ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 6–12 ເດືອນ​ກໍ​ລະ​ກົດ. “ຢູ່​ໃນ​ອິດ​ສະ​ຣາ​ເອນ​ມີ​ສາດ​ສະ​ດາ​ຄົນ​ໜຶ່ງ”: 2 ກະ​ສັດ 2–7


“ວັນ​ທີ 6–12 ເດືອນ​ກໍ​ລະ​ກົດ. ‘ຢູ່​ໃນ​ອິດ​ສະ​ຣາ​ເອນ​ມີ​ສາດ​ສະ​ດາ​ຄົນ​ໜຶ່ງ’: 2 ກະ​ສັດ 2–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 6–12 ເດືອນ​ກໍ​ລະ​ກົດ. ‘ຢູ່​ໃນ​ອິດ​ສະ​ຣາ​ເອນ​ມີ​ສາດ​ສະ​ດາ​ຄົນ​ໜຶ່ງ,’” ຈົ່ງ​ຕາມ​ເຮົາ​ມາ: ພຣະ​ຄຳ​ພີ​ເດີມ 2026

ນາ​ອາ​ມານ​ຢູ່​ທີ່​ແມ່​ນ້ຳ​ຈໍ​ແດນ

At River’s Edge [ຢູ່​ແຄມ​ແມ່​ນ້ຳ], ໂດຍ ແອນ​ນີ ເຮັນ​ຣີ ເນ​ເດີ

ວັນ​ທີ 6–12 ເດືອນ​ກໍ​ລະ​ກົດ: “ຢູ່​ໃນ​ອິດ​ສະ​ຣາ​ເອນ​ມີ​ສາດ​ສະ​ດາ​ຄົນ​ໜຶ່ງ”

2 ກະ​ສັດ 2–7

ພາ​ລະ​ກິດ​ຕົ້ນ​ຕໍ​ຂອງ​ສາດ​ສະ​ດາ​ແມ່ນ​ທີ່​ຈະ​ສິດ​ສອນ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ທຶກ​ຂອງ​ເຮົາ​ເຖິງ​ສາດ​ສະ​ດາ​ເອ​ລີ​ຊາ, ບໍ່​ໄດ້​ມີ​ຫຍັງ​ຫລາຍ​ກ່ຽວ​ກັບ​ການ​ສິດ​ສອນ ຫລື ການ​ເປັນ​ພະ​ຍານ​ຂອງ​ເພິ່ນ. ສິ່ງ​ທີ່​ມີ​ຢູ່​ໃນ​ບັນ​ທຶກ​ແມ່ນ​ການ​ອັດ​ສະ​ຈັນ​ທີ່​ເອ​ລີ​ຊາ​ໄດ້​ກະ​ທຳ, ລວມ​ທັງ​ການ​ນຳ​ເດັກ​ນ້ອຍ​ທີ່​ຕາຍ​ແລ້ວ​ໃຫ້​ຄືນ​ມີ​ຊີ​ວິດ​ອີກ (ເບິ່ງ 2 ກະ​ສັດ 4:18–37), ການ​ລ້ຽງ​ເຂົ້າ​ຝູງ​ຊົນ​ດ້ວຍ​ອາ​ຫານ​ເລັກ​ນ້ອຍ (ເບິ່ງ 2 ກະ​ສັດ 4:42–44), ແລະ ການ​ປິ່ນ​ປົວ​ຄົນ​ຂີ້​ທູດ (ເບິ່ງ 2 ກະ​ສັດ 5:1–14). ສະ​ນັ້ນ​ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ມີ​ຖ້ອຍ​ຄຳ​ຂອງ​ເອ​ລີ​ຊາ​ກ່ຽວ​ກັບ​ພຣະ​ຄຣິດ, ແຕ່​ເຮົາ​ມີ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ມະ​ຫັດ​ສະ​ຈັນ​ຂອງ​ເອ​ລີ​ຊາ, ຊຶ່ງ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ. ມັນ​ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ມີ​ພະ​ລັງ​ເຖິງ​ອຳ​ນາດ​ທີ່​ໃຫ້​ຊີ​ວິດ, ການ​ບຳ​ລຸງ​ລ້ຽງ, ແລະ ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ມະ​ຫັດ​ສະ​ຈັນ​ເກີດ​ຂຶ້ນ​ເລື້ອຍໆ​ໃນ​ຊີ​ວິດ​ຂອງ​ເຮົາ​ຫລາຍ​ກວ່າ​ທີ່​ເຮົາ​ຮູ້​ຈັກ. ເພື່ອ​ຈະ​ເຫັນ​ສິ່ງ​ເຫລົ່າ​ນີ້, ເຮົາ​ຕ້ອງ​ສະ​ແຫວງ​ຫາ​ສັດ​ທາ​ທີ່​ເອ​ລີ​ຊາ​ມີ ເມື່ອ​ເພິ່ນ​ອະ​ທິ​ຖານ​ເພື່ອ​ຄົນ​ຮັບ​ໃຊ້​ໜຸ່ມ​ຂອງ​ເພິ່ນ​ທີ່​ວ່າ: “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ພຣະ​ອົງ​ເປີດ​ຕາ​ຄົນ​ຮັບ​ໃຊ້​ຂອງ​ຂ້າ​ນ້ອຍ​ຄົນ​ນີ້​ໃຫ້​ເຫັນ” (2 ກະ​ສັດ 6:17).

ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ 2 ກະ​ສັດ, ໃຫ້​ເບິ່ງ “Kings, books of” ໃນ Bible Dictionary.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

2 ກະ​ສັດ 2–6

ພຣະ​ເຈົ້າ​ສາ​ມາດ​ທຳ​ການ​ອັດ​ສະ​ຈັນ​ໃນ​ຊີ​ວິດ​ຂອງ​ເຮົາ.

ການ​ອັດ​ສະ​ຈັນ​ສະ​ແດງ​ໃຫ້​ເຮົາ​ເຫັນ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ມັນ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ​ຢູ່​ໃນ​ຊ່ວງ​ມະ​ຕະ—ເຊັ່ນ​ແຜ່ນ​ດິນ​ທີ່​ແຫ້ງ​ແລ້ງ ຊຶ່ງ​ຕ້ອງ​ການ​ນ້ຳ​ບໍ​ລິ​ສຸດ (ເບິ່ງ 2 ກະ​ສັດ 2:19–22) ຫລື ຂວານ​ທີ່​ຫາຍ​ໄປ ຊຶ່ງ​ຕ້ອງ​ກູ້​ກັບ​ຄືນ​ມາ (ເບິ່ງ 2 ກະ​ສັດ 6:4–7). ແຕ່​ສິ່ງ​ສຳ​ຄັນ​ທີ່​ສຸດ, ການ​ອັດ​ສະ​ຈັນ​ສາ​ມາດ​ຫັນ​ເຮົາ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້. ຂະ​ນະ​ທີ່​ທ່ານ​ອ່ານ 2 ກະ​ສັດ 2–6, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຂຽນ​ການ​ອັດ​ສະ​ຈັນ​ທີ່​ທ່ານ​ພົບ​ເຫັນ​ລົງ​ໄວ້, ແລະ ໄຕ່​ຕອງ​ບົດ​ຮຽນ​ທາງ​ວິນ​ຍານ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ຈາກ​ແຕ່​ລະ​ຢ່າງ.

ທ່ານ​ກໍ​ອາດ​ຈະ​ປຽບ​ທຽບ​ການ​ອັດ​ສະ​ຈັນ​ທີ່​ເອ​ລີ​ຊາ​ໄດ້​ເຮັດ​ກັບ​ການ​ອັດ​ສະ​ຈັນ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ (ເບິ່ງ 2 ກະ​ສັດ 4:8–37 ແລະ ລູ​ກາ 7:11–16; 2 ກະ​ສັດ 4:42–44 ແລະ ໂຢ​ຮັນ 6:1–13; 2 ກະ​ສັດ 5:1–15 ແລະ ລູ​ກາ 17:11–19). ການ​ອັດ​ສະ​ຈັນ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ?

