“ວັນທີ 12–18 ເດືອນຕຸລາ. ‘ພຣະຜູ້ໄຖ່ຈະສະເດັດມາທີ່ຊີໂອນ’: ເອຊາຢາ 58–66,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 12–18 ເດືອນຕຸລາ. ‘ພຣະຜູ້ໄຖ່ຈະສະເດັດມາທີ່ຊີໂອນ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
Jesus in the Synagogue at Nazareth [ພຣະເຢຊູຢູ່ໃນທຳມະສາລາທີ່ນາຊາເຣັດ], ໂດຍ ກະເຣກ ໂອເຊັນ
ວັນທີ 12–18 ເດືອນຕຸລາ: “ພຣະຜູ້ໄຖ່ຈະສະເດັດມາທີ່ຊີໂອນ”
ເອຊາຢາ 58–66
ໃນຕອນຕົ້ນຂອງການປະຕິບັດສາດສະໜາກິດຂອງພຣະອົງ, ພຣະເຢຊູຄຣິດໄດ້ຢ້ຽມຢາມທຳມະສາລາໃນນາຊາເຣັດ, ບ່ອນທີ່ພຣະອົງໄດ້ເຕີບໃຫຍ່ຂຶ້ນ. ຢູ່ທີ່ນັ້ນພຣະອົງໄດ້ຢືນອ່ານຈາກພຣະຄຳພີ, ເປີດໄປຫາພຣະທຳເອຊາຢາ, ແລະ ອ່ານສິ່ງທີ່ໃນປະຈຸບັນຮູ້ຈັກກັນວ່າ ເອຊາຢາ 61:1–2. ແລ້ວພຣະອົງໄດ້ປະກາດວ່າ, “ພຣະທຳຕອນນີ້ໄດ້ສຳເລັດເປັນຈິງໃນວັນນີ້ ຕາມທີ່ພວກເຈົ້າໄດ້ຍິນນັ້ນແຫລະ.” ນີ້ຄືໜຶ່ງໃນການປະກາດທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ປະກາດຢ່າງກົງໄປກົງມາວ່າ ພຣະອົງຄືຜູ້ທີ່ຖືກຫົດສົງແຕ່ງຕັ້ງ, ຜູ້ທີ່ຈະ “ປິ່ນປົວຫົວໃຈທີ່ຊອກຊ້ຳ” ແລະ “ປະກາດອິດສະລະແກ່ຄົນທັງຫລາຍທີ່ຖືກຈຳຈອງ” (ເບິ່ງ ລູກາ 4:16–21). ພຣະຄຳພີຂໍ້ນີ້ໄດ້ສຳເລັດເປັນຈິງໃນວັນນັ້ນແທ້ໆ. ແລະ, ເຊັ່ນດຽວກັນກັບຄຳທຳນາຍອື່ນໆຫລາຍຂໍ້ຂອງເອຊາຢາ, ມັນຍັງສືບຕໍ່ສຳເລັດເປັນຈິງໃນວັນເວລາຂອງເຮົານຳອີກ. ພຣະຜູ້ຊ່ວຍໃຫ້ລອດສືບຕໍ່ປິ່ນປົວຫົວໃຈທີ່ຊອກຊ້ຳ ຜູ້ທີ່ມາຫາພຣະອົງ. ຍັງມີຫລາຍຄົນທີ່ຖືກຈຳຈອງ ຜູ້ທີ່ຕ້ອງການການປົດປ່ອຍ. ແລະ ກໍມີອະນາຄົດທີ່ຮຸ່ງເຫລື້ອມຖືກຈັດຕຽມໄວ້ແລ້ວສຳລັບ—ເວລາເມື່ອພຣະຜູ້ເປັນເຈົ້າຈະ “ສ້າງຟ້າສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່” (ເອຊາຢາ 65:17) ແລະ “ຈະໄດ້ຊ່ວຍຄົນຂອງພຣະອົງ ແລະ ທຸກຊົນຊາດກໍຈະຍ້ອງຍໍສັນລະເສີນພຣະອົງ” (ເອຊາຢາ 61:11). ການອ່ານເອຊາຢາເປີດຕາເຮົາໃຫ້ເຫັນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກະທຳຜ່ານມາ, ສິ່ງທີ່ພຣະອົງກຳລັງກະທຳຢູ່, ແລະ ສິ່ງທີ່ພຣະອົງຍັງບໍ່ໄດ້ກະທຳເທື່ອສຳລັບຜູ້ຄົນຂອງພຣະອົງ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເອຊາຢາ 58:3–12
ການຖືສິນອົດເຂົ້າສ້າງພະລັງທາງວິນຍານ ແລະ ເປັນພອນໃຫ້ແກ່ຜູ້ຄົນທີ່ຂັດສົນ.
