຮູບຂອງ ໂຢຮັນບັບຕິສະໂຕ ແລະ ໂຈເຊັບ ສະມິດ ໃຫ້ເບິ່ງ (ເບິ່ງ ປຶ້ມຮູບພຣະກິດຕິຄຸນ, ເລກທີ 35, 87). ພວກເພິ່ນໄດ້ກຽມທາງໄວ້ສຳລັບການສະເດັດມາຂອງພຣະຜູ້ເປັນເຈົ້າແນວໃດ? (ເບິ່ງ ລູກາ 3:2–18; ຄຳສອນ ແລະ ພັນທະສັນຍາ 135:3). ເຮົາຈະຊ່ວຍໄດ້ແນວໃດ? ນີ້ອາດເປັນໂອກາດທີ່ຈະເວົ້າກ່ຽວກັບວິທີທີ່ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນກຽມທາງໄວ້ສຳລັບພຣະຜູ້ເປັນເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:26–28).
ເອຊາຢາ 43:10
ເຮົາສາມາດເປັນພະຍານເຖິງພຣະຜູ້ເປັນເຈົ້າໄດ້.
-
ຫລັງຈາກທີ່ອ່ານ ເອຊາຢາ 43:10 ນຳກັນ, ທ່ານສາມາດເວົ້າກ່ຽວກັບວ່າ ການເປັນພະຍານນັ້ນໝາຍຄວາມວ່າແນວໃດ. ແບ່ງປັນນຳກັນກ່ຽວກັບສິ່ງທີ່ທ່ານເຄີຍປະສົບ ທີ່ທ່ານໄດ້ເປັນ “ພະຍານ” ເຖິງ—ຍົກຕົວຢ່າງ, ອາຫານທີ່ທ່ານເຄີຍຊີມ, ສະຖານທີ່ທີ່ທ່ານເຄີຍໄປ, ຫລື ຄົນທີ່ທ່ານຮູ້ຈັກ. ການເປັນພະຍານຂອງພຣະຜູ້ເປັນເຈົ້າໝາຍຄວາມວ່າຫຍັງ? ເຮົາສາມາດບອກຄົນອື່ນຫຍັງແດ່ກ່ຽວກັບພຣະອົງ?
ເອຊາຢາ 44:3–4; 45:8
ພຣະຜູ້ເປັນເຈົ້າຈະ “ຖອກເທ” ພອນຂອງພຣະອົງໃສ່ເຮົາ.
-
ຫລັງຈາກທີ່ອ່ານຂໍ້ເຫລົ່ານີ້ແລ້ວ, ລູກໆຂອງທ່ານສາມາດຫົດນໍ້າຕົ້ນໄມ້ ແລະ ເວົ້າກ່ຽວກັບພອນຕ່າງໆທີ່ພຣະຜູ້ເປັນເຈົ້າໄດ້ຖອກເທລົງໃສ່ພວກເຂົາ. ຕົ້ນໄມ້ເປັນແນວໃດເມື່ອເຮົາຫົດນ້ຳມັນ? ພອນຂອງພຣະຜູ້ເປັນເຈົ້າໄດ້ຊ່ວຍໃຫ້ເຮົາເຕີບໂຕຂຶ້ນແນວໃດ?
“[ຄວາມຊອບທຳຂອງເຮົາສາມາດກາຍເປັນ] ຄື້ນທະເລທີ່ຖືກລົມພັດ” (ເອຊາຢາ 48:18).
ເອຊາຢາ 48:17–18
ການຮັກສາພຣະບັນຍັດຂອງພຣະເຈົ້ານຳຄວາມສະຫງົບມາໃຫ້.
-
ຮູບພາບ ຫລື ວິດີໂອຂອງແມ່ນໍ້າ ແລະ ຄື້ນມະຫາສະໝຸດ ສາມາດຊ່ວຍໃຫ້ລູກໆຂອງທ່ານວາດພາບ ເອຊາຢາ 48:18 ໄດ້ (ເຊັ່ນຮູບພາບທີ່ຢູ່ໃນໂຄງຮ່າງນີ້). ລູກໆຂອງທ່ານອາດມ່ວນຊື່ນກັບການເຄື່ອນໄຫວມື ແລະ ແຂນຂອງພວກເຂົາເໝືອນດັ່ງແມ່ນໍ້າ ແລະ ຄື້ນທະເລ. ຄວາມສະຫງົບເປັນເໝືອນດັ່ງສາຍນ້ຳແນວໃດ? ຄວາມຊອບທຳເປັນເໝືອນດັ່ງຄື້ນທະເລແນວໃດ? ເວົ້າກ່ຽວກັບວິທີທີ່ການຮັກສາພຣະບັນຍັດຂອງພຣະເຈົ້າໄດ້ຊ່ວຍໃຫ້ທ່ານຮູ້ສຶກສະຫງົບສຸກ ເໝືອນດັ່ງແມ່ນໍ້າ ຫລື ແຂງແກ່ນເໝືອນດັ່ງຄື້ນນໍ້າ.
-
ຮ້ອງເພງກ່ຽວກັບພຣະບັນຍັດນຳກັນ, ເຊັ່ນ “ພື້ນໝັ້ນຄົງໜັກໜາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 6). ເພງນີ້ສິດສອນຫຍັງກ່ຽວກັບເຫດຜົນທີ່ເຮົາຄວນຮັກສາພຣະບັນຍັດຂອງພຣະເຈົ້າ?
ເອຊາຢາ 49:14–16
ພຣະຜູ້ເປັນເຈົ້າຈະບໍ່ມີວັນລືມເຮົາ.
-
ເອຊາຢາ 49:14–16 ສາມາດເປັນການປອບໂຍນທີ່ດີແກ່ລູກໆຂອງທ່ານໃນຫລາຍປີຂ້າງໜ້າ. ຂະນະທີ່ທານອ່ານ ຂໍ້ທີ 14, ທ່ານສາມາດເວົ້າກ່ຽວກັບສິ່ງທີ່ອາດເຮັດໃຫ້ຄົນຮູ້ສຶກຖືກລືມ ຫລື ຖືກຖິ້ມ. ເຮົາຈະຮູ້ໄດ້ແນວໃດວ່າ ພຣະຜູ້ເປັນເຈົ້າບໍ່ໄດ້ລືມເຮົາ?
-
ເພື່ອແນະນຳ ຂໍ້ທີ 15–16, ທ່ານສາມາດຖາມລູກໆຂອງທ່ານກ່ຽວກັບໃຜບາງຄົນທີ່ພວກເຂົາຈະບໍ່ມີວັນລືມ, ເຊັ່ນ ສະມາຊິກຄອບຄົວ ຫລື ໝູ່ເພື່ອນ. ອີງຕາມ ເອຊາຢາ 49:15–16, ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງບໍ່ມີວັນລືມເຮົາ? ແລ້ວພວກທ່ານກໍສາມາດແບ່ງປັນຄວາມຮູ້ສຶກຂອງພວກທ່ານກ່ຽວກັບພຣະເຢຊູຄຣິດນຳກັນ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.