ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 20–26 ເດືອນ​ກໍ​ລະ​ກົດ. “ໄດ້​ແຕ່​ຂໍ​ເພິ່ງ​ພຣະ​ອົງ​ໃຫ້​ຊ່ວຍ​ເຫລືອ​ເທົ່າ​ນັ້ນ”: 2 ຂ່າວ​ຄາວ 14–20; 26; 30


“ວັນ​ທີ 20–26 ເດືອນ​ກໍ​ລະ​ກົດ. ‘ໄດ້​ແຕ່​ຂໍ​ເພິ່ງ​ພຣະ​ອົງ​ໃຫ້​ຊ່ວຍ​ເຫລືອ​ເທົ່າ​ນັ້ນ’: 2 ຂ່າວ​ຄາວ 14–20; 26; 30,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 20–26 ເດືອນ​ກໍ​ລະ​ກົດ. ‘ໄດ້​ແຕ່​ຂໍ​ເພິ່ງ​ພຣະ​ອົງ​ໃຫ້​ຊ່ວຍ​ເຫລືອ​ເທົ່າ​ນັ້ນ,’” ຈົ່ງ​ຕາມ​ເຮົາ​ມາ: 2026

ກະ​ສັດ​ເຢ​ໂຮ​ຊາ​ຟັດ​ກຳ​ລັງ​ອະ​ທິ​ຖານ

King Jehoshaphat’s Prayer [ຄຳ​ອະ​ທິ​ຖານ​ຂອງ​ກະ​ສັດ​ເຢ​ໂຮ​ຊາ​ຟັດ], ໂດຍ ຄີ​ລີ ແຣ

ວັນ​ທີ 20–26 ເດືອນ​ກໍ​ລະ​ກົດ: “ໄດ້​ແຕ່​ຂໍ​ເພິ່ງ​ພຣະ​ອົງ​ໃຫ້​ຊ່ວຍ​ເຫລືອ​ເທົ່າ​ນັ້ນ”

2 ຂ່າວ​ຄາວ 14–20; 2630

ອາ​ນາ​ຈັກ​ຢູ​ດາຍ​ໄດ້​ຖືກ​ລ້ອມ. ກອງ​ທັບ​ທັງ​ໝົດ​ຈາກ​ສາມ​ຊົນ​ຊາດ​ຂອງ​ສັດ​ຕູ​ທີ່​ຊົງ​ພະ​ລັງ​ກຳ​ລັງ​ອອກ​ເດີນ​ທັບ​ພ້ອມ​ກັນ, ໂດຍ​ກຽມ​ພ້ອມ​ສຳ​ລັບ​ການ​ສູ້​ຮົບ. ໃນ​ຊ່ວງ​ເວ​ລາ​ອັນ​ສິ້ນ​ຫວັງ​ແຫ່ງ​ຄວາມ​ຂັດ​ສົນ, ເຢ​ໂຮ​ຊາ​ຟັດ, ກະ​ສັດ​ແຫ່ງ​ຢູ​ດາຍ, ໄດ້​ຫັນ​ໄປ​ຫາ​ກະ​ສັດ​ແຫ່ງ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ. ເຢ​ໂຮ​ຊາ​ຟັດ​ໄດ້​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ເພິ່ນ​ຢູ່​ທີ່​ພຣະ​ວິ​ຫານ ແລະ ໄດ້​ອະ​ທິ​ຖານ. ເພິ່ນ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ອ່ອນ​ແອ​ຂອງ​ມະ​ນຸດ​ຂອງ​ພວກ​ເຂົາ ແລະ ໄດ້​ອ້ອນ​ວອນ​ຂໍ​ການ​ປົດ​ປ່ອຍ. ເພື່ອ​ເປັນ​ການ​ຕອບ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ເຖິງ​ການ​ປົກ​ປ້ອງ​ຂອງ​ພຣະ​ອົງ: “ຢ່າ​ສົງ​ໄສ ຫລື ຢ້ານ​ກົວ​ເລີຍ” (2 ຂ່າວ​ຄາວ 20:17).