ເບິ່ງ 2 ນີ​ໄຟ 26:12–13; 27:23; ໂມ​ໂຣ​ໄນ 7:35–37; ພາກ​ສ່ວນ “Seek and expect miracles” ໃນ Russell M. Nelson, “The Power of Spiritual Momentum,” Liahona, May 2022, 99–100 ນຳ​ອີກ.

ເອ​ລີ​ຊາ​ກຳ​ລັງ​ນຳ​ເດັກ​ຄືນ​ມາ​ຈາກ​ຕາຍ

Elisha Raising the Son of the Shunamite [ເອ​ລີ​ຊາ​ກຳ​ລັງ​ນຳ​ລູກ​ຊາຍ​ຂອງ​ຊາວ​ຊູ​ເນມ​ຄືນ​ມາ​ຈາກ​ຕາຍ], ໂດຍ ເຟຣ​ເດ​ຣິກ ເລ​ຕັນ

2 ກະ​ສັດ 4:8–17; 7:1–16

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສຳ​ເລັດ​ພຣະ​ຄຳ​ຂອງ​ພຣະ​ອົງ ທີ່​ໄດ້​ປະ​ທານ​ໃຫ້​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈ​ເອ​ລີ​ຊາ​ເພື່ອ​ທຳ​ນາຍ​ສິ່ງ​ທີ່​ຈະ​ມາ​ເຖິງ—ຕາມ​ປົກ​ກະ​ຕິ​ແລ້ວ, ສິ່ງ​ທີ່​ເບິ່ງ​ຄື​ວ່າ​ຈະ​ບໍ່​ເກີດ​ຂຶ້ນ. ຂະ​ນະ​ທີ່​ທ່ານ​ອ່ານ 2 ກະ​ສັດ 4:8–17; 7:1–16, ໃຫ້​ຄິດ​ກ່ຽວ​ກັບ​ວ່າ​ທ່ານ​ຈະ​ຕອບ​ສະ​ໜອງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ໃນ​ມື້​ນີ້​ແນວ​ໃດ. ຄຳ​ສອນ, ການ​ທຳ​ນາຍ, ຫລື ຄຳ​ສັນ​ຍາ​ໃດ​ແດ່​ທີ່​ທ່ານ​ໄດ້​ຍິນ​ຈາກ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່? ທ່ານ​ກຳ​ລັງ​ເຮັດ​ຫຍັງ​ແດ່​ເພື່ອ​ກະ​ທຳ​ຕາມ​ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ​ດ້ວຍ​ສັດ​ທາ?

ເບິ່ງ 3 ນີ​ໄຟ 29:6; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:37–38; “Teachings of Presidents” collection, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

2 ກະ​ສັດ 5

ເມື່ອ​ເຮົາ​ຖ່ອມ​ຕົວ ແລະ ເຊື່ອ​ຟັງ, ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປິ່ນ​ປົວ​ເຮົາ.

ຂະ​ນະ​ທີ່​ທ່ານ​ອ່ານ 2 ກະ​ສັດ 5, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ປຽບ​ທຽບ​ການ​ເປັນ​ຂີ້​ທູດ​ຂອງ​ນາ​ອາ​ມານ​ກັບ​ຄວາມ​ທ້າ​ທາຍ​ທາງ​ວິນ​ຍານ​ທີ່​ທ່ານ​ກຳ​ລັງ​ປະ​ເຊີນ.

ມີ​ບາງ​ຄົນ​ທີ່​ເປັນ​ແບບ “ຄົນ​ຮັບ​ໃຊ້” ຜູ້​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ, ທີ່​ຊຸກ​ຍູ້​ທ່ານ​ໃຫ້​ສະ​ແຫວງ​ຫາ​ການ​ຊີ້​ນຳ​ກ່ຽວ​ກັບ​ຄວາມ​ທ້າ​ທາຍ​ຂອງ​ທ່ານ ຈາກ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? (ເບິ່ງ ຂໍ້​ທີ 2–3, 13).

ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເຊື້ອ​ເຊີນ​ໃຫ້​ທ່ານ​ເຮັດ​ຫຍັງ ທີ່​ອາດ​ເບິ່ງ​ວ່າ​ງ່າຍ​ເກີນ​ໄປ—ເຊັ່ນ “ອາບ​ນ້ຳ, ຊຳ​ລະ​ຕົວ”? (ຂໍ້​ທີ 13). ແມ່ນ​ຫຍັງ​ທີ່​ຈະ​ຂັດ​ຂວາງ​ທ່ານ​ຈາກ​ການ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ທີ່​ລຽບ​ງ່າຍ​ຂອງ​ພຣະ​ອົງ?

ທ່ານ​ຈະ​ສາ​ມາດ​ສະ​ແດງ​ຄວາມ​ຖ່ອມ​ຕົນ​ຄື​ກັນ​ກັບ​ນາ​ອາ​ມານ​ໄດ້​ແນວ​ໃດ?

ໃຫ້​ສັງ​ເກດ​ເບິ່ງ​ປະ​ສົບ​ການ​ຂອງ​ນາ​ອາ​ມານ ວ່າ​ມີ​ຜົນ​ກະ​ທົບ​ແນວ​ໃດ​ຕໍ່​ສັດ​ທາ​ຂອງ​ລາວ ໃນ​ພຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣາ​ເອນ (ເບິ່ງ ຂໍ້​ທີ 15). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງ​ນີ້?

ເບິ່ງ ລູ​ກາ 4:27; 1 ເປ​ໂຕ 5:5–7; ແອວ​ມາ 37:3–7; ອີ​ເທີ 12:27; L. Whitney Clayton, “Whatsoever He Saith unto You, Do It,” Liahona, May 2017, 97–99; “Naaman and Elisha” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

14:30

Naaman and Elisha

ປຽບ​ທຽບ​ພຣະ​ຄຳ​ພີ​ກັບ​ຊີ​ວິດ​ຂອງ​ທ່ານ. ບາງ​ເທື່ອ​ມັນ​ງ່າຍ​ກວ່າ​ທີ່​ຈະ​ພົບ​ເຫັນ​ຄວາມ​ໝາຍ​ສ່ວນ​ຕົວ​ຢູ່​ໃນ​ພຣະ​ຄຳ​ພີ ເມື່ອ​ທ່ານ​ປຽບ​ທຽບ​ສິ່ງ​ທີ່​ເປັນ​ທາງ​ໂລກ​ຢູ່​ໃນ​ເລື່ອງ​ລາວ ໃສ່​ກັບ​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ​ໃນ​ຊີ​ວິດ​ຂອງ​ທ່ານ. ຍົກ​ຕົວ​ຢ່າງ, ຂະ​ນະ​ທີ່​ທ່ານ​ສຶກ​ສາ 2 ກະ​ສັດ 2–7, ທ່ານ​ສາ​ມາດ​ປຽບ​ທຽບ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ທ່ານ​ກັບ​ສິ່ງ​ຕ່າງໆ​ເຊັ່ນ​ຂີ້​ທູດ, ຂວານ​ທີ່​ຢືມ, ນ້ຳ​ຈໍ​ແດນ, ຫລື ກອງ​ທັບ​ໃຫຍ່​ທີ່​ຮຸກ​ຮານ. ບົດ​ຮຽນ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ສຳ​ລັບ​ທ່ານ​ຢູ່​ໃນ​ເລື່ອງ​ລາວ​ເຫລົ່າ​ນີ້?

2 ກະ​ສັດ 6:8–23

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“ຝ່າຍ​ຂອງ​ພວກ​ເຮົາ​ມີ​ຫລາຍ​ກວ່າ​ຝ່າຍ​ຂອງ​ພວກ​ເຂົາ.”

ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ຕິດ​ຕາມ​ພຣະ​ຄຣິດ, ທ່ານ​ເຄີຍ​ຮູ້​ສຶກ​ຄື​ກັນ​ກັບ​ຄົນ​ຮັບ​ໃຊ້​ໜຸ່ມ​ຂອງ​ເອ​ລີ​ຊາ​ບໍ—ມີ​ຈຳ​ນວນ​ໜ້ອຍ​ກວ່າ ແລະ ຢ້ານ​ກົວ? ລອງ​ນຶກ​ພາບ​ວ່າ​ທ່ານ​ຢູ່​ໃນ​ສະ​ພາບ​ການ​ດຽວ​ກັນ​ກັບ​ເພິ່ນ ຂະ​ນະ​ທີ່​ທ່ານ​ອ່ານ 2 ກະ​ສັດ 6:8–23. ເລື່ອງ​ນີ້​ປ່ຽນ​ວິ​ທີ​ທີ່​ທ່ານ​ຄິດ ແລະ ຮູ້​ສຶກ​ກ່ຽວ​ກັບ​ການ​ທົດ​ລອງ​ຂອງ​ທ່ານ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ, ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ແນວ​ໃດ?

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ, ໃຫ້​ພິ​ຈາ​ລະ​ນາ​ຖ້ອຍ​ຄຳ​ຂອງ​ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ທີ່​ວ່າ: “ເຊັ່ນ​ດຽວ​ກັນ​ກັບ​ຄົນ​ຮັບ​ໃຊ້​ຄົນ​ນັ້ນ​ຂອງ​ເອ​ລີ​ຊາ, ມີ​ຄົນ​ຢ່າງ​ຫລວງ​ຫລາຍ​ຢູ່​ກັບ​ທ່ານ ຫລາຍ​ກວ່າ​ຜູ້​ທີ່​ທ່ານ​ເຫັນ​ວ່າ​ຕໍ່​ຕ້ານ​ທ່ານ. ບາງ​ຄົນ​ທີ່​ຢູ່​ກັບ​ທ່ານ​ຈະ​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ​ມະ​ນຸດ​ຂອງ​ທ່ານ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ກຳ​ລັງ​ໃຈ​ທ່ານ ແລະ ບາງ​ເທື່ອ​ຈະ​ເອີ້ນ​ບາງ​ຄົນ​ໃຫ້​ຢືນ​ຢູ່​ກັບ​ທ່ານ” (“O Ye That Embark,” Liahona, Nov. 2008, 58).

ໃຫ້​ພິ​ຈາ​ລະ​ນາ​ເຮັດ​ລາຍ​ການ​ກ່ຽວ​ກັບ “ຝ່າຍ​ຂອງ [ທ່ານ]” (ຂໍ້​ທີ 16)—ຜູ້​ຄົນ​ທີ່​ພຣະ​ເຈົ້າ​ໄດ້​ວາງ​ໄວ້​ໃນ​ຊີ​ວິດ​ຂອງ​ທ່ານ ເພື່ອ​ສະ​ໜັບ​ສະ​ໜູນ​ທ່ານ. ທ່ານ​ອາດ​ຂໍ​ໃຫ້​ພຣະ​ອົງ​ຊ່ວຍ​ເຫລືອ​ທ່ານ​ລະ​ບຸ​ພວກ​ເຂົາ ໂດຍ​ການ​ເປີດ​ຕາ​ທາງ​ວິນ​ຍານ​ຂອງ​ທ່ານ. ພຣະ​ອົງ​ອາດ​ໄດ້​ວາງ​ທ່ານ​ໄວ້​ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ ເພື່ອ​ຊ່ວຍ​ເຫລືອ​ພວກ​ເຂົາ​ເຊັ່ນ​ກັນ. ທ່ານ​ຈະ​ສາ​ມາດ​ດຶງ​ເອົາ​ຄວາມ​ເຂັ້ມ​ແຂງ ແລະ ການ​ສະ​ໜັບ​ສະ​ໜູນ​ຈາກ​ກັນ​ແລະ​ກັນ​ໄດ້​ແນວ​ໃດ?

