ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 13–19 ເດືອນ​ກໍ​ລະ​ກົດ. “ເພິ່ນ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ”: 2 ກະ​ສັດ 16–25


“ວັນ​ທີ 13–19 ເດືອນ​ກໍ​ລະ​ກົດ. ‘ເພິ່ນ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ’: 2 ກະ​ສັດ 16–25,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 13–19 ເດືອນ​ກໍ​ລະ​ກົດ. ‘ເພິ່ນ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026

ຊາວ​ຢິວ​ກຸ່ມ​ໃຫຍ່​ກຳ​ລັງ​ເດີນ​ທາງ​ສູ່​ການ​ເນ​ລະ​ເທດ​ໃນ​ບາ​ບີ​ໂລນ

The Flight of the Prisoners [ການ​ໜີ​ຂອງ​ເຫລົ່າ​ນັກ​ໂທດ], ໂດຍ ເຈມສ໌ ທີ​ໂຊ ແລະ ຄົນ​ອື່ນໆ

ວັນ​ທີ 13–19 ເດືອນ​ກໍ​ລະ​ກົດ: “ເພິ່ນ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ”

2 ກະ​ສັດ 16–25

ເຖິງ​ແມ່ນ​ວ່າ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ສາດ​ສະ​ດາ​ເອ​ລີ​ຊາ​ຈະ​ຊົງ​ພະ​ລັງ​ກໍ​ຕາມ, ແຕ່​ຜູ້​ຄົນ​ຂອງ​ອາ​ນາ​ຈັກ​ພາກ​ເໜືອ​ແຫ່ງ​ອິດ​ສະ​ຣາ​ເອນ​ບໍ່​ໄດ້​ກັບ​ໃຈ. ໃນ​ທີ່​ສຸດ, ຈັກ​ກະ​ພົບ​ອັດ​ຊີ​ເຣຍ​ກໍ​ໄດ້​ຂຶ້ນ​ຍຶດ​ຄອງ ແລະ ໄດ້​ເຮັດ​ໃຫ້​ສິບ​ເຜົ່າ​ຂອງ​ອິດ​ສະ​ຣາ​ເອນ​ກະ​ຈັດ​ກະ​ຈາຍ​ໄປ. ໃນ​ຂະ​ນະ​ດຽວ​ກັນ, ອາ​ນາ​ຈັກ​ພາກ​ໃຕ້​ແຫ່ງ​ຢູ​ດາຍ​ກໍ​ບໍ່​ໄດ້​ດີ​ໄປ​ກວ່າ​ນັ້ນ: ການ​ຂາບ​ໄຫວ້​ຮູບ​ເຄົາ​ລົບ​ກໍ​ໄດ້​ຂະ​ຫຍາຍ​ໄປ​ຢ່າງ​ກວ້າງ​ຂວາງ​ໃນ​ທີ່​ນັ້ນ​ເຊັ່ນ​ກັນ.

ໃນ​ທ່າມ​ກາງ​ຄວາມ​ເສື່ອມ​ໂຊມ​ທາງ​ວິນ​ຍານ​ທັງ​ໝົດ​ນີ້, ພຣະ​ຄຳ​ພີ​ໄດ້​ກ່າວ​ເຖິງ​ກະ​ສັດ​ແຫ່ງ​ຢູ​ດາຍ​ສອງ​ອົງ, ຜູ້​ຊຶ່ງ, ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ໄດ້​ຫັນ​ຜູ້​ຄົນ​ຂອງ​ພວກ​ເພິ່ນ​ກັບ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ. ກະ​ສັດ​ອົງ​ໜຶ່ງ​ແມ່ນ ເຮ​ເຊ​ກີ​ຢາ. ລະ​ຫວ່າງ​ການ​ປົກ​ຄອງ​ຂອງ​ເພິ່ນ, ຊາວ​ອັດ​ຊີ​ເຣຍ​ໄດ້​ຍຶດ​ຄອງ​ແຜ່ນ​ດິນ​ສ່ວນ​ໃຫຍ່​ຂອງ​ຢູ​ດາຍ. ແຕ່​ເຮ​ເຊ​ກີ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ສະ​ແດງ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ທີ່​ໄດ້​ປົດ​ປ່ອຍ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ໃນ​ວິ​ທີ​ທີ່​ໜ້າ​ອັດ​ສະ​ຈັນ. ຕໍ່​ມາ, ຫລັງ​ຈາກ​ຊົ່ວ​ໄລ​ຍະ​ໜຶ່ງ​ຂອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ, ໂຢ​ສີ​ຢາ​ໄດ້​ຂຶ້ນ​ເປັນ​ກະ​ສັດ. ໂດຍ​ໄດ້​ຮັບ​ການ​ດົນ​ໃຈ​ສ່ວນ​ໜຶ່ງ​ຈາກ​ການ​ຄົ້ນ​ພົບ​ປຶ້ມ​ກົດ​ບັນ​ຍັດ​ຂອງ​ໂມ​ເຊ​ອີກ​ຄັ້ງ, ໂຢ​ສີ​ຢາ​ໄດ້​ນຳ​ການ​ປະ​ຕິ​ຮູບ​ທີ່​ນຳ​ສາດ​ສະ​ໜາ​ມາ​ສູ່​ຊີ​ວິດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ອີກ​ຄັ້ງ.