ເຮົາ​ອາດ​ບໍ່​ມີ​ກອງ​ທັບ​ກຳ​ລັງ​ຮຸກ​ຮານ​ຢູ່​ໜ້າ​ປະ​ຕູ​ໂດຍ​ຂູ່​ວ່າ​ຈະ​ທຳ​ລາຍ​ເຮົາ, ແຕ່​ບາງ​ເທື່ອ ເຮົາ​ກໍ​ຮູ້​ສຶກ​ຖືກ​ລ້ອມ​ໂດຍ​ຜູ້​ປໍ​ລະ​ປັກ ແລະ ຄວາມ​ຊົ່ວ​ຮ້າຍ. ເສັ້ນ​ທາງ​ຂອງ​ເຮົາ​ສູ່​ການ​ປົດ​ປ່ອຍ​ແມ່ນ​ເສັ້ນ​ທາງ​ດຽວ​ກັນ​ທີ່​ເຢ​ໂຮ​ຊາ​ຟັດ​ໄດ້​ສະ​ແຫວງ​ຫາ, ແລະ ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ສາ​ມາດ​ເປັນ​ຄື​ກັນ​ກັບ​ຂອງ​ເພິ່ນ​ເຊັ່ນ​ກັນ: “ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ນ້ອຍ, … ສຳ​ລັບ​ພວກ​ຂ້າ​ນ້ອຍ​ນັ້ນ​ເຮັດ​ຫຍັງ​ບໍ່​ໄດ້​ແລ້ວ​ກັບ​ກອງ​ທັບ​ອັນ​ໃຫຍ່​ໂຕ ຊຶ່ງ​ກຳ​ລັງ​ມາ​ໂຈມ​ຕີ​ພວກ​ຂ້າ​ນ້ອຍ. ພວກ​ຂ້າ​ນ້ອຍ​ບໍ່​ຮູ້​ຈັກ​ຈະ​ເຮັດ​ຢ່າງ​ໃດ ໄດ້​ແຕ່​ຂໍ​ເພິ່ງ​ພຣະ​ອົງ​ໃຫ້​ຊ່ວຍ​ເຫລືອ​ເທົ່າ​ນັ້ນ” (2 ຂ່າວ​ຄາວ 20:12).

ໃນ 2 ຂ່າວ​ຄາວ 14–30, ທ່ານ​ຈະ​ອ່ານ​ກ່ຽວ​ກັບ​ເຢ​ໂຮ​ຊາ​ຟັດ ແລະ ກະ​ສັດ​ຄົນ​ອື່ນໆ​ໃນ​ຢູ​ດາຍ. ໃຫ້​ພິ​ຈາ​ລະ​ນາ​ວ່າ ການ​ປະ​ຕິ​ຮູບ​ທີ່​ຂັບ​ເຄື່ອນ​ດ້ວຍ​ສັດ​ທາ, ໄຊ​ຊະ​ນະ, ແລະ ຄວາມ​ທ້າ​ທາຍ​ຂອງ​ພວກ​ເຂົາ​ນັ້ນ ສາ​ມາດ​ນຳ​ໃຊ້​ກັບ​ຊີ​ວິດ​ຂອງ​ທ່ານ​ເອງ​ແນວ​ໃດ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ 2 ຂ່າວ​ຄາວ, ໃຫ້​ເບິ່ງ “ຂ່າວ​ຄາວ” ໃນ ຄູ່​ມື​ພຣະ​ຄຳ​ພີ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

2 ຂ່າວ​ຄາວ 14–16

ການ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ຈະ​ນຳ​ສັນ​ຕິ​ສຸກ​ມາ​ສູ່​ເຮົາ.

ຕອນ​ທີ່​ອາ​ຊາ​ເປັນ​ກະ​ສັດ​ຂອງ​ຢູ​ດາຍ, ເພິ່ນ​ໄດ້​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ຫລາຍ​ຢ່າງ—ດັ່ງ​ທີ່​ເຮົາ​ທຸກ​ຄົນ​ປະ​ເຊີນ​ຢູ່​ທຸກ​ມື້​ນີ້. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ການ​ທົດ​ລອງ​ທີ່​ເພິ່ນ​ໄດ້​ປະ​ເຊີນ, ໃຫ້​ສັງ​ເກດ​ວ່າ ເພິ່ນ​ໄດ້​ວາງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເພິ່ນ​ໄວ້​ຢູ່​ໃສ ແລະ ມັນ​ໄດ້​ປ່ຽນ​ແປງ​ໄປ​ຕາມ​ການ​ເວ​ລາ​ແນວ​ໃດ.