ທ່ານ​ເຄີຍ​ຮູ້​ສຶກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຍາຍ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:88 ເມື່ອ​ໃດ?

ທ່ານ​ອາດ​ສຶກ​ສາ​ຂ່າວ​ສານ​ຂອງ​ຊິດ​ສະ​ເຕີ ມິ​ແຊວ ດີ ເຄຣກ “Eyes to See” (Liahona, Nov. 2020, 15–17) ນຳ​ອີກ. ໃຫ້​ຖາມ​ຕົວ​ທ່ານ​ເອງ​ວ່າ, “ພຣະ​ເຈົ້າ​ຢາກ​ໃຫ້​ເຮົາ​ເຫັນ​ຫຍັງ​ແດ່?”

ເມື່ອ​ອ້າງ​ເຖິງ​ເລື່ອງ​ລາວ​ໃນ 2 ກະ​ສັດ 6:8–23, ແອວ​ເດີ ຣອນ​ໂນ ເອ ແຣັສ໌​ແບນ ໄດ້​ກ່າວ​ວ່າ: “ເຮົາ​ອາດ​ມີ ຫລື ບໍ່​ມີ​ລົດ​ຮົບ​ທີ່​ເປັນ​ໄຟ​ຖືກ​ສົ່ງ​ມາ​ກຳ​ຈັດ​ຄວາມ​ຢ້ານ​ກົວ​ຂອງ​ເຮົາ ແລະ ເອົາ​ຊະ​ນະ​ມານ​ຂອງ​ເຮົາ, ແຕ່​ບົດ​ຮຽນ​ກໍ​ແຈ່ມ​ແຈ້ງ​ດີ. ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ນຳ​ເຮົາ, ເປັນ​ຫ່ວງ​ເຮົາ, ແລະ ໃຫ້​ພອນ​ເຮົາ​ໃນ​ວິ​ທີ​ທາງ​ທີ່​ພຽງ​ແຕ່​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ສາ​ມາດ​ເຮັດ​ໄດ້. ຄຳ​ອະ​ທິ​ຖານ​ສາ​ມາດ​ເອີ້ນ​ໃຫ້​ພະ​ລັງ ແລະ ການ​ເປີດ​ເຜີຍ​ທີ່​ເຮົາ​ຕ້ອງ​ການ​ລົງ​ມາ ເພື່ອ​ໃຫ້​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ເຈາະ​ຈົງ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮູ້​ແລ້ວ​ວ່າ ບາງ​ເທື່ອ​ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຢ້ານ​ກົວ. ຂ້າ​ພະ​ເຈົ້າ​ເຄີຍ​ຢູ່​ໃນ​ສະ​ພາບ​ນັ້ນ ແລະ ທ່ານ​ດ້ວຍ. … ໃນ​ສາດ​ສະ​ໜາ​ຈັກ ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ມີ​ຈຳ​ນວນ​ໜ້ອຍ​ຕາມ​ທີ່​ໂລກ​ຄຳ​ນວນ​ອິດ​ທິ​ພົນ, ແຕ່​ເມື່ອ​ເຮົາ​ເປີດ​ຕາ​ທາງ​ວິນ​ຍານ​ຂອງ​ເຮົາ, ‘ຝ່າຍ​ຂອງ​ພວກ​ເຮົາ​ມີ​ຫລາຍ​ກວ່າ​ຝ່າຍ​ຂອງ​ພວກ​ເຂົາ’ [2 ກະ​ສັດ 6:16]” (“Be Not Troubled,” Liahona, Nov. 2018, 18, 19). ທ່ານ​ຈະ​ໃຊ້​ຄຳ​ເຫລົ່າ​ນີ້​ເພື່ອ​ຊ່ວຍ​ເຫລືອ​ຄົນ​ທີ່​ຮູ້​ສຶກ​ກັງ​ວົນ ຫລື ຢ້ານ​ກົວ​ແນວ​ໃດ?