ເປັນຫຍັງຜູ້ຄົນຈຶ່ງອາສາອົດເຂົ້າເມື່ອມີອາຫານຢູ່? ຂະນະທີ່ທ່ານສຶກສາ ເອຊາຢາ 58:3–12, ທ່ານອາດຄິດກ່ຽວກັບເຫດຜົນທີ່ທ່ານຖືສິນອົດເຂົ້າ—ພ້ອມທັງເຫດຜົນຂອງພຣະຜູ້ເປັນເຈົ້າ ທີ່ປະທານກົດນີ້ໃຫ້. ຕໍ່ໄປນີ້ແມ່ນຄຳຖາມອື່ນໆບາງຂໍ້ ເພື່ອໃຫ້ພິຈາລະນາ:
-
ເປັນຫຍັງບາງເທື່ອການຖືສິນອົດເຂົ້າຈຶ່ງຖືກເຂົ້າໃຈຄືກັບວ່າເປັນພາລະໜັກແທນທີ່ຈະເປັນພອນ? (ເບິ່ງ ເອຊາຢາ 58:3–5). ຄຳສອນຂອງພຣະຜູ້ເປັນເຈົ້າໃນບົດນີ້ປ່ຽນຄວາມເຂົ້າໃຈນັ້ນແນວໃດສຳລັບທ່ານ?
-
ການ “ແກ້ໂສ້ແຫ່ງການກົດຂີ່” ແລະ “ປົດແອກແຫ່ງຄວາມບໍ່ຍຸດຕິທຳ” ອາດໝາຍຄວາມວ່າຫຍັງ? (ເອຊາຢາ 58:6). ການຖືສິນອົດເຂົ້າສາມາດເປັນພອນໃຫ້ແກ່ຄົນອື່ນໄດ້ແນວໃດ? (ເບິ່ງ ຂໍ້ທີ 7).
-
ການຖືສິນອົດເຂົ້າໄດ້ນຳພອນທີ່ບັນຍາຍຢູ່ໃນ ເອຊາຢາ 58:8–12 ມາໃຫ້ທ່ານແນວໃດ?
ໃນຂ່າວສານຂອງເພິ່ນ “Is Not This the Fast That I Have Chosen?” (Liahona, May 2015, 22–25), ປະທານເຮັນຣີ ບີ ໄອຣິງ ໄດ້ແບ່ງປັນຫລາຍຕົວຢ່າງວ່າຜູ້ຄົນໄດ້ຮັບພອນແນວໃດແດ່ ໂດຍການຖືສິນອົດເຂົ້າ ແລະ ການບໍລິຈາກ. ທ່ານເຄີຍເຫັນພອນທີ່ຄ້າຍຄືກັນໃນຊີວິດຂອງທ່ານແນວໃດ?