ຂໍ້​ອ້າງ​ອີງ

ຄວາມ​ທ້າ​ທາຍ​ທີ່​ອາ​ຊາ​ໄດ້​ປະ​ເຊີນ

ບ່ອນ​ທີ່​ອາ​ຊາ​ວາງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເພິ່ນ

ຂໍ້​ອ້າງ​ອີງ

2 ຂ່າວ​ຄາວ 14:9–12

ຂໍ້​ອ້າງ​ອີງ

2 ຂ່າວ​ຄາວ 15:1–8

ຂໍ້​ອ້າງ​ອີງ

2 ຂ່າວ​ຄາວ 16:1–10

ເປັນ​ຫຍັງ​ບາງ​ເທື່ອ​ເຮົາ​ຈຶ່ງ​ເຊົາ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ຮຽນ​ຮູ້​ຫຍັງ​ອີກ​ແດ່​ຈາກ​ຊີ​ວິດ​ຂອງ​ອາ​ຊາ?

ເບິ່ງ Elder D. Todd Christofferson, “Our Relationship with God,” Liahona, May 2022, 78–80 ນຳ​ອີກ.

2 ຂ່າວ​ຄາວ 18

ເຮົາ​ສາ​ມາດ​ປົກ​ປ້ອງ​ຄວາມ​ຈິງ​ໄດ້, ເຖິງ​ແມ່ນ​ວ່າ​ມັນ​ຈະ​ບໍ່​ເປັນ​ທີ່​ນິ​ຍົມ​ກໍ​ຕາມ.

ສາດ​ສະ​ດາ ມີ​ກາ​ອີ​ຢາ ຄົງ​ຈະ​ຮູ້​ສຶກ​ກົດ​ດັນ​ຫລາຍ​ທີ່​ຈະ​ຄາດ​ເດົາ​ຄວາມ​ສຳ​ເລັດ​ໃຫ້​ກະ​ສັດ​ເຢ​ໂຮ​ຊາ​ຟັດ ແລະ ກະ​ສັດ​ອາ​ຮາບ​ໃນ​ສົງ​ຄາມ​ຂອງ​ພວກ​ເພິ່ນ​ກັັບ​ຊີ​ເຣຍ. ໃຫ້​ຊອກ​ຫາ​ຫລັກ​ຖານ​ຂອງ​ຄວາມ​ກົດ​ດັນ​ນັ້ນ​ໃນ 2 ຂ່າວ​ຄາວ 18:1–12. ທ່ານ​ພົບ​ຫລັກ​ຖານ​ໃດ​ແດ່​ກ່ຽວ​ກັບ​ຄວາມ​ກ້າ​ຫານ ແລະ ຄວາມ​ຊື່​ສັດ​ສຸດ​ຈະ​ລິດ​ຂອງ​ມີ​ກາ​ອີ​ຢາ​ໃນ ຂໍ້​ທີ 13–27? (ໃຫ້​ສັງ​ເກດ​ວ່າ ໃນ ຂໍ້​ທີ 14, ມີ​ກາ​ອີ​ຢາ​ໃຫ້​ຄຳ​ຕອບ​ແບບ​ປະ​ຊົດ​ປະ​ຊັນ; ຄຳ​ຕອບ​ທີ່​ແທ້​ຈິງ​ຂອງ​ເພິ່ນ​ແມ່ນ​ຢູ່​ໃນ ຂໍ້​ທີ 16.) ຖ້ອຍ​ຄຳ​ຂອງ​ມີ​ກາ​ອີ​ຢາ​ໄດ້​ສຳ​ເລັດ​ຄົບ​ຖ້ວນ​ແນວ​ໃດ​ໃນ ຂໍ້​ທີ 28–34?

ມີ​ສະ​ຖາ​ນະ​ການ​ໃດ​ແດ່​ທີ່​ທ່ານ​ອາດ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ດັ່ງ​ທີ່​ມີ​ກາ​ອີ​ຢາ​ໄດ້​ປະ​ເຊີນ? ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ຢືນ​ຢັດ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄຳ​ສອນ​ຂອງ​ພຣະ​ອົງ?

