“ວັນທີ 17–23 ເດືອນສິງຫາ. ‘ພຣະຜູ້ເປັນເຈົ້າເປັນຜູ້ລ້ຽງຂ້ານ້ອຍ’: ເພງສັນລະເສີນ 1–2; 8; 19–33; 40; 46,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 17–23 ເດືອນສິງຫາ. ‘ພຣະຜູ້ເປັນເຈົ້າເປັນຜູ້ລ້ຽງຂ້ານ້ອຍ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
The Lord Is My Shepherd [ພຣະຜູ້ເປັນເຈົ້າເປັນຜູ້ລ້ຽງຂ້ານ້ອຍ], ໂດຍ ຢອງຊຸງ ຄິມ. ຮູບພາບໄດ້ຮັບອະນຸຍາດຈາກ havenlight.com
ເດືອນສິງຫາ 17–23: “ພຣະຜູ້ເປັນເຈົ້າເປັນຜູ້ລ້ຽງຂ້ານ້ອຍ”
ເພງສັນລະເສີນ 1–2; 8; 19–33; 40; 46
ເຮົາບໍ່ຮູ້ແນ່ນອນວ່າ ແມ່ນໃຜເປັນຜູ້ຂຽນ ເພງສັນລະເສີນ. ບາງຄົນກໍຄິດວ່າກະສັດດາວິດເປັນຜູ້ຂຽນ, ແຕ່ສ່ວນຫລາຍແລ້ວ, ບໍ່ຮູ້ວ່າແມ່ນໃຜເປັນຜູ້ຂຽນແທ້ໆ. ແຕ່ເມື່ອຫລັງຈາກໄດ້ອ່ານ ເພງສັນລະເສີນ, ເຮົາຮູ້ສຶກຄືກັນກັບວ່າເຮົາຮູ້ຈັກຈິດໃຈຂອງຜູ້ຂຽນເພງສັນລະເສີນ, ເຖິງແມ່ນເຮົາບໍ່ຮູ້ຊື່ຂອງພວກເພິ່ນກໍຕາມ. ເຮົາຮູ້ແມ່ນວ່າເພງສັນລະເສີນເປັນພາກສ່ວນສຳຄັນຂອງການນະມັດສະການໃນບັນດາຊາວອິດສະຣາເອນ, ແລະ ເຮົາຮູ້ວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ອ້າງເຖິງຂໍ້ຄວາມຢູ່ໃນນີ້ເລື້ອຍໆ. ໃນເພງສັນລະເສີນ, ເຮົາສາມາດຫລຽວເຂົ້າໄປໃນຈິດວິນຍານຂອງຜູ້ຄົນຂອງພຣະເຈົ້າໃນສະໄໝບູຮານ. ເຮົາເຫັນວ່າພວກເຂົາຮູ້ສຶກແນວໃດກ່ຽວກັບພຣະເຈົ້າ, ສິ່ງທີ່ພວກເຂົາເປັນຫ່ວງ, ແລະ ວິທີທີ່ພວກເຂົາພົບຄວາມສຸກ. ໃນຖານະຜູ້ທີ່ເຊື່ອໃນທຸກວັນນີ້, ຕະຫລອດທົ່ວໂລກ, ເຮົາຍັງໃຊ້ຖ້ອຍຄຳເຫລົ່ານີ້ຢູ່ໃນການນະມັດສະການພຣະເຈົ້າຂອງເຮົາ. ເບິ່ງຄືກັບວ່າຜູ້ຂຽນເພງສັນລະເສີນສາມາດຫລຽວເຂົ້າໃນຈິດວິນຍານ ຂອງເຮົາ, ຍ້ອນວ່າພຣະທຳນີ້ສະແດງເຖິງຄວາມຮູ້ສຶກຂອງເຮົາກ່ຽວກັບພຣະເຈົ້າ, ສິ່ງທີ່ເຮົາເປັນຫ່ວງ, ແລະ ວິທີທີ່ເຮົາພົບເຫັນຄວາມສຸກ.
