“ວັນທີ 10–16 ເດືອນສິງຫາ. ‘ຂ້າກໍຍັງຈະຫວັງໃນພຣະອົງ’: ໂຢບ 1–3; 12– 14;19 14; 21–; 38–40; 42,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 10–16 ເດືອນສິງຫາ. ‘ຂ້າກໍຍັງຈະຫວັງໃນພຣະອົງ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
The Judgments of Job [ການຕັດສິນຂອງໂຢບ], ໂດຍ ໂຈເຊັບ ບຣິກກີ
ວັນທີ 10–16 ເດືອນສິງຫາ: “ຂ້າກໍຍັງຈະຫວັງໃນພຣະອົງ”
ໂຢບ 1–3; 12–14; 19; 21–24; 38–40; 42
ມັນເປັນເລື່ອງປົກກະຕິທີ່ຈະແປກໃຈວ່າເປັນຫຍັງສິ່ງທີ່ບໍ່ດີຈຶ່ງເກີດກັບຄົນດີ—ຫລື, ເຊັ່ນດຽວກັນ, ເປັນຫຍັງສິ່ງທີ່ດີຈຶ່ງເກີດກັບຄົນຊົ່ວ. ເປັນຫຍັງພຣະເຈົ້າ, ທີ່ຍຸດຕິທຳ, ຈຶ່ງປ່ອຍໃຫ້ສິ່ງນີ້ເກີດຂຶ້ນ? ພຣະທຳໂຢບຄົ້ນຫາຄຳຖາມເຊັ່ນນີ້. ໂຢບຄືໜຶ່ງໃນຄົນດີແຕ່ໄດ້ປະເຊີນກັບຫລາຍສິ່ງທີ່ບໍ່ດີ. ຍ້ອນການທົດລອງຂອງໂຢບ, ໝູ່ເພື່ອນຂອງເພິ່ນຈຶ່ງສົງໄສວ່າເພິ່ນເປັນຄົນດີຫລືບໍ່ດີກັນແທ້. ໂຢບໄດ້ຢືນຢັນຄວາມຊອບທຳຂອງຕົນ ແລະ ໄດ້ສົງໄສຖ້າຫາກວ່າພຣະເຈົ້າຍຸດຕິທຳແທ້ໆບໍ. ແຕ່ເຖິງແມ່ນເພິ່ນໄດ້ຮັບທຸກທໍລະມານ ແລະ ມີຄວາມສົງໄສ, ແຕ່ໂຢບກໍຍັງຊື່ສັດ ແລະ ມີສັດທາໃນພຣະເຢຊູຄຣິດຢູ່ຄືເກົ່າ. ໃນພຣະທຳໂຢບ, ສັດທາຖືກສົງໄສ ແລະ ຖືກທົດສອບ ແຕ່ບໍ່ເຄີຍປະຖິ້ມທັງໝົດ. ສິ່ງນັ້ນບໍ່ໄດ້ໝາຍຄວາມວ່າຄຳຖາມທຸກຂໍ້ໄດ້ຮັບຄຳຕອບທັງໝົດ. ແຕ່ພຣະທຳໂຢບສິດສອນວ່າ ຈົນກວ່າມັນຈະຖືກຕອບ, ຄຳຖາມ ແລະ ສັດທາສາມາດຄຽງຄູ່ກັນໄປ. ແລະ ບໍ່ວ່າຈະມີຫຍັງເກີດຂຶ້ນໃນເວລານີ້, ເຮົາສາມາດເວົ້າເຖິງພຣະຜູ້ເປັນເຈົ້າຂອງເຮົາວ່າ, “ຂ້າກໍຍັງຈະຫວັງໃນພຣະອົງ” (ໂຢບ 13:15).
ສຳລັບພາບລວມຂອງພຣະທຳໂຢບ, ໃຫ້ເບິ່ງ “ໂຢບ” ໃນຄູ່ມືພຣະຄຳພີ (ຫ້ອງສະໝຸດພຣະກິດຕິຄຸນ).
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ໂຢບ 1–3; 12–13
ເຮົາສາມາດໄວ້ວາງໃຈໃນພຣະເຈົ້າໃນທຸກສະຖານະການ.
