2020–2024
ການ​ມີ​ຄ່າ​ຄວນ​ບໍ່​ແມ່ນ​ຄວາມ​ໄຮ້​ທີ່​ຕິ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


10:52

ການ​ມີ​ຄ່າ​ຄວນ​ບໍ່​ແມ່ນ​ຄວາມ​ໄຮ້​ທີ່​ຕິ

ເມື່ອ​ທ່ານ​ຮູ້​ສຶກ​ວ່າ​ທ່ານ​ລົ້ມ​ເຫລວ​ຫລາຍ​ເທື່ອ​ເກີນ​ກວ່າ​ຈະ​ພະ​ຍາ​ຍາມ​ຕໍ່​ໄປ, ໃຫ້​ຈື່​ຈຳ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ແລະ ພຣະ​ຄຸນ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ນັ້ນ​ແທ້​ຈິງ.

ມີ​ເທື່ອ​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ຂໍ້​ຄວາມ​ໄປ​ຫາ​ລູກ​ສາວ ແລະ ລູກ​ເຂີຍ​ຂອງ​ຂ້າ​ພະ​ເຈົ້າ ໂດຍ​ການ​ເວົ້າ​ໃສ່​ມື​ຖື. ຂ້າ​ພະ​ເຈົ້າ​ເວົ້າ, “ພວກ​ເຈົ້າ​ເປັນ​ຈັ່ງ​ໃດ. ພໍ່​ຮັກ​ພວກ​ເຈົ້າ​ເດີ.” ເຂົາ​ເຈົ້າ​ໄດ້​ຮັບ, “ຊັງ​ພວກ​ເຈົ້າ​ເດີ. ຄວນ​ຮັກ​ພວກ​ເຈົ້າ.” ໜ້າ​ປະ​ຫລາດ​ໃຈ​ຫລາຍ​ທີ່​ຂ່າວ​ສານ​ໃນ​ທາງ​ບວກ​ສາ​ມາດ​ເຮັດ​ໃຫ້​ເຂົ້າ​ໃຈ​ຜິດ​ໄດ້​ຢ່າງ​ງ່າຍ​ດາຍ? ນີ້​ຄື​ສິ່ງ​ທີ່​ບາງ​ເທື່ອ​ໄດ້​ເກີດ​ຂຶ້ນ​ກັບ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ ເລື່ອງ​ການ​ກັບ​ໃຈ ແລະ ການ​ມີ​ຄ່າ​ຄວນ.

ບາງ​ຄົນ​ຮັບ​ເອົາ​ຂ່າວ​ສານ​ແບບ​ເຂົ້າ​ໃຈ​ຜິດ​ວ່າ ການ​ກັບ​ໃຈ ແລະ ການ​ປ່ຽນ​ແປງ​ແມ່ນ​ບໍ່​ຈຳ​ເປັນ. ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ຄື ຈຳ​ເປັນ.1 ແຕ່​ພຣະ​ເຈົ້າ​ຍັງ​ຮັກ​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ຂາດ​ຕົກ​ບົກ​ພ່ອງ ແມ່ນ​ບໍ? ແນ່​ນອນ. ພຣະ​ອົງ​ຮັກ​ເຮົາ​ຢ່າງ​ຄົບ​ບໍ​ລິ​ບູນ. ຂ້າ​ພະ​ເຈົ້າ​ຮັກ​ຫລານ​ທຸກ​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ທັງ​ຄວາມ​ບໍ່​ດີ​ພ້ອມ ແລະ ອື່ນໆ, ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຂ້າ​ພະ​ເຈົ້າບໍ່​ຢາກ​ໃຫ້​ພວກ​ເຂົາ​ປັບ​ປຸງ​ຕົວ​ເອງ ແລະ ກາຍ​ເປັນ​ບຸກ​ຄົນ​ທີ່​ພວກ​ເຂົາ​ສາ​ມາດ​ກາຍ​ເປັນ​ໄດ້. ພຣະ​ເຈົ້າ​ຮັກ​ເຮົາ​ດັ່ງ​ທີ່​ເຮົາ​ເປັນ​ຢູ່, ແຕ່​ພຣະ​ອົງ​ກໍ​ຮັກ​ເຮົາ​ຫລາຍ​ເກີນ​ໄປ ທີ່​ຈະ​ປະ​ເຮົາ​ໃຫ້​ເປັນ​ຢູ່​ແບບ​ນີ້.2 ການ​ເຕີບ​ໂຕ​ໄປ​ສູ່​ພຣະ​ຜູ້​ເປັນ​ເຈົ້າ​ຄື ຈຸດ​ປະ​ສົງ​ຂອງ​ຄວາມ​ເປັນ​ມະ​ຕະ.3 ການ​ປ່ຽນ​ແປງ​ຄື ຈຸດ​ປະ​ສົງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ. ບໍ່​ພຽງ​ແຕ່​ພຣະ​ຄຣິດ​ສາ​ມາດ​ໂຜດ​ຊີ​ວິດ, ຊຳ​ລະ​ລ້າງ, ປອບ​ໂຍນ, ແລະ ປິ່ນ​ປົວ​ເຮົາ, ແຕ່​ໃນ​ລະ​ຫວ່າງ​ນັ້ນ, ພຣະ​ອົງ​ກໍ​ສາ​ມາດ​ປ່ຽນ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ໄດ້.4

