“ວັນທີ 18–24 ເດືອນພຶດສະພາ. ‘ຈົ່ງມີໃຈເດັດດ່ຽວ ແລະ ກ້າຫານ’: ໂຢຊວຍ 1–8; 23–24,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 18–24 ເດືອນພຶດສະພາ. ‘ຈົ່ງມີໃຈເດັດດ່ຽວ ແລະ ກ້າຫານ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
Moses Ordaining Joshua [ໂມເຊກຳລັງແຕ່ງຕັ້ງໂຢຊວຍ], ໂດຍ ແດໂຣ ທອມມັສ (ລາຍລະອຽດ)
ວັນທີ 18–24 ເດືອນພຶດສະພາ: “ຈົ່ງມີໃຈເດັດດ່ຽວ ແລະ ກ້າຫານ”
ໂຢຊວຍ 1–8; 23–24
ຫລາຍລຸ້ນຄົນໄດ້ຜ່ານໄປ, ແຕ່ຄຳສັນຍາຂອງພຣະຜູ້ເປັນເຈົ້າເລີ່ມຈະສຳເລັດຄົບຖ້ວນ: ໃນທີ່ສຸດ ລູກຫລານຂອງອິດສະຣາເອນຈະໄດ້ຮັບແຜ່ນດິນແຫ່ງຄຳສັນຍາມາເປັນມູນມໍລະດົກ. ແຕ່ສິ່ງທີ່ຂວາງກັ້ນພວກເຂົາແມ່ນແມ່ນ້ຳຈໍແດນ, ກຳແພງເມືອງເຢຣິໂກ, ຜູ້ຄົນທີ່ມີພະລັງ ຜູ້ປະຕິເສດພຣະຜູ້ເປັນເຈົ້າ (ເບິ່ງ 1 ນີໄຟ 17:35). ແລະ ພວກເຂົາຈະໄດ້ປະເຊີນໜ້າກັບທັງໝົດປາດສະຈາກຜູ້ນຳທີ່ຮັກຂອງພວກເຂົາ ໂມເຊ. ສະຖານະການອາດເຮັດໃຫ້ຊາວອິດສະຣາເອນບາງຄົນອ່ອນແຮງ ແລະ ຢ້ານກົວ, ແຕ່ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຈົ່ງມີໃຈເດັດດ່ຽວ ແລະ ກ້າຫານ.” ໄດ້ມີເຫດຜົນອັນໃດເພື່ອໃຫ້ພວກເຂົາກ້າຫານ? ບໍ່ແມ່ນຍ້ອນກຳລັງຂອງພວກເຂົາເອງ—ຫລື ແມ່ນແຕ່ກຳລັງຂອງໂມເຊ ຫລື ໂຢຊວຍ—ແຕ່ຍ້ອນ “ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຢູ່ກັບເຈົ້າໃນທຸກໆບ່ອນທີ່ເຈົ້າໄປ” (ໂຢຊວຍ 1:9). ເມື່ອເຮົາມີແມ່ນ້ຳຂອງຕົວເອງທີ່ຈະຂ້າມ ແລະ ມີກຳແພງທີ່ຈະທຳລາຍ, ສິ່ງທີ່ດີເລີດສາມາດເກີດຂຶ້ນໄດ້ໃນຊີວິດຂອງເຮົາຍ້ອນ “ພຣະຜູ້ເປັນເຈົ້າຈະເຮັດການອັດສະຈັນໃນທ່າມກາງ [ພວກເຮົາ]” (ໂຢຊວຍ 3:5).
ສຳລັບພາບລວມຂອງພຣະທຳໂຢຊວຍ, ໃຫ້ເບິ່ງ “ໂຢຊວຍ” ໃນ ຄູ່ມືພຣະຄຳພີ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ໂຢຊວຍ 1:1–9
ພຣະເຈົ້າຈະຢູ່ກັບເຮົາຂະນະທີ່ເຮົາພະຍາຍາມທີ່ຈະຊື່ສັດຕໍ່ພຣະອົງ.
