ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 7–13 ເດືອນ​ກັນ​ຍາ. “ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ”: ສຸ​ພາ​ສິດ 1–4; 15–16; 22; 31; ປັນ​ຍາ​ຈານ 1–3; 11–12


“ວັນ​ທີ 7–13 ເດືອນ​ກັນ​ຍາ. ‘ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ’: ສຸ​ພາ​ສິດ 1–4; 15–16; 22; 31; ປັນ​ຍາ​ຈານ 1–3; 11–12,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 7–13 ເດືອນ​ກັນ​ຍາ. ‘ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026

ພຣະ​ເຢ​ຊູ​ກັບ​ພວກ​ເດັກ​ນ້ອຍ

Jesus with Children [ພຣະ​ເຢ​ຊູ​ກັບ​ພວກ​ເດັກ​ນ້ອຍ], ໂດຍ ດຽວ​ລີນ ມາສ໌

ເດືອນ​ກັນ​ຍາ 7–13: “ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ”

ສຸ​ພາ​ສິດ 1–4; 15–16; 22; 31; ປັນ​ຍາ​ຈານ 1–3; 11–12

ທ່ານ​ອາດ​ຄິດ​ວ່າ​ພຣະ​ທຳ​ສຸ​ພາ​ສິດ​ເປັນ​ການ​ຮວບ​ຮວມ​ຂອງ​ຄຳ​ແນະ​ນຳ​ທີ່​ສະ​ຫລາດ​ຈາກ​ພໍ່​ແມ່​ທີ່​ມີ​ຄວາມ​ຮັກ (ເບິ່ງ ສຸ​ພາ​ສິດ 1:8). ຂ່າວ​ສານ​ຫລັກ​ກໍ​ຄື​ວ່າ ຖ້າ​ຫາກ​ທ່ານ​ສະ​ແຫວງ​ຫາ​ສະ​ຕິ​ປັນ​ຍາ—ໂດຍ​ສະ​ເພາະ ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ—ຊີ​ວິດ​ຈະ​ໄປ​ດ້ວຍ​ດີ. ແຕ່​ສຸ​ພາ​ສິດ​ຕິດ​ຕາມ​ດ້ວຍ​ພຣະ​ທຳ​ປັນ​ຍາ​ຈານ, ຊຶ່ງ​ເບິ່ງ​ຄື​ເວົ້າ​ວ່າ, “ມັນ​ບໍ່​ງ່າຍ​ປານ​ນັ້ນ.” ນັກ​ເທດ​ສະ​ໜາ​ຜູ້​ທີ່​ອ້າງ​ເຖິງ​ປັນ​ຍາ​ຈານ​ໄດ້​ສັງ​ເກດ​ເຫັນ​ວ່າ ເພິ່ນ “ໄດ້​ຕັ້ງ​ໃຈ​ຮໍ່າ​ຮຽນ​ປັນ​ຍາ” ແຕ່​ກໍ​ຍັງ “ວິ​ຕົກ​ກັງ​ວົນ” ແລະ “ເຈັບ​ປວດ​ຫລາຍ” (ປັນ​ຍາ​ຈານ 1:17–18). ໃນ​ຫລາຍ​ວິ​ທີ​ທາງ, ພຣະ​ທຳ​ນັ້ນ​ໄດ້​ຖາມ​ວ່າ, “ມີ​ຫຍັງ​ບໍ່​ທີ່​ມີ​ຄວາມ​ໝາຍ​ແທ້​ຈິງ​ໃນ​ໂລກ​ບ່ອນ​ທີ່​ທຸກ​ສິ່ງ​ເບິ່ງ​ຄື​ວ່າ ອະ​ນິ​ຈັງ, ຊົ່ວ​ຄາວ, ແລະ ບໍ່​ແນ່​ນອນ?”