ເບິ່ງ “Dearest Children, God Is Near You,” Hymns, no. 96 ນຳ​ອີກ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

2 ກະ​ສັດ 4

ພຣະ​ເຈົ້າ​ສາ​ມາດ​ທຳ​ການ​ອັດ​ສະ​ຈັນ​ໃນ​ຊີ​ວິດ​ຂອງ​ເຮົາ.

  • ຫລັງ​ຈາກ​ທີ່​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ວ່າ​ການ​ອັດ​ສະ​ຈັນ​ແມ່ນ​ຫຍັງ, ໃຫ້​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຂຽນ​ລາຍ​ການ​ຕົວ​ຢ່າງ​ຂອງ​ການ​ອັດ​ສະ​ຈັນ​ຫລາຍ​ຢ່າງ​ເທົ່າ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໄດ້. ຮູບ​ພາບ​ໃນ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ ຫລື ຈົ່ງ​ຕາມ​ເຮົາ​ມາ ສາ​ມາດ​ຊ່ວຍ​ໄດ້. ແລ້ວ​ພວກ​ເຂົາ​ສາ​ມາດ​ຊອກ​ຫາ​ການ​ອັດ​ສະ​ຈັນ​ໃນ 2 ກະ​ສັດ 4:1–7, 14–17, 32–35, 38–44. ການ​ອັດ​ສະ​ຈັນ​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ?

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ​ພຣະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ການ​ອັດ​ສະ​ຈັນ​ແນວ​ໃດ. ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ​ນຳ​ກັນ​ເຊັ່ນ “God’s Gracious Love” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

ສາວ​ໃຊ້​ຊາວ​ອິດ​ສະ​ຣາ​ເອນ​ເປັນ​ພະ​ຍານ​ຕໍ່​ພັນ​ລະ​ຍາ​ຂອງ​ນາ​ອາ​ມານ

Stand as a Witness [ຢືນ​ເປັນ​ພະ​ຍານ], ໂດຍ ຄະ​ວາ​ນີ ໂພ​ວີ ວິນ​ເດີ

2 ກະ​ສັດ 5:1–15

ເຮົາ​ສາ​ມາດ​ເລືອກ​ເຮັດ​ສິ່ງ​ທີ່​ພຣະ​ເຈົ້າ​ບັນ​ຊາ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

  • ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ເລື່ອງ​ລາວ​ໃນ 2 ກະ​ສັດ 5:1–3, 9–14. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ໃຊ້ “ເອ​ລີ​ຊາ​ປິ່ນ​ປົວ​ນາ​ອາ​ມານ” (ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 134–37) ຫລື ໃຊ້​ຮູບ​ພາບ​ຂອງ​ນາ​ອາ​ມານ​ໃນ​ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້. ເປັນ​ຫຍັງ​ນາ​ອາ​ມານ​ຈຶ່ງ​ບໍ່​ຢາກ​ລົງ​ໄປ​ອາບ​ໃນ​ແມ່​ນ້ຳ​ຈໍ​ແດນ, ເຖິງ​ແມ່ນ​ເອ​ລີ​ຊາ​ໄດ້​ບອກ​ວ່າ ເພິ່ນ​ຈະ​ຫາຍ​ດີ​ຈາກ​ພະ​ຍາດ​ຂອງ​ເພິ່ນ? ນາ​ອາ​ມານ​ໄດ້​ຮັບ​ພອນ​ແນວ​ໃດ ເມື່ອ​ເພິ່ນ​ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເອ​ລີ​ຊາ? ພວກ​ທ່ານ​ອາດ​ແບ່ງ​ປັນ​ປະ​ສົບ​ການ​ນຳ​ກັນ​ກ່ຽວ​ກັບ​ຕອນ​ທີ່​ພວກ​ທ່ານ​ໄດ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ເມື່ອ​ທ່ານ​ບໍ່​ແນ່​ໃຈ​ວ່າ​ທ່ານ​ຕ້ອງ​ການ​ຫລື​ບໍ່​ກໍ​ຕາມ.