ສຳລັບພາບລວມຂອງພຣະທຳເພງສັນລະເສີນ, ໃຫ້ເບິ່ງ “ເພງສັນລະເສີນ” ໃນ ຄູ່ມືພຣະຄຳພີ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເພງສັນລະເສີນ 1; 23; 26–28; 46
“ຂ້ານ້ອຍໄວ້ວາງໃຈ … ໃນພຣະຜູ້ເປັນເຈົ້າ.”
ຂະນະທີ່ທ່ານອ່ານເພງສັນລະເສີນ, ທ່ານອາດຈະສັງເກດເຫັນໄດ້ວ່າຜູ້ຂຽນກ່າວເຖິງຄວາມຢ້ານກົວ, ຄວາມໂສກເສົ້າ, ຫລື ຄວາມກັງວົນເລື້ອຍປານໃດ. ຄວາມຮູ້ສຶກເຊັ່ນນັ້ນ ເປັນເລື່ອງທຳມະດາ, ແມ່ນແຕ່ສຳລັບຜູ້ຄົນແຫ່ງສັດທາ. ແຕ່ສິ່ງທີ່ເຮັດໃຫ້ເພງສັນລະເສີນເປັນຄຳດົນໃຈນັ້ນກໍຄືພຣະທຳຍັງສະເໜີວິທີແກ້ໄຂທີ່ຖືກດົນໃຈ, ລວມທັງຄວາມໄວ້ວາງໃຈທັງໝົດໃນພຣະຜູ້ເປັນເຈົ້າ. ຂະນະທີ່ທ່ານອ່ານ ເພງສັນລະເສີນ 1; 23; 26–28; 46, ຈົ່ງຂຽນສິ່ງເຫລົ່ານີ້ລົງໄວ້:
-
ການເຊື້ອເຊີນໃຫ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ.
-
ຖ້ອຍຄຳທີ່ບັນຍາຍເຖິງພຣະອົງ.
-
ຖ້ອຍຄຳທີ່ບັນຍາຍສັນຕິສຸກ, ພະລັງ, ແລະ ພອນອື່ນໆທີ່ພຣະອົງມີໃຫ້.
-
ຖ້ອຍຄຳທີ່ບັນຍາຍຜູ້ຄົນທີ່ໄວ້ວາງໃຈພຣະອົງ.
ພ້ອມທັງເບິ່ງຫາພາບທີ່ແຈ່ມແຈ້ງ ແລະ ສັນຍາລັກທີ່ພຣະທຳເພງສັນລະເສີນນຳໃຊ້ເພື່ອສິດສອນກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ. ຍົກຕົວຢ່າງ, ໃນ ເພງສັນລະເສີນ 23, ວະລີທີ່ວ່າ “ພັກເຊົາຢູ່ໃນທົ່ງຫຍ້າອັນຂຽວສົດ” ຫລື “ບໍ່ນ້ຳອັນສົດໃສ ແລະ ມິດງຽບ” (ຂໍ້ທີ 2) ນຳເອົາຫຍັງແດ່ມາສູ່ຈິດໃຈ? ສັນຍາລັກຂອງການປົກປ້ອງຮັກສາຂອງ “ໄມ້ຄ້ອນ” ແລະ “ໄມ້ເທົ້າ” ຢູ່ໃນ (ຂໍ້ທີ 4) ແມ່ນຫຍັງ? ຄຳວ່າ “ຈອກ” ກໍລົ້ນໄຫລຢູ່ ໃນ (ຂໍ້ທີ 5) ອາດໝາຍເຖິງຫຍັງ?
ເພງສັນລະເສີນ 2; 22
ພຣະເຢຊູຄຣິດຄືພຣະເມຊີອາທີ່ສັນຍາໄວ້.