ໃຫ້ວາດພາບເບິ່ງວ່າ ໂຢຊວຍຮູ້ສຶກແນວໃດ ເມື່ອຖືກເອີ້ນໃຫ້ຮັບໜ້າທີ່ແທນໂມເຊ. ໃຫ້ສັງເກດເບິ່ງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວ ຢູ່ໃນ ໂຢຊວຍ 1:1–9 ເພື່ອຊຸກຍູ້ເພິ່ນ. ໃຫ້ຄິດກ່ຽວກັບຄວາມທ້າທາຍທີ່ຫຍຸ້ງຍາກທີ່ທ່ານປະເຊີນ; ແມ່ນຫຍັງຢູ່ໃນຂໍ້ເຫລົ່ານີ້ທີ່ຊ່ວຍທ່ານໃຫ້ມີຄວາມກ້າຫານ?
ຊື່ ໂຢຊວຍ (Yehoshua [ເຢໂຮຊວຍ] ຫລື Yeshua [ເຢຊວຍ] ໃນພາສາເຮັບເຣີ) ແປວ່າ “ພຣະເຢໂຮວາຊ່ວຍໃຫ້ລອດ.” ແລະ ພຣະນາມ Jesus [ເຢຊູ] ແມ່ນມາຈາກ Yeshua [ເຢຊວຍ]. ສະນັ້ນ ຂະນະທີ່ທ່ານອ່ານກ່ຽວກັບໂຢຊວຍ, ໃຫ້ພິຈາລະນາບົດບາດຂອງເພິ່ນໃນການນຳພາລູກຫລານຂອງອິດສະຣາເອນຂ້າມແມ່ນ້ຳຈໍແດນ ແລະ ເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາ. ພາລະກິດຂອງເພິ່ນຄ້າຍຄືກັນກັບສິ່ງທີ່ພຣະເຢຊູຄຣິດກະທຳເພື່ອເຮົາແນວໃດ?
ໂຢຊວຍ 1:8
ພຣະຄຳຂອງພຣະເຈົ້າສາມາດຊ່ວຍເຮັດໃຫ້ເສັ້ນທາງຂອງເຮົາຈະເລີນຮຸ່ງເຮືອງໄດ້.
ຂະນະທີ່ພຣະອົງໄດ້ຊຸກຍູ້ໂຢຊວຍ, ພຣະຜູ້ເປັນເຈົ້າກໍໄດ້ໃຫ້ຄຳແນະນຳຢູ່ໃນ ໂຢຊວຍ 1:8 ກ່ຽວກັບພຣະຄຳພີ, ຫລື “ໜັງສືກົດບັນຍັດ.” ເມື່ອພິຈາລະນາໜ້າທີ່ຮັບຜິດຊອບທີ່ໜັກໜ່ວງຂອງໂຢຊວຍ, ເປັນຫຍັງຄຳແນະນຳນີ້ອາດມີປະໂຫຍດເປັນພິເສດ?
ເມື່ອພຣະຜູ້ເປັນເຈົ້າເຊື້ອເຊີນເຮົາໃຫ້ອ່ານພຣະຄຳພີ, ພຣະອົງມັກຈະໃຊ້ຖ້ອຍຄຳທີ່ມີຄວາມໝາຍເກີນກວ່າພຽງແຕ່ການອ່ານເທົ່ານັ້ນ. ພຣະອົງຍັງສັນຍາທີ່ຈະປະທານພອນຢ່າງຫລວງຫລາຍນຳອີກ. ຕາຕະລາງຢູ່ຂ້າງລຸ່ມສາມາດຊ່ວຍທ່ານຄົ້ນພົບຄຳເຊື້ອເຊີນ ແລະ ພອນທີ່ສັນຍາໄວ້ເຫລົ່ານີ້.