    1:52

    Elisha Heals Naaman

  • ທ່ານ​ອາດ​ຈະ​ເນັ້ນ 2 ກະ​ສັດ 5:13 ນຳ​ອີກ, ຊຶ່ງ​ຄົນ​ຮັບ​ໃຊ້​ຂອງ​ນາ​ອາ​ມານ​ໄດ້​ຊ່ວຍ​ເພິ່ນ​ໃຫ້​ຕັດ​ສິນ​ໃຈ​ເຊື່ອ​ຟັງ​ສາດ​ສະ​ດາ​ເອ​ລີ​ຊາ. ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ຊ່ວຍ​ໃຫ້​ໝູ່​ເພື່ອນ ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພວກ​ເຂົາ​ຟັງ ແລະ ເຊື່ອ​ຟັງ​ສາດ​ສະ​ດາ.

2 ກະ​ສັດ 6:8–17

ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ.

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ນຶກ​ພາບ​ວ່າ​ພວກ​ທ່ານ​ຖືກ​ອ້ອມ​ຮອບ​ດ້ວຍ​ກອງ​ທັບ​ທີ່​ມີ​ດາບ, ມ້າ, ແລະ ລົດ​ຮົບ. ພວກ​ທ່ານ​ຈະ​ຮູ້​ສຶກ​ແນວ​ໃດ? ພວກ​ທ່ານ​ຈະ​ເຮັດ​ຫຍັງ? ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ຫລັບ​ຕາ ຂະ​ນະ​ທີ່​ທ່ານ​ອ່ານ 2 ກະ​ສັດ 6:16–17 ໃຫ້​ພວກ​ເຂົາ​ຟັງ. (ເບິ່ງ “ເອ​ລີ​ຊາ ແລະ ກອງ​ທັບ​ພຣະ​ຜູ້​ເປັນ​ເຈົ້າ,” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 138–39, ຫລື ຮູບ​ພາບ​ຢູ່​ໃນ​ທ້າຍ​ໂຄງ​ຮ່າງ​ນີ້ ນຳ​ອີກ.) ເມື່ອ​ທ່ານ​ອ່ານ​ເຖິງ​ຄຳ​ວ່າ “ເປີດ​ຕາ​ຄົນ​ຮັບ​ໃຊ້” (ຂໍ້​ທີ 17), ຂໍ​ໃຫ້​ລູກໆ​ເປີດ​ຕາ​ຂອງ​ພວກ​ເຂົາ. ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ຜູ້​ຮັບ​ໃຊ້​ໄດ້​ເຫັນ. ແບ່ງ​ປັນ​ກັບ​ລູກໆ​ຂອງ​ທ່ານ​ວ່າ ທ່ານ​ຮູ້​ສຶກ​ແນວ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ທ່ານ​ໃນ​ຊ່ວງ​ເວ​ລາ​ທີ່​ທ້າ​ທາຍ​ຂອງ​ທ່ານ, ແມ່ນ​ແຕ່​ເບິ່ງ​ຄື​ກັບ​ວ່າ​ທ່ານ​ຢູ່​ຄົນ​ດຽວ​ກໍ​ຕາມ.

    1:9

    Elisha and the Lord’s Army

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ເອ​ລີ​ຊາ ແລະ ຊາຍ​ໜຸ່ມ​ກຳ​ລັງ​ສັງ​ເກດ​ເບິ່ງ​ລົດ​ຮົບ​ເປັນ​ໄຟ

“Fear not: for they that be with us are more than they that be with them,” [“ບໍ່​ຕ້ອງ​ຢ້ານ: ຝ່າຍ​ຂອງ​ພວກ​ເຮົາ​ມີ​ຫລາຍ​ກວ່າ​ຝ່າຍ​ຂອງ​ພວກ​ເຂົາ,”] ໂດຍ ສະ​ເຕ​ຊີ ມິນຊ໌

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ເຮົາ​ສາ​ມາດ​ເລືອກ​ເຮັດ​ສິ່ງ​ທີ່​ພຣະ​ເຈົ້າ​ບັນ​ຊາ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