ແລະ ເຖິງ​ແມ່ນ​ພຣະ​ທຳ​ທັງ​ສອງ​ເຫລັ້ມ​ນີ້​ເບິ່ງ​ຊີ​ວິດ​ຈາກ​ມຸມ​ມອງ​ທີ່​ແຕກ​ຕ່າງ, ແຕ່​ທັງ​ສອງ​ສິດ​ສອນ​ຄວາມ​ຈິງ​ທີ່​ຄ້າຍ​ຄື​ກັນ. ປັນ​ຍາ​ຈານ​ປະ​ກາດ​ວ່າ: “ໃນ​ທີ່​ສຸດ​ນີ້ ຍັງ​ມີ​ພຽງ​ສິ່ງ​ດຽວ​ທີ່​ຈະ​ເວົ້າ ຈົ່ງ​ຢຳ​ເກງ​ພຣະ​ເຈົ້າ ແລະ ເຮັດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ ເພາະ​ພຣະ​ອົງ​ໄດ້​ສ້າງ​ມະ​ນຸດ​ຂຶ້ນ​ມາ​ກໍ​ເພື່ອ​ສິ່ງ​ທັງ​ໝົດ​ນີ້” (ປັນ​ຍາ​ຈານ 12:13). ນີ້​ຄື​ຫລັກ​ທຳ​ດຽວ​ກັນ​ທີ່​ພົບ​ຕະ​ຫລອດ​ທົ່ວ​ສຸ​ພາ​ສິດ: “ຈົ່ງ​ໄວ້​ວາງ​ໃຈ​ໃນ [ພຣະ​ຜູ້​ເປັນ​ເຈົ້າ] ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ” (ສຸ​ພາ​ສິດ 3:5; ເບິ່ງ ຂໍ້​ທີ 7 ນຳ​ອີກ). ຊີ​ວິດ​ຈະ​ດີ​ກວ່າ​ສະ​ເໝີ—ຖ້າ​ມັນ​ບໍ່​ດີ​ພ້ອມ​ຕະ​ຫລອດ​ເວ​ລາ—ເມື່ອ​ເຮົາ​ໄວ້​ວາງ​ໃຈ ແລະ ຕິດ​ຕາມ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ເຫລົ່າ​ນີ້, ເບິ່ງ “ສຸ​ພາ​ສິດ” ແລະ “ປັນ​ຍາ​ຈານ” ໃນ ຄູ່​ມື​ພຣະ​ຄຳ​ພີ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ສຸ​ພາ​ສິດ 1–4; 15–16; ປັນ​ຍາ​ຈານ 1–3; 11–12

“ຈົ່ງ​ໃຊ້​ຫູ​ຟັງ​ສິ່ງ​ທີ່​ມີ​ປັນ​ຍາ.”

ພຣະ​ທຳ​ສຸ​ພາ​ສິດ ແລະ ປັນ​ຍາ​ຈານ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ກ່ຽວ​ກັບ​ປັນ​ຍາ. ໃຫ້​ຄິດ​ທີ່​ຈະ​ໝາຍ​ຄຳ​ວ່າ “ປັນ​ຍາ” ແລະ ຄຳ​ທີ່​ກ່ຽວ​ຂ້ອງ, ເຊັ່ນ “ຄວາມ​ຮູ້” ແລະ “ຄວາມ​ເຂົ້າ​ໃຈ,” ເມື່ອ​ທ່ານ​ພົບ​ເຫັນ​ມັນ​ໃນ ສຸ​ພາ​ສິດ 1–4; 15–16; ປັນ​ຍາ​ຈານ 1–3; 11–12. ບົດ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ປັນ​ຍາ​ແນວ​ໃດ? ອີງ​ຕາມ​ສິ່ງ​ທີ່​ທ່ານ​ພົບ​ເຫັນ, ທ່ານ​ຈະ​ບັນ​ຍາຍ​ປັນ​ຍາ​ວ່າ​ເປັນ​ສິ່ງ​ທີ່ “ພຣະ​ຜູ້​ເປັນ​ເຈົ້າ​ໂຜດ​ໃຫ້” ແນວ​ໃດ? (ສຸ​ພາ​ສິດ 2:6). ພອນ​ຢ່າງ​ໃດ​ແດ່​ທີ່​ມາ​ຈາກ​ປັນ​ຍາ​ຂອງ​ພຣະ​ເຈົ້າ?

ເບິ່ງ ມັດ​ທາຍ 7:24–27; 25:1–13 ນຳ​ອີກ.