ເພງສັນລະເສີນຫລາຍບົດຊີ້ໄປຫາພຣະຊົນຊີບໃນຊ່ວງມະຕະຂອງພຣະເຢຊູຄຣິດ. ຊາວຄຣິດຢູ່ໃນສະໄໝຂອງພຣະຄຳພີໃໝ່ ໄດ້ເຫັນການກ່ຽວຂ້ອງເຫລົ່ານີ້ຄືກັນ. ໃຫ້ພິຈາລະນາທີ່ຈະອ່ານຂໍ້ພຣະຄຳພີອ້າງອີງຕໍ່ໄປນີ້. ໃຫ້ຊອກຫາສິ່ງທີ່ກ່ຽວຂ້ອງລະຫວ່າງຖ້ອຍຄຳຢູ່ໃນເພງສັນລະເສີນເຫລົ່ານີ້ ແລະ ພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດ:
-
ເພງສັນລະເສີນ 2:1–3 ແລະ ກິດຈະການ 4:24–28
-
ເພງສັນລະເສີນ 2:7 ແລະ ກິດຈະການ 13:30–33
-
ເພງສັນລະເສີນ 22:1 ແລະ ມັດທາຍ 27:45–46
-
ເພງສັນລະເສີນ 22:7–8 ແລະ ມັດທາຍ 27:39–43
-
ເພງສັນລະເສີນ 22:16 ແລະ ລູກາ 23:32–33
-
ເພງສັນລະເສີນ 22:18 ແລະ ມັດທາຍ 27:35
-
ເພງສັນລະເສີນ 31:5 ແລະ ລູກາ 23:46
ທ່ານຮຽນຮູ້ຫຍັງແດ່ຈາກການສຶກສາສິ່ງທີ່ກ່ຽວຂ້ອງເຫລົ່ານີ້? ມີຄຳທຳນາຍ ແລະ ຄຳສັນຍາໃດແດ່ໃນພຣະຄຳພີທີ່ຍັງບໍ່ທັນໄດ້ເກີດເປັນຈິງ? ທ່ານພົບເຫັນຫຍັງແດ່ຢູ່ໃນຄຳສັນຍາເຫລົ່ານີ້ ທີ່ຊ່ວຍທ່ານໃຫ້ມີຄວາມຫວັງໃນອະນາຄົດ?
ເພງສັນລະເສີນ 8; 19; 33
“ຄວາມຮັກອັນໝັ້ນຄົງຂອງພຣະຜູ້ເປັນເຈົ້າເຕັມທົ່ວທັງແຜ່ນດິນໂລກ.”
ການອ່ານ ເພງສັນລະເສີນ 8; 19; 33 ອາດດົນໃຈທ່ານໃຫ້ພິຈາລະນາການສ້າງທີ່ດີເລີດຫລາຍຢ່າງຂອງພຣະຜູ້ເປັນເຈົ້າ. ໃຫ້ເອົາໃຈໃສ່ຕໍ່ຄວາມຮູ້ສຶກຂອງທ່ານ ຂະນະທີ່ທ່ານເຮັດ. ທ່ານອາດຈະຍັງຕ້ອງການຮ້ອງເພງ ຫລື ໄຕ່ຕອງຖ້ອຍຄຳໃນບົດເພງທີ່ກ່ຽວຂ້ອງກັບພຣະທຳເພງສັນລະເສີນເຫລົ່ານີ້, ເຊັ່ນ “ເຮົາຮ້ອງສັນເສີນນາມເຢຊູເຈົ້າ” (ເພງສວດ ແລະ ເພງຂອງເດັກນ້ອຍ, 27). ການສ້າງຂອງພຣະຜູ້ເປັນເຈົ້າ “ເປີດເຜີຍສະຫງ່າລາສີຂອງພຣະເຈົ້າ” ຕໍ່ທ່ານແນວໃດ? (ເພງສັນລະເສີນ 19:1).
