“ວັນທີ 25–31 ເດືອນພຶດສະພາ. ‘ພຣະຜູ້ເປັນເຈົ້າໄດ້ສົ່ງຊາຍຜູ້ໜຶ່ງມາຊ່ວຍ: ພວກຜູ້ປົກຄອງ 2–4; 6–8; 13–16,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 25–31 ເດືອນພຶດສະພາ. ‘ພຣະຜູ້ເປັນເຈົ້າໄດ້ສົ່ງຊາຍຜູ້ໜຶ່ງມາຊ່ວຍ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
“I Will Surely Go with Thee”—Deborah the Prophetess [“ຂ້ອຍຈະໄປກັບເຈົ້າ”—ສາດສະດາຍິງເດໂບຣາ], ໂດຍ ເດສ ເລວິດ
ວັນທີ 25–31 ເດືອນພຶດສະພາ: “ພຣະຜູ້ເປັນເຈົ້າໄດ້ສົ່ງຊາຍຜູ້ໜຶ່ງມາຊ່ວຍ”
ພວກຜູ້ປົກຄອງ 2–4; 6–8; 13–16
ເຮົາທຸກຄົນຮູ້ວ່າ ການເຮັດບາບເປັນແນວໃດ, ຮູ້ສຶກບໍ່ດີກ່ຽວກັບມັນ, ແລະ ແລ້ວກັບໃຈ ແລະ ຕັ້ງໃຈທີ່ຈະປ່ຽນແປງວິທີທາງຂອງເຮົາ. ແຕ່ເຮົາມັກຈະລືມຄວາມຕັ້ງໃຈທີ່ຜ່ານມາຂອງເຮົາ, ແລະ, ເມື່ອການທົດລອງມາເຖິງ, ເຮົາຈະພົບຕົວເອງເຮັດບາບນັ້ນຄືນອີກ. ແບບແຜນນີ້ປະກົດຢູ່ເລື້ອຍໃນພຣະທຳພວກຜູ້ປົກຄອງ. ໂດຍທີ່ມີຄວາມເຊື່ອ ແລະ ນະມັດສະການຕາມຊາວການາອານ—ຜູ້ທີ່ພວກເຂົາຄວນຂັບໄລ່ອອກຈາກແຜ່ນດິນ—ຊາວອິດສະຣາເອນໄດ້ລະເມີດພັນທະສັນຍາຂອງພວກເຂົາທີ່ໄດ້ເຮັດໄວ້ກັບພຣະຜູ້ເປັນເຈົ້າ ແລະ ໄດ້ຫັນໜີຈາກການນະມັດສະການພຣະອົງ. ດ້ວຍເຫດນີ້, ພວກເຂົາຈຶ່ງບໍ່ໄດ້ຮັບການປົກປັກຮັກສາ ແລະ ຕົກເປັນຊະເລີຍ. ແລະ ແຕ່ລະເທື່ອທີ່ສິ່ງນີ້ໄດ້ເກີດຂຶ້ນ, ພຣະຜູ້ເປັນເຈົ້າໄດ້ໃຫ້ໂອກາດຜູ້ຄົນແຫ່ງພັນທະສັນຍາຂອງພຣະອົງເພື່ອກັບໃຈ ແລະ ໄດ້ສົ່ງຊາຍຜູ້ໜຶ່ງມາຊ່ວຍ, ເປັນຜູ້ນຳພາການທະຫານ ທີ່ເອີ້ນວ່າ “ຜູ້ປົກຄອງ.” ບໍ່ແມ່ນພວກຜູ້ປົກຄອງທຸກຄົນ ຢູ່ໃນພຣະທຳພວກຜູ້ປົກຄອງເປັນຄົນຊອບທຳ, ແຕ່ບາງຄົນໄດ້ໃຊ້ສັດທາອັນຍິ່ງໃຫຍ່ ໃນການປົດປ່ອຍລູກຫລານຂອງອິດສະຣາເອນ ແລະ ໄດ້ນຳພວກເຂົາກັບຄືນສູ່ຄວາມສຳພັນແຫ່ງພັນທະສັນຍາທີ່ໄດ້ເຮັດໄວ້ກັບພຣະຜູ້ເປັນເຈົ້າ. ເລື່ອງເຫລົ່ານີ້ເຕືອນເຮົາວ່າ ບໍ່ວ່າແມ່ນຫຍັງກໍຕາມທີ່ພາເຮົາໜີໄປຈາກພຣະເຢຊູຄຣິດ, ແຕ່ພຣະອົງເປັນພຣະຜູ້ໄຖ່ຂອງອິດສະຣາເອນ ແລະ ເຕັມພຣະໄທທີ່ຈະປົດປ່ອຍເຮົາ ແລະ ຍິນດີຕ້ອນຮັບເຮົາສະເໝີຂະນະທີ່ເຮົາກັບຄືນຫາພຣະອົງ.