ຊ່ວຍ​ໃຫ້​ຜູ້​ຮຽນ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້. “ໃຫ້​ຜູ້​ຮຽນ​ມີ​ໂອ​ກາດ​ທີ່​ຈະ​ແບ່ງ​ປັນ​ນຳ​ກັນ ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ການ​ເຮັດ​ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ນຳ​ໃຊ້​ຄວາມ​ຈິງ​ທີ່​ເຂົາ​ເຈົ້າ​ໄດ້​ຖືກ​ສິດ​ສອນ ແລະ ສະ​ແດງ​ມັນ. ມັນ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ກັບ​ຄວາມ​ສາ​ມາດ​ຂອງ​ຕົນ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຈິງ​ໃນ​ສະ​ພາບ​ແວດ​ລ້ອມ​ອື່ນ​ນຳ​ອີກ” (ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ26). ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ຂຽນ​ຄຳ​ອ້າງ​ອີງ​ບາງ​ຄຳ​ຈາກ​ສຸ​ພາ​ສິດ ຫລື ປັນ​ຍາ​ຈານ ບ່ອນ​ທີ່​ພວກ​ເຂົາ​ໄດ້​ພົບ​ຄວາມ​ຮູ້​ກ່ຽວ​ກັບ​ປັນ​ຍາ​ຂອງ​ພຣະ​ເຈົ້າ. ແລ້ວ​ເຊື້ອ​ເຊີນ​ຜູ້​ຮຽນ​ໃຫ້​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້.

ສຸ​ພາ​ສິດ 1:7; 2:5; 3:7; 15:33; 16:6; 31:30; ປັນ​ຍາ​ຈານ 12:13

“ຢ່າ​ຄິດ​ເລີຍ​ວ່າ​ຕົນ​ເປັນ​ຄົນ​ມີ​ປັນ​ຍາ​ກວ່າ​ທີ່​ຕົນ​ມີ​ຢູ່ ຈົ່ງ​ຢຳ​ເກງ [ພຣະ​ຜູ້​ເປັນ​ເຈົ້າ] ເທົ່າ​ນັ້ນ.”

ຫົວ​ຂໍ້​ອີກ​ອັນ​ໜຶ່ງ​ທີ່​ມີ​ຢູ່​ທົ່ວ​ສຸ​ພາ​ສິດ ແລະ ປັນ​ຍາ​ຈານ​ກໍ​ຄື “ການ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ.” ໃຫ້​ເຝົ້າ​ເບິ່ງ​ວະ​ລີ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ. ທ່ານ​ຮູ້​ສຶກ​ວ່າ​ການ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຊອກ​ຫາ​ຄວາມ​ຮູ້​ໃນ​ຂ່່າວ​ສານ​ຂອງ​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ “Therefore They Hushed Their Fears” (Liahona, May 2015, 46–49). ການ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ແຕກ​ຕ່າງ​ຈາກ​ຄວາມ​ຢ້ານ​ກົວ​ປະ​ເພດ​ອື່ນໆ​ແນວ​ໃດ?

ເບິ່ງ ສຸ​ພາ​ສິດ 8:13 ນຳ​ອີກ.

ສຸ​ພາ​ສິດ 3:5–74

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“ຈົ່ງ​ໄວ້​ວາງ​ໃຈ​ໃນ [ພຣະ​ຜູ້​ເປັນ​ເຈົ້າ] ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ.”

ທ່ານ​ຈະ​ລອງ​ໂນ້ມ​ນ້າວ​ໃຜ​ບາງ​ຄົນ​ວ່າ ການ “ໄວ້​ວາງ​ໃຈ​ໃນ [ພຣະ​ຜູ້​ເປັນ​ເຈົ້າ]” ດີ​ກວ່າ​ການ “ເຊື່ອ​ໝັ້ນ … ໃນ​ສິ່ງ​ທີ່ [ເຮົາ] ຄິດ​ວ່າ [ເຮົາ] ຮູ້​ຈັກ” ດ້ວຍ​ວິ​ທີ​ໃດ? (ສຸ​ພາ​ສິດ 3:5). ທ່ານ​ຈະ​ໃຊ້​ການ​ປຽບ​ທຽບ ຫລື ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ໃດ? ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ ສຸ​ພາ​ສິດ 3:5–7, ໃຫ້​ຄິດ​ເຖິງ​ວິ​ທີ​ທີ່​ທ່ານ​ອາດ​ຕື່ມ​ຄຳ​ໃສ່​ປະ​ໂຫຍກ​ເຊັ່ນ​ນີ້: ການ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ປຽບ​ເໝືອນ​ດັ່ງ … ການ​ເຊື່ອ​ໝັ້ນ​ໃນ​ສິ່ງ​ທີ່​ເຮົາ​ຄິດ​ວ່າ​ເຮົາ​ຮູ້​ຈັກ​ປຽບ​ເໝືອນ​ດັ່ງ …