ບົດນຳໜ້າທັງຫລາຍຂອງພຣະທຳໂຢບເນັ້ນໜັກ, ໄປໃນທາງບົດກະວີ, ບົດບາດຂອງຊາຕານໃນຖານະຜູ້ປໍລະປັກ ຫລື ຜູ້ກ່າວຫາ; ບົດເຫລົ່ານັ້ນບໍ່ໄດ້ອະທິບາຍເຖິງການພົວພັນທີ່ແທ້ຈິງລະຫວ່າງພຣະເຈົ້າ ແລະ ຊາຕານ. ຂະນະທີ່ທ່ານອ່ານສິ່ງທີ່ຊາຕານກ່າວກ່ຽວກັບໂຢບ (ເບິ່ງ ໂຢບ 1:9–11; 2:4–5), ທ່ານອາດຖາມຕົວເອງວ່າ, “ເປັນຫຍັງເຮົາຈຶ່ງຍັງຄົງຊື່ສັດຕໍ່ພຣະເຈົ້າຢູ່ຄືເກົ່າ?” ເປັນຫຍັງການເຊື່ອຟັງພຣະຜູ້ເປັນເຈົ້າພຽງເພາະເຫດຜົນທີ່ຊາຕານໄດ້ແນະນຳຈຶ່ງອັນຕະລາຍ?
ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບການຕອບສະໜອງຂອງໂຢບຕໍ່ການທົດລອງຂອງເພິ່ນ? (ເບິ່ງ ໂຢບ 1:20–22; 2:9–10).
ໝູ່ເພື່ອນຂອງໂຢບກໍໄດ້ເວົ້າວ່າ ພຣະເຈົ້າກຳລັງລົງໂທດເພິ່ນ (ເບິ່ງ ໂຢບ 4–5; 8; 11). ທ່ານເຫັນບັນຫາຫຍັງແດ່ກັບແນວຄິດນີ້? ໃຫ້ອ່ານຄຳຕອບຂອງໂຢບຢູ່ໃນ ບົດທີ 12–13. ໂຢບຮູ້ຫຍັງແດ່ກ່ຽວກັບພຣະເຈົ້າ ທີ່ເຮັດໃຫ້ເພິ່ນສາມາດໄວ້ວາງໃຈໄດ້ຕໍ່ໄປ? ທ່ານຮູ້ຫຍັງແດ່ກ່ຽວກັບພຣະເຈົ້າ ທີ່ຊ່ວຍທ່ານປະເຊີນກັບການທ້າທາຍ?
ໂຢບ 19
ພຣະເຢຊູຄຣິດຄືພຣະຜູ້ໄຖ່ຂອງເຮົາ.
ບາງຄັ້ງເຮົາຮຽນຮູ້ຄວາມຈິງທີ່ສຳຄັນທີ່ສຸດໃນຊ່ວງເວລາອັນຍາກລຳບາກທີ່ສຸດຂອງເຮົາ. ໃຫ້ໄຕ່ຕອງການທົດລອງທີ່ໂຢບໄດ້ບັນຍາຍຢູ່ໃນ ໂຢບ 19:1–22 ແລະ ຄວາມຈິງທີ່ເພິ່ນໄດ້ປະກາດຢູ່ໃນ ຂໍ້ທີ 23–27. ທ່ານຮູ້ໄດ້ແນວໃດວ່າພຣະຜູ້ໄຖ່ຂອງທ່ານຍັງຊົງພຣະຊົນຢູ່? ຄວາມຮູ້ນີ້ສ້າງຄວາມແຕກຕ່າງແນວໃດແດ່ໃນຊີວິດຂອງທ່ານ?
ໃຫ້ພິຈາລະນາທີ່ຈະຮ້ອງເພງ ຫລື ຟັງເພງສວດກ່ຽວກັບພຣະເຢຊູຄຣິດ, ເຊັ່ນເພງ “ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ” (ເພງສວດ ແລະ ເພງຂອງເດັກນ້ອຍ, 42). ມີຄຳໃດແດ່ຈາກເພງສວດນີ້ທີ່ສະແດງຄວາມຮູ້ສຶກຂອງທ່ານກ່ຽວກັບພຣະອົງ?