ບາງ​ຄົນ​ຮັບ​ເອົາ​ຂ່າວ​ສານ​ແບບ​ເຂົ້າ​ໃຈ​ຜິດ​ວ່າ ການ​ກັບ​ໃຈ​ເປັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ພຽງ​ເທື່ອ​ດຽວ. ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ຄື, ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ, “ການ​ກັບ​ໃຈ … ເປັນ​ຂັ້ນ​ຕອນ.”5 ການ​ກັບ​ໃຈ​ອາດ​ໃຊ້​ເວ​ລາ ແລະ ຄວາມ​ພະ​ຍາ​ຍາມ​ຊ້ຳ​ແລ້ວ​ຊ້ຳ​ອີກ,6 ການ​ປະ​ຖິ້ມ​ບາບ​ກໍ​ຄື​ກັນ7 ແລະ ການ “ບໍ່​ມີ​ໃຈ​ທີ່​ຈະ​ກະ​ທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ແຕ່​ປາດ​ຖະ​ໜາ​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະ​ຫລອດ”8 ຄື​ການ​ສະ​ແຫວງ​ຫາ​ຕະ​ຫລອດ​ຊີ​ວິດ.9

ຊີ​ວິດ​ກໍ​ຄື​ກັນ​ກັບ​ການ​ເດີນ​ທາງ​ຂ້າມ​ປະ​ເທດ. ເຮົາ​ບໍ່​ສາ​ມາດ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ດ້ວຍ​ນ້ຳ​ມັນ​ພຽງ​ຖັງ​ດຽວ​ເທົ່າ​ນັ້ນ. ເຮົາ​ຕ້ອງ​ຕື່ມ​ນ້ຳ​ມັນ​ໃສ່​ຖັງ​ເທື່ອ​ແລ້ວ​ເທື່ອ​ອີກ. ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ກໍ​ຄື​ກັນ​ກັບ​ການ​ໄປ​ແວ່​ປ້ຳ​ນ້ຳ​ມັນ. ເມື່ອ​ເຮົາ​ກັບ​ໃຈ ແລະ ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ໄດ້​ປະ​ຕິ​ຍານ​ຕົວ​ວ່າ ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ, ແລ້ວ​ພຣະ​ເຈົ້າ ແລະ ພຣະ​ຄຣິດ​ຈະ​ອວຍ​ພອນ​ເຮົາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.10 ສະ​ຫລຸບ​ແລ້ວ, ເຮົາ​ສັນ​ຍາ​ວ່າ​ຈະ​ເດີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ຂອງ​ເຮົາ, ແລ້ວ​ພຣະ​ເຈົ້າ ແລະ ພຣະ​ຄຣິດ​ສັນ​ຍາ​ວ່າ ຈະ​ຕື່ມ​ນ້ຳ​ມັນ​ໃສ່​ຖັງ​ຂອງ​ເຮົາ.

ບາງ​ຄົນ​ຮັບ​ເອົາ​ຂ່າວ​ສານ​ແບບ​ເຂົ້າ​ໃຈ​ຜິດ​ວ່າ ເຂົາ​ເຈົ້າ​ບໍ່​ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ມີ​ພາກ​ສ່ວນ​ຢ່າງ​ເຕັມ​ທີ່​ໃນ​ພຣະ​ກິດ​ຕິ​ຄຸນ ຍ້ອນ​ວ່າ​ເຂົາ​ເຈົ້າ​ຍັງ​ບໍ່​ສາ​ມາດ​ປະ​ຖິ້ມ​ນິ​ໄສ​ທີ່​ບໍ່​ດີ. ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ຄື ການ​ມີ​ຄ່າ​ຄວນ​ບໍ່​ແມ່ນ​ຄວາມ​ໄຮ້​ທີ່​ຕິ.11 ການ​ມີ​ຄ່າ​ຄວນ​ຄື​ການ​ເປັນ​ຄົນ​ຊື່​ສັດ ແລະ ພະ​ຍາ​ຍາມ. ເຮົາ​ຕ້ອງ​ຊື່​ສັດ​ກັບ​ພຣະ​ເຈົ້າ, ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ, ແລະ ກັບ​ຄົນ​ອື່ນໆ​ທີ່​ຮັກ​ເຮົາ,12 ແລະ ເຮົາ​ຕ້ອງ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ບໍ່​ຍອມ​ແພ້ ເປັນ​ເພາະ​ເຮົາ​ໄດ້​ເຮັດ​ຄວາມ​ຜິດ.13 ແອວ​ເດີ ບລູສ໌ ຊີ ເຮ​ເຟັນ ໄດ້​ກ່າວ​ວ່າ ການ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ແບບ​ພຣະ​ຄຣິດ “ຮຽກ​ຮ້ອງ​ຄວາມ​ອົດ​ທົນ ແລະ ຄວາມ​ພາກ​ພຽນ​ຫລາຍ​ກວ່າ​ຄວາມ​ໄຮ້​ທີ່​ຕິ.”14 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ໄດ້ “ຖືກ​ມອບ​ໃຫ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ທີ່​ຮັກ​ເຮົາ ແລະ ຮັກ​ສາ​ບັນ​ຍັດ​ທັງ​ໝົດ​ຂອງ​ເຮົາ, ແລະ ຄົນ​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ແນວ​ນັ້ນ.”15

ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ຂ້າ​ພະ​ເຈົ້າ​ຈະ​ເອີ້ນ​ລາວ​ວ່າ ເດ​ມັນ ໄດ້​ຂຽນ​ບອກ​ວ່າ: “ຕອນ​ກຳ​ລັງ​ເຕີບ​ໃຫຍ່, ຂ້າ​ນ້ອຍ​ໄດ້​ຕໍ່​ສູ້​ດີ້ນ​ລົນ​ກັບ​ບັນ​ຫາ​ເລື່ອງ​ຮູບ​ພາບ​ລາ​ມົກ. ຂ້າ​ນ້ອຍ​ຮູ້​ສຶກ​ອັບ​ອາຍ ທີ່​ຂ້າ​ນ້ອຍ​ບໍ່​ສາ​ມາດ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ.” ທຸກ​ຄັ້ງ​ທີ່​ທ້າວ​ເດ​ມັນ​ເຮັດ​ຄວາມ​ຜິດ, ຄວາມ​ເຈັບ​ປວດ​ເພາະ​ການ​ກິນ​ແໜງ​ໄດ້​ໜັກ​ຂຶ້ນ​ເລື້ອຍໆ, ຈົນ​ວ່າ​ລາວ​ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ສຳ​ລັບ​ພຣະ​ຄຸນ, ການ​ໃຫ້​ອະ​ໄພ, ຫລື ໂອ​ກາດ​ໃດໆ​ຕື່ມ​ອີກ​ຈາກ​ພຣະ​ເຈົ້າ. ລາວ​ເວົ້າ​ວ່າ: “ຂ້າ​ນ້ອຍ​ໄດ້​ຕັດ​ສິນ​ໃຈ​ວ່າ ຂ້າ​ນ້ອຍ​ສົມ​ຄວນ​ທີ່​ຈະ​ຮູ້​ສຶກ​ໂສກ​ເສົ້າ​ຕະ​ຫລອດ​ເວ​ລາ. ຂ້າ​ນ້ອຍ​ຄິດ​ວ່າ ພຣະ​ເຈົ້າ​ຄົງ​ກຽດ​ຊັງ​ຂ້າ​ນ້ອຍ ເພາະ​ຂ້າ​ນ້ອຍ​ບໍ່​ໄດ້​ເຕັມ​ໃຈ​ທີ່​ຈະ​ພະ​ຍາ​ຍາມ​ຫລາຍ​ກວ່າ​ເກົ່າ ແລະ ກຳ​ຈັດ​ບັນ​ຫາ​ນັ້ນ​ໃຫ້​ໝົດ​ສິ້ນ​ໄປ​ເສຍ. ຂ້າ​ນ້ອຍ​ໄດ້​ຢຸດ​ເຮັດ​ເປັນ​ອາ​ທິດ ແລະ ບາງ​ເທື່ອ​ກໍ​ເປັນ​ເດືອນ, ແຕ່​ແລ້ວ​ຂ້າ​ນ້ອຍ​ໄດ້​ກັບ​ຄືນ​ໄປ​ເຮັດ​ຄື​ເກົ່າ ແລະ ຄິດ​ວ່າ, ‘ເຮົາ​ຄົງ​ບໍ່​ດີ​ພໍ​ຈັກ​ເທື່ອ, ສະ​ນັ້ນ ຊິ​ພະ​ຍາ​ຍາມ​ຕໍ່​ໄປ​ເຮັດ​ຫຍັງ?’”

ໃນ​ເວ​ລາ​ທີ່​ທໍ້​ຖອຍ​ໃຈ​ທີ່​ສຸດ​ນັ້ນ​ເອງ ທ້າວ​ເດ​ມັນ​ໄດ້​ເວົ້າ​ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ລາວ​ວ່າ: “ບາງ​ທີ​ຂ້ອຍ​ຄວນ​ເຊົາ​ໄປ​ໂບດ. ຂ້ອຍ​ເມື່ອຍ​ກັບ​ການ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ.”

ຜູ້​ນຳ​ຂອງ​ລາວ​ໄດ້​ຕອບ​ວ່າ: “ເຈົ້າ​ບໍ່​ໄດ້​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ ຍ້ອນ​ວ່າ​ເຈົ້າ​ມີ​ນິ​ໄສ​ບໍ່​ດີ ທີ່​ເຈົ້າ​ພະ​ຍາ​ຍາມ​ເຊົາ​ເຮັດ. ເຈົ້າ​ຈະ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ ຖ້າ​ຫາກ​ເຈົ້າ​ປົກ​ປິດ​ມັນ​ໄວ້, ຕົວະ​ກ່ຽວ​ກັບ​ມັນ, ຫລື ພະ​ຍາ​ຍາມ​ຊັກ​ຊວນ​ໃຫ້​ຕົວ​ເອງ​ເຊື່ອ​ວ່າ ສາດ​ສະ​ໜາ​ຈັກ​ມີ​ບັນ​ຫາ ເພາະ​ການ​ຮັກ​ສາ​ມາດ​ຕະ​ຖານ​ສູງ​ເຊັ່ນ​ນັ້ນ. ຄວາມ​ຊື່​ສັດ​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ເຈົ້າ ແລະ ການ​ຕັດ​ສິນ​ໃຈ​ທີ່​ຈະ​ປ່ຽນ​ແປງ ບໍ່​ແມ່ນ​ການ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ. ມັນ​ແມ່ນ​ການ​ເປັນ​ສາ​ນຸ​ສິດ.”16 ຜູ້​ນຳ​ຄົນ​ນີ້​ໄດ້​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ແອວ​ເດີ ຣີ​ເຈີດ ຈີ ສະ​ກາດ, ຜູ້​ໄດ້​ສິດ​ສອນ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ຄວາມ​ອ່ອນ​ແອ​ວ່າ​ແຕກ​ຕ່າງ​ຈາກ​ການ​ກະ​ບົດ. … ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ເຖິງ​ຄວາມ​ອ່ອນ​ແອ, ມັນ​ຈະ​ມາ​ກັບ​ຄວາມ​ເມດ​ຕາ​ສະ​ເໝີ.”17