ແຜນ​ທີ່​ຢູ​ດາຍ

ໃນ​ສະ​ໄໝ​ຂອງ​ກະ​ສັດ​ເຢ​ໂຮ​ຊາ​ຟັດ, ສາມ​ຊົນ​ຊາດ​ໄດ້​ໂຈມ​ຕີ​ເຢ​ຣູ​ຊາ​ເລັມ.

2 ຂ່າວ​ຄາວ 20:1–25

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ໃນ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ, ເຮົາ​ສາ​ມາດ​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ.

ຂະ​ນະ​ທີ່​ທ່ານ​ອ່ານ 2 ຂ່າວ​ຄາວ 20:1–12, ໃຫ້​ຊອກ​ຫາ​ສິ່ງ​ທີ່​ກະ​ສັດ​ເຢ​ໂຮ​ຊາ​ຟັດ​ໄດ້​ເຮັດ ເມື່ອ​ຫລາຍ​ປະ​ຊາ​ຊາດ​ເຂົ້າ​ມາ​ໂຈມ​ຕີ​ຢູ​ດາຍ. ທ່ານ​ຈະ​ສາ​ມາດ​ນຳ​ໃຊ້​ການ​ກະ​ທຳ​ຂອງ​ເພິ່ນ​ໃນ​ສະ​ພາບ​ການ​ອັນ​ທ້າ​ທາຍ​ທີ່​ທ່ານ​ປະ​ເຊີນ​ໄດ້​ແນວ​ໃດ?

ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ເຢ​ໂຮ​ຊາ​ຟັດ​ແມ່ນ​ພົບ​ໃນ ຂໍ້​ທີ 14–17. ວະ​ລີ​ໃດ​ທີ່​ທ່ານ​ພົບ​ໃນ​ນັ້ນ​ທີ່​ສາ​ມາດ​ປອບ​ໂຍນ​ທ່ານ ຫລື ຄົນ​ທີ່​ທ່ານ​ຮູ້​ຈັກ​ໃນ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ?

ມື້​ຕໍ່​ມາ, ຜູ້​ຄົນ​ແຫ່ງ​ເຢ​ຣູ​ຊາ​ເລັມ​ໄດ້​ອອກ​ໄປ​ພົບ​ກັບ​ກອງ​ທັບ​ຝ່າຍ​ກົງ​ກັນ​ຂ້າມ. ຂະ​ນະ​ທີ່​ທ່ານ​ອ່ານ 2 ຂ່າວ​ຄາວ 20:20, ໃຫ້​ຊອກ​ຫາ​ຂ່າວ​ສານ​ທີ່​ເຢ​ໂຮ​ຊາ​ຟັດ​ໄດ້​ມອບ​ໃຫ້​ຜູ້​ຄົນ​ແຫ່ງ​ເຢ​ຣູ​ຊາ​ເລັມ. ຖ້ອຍ​ຄຳ​ຂອງ​ເພິ່ນ​ໄດ້​ສຳ​ເລັດ​ຄົບ​ຖ້ວນ​ແນວ​ໃດ? (ເບິ່ງ ຂໍ້​ທີ 22–23). ພຣະ​ເຈົ້າ​ໄດ້​ອວຍ​ພອນ​ທ່ານ​ສຳ​ລັບ​ການ​ເຊື່ອ​ໃນ​ພຣະ​ອົງ ແລະ ຕິດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ແນວ​ໃດ?