ເບິ່ງ ຄຳສອນ ແລະ ພັນທະສັນຍາ 121:1–12; 122 ນຳອີກ.
ໂຢບ 21–24
“ເມື່ອພຣະອົງທົດສອບເຮົາແລ້ວ, ພຣະອົງຈະພົບວ່າເຮົາບໍລິສຸດເໝືອນຄຳ.”
ໃນ ໂຢບ 21–24, ທ່ານຈະໄດ້ອ່ານກ່ຽວກັບການໂຕ້ຖຽງລະຫວ່າງໂຢບ ແລະ ໝູ່ເພື່ອນຂອງເພິ່ນ. ຈຸດສຳຄັນຂອງການໂຕ້ຖຽງຄັ້ງນີ້ແມ່ນຄຳຖາມທີ່ຫລາຍຄົນໄດ້ຖາມວ່າ: ເປັນຫຍັງບາງຄັ້ງຄົນດີຈຶ່ງຕ້ອງທົນທຸກທໍລະມານ?
ເຖິງແມ່ນວ່າເຮົາຈະບໍ່ມີຄຳຕອບທັງໝົດ, ໃນພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ, ເຮົາມີຄວາມຈິງບາງສ່ວນທີ່ສາມາດຊ່ວຍໃຫ້ເຮົາເຂົ້າໃຈເຖິງການກົງກັນຂ້າມ ແລະ ການທົນທຸກທໍລະມານ. ຕໍ່ໄປນີ້ແມ່ນພຣະຄຳພີຍຸກສຸດທ້າຍທີ່ລະບຸຄວາມຈິງບາງສ່ວນເຫລົ່ານີ້. ພຣະຄຳພີເຫລົ່ານີ້ສິດສອນທ່ານຫຍັງແດ່ກ່ຽວກັບພຣະບິດາເທິງສະຫວັນ ແລະ ແຜນຂອງພຣະອົງ?
ທ່ານຍັງສາມາດອ່ານຄຳສອນຂອງປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ກ່ຽວກັບການກົງກັນຂ້າມກັນໃນ “Tragedy or Destiny?”. (Teachings of Presidents of the Church: Spencer W. Kimball [2011]), 11–21) ນຳອີກ.
ໂດຍອີງໃສ່ສິ່ງທີ່ທ່ານໄດ້ສຶກສາ, ທ່ານຈະຕອບຄຳຖາມຕໍ່ໄປນີ້ວ່າແນວໃດ “ເປັນຫຍັງພຣະເຈົ້າຈຶ່ງປ່ອຍໃຫ້ຄົນຊອບທຳຕ້ອງທົນທຸກທໍລະມານ?”
Calm and Stars [ຄວາມສະຫງົບ ແລະ ດວງດາວ], ໂດຍ ຢອງຊຸງ ຄິມ. ຮູບພາບໄດ້ຮັບອະນຸຍາດຈາກ havenlight.com
ໂຢບ 38–40; 42
ທັດສະນະຂອງພຣະເຈົ້າແມ່ນຍິ່ງໃຫຍ່ກວ່າທັດສະນະຂອງເຮົາ.
ໂດຍທີ່ອຸກອັ່ງກັບການກ່າວຫາຈາກໝູ່ເພື່ອນຂອງເພິ່ນ (ເບິ່ງ ໂຢບ 16:1–5; 19:1–3), ໂຢບໄດ້ທູນຖາມພຣະເຈົ້າໂດຍບໍ່ລົດລະ ວ່າເປັນຫຍັງເພິ່ນຈຶ່ງໄດ້ຮັບຄວາມທຸກທໍລະມານຫລາຍແທ້ (ເບິ່ງ ໂຢບ 19:6–7; 23:1–9; 31). ພຣະຜູ້ເປັນເຈົ້າບໍ່ໄດ້ໃຫ້ເຫດຜົນຢ່າງຊັດເຈນໃນພຣະທຳໂຢບ. ແຕ່ພຣະອົງໄດ້ສິດສອນຂ່າວສານທີ່ສຳຄັນໃນ ບົດທີ 38–40. ທ່ານຈະສະຫລຸບຂ່າວສານນັ້ນແນວໃດ? ຍົກຕົວຢ່າງ, ທ່ານຮຽນຮູ້ຫຍັງແດ່ຈາກຄຳຖາມຂອງພຣະຜູ້ເປັນເຈົ້າໃນ ໂຢບ 38, 1–7, 18–24?