ເບິ່ງ “Bless Our Fast, We Pray,” Hymns, no. 138; Topics and Questions, “Fasting and Fast Offerings,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ທຳຄວາມຮູ້ຈັກກັບຄົນທີ່ທ່ານສິດສອນ. “ການເປັນຄູສອນເໝືອນດັ່ງພຣະຄຣິດແມ່ນລວມທັງການທຳຄວາມຮູ້ຈັກກັບຄົນທີ່ທ່ານສິດສອນ ແລະ ພະຍາຍາມເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງເຂົາເຈົ້າ. … ທ່ານສາມາດຊອກຫາວິທີທີ່ເຂົາເຈົ້າຮຽນຮູ້ໄດ້ດີທີ່ສຸດ. ທ່ານສາມາດຖາມຄຳຖາມ, ຟັງຢ່າງລະມັດລະວັງ, ແລະ ສັງເກດ. ເໜືອສິ່ງອື່ນໃດ, ທ່ານສາມາດອະທິຖານເພື່ອຄວາມເຂົ້າໃຈທີ່ພຽງແຕ່ພຣະວິນຍານເທົ່ານັ້ນທີ່ສາມາດປະທານໃຫ້. ເມື່ອທ່ານຮູ້ຈັກຄົນດີຂຶ້ນເທົ່າໃດ, ທ່ານກໍຈະສາມາດຊ່ວຍເຂົາເຈົ້າໃຫ້ພົບຄວາມໝາຍສ່ວນຕົວ ແລະ ພະລັງໃນພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ດີກວ່າເກົ່າ. ເມື່ອທ່ານເຂົ້າໃຈຄວາມກະຫາຍຂອງບຸກຄົນ, ແລ້ວພຣະວິນຍານຈະສາມາດສິດສອນທ່ານໃຫ້ຮູ້ຈັກວິທີຊ່ວຍກຳຈັດຄວາມກະຫາຍດ້ວຍນ້ຳທີ່ປະກອບດ້ວຍຊີວິດຂອງພຣະຜູ້ຊ່ວຍໃຫ້ລອດ” (ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 13).
ເອຊາຢາ 58:13–14
ການໃຫ້ກຽດພຣະຜູ້ເປັນເຈົ້າໃນວັນຊະບາໂຕນຳຄວາມຊົມຊື່ນຍິນດີມາໃຫ້.
ວັນຊະບາໂຕເປັນ “ຄວາມຊົມຊື່ນຍິນດີ” ສຳລັບທ່ານບໍ? ຂະນະທີ່ທ່ານສຶກສາ ເອຊາຢາ 58:13–14, ໃຫ້ພິຈາລະນາວິທີທີ່ທ່ານຈະສາມາດພົບເຫັນຄວາມຊົມຊື່ນຍິນດີຫລາຍຂຶ້ນໃນວັນຂອງພຣະຜູ້ເປັນເຈົ້າ. ຍົກຕົວຢ່າງ, ການ “ບໍ່ເຫັນແກ່ຕົວໃນວັນສັກສິດ [ຂອງພຣະອົງ]” ອາດໝາຍຄວາມວ່າຫຍັງ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງການ “ພົບຄວາມຊົມຊື່ນຍິນດີ ໃນ [ພຣະຜູ້ເປັນເຈົ້າ]” ແລະ ການ “ທ່ອງທ່ຽວໄປມາ, ບໍ່ເຮັດການ”?
ເບິ່ງ Russell M. Nelson, “The Sabbath Is a Delight,” Liahona, May 2015, 129–32 ນຳອີກ.
ເອຊາຢາ 59:9–21; 61:1–3; 63:7–9
ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ.
ເອຊາຢາ 58–66 ມີແຫລ່ງອ້າງອີງຫລາຍຂໍ້ກ່ຽວກັບພາລະກິດແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ. ໃຫ້ຊອກຫາມັນຂະນະທີ່ທ່ານສຶກສາ. ໂດຍສະເພາະ, ໃຫ້ສັງເກດເບິ່ງຕຳແໜ່ງ ແລະ ຖ້ອຍຄຳທີ່ຖືກໃຊ້ເພື່ອບັນຍາຍເຖິງພຣະຜູ້ຊ່ວຍໃຫ້ລອດ. ຍົກຕົວຢ່າງ:
-
ແມ່ນຫຍັງເປັນສິ່ງທີ່ປະທັບໃຈທ່ານກ່ຽວກັບຄຳບັນຍາຍເຖິງຜູ້ໃຫ້ “ການຊ່ວຍເຫລືອ” ຢູ່ໃນ ເອຊາຢາ 59:16–21? ພຣະຜູ້ຊ່ວຍໃຫ້ລອດເອົາຊະນະສະພາບການທີ່ຖືກບັນຍາຍຢູ່ໃນ ຂໍ້ທີ 9–15 ແນວໃດ?