ທັດ​ສະ​ນະ​ຄະ​ຕິ​ນັ້ນ​ໄດ້​ໃຫ້​ຄວາມ​ຫວັງ​ແກ່​ທ້າວ​ເດ​ມັນ. ລາວ​ຮັບ​ຮູ້​ວ່າ​ພຣະ​ເຈົ້າ​ທີ່​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ບໍ່​ໄດ້​ກ່າວ​ວ່າ, “ເດ​ມັນ​ເຮັດ​ຜິດ​ອີກ​ແລ້ວ.” ກົງ​ກັນ​ຂ້າມ, ພຣະ​ອົງ​ອາດ​ກ່າວ​ວ່າ, “ເບິ່ງ​ແມ ເດ​ມັນ​ດີ​ຂຶ້ນ​ຫລາຍ​ແລ້ວ.” ໃນ​ທີ່​ສຸດ ຊາຍ​ໜຸ່ມ​ຄົນ​ນີ້​ກໍ​ໄດ້​ຢຸດ​ກົ້ມ​ໜ້າ​ດ້ວຍ​ຄວາມ​ອັບ​ອາຍ ຫລື ຫລຽວ​ຊ້າຍ​ຫລຽວ​ຂວາ​ຊອກ​ຫາ​ຂໍ້​ແກ້​ຕົວ ແລະ ປອບ​ໃຈ​ຕົວ​ເອງ. ລາວ​ໄດ້​ເງີຍ​ໜ້າ​ຂຶ້ນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ ແລະ ລາວ​ກໍ​ໄດ້​ຮັບ.18

ເດ​ມັນ​ເວົ້າ​ວ່າ: “ເທື່ອ​ດຽວ​ທີ່​ຂ້າ​ນ້ອຍ​ໄດ້​ຫັນ​ມາ​ຫາ​ພຣະ​ເຈົ້າ​ໃນ​ເວ​ລາ​ທີ່​ຜ່ານ​ມາ ແມ່ນ​ຕອນ​ຂ້າ​ນ້ອຍ​ທູນ​ຂໍ​ການ​ໃຫ້​ອະ​ໄພ, ແຕ່​ບັດ​ນີ້ ຂ້າ​ນ້ອຍ​ໄດ້​ທູນ​ຂໍ​ພຣະ​ຄຸນ—‘ອຳ​ນາດ​ທີ່​ເຮັດ​ໃຫ້​ສາ​ມາດ’ ຂອງ​ພຣະ​ອົງ [Bible Dictionary, “Grace”]. ຂ້າ​ນ້ອຍ​ບໍ່​ເຄີຍ​ທູນ​ຂໍ​ແນວ​ນັ້ນ​ມາ​ກ່ອນ​ຈັກ​ເທື່ອ. ທຸກ​ວັນ​ນີ້​ຂ້າ​ນ້ອຍ​ບໍ່​ໄດ້​ໃຊ້​ເວ​ລາ​ຫລາຍ​ກັບ​ການ​ກຽດ​ຊັງ​ຕົວ​ເອງ ສຳ​ລັບ​ສິ່ງ​ທີ່​ຂ້າ​ນ້ອຍ​ໄດ້​ເຮັດ ແລະ ໄດ້​ໃຊ້​ເວ​ລາ​ຫລາຍ​ກັບ​ການ​ຮັກ​ພຣະ​ເຢ​ຊູ ສຳ​ລັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ.”

ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ໄລ​ຍະ​ເວ​ລາ​ທີ່​ເດ​ມັນ​ໄດ້​ຕໍ່​ສູ້​ດີ້ນ​ລົນ, ມັນ​ບໍ່​ເປັນ​ປະ​ໂຫຍດ ແລະ ເປັນ​ໄປ​ບໍ່​ໄດ້ ທີ່​ພໍ່​ແມ່ ຫລື ຜູ້​ນຳ​ທີ່​ຊ່ວຍ​ເຫລືອ​ລາວ ຈະ​ເວົ້າ​ວ່າ “ຢ່າ​ເຮັດ​ອີກ” ໄວ​ເກີນ​ໄປ ຫລື ກຳ​ນົດ​ມາດ​ຕະ​ຖານ​ໃຫ້​ເລີກ​ຢ່າງ​ເດັດ​ຂາດ ເພື່ອ​ຈະ​ຖືກ​ນັບ​ວ່າ “ມີ​ຄ່າ​ຄວນ.” ກົງ​ກັນ​ຂ້າມ, ເຂົາ​ເຈົ້າ​ໄດ້​ເລີ່ມ​ດ້ວຍ​ເປົ້າ​ໝາຍ​ເລັກ​ນ້ອຍ, ທີ່​ສາ​ມາດ​ເອື້ອມ​ເຖິງ​ໄດ້. ເຂົາ​ເຈົ້າ​ໄດ້​ກຳ​ຈັດ​ຄວາມ​ຄາດ​ຫວັງ​ທີ່​ລົ້ມ​ເຫລວ ຫລື ດີ​ທັງ​ໝົດ ແລະ ໄດ້​ເອົາ​ໃຈ​ໃສ່​ກັບ​ການ​ເຕີບ​ໂຕ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ຊຶ່ງ​ຊ່ວຍ​ໃຫ້​ເດ​ມັນ​ສ້າງ​ຕົວ​ເອງ​ເທິງ​ຄວາມ​ສຳ​ເລັດ​ອັນ​ຕໍ່​ເນື່ອງ ແທນ​ທີ່​ຈະ​ລົ້ມ​ເຫລວ.19 ເໝືອນ​ດັ່ງ​ຜູ້​ຄົນ​ຂອງ​ລິມ​ໄຮ​ທີ່​ເປັນ​ຂ້າ​ທາດ, ລາວ​ໄດ້​ຮຽນ​ຮູ້​ວ່າ ລາວ​ກໍ​ສາ​ມາດ “ຮຸ່ງ​ເຮືອງ​ຂຶ້ນ​ເປັນ​ລະ​ດັບ.”20

ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ແນະ​ນຳ​ວ່າ: “ໃນ​ການ​ຈັດ​ການ​ກັບ​ບາງ​ສິ່ງ​ທີ່​ໃຫຍ່​ໂຕ, ເຮົາ​ອາດ​ຈະ​ຕ້ອງ​ຈັດ​ການ​ກັບ​ມັນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ. … ການ​ລວມ​ນິ​ໄສ​ໃໝ່ ແລະ ເປັນ​ປະ​ໂຫຍດ​ເຂົ້າ​ກັບ​ຄຸນ​ລັກ​ສະ​ນະ​ຂອງ​ເຮົາ ຫລື ການ​ເອົາ​ຊະ​ນະ​ນິ​ໄສ​ທີ່ບໍ່​ດີ ຫລື ການ​ຕິດ​ແສດ ສ່ວນ​ຫລາຍ​ແລ້ວ​ຈະ​ໝາຍ​ເຖິງ​ຄວາມ​ພະ​ຍາ​ຍາມ​ໃນ​ມື້ນີ້ ຕິດ​ຕາມ​ດ້ວຍມື້​ອື່ນ ແລະ ຕໍ່ໆ​ໄປ, ບາງ​ທີ​ເປັນ​ເວ​ລາ​ຫລາຍ​ວັນ, ແມ່ນ​ແຕ່​ຫລາຍ​ເດືອນ ແລະ ຫລາຍ​ປີ. … ແຕ່​ເຮົາ​ສາ​ມາດ​ເຮັດ​ໄດ້ ຍ້ອນ​ວ່າ​ເຮົາ​ສາ​ມາດ​ວິງ​ວອນ​ຕໍ່​ພຣະ​ເຈົ້າ​ໄດ້ … ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ ທີ່​ເຮົາ​ຕ້ອງ​ການ​ໃນ​ແຕ່​ລະ​ວັນ.”21

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ບໍ່​ໄດ້​ເປັນ​ສິ່ງ​ງ່າຍ​ສຳ​ລັບ​ຜູ້​ໃດ, ແຕ່​ການ​ແຍກ​ຕົວ ພ້ອມ​ກັບ​ຂໍ້​ຈຳ​ກັດ​ໃຫ້​ກັກ​ຕົວ ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ກັບ​ຜູ້​ທີ່​ຕໍ່​ສູ້​ດີ້ນ​ລົນ​ກັບ​ນິ​ໄສ​ທີ່​ບໍ່​ດີ ໂດຍ​ສະ​ເພາະ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ການ​ປ່ຽນ​ແປງ​ເປັນ​ໄປ​ໄດ້, ການ​ກັບ​ໃຈ​ແມ່ນ​ຂະ​ບວນ​ການ, ແລະ ການ​ມີ​ຄ່າ​ຄວນ​ບໍ່​ແມ່ນ​ຄວາມ​ໄຮ້​ທີ່​ຕິ. ສິ່ງ​ສຳ​ຄັນ​ທີ່​ສຸດ, ຈົ່ງ​ຈື່​ຈຳ​ໄວ້​ວ່າ ພຣະ​ເຈົ້າ ແລະ ພຣະ​ຄຣິດ​ຈະ​ຊ່ວຍ​ເຮົາ​ຢູ່​ທີ່​ນີ້ ແລະ ໃນ​ເວ​ລາ​ນີ້.22