ເຊັ່ນ​ດຽວ​ກັບ​ອິດ​ສະ​ຣາ​ເອນ ແລະ ຢູ​ດາຍ, ເຮົາ​ທຸກ​ຄົນ​ກໍ​ເຄີຍ​ເລືອກ​ເຮັດ​ສິ່ງ​ທີ່​ດີ ແລະ ສິ່ງ​ທີ່​ບໍ່​ດີ. ເມື່ອ​ເຮົາ​ຮູ້​ສຶກ​ວ່າ ຊີ​ວິດ​ຂອງ​ເຮົາ​ຕ້ອງ​ການ​ການ​ປະ​ຕິ​ຮູບ, ເຮົາ​ສາ​ມາດ​ຮັບ​ກຳ​ລັງ​ໃຈ​ຈາກ​ຈຸດ​ສະ​ຫວ່າງ​ສອງ​ຈຸດ​ນີ້ ໃນ​ຊ່ວງ​ປີ​ທີ່​ມືດ​ມົນ​ໃນ​ປະ​ຫວັດ​ສາດ​ຂອງ​ຢູ​ດາຍ. ບາງ​ທີ ຕົວ​ຢ່າງ​ຂອງ​ເຮ​ເຊ​ກີ​ຢາ ແລະ ໂຢ​ສີ​ຢາ ຈະ​ສາ​ມາດ​ດົນ​ໃຈ​ເຮົາ​ໃຫ້ “ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຮົາ” (2 ກະ​ສັດ 18:22).

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

2 ກະ​ສັດ 18–19

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອ​ສັດ​ທາ​ຂອງ​ເຮົາ​ໄດ້​ຮັບ​ການ​ທ້າ​ທາຍ.

ເຮົາ​ສ່ວນ​ຫລາຍ​ເຄີຍ​ມີ​ປະ​ສົບ​ການ​ທີ່​ທ້າ​ທາຍ​ສັດ​ທາ​ຂອງ​ເຮົາ. ສຳ​ລັບ​ເຮ​ເຊ​ກີ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ, ໜຶ່ງ​ໃນ​ການ​ທ້າ​ທາຍ​ໄດ້​ມາ​ເຖິງ​ຕອນ​ທີ່​ກອງ​ທັບ​ອັດ​ຊີ​ເຣຍ​ໄດ້​ເຂົ້າ​ໃກ້​ນະ​ຄອນ​ເຢ​ຣູ​ຊາ​ເລັມ. ຂະ​ນະ​ທີ່​ທ່ານ​ອ່ານ 2 ກະ​ສັດ 18–19, ໃຫ້​ຈິນ​ຕະ​ນາ​ການ​ວ່າ​ທ່ານ​ໄດ້​ອາ​ໄສ​ຢູ່​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ໃນ​ຊ່ວງ​ເວ​ລາ​ນີ້. ທ່ານ​ຈະ​ຮູ້​ສຶກ​ແນວ​ໃດ, ຍົກ​ຕົວ​ຢ່າງ, ເມື່ອ​ໄດ້​ຍິນ​ຄຳ​ເຍາະ​ເຍີ້ຍ​ຂອງ​ຊາວ​ອັດ​ຊີ​ເຣຍ​ໃນ 2 ກະ​ສັດ 18:28–37; 19:10–13? ທ່ານ​ຈະ​ເຮັດ​ແນວ​ໃດ? ໃຫ້​ປຽບ​ທຽບ​ເຫດ​ຜົນ​ຂອງ​ຊາວ​ອັດ​ຊີ​ເຣຍ​ທີ່​ຍຸ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ບໍ່​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ເຫດ​ຜົນ​ຂອງ​ຊາ​ຕານ​ທີ່​ຍຸ​ໃຫ້​ເຮົາ​ສົງ​ໄສ​ສັດ​ທາ​ຂອງ​ເຮົາ​ໃນ​ທຸກ​ມື້​ນີ້. ທ່ານ​ຍັງ​ສາ​ມາດ​ປຽບ​ທຽບ​ເຫດ​ຜົນ​ຂອງ​ຊາວ​ອັດ​ຊີ​ເຣຍ​ກັບ​ເຫດ​ຜົນ​ທີ່​ທ່ານ ໄວ້​ວາງ​ໃຈ ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ.