-
ເມື່ອພຣະເຢຊູຄຣິດໄດ້ປະກາດຕໍ່ຜູ້ຄົນຂອງນາຊາເຣັດວ່າ ພຣະອົງເປັນພຣະເມຊີອາ, ພຣະອົງໄດ້ອ້າງອີງຈາກ ເອຊາຢາ 61:1–3 (ເບິ່ງ ລູກາ 4:16–21; ເບິ່ງວິດີໂອ “Jesus Declares He Is the Messiah,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ). ພຣະເຢຊູຄຣິດໄດ້ອວຍພອນທ່ານ ແລະ ຄົນອື່ນໃນວິທີທີ່ບັນຍາຍຢູ່ໃນຂໍ້ເຫລົ່ານີ້ແນວໃດ? ພຣະອົງໄດ້ມອບຄວາມສວຍງາມແທນເຖົ່າຖ່ານແນວໃດ?
3:24Jesus Declares He Is the Messiah
-
ມີ “ຄວາມຮັກອັນໝັ້ນຄົງຂອງ [ພຣະຜູ້ເປັນເຈົ້າ]” ໃດແດ່ທີ່ທ່ານສາມາດ “ບອກເຖິງ”? (ເບິ່ງ ເອຊາຢາ 63:7–9).
-
ມີແຫລ່ງອ້າງອີງຢ່າງອື່ນໃດແດ່ເຖິງພຣະຜູ້ຊ່ວຍໃຫ້ລອດທີ່ທ່ານພົບເຫັນຢູ່ໃນ ເອຊາຢາ 58–66?
ເບິ່ງ ໂມໄຊຢາ 3:7; ຄຳສອນ ແລະ ພັນທະສັນຍາ 133:46–53 ນຳອີກ.
A Gift of Light [ຂອງປະທານທີ່ເປັນແສງແຈ້ງ], ໂດຍ ອີວາ ທິມມະຕີ
ເອຊາຢາ 60; 62
“ພຣະຜູ້ເປັນເຈົ້າຈະເປັນແສງແຈ້ງສືບໄປ.”
ເອຊາຢາ 60 ແລະ 62 ກ່າວເຖິງແສງແຈ້ງ ແລະ ຄວາມມືດ, ຕາ ແລະ ການມອງເຫັນ ເພື່ອສິດສອນກ່ຽວກັບວ່າພຣະກິດຕິຄຸນຂອງພຣະເຢຊູຄຣິດຈະເປັນພອນໃຫ້ແກ່ໂລກໃນວັນເວລາສຸດທ້າຍແນວໃດ. ໃຫ້ຊອກຫາແນວຄິດເຫລົ່ານີ້ໃນ ເອຊາຢາ 60:1–5, 19–20; 62:1–2. ຂະນະທີ່ທ່ານອ່ານບົດເຫລົ່ານີ້, ໃຫ້ໄຕ່ຕອງວ່າພຣະເຈົ້າກຳລັງເຕົ້າໂຮມລູກໆຂອງພຣະອົງຈາກຄວາມມືດ ໃຫ້ມາຫາຄວາມສະຫວ່າງຂອງພຣະອົງແນວໃດ. ແມ່ນຫຍັງຄືບົດບາດຂອງທ່ານໃນວຽກງານນີ້?
ເບິ່ງ 1 ນີໄຟ 22:3–12; 3 ນີໄຟ 18:24; ຄຳສອນ ແລະ ພັນທະສັນຍາ 14:9; Bonnie H. Cordon, “That They May See,” Liahona, May 2020, 78–80 ນຳອີກ.
ເອຊາຢາ 64:1–5; 65:17–25; 66
ພຣະຄຣິດຈະປົກຄອງແຜ່ນດິນໂລກລະຫວ່າງຊ່ວງໜຶ່ງພັນປີ.
