“ວັນທີ 29 ເດືອນມິຖຸນາ–ວັນທີ 5 ເດືອນກໍລະກົດ. ‘ຖ້າພຣະຜູ້ເປັນເຈົ້າແມ່ນພຣະເຈົ້າ, ຈົ່ງນະມັດສະການພຣະອົງ’: 1 ກະສັດ 12–13; 17–22,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 29 ເດືອນມິຖຸນາ–ວັນທີ 5 ເດືອນກໍລະກົດ. ‘ຖ້າພຣະຜູ້ເປັນເຈົ້າແມ່ນພຣະເຈົ້າ, ຈົ່ງນະມັດສະການພຣະອົງ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
Elijah Contends against the Priests of Baal [ເອລີຢາຂັດແຍ້ງຕ້ານພວກປະໂລຫິດຂອງພະບາອານ], ໂດຍ ແຈຣີ ຮາສະຕັນ
ວັນທີ 29 ເດືອນມິຖຸນາ–ວັນທີ 5 ເດືອນກໍລະກົດ: “ຖ້າພຣະຜູ້ເປັນເຈົ້າແມ່ນພຣະເຈົ້າ, ຈົ່ງນະມັດສະການພຣະອົງ”
1 ກະສັດ12–13; 17–22
ເຊື້ອສາຍອິດສະຣາເອນຢູ່ໃນຄວາມສັບສົນ. ອານາຈັກໄດ້ແຕກແຍກ, ດ້ວຍສິບເຜົ່າທີ່ໂຮມກັນຢູ່ພາກເໜືອເປັນອານາຈັກອິດສະຣາເອນ ແລະ ສອງເຜົ່າໂຮມກັນຢູ່ພາກໃຕ້ເປັນອານາຈັກຢູດາຍ. ແຕ່ຮ້າຍແຮງໄປກວ່າການແຍກຕົວຂອງເຂົາເຈົ້າຈາກກັນແລະກັນແມ່ນການທັງສອງອານາຈັກແຍກຕົວອອກຈາກພັນທະສັນຍາຂອງເຂົາເຈົ້າ. ກະສັດທີ່ຊົ່ວຮ້າຍໄດ້ນຳພາຜູ້ຄົນໜີໄປຈາກພຣະຜູ້ເປັນເຈົ້າ, ແລະ ຫລາຍຄົນກໍໄດ້ຫວັ່ນໄຫວໃນສັດທາຂອງເຂົາເຈົ້າ.
ໃນສະພາບການແບບນີ້, ພຣະຜູ້ເປັນເຈົ້າໄດ້ເອີ້ນເອລີຢາໃຫ້ເປັນສາດສະດາ. ຊີວິດຂອງເພິ່ນສະແດງໃຫ້ເຫັນວ່າ ຄົນຄົນໜຶ່ງສາມາດມີສັດທາທີ່ແຮງກ້າໃນພຣະຜູ້ເປັນເຈົ້າ ແມ່ນແຕ່ຢູ່ໃນສະຖານະການທີ່ບໍ່ດີ. ບາງເທື່ອພຣະຜູ້ເປັນເຈົ້າຕອບຮັບສັດທາເຊັ່ນນັ້ນດ້ວຍການອັດສະຈັນທີ່ໜ້າງຶດງໍ້ໃຫ້ຜູ້ຄົນເຫັນ, ດັ່ງເຊັ່ນ ໄຟລົງມາຈາກສະຫວັນ. ແຕ່ພຣະອົງກໍຍັງທຳການອັດສະຈັນຢ່າງງຽບໆ ແລະ ເປັນສ່ວນຕົວນຳອີກ, ເຊັ່ນ ການສະໜອງຄວາມຕ້ອງການຂອງແມ່ໝ້າຍຜູ້ຊື່ສັດ ແລະ ລູກຊາຍຂອງນາງ. ແລະ ສ່ວນຫລາຍການອັດສະຈັນຂອງພຣະຜູ້ເປັນເຈົ້າແມ່ນພິເສດ ທີ່ພຽງແຕ່ທ່ານເທົ່ານັ້ນທີ່ຮູ້ຈັກ—ຍົກຕົວຢ່າງ, ຕອນພຣະຜູ້ເປັນເຈົ້າເປີດເຜີຍພຣະອົງເອງຕໍ່ທ່ານ ຜ່ານທາງ “ສຽງກະຊິບເບົາໆ” (1 ກະສັດ 19:12).