|
ຄຳເຊື້ອເຊີນ |
ພອນທີ່ສັນຍາໄວ້ | |
|---|---|---|
|
ໂຢຊວຍ 1:8 | ຄຳເຊື້ອເຊີນ ຄິດໄຕ່ຕອງທັງວັນ ແລະ ຄືນ | ພອນທີ່ສັນຍາໄວ້
|
ຄຳເຊື້ອເຊີນ
| ພອນທີ່ສັນຍາໄວ້
| |
ຄຳເຊື້ອເຊີນ
| ພອນທີ່ສັນຍາໄວ້
| |
ຄຳເຊື້ອເຊີນ
| ພອນທີ່ສັນຍາໄວ້ ຈະເລີນຮຸ່ງເຮືອງໃນແຜ່ນດິນ | |
ຄຳເຊື້ອເຊີນ
| ພອນທີ່ສັນຍາໄວ້
| |
ຄຳເຊື້ອເຊີນ
| ພອນທີ່ສັນຍາໄວ້
| |
|
Russell M. Nelson, “Hear Him,” Liahona, May 2020, last paragraph on page 89 | ຄຳເຊື້ອເຊີນ
| ພອນທີ່ສັນຍາໄວ້
|
ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຄຳສັນຍາເຫລົ່ານີ້ເກີດເປັນຈິງໃນຊີວິດຂອງທ່ານແນວໃດ? ເວລານີ້ອາດເປັນໂອກາດທີ່ດີທີ່ຈະປະເມີນນິໄສການສຶກສາພຣະຄຳພີຂອງທ່ານ. ມີຫຍັງທີ່ດຳເນີນໄປດ້ວຍດີ? ທ່ານຮູ້ສຶກຖືກດົນໃຈໃຫ້ເຮັດສິ່ງໃດ ເພື່ອຈະມີປະສົບການທີ່ມີຄວາມໝາຍຫລາຍຂຶ້ນກັບພຣະຄຳຂອງພຣະເຈົ້າ?
ເບິ່ງ “As I Search the Holy Scriptures,” Hymns, no. 277 ນຳອີກ.
ໂຢຊວຍ 2
ທັງສັດທາ ແລະ ວຽກງານແມ່ນຈຳເປັນສຳລັບຄວາມລອດ.
ຊາວຄຣິດໃນສະໄໝພຣະຄຳພີໃໝ່ໄດ້ເຫັນນາງຣາຮາບວ່າເປັນຕົວຢ່າງຂອງພະລັງທັງສັດທາ ແລະ ວຽກງານ (ເບິ່ງ ເຮັບເຣີ 11:31; ຢາໂກໂບ 2:25). ຂະນະທີ່ທ່ານອ່ານ ໂຢຊວຍ 2, ໃຫ້ພິຈາລະນາບົດບາດຂອງສັດທາ ແລະ ວຽກງານຂອງນາງຣາຮາບ ໃນການຊ່ວຍຕົວນາງເອງ, ຊ່ວຍຄອບຄົວຂອງນາງ, ແລະ ຊ່ວຍພວກນັກສືບຊາວອິດສະຣາເອນໃຫ້ລອດແນວໃດ. ສິ່ງນີ້ສິດສອນທ່ານຫຍັງແດ່ກ່ຽວກັບວິທີທີ່ສັດທາຂອງທ່ານໃນພຣະຄຣິດ ແລະ ວຽກງານຂອງທ່ານສາມາດເປັນອິດທິພົນຕໍ່ຕົວທ່ານເອງ ແລະ ຄົນອື່ນແນວໃດ?
ນາງຣາຮາບຢູ່ທີ່ປ່ອງຢ້ຽມຂອງນາງ. Waiting for the Promise [ລໍຖ້າຄຳສັນຍາ], ໂດຍ ແອວສະແປດ ຢັງ (ລາຍລະອຽດ)
ໂຢຊວຍ 3–4
ດ້ວຍສັດທາໃນພຣະເຢຊູຄຣິດ, ເຮົາສາມາດມີປະສົບການ “ການອັດສະຈັນ” ຂອງພຣະເຈົ້າ.