ສຳລັບພາບລວມຂອງພຣະທຳພວກຜູ້ປົກຄອງ, ໃຫ້ເບິ່ງ “Judges, book of” ໃນ Bible Dictionary.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ພວກຜູ້ປົກຄອງ 2:1–19; 3:5–12
ພຣະຜູ້ເປັນເຈົ້າໃຫ້ອະໄພສະເໝີເທົ່າທີ່ເຮົາຈະກັບໃຈ.
ພຣະທຳພວກຜູ້ປົກຄອງສາມາດເປັນທັງຄຳເຕືອນ ແລະ ການໃຫ້ກຳລັງໃຈ. ໃຫ້ຊອກຫາຄຳເຕືອນ ແລະ ການໃຫ້ກຳລັງໃຈຂະນະທີ່ທ່ານອ່ານ ພວກຜູ້ປົກຄອງ 2:1–19; 3:5–12. ທ່ານຮູ້ສຶກວ່າຄຳເຕືອນ ແລະ ການໃຫ້ກຳລັງໃຈໃຊ້ກັບທ່ານແນວໃດ?
ຍົກຕົວຢ່າງ, ຖ້າ ພວກຜູ້ປົກຄອງ 2:19 ແມ່ນກ່ຽວກັບທ່ານ ແລະ ການລໍ້ລວງຂອງທ່ານ ແທນທີ່ຈະກ່ຽວກັບຊາວອິດສະຣາເອນໃນສະໄໝບູຮານ, ແລ້ວມັນອາດຈະກ່າວເຖິງຫຍັງ? ຖ້າ ພວກຜູ້ປົກຄອງ 3:9 ແມ່ນກ່ຽວກັບສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເຮັດເພື່ອປົດປ່ອຍທ່ານ, ແລ້ວມັນອາດຈະກ່າວເຖິງຫຍັງ?
ໃຫ້ພິຈາລະນາທີ່ຈະອ່ານຄຳຖາມ ແລະ ຄຳຕອບຢູ່ໃນ ໜ້າທີ 9 ຂອງ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ: ຄູ່ມືສຳລັບການເລືອກ. ທ່ານຮູ້ສຶກວ່າສິ່ງນີ້ສາມາດນຳໄປໃຊ້ກັບປະສົບການຂອງຊາວອິດສະຣາເອນໃນພຣະທຳພວກຜູ້ປົກຄອງແນວໃດ? ສິ່ງນີ້ສິດສອນທ່ານຫຍັງແດ່ກ່ຽວກັບພຣະເຢຊູຄຣິດ?
ພວກຜູ້ປົກຄອງ 4:1–15
ເຮົາສາມາດດົນໃຈຄົນອື່ນໃຫ້ມີສັດທາໃນພຣະຜູ້ເປັນເຈົ້າ.