ເອຊາຢາໄດ້ກ່າວເຖິງວັນເວລາ ເມື່ອ “ຄວາມເດືອດຮ້ອນໃນອະດີດຈະໝົດໄປ” (ເອຊາຢາ 65:16). ໃນຂະນະທີ່ຄຳທຳນາຍນີ້ເກີດເປັນຈິງຫລາຍຄັ້ງ, ໃນຄວາມຄົບຖ້ວນຂອງມັນ, ວັນເວລານັ້ນຍັງບໍ່ທັນມາເຖິງເທື່ອ—ເມື່ອພຣະເຢຊູຄຣິດຈະສະເດັດກັບມາ. ເອຊາຢາໄດ້ບັນຍາຍວັນເວລາໃນອະນາຄົດຢູ່ໃນ ເອຊາຢາ 64:1–5; 65:17–25; 66. ໃຫ້ສັງເກດເບິ່ງວ່າເພິ່ນໄດ້ໃຊ້ຄຳເຊັ່ນ “ຍິນດີ” ແລະ “ຊົມຊື່ນຍິນດີ” ເລື້ອຍປານໃດ. ເປັນຫຍັງການສະເດັດກັບມາຂອງພຣະຜູ້ຊ່ວຍໃຫ້ລອດ ຈະເປັນວັນທີ່ຊົມຊື່ນຍິນດີສຳລັບທ່ານ? ທ່ານສາມາດເຮັດຫຍັງແດ່ເພື່ອກຽມພ້ອມສຳລັບການສະເດັດມາຂອງພຣະອົງ?
ເບິ່ງ ຫລັກແຫ່ງຄວາມເຊື່ອ 1:10; Russell M. Nelson, “The Future of the Church: Preparing the World for the Savior’s Second Coming,” Ensign, Apr. 2020, 13–17 ນຳອີກ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ເອຊາຢາ 58:6–11
ການຖືສິນອົດເຂົ້າເປັນພອນໃຫ້ແກ່ເຮົາ ແລະ ຜູ້ຄົນທີ່ຂັດສົນ.
-
ບາງທີວິທີທີ່ດີທີ່ສຸດ ທີ່ຈະຊຸກຍູ້ລູກໆຂອງທ່ານໃຫ້ຖືສິນອົດເຂົ້າ—ເມື່ອພວກເຂົາພ້ອມ—ແມ່ນທີ່ຈະຊ່ວຍພວກເຂົາໃຫ້ເຂົ້າໃຈຈຸດປະສົງຂອງພຣະຜູ້ເປັນເຈົ້າສຳລັບກົດນີ້. ໃຫ້ພິຈາລະນາທີ່ຈະອ່ານ ເອຊາຢາ 58:6–11 ນຳກັນ ເພື່ອຊອກຫາຄຳຕອບຕໍ່ຄຳຖາມເຫລົ່ານີ້: ເປັນຫຍັງເຮົາຈຶ່ງຖືສິນອົດເຂົ້າ? ເຮົາຖືສິນອົດເຂົ້າແນວໃດ? ທ່ານຍັງສາມາດເບິ່ງ “ຖືສິນອົດເຂົ້າ, ການຖືສິນອົດເຂົ້າ” ຢູ່ໃນຄູ່ມືພຣະຄຳພີ ນຳອີກ.
-
ຖ້າຫາກທ່ານໄດ້ມີປະສົບການທີ່ມີຄວາມໝາຍກັບການຖືສິນອົດເຂົ້າ, ຂໍໃຫ້ແບ່ງປັນມັນກັບລູກໆຂອງທ່ານ. ທ່ານຍັງສາມາດຖາມພວກເຂົານຳອີກວ່າ ພວກເຂົາຈະອະທິບາຍໃຫ້ໝູ່ຟັງແນວໃດວ່າ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງໄດ້ມອບກົດນີ້ໃຫ້ແກ່ເຮົາ.
ເອຊາຢາ 58:13–14
ວັນຊະບາໂຕສາມາດເປັນຄວາມຊົມຊື່ນຍິນດີສຳລັບເຮົາ.
-
ຫລັງຈາກອ່ານ ເອຊາຢາ 58:13–14, ທ່ານສາມາດຊີ້ໄປຫາວັນໃນອາທິດຢູ່ທີ່ປະຕິທິນ ແລະ ເຊື້ອເຊີນລູກໆຂອງທ່ານໃຫ້ກ່າວຊື່ຂອງແຕ່ລະວັນກັບທ່ານ. ເມື່ອທ່ານໄປເຖິງວັນຊະບາໂຕ, ຂໍໃຫ້ພວກເຂົາເອີ້ນວັນນັ້ນວ່າ “ຄວາມຊົມຊື່ນຍິນດີ.” ບອກພວກເຂົາວ່າ ເປັນຫຍັງວັນຊະບາໂຕຈຶ່ງເປັນຄວາມຊົມຊື່ນຍິນດີສຳລັບທ່ານ.