ພຣະຜູ້ເປັນເຈົ້າໄດ້ເຮັດການອັດສະຈັນໃນທ່າມກາງຜູ້ຄົນຂອງພຣະອົງ ຂະນະທີ່ພຣະອົງໄດ້ນຳພາພວກເຂົາເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາ, ແລະ ພຣະອົງກໍສາມາດເຮັດສິ່ງດຽວກັນນີ້ເພື່ອທ່ານ. ຕໍ່ໄປນີ້ແມ່ນຄຳຖາມບາງຂໍ້ ເພື່ອຊີ້ນຳການສຶກສາຂອງທ່ານໃນ ໂຢຊວຍ 3–4:
-
ທ່ານຄິດວ່າເປັນຫຍັງຊາວອິດສະຣາເອນຈຶ່ງຈຳເປັນຕ້ອງຊຳລະຕົວເອງໃຫ້ສະອາດກ່ອນທີ່ພວກເຂົາຈະຂ້າມແມ່ນ້ຳຈໍແດນ? (ເບິ່ງ ໂຢຊວຍ 3:5).
-
ໃຫ້ສັງເກດເບິ່ງວ່າ ແມ່ນ້ຳໄດ້ແຍກອອກພຽງແຕ່ຫລັງຈາກ “ພວກປະໂລຫິດຈຸ່ມຕີນລົງ … ໃນແມ່ນ້ຳ” ເທົ່ານັ້ນ (ໂຢຊວຍ 3:13, 15). ເປັນຫຍັງນັ້ນຈຶ່ງສຳຄັນ?
-
ມີເຫດການສຳຄັນຢ່າງອື່ນໆ ທີ່ໄດ້ເກີດຂຶ້ນຢູ່ທີ່ແມ່ນ້ຳຈໍແດນ—ເບິ່ງ 2 ກະສັດ 2:6–15; 5:1–14; ແລະ ມາຣະໂກ 1:9–11. ທ່ານເຫັນການກ່ຽວພັນຫຍັງແດ່ລະຫວ່າງເຫດການເຫລົ່ານີ້?
-
ພຣະຜູ້ເປັນເຈົ້າໄດ້ກະທຳ “ການອັດສະຈັນ” ໃນຊີວິດຂອງທ່ານແນວໃດ? (ໂຢຊວຍ 3:5). ທ່ານສາມາດມີປະສົບການ—ຫລື ຮັບຮູ້—ການອັດສະຈັນເຫລົ່ານັ້ນຫລາຍຂຶ້ນເລື້ອຍໆແນວໃດ? (ຍົກຕົວຢ່າງ, ເບິ່ງ ໂຢຊວຍ 3:17).
ໂຢຊວຍ 6–8
ການເຊື່ອຟັງເຊື້ອເຊີນອຳນາດຂອງພຣະເຈົ້າມາສູ່ຊີວິດຂອງເຮົາ.
ໂຢຊວຍ 6–8 ກ່ຽວຂ້ອງກັບການຕໍ່ສູ້ເອົາດິນແດນເຢຣິໂກ ແລະ ອາອີ. ຂະນະທີ່ທ່ານອ່ານບົດເຫລົ່ານີ້, ໃຫ້ພິຈາລະນາວິທີທີ່ທ່ານຕໍ່ສູ້ກັບການລໍ້ລວງແນວໃດ (ຍົກຕົວຢ່າງ, ເບິ່ງ ໂຢຊວຍ 7:10–13). ທ່ານຮຽນຮູ້ຫຍັງແດ່ກ່ຽວກັບວິທີທີ່ພຣະເຈົ້າສາມາດຊ່ວຍເຫລືອທ່ານ ແລະ ສິ່ງທີ່ທ່ານຕ້ອງເຮັດເພື່ອເຂົ້າເຖິງອຳນາດຂອງພຣະອົງ? ຍົກຕົວຢ່າງ, ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບຄຳແນະນຳຂອງພຣະຜູ້ເປັນເຈົ້າ ເລື່ອງການໄປຕີເອົາເຢຣິໂກ? (ເບິ່ງ ໂຢຊວຍ 6:1–5). ບາງທີເລື່ອງລາວໃນ ໂຢຊວຍ 7 ຈະດົນໃຈທ່ານໃຫ້ພິຈາລະນາ ຖ້າຫາກວ່າມີ “ສິ່ງຂອງທີ່ຕ້ອງຖືກທຳລາຍ” ອັນໃດບໍ່ ໃນຊີວິດຂອງທ່ານ ທີ່ທ່ານຕ້ອງກຳຈັດໃຫ້ໝົດສິ້ນໄປ (ໂຢຊວຍ 7:13).