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ກະ​ທຳ​ຂອງ​ເຮ​ເຊ​ກີ​ຢາ​ໃນ​ສະ​ຖາ​ນະ​ການ​ນີ້? (ເບິ່ງ 2 ກະ​ສັດ 19:1–7, 14–19). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ວ່າ​ແນວ​ໃດ? (ເບິ່ງ 2 ກະ​ສັດ 19:35–37). ເປັນ​ຫຍັງ​ທ່ານ​ຈຶ່ງ​ຄິດ​ວ່າ ເຮ​ເຊ​ກີ​ຢາ​ຄົງ​ຢູ່​ໃນ​ຄວາມ​ຊື່​ສັດ? (ເບິ່ງ 2 ກະ​ສັດ 18:5–7). ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຄ້ຳ​ຊູ​ທ່ານ​ໃນ​ຊ່ວງ​ເວ​ລາ​ແຫ່ງ​ການ​ທ້າ​ທາຍ. ທ່ານ​ຮູ້​ສຶກ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ອົງ?

ຂ່າວ​ສານ​ຂອງ​ປະ​ທານ​ແຈັບ​ຟະ​ຣີ ອາ ຮໍ​ແລນ “Fear Not: Believe Only!” (Liahona, May 2022, 34–36) ມີ​ຄຳ​ແນະ​ນຳ​ທີ່​ມີ​ປະ​ໂຫຍດ​ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ຢ້ານ​ກົວ ຫລື ຄວາມ​ສົງ​ໄສ. ເພງ​ສວດ “ຂໍ​ໃຫ້​ເຮົາ​ເດີນ​ໄປ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 10) ກໍ​ອາດ​ມີ​ຂ່າວ​ສານ​ທີ່​ໃຫ້​ກຳ​ລັງ​ໃຈ​ເຊັ່ນ​ກັນ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ແຫລ່ງ​ຊ່ວຍ​ເຫລືອ​ເຫລົ່າ​ນີ້​ທີ່​ຊ່ວຍ​ທ່ານ?

ເບິ່ງ 2 ຂ່າວ​ຄາວ 31–32; 3 ນີ​ໄຟ 3–4; Jörg Klebingat, “Valiant Discipleship in the Latter Days,” Liahona, May 2022, 107–10 ນຳ​ອີກ.