ບາງຄັ້ງສັດທາຂອງບຸກຄົນໜຶ່ງສາມາດດົນໃຈຄົນອື່ນໆໃຫ້ມີສັດທາໄດ້. ໃນ ພວກຜູ້ປົກຄອງ 4, ບຸກຄົນນັ້ນແມ່ນນາງເດໂບຣາ. ໃຫ້ອ່ານກ່ຽວກັບນາງ ຢູ່ໃນ ພວກຜູ້ປົກຄອງ 4:1-15, ແລະ ສັງເກດເບິ່ງອິດທິພົນທີ່ນາງມີຕໍ່ຜູ້ຄົນທີ່ຢູ່ອ້ອມຮອບນາງ. ຕໍ່ໄປນີ້ແມ່ນຄຳຖາມບາງຂໍ້ເພື່ອຊ່ວຍໃຫ້ທ່ານພິຈາລະນາປະສົບການຂອງນາງທີ່ອາດໃຊ້ໄດ້ກັບຊີວິດຂອງທ່ານ:
-
ທ່ານຈະບັນຍາຍສະພາບການຂອງຊາວອິດສະຣາເອນໃນເວລານັ້ນແນວໃດ? (ເບິ່ງ ຂໍ້ທີ 1–3). ທ່ານເຫັນຄວາມຄ້າຍຄືກັນອັນໃດກັບສະພາບການໃນທຸກວັນນີ້—ໃນບຸກຄົນ ແລະ ສັງຄົມ?
-
ຖ້ອຍຄຳ ຫລື ການກະທຳໃດຂອງນາງເດໂບຣາ ທີ່ສະແດງໃຫ້ທ່ານເຫັນວ່າ ນາງມີສັດທາໃນພຣະຜູ້ເປັນເຈົ້າ? ສັດທາຂອງນາງມີອິດທິພົນຕໍ່ຄົນອື່ນແນວໃດ? ແມ່ນຫຍັງອື່ນອີກທີ່ປະທັບໃຈທ່ານກ່ຽວກັບນາງ?
-
ທ່ານຄິດວ່າ ນາງເດໂບຣາໝາຍເຖິງສິ່ງໃດ ຕາມຄຳຖາມຂອງນາງຢູ່ໃນ ຂໍ້ທີ 14: “ພຣະຜູ້ເປັນເຈົ້າບໍ່ໄດ້ຍ່າງນຳໜ້າເຈົ້າໄປບໍ?” ພຣະຜູ້ເປັນເຈົ້າ “ອອກໜ້າ” ທ່ານແນວໃດ? (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:87–88).
ໃຫ້ໄຕ່ຕອງວ່າສັດທາຂອງທ່ານ ໃນພຣະເຢຊູຄຣິດສາມາດເປັນພອນໃຫ້ແກ່ຄົນອື່ນ ໃນທາງທີ່ສັດທາຂອງນາງເດໂບຣາໄດ້ເປັນພອນໃຫ້ແກ່ບາຣັກ ແລະ ຊາວອິດສະຣາເອນຄົນອື່ນໆແນວໃດ. ເພື່ອຊ່ວຍໃຫ້ທ່ານຄິດກ່ຽວກັບເລື່ອງນີ້, ທ່ານອາດສຶກສາຂ່າວສານຂອງແອວເດີ ນຽວ ແອວ ແອນເດີເຊັນ “We Talk of Christ” (Liahona, Nov. 2020, 88–91). ຄົ້ນຫາຂ່າວສານສຳລັບ (1) ເຫດຜົນທີ່ຈະກ່າວຢ່າງເປີດເຜີຍຫລາຍຂຶ້ນກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ (2) ວິທີທີ່ຈະເຮັດມັນ.
ແລ້ວທ່ານອາດເຮັດລາຍການເລື່ອງທີ່ທ່ານຮູ້ກ່ຽວກັບພຣະເຢຊູຄຣິດ—ຈາກພຣະຄຳພີ, ຈາກຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່, ແລະ ຈາກປະສົບການສ່ວນຕົວຂອງທ່ານ. ໃຜຕ້ອງຮູ້ເລື່ອງນີ້? ທ່ານຈະແບ່ງປັນມັນແນວໃດ?
ເບິ່ງ ມັດທາຍ 5:14–16; 1 ເປໂຕ 3:15; “Each Life That Touches Ours for Good,” Hymns, no. 293 ນຳອີກ.