-
ແບ່ງປັນນຳກັນວິທີທີ່ພວກທ່ານສາມາດ “ພົບຄວາມຊົມຊື່ນຍິນດີໃນ [ພຣະຜູ້ເປັນເຈົ້າ]” ໃນວັນຊະບາໂຕ. ບາງທີລູກໆຂອງທ່ານສາມາດແຕ້ມຄວາມຄິດຂອງພວກເຂົາ ແລະ ວາງມັນໄວ້ໃນ “ກ່ອງຊົມຊື່ນຍິນດີຂອງວັນຊະບາໂຕ.” ແລ້ວ, ເມື່ອພວກເຂົາຕ້ອງການຄວາມຄິດກ່ຽວກັບສິ່ງທີ່ຈະເຮັດໃນວັນຊະບາໂຕ, ພວກເຂົາກໍສາມາດຢິບຄວາມຄິດຢ່າງໜຶ່ງອອກມາຈາກກ່ອງ.
Our Light [ແສງແຈ້ງຂອງເຮົາ], ໂດຍ ແດນ ວິວສັນ
ເອຊາຢາ 60:1–3
ພຣະຜູ້ຊ່ວຍໃຫ້ລອດເປັນເໝືອນແສງແຈ້ງສຳລັບເຮົາ.
-
ທ່ານສາມາດເຊື້ອເຊີນລູກໆຂອງທ່ານໃຫ້ຫລັບຕາຂະນະທີ່ທ່ານອ່ານ ເອຊາຢາ 60:1–3. ຂໍໃຫ້ພວກເຂົາມືນຕາເມື່ອພວກເຂົາໄດ້ຍິນຄຳວ່າ “ແສງແຈ້ງ” ແລະ ຫລັບຕາອີກຄັ້ງເມື່ອພວກເຂົາໄດ້ຍິນຄຳວ່າ “ມືດ.” ໃຫ້ອະທິບາຍວ່າ ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງກໍເປັນເໝືອນແສງແຈ້ງທີ່ຊ່ວຍເຮົາໃຫ້ເຫັນເສັ້ນທາງຂອງເຮົາທີ່ນຳກັບໄປຫາພຣະບິດາເທິງສະຫວັນ.
ເອຊາຢາ 65:17–25
ເມື່ອພຣະເຢຊູສະເດັດມາອີກຄັ້ງ, ພຣະອົງຈະນຳຄວາມສັນຕິສຸກ ແລະ ຄວາມຊື່ນຊົມມາໃຫ້.
-
ເອຊາຢາ 65:17–25 ບັນຍາຍວ່າແຜ່ນດິນໂລກຈະເປັນແບບໃດເມື່ອພຣະຜູ້ຊ່ວຍໃຫ້ລອດສະເດັດມາອີກຄັ້ງ. ຂະນະທີ່ທ່ານອ່ານຂໍ້ເຫລົ່ານີ້ກັບລູກໆຂອງທ່ານ, ຊ່ວຍພວກເຂົາໃຫ້ມອງຫາວ່າ ຊີວິດຈະແຕກຕ່າງຢູ່ໃນ “ແຜ່ນດິນໂລກໃໝ່” ທີ່ເອຊາຢາໄດ້ບັນຍາຍແນວໃດ. ເປັນຫຍັງນີ້ຈຶ່ງຈະເປັນຊ່ວງເວລາທີ່ຈະ “ຍິນດີ ແລະ ເບີກບານໃຈຕະຫລອດໄປ”? (ຂໍ້ທີ 18).
-
ພວກທ່ານຍັງສາມາດຮ້ອງເພງນຳກັນກ່ຽວກັບການສະເດັດມາຄັ້ງທີສອງນຳອີກ, ເຊັ່ນ “When the Savior Comes Again” (ຫ້ອງສະໝຸດພຣະກິດຕິຄຸນ). ແບ່ງປັນນຳກັນສິ່ງທີ່ພວກທ່ານກຳລັງມຸ້ງຫວັງກ່ຽວກັບການສະເດັດກັບມາຂອງພຣະຜູ້ຊ່ວຍໃຫ້ລອດ. ເຮົາຈະເຮັດສິ່ງໃດເພື່ອກະກຽມສຳລັບວັນນັ້ນ?
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.