ທ່ານຈະສັງເກດເຫັນວ່າ ພຣະຜູ້ເປັນເຈົ້າກ່າວກັບໂຢບກ່ຽວກັບການສ້າງບາງຢ່າງ ແລະ ວຽກງານທີ່ຍິ່ງໃຫຍ່ອື່ນໆຂອງພຣະອົງ (ເບິ່ງ ໂຢບ 38–39). ທ່ານອາດຈະເບິ່ງການສ້າງຈຳນວນເຫລົ່ານັ້ນ (ຫລື ຮູບພາບພວກນັ້ນ). ສິ່ງເຫລົ່ານີ້ຊ່ວຍໃຫ້ທ່ານຄິດແຕກຕ່າງແນວໃດກ່ຽວກັບພຣະເຈົ້າ? ກ່ຽວກັບການທົດລອງຂອງທ່ານ? ສິ່ງເຫລົ່ານີ້ໄດ້ປ່ຽນແປງທັດສະນະຂອງໂຢບແນວໃດ? (ເບິ່ງ ໂຢບ 42:1–6; ເບິ່ງ ໂມເຊ 1:8–10 ນຳອີກ).
ຕໍ່ໄປນີ້ແມ່ນສອງຂ່າວສານຈາກກອງປະຊຸມໃຫຍ່ສາມັນ ທີ່ສາມາດຊ່ວຍປ່ຽນແປງທັດສະນະຂອງເຮົາ: Tamara W. Runia, “Seeing God’s Family through the Overview Lens” (Liahona, Nov. 2023, 62–69); Russell M. Nelson, “Think Celestial!” (Liahona, Nov. 2023, 117–20). ໃນຂ່າວສານໃດໜຶ່ງເຫລົ່ານີ້, ໃຫ້ຊອກຫາບາງສິ່ງບາງຢ່າງທີ່ທ່ານຕ້ອງການຈະຈື່ຈຳເອົາໄວ້ເພື່ອຄັ້ງຕໍ່ໄປທີ່ທ່ານຕ້ອງປະເຊີນໜ້າກັບການທົດລອງອັນໜັກໜ່ວງ. ທ່ານຈະເຕືອນຕົວເອງແນວໃດເຖິງສິ່ງທີ່ທ່ານໄດ້ຮຽນຮູ້?
ມີຄວາມຄິດສ້າງສັນ. ການຮຽນຮູ້ບໍ່ຈຳເປັນຕ້ອງປະກອບດ້ວຍພຽງແຕ່ການອ່ານ, ການຄິດ, ແລະ ການເວົ້າເທົ່ານັ້ນ. ບາງຄັ້ງການຮຽນຮູ້ທີ່ເປັນຕາໜ້າຈື່ຈຳທີ່ສຸດແມ່ນມາຈາກວິທີການເຄື່ອນໄຫວທາງຮ່າງກາຍ. ຍົກຕົວຢ່າງ, ເມື່ອທ່ານອ່ານກ່ຽວກັບວິທີທີ່ພຣະຜູ້ເປັນເຈົ້າໄດ້ປ່ຽນແປງທັດສະນະຂອງໂຢບໃນ ໂຢບ 38–40, ທ່ານອາດຈະອອກໄປຍ່າງຫລິ້ນ ແລະ ເບິ່ງການສ້າງບາງຢ່າງຂອງພຣະຜູ້ເປັນເຈົ້າ, ທັງໃຫຍ່ ແລະ ນ້ອຍ. ຫລື ທ່ານອາດຈະເບິ່ງສິ່ງຕ່າງໆຈາກທັດສະນະທີ່ຕ່າງອອກໄປເຊັ່ນ—ຈາກເບື້ອງເທິງ, ເບື້ອງລຸ່ມ, ໃກ້ໆ, ໄກໆ, ແລະ ອື່ນໆເປັນຕົ້ນ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ໂຢບ 1–2; 12; 19
ສັດທາໃນພຣະເຢຊູຄຣິດຈະຊ່ວຍເຮົາໃນເວລາຍາກລຳບາກ.