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບເອລີຢາ, ໃຫ້ເບິ່ງ “ເອລີຢາ” ໃນ ຄູ່ມືພຣະຄຳພີ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
1 ກະສັດ 12:1–20
ຜູ້ນຳທີ່ເປັນເໝືອນພຣະຄຣິດຮັບໃຊ້ຜູ້ຄົນທີ່ພວກເພິ່ນນຳພາ.
ທ່ານຈະບັນຍາຍຄວາມຜິດພາດທີ່ກະສັດເຣໂຫໂບອາມ, ບຸດຂອງກະສັດໂຊໂລໂມນ, ໄດ້ເຮັດຢູ່ໃນ 1 ກະສັດ 12:1–14 ແນວໃດ? ຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດໃດແດ່ອາດຈະຊ່ວຍ ເຣໂຫໂບອາມ ຮັກສາອານາຈັກຂອງເພິ່ນໄດ້? (ເບິ່ງ ຂໍ້ທີ 7; ມັດທາຍ 20:25–28; ໂມໄຊຢາ 2:10–21). ທ່ານສາມາດໃຊ້ຄຸນລັກສະນະເຫລົ່ານີ້ໄດ້ແນວໃດໃນຖານະຜູ້ນຳ—ບໍ່ວ່າໃນການເອີ້ນໃນສາດສະໜາຈັກ ຫລື ໃນຖານະຜູ້ນຳຂອງຊີວິດທ່ານເອງ?
1 ກະສັດ 17:8–16; 19:19–21
ການເຊື້ອເຊີນໃຫ້ເສຍສະລະ ເປັນໂອກາດທີ່ຈະໃຊ້ສັດທາຂອງເຮົາໃນພຣະເຢຊູຄຣິດ.
ສາດສະດາ ເອລີຢາ ໄດ້ຂໍໃຫ້ແມ່ໝ້າຍ ຫາເຂົ້າຫານ້ຳໃຫ້ເພິ່ນກິນກ່ອນ ແລ້ວແມ່ໝ້າຍ ແລະ ລູກຊາຍທີ່ຫິວໂຫຍຈຶ່ງກິນທີຫລັງ. ເປັນຫຍັງເພິ່ນຈຶ່ງເຮັດສິ່ງນັ້ນ? ຄຳຂໍຮ້ອງຂອງເອລີຢາສາມາດເຫັນໄດ້ວ່າ ເປັນພອນໃຫ້ແກ່ຄອບຄົວນ້ອຍໆນີ້. ເຂົາເຈົ້າຕ້ອງການພອນຂອງພຣະຜູ້ເປັນເຈົ້າ, ແລະ ການເສຍສະລະນຳພອນມາໃຫ້—ລວມທັງພອນຂອງການມີສັດທາທີ່ເຂັ້ມແຂງຫລາຍຂຶ້ນ.
ຂະນະທີ່ທ່ານອ່ານ 1 ກະສັດ 17:8–16, ໃຫ້ວາດພາບເຫັນວ່າທ່ານເປັນແມ່ໝ້າຍຄົນນີ້. ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບນາງ? ທ່ານຍັງສາມາດຂຽນທາງເລືອກທີ່ຮຽກຮ້ອງສັດທາໃນພຣະເຢຊູຄຣິດນຳອີກ (ສຳລັບຕົວຢ່າງ, ເບິ່ງ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ: ຄູ່ມືສຳລັບການເລືອກ [2022]). ທ່ານຮຽນຮູ້ຫຍັງແດ່ຈາກແມ່ໝ້າຍຄົນນີ້ກ່ຽວກັບການໃຊ້ສັດທາ.