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຄື ທັນ​ທີ​ທີ່​ທ່ານ​ຢຸດ​ເອົາ​ເຄື່ອງ​ໝາຍ​ຖາມ​ໃສ່​ທາງ​ຫລັງ​ຄຳ​ກ່າວ​ຂອງ​ສາດ​ສະ​ດາ ແລະ ໃສ່​ເຄື່ອງ​ໝາຍ​ທ້ວງ​ແທນ, ແລະ ເຮັດ​ຕາມ, ພອນ​ກໍ​ຈະ​ໄຫລ​ມາ​ເທ​ມາ. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຖາມ​ຕົວ​ເອງ​ເລີຍ​ວ່າ, ‘ເມື່ອ​ໃດ​ທີ່​ສາດ​ສະ​ດາ​ໄດ້​ກ່າວ​ໃນ​ຖາ​ນະ​ສາດ​ສະ​ດາ ແລະ ເມື່ອ​ໃດ​ທີ່​ເພິ່ນ​ບໍ່​ໄດ້​ເປັນ?’ ຄວາມ​ສົນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຄື, ‘ຂ້ອຍ​ຈະ​ເປັນ​ເໝືອນ​ດັ່ງ​ເພິ່ນ​ໃຫ້​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?’” (ໃນ Lane Johnson, “Russell M. Nelson: A Study in Obedience,” Ensign, Aug. 1982, 24).

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 21:4–6; “A Secure Anchor” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ເຮັດ​ການ​ເລືອກ​ດ້ວຍ​ການ​ດົນ​ໃຈ,” ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (2022), 4–5.

3:37

A Secure Anchor

ລະ​ບຸ​ຄຳ​ກ່າວ​ແຫ່ງ​ຄວາມ​ຈິງ​ທີ່​ລຽບ​ງ່າຍ. ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ສິດ​ສອນ​ວ່າ: “ພຣະ​ຄຳ​ພີ​ມອບ​ເພັດ​ແຫ່ງ​ຄຳ​ສອນ​ຢ່າງ​ຫລວງ​ຫລາຍ​ໃຫ້​ແກ່​ເຮົາ. ແລະ ເມື່ອ​ແສງ​ສະ​ຫວ່າງ​ຂອງ​ພຣະ​ວິນ​ຍານ​ສ່ອງ​ມາ​ຍັງ​ດ້ານ​ຕ່າງໆ​ຂອງ​ພວກ​ເຂົາ, ພວກ​ເຂົາ​ກໍ​ຈະ​ເປັ່ງ​ປະ​ກາຍ​ດ້ວຍ​ສຳ​ຜັດ​ແຫ່ງ​ສະ​ຫວັນ​ຊັ້ນ​ສູງ ແລະ ສ່ອງ​ສະ​ຫວ່າງ​ໃສ່​ເສັ້ນ​ທາງ​ທີ່​ເຮົາ​ຕ້ອງ​ເດີນ​ຕາມ” (“According to the Desire of [Our] Hearts,” Ensign, Nov. 1996, 21). ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ໃຫ້​ຄິດ​ທີ່​ຈະ​ໃຊ້​ເວ​ລາ​ໃນ​ການ​ລະ​ບຸ, ໝາຍ, ແລະ ໄຕ່​ຕອງ​ຂ່າວ​ສານ​ທີ່​ສັ້ນ ແຕ່​ມີ​ພະ​ລັງ. ບາງ​ຕົວ​ຢ່າງ​ສາ​ມາດ​ພົບ​ໄດ້​ໃນ 2 ຂ່າວ​ຄາວ 14:11; 15:7; 18:13; 20:15; 26:5. ມີ “ເພັດ​ແຫ່ງ​ຄຳ​ສອນ” ໃດ​ແດ່​ທີ່​ທ່ານ​ພົບ?

2 ຂ່າວ​ຄາວ 26:3–21

ຄວາມ​ອວດ​ຕົວ​ນຳ​ໄປ​ສູ່​ການ​ທຳ​ລາຍ.

ເຊັ່ນ​ດຽວ​ກັບ​ກະ​ສັດ​ຄົນ​ອື່ນໆ​ແຫ່ງ​ຢູ​ດາຍ, ການ​ປົກ​ຄອງ​ຂອງ​ອຸດ​ຊີ​ຢາ​ໄດ້​ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່ ແຕ່​ຈົບ​ລົງ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ. ຊອກ​ຫາ​ແບບ​ແຜນ​ນີ້​ໃນ 2 ຂ່າວ​ຄາວ 26. ທ່ານ​ວ່າ​ຈຸດ​ຫັນ​ປ່ຽນ​ໃນ​ຊີ​ວິດ​ຂອງ​ອຸດ​ຊີ​ຢາ​ແມ່ນ​ຫຍັງ?

ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້​ທີ 16–23, ໃຫ້​ເກັບ​ໃສ່​ໃຈ​ວ່າ ໃນ​ຕອນ​ນີ້, ມີ​ແຕ່​ປະ​ໂລ​ຫິດ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຜົາ​ເຄື່ອງ​ຫອມ​ໃນ​ພຣະ​ວິ​ຫານ. ເປັນ​ຫຍັງ​ທ່ານ​ຈຶ່ງ​ຄິດ​ວ່າ ກະ​ສັດ​ອຸດ​ຊີ​ຢາ​ຈຶ່ງ​ບໍ່​ເຊື່ອ​ຟັງ​ພຣະ​ເຈົ້າ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ອັນ​ເສົ້າ​ສະ​ຫລົດ​ໃຈ​ນີ້?

ເບິ່ງ “Be Thou Humble,” Hymns, no. 130 ນຳ​ອີກ.

2 ຂ່າວ​ຄາວ 30

ເຮົາ​ສາ​ມາດ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.

ໃນ 2 ຂ່່າວ​ຄາວ 30, ເຮ​ເຊ​ກີ​ຢາ​ເປັນ​ກະ​ສັດ​ແຫ່ງ​ຢູ​ດາຍ. ເພິ່ນ​ໄດ້​ເຊື້ອ​ເຊີນ​ອາ​ນາ​ຈັກ​ຄູ່​ແຂ່ງ​ແຫ່ງ​ອິດ​ສະ​ຣາ​ເອນ​ໃຫ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ສະ​ຫລອງ​ງານ​ປັດ​ສະ​ຄາ—ສິ່ງ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ບໍ່​ສາ​ມາດ​ເຮັດ​ໄດ້​ມາ​ເປັນ​ເວ​ລາ​ຫລາຍ​ປີ (ເບິ່ງ ຂໍ້​ທີ 1–12). ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ການ​ເຊື້ອ​ເຊີນ​ນີ້ ແລະ ກະ​ແສ​ຕອບ​ຮັບ​ຂອງ​ມັນ—ທັງ​ໂດຍ​ແຂກ​ຊາວ​ອິດ​ສະ​ຣາ​ເອນ ແລະ ໂດຍ​ຜູ້​ຈັດ​ຂອງ​ພວກ​ເຂົາ​ໃນ​ຢູ​ດາຍ?

ເນື່ອງ​ຈາກ​ວ່າ​ມັນ​ຜ່ານ​ມາ​ດົນ​ນານ​ມາ​ແລ້ວ, ຜູ້​ຢ້ຽມ​ຢາມ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ບາງ​ຄົນ​ບໍ່​ຄຸ້ນ​ເຄີຍ​ກັບ​ລາຍ​ລະ​ອຽດ​ໃນ​ການ​ເຂົ້າ​ຮ່ວມ​ງານ​ປັດ​ສະ​ຄາ. ຂະ​ນະ​ທີ່​ທ່ານ​ອ່ານ 2 ຂ່າວ​ຄາວ 30:18–27, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ຕອບ​ສະ​ໜອງ​ຂອງ​ເຮ​ເຊ​ກີ​ຢາ ແລະ ຜົນ​ໄດ້​ຮັບ​ຂອງ​ການ​ຕອບ​ສະ​ໜອງ​ຂອງ​ເພິ່ນ?

ເບິ່ງ Russell M. Nelson, “Peacemakers Needed,” Liahona, May 2023, 98–101 ນຳ​ອີກ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

2 ຂ່າວ​ຄາວ 14–1620

ຂ້ອຍ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ເຈົ້າ.

  • ເພື່ອ​ແນະ​ນຳ​ແນວ​ຄິດ​ຂອງ​ການ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ, ທ່ານ​ອາດ​ເອົາ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ ທີ່​ທ່ານ​ໄວ້​ວາງ​ໃຈ​ວ່າ ຈະ​ຊ່ວຍ​ໃຫ້​ຕົວ​ທ່ານ​ແຫ້ງ​ເມື່ອ​ຝົນ​ຕົກ, ເຊັ່ນ ຄັນ​ຮົ່ມ ຫລື ເສື້ອ​ກັນ​ໜາວ. ໃຫ້​ພວກ​ເຂົາ​ເວົ້າ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ໄວ້​ວາງ​ໃຈ​ສິ່ງ​ເຫລົ່າ​ນີ້. ແລ້ວ​ຊ່ວຍ​ພວກ​ເຂົາ​ປຽບ​ທຽບ​ສິ່ງ​ນັ້ນ​ກັບ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ເປັນ​ຫຍັງ​ເຮົາ​ຈຶ່ງ​ໄວ້​ວາງ​ໃຈ​ພຣະ​ອົງ​ໃຫ້​ຮັກ​ສາ​ເຮົາ​ໃຫ້​ປອດ​ໄພ​ທາງ​ວິນ​ຍານ?