-
ໃຫ້ຊຸກຍູ້ລູກໆຂອງທ່ານໃຫ້ບອກທ່ານເຖິງສິ່ງທີ່ພວກເຂົາຮູ້ຈັກກ່ຽວກັບໂຢບ. ຖ້າພວກເຂົາຕ້ອງການຄວາມຊ່ວຍເຫລືອ, ທ່ານສາມາດຊີ້ໃຫ້ພວກເຂົາເບິ່ງໃນ ໂຢບ 1:1, 13–22; 2:7–10 ຫລື ໃນ “ໂຢບ” (ໃນ ເລື່ອງພຣະຄຳພີເດີມ, 145–47). ໂຢບໄດ້ໂຕ້ຕອບກັບຄວາມທ້າທາຍແນວໃດ? (ເບິ່ງ ໂຢບ 1:21; 2:10).
1:55Job
-
ໂຢບມີຄວາມຊື່ສັດໃນຄວາມທ້າທາຍຂອງເພິ່ນຍ້ອນສິ່ງທີ່ເພິ່ນຮູ້ຈັກກ່ຽວກັບພຣະຜູ້ເປັນເຈົ້າ. ບາງທີທ່ານ ແລະ ລູກໆຂອງທ່ານສາມາດເບິ່ງຮູບພາບຂອງພຣະເຢຊູຄຣິດທີ່ກຳລັງປະຕິສຳພັນກັບຄົນອື່ນ (ເຊັ່ນຮູບພາບຂ້າງລຸ່ມ ຫລື ຮູບພາບໃນ ປຶ້ມຮູບພຣະກິດຕິຄຸນ). ເວົ້າກ່ຽວກັບສິ່ງທີ່ທ່ານຮູ້ຈັກກ່ຽວກັບພຣະອົງ ແລະ ພຣະອົງເປັນແນວໃດ. ຕໍ່ໄປນີ້ແມ່ນຂໍ້ພຣະຄຳພີຈຳນວນໜຶ່ງທີ່ສະແດງໃຫ້ເຫັນເຖິງສິ່ງທີ່ໂຢບຮູ້ຈັກກ່ຽວກັບພຣະຜູ້ເປັນເຈົ້າ: ໂຢບ 12:10, 13, 16; 19:25–27. ເປັນຫຍັງມັນຈຶ່ງສຳຄັນທີ່ຈະຮູ້ຈັກສິ່ງເຫລົ່ານີ້ກ່ຽວກັບພຣະອົງ?
He Healed Them All [ພຣະອົງໄດ້ຊົງໂຜດຮັກສາທຸກຄົນໃຫ້ດີພະຍາດ], ໂດຍ ໄມໂກ ມອມ
ໂຢບ 14:14
ເພາະພຣະເຢຊູຄຣິດ, ເຮົາຈະມີຊີວິດອີກຄັ້ງຫລັງຈາກທີ່ເຮົາຕາຍ.
-
ໂຢບໄດ້ຖາມຄຳຖາມໜຶ່ງທີ່ສຳຄັນໃນ ໂຢບ 14:14. ບາງເທື່ອທ່ານ ແລະ ລູກໆຂອງທ່ານ ສາມາດປ່ຽນຜຽນກັນແບ່ງປັນວິທີທີ່ທ່ານຈະຕອບຄຳຖາມຂອງໂຢບ. ທ່ານສາມາດຊອກຫາແນວຄິດຕ່າງໆໄດ້ໃນ ແອວມາ 11:42–44, ໃນວິດີໂດ “In a Coming Day” (ຫ້ອງສະໝຸດພຣະກິດຕິຄຸນ), ຫລື ໃນບົດເພງກ່ຽວກັບການຟື້ນຄືນພຣະຊົນ, ເຊັ່ນ “ພຣະອົງຊົງຟື້ນ!” (ເພງສວດ ແລະ ເພງຂອງເດັກນ້ອຍ, 60).