ການກະທຳຂອງເອລີຊາ ຢູ່ໃນ 1 ກະສັດ 19:19–21 ຄ້າຍຄືກັນກັບການກະທຳຂອງແມ່ໝ້າຍແນວໃດ?
ໃຫ້ຄິດກ່ຽວກັບການເສຍສະລະທີ່ທ່ານໄດ້ເຮັດເພື່ອຈະຕິດຕາມພຣະຜູ້ຊ່ວຍໃຫ້ລອດ. 1 ກະສັດ 17:8–16; 19:19–21 ສິດສອນທ່ານຫຍັງແດ່ກ່ຽວກັບການເສຍສະລະເຫລົ່ານີ້? ຄວາມຮູ້ຂອງທ່ານເຖິງພຣະຜູ້ຊ່ວຍໃຫ້ລອດຊ່ວຍທ່ານແນວໃດ ເມື່ອພຣະອົງຮ້ອງຂໍໃຫ້ທ່ານເສຍສະລະ? ພຣະອົງໄດ້ອວຍພອນທ່ານແນວໃດ?
ເບິ່ງ ມັດທາຍ 4:18–22; 6:25–33; ລູກາ 4:24–26; “Elijah and the Widow of Zarephath” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ; “When Faith Endures,” Hymns, no. 1288 ນຳອີກ.
Elijah and the Widow of Zarephath
1 ກະສັດ 18
“ຖ້າພຣະຜູ້ເປັນເຈົ້າແມ່ນພຣະເຈົ້າ, ຈົ່ງນະມັດສະການພຣະອົງ.”
ຊາວອິດສະຣາເອນອາດຮູ້ສຶກວ່າເຂົາເຈົ້າມີເຫດຜົນທີ່ດີ ທີ່ຈະນະມັດສະການພະບາອານ, ຜູ້ທີ່ເປັນທີ່ຮູ້ກັນວ່າ ພຣະເຈົ້າຂອງພະຍຸ ແລະ ຝົນ. ຫລັງຈາກຄວາມແຫ້ງແລ້ງເປັນເວລາສາມປີ, ເຂົາເຈົ້າຕ້ອງການຝົນຫລາຍແທ້ໆ. ແລະ ການນະມັດສະການພະບາອານກໍຖືກສັງຄົມຍອມຮັບ ແລະ ຖືກສົ່ງເສີມໂດຍກະສັດ ແລະ ລາຊີນີ. ຂະນະທີ່ທ່ານອ່ານ 1 ກະສັດ 18, ໃຫ້ຄິດກ່ຽວກັບວ່າ ເປັນຫຍັງບາງຄົນໃນວັນເວລາຂອງເຮົາອາດບໍ່ຕັດສິນໃຈກ່ຽວກັບການຕິດຕາມພຣະຜູ້ເປັນເຈົ້າ. ຢູ່ໃນບົດນີ້, ທ່ານຄິດວ່າພຣະຜູ້ເປັນເຈົ້າພະຍາຍາມສິດສອນຫຍັງແດ່ກ່ຽວກັບພຣະອົງເອງ? ມີປະສົບການໃດແດ່ທີ່ໄດ້ຊ່ວຍທ່ານໃຫ້ຄຳໝັ້ນສັນຍາທີ່ຈະຕິດຕາມພຣະຜູ້ຊ່ວຍໃຫ້ລອດ?
ເບິ່ງ D. Todd Christofferson, “Choice and Commitment” (ກອງປະຊຸມໃຫ້ຄຳດົນໃຈຜູ້ໃຫຍ່ໜຸ່ມທົ່ວໂລກ, ວັນທີ 12 ເດືອນມັງກອນ, 2020), ຫ້ອງພຣະກິດຕິຄຸນນຳອີກ.
ຮູບພາບເອລີຢາ, ໂດຍ ວິວສັນ ອອງ
1 ກະສັດ 19:1–18
ພຣະຜູ້ເປັນເຈົ້າມັກກ່າວໃນວິທີທາງງຽບໆ ແລະ ລຽບງ່າຍ.