ເປັນ​ຫຍັງ​ການ​ເຊື່ອ​ໝັ້ນ​ໃນ​ສິ່ງ​ທີ່​ເຮົາ​ຄິດ​ວ່າ​ເຮົາ​ຮູ້​ຈັກ​ຈຶ່ງ​ເປັນ​ສິ່ງ​ທີ່​ບໍ່​ສະ​ຫລາດ? ທ່ານ​ໄດ້​ຄົ້ນ​ພົບ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໜ້າ​ເຊື່ອ​ຖື​ໄດ້​ແນວ​ໃດ?

ເຖິງ​ຢ່າງ​ນັ້ນ​ກໍ​ຕາມ, ເຮົາ​ອາດ​ພົບ​ວ່າ​ມັນ​ຍາກ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ບາງ​ຄັ້ງ. ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ? ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ ແນະ​ນຳ​ເຫດ​ຜົນ​ບາງ​ຢ່າງ, ພ້ອມ​ທັງ​ຄຳ​ແນະ​ນຳ​ທີ່​ມີ​ປະ​ໂຫຍດ, ໃນ “Trust Again” (Liahona, Nov. 2021, 97–99). ເລື່ອງ​ລາວ ຫລື ຄຳ​ສອນ​ໃດ​ແດ່​ທີ່​ທ່ານ​ພົບ​ໃນ​ຂໍ້​ຄວາມ​ນີ້ ທີ່​ອາດ​ຊ່ວຍ​ໃຫ້​ໃຜ​ບາງ​ຄົນ​ຟື້ນ​ຟູ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ອີກ​ຄັ້ງ?

ທັງ ສຸ​ພາ​ສິດ 3:6 ແລະ ປັນ​ຍາ​ຈານ 4 ປຽບ​ທຽບ​ຊີ​ວິດ​ວ່າ​ເປັນ “ເສັ້ນ​ທາງ” ຫລື “ທາງ.” ທ່ານ​ຄິດ​ວ່າ ການ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ “[ຊີ້​ນຳ​ທາງ​ຂອງ​ທ່ານ]” ໝາຍ​ຄວາມ​ວ່າ​ແນວ​ໃດ? (ສຸ​ພາ​ສິດ 3:6). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ ບົດ​ທີ 4 ທີ່​ຊ່ວຍ​ໃຫ້​ທ່ານ “ວາງ​ແຜນ​ຢ່າງ​ຮອບ​ຄອບ​ໃນ​ສິ່ງ​ທີ່ [ທ່ານ] ກະ​ທຳ”? (ຂໍ້​ທີ 26). ຍົກ​ຕົວ​ຢ່າງ, ຂໍ້​ທີ 11–12 ແລະ 18–19 ສິດ​ສອນ​ຫຍັງ​ກ່ຽວ​ກັບ​ພອນ​ຈາກ​ການ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ? ຂໍ້​ທີ 26–27 ມີ​ຄວາມ​ໝາຍ​ຫຍັງ​ຕໍ່​ທ່ານ?

ເບິ່ງ 2 ນີ​ໄຟ 31:18–21; “Lord, I Would Follow Thee,” Hymns, no. 220 ນຳ​ອີກ.

ສຸ​ພາ​ສິດ 15; 16:24–32

“ຄຳ​ຕອບ​ອັນ​ອ່ອນ​ຫວານ​ລະ​ງັບ​ຄວາມ​ໂກດ​ໄວ້.”

ແນວ​ຄິດ​ບາງ​ຢ່າງ​ໃນ ສຸ​ພາ​ສິດ 15–16 ອາດ​ດົນ​ໃຈ​ທ່ານ​ໃຫ້​ພັດ​ທະ​ນາ​ວິ​ທີ​ທີ່​ທ່ານ​ສື່​ສານ​ກັບ​ຄົນ​ອື່ນ, ໂດຍ​ສະ​ເພາະ​ຄົນ​ທີ່​ທ່ານ​ຮັກ. ຍົກ​ຕົວ​ຢ່າງ, ໃຫ້​ຄິດ​ກ່ຽວ​ກັບ​ເວ​ລາ​ທີ່​ເຈາະ​ຈົງ​ຕອນ​ທີ່ “ຄຳ​ຕອບ​ອັນ​ອ່ອນ​ຫວານ” ໄດ້​ຊ່ວຍ “ລະ​ງັບ​ຄວາມ​ໂກດ​ໄວ້” (ສຸ​ພາ​ສິດ 15:1).