ເຊື້ອເຊີນການແບ່ງປັນ. ຖ້າທ່ານເປັນຄູສອນ—ທີ່ບ້ານ ຫລື ທີ່ໂບດ—“ໃຫ້ຜູ້ຮຽນມີໂອກາດທີ່ຈະແບ່ງປັນນຳກັນກ່ຽວກັບສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ. ການເຮັດສິ່ງນີ້ຈະຊ່ວຍໃຫ້ເຂົາເຈົ້ານຳໃຊ້ຄວາມຈິງທີ່ເຂົາເຈົ້າໄດ້ຖືກສິດສອນ ແລະ ສະແດງມັນ” (ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 26). ຍົກຕົວຢ່າງ, ເມື່ອສຶກສາ ພວກຜູ້ປົກຄອງ 4 ນຳກັນ, ທ່ານສາມາດໃຫ້ຜູ້ຮຽນແຕ່ລະຄົນຊອກຫາບາງຢ່າງສະເພາະຢູ່ໃນບົດ ແລະ ແລ້ວເຊື້ອເຊີນໃຫ້ເຂົາເຈົ້າແບ່ງປັນນຳກັນກ່ຽວກັບສິ່ງທີ່ເຂົາເຈົ້າພົບ.
ພວກຜູ້ປົກຄອງ 6–8
ພຣະຜູ້ເປັນເຈົ້າສາມາດທຳການອັດສະຈັນເມື່ອເຮົາໄວ້ວາງໃຈໃນວິທີທາງຂອງພຣະອົງ.
ຂະນະທີ່ທ່ານອ່ານ ພວກຜູ້ປົກຄອງ 6–8, ໃຫ້ໝາຍບ່ອນທີ່ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ກີເດໂອນເຊື່ອໃນບາງສິ່ງທີ່ອາດເບິ່ງຄືເປັນໄປບໍ່ໄດ້. ພຣະອົງເຄີຍຂໍໃຫ້ທ່ານເຮັດບາງສິ່ງທີ່ຄ້າຍຄືກັນນີ້ຫລືບໍ່?
ທ່ານຮູ້ສຶກວ່າພຣະຜູ້ເປັນເຈົ້າພະຍາຍາມສິດສອນຫຍັງໃຫ້ກັບທ່ານໃນເລື່ອງນີ້? ທ່ານເຄີຍເຫັນພຣະຜູ້ເປັນເຈົ້າທຳງານຂອງພຣະອົງໃນທາງທີ່ບໍ່ໜ້າເປັນໄປໄດ້ແນວໃດ?
ພວກຜູ້ປົກຄອງ 13–16
ພຣະເຈົ້າເພີ່ມຄວາມເຂັ້ມແຂງໃຫ້ເຮົາເມື່ອເຮົາຊື່ສັດຕໍ່ພັນທະສັນຍາຂອງເຮົາ.
ແຊມຊັນໄດ້ສູນເສຍຄວາມເຂັ້ມແຂງທາງຮ່າງກາຍ ແລະ ທາງວິນຍານ ຍ້ອນການລະເມີດພັນທະສັນຍາຂອງລາວທີ່ໄດ້ເຮັດໄວ້ກັບພຣະເຈົ້າ, ລວມທັງອັນທີ່ກ່ຽວຂ້ອງກັບຊາວນາຊີຣີນຳອີກ (ສຳລັບລາຍລະອຽດກ່ຽວກັບຊາວນາຊີຣີ, ໃຫ້ເບິ່ງ ຈົດບັນຊີ 6:1–6; ພວກຜູ້ປົກຄອງ 13:7). ຂະນະທີ່ທ່ານອ່ານກ່ຽວກັບແຊມຊັນໃນ ພວກຜູ້ປົກຄອງ 13–16, ໃຫ້ສັງເກດຂໍ້ທີ່ສະແດງໃຫ້ເຫັນວ່າພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ກັບແຊມຊັນ, ຕະຫລອດທັງຂໍ້ທີ່ສະແດງໃຫ້ເຫັນວ່າແຊມຊັນບໍ່ໄດ້ອຸທິດຕົນຕໍ່ພຣະຜູ້ເປັນເຈົ້າຢ່າງເຕັມທີ່.