ໜ້າໂສກເສົ້າ, ການມະຫັດສະຈັນຢູ່ເທິງພູເຂົາກາເມນບໍ່ໄດ້ເຮັດໃຫ້ພາລະກິດຂອງເອລີຢາງ່າຍຂຶ້ນ. ຕາມຄວາມເປັນຈິງ, ຊີວິດຂອງເພິ່ນໄດ້ຕົກຢູ່ໃນອັນຕະລາຍ, ແລະ ເພິ່ນຕ້ອງໄດ້ລີ້ຢູ່ໃນຖ້ຳໃນຖິ່ນແຫ້ງແລ້ງກັນດານ. ຢູ່ທີ່ນັ້ນ, ໂດຍທີ່ໂດດດ່ຽວ ແລະ ທໍ້ແທ້ໃຈ, ເພິ່ນໄດ້ມີປະສົບການກັບພຣະຜູ້ເປັນເຈົ້າ ທີ່ແຕກຕ່າງຫລາຍຈາກສິ່ງທີ່ໄດ້ເກີດຂຶ້ນຢູ່ເທິງພູເຂົາກາເມນ. ປະສົບການຂອງເອລີຢາ ຢູ່ໃນ 1 ກະສັດ 19:1–18 ສິດສອນທ່ານຫຍັງແດ່ກ່ຽວກັບວິທີທີ່ພຣະຜູ້ເປັນເຈົ້າສື່ສານກັບທ່ານ ໃນເວລາທີ່ທ່ານຕ້ອງການຄວາມຊ່ວຍເຫລືອ?
ໃຫ້ໄຕ່ຕອງເວລາຕອນທີ່ທ່ານຮູ້ສຶກວ່າພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານ. ທ່ານຈະບັນຍາຍວິທີທີ່ພຣະອົງສື່ສານກັບທ່ານແນວໃດ? ເປັນຫຍັງຄຳທີ່ວ່າ “ອ່ອນຫວານ” ແລະ “ເບົາ” ເປັນວິທີທີ່ດີທີ່ຈະບັນຍາຍສຸລະສຽງຂອງພຣະວິນຍານ? ທ່ານພົບເຫັນຖ້ອຍຄຳອື່ນໃດແດ່ຢູ່ໃນ ຮີລາມັນ 5:30; ຄຳສອນ ແລະ ພັນທະສັນຍາ 6:22–23; 11:12–14? ທ່ານຕ້ອງເຮັດສິ່ງໃດ ເພື່ອຈະໄດ້ຮັບຄຳແນະນຳຈາກພຣະຜູ້ເປັນເຈົ້າເລື້ອຍກວ່າເກົ່າ?
ເບິ່ງ ເພງສັນລະເສີນ 46:10 ນຳອີກ.
ໃຊ້ຄວາມຮູ້ສຶກຫລາຍຢ່າງເພື່ອສົ່ງເສີມການຮຽນຮູ້. ເຮົາທຸກຄົນຮຽນຮູ້ກ່ຽວກັບໂລກຜ່ານທາງຄວາມຮູ້ສຶກຫ້າຢ່າງຂອງເຮົາ. ໃຊ້ຄວາມຮູ້ສຶກເຫລົ່ານັ້ນເພື່ອສົ່ງເສີມການຮຽນຮູ້ພຣະກິດຕິຄຸນ. ຍົກຕົວຢ່າງ, ໃຫ້ຄິດເຖິງພາບ ຫລື ສຽງທີ່ທ່ານສາມາດໃຊ້ເພື່ອສະແດງໃຫ້ເຫັນຖ້ອຍຄຳ “ອ່ອນຫວານ” ແລະ “ເບົາ” ຂະນະທີ່ທ່ານຮຽນຮູ້ ຫລື ສິດສອນກ່ຽວກັບສຸລະສຽງຂອງພຣະຜູ້ເປັນເຈົ້າຢູ່ໃນ 1 ກະສັດ 19.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
1 ກະສັດ 17
ພຣະຜູ້ເປັນເຈົ້າອວຍພອນເຮົາຂະນະທີ່ເຮົາມີສັດທາໃນພຣະອົງ.