ໃຊ້​ສິ່ງ​ຊ່ວຍ​ເຫລືອ​ການ​ສຶກ​ສາ​ພຣະ​ຄຳ​ພີ. ສາດ​ສະ​ໜາ​ຈັກ​ມີ​ແຫລ່ງ​ຊ່ວຍ​ເຫລືອ​ຫລາຍ​ແຫລ່ງ​ເພື່ອ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ທ່ານ​ສາ​ມາດ​ພົບ ຄູ່​ມື​ພຣະ​ຄຳ​ພີ, Topics and Questions, ແລະ ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ. ນອກ​ຈາກ​ນີ້, ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ເດີມ, ທ່ານ​ສາ​ມາດ​ພົບ​ບໍ​ລິ​ບົດ ແລະ ຄວາມ​ຮູ້​ແຈ້ງ​ທີ່​ເປັນ​ປະ​ໂຫຍດ​ໃນ “ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ” ໃນ ຈົ່ງ​ຕາມ​ເຮົາ​ມາ. ບົດ​ຄວາມ​ທີ່​ມີ​ຫົວ​ເລື່ອງ​ວ່າ “ພຣະ​ເຢ​ຊູ​ຈະ​ກ່າວ​ກັບ​ອິດ​ສະ​ຣາ​ເອນ​ທັງ​ໝົດ​ວ່າ, ‘ກັບ​ບ້ານ’” ອາດ​ຊ່ວຍ​ທ່ານ​ໃນ​ການ​ສຶກ​ສາ 2 ກະ​ສັດ 16–25.

ຄອບ​ຄົວ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ນຳ​ກັນ

2 ກະ​ສັດ 19:20–37

ທຸກ​ສິ່ງ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເຊັນ​ນາ​ເກ​ຣິບ, ກະ​ສັດ​ແຫ່່ງ​ອັດ​ຊີ​ເຣຍ, ມີ​ເຫດ​ຜົນ​ທີ່​ດີ​ທີ່​ຈະ​ເຊື່ອ​ວ່າ ກອງ​ທັບ​ຂອງ​ເພິ່ນ​ຈະ​ຍຶດ​ເອົາ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ໄດ້ (ເບິ່ງ 2 ກະ​ສັດ 17; 18:33–34; 19:11–13). ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຂ່າວ​ສານ​ກ່ຽວ​ກັບ​ເຊັນ​ນາ​ເກ​ຣິບ, ຊຶ່ງ​ມອບ​ໃຫ້​ຜ່ານ​ທາງ​ສາດ​ສະ​ດາ​ເອ​ຊາ​ຢາ. ມັນ​ໄດ້​ຖືກ​ບັນ​ທຶກ​ໄວ້​ໃນ 2 ກະ​ສັດ 19:20–34. ຄວາມ​ຈິງ​ໃດ​ແດ່​ທີ່​ທ່ານ​ພົບ​ໃນ​ຂ່າວ​ສານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊ່ວຍ​ໃຫ້​ທ່ານ​ມີ​ສັດ​ທາ​ໃນ​ພຣະ​ອົງ ແລະ ແຜນ​ຂອງ​ພຣະ​ອົງ?

2 ກະ​ສັດ 21–23

ພຣະ​ຄຳ​ພີ​ສາ​ມາດ​ຫັນ​ຫົວ​ໃຈ​ຂອງ​ເຮົາ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້.

ທ່ານ​ເຄີຍ​ຮູ້​ສຶກ​ວ່າ ທ່ານ​ຂາດ​ເຂີນ​ບາງ​ຢ່າງ​ທາງ​ວິນ​ຍານ​ບໍ່? ບາງ​ເທື່ອ​ທ່ານ​ກໍ​ຮູ້​ສຶກ​ວ່າ ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ​ສາ​ມາດ​ເຂັ້ມ​ແຂງ​ຂຶ້ນ​ອີກ​ໄດ້. ແມ່ນ​ຫຍັງ​ທີ່​ຊ່ວຍ​ທ່ານ​ໃຫ້​ຫັນ​ກັບ​ມາ​ຫາ​ພຣະ​ອົງ? ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ 2 ກະ​ສັດ 21–23, ຊຶ່ງ​ບັນ​ຍາຍ​ວິ​ທີ​ທີ່​ອາ​ນາ​ຈັກ​ແຫ່ງ​ຢູ​ດາຍ​ໄດ້​ຫັນ​ໜີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ພາຍ​ໃຕ້​ກະ​ສັດ​ມາ​ນາ​ເຊ (ເບິ່ງ 2 ກະ​ສັດ 21) ແລະ ວິ​ທີ​ທີ່​ກະ​ສັດ​ໂຢ​ສີ​ຢາ​ໄດ້​ຊ່ວຍ​ຜູ້​ຄົນ​ໃຫ້​ຫັນ​ກັບ​ຄືນ​ມາ​ຫາ​ພຣະ​ອົງ (ເບິ່ງ 2 ກະ​ສັດ 22–23). ໂຢ​ສີ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ປ່ຽນ​ແປງ​ໄປ​ໄດ້​ແນວ​ໃດ ແລະ ດ້ວຍ​ເຫດ​ໃດ? (ເບິ່ງ 2 ກະ​ສັດ 22:8–11; 23:1–6, 21, 24).

ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ເອີ້ນ​ເລື່ອງ​ລາວ​ຂອງ​ກະ​ສັດ​ໂຢ​ສີ​ຢາ​ວ່າ​ເປັນ “ໜຶ່ງ​ໃນ​ເລື່ອງ​ລາວ​ທີ່​ດີ​ທີ່​ສຸດ​ໃນ​ພຣະ​ຄຳ​ພີ​ທັງ​ໝົດ” (Teachings of Presidents of the Church: Spencer W. Kimball [2006], 62). ອ່ານ​ຖ້ອຍ​ຄຳ​ຂອງ​ປະ​ທານ ຄິມ​ໂບ​ກ່ຽວ​ກັບ​ກະ​ສັດ​ໂຢ​ສີ​ຢາ (ໜ້າ​ທີ 62–64). ບາງ​ທີ ທ່ານ​ກໍ​ສາ​ມາດ​ນຶກ​ເຖິງ​ປະ​ສົບ​ການ​ເມື່ອ​ຂໍ້​ຄວາມ​ຂອງ​ພຣະ​ຄຳ​ພີ “ເຮັດ​ວຽກ​ຢ່າງ​ຍິ່ງ​ໃຫຍ່” ໃນ​ຕົວ​ທ່ານ. ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຮັບ​ປະ​ສົບ​ການ​ເຊັ່ນ​ນີ້​ຫລາຍ​ຂຶ້ນ?

ເບິ່ງ ແອວ​ມາ 31:5; “Josiah and the Book of the Law” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

12:25

Josiah and the Book of the Law

2 ກະ​ສັດ 23:1–25

ພັນ​ທະ​ສັນ​ຍາ​ເປັນ​ຄວາມ​ມຸ່ງ​ໝັ້ນ​ໝົດ​ທັງ​ຈິດ​ວິນ​ຍານ​ລະ​ຫວ່າງ​ເຮົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ທີ່​ໂຢ​ສີ​ຢາ​ໄດ້​ເຮັດ​ໃນ 2 ກະ​ສັດ 23:3? ຂະ​ນະ​ທີ່​ທ່ານ​ສືບ​ຕໍ່​ອ່ານ ບົດ​ທີ 23, ໃຫ້​ສັງ​ເກດ​ສິ່ງ​ທີ່​ໂຢ​ສີ​ຢາ​ໄດ້​ເຮັດ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ເພິ່ນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ​ຮູບ​ພາບ​ຢູ່​ຕອນ​ທ້າຍ​ຂອງ​ໂຄງ​ຮ່າງ​ນີ້). ທ່ານ​ຈະ​ສາ​ມາດ​ສະ​ແເດງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ທ່ານ​ແກ່​ພຣະ​ອົງ​ໄດ້​ແນວ​ໃດ?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

2 ກະ​ສັດ 18:3–6; 19:14–19

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

  • ໃນ 2 ກະ​ສັດ 18:3, 5–6, ໃຫ້​ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ພົບ​ສິ່ງ​ທີ່​ເຮັດ​ໃຫ້​ເຮ​ເຊ​ກີ​ຢາ​ເປັນ​ກະ​ສັດ​ທີ່​ດີ. ແລ້ວ​ຂະ​ນະ​ທີ່​ພວກ​ທ່ານ​ອ່ານ 2 ກະ​ສັດ 19:14–19 ນຳ​ກັນ, ພວກ​ເຂົາ​ກໍ​ສາ​ມາດ​ຄົ້ນ​ພົບ​ວິ​ທີ​ທີ່​ເພິ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເພິ່ນ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ​ສາ​ມາດ​ເບິ່ງ​ຮູບ​ພາບ​ຂອງ​ພຣະ​ເຢ​ຊູ ແລະ ເວົ້າ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ອົງ. ເຮົາ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮົາ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນວ​ໃດ?