ທ່ານ​ອາດ​ຄິດ​ເຖິງ​ຊ່ວງ​ເວ​ລາ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຕົວ​ຢ່າງ​ໃຫ້​ກັບ​ຄຳ​ສອນ​ໃນ ສຸ​ພາ​ສິດ 15:1–4, 18 (ເບິ່ງ ມາ​ຣະ​ໂກ 12:13–17; ໂຢ​ຮັນ 8:1–11). ທ່ານ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ ຂະ​ນະ​ທີ່​ທ່ານ​ປະ​ຕິ​ສຳ​ພັນ​ກັບ​ຄົນ​ອື່ນ?

ຄຳ​ແນະ​ນຳ​ໃນ ສຸ​ພາ​ສິດ 15; 16:24–32 ອາດ​ນໍາ​ໄປ​ໃຊ້​ໃນ​ການ​ສື່​ສານ​ທາງ​ດິ​ຈິ​ຕ້ອນ​ໃນ​ປະ​ຈຸ​ບັນ​ໄດ້​ແນວ​ໃດ? ເບິ່ງ​ວ່າ ທ່ານ​ຈະ​ສາ​ມາດ​ພົບ​ຂໍ້​ໜຶ່ງ​ໃນ​ບົດ​ເຫລົ່າ​ນີ້​ທີ່​ທ່ານ​ສາ​ມາດ​ຮຽບ​ຮຽງ​ຄຳ​ໃໝ່​ໃຫ້​ເປັນ​ຄຳ​ແນະ​ນຳ​ກ່ຽວ​ກັບ​ການ​ປະ​ຕິ​ສຳ​ພັນ​ທາງ​ສື່​ສັງ​ຄົມ ຫລື ຜ່ານ​ຂໍ້​ຄວາມ​ໄດ້​ຫລື​ບໍ່.

ເບິ່ງ Neil L. Andersen, “Following Jesus: Being a Peacemaker,” Liahona, May 2022, 17–20; Ronald A. Rasband, “Words Matter,” Liahona, May 2024, 70–77; ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (2022), 11–12 ນຳ​ອີກ.

ຜູ້​ຍິງ ແລະ ນົກ​ນາງ​ນວນ

ໃຜ​ສາ​ມາດ​ພົບ​ເຫັນ​ຜູ້​ຍິງ​ທີ່​ມີ​ຄຸນ​ນະ​ທຳ? II, ໂດຍ ລູ​ອີສ໌ ພາກ​ເກີ

ສຸ​ພາ​ສິດ 31:10–31

“ຍິງ​ທີ່​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ, ສົມ​ຄວນ​ໄດ້​ຮັບ​ຄຳ​ຊົມ​ເຊີຍ.”

ສຸ​ພາ​ສິດ 31:10–31 ບັນ​ຍາຍ​ເຖິງ “ຜູ້​ຍິງ​ທີ່​ມີ​ຄຸນ​ນະ​ທຳ,” ຫລື ຜູ້​ຍິງ​ທີ່​ເຂັ້ມ​ແຂງ​ທາງ​ວິນ​ຍານ, ມີ​ຄວາມ​ສາ​ມາດ, ແລະ ມີ​ອິດ​ທິ​ພົນ. ທ່ານ​ອາດ​ລອງ​ສະ​ຫລຸບ​ແຕ່​ລະ​ຂໍ້​ເຫລົ່າ​ນີ້​ດ້ວຍ​ຄວາມ​ເວົ້າ​ຂອງ​ທ່ານ​ເອງ​ກ່ຽວ​ກັບ​ຍິງ​ທີ່​ມີ​ຄຸນ​ນະ​ທຳ. ທ່ານ​ສາ​ມາດ​ຮຽນ​ແບບ​ລັກ​ສະ​ນະ​ນິ​ໄສ​ໃດ​ໃນ​ນີ້?