ບາງ​ຄົນ​ຮັບ​ເອົາ​ຂ່າວ​ສານ​ແບບ​ເຂົ້າ​ໃຈ​ຜິດ​ວ່າ ພຣະ​ເຈົ້າ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ເຮົາ ຫລັງ​ຈາກ ທີ່​ເຮົາ​ກັບ​ໃຈ​ແລ້ວ. ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ຄື ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ເຮົາ ຂະ​ນະ ທີ່​ເຮົາ​ກັບ​ໃຈ. ພຣະ​ຄຸນ​ຂອງ​ພຣະ​ອົງ​ມີ​ໃຫ້​ສຳ​ລັບ​ເຮົາ “ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ຈຸດ​ໃດ​ກໍ​ຕາມ ໃນ​ເສັ້ນ​ທາງ​ແຫ່ງ​ຄວາມ​ເຊື່ອ​ຟັງ.”23 ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ໄດ້​ກ່າວ​ວ່າ: “ພຣະ​ເຈົ້າ​ບໍ່​ຕ້ອງ​ການ​ຜູ້​ຄົນ​ທີ່​ບໍ່​ມີ​ທີ່​ຕິ. ພຣະ​ອົງ​ສະ​ແຫວງ​ຫາ​ຜູ້​ທີ່​ຈະ​ມອບ ‘ຫົວ​ໃຈ ແລະ ມອບ​ຈິດ​ໃຈ​ທີ່​ເຕັມ​ໃຈ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:34], ແລະ ພຣະ​ອົງ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ ‘ດີ​ພ້ອມ​ໃນ​ພຣະ​ຄຣິດ’ [ໂມ​ໂຣ​ໄນ 10:32–33].”24

ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ຮັບ​ຄວາມ​ເຈັບ​ປວດ ເປັນ​ເພາະ​ຄວາມ​ແຕກ​ລ້າວ ແລະ ຄວາມ​ຕຶງ​ຄຽດ ໃນ​ຄວາມ​ສຳ​ພັນ ຊຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຍາກ​ທີ່​ຈະ​ເຊື່ອ​ໃນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ເຈົ້າ. ເຂົາ​ເຈົ້າ​ໄດ້​ຕໍ່​ສູ້​ດີ້ນ​ລົນ​ທີ່​ຈະ​ເຫັນ​ພຣະ​ເຈົ້າ​ດັ່ງ​ທີ່​ພຣະ​ອົງ​ເປັນ​ຢູ່—ເປັນ​ພຣະ​ບິ​ດາ​ທີ່​ຊົງ​ຮັກ ຜູ້​ຊ່ວຍ​ເຫລືອ​ເຮົາ​ໃນ​ເວ​ລາ​ທີ່​ເຮົາ​ຕ້ອງ​ການ25 ແລະ ຮູ້​ຈັກ​ວິ​ທີ​ທີ່​ຈະ “ປະ​ທານ​ຂອງ​ດີ​ໃຫ້​ແກ່​ຄົນ​ທີ່​ທູນ​ຂໍ​ຈາກ​ພຣະ​ອົງ.”26 ພຣະ​ຄຸນ​ຂອງ​ພຣະ​ອົງ​ບໍ່​ແມ່ນ​ພຽງ​ເປັນ​ລາງ​ວັນ​ສຳ​ລັບ​ການ​ມີ​ຄ່າ​ຄວນ. ມັນ​ແມ່ນ “ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ” ທີ່​ພຣະ​ອົງ​ປະ​ທານ​ໃຫ້ ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຄ່າ​ຄວນ. ບໍ່​ແມ່ນ​ພຽງ​ເປັນ​ລາງວັນ​ສຳ​ລັບ​ຄວາມ​ຊອບ​ທຳ. ມັນ​ແມ່ນ “ຂອງ​ປະ​ທານ​ແຫ່ງ​ພະ​ລັງ” ທີ່​ພຣະ​ອົງ​ປະ​ທານ​ໃຫ້ ເພື່ອ​ຊ່ວຍ​ເຮົາ​ໃຫ້​ຊອບ​ທຳ.27 ເຮົາ​ບໍ່​ພຽງ​ແຕ່​ກຳ​ລັງ​ຍ່າງ ໄປ​ຫາ ພຣະ​ເຈົ້າ ແລະ ພຣະ​ຄຣິດ​ເທົ່າ​ນັ້ນ. ເຮົາ​ກຳ​ລັງ​ຍ່າງ ໄປ​ກັບ ພວກ​ພຣະ​ອົງ.28

ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ, ຊາວ​ໜຸ່ມ​ໄດ້​ທ່ອງ​ຈຳ​ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ ແລະ ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ. ຈາກ​ປະ​ເທດ​ນູ​ແວນ​ເຊ​ລັງ ເຖິງ​ປະ​ເທດ​ສະ​ເປນ ເຖິງ​ປະ​ເທດ​ເອ​ທິ​ໂອ​ປີ ເຖິງ​ປະ​ເທດ​ຍີ່​ປຸ່ນ, ກຸ່ມ​ຍິງ​ໜຸ່ມ​ກ່າວ​ວ່າ, “ຂ້າ​ນ້ອຍ​ທະ​ນຸ​ຖະ​ໜອມ​ພອນ​ແຫ່ງ​ການ​ກັບ​ໃຈ.” ຈາກ​ປະ​ເທດ​ຈີ​ເລ ເຖິງ ປະ​ເທດ​ກົວ​ເຕ​ມາ​ລາ ເຖິງ ເມືອງ​ໂມ​ໂຣ​ໄນ, ລັດ​ຢູ​ທາ, ກຸ່ມ​ຊາຍ​ໜຸ່ມ​ກ່າວ​ວ່າ, “ຂະ​ນະ​ທີ່​ຂ້າ​ນ້ອຍ​ພະ​ຍາ​ຍາມ​ຮັບ​ໃຊ້, ໃຊ້​ສັດ​ທາ, ກັບ​ໃຈ, ແລະ ປັບ​ປຸງ​ຕົວ​ເອງ​ໃນ​ແຕ່​ລະ​ວັນ, ຂ້າ​ນ້ອຍ​ຈະ​ເໝາະ​ສົມ​ກັບ​ພອນ​ຂອງ​ພຣະ​ວິ​ຫານ ແລະ ມີ​ຄວາມ​ສຸກ​ອັນ​ຍາວ​ນານ ທີ່​ພຽງ​ແຕ່​ໄດ້​ຮັບ​ຜ່ານ​ທາງ​ພຣະ​ກິດ​ຕິ​ຄຸນ.”

ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ພອນ​ເຫລົ່າ​ນັ້ນ ແລະ ຄວາມ​ສຸກ​ນັ້ນ​ມີ​ຈິງ ແລະ ເອື້ອມ​ເຖິງ​ໄດ້​ສຳ​ລັບ​ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ທັງ​ໝົດ ແລະ “ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ແນວ​ນັ້ນ.”29 ເມື່ອ​ທ່ານ​ຮູ້​ສຶກ​ວ່າ​ທ່ານ​ລົ້ມ​ເຫລວ​ຫລາຍ​ເທື່ອ​ເກີນ​ກວ່າ​ຈະ​ພະ​ຍາ​ຍາມ​ຕໍ່​ໄປ, ໃຫ້​ຈື່​ຈຳ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ແລະ ພຣະ​ຄຸນ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ນັ້ນ​ມີ​ຈິງ.30 “ພຣະ​ພາ​ຫາ​ແຫ່ງ​ຄວາມ​ເມດ​ຕາ [ຂອງ​ພຣະ​ອົງ] ໄດ້​ເດ່​ອອກ​ມາ​ຫາ​ທ່ານ.”31 ທ່ານ​ເປັນ​ທີ່​ຮັກ—ໃນ​ທຸກ​ວັນ​ນີ້, ໃນ 20 ປີ​ຂ້າງ​ໜ້າ, ແລະ ຕະ​ຫລອດ​ໄປ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ໂຢ​ຮັນ 3:3–6; ໂມ​ໄຊ​ຢາ 27:25.

  2. ເບິ່ງ Neal A. Maxwell, “I Will Arise and Go to My Father,” Ensign, Sept. 1993, 65–68.

  3. ເບິ່ງ ຮີ​ລາ​ມັນ 3:21.

  4. ເບິ່ງ 2 ໂກ​ຣິນ​ໂທ 5:17; ໂມ​ໄຊ​ຢາ 3:19.

  5. Russell M. Nelson, “We Can Do Better and Be Better,” Liahona, May 2019, 67.

  6. ເບິ່ງ ໂມ​ໄຊ​ຢາ 26:30; ໂມ​ໂຣ​ໄນ 6:8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:31–32.

  7. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:43.

  8. ໂມ​ໄຊ​ຢາ 5:2.

  9. ເບິ່ງ ຢາ​ໂຄບ 6:11; ແອວ​ມາ 15:17.

  10. ເບິ່ງ 2 ນີ​ໄຟ 31:20; ໂມ​ໄຊ​ຢາ 18:10; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77.

  11. ເບິ່ງ ລູ​ກາ 15:11–32; ໂຣມ 3:23–25. ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ ໄດ້​ກ່າວ​ວ່າ, “ການ​ມີ​ຄຸນ​ຄ່າ​ດີ​ພໍ ບໍ່​ໄດ້​ໝາຍ​ຄວາມ​ວ່າ ຕ້ອງ​ດີ​ພ້ອມ​ທຸກ​ຢ່າງ” (“Always Remember Him,” Liahona, May 2016, 109). ໃນ​ການ​ກ່າວ​ກັບ​ກຸ່ມ​ນັກ​ສຶກ​ສາ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິ​ກຳ ຢັງ, ປະ​ທານ​ຊີ​ຊຽວ ໂອ ແຊມ​ໂຍ​ສັນ ໄດ້​ອະ​ທິ​ບາຍ​ວ່າ: “ບຸກ​ຄົນ​ສາ​ມາດ​ມີ​ຄ່າ​ຄວນ​ຢ່າງ​ເຕັມ​ທີ່​ໄດ້​ໃນ​ແງ່​ຂອງ​ພຣະ​ກິດ​ຕິ​ຄຸນ ແຕ່​ຍັງ​ເຕີບ​ໂຕ​ຂະ​ນະ​ທີ່​ຈັດ​ການ​ກັບ​ຄວາມ​ບໍ່​ດີ​ພ້ອມ​ສ່ວນ​ຕົວ​ຂອງ​ຕົນ. … ການ​ມີ​ຄ່າ​ຄວນ​ແມ່ນ​ສຳ​ຄັນ​ຫລາຍ, ແຕ່​ກໍ​ບໍ່​ແມ່ນ​ອັນ​ດຽວ​ກັນ​ກັບ​ການ​ດີ​ພ້ອມ​ທຸກ​ຢ່າງ” (“Be Ye Therefore Perfect” [Brigham Young University devotional, Sept. 6, 2011], 1, 5, speeches.byu.edu). ແອວ​ເດີ ມາ​ວິນ ເຈ ອັສ​ຕັນ ໄດ້​ກ່າວ​ວ່າ: “ການ​ມີ​ຄ່າ​ຄວນ​ແມ່ນ​ຂະ​ບວນ​ການ, ແລະ ການ​ດີ​ພ້ອມ​ທຸກ​ຢ່າງ​ຄື​ການ​ເດີນ​ທາງ​ຊົ່ວ​ນິ​ລັນ​ດອນ. ເຮົາ​ສາ​ມາດ​ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ບາງ​ຢ່າງ​ໄດ້ ໂດຍ​ບໍ່​ຕ້ອງ​ດີ​ພ້ອມ​ທຸກ​ຢ່າງ” (“On Being Worthy,” Ensign, May 1989, 20).