-
ເພື່ອຊ່ວຍລູກໆຂອງທ່ານຮຽນຮູ້ເລື່ອງລາວແຫ່ງສັດທາຢູ່ໃນ 1 ກະສັດ 17, ທ່ານສາມາດເອົາຮູບ ຫລື ສິ່ງຂອງໃຫ້ພວກເຂົາເບິ່ງ ເພື່ອສະແດງເລື່ອງລາວ, ດັ່ງເຊັ່ນນົກ, ເຂົ້າຈີ່, ແລະ ເດັກຊາຍນ້ອຍ. ຂະນະທີ່ທ່ານເລົ່າເລື່ອງເຫລົ່ານີ້ໃຫ້ລູກໆຂອງທ່ານຟັງ, ໃຫ້ເຊື້ອເຊີນພວກເຂົາຊອກຫາຮູບ ຫລື ສິ່ງຂອງທີ່ເຂົ້າກັນກັບແຕ່ລະເລື່ອງລາວ. ເລື່ອງ “ສາດສະດາເອລີຢາ” (ໃນ ເລື່ອງພຣະຄຳພີເດີມ, 121–24) ສາມາດຊ່ວຍທ່ານເລົ່າເລື່ອງລາວເຫລົ່ານີ້. ເລື່ອງລາວແຕ່ລະເລື່ອງສິດສອນເຮົາຫຍັງແດ່ກ່ຽວກັບການສະແດງສັດທາໃນພຣະເຢຊູຄຣິດ?
1:58Elijah the Prophet
-
ຊ່ວຍລູກໆຂອງທ່ານໃຫ້ຄິດເຖິງວິທີທີ່ພວກເຂົາສາມາດສະແດງສັດທາຂອງພວກເຂົາໃນພຣະເຢຊູຄຣິດ. ຮ້ອງເພງໜຶ່ງກັບພວກເຂົາກ່ຽວກັບສັດທານຳກັນ, ເຊັ່ນ “I Have Faith in the Lord, Jesus Christ” (ຫ້ອງສະໝຸດພຣະກິດຕິຄຸນ), ແລະ ແບ່ງປັນນຳກັນສິ່ງທີ່ທ່ານຮຽນຮູ້ກ່ຽວກັບສັດທາຈາກເພງນີ້.
ຮູບພາບຂອງເອລີຢາ ແລະ ການປິ່ນປົວຂອງລູກຊາຍຂອງແມ່ໝ້າຍ, ໂດຍ ຊາສ໌ ແອດມັນ ບະຣອກ
1 ກະສັດ 17:8–16
ເມື່ອພຣະຜູ້ເປັນເຈົ້າຂໍໃຫ້ເຮົາເສຍສະລະ, ເຮົາສາມາດເຊື່ອຟັງດ້ວຍສັດທາ.
-
ບາງທີລູກໆຂອງທ່ານສາມາດແຕ້ມຮູບສິ່ງທີ່ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ແມ່ໝ້າຍມອບໃຫ້ເອລີຢາ (ເບິ່ງ 1 ກະສັດ 17:12–13) ແລະ ສິ່ງທີ່ແມ່ໝ້າຍໄດ້ຮັບເປັນສິ່ງຕອບແທນ (ເບິ່ງ 1 ກະສັດ 17:15–16). (ເບິ່ງ ໜ້າກິດຈະກຳຂອງອາທິດນີ້ນຳອີກ.) ພວກເຂົາຍັງສາມາດຊອກຫາຮູບຂອງຜູ້ຄົນອື່ນໆທີ່ໄດ້ສະລະບາງສິ່ງທີ່ເຂົາເຈົ້າຢາກໄດ້ເພື່ອຈະໄດ້ສິ່ງທີ່ດີກວ່າ. ເຊື້ອເຊີນລູກໆຂອງທ່ານໃຫ້ຊອກຫາຮູບຢູ່ໃນ ປຶ້ມຮູບພຣະກິດຕິຄຸນ ຫລື ປຶ້ມ ຈົ່ງຕາມເຮົາມາ. ພຣະຜູ້ເປັນເຈົ້າຂໍໃຫ້ເຮົາສະລະຫຍັງແດ່? ພຣະອົງອວຍພອນເຮົາແນວໃດ?