  • ທ່ານ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ພົບ​ວິ​ທີ​ທີ່​ກະ​ສັດ​ອາ​ຊາ ແລະ ກະ​ສັດ​ເຢ​ໂຮ​ຊາ​ຟັດ​ຕອບ​ຮັບ​ກັບ​ຄວາມ​ທ້າ​ທາຍ ໂດຍ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ 2 ຂ່າວ​ຄາວ 14:11; 20:3–5, 12). ແບ່ງ​ປັນ​ນຳ​ກັນ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ ທ່ານ​ໄວ້​ວາງ​ໃຈ​ພຣະ​ອົງ.

2 ຂ່າວ​ຄາວ 20:1–29

ພຣະ​ເຈົ້າ​ຈະ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.

  • ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ເລື່ອງ​ລາວ​ຂອງ​ຄຳ​ອະ​ທິ​ຖານ​ຂອງ​ເຢ​ໂຮ​ຊາ​ຟັດ ແລະ ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ​ກ່ຽວ​ກັບ​ຊ່ວງ​ເວ​ລາ​ທີ່​ພຣະ​ເຈົ້າ​ໄດ້​ຍິນ ແລະ ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ. ໃຫ້​ຄິດ​ທີ່​ຈະ​ລວມ​ຊ່ວງ​ເວ​ລາ​ທີ່​ຄຳ​ຕອບ​ໄດ້​ມາ​ໃນ​ວິ​ທີ ຫລື ໃນ​ເວ​ລາ​ທີ່​ທ່ານ​ບໍ່​ຄາດ​ຄິດ. ເພງ​ກ່ຽວ​ກັບ​ການ​ອະ​ທິ​ຖານ, ເຊັ່ນ “I Pray in Faith” (Children’s Songbook, 14), ສາ​ມາດ​ຊ່ວຍ​ສ້າງ​ສັດ​ທາ​ໃຫ້​ລູກໆ​ຂອງ​ທ່ານ​ໄດ້.

2 ຂ່າວ​ຄາວ 26:3–23

ເຮົາ​ສາ​ມາດ​ເປັນ​ຄົນ​ຖ່ອມ​ຕົວ.

  • ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ອັນ​ຕະ​ລາຍ​ຂອງ​ຄວາມ​ທະ​ນົງ​ຕົວ, ລູກໆ​ຂອງ​ທ່ານ​ສາ​ມາດ​ສ້າງ​ຫໍ​ຄອຍ​ດ້ວຍ​ທ່ອນ​ໄມ້ ຫລື ຈອກ​ນ້ອຍໆ. ຂະ​ນະ​ທີ່​ພວກ​ເຂົາ​ວາງ​ທ່ອນ​ໄມ້ ຫລື ຈອກ​ແຕ່​ລະ​ອັນ​ໃສ່​ເທິງ​ຫໍ​ຄອຍ, ຊ່ວຍ​ພວກ​ເຂົາ​ລະ​ບຸ​ໜຶ່ງ​ໃນ​ຄວາມ​ສຳ​ເລັດ​ຂອງ​ອຸດ​ຊີ​ຢາ​ຈາກ 2 ຂ່າວ​ຄາວ 26:3–15. ຫລັງ​ຈາກ​ທີ່​ສ້າງ​ຫໍ​ຄອຍ​ສຳ​ເລັດ​ແລ້ວ, ໃຫ້​ສົນ​ທະ​ນາ​ກັບ​ລູກໆ​ຂອງ​ທ່ານ​ເຖິງ​ວິ​ທີ​ທີ່​ອຸດ​ຊີ​ຢາ​ສາ​ມາດ​ຮັກ​ສາ​ໃຫ້​ມັນ​ສູງ ແລະ ຄົງ​ຄວາມ​ແຂງ​ແກ່ນ​ໄດ້. ແມ່ນ​ຫຍັງ​ທີ່​ສາ​ມາດ​ເຮັດ​ໃຫ້​ມັນ​ລົ້ມ​ໄດ້? ຫລັງ​ຈາກ​ນັ້ນ, ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້​ທີ 16, ທ່ານ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ວ່າ ການ​ເຮັດ​ໃຫ້​ໃຈ​ຂອງ​ເຮົາ “ຈອງ​ຫອງ​ຂຶ້ນ​ອັນ​ເປັນ​ເຫດ​ໃຫ້ [ເຮົາ] ຫລົ້ມ​ຈົມ” ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ. ແບ່ງ​ປັນ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ອຸດ​ຊີ​ຢາ​ໃນ ຂໍ້​ທີ 16–23. ໃຫ້​ພວກ​ເຂົາ​ທຸບ​ຫໍ​ຄອຍ​ຂອງ​ພວກ​ເຂົາ​ລົງ. ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຄົງ​ຄວາມ​ຖ່ອມ​ຕົວ.