ຕໍ່ໄປນີ້ແມ່ນເພງສວດອື່ນໆຈຳນວນໜຶ່ງທີ່ໄດ້ຮັບການດົນໃຈຈາກພຣະທຳເພງສັນລະເສີນ:
-
ເພງສັນລະເສີນ 23: “The Lord Is My Shepherd” (Hymns, no. 108)
-
ເພງສັນລະເສີນ 23:6; 150: “Praise to the Lord, the Almighty” (Hymns, no. 72)
-
ເພງສັນລະເສີນ 26:8: “We Love Thy House, O God” (Hymns, no. 247)
-
ເພງສັນລະເສີນ 27:1: “The Lord Is My Light” (Hymns, no. 89)
-
ເພງສັນລະເສີນ 33:1–6; 95:1–6: “For the Beauty of the Earth” (Hymns, no. 92)
-
ເພງສັນລະເສີນ 37:3–9: “Be Still, My Soul” (Hymns, no. 124)
-
ເພງສັນລະເສີນ 148: “All Creatures of Our God and King” (Hymns, no. 62)
ໃຊ້ເພງ. ປະທານດາລິນ ເອັຈ ໂອກສ໌ ໄດ້ກ່າວວ່າ: “ການຮ້ອງເພງສວດຄືວິທີທີ່ດີທີ່ສຸດວິທີໜຶ່ງໃນການເຮັດໃຫ້ຕົວເຮົາເອງເຂົ້າກັບພຣະວິນຍານຂອງພຣະຜູ້ເປັນເຈົ້າ. … ບົດເພງສັກສິດມີຄວາມສາມາດພິເສດໃນການສຶ່ສານຄວາມຮູ້ສຶກເຖິງຄວາມຮັກຂອງເຮົາທີ່ມີຕໍ່ພຣະຜູ້ເປັນເຈົ້າ. ການສື່ສານປະເພດນີ້ເປັນຕົວຊ່ວຍທີ່ດີເລີດໃນການນະມັດສະການຂອງເຮົາ. … ບົດເພງສວດຂອງເຮົາປະກອບດ້ວຍຄຳສອນເທດສະໜາທີ່ບໍ່ມີຫຍັງປຽບທຽບໄດ້, ມີພຽງພຣະຄຳພີເທົ່ານັ້ນທີ່ເໜືອກວ່າໃນຄວາມຈິງ ແລະ ຜົນກະທົບທາງກະວີ” (“Worship through Music,” Ensign, Nov. 1994, 10, 11). ມີເພງສວດໃດແດ່ທີ່ກ່ຽວຂ້ອງກັບເພງສັນລະເສີນ ທີ່ທ່ານສາມາດຟັງ ຫລື ຮ້ອງຕາມ ເພື່ອຍົກລະດັບການນະມັດສະການຂອງທ່ານໃນອາທິດນີ້?
ເພງສັນລະເສີນ 19:7–11; 29
ພຣະຄຳຂອງພຣະຜູ້ເປັນເຈົ້າເປັນສິ່ງທີ່ມີພະລັງ, ແລະ “ເບີກບານໃຈ.”
ໃນເພງສັນລະເສີນ, ຖ້ອຍຄຳເຊັ່ນ ປະຈັກພະຍານ, ຂໍ້ຄຳສັ່ງ, ພຣະບັນຍັດ, ແລະ ການຕັດສິນ ສາມາດອ້າງເຖິງພຣະຄຳຂອງພຣະຜູ້ເປັນເຈົ້າ. ໃຫ້ຈື່ຈຳສິ່ງນັ້ນໄວ້ໃນໃຈຂະນະທີ່ທ່ານອ່ານ ເພງສັນລະເສີນ 19:7–11. ຂໍ້ເຫລົ່ານີ້ແນະນຳຫຍັງແດ່ຕໍ່ທ່ານກ່ຽວກັບພຣະຄຳຂອງພຣະຜູ້ເປັນເຈົ້າ? ເພງສັນລະເສີນ 29 ສິດສອນທ່ານຫຍັງແດ່ກ່ຽວກັບສຸລະສຽງຂອງພຣະອົງ? ໃນປະສົບການຂອງທ່ານ, ພຣະຄຳ ຫລື ສຸລະສຽງຂອງພຣະຜູ້ເປັນເຈົ້າກົງກັບການບັນຍາຍເຫລົ່ານີ້ແນວໃດ?