1 ກະສັດ 18:17–39
ເຮົາສາມາດເລືອກທີ່ຈະຕິດຕາມພຣະເຢຊູຄຣິດ.
-
ຂະນະທີ່ທ່ານອ່ານ 1 ກະສັດ 18:17–39 ນຳກັນ, ລູກໆຂອງທ່ານສາມາດເລືອກໜຶ່ງຂໍ້ ແລະ ແຕ້ມຮູບສິ່ງທີ່ຂໍ້ນັ້ນບັນຍາຍ. ພວກເຂົາສາມາດໃຊ້ຮູບພາບເພື່ອເລົ່າເລື່ອງລາວດ້ວຍຄຳເວົ້າຂອງພວກເຂົາເອງ. (ເບິ່ງ “ເອລີຢາ ແລະ ພວກປະໂລຫິດຂອງພະບາອານ,” ໃນ ເລື່ອງພຣະຄຳພີເດີມ, 125–28 ນຳອີກ.)
2:17Elijah and the Priests of Baal
-
ຊ່ວຍໃຫ້ລູກໆຂອງທ່ານຄິດເຖິງສະພາບການເມື່ອພວກເຂົາອາດຕ້ອງເລືອກວ່າຈະຕິດຕາມພຣະເຢຊູຄຣິດຫລືບໍ່. ບາງທີພວກເຂົາສາມາດແຕ້ມຮູບຕົວເອງເລືອກເຮັດສິ່ງທີ່ຖືກຕ້ອງ. ແບ່ງປັນນຳກັນວ່າເປັນຫຍັງພວກທ່ານຈຶ່ງເລືອກທີ່ຈະຕິດຕາມພຣະເຢຊູ.
1 ກະສັດ 19:9–12
ພຣະຜູ້ເປັນເຈົ້າກ່າວກັບເຮົາຜ່ານທາງສຸລະສຽງທີ່ແຜ່ວເບົາຂອງພຣະວິນຍານບໍລິສຸດ.
-
ຂະນະທີ່ທ່ານສະຫລຸບ 1 ກະສັດ 19:9–12, ໃຫ້ເຊື້ອເຊີນລູກໆຂອງທ່ານໃຫ້ສະແດງບາງທ່າທີເພື່ອເປັນຕົວແທນໃຫ້ແກ່ລົມແຮງ, ແຜ່ນດິນໄຫວ, ແລະ ໄຟ. ແລ້ວເຊື້ອເຊີນໃຫ້ພວກເຂົານັ່ງຢູ່ນິ້ງໆຂະນະທີ່ພວກທ່ານເວົ້ານຳກັນ, ໃນສຽງງຽບໆວ່າ, “ຫລັງຈາກໄຟກໍມີສຽງກະຊິບເບົາໆດັງແວ່ວມາ” (ຂໍ້ທີ 12). (ເບິ່ງ “ພຣະຜູ້ເປັນເຈົ້າກ່າວກັບເອລີຢາ,” ໃນ ເລື່ອງພຣະຄຳພີເດີມ, 129–31 ນຳອີກ.) ບອກລູກໆຂອງທ່ານກ່ຽວກັບເວລາຕອນທີ່ທ່ານໄດ້ປະສົບສຸລະສຽງທີ່ແຜ່ວເບົາຂອງພຣະວິນຍານບໍລິສຸດ.
1:48The Lord Speaks to Elijah
-
ຮ້ອງເພງງຽບໆກ່ຽວກັບພຣະວິນຍານນຳກັນ, ເຊັ່ນ “ພຣະວິນຍານພຣະເຈົ້າ” (ເພງສວດ ແລະ ເພງຂອງເດັກນ້ອຍ, 30). ແມ່ນຫຍັງເປັນສິ່ງທີ່ລົບກວນເຮົາຈາກການຮັບຮູ້ພຣະວິນຍານ? ສິ່ງໃດຈະສາມາດຊ່ວຍເຮົາໃຫ້ໄດ້ຍິນພຣະອົງ?
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.