ປັນ​ຍາ​ຈານ 1–312

ຊີ​ວິດ​ມະ​ຕະ​ເປັນ​ພຽງ​ຊົ່ວ​ຄາວ.

ເປັນ​ຫຍັງ​ມັນ​ຈຶ່ງ​ມີ​ຄ່າ​ສຳ​ລັບ​ທ່ານ​ທີ່​ຈະ​ຈື່​ວ່າ ຫລາຍ​ຢ່າງ​ໃນ​ໂລກ​ນີ້, ເຊັ່ນ ປັນ​ຍາ​ຈານ 1–2 ຢືນ​ຢັນ, “ອະ​ນິ​ຈັງ” (ຫລື ຊົ່ວ​ຄາວ ແລະ ມັກ​ຈະ​ບໍ່​ສຳ​ຄັນ)? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ ປັນ​ຍາ​ຈານ 12 ທີ່​ມອບ​ຄຸນ​ຄ່າ​ອັນ​ນິ​ລັນ​ດອນ​ໃຫ້​ກັບ​ຊີ​ວິດ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ສຸ​ພາ​ສິດ 1:7; 2:5; 15:33; 16:6; ປັນ​ຍາ​ຈານ 12:13

ການ “ຢຳ​ເກງ​ພຣະ​ເຈົ້າ” ໝາຍ​ເຖິງ​ການ​ຮັກ ແລະ ເຊື່ອ​ຟັງ​ພຣະ​ອົງ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ຂໍ້​ຄວາມ​ຕ່າງໆ​ກ່ຽວ​ກັບ​ການ​ຢຳ​ເກງ​ພຣະ​ເຈົ້າ, ທ່ານ​ສາ​ມາດ​ປ່ຽນ​ແທນ​ຄຳ​ວ່າ “ຄວາມ​ຢຳ​ເກງ” ເປັນ​ຄຳ​ຕ່າງໆ​ເຊັ່ນ ຄວາມ​ຄາ​ລະ​ວະ, ຄວາມ​ຮັກ, ຫລື ຄວາມ​ເຊື່ອ​ຟັງ (ເບິ່ງ ເຮັບ​ເຣີ 12:28 ນຳ​ອີກ). ສິ່ງ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ເຮົາ​ຄິດ​ກ່ຽວ​ກັບ​ຂໍ້​ເຫລົ່າ​ນີ້​ແນວ​ໃດ? ເຮົາ​ຈະ​ສະ​ແດງ​ວ່າ​ເຮົາ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ?

ສຸ​ພາ​ສິດ 3:5–7

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ.

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ່ງ​ການ​ກະ​ທຳ​ໃຫ້​ເຂົ້າ​ກັບ ສຸ​ພາ​ສິດ 3:5–7, ເຊັ່ນ ເອົາ​ມື​ເຮັດ​ຮູບ​ຫົວ​ໃຈ, ງ່ຽງ​ໄປ​ຂ້າງ​ໜຶ່ງ, ຍ່າງ​ຢູ່​ບ່ອນ​ເກົ່າ, ແລະ ຊີ້​ໃສ່​ຕາ​ຂອງ​ທ່ານ. ເຮົາ​ຈະ​ສາ​ມາດ​ສະ​ແດງ​ວ່າ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ສຸດ​ໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ?

  • ເພື່ອ​ສະ​ແດງ​ວ່າ ການ “ຢ່າ​ເຊື່ອ​ໝັ້ນ​ຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້​ຈັກ” ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ (ສຸ​ພາ​ສິດ 3:5), ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ເອື່ອຍ​ບາງ​ຢ່າງ​ທີ່​ໜັກ​ແໜ້ນ ແລະ ໝັ້ນ​ຄົງ, ເຊັ່ນ ກຳ​ແພງ. ແລ້ວ​ພວກ​ເຂົາ​ສາ​ມາດ​ລອງ​ເອື່ອຍ​ບາງ​ຢ່າງ​ທີ່​ບໍ່​ໜັກ​ແໜ້ນ, ເຊັ່ນ ຟອຍ. ຫລື ພວກ​ເຂົາ​ສາ​ມາດ​ລອງ​ເອົາ​ກິ່ງ​ໄມ້ ຫລື ສໍ​ເອື່ອຍ​ໃສ່​ວັດ​ຖຸ​ທີ່​ມີ​ຄວາມ​ໜັກ​ແໜ້ນ​ທີ່​ແຕກ​ຕ່າງ​ກັນ, ເຊັ່ນ ປຶ້ມ ຫລື ເຈ້ຍ​ແຜ່ນ​ໜຶ່ງ. ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ “ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ” (ຂໍ້​ທີ 5) ແລະ ບໍ່​ແມ່ນ “ສິ່ງ​ທີ່​ເຮົາ​ຄິດ​ວ່າ​ເຮົາ​ຮູ້​ຈັກ”?