ເຮ​ເຊ​ກີ​ຢາ​ກຳ​ລັງ​ສັນ​ລະ​ເສີນ​ພຣະ​ເຈົ້າ

King Hezekiah and the People Thank God [ກະ​ສັດ​ເຮ​ເຊ​ກີ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ຂອບ​ຄຸນ​ພຣະ​ເຈົ້າ], © Lifeway Collection/ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

2 ຂ່າວ​ຄາວ 30

ເຮົາ​ສາ​ມາດ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.

  • ຮູບ​ທີ່​ຢູ່​ດ້ານ​ເທິງ​ສະ​ແດງ​ເຖິງ​ຕອນ​ທີ່​ເຮ​ເຊ​ກີ​ຢາ​ໄດ້​ເຊື້ອ​ເຊີນ​ເພື່ອນ​ບ້ານ​ຂອງ​ຢູ​ດາຍ​ຈາກ​ອາ​ນາ​ຈັກ​ອິດ​ສະ​ຣາ​ເອນ​ມາ​ເພື່ອ​ສະ​ຫລອງ​ງານ​ປັດ​ສະ​ຄາ​ກັບ​ພວກ​ເຂົາ. ທ່ານ​ສາ​ມາດ​ເບິ່ງ​ຮູບ​ພາບ​ນີ້​ກັບ​ລູກໆ​ຂອງ​ທ່ານ ແລະ ອ່ານ 2 ຂ່າວ​ຄາວ 30:18–19, ຊຶ່ງ​ອະ​ທິ​ບາຍ​ວ່າ ແຂກ​ບາງ​ຄົນ​ບໍ່​ໄດ້​ລ້າງ​ຕົນ​ເອງ​ຕາມ​ກົດ​ຂອງ​ໂມ​ເຊ. ເຮ​ເຊ​ກີ​ຢາ​ໄດ້​ເຮັດ​ຫຍັງ? ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ແຂກ​ທັງ​ຫລາຍ​ຮູ້​ສຶກ​ແນວ​ໃດ? ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຄິດ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ເປັນ​ຄື​ກັນ​ກັບ​ເຮ​ເຊ​ກີ​ຢາ​ໃນ​ວິ​ທີ​ທີ່​ພວກ​ເຂົາ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ອຸດ​ຊີ​ຢາ​ກຳ​ລັງ​ຖືກ​ໄລ່​ອອກ​ຈາກ​ພຣະ​ວິ​ຫານ ຂະ​ນະ​ທີ່​ພະ​ຍາດ​ຂີ້​ທູດ​ປະ​ກົດ​ຢູ່​ເທິງ​ໜ້າ​ຜາກ​ເພິ່ນ

Uzziah’s Pride and Punishment [ຄວາມ​ທະ​ນົງ​ຕົວ ແລະ ການ​ລົງ​ໂທດ​ຂອງ​ອຸດ​ຊີ​ຢາ], ໂດຍ ເອ ເອັມ ບູນ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