ທ່ານອາດຈະໄຕ່ຕອງພັນທະສັນຍາທີ່ທ່ານໄດ້ເຮັດກັບພຣະຜູ້ເປັນເຈົ້ານຳອີກ. ພັນທະສັນຍາເຫລົ່ານີ້ໄດ້ນຳອຳນາດຂອງພຣະອົງເຂົ້າມາສູ່ຊີວິດຂອງທ່ານແນວໃດ? ທ່ານຮຽນຮູ້ຫຍັງແດ່ຈາກປະສົບການຂອງແຊມຊັນ ທີ່ດົນໃຈທ່ານໃຫ້ຊື່ສັດຕໍ່ພັນທະສັນຍາຂອງທ່ານທີ່ໄດ້ເຮັດໄວ້ກັບພຣະເຈົ້າ?
ຊິດສະເຕີ ແອນ ເອັມ ດິບ ໄດ້ສິດສອນວ່າ: “ແຊມຊັນໄດ້ເກີດມາກັບສັກກະຍະພາບອັນຍິ່ງໃຫຍ່. ແມ່ຂອງລາວໄດ້ຖືກສັນຍາວ່າ, ‘ລາວຈະຊ່ວຍກູ້ເອົາຊາດອິດສະຣາເອນໃຫ້ພົ້ນຈາກອຳນາດຂອງພວກຟີລິດສະຕິນ’ [ພວກຜູ້ປົກຄອງ 13:5]. ແຕ່ເມື່ອແຊມຊັນເຕີບໂຕຂຶ້ນ, ລາວໄດ້ຊອກຫາການລໍ້ລວງຂອງໂລກ ຫລາຍກວ່າການຊີ້ນຳຂອງພຣະເຈົ້າ. ລາວໄດ້ເລືອກເພາະວ່າສິ່ງເຫລົ່ານັ້ນເຮັດໃຫ້ ‘[ລາວ] ພໍໃຈຫລາຍ’ [ພວກຜູ້ປົກຄອງ 14:3] ແທນທີ່ເພາະການເລືອກເຫລົ່ານັ້ນຖືກຕ້ອງ. ພຣະຄຳພີໃຊ້ວະລີທີ່ວ່າ ‘ລາວຈຶ່ງລົງໄປ’ [ພວກຜູ້ປົກຄອງ 14:7] ເມື່ອພວກເພິ່ນເລົ່າເລື່ອງການເດີນທາງ, ການກະທຳ, ແລະ ການເລືອກຂອງແຊມຊັນ. ແທນທີ່ຈະລຸກຂຶ້ນ ແລະ ສ່ອງແສງເພື່ອບັນລຸສັກກະຍະພາບອັນຍິ່ງໃຫຍ່ຂອງລາວ, ແຊມຊັນໄດ້ຖືກຄອບງຳໂດຍທາງໂລກ, ສູນເສຍພະລັງທີ່ພຣະເຈົ້າປະທານໃຫ້, ແລະ ຕາຍກ່ອນໄວອັນຄວນຢ່າງໜ້າໂສກເສົ້າ” (“Arise and Shine Forth,” Liahona, May 2012, 118).
ເບິ່ງ Dallin H. Oaks, “Covenants and Responsibilities,” Liahona, May 2024, 93–96; Ulisses Soares, “Covenant Confidence through Jesus Christ,” Liahona, May 2024, 17–21 ນຳອີກ.
ແນວຄິດສຳລັບການສິດສອນເດັກນ້ອຍ
ເພາະວັນອາທິດນີ້ເປັນວັນອາທິດທີຫ້າຂອງເດືອນ, ຄູສອນປະຖົມໄວຖືກຊຸກຍູ້ໃຫ້ນຳໃຊ້ກິດຈະກຳການຮຽນຮູ້ທີ່ຢູ່ໃນ “ພາກຫ້ອຍທ້າຍ ຂ: ການກະກຽມເດັກນ້ອຍໃຫ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະເຈົ້າໄປຕະຫລອດຊີວິດ.”