ຜູ້​ຍິງ​ຄຸ່ນ​ຄິດ​ກັບ​ດອກ​ໄມ້

Learning to Trust the Lord [ຮຽນ​ຮູ້​ທີ່​ຈະ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ], ໂດຍ ແຄັດ​ລີນ ພີ​ເຕີ​ສັນ

ສຸ​ພາ​ສິດ 15:1, 18

ເຮົາ​ສາ​ມາດ​ໃຊ້​ຄຳ​ເວົ້າ​ທີ່​ມ່ວນ.

  • ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຄິດ​ເຖິງ​ສະ​ຖາ​ນະ​ການ​ຕ່າງໆ​ຕອນ​ທີ່​ທ່ານ ຫລື ພວກ​ເຂົາ​ອາດ​ຮູ້​ສຶກ​ໃຈ​ຮ້າຍ. ອ່ານ ສຸ​ພາ​ສິດ 15:1 ນຳ​ກັນ, ແລະ ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ນໍາ​ໃຊ້​ຂໍ້​ນີ້​ກັບ​ສະ​ຖາ​ນະ​ການ​ຕ່າງໆ​ທີ່​ພວກ​ເຂົາ​ຄິດ​ອອກ. ບາງ​ເທື່ອ ພວກ​ເຂົາ​ສາ​ມາດ​ຝຶກ “ຄຳ​ຕອບ​ອັນ​ອ່ອນ​ຫວານ.” ເພງ​ກ່ຽວ​ກັບ​ຄວາມ​ເມດ​ຕາ, ເຊັ່ນ “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69), ສາ​ມາດ​ເສີມ​ສ້າງ​ຫລັກ​ທຳ​ນີ້​ໄດ້.

  • ເພື່ອ​ທີ່​ຈະ​ຮຽນ​ຮູ້​ວ່າ ການ “[ຊ້າ​ທີ່​ຈະ​ໃຈ​ຮ້າຍ]” (ສຸ​ພາ​ສິດ 15:18), ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ​ຊ່ວງ​ເວ​ລາ​ຕອນ​ທີ່​ທ່ານ (ຫລື ຄົນ​ທີ່​ທ່ານ​ຮູ້​ຈັກ) ຮູ້​ສຶກ​ໃຈ​ຮ້າຍ ແຕ່​ເລືອກ​ທີ່​ຈະ​ມີ​ເມດ​ຕາ. ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຄິດ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ສາ​ມາດ ໄວ ໄດ້ ຖ້າ​ເຮົາ “[ຊ້າ​ທີ່​ຈະ​ໃຈ​ຮ້າຍ].” ຍົກ​ຕົວ​ຢ່າງ, ເຮົາ​ສາ​ມາດ​ໄວ​ທີ່​ຈະ​ຄິດ​ກ່ຽວ​ກັບ​ພຣະ​ເຢ​ຊູ, ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຊ່ວຍ, ຄິດ​ເຖິງ​ເພງ​ປະ​ຖົມ​ໄວ, ຫລື, ຖ້າ​ເປັນ​ໄປ​ໄດ້, ຍ່າງ​ອອກ​ໄປ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ພຣະ​ເຢ​ຊູ​ນຳ​ພາ​ແກະ​ສອງ​ໂຕ

“ຈົ່ງ​ລະ​ນຶກ​ເຖິງ​ພຣະ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ກະ​ທຳ ແລະ ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ” (ສຸ​ພາ​ສິດ 3:6). He Leadeth Me [ພຣະ​ອົງ​ນຳ​ພາ​ເຮົາ​ໄປ], ໂດຍ ຢອງ​ຊຸງ ຄິມ. ຮູບ​ພາບ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ havenlight.com

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ເຮົາ​ສາ​ມາດ​ໃຊ້​ຄຳ​ເວົ້າ​ທີ່​ມ່ວນ