2 ກະ​ສັດ 22:1–7

ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ໄວ້​ວາງ​ໃຈ​ເຮົາ.

  • ໃນ 2 ກະ​ສັດ 22:1, ໃຫ້​ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ພົບ​ວ່າ ໂຢ​ສີ​ຢາ​ອາ​ຍຸ​ຈັກ​ປີ​ຕອນ​ທີ່​ເພິ່ນ​ຂຶ້ນ​ເປັນ​ກະ​ສັດ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ໂຢ​ສີ​ຢາ​ໃນ ຂໍ້​ທີ 2? ໃຫ້​ພິ​ຈາ​ລະ​ນາ​ກິດ​ຈະ​ກຳ​ໜຶ່ງ​ທີ່​ສາ​ມາດ​ວາດ​ພາບ​ການ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ບໍ່​ຫັນ “[ຂ້າງ​ໄປ​ທາງ​ຂວາ​ມື ຫລື ທາງ​ຊ້າຍ].”

  • ຄົນ​ເຮັດ​ວຽກ​ທີ່​ມີ​ບັນ​ຍາຍ​ໄວ້​ໃນ 2 ກະ​ສັດ 22:3–7 ໄດ້​ຮັບ​ການ​ໄວ້​ວາງ​ໃຈ​ໃຫ້​ຮັບ​ຜິດ​ຊອບ​ເງິນ​ສຳ​ລັບ​ສ້າງ​ພຣະ​ວິ​ຫານ​ຂຶ້ນ​ໃໝ່ “[ເພາະ​ພວກ​ເຂົາ] ເປັນ​ຄົນ​ສັດ​ຊື່” (ຂໍ້​ທີ 7). ຫລັງ​ຈາກ​ທີ່​ອ່ານ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ຮັບ​ໄວ້​ວາງ​ໃຈ​ໃຫ້​ຮັບ​ຜິດ​ຊອບ. ເຮົາ​ຈະ​ສາ​ມາດ​ເປັນ​ຄົນ​ທີ່​ໜ້າ​ເຊື່ອ​ຖື​ຄື​ກັນ​ກັບ​ຄົນ​ເຮັດ​ວຽກ​ໃນ​ຂໍ້​ເຫລົ່າ​ນີ້​ໄດ້​ແນວ​ໃດ?

ເລ​ຂາ​ທິ​ການ​ກັບ​ກະ​ສັດ​ໂຢ​ສີ​ອາ

ເລ​ຂາ​ທິ​ການ​ນຳ​ເອົາ​ໜັງ​ສື​ມ້ວນ​ພຣະ​ຄຳ​ພີ​ມາ​ໃຫ້​ກະ​ສັດ​ໂຢ​ສີ​ອາ, ຮູບ​ພາບ​ປະ​ກອບ​ໂດຍ ຣໍ​ເບີດ ທີ ແບ​ແຣັດ

2 ກະ​ສັດ 22:8–11; 23:2–3

ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ໃຫ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

  • ເພື່ອ​ແນະ​ນຳ​ເລື່ອງ​ລາວ​ຂອງ​ກະ​ສັດ​ໂຢ​ສີ​ຢາ​ໃນ 2 ກະ​ສັດ 22–23, ທ່ານ​ສາ​ມາດ​ເຊື່ອງ​ປຶ້ມ​ພຣະ​ຄຳ​ພີ​ເຫລັ້ມ​ໜຶ່ງ​ໄວ້​ບາງ​ບ່ອນ​ໃນ​ຫ້ອງ. ເຊື້ອ​ເຊີນ​ໃຫ້​ລູກໆ​ຂອງ​ທ່ານ​ຊອກ​ຫາ​ມັນ. ແລ້ວ​ທ່ານ​ກໍ​ສາ​ມາດ​ແບ່ງ​ປັນ​ສິ່ງ​ທີ່​ເກີດ​ຂຶ້ນ ເມື່ອ​ໜຶ່ງ​ໃນ​ປະ​ໂລ​ຫິດ​ຂອງ​ໂຢ​ສີ​ຢາ​ໄດ້​ພົບ​ພຣະ​ຄຳ​ພີ​ໃນ​ພຣະ​ວິ​ຫານ (ເບິ່ງ 2 ກະ​ສັດ 22:8–11; ເບິ່ງ “ກະ​ສັດ​ໂຢ​ສີ​ຢາ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 148–49 ນຳ​ອີກ). ແມ່ນ​ຫຍັງ​ອາດ​ເກີດ​ຂຶ້ນ ຖ້າ​ເຮົາ​ບໍ່​ມີ​ພຣະ​ຄຳ​ພີ? ແບ່ງ​ປັນ​ນຳ​ກັນ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ດີ​ໃຈ​ທີ່​ພວກ​ເຮົາ​ມີ​ພຣະ​ຄຳ​ພີ​ໃນ​ທຸກ​ມື້​ນີ້.