ພວກຜູ້ປົກຄອງ 3:7–9, 12–15
ພຣະເຢຊູຄຣິດຄືພຣະຜູ້ປົດປ່ອຍຂອງເຮົາ.
-
ພວກຜູ້ປົກຄອງ 3 ບັນຍາຍແບບແຜນທີ່ສິດສອນກ່ຽວກັບອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ ໃນການປົດປ່ອຍເຮົາຈາກບາບ. ເພື່ອຊ່ວຍໃຫ້ລູກໆຂອງທ່ານລະບຸແບບແຜນນີ້, ທ່ານສາມາດຂຽນວະລີເຫລົ່ານີ້ລົງໄວ້: “ເຮັດບາບ,” “ຮ້ອງຫາ [ພຣະຜູ້ເປັນເຈົ້າ],” ແລະ “ໄດ້ສົ່ງຊາຍຜູ້ໜຶ່ງມາຊ່ວຍ.” ແລ້ວລູກໆຂອງທ່ານສາມາດຊອກຫາວະລີເຫລົ່ານີ້ໃນ ພວກຜູ້ປົກຄອງ 3:7–9 ແລະ ພວກຜູ້ປົກຄອງ 3:12–15. ທ່ານຮຽນຮູ້ຫຍັງແດ່ກ່ຽວກັບພຣະຜູ້ເປັນເຈົ້າຈາກແບບແຜນນີ້?
-
ເພື່ອເນັ້ນວ່າພຣະເຢຊູຄຣິດເປັນພຣະຜູ້ປົດປ່ອຍຂອງເຮົາ, ທ່ານສາມາດຮວບຮວມຫລາຍໆຮູບພາບຂອງຜູ້ຄົນ, ລວມທັງຮູບຂອງພຣະເຢຊູ, ແລະ ຂວ້ຳໜ້າຮູບລົງ. ໃຫ້ລູກຂອງທ່ານປ່ຽນຜຽນກັນເປີດຮູບ. ເມື່ອພວກເຂົາພົບເຫັນຮູບຂອງພຣະເຢຊູ, ໃຫ້ຮ້ອງເພງກ່ຽວກັບພຣະອົງ, ເຊັ່ນ “ພຣະຜູ້ໄຖ່ແຫ່ງອິດສະຣາເອນ” (ເພງສວດ ແລະ ເພງຂອງເດັກນ້ອຍ, 5), ແລະ ບອກລູກໆຂອງທ່ານກ່ຽວກັບວ່າ ພຣະອົງໄດ້ປົດປ່ອຍທ່ານແນວໃດ.
ພວກຜູ້ປົກຄອງ 4:1–15
ເຮົາສາມາດດົນໃຈຄົນອື່ນໃຫ້ມີສັດທາໃນພຣະຜູ້ເປັນເຈົ້າ.
-
ທ່ານສາມາດໃຊ້ “ສາດສະດາຍິງເດໂບຣາ” ໃນ ເລື່ອງພຣະຄຳພີເດີມ, 92–95, ເພື່ອບອກລູກໆຂອງທ່ານກ່ຽວກັບເລື່ອງລາວໃນ ພວກຜູ້ປົກຄອງ 4. ແບ່ງປັນນຳກັນກ່ຽວກັບສິ່ງທີ່ພວກທ່ານຊົມເຊີຍກ່ຽວກັບນາງເດໂບຣາ. ສັດທາຂອງນາງໃນພຣະຜູ້ເປັນເຈົ້າເປັນພອນໃຫ້ແກ່ຜູ້ຄົນທີ່ຢູ່ອ້ອມຮອບນາງແນວໃດ? ເຮົາສາມາດເຮັດຫຍັງເພື່ອຊ່ວຍຄົນອື່ນໃຫ້ມີສັດທາໃນພຣະເຢຊູຄຣິດຫລາຍຂຶ້ນ?