ເພງສັນລະເສີນ 24; 26–27
ພຣະຜູ້ຊ່ວຍໃຫ້ລອດສາມາດຊ່ວຍເຮົາໃຫ້ບໍລິສຸດ ເພື່ອເຮົາຈະສາມາດເຂົ້າໄປສູ່ທີ່ປະທັບຂອງພຣະເຈົ້າ.
ຍ້ອນວ່າພຣະວິຫານທີ່ເຢຣູຊາເລັມໄດ້ຖືກສ້າງຂຶ້ນຢູ່ເທິງເນີນພູ, ວະລີທີ່ວ່າ “ເນີນພູຂອງພຣະຜູ້ເປັນເຈົ້າ” (ເພງສັນລະເສີນ 24:3) ຈຶ່ງໝາຍເຖິງພຣະວິຫານ ຫລື ທີ່ປະທັບຢູ່ຂອງພຣະເຈົ້າ. ສິ່ງນີ້ຊ່ວຍໃຫ້ທ່ານເຂົ້າໃຈ ເພງສັນລະເສີນ 24 ຫລາຍຂຶ້ນແນວໃດ? ຄຳວ່າ “ມືສະອາດ, ແລະ ໃຈບໍລິສຸດ” ມີຄວາມໝາຍຕໍ່ທ່ານແນວໃດ? (ຂໍ້ທີ 4). ຂະນະທີ່ທ່ານອ່ານ ເພງສັນລະເສີນ 26–27, ທ່ານຮຽນຮູ້ຫຍັງອີກແດ່ກ່ຽວກັບບ້ານຂອງພຣະຜູ້ເປັນເຈົ້າ?
ບາງຄັ້ງ, ເຮົາອາດຈະຮູ້ສຶກທໍ້ຖອຍໃຈທີ່ໄດ້ຍິນວ່າເຮົາຈະຕ້ອງເປັນຄົນສະອາດບໍລິສຸດເພື່ອເຂົ້າໄປສູ່ທີ່ປະທັບຂອງພຣະເຈົ້າ. ເຖິງຢ່າງໃດ, ເຮົາທຸກຄົນຕ່າງກໍດີ້ນລົນ, ແລະ ບໍ່ມີໃຜໃນພວກເຮົາທີ່ເປັນຄົນດີພ້ອມ. ມີຄວາມຫວັງຫຍັງແດ່ທີ່ທ່ານພົບເຫັນໃນຂ່າວສານຂອງ ແອວເດີ ເດວິດ ເອ ແບ໊ດນາ “Clean Hands and a Pure Heart”? (Liahona, Nov. 2007, 80–83). ທ່ານຈະສາມາດໃຊ້ຂ່າວສານຂອງເພິ່ນ ເພື່ອຊ່ວຍຄົນອື່ນທີ່ກຳລັງຮູ້ສຶກປ່ຽມລົ້ນໄປດ້ວຍຄວາມຕ້ອງການທີ່ຈະເປັນຄົນດີພ້ອມໄດ້ແນວໃດ? ຈົ່ງພິຈາລະນາວິທີທີ່ທ່ານຈະສາມາດໄດ້ຮັບການຊ່ວຍເຫລືອຈາກພຣະຜູ້ຊ່ວຍໃຫ້ລອດໃນຄວາມພະຍາຍາມທີ່ຈະມີ “ມືສະອາດ, ແລະ ໃຈບໍລິສຸດ.”