ໂຢຊວຍ 23–24
“ເຈົ້າຈົ່ງເລືອກເອົາໃນມື້ນີ້ວ່າ ເຈົ້າຈະຮັບໃຊ້ຜູ້ໃດ.”
ຄຳສອນສຸດທ້າຍຂອງໂຢຊວຍຕໍ່ຊາວອິດສະຣາເອນຢູ່ໃນ ໂຢຊວຍ 23–24 ແມ່ນລວມທັງຄຳເຕືອນທີ່ສຳຄັນ, ຄຳແນະນຳ, ແລະ ພອນທີ່ສັນຍາໄວ້. ບາງທີທ່ານສາມາດຂຽນສິ່ງທີ່ທ່ານພົບເຫັນລົງໄວ້. ເມື່ອພິຈາລະນາທຸກສິ່ງທີ່ຊາວອິດສະຣາເອນໄດ້ຜ່ານຜ່າ, ທ່ານຄິດວ່າເປັນຫຍັງໂຢຊວຍຈຶ່ງເລືອກເອົາສິ່ງເຫລົ່ານີ້ມາບອກພວກເຂົາ ໃນບັ້ນທ້າຍຊີວິດຂອງເພິ່ນ? ທ່ານພົບເຫັນຫຍັງແດ່ທີ່ດົນໃຈທ່ານໃຫ້ “ສັດຊື່ຕໍ່ພຣະຜູ້ເປັນເຈົ້າ”? (ໂຢຊວຍ 23:8).
ເບິ່ງ Dale G. Renlund, “Choose You This Day,” Liahona, Nov. 2018, 104–6 ນຳອີກ.
ແນວຄິດສຳລັບການສິດສອນເດັກນ້ອຍ
ໂຢຊວຍ 1–4; 6
“ຈົ່ງມີໃຈເດັດດ່ຽວ ແລະ ກ້າຫານ.”
-
ນີ້ຄືວິທີໜຶ່ງທີ່ຈະຊ່ວຍລູກໆຂອງທ່ານໃຫ້ “ມີໃຈເດັດດ່ຽວ ແລະ ກ້າຫານ” (ໂຢຊວຍ 1:6) ຜ່ານທາງພຣະເຢຊູຄຣິດ. ເຊື້ອເຊີນພວກເຂົາໃຫ້ຊອກຫາວະລີທີ່ກ່າວຊ້ຳໆຢູ່ໃນ ໂຢຊວຍ 1:6, 9, ແລະ 18, ແລະ ຂຽນມັນລົງໄວ້ ຫລື ທ່ອງຈຳມັນ. ຊ່ວຍໃຫ້ລູກໆຂອງທ່ານຄິດເຖິງສະພາບການທີ່ພວກເຂົາອາດຕ້ອງການຂ່າວສານນີ້, ດັ່ງທີ່ໂຢຊວຍໄດ້ຕ້ອງການ. ພວກທ່ານຍັງສາມາດທົບທວນນຳກັນນຳອີກເລື່ອງລາວບາງເລື່ອງທີ່ຢູ່ໃນ ໂຢຊວຍ 1–4; 6 (ເບິ່ງ “ສາດສະດາໂຢຊວຍ” ແລະ “ນາງຣາຮາບ ແລະ ພວກນັກສືບ” ຢູ່ໃນ ເລື່ອງພຣະຄຳພີເດີມ, 85–91) ນຳອີກ. ຜູ້ຄົນໃນເລື່ອງລາວເຫລົ່ານີ້ສະແດງໃຫ້ເຫັນເຖິງຄວາມກ້າຫານ ແລະ ພະລັງໃນພຣະຜູ້ເປັນເຈົ້າແນວໃດ?
2:59Joshua the Prophet
1:39Rahab and the Spies
ໂຢຊວຍ 1:8
ການສຶກສາພຣະຄຳພີນຳພອນມາໃຫ້ເຮົາ.