2:9Deborah the Prophetess
ພວກຜູ້ປົກຄອງ 7:1–21
ພຣະຜູ້ເປັນເຈົ້າສາມາດໃຊ້ສິ່ງເລັກນ້ອຍເພື່ອເຮັດວຽກງານອັນຍິ່ງໃຫຍ່ໄດ້.
-
ໃຊ້ ພວກຜູ້ປົກຄອງ 7:4–7, ໜ້າກິດຈະກຳຂອງອາທິດນີ້, ຫລື “ກອງທັບຂອງກີເດໂອນ” ໃນ ເລື່ອງພຣະຄຳພີເດີມ, 96–99, ເພື່ອສິດສອນລູກໆຂອງທ່ານກ່ຽວກັບວິທີທີ່ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ກອງທັບຂອງຊາວອິດສະຣາເອນນ້ອຍລົງ. ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງຢາກໃຫ້ກອງທັບຂອງກີເດໂອນນ້ອຍແທ້ໆ? (ເບິ່ງ ພວກຜູ້ປົກຄອງ 7:2).
2:37The Army of Gideon
-
ລູກໆຂອງທ່ານສາມາດແຕ້ມຮູບດາບ, ໂລ່, ແກ, ກະບອງ, ແລະ ໄຫ ແລະ ເວົ້າລົມກັນວ່າ ພວກເຂົາຕ້ອງການສິ່ງຂອງເຫລົ່ານີ້ອັນໃດໃນການຕໍ່ສູ້. ແລ້ວພວກເຂົາສາມາດອ່ານ ພວກຜູ້ປົກຄອງ 7:16 ເພື່ອຮຽນຮູ້ສິ່ງທີ່ພຣະຜູ້ເປັນເຈົ້າໄດ້ບອກກອງທັບຂອງກີເດໂອນໃຫ້ໃຊ້. ຂະນະທີ່ທ່ານອ່ານກ່ຽວກັບການຕໍ່ສູ້ໃນ ພວກຜູ້ປົກຄອງ 7:19–21, ໃຫ້ແບ່ງປັນນຳກັນເຖິງສິ່ງທີ່ພວກທ່ານຮຽນຮູ້ກ່ຽວກັບພຣະຜູ້ເປັນເຈົ້າຈາກເລື່ອງນີ້.
Samson Puts Down the Pillars [ແຊມຊັນພັງເສົາ], ໂດຍ ເຈມສ໌ ທີໂຊ ແລະ ຄົນອື່ນໆ
ພວກຜູ້ປົກຄອງ 13:5
ການຮັກສາພັນທະສັນຍາໃຫ້ຄວາມເຂັ້ມແຂງແກ່ເຮົາ.
-
ພັນທະສັນຍາຂອງແຊມຊັນທີ່ໄດ້ເຮັດໄວ້ກັບພຣະຜູ້ເປັນເຈົ້າໄດ້ໃຫ້ຄວາມເຂັ້ມແຂງທາງຮ່າງກາຍແກ່ລາວ, ຄືກັນກັບພັນທະສັນຍາຂອງເຮົາ ທີ່ໃຫ້ຄວາມເຂັ້ມແຂງທາງວິນຍານແກ່ເຮົາ. ລູກໆຂອງທ່ານອາດມັກທີ່ຈະອອກກຳລັງກາຍບາງຢ່າງ ແລະ ສົນທະນາກັນເຖິງວິທີທີ່ການອອກກຳລັງກາຍສາມາດເຮັດໃຫ້ຮ່າງກາຍຂອງເຮົາເຂັ້ມແຂງຂຶ້ນແນວໃດ. ການຮັກສາພັນທະສັນຍາຂອງເຮົາເຮັດໃຫ້ວິນຍານຂອງເຮົາເຂັ້ມແຂງຂຶ້ນແນວໃດ? (ເບິ່ງ ໂມໄຊຢາ 18:8–10; ຄຳສອນ ແລະ ພັນທະສັນຍາ 20:77, 79).
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.