ເບິ່ງ Bradley R. Wilcox, “Worthiness Is Not Flawlessness,” Liahona, Nov. 2021, 61–67 ນຳອີກ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ເພງສັນລະເສີນ 23; 27–28; 32; 46
ພຣະຜູ້ເປັນເຈົ້າສະເໜີມອບສັນຕິສຸກ, ຄວາມເຂັ້ມແຂງ, ແລະ ການນຳພາໃຫ້ເຮົາ.
-
ໃຫ້ພິຈາລະນາທີ່ຈະຂຽນ ພຣະຜູ້ເປັນເຈົ້າແມ່ນ … ເຊື້ອເຊີນລູກໆຂອງທ່ານໃຫ້ຊອກຫາວິທີໃນການປະກອບປະໂຫຍກໃຫ້ສົມບູນໂດຍການນຳໃຊ້ພຣະຄຳພີຕໍ່ໄປນີ້: ເພງສັນລະເສີນ 23:1; 27:1; 28:1; 28:7; 32:7; 46:1. ຂໍ້ເຫລົ່ານີ້ສິດສອນເຮົາຫຍັງແດ່ກ່ຽວກັບວິທີທີ່ພຣະຜູ້ເປັນເຈົ້າສາມາດຊ່ວຍເຫລືອເຮົາ?
-
ທ່ານສາມາດເວົ້າລົມກັບລູກໆຂອງທ່ານກ່ຽວກັບວ່າ ລູກແກະຕ້ອງການຫຍັງແດ່ເພື່ອໃຫ້ປອດໄພ ແລະ ແຂງແຮງ. ຈາກນັ້ນ, ຂະນະທີ່ພວກທ່ານອ່ານ ເພງສັນລະເສີນ 23 ນຳກັນ, ໃຫ້ຊ່ວຍລູກໆຂອງທ່ານປຽບທຽບສິ່ງທີ່ຄົນລ້ຽງແກະໄດ້ເຮັດເພື່ອລູກແກະໂຕໜຶ່ງກັບສິ່ງທີ່ພຣະເຢຊູໄດ້ເຮັດເພື່ອເຮົາ. ເຮົາຕ້ອງເຮັດຫຍັງແດ່ ເພື່ອຈະໄດ້ປອດໄພ ແລະ ແຂງແຮງທາງວິນຍານ? ຮ້ອງເພງນຳກັນທີ່ສາມາດໃຫ້ແນວຄິດແກ່ພວກເຂົາ, ເຊັ່ນ “ພຣະຜູ້ໄຖ່ແຫ່ງອິດສະຣາເອນ” (ເພງສວດ ແລະ ເພງຂອງເດັກນ້ອຍ, 5).
ພຣະວິຫານຄອນແຊັບຊີອ່ອນ ຈີເລ
(ເພງສັນລະເສີນ 24:3–4
ເພື່ອທີ່ຈະເຂົ້າໄປໃນພຣະວິຫານ, ເຮົາຈຳເປັນຕ້ອງມີ “ມືທີ່ສະອາດ, ແລະ ໃຈບໍລິສຸດ.”
-
ຂະນະທີ່ພວກທ່ານອ່ານ ເພງສັນລະເສີນ 24:3 ນຳກັນ, ລູກໆຂອງທ່ານສາມາດຊອກຫາຖ້ອຍຄຳທີ່ເຕືອນພວກເຂົາກ່ຽວກັບພຣະວິຫານ. ພວກເຂົາຍັງສາມາດເບິ່ງຮູບພາບຂອງພຣະວິຫານນຳອີກ. ແລ້ວພວກທ່ານກໍສາມາດອ່ານ ຂໍ້ທີ 4 ນຳກັນ ເພື່ອຮຽນຮູ້ວ່າແມ່ນໃຜທີ່ສາມາດເຂົ້າໄປໃນພຣະວິຫານ. ພວກທ່ານສາມາດເວົ້າລົມກັນວ່າມືສາມາດເປິເປື້ອນໄດ້ແນວໃດ ແລະ ຈະທຳຄວາມສະອາດມືໄດ້ແນວໃດ. ເຮົາຈະເປິເປື້ອນທາງວິນຍານໄດ້ແນວໃດ? ພຣະຜູ້ຊ່ວຍໃຫ້ລອດຊ່ວຍເຮັດໃຫ້ເຮົາສະອາດທາງວິນຍານໄດ້ແນວໃດ?