  12. ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ໄດ້​ຮຽກ​ຮ້ອງ​ໃຫ້ “ບໍ່​ປະ​ນີ​ປະ​ນອມ​ໃນ​ເລື່ອງ​ຄວາມ​ຊື່​ສັດ” ແລະ ໄດ້​ສິດ​ສອນ​ວ່າ, “ຄວາມ​ຊື່​ສັດ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ຕໍ່​ທາງ​ວິນ​ຍານ ແລະ ຈະ​ຕ້ອງ​ເປັນ​ສູນ​ກາງ​ຂອງ​ການ​ກັບ​ໃຈ​ທີ່​ແທ້​ຈິງ ແລະ ຍືນ​ຍົງ” (The Divine Gift of Forgiveness [2019], 193, 48).

  13. ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ໄດ້​ຂຽນ​ວ່າ, “ເຮົາ​ອາດ​ຈະ​ຖອຍ​ຫລັງ​ເປັນ​ບາງ​ຄັ້ງ, ແຕ່​ໃຫ້​ເຮົາ​ຟ້າວ​ກັບ​ມາ​ຄຸ​ເຂົ່າ ແລະ ເດີນ​ຕໍ່​ໄປ​ໃນ​ທິດ​ທາງ​ທີ່​ຖືກ​ຕ້ອງ” (The Divine Gift of Forgiveness, 208).

  14. Bruce C. Hafen, The Broken Heart (1989), 186.

  15. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:9; ເນັ້ນ​ຄຳ​ເນີ້ງ.

  16. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:67.

  17. Richard G. Scott, “Personal Strength through the Atonement of Jesus Christ,” Liahona, Nov. 2013, 83.

  18. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:35–37.

  19. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ດີ​ພ້ອມ ໃນ​ເວ​ລາ​ນີ້ ໃນ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ. ແຕ່​ພຣະ​ອົງ​ຄາດ​ໝາຍ​ໃຫ້​ເຮົາ ກາຍ​ເປັນ​ຄົນ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ” (“We Can Do Better and Be Better,” 68; ເນັ້ນ​ຄຳ​ເນີ້ງ).

  20. ໂມ​ໄຊ​ຢາ 21:16.

  21. D. Todd Christofferson, “Recognizing God’s Hand in Our Daily Blessings,” Liahona, Jan. 2012, 28–29; ເບິ່ງ D. Todd Christofferson, “The Divine Gift of Repentance,” Liahona, Nov. 2011, 38–41 ນຳ​ອີກ.

  22. ເບິ່ງ ໂຢ​ຊວຍ 1:5, 9; ເອ​ຊາ​ຢາ 41:10; ມັດ​ທາຍ 11:28–30; 2 ນີ​ໄຟ 28:32; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 24:8.

  23. D. Todd Christofferson, “Free Forever, to Act for Themselves,” Liahona, Nov. 2014, 19.

  24. Dieter F. Uchtdorf, “Five Messages That All of God’s Children Need to Hear” (Brigham Young University devotional, Aug. 17, 2021), 3, speeches.byu.edu.

  25. ເບິ່ງ ອີ​ເທີ 1:42–43.

  26. 3 ນີ​ໄຟ 14:11.

  27. Dieter F. Uchtdorf, “The Gift of Grace,” Liahona, May 2015, 107; ເບິ່ງ 2 ນີ​ໄຟ 2:3; ຢາ​ໂຄບ 4:7 ນຳ​ອີກ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຮຽກ​ຮ້ອງ​ສັດ​ທາ​ທີ່ ສົມ​ບູນ ກ່ອນ​ເຮົາ​ຈະ​ເຂົ້າ​ເຖິງ​ອຳ​ນາດ​ທີ່ ສົມ​ບູນ ຂອງ​ພຣະ​ອົງ​ໄດ້” (“Christ Is Risen; Faith in Him Will Move Mountains,” Liahona, May 2021, 102).

  28. ເບິ່ງ ພຣະ​ບັນ​ຍັດ​ສອງ 2:7; ມັດ​ທາຍ 1:23; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 100:12. ແອວ​ເດີ ຣໍ​ເບີດ ອີ ແວວສ໌ ໄດ້​ຂຽນ​ວ່າ: “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ບໍ່​ແມ່ນ​ພຣະ​ເຈົ້າ​ທີ່​ຫາຍ​ໄປ, ແລະ ພຣະ​ເຢ​ຊູ​ຄຣິດ​ກໍ​ບໍ່​ໄດ້​ສິ້ນ​ພຣະ​ຊົນ. ພວກ​ພຣະ​ອົງ​ກ່ຽວ​ຂ້ອງ​ໃນ​ທຸກ​ວັນ​ນີ້​ຫລາຍ​ກວ່າ​ທີ່​ຜ່ານ​ມາ” (The Mount and the Master [1991], 26).

  29. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:9.

  30. ເບິ່ງ Sheri Dew, Amazed by Grace (2015), 4.

  31. 3 ນີ​ໄຟ 9:14.