    1:36

    King Josiah

  • ຫລັງ​ຈາກ​ທີ່​ອ່ານ 2 ກະ​ສັດ 23:2–3, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ລົມ​ກັນ​ກ່ຽວ​ກັບ​ພຣະ​ຄຳ​ພີ​ທີ່​ໄດ້​ດົນ​ໃຈ​ໃຫ້​ທ່ານ “[ເດີນ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ]” (ຂໍ້​ທີ 3). ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ຄຳ​ພີ, ດັ່ງ​ເຊັ່ນ “ຈາ​ລຶກ​ທອງ​ຄຳ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 71 ນຳ​ອີກ).

2 ກະ​ສັດ 23:1–3

ເຮົາ​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ.

  • ເມື່ອ​ໂຢ​ສີ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ຮຽນ​ຮູ້​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ພວກ​ເພິ່ນ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ວ່າ​ຈະ​ໃຊ້​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ເຫລົ່າ​ນັ້ນ. ອ່ານ​ກ່ຽວ​ກັບ​ເລື່ອງ​ນີ້​ກັບ​ລູກໆ​ຂອງ​ທ່ານ​ໃນ 2 ກະ​ສັດ 23:1–3, ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ຊອກ​ຫາ​ຄຳ ຫລື ວະ​ລີ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ຄົນ​ເຫລົ່າ​ນັ້ນ​ໄດ້​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບາງ​ເທື່ອ ລູກໆ​ຂອງ​ທ່ານ​ກໍ​ສາ​ມາດ​ຢືນ ແລະ ເວົ້າ​ກ່ຽວ​ກັບ​ວ່າ ການ “[ຢືນ] ຖື​ຮັກ​ສາ​ພັນ​ທະ​ສັນ​ຍາ” ນັ້ນ ໝາຍ​ຄວາມ​ວ່າ​ຫຍັງ. ແລ້ວ​ພວກ​ເຂົາ​ກໍ​ສາ​ມາດ​ຍ່າງ​ຢູ່​ບ່ອນ​ເກົ່າ ແລະ ເວົ້າ​ກ່ຽວ​ກັບ​ວ່າ ການ “[ເດີນ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ]” ນັ້ນ ໝາຍ​ຄວາມ​ວ່າ​ຫຍັງ? ຕໍ່​ໄປ, ພວກ​ເຂົາ​ກໍ​ສາ​ມາດ​ວາງ​ມື​ໃສ່​ເທິງ​ຫົວ​ໃຈ​ຂອງ​ພວກ​ເຂົາ ແລະ ແນະ​ນຳ​ວິ​ທີ​ທີ່​ເຮົາ​ສາ​ມາດ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ “ດ້ວຍ​ສຸດ​ໃຈ [ຂອງ​ເຮົາ].”

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຜູ້​ຄົນ​ກຳ​ລັງ​ດຶງ​ຮູບ​ປັ້ນ​ລົງ​ດ້ວຍ​ເຊືອກ

ຜູ້​ຄົນ​ຂອງ​ໂຢ​ສີ​ຢາ​ກຳ​ລັງ​ເອົາ​ຮູບ​ເຄົາ​ລົບ​ອອກ​ຈາກ​ເມືອງ; ພາບ​ປະ​ກອບ​ໂດຍ ວິວ​ລຽມ ໂຮລ໌

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ໃຫ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