ເພງສັນລະເສີນ 30:5
ພຣະເຢຊູຄຣິດສາມາດປ່ຽນຄວາມໂສກເສົ້າມາເປັນຄວາມຊື່ນຊົມໄດ້.
-
ຖ້າວ່າທ່ານມີລູກນ້ອຍ, ທ່ານສາມາດເຊື້ອເຊີນພວກເຂົາໃຫ້ທຳທ່າຮ້ອງໄຫ້ ໃນຂະນະທີ່ທ່ານອ່ານຈາກ ເພງສັນລະເສີນ 30:5, “ນ້ຳຕາອາດໄຫລຫລັ່ງໃນເວລາກາງຄືນ.” ຈາກນັ້ນໃຫ້ບອກພວກເຂົາສະແດງຄວາມຊື່ນຊົມ ໃນຂະນະທີ່ທ່ານອ່ານ, “ແຕ່ຄວາມຊື່ນຊົມຍິນດີກໍມີມາໃນຕອນເຊົ້າ.” ໃຫ້ກ່າວວະລີນີ້ສອງສາມຄັ້ງ.
-
ສະແດງຮູບພາບຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ບອກລູກໆຂອງທ່ານເຖິງສິ່ງທີ່ພຣະອົງໄດ້ເຮັດທີ່ນຳຄວາມຊື່ນຊົມມາໃຫ້ພວກທ່ານ. ທ່ານຍັງສາມາດໃຫ້ລູກແຕ່ລະຄົນປ່ຽນຜຽນກັນຖືຮູບນັ້ນໄວ້ ແລະ ແບ່ງປັນສິ່ງທີ່ພຣະເຢຊູໄດ້ເຮັດທີ່ນຳຄວາມຊື່ນຊົມມາໃຫ້ພວກເຂົາ.
ເພງສັນລະເສີນ 46:10
“ຈົ່ງສະຫງົບ, ແລະ ຮູ້ວ່າເຮົາຄືພຣະເຈົ້າ.”
-
ຊ່ວຍລູກໆຂອງທ່ານໃຫ້ທ່ອງຈຳແຖວທຳອິດຈາກ ເພງສັນລະເສີນ 46:10: “ຈົ່ງສະຫງົບ, ແລະ ຮູ້ວ່າເຮົາຄືພຣະເຈົ້າ.” ຄວາມໝາຍຂອງຄຳວ່າ “ຈົ່ງສະຫງົບ” ແມ່ນຫຍັງ? ບາງທີພວກທ່ານສາມາດໃຊ້ເວລາເພື່ອຝຶກຊ້ອມການຢູ່ຢ່າງສະຫງົບ. ພວກທ່ານຍັງສາມາດແບ່ງປັນປະສົບການນຳກັນ ຕອນທີ່ການຢູ່ຢ່າງ “ສະຫງົບ” ໄດ້ເພີ່ມຄວາມເຂັ້ມແຂງໃຫ້ກັບຄວາມສຳພັນຂອງທ່ານກັບພຣະເຈົ້າແນວໃດ. ຊ່ວຍໃຫ້ລູກໆຂອງທ່ານຄິດເຖິງເວລາລະຫວ່າງມື້ ຕອນທີ່ພວກເຂົາສາມາດ “ຢູ່ຢ່າງສະຫງົບ” ເພື່ອຈະໄດ້ຮູ້ສຶກເຂົ້າໃກ້ກັບພຣະບິດາເທິງສະຫວັນ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.