#BECAUSEofHIM: An Easter Message of Hope and Triumph
ໂຢບ 16:1–5; 22:5
ເພື່ອນທີ່ດີຈະໃຫ້ກຳລັງໃຈ ແລະ ຊຸກຍູ້ຊຶ່ງກັນແລະກັນ.
-
ໃນຕອນທີ່ໂຢບໂສກເສົ້າ, ໝູ່ເພື່ອນຂອງເພິ່ນໄດ້ເວົ້າວ່າ ພຣະເຈົ້າກຳລັງລົງໂທດເພິ່ນ ຍ້ອນວ່າເພິ່ນມີຄວາມຜິດບາບ (ເບິ່ງ ໂຢບ 22:5). ຖ້າວ່າເຮົາເປັນໝູ່ເພື່ອນຂອງໂຢບ, ເຮົາຈະພະຍາຍາມຊ່ວຍເພິ່ນແນວໃດ? ຄຳເວົ້າຂອງເຮົາສາມາດຊ່ວຍຄົນອື່ນໃນເວລາໂສກເສົ້າແນວໃດ? (ເບິ່ງ ໂຢບ 16:5). ໃຫ້ພິຈາລະນາທີ່ຈະສະແດງຮູບໜຶ່ງໃບ ຫລື ຫລາຍກວ່ານັ້ນຢູ່ໃນໂຄງຮ່າງນີ້ ໃນຂະນະທີ່ທ່ານສົນທະນາກ່ຽວກັບຄຳຖາມເຫລົ່ານີ້.
-
ໃຫ້ພິຈາລະນາທີ່ຈະບອກໃຫ້ລູກໆຂອງທ່ານຂຽນລາຍການຄຸນສົມບັດຂອງການເປັນເພື່ອນທີ່ດີ ແລະ ບອກຊື່ໝູ່ຄົນໜຶ່ງທີ່ມີຄຸນສົມບັດເຫລົ່ານີ້. ແລ້ວພວກທ່ານສາມາດເບິ່ງຮູບພາບຂອງພຣະເຢຊູຄຣິດ. ໃນທາງໃດແດ່ທີ່ພຣະເຢຊູເປັນເພື່ອນທີ່ດີຕໍ່ເຮົາແຕ່ລະຄົນ? ທ່ານອາດຄິດກ່ຽວກັບບາງຄົນຜູ້ທີ່ກຳລັງປະເຊີນກັບເວລາອັນຍາກລຳບາກ. ວາງແຜນວິທີທີ່ທ່ານຈະເປັນເພື່ອນເໝືອນດັ່ງພຣະຄຣິດຕໍ່ເຂົາເຈົ້າ.
ໂຢບ 19:23–27
ພຣະເຢຊູຄຣິດຄືພຣະຜູ້ໄຖ່ຂອງເຮົາ.
-
ຫລັງຈາກທີ່ອ່ານ ໂຢບ 19:23–27. 26, ທ່ານ ແລະ ລູກໆຂອງທ່ານສາມາດເວົ້າກ່ຽວກັບວິທີທີ່ພວກທ່ານຮູ້ຈັກໄດ້ວ່າພຣະຜູ້ໄຖ່ຂອງເຮົາຍັງຊົງພຣະຊົນຢູ່ແນວໃດ. ພວກທ່ານອາດຊ່ວຍກັນຮວບຮວມປະຈັກພະຍານຂອງພວກທ່ານ (ຫລື ແຕ້ມຮູບພຣະຜູ້ຊ່ວຍໃຫ້ລອດ) ໄວ້ໃນປຶ້ມ (ເບິ່ງ ຂໍ້ທີ 23).
-
ພວກທ່ານກໍຍັງສາມາດຮ້ອງເພງ ທີ່ເປັນພະຍານເຖິງພຣະຜູ້ຊ່ວຍໃຫ້ລອດນຳອີກ, ເຊັ່ນ “ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ” (ເພງສວດ ແລະ ເພງຂອງເດັກນ້ອຍ, 42). ແບ່ງປັນວະລີຈາກເພງສວດທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງພວກທ່ານໃນພຣະອົງ. ເປັນຫຍັງຈຶ່ງສຳຄັນທີ່ຈະຮູ້ວ່າພຣະເຢຊູຄຣິດຍັງຊົງພຣະຊົນຢູ່?
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.