-
ການອ່ານ ໂຢຊວຍ 1:8 ສາມາດດົນໃຈລູກໆຂອງທ່ານໃຫ້ອ່ານພຣະຄຳພີດ້ວຍຕົວເຂົາເອງ. ຊ່ວຍພວກເຂົາຊອກຫາຖ້ອຍຄຳຢູ່ໃນຂໍ້ທີ່ສິດສອນພວກເຂົາ ວິທີ ແລະ ເປັນຫຍັງ ເຮົາຄວນອ່ານພຣະຄຳພີ. ພວກເຂົາສາມາດຊອກຫາສິ່ງດຽວກັນນີ້ຢູ່ໃນ 1 ນີໄຟ 15:23–24; 2 ນີໄຟ 31:20; 32:3; ຢາໂຄບ 4:6; ຮີລາມັນ 3:29–30. ທ່ານຍັງສາມາດຊ່ວຍພວກເຂົາຈັດ ແລະ ດຳເນີນຕາມແຜນທີ່ຈະອ່ານພຣະຄຳພີນຳອີກ.
ໂຢຊວຍ 3–4
ເຮົາຕ້ອງຮັບບັບຕິສະມາ ເພື່ອຈະໄດ້ເຂົ້າໄປໃນອານາຈັກສະຫວັນ.
-
ທ່ານອາດໃຊ້ເລື່ອງລາວຂອງຊາວອິດສະຣາເອນຂ້າມແມ່ນ້ຳຈໍແດນ ເພື່ອເປັນສັນຍາລັກຂອງການບັບຕິສະມາ—ການປະຖິ້ມຊີວິດເກົ່າຂອງເຮົາໃນຖິ່ນແຫ້ງແລ້ງກັນດານ ແລະ ເລີ່ມຊີວິດໃໝ່ໃນຄວາມສຳພັນແຫ່ງພັນທະສັນຍາກັບພຣະເຈົ້າ. ສະນັ້ນ ຂະນະທີ່ທ່ານອ່ານ ໂຢຊວຍ 3–4 (ຫລື “ສາດສະດາໂຢຊວຍ” ໃນ ເລື່ອງພຣະຄຳພີເດີມ, 85–89) ນຳກັນ, ທ່ານສາມາດເບິ່ງຮູບຂອງພຣະເຢຊູຮັບບັບຕິສະມາ ແລະ ອະທິບາຍວ່າ ພຣະເຢຊູໄດ້ຮັບບັບຕິສະມາຢູ່ໃນແມ່ນ້ຳດຽວກັນທີ່ຊາວອິດສະຣາເອນໄດ້ຂ້າມ. ແລ້ວທ່ານສາມາດຮ້ອງເພງເຊັ່ນ “Baptism” (Children’s Songbook, 100–101). ແບ່ງປັນນຳກັນວ່າການຮັບບັບຕິສະມາກໍເໝືອນການເລີ່ມຕົ້ນຊີວິດໃໝ່ໃນອານາຈັກຂອງພຣະເຢຊູຄຣິດແນວໃດ.
2:59Joshua the Prophet
ໂຢຊວຍ 24:15
ເຮົາສາມາດເລືອກທີ່ຈະຮັບໃຊ້ພຣະເຢຊູຄຣິດ.
-
ທ່ານສາມາດເຮັດສິ່ງໃດແດ່ເພື່ອຊ່ວຍລູກໆຂອງທ່ານໃຫ້ຮຽນຮູ້ທີ່ຈະເລືອກຕິດຕາມພຣະເຢຊູຄຣິດ, ດັ່ງທີ່ໂຢຊວຍໄດ້ເຊື້ອເຊີນໃຫ້ຊາວອິດສະຣາເອນເຮັດ? ທ່ານອາດເຊື້ອເຊີນພວກເຂົາໃຫ້:
-
ທ່ອງຈຳວະລີສັ້ນໆ ຈາກ ໂຢຊວຍ 24:15. ພະຍາຍາມເຮັດໃຫ້ມັນມ່ວນຊື່ນສຳລັບລູກໆຂອງທ່ານ. ຈຳນວນຖ້ອຍຄຳທີ່ພວກເຂົາທ່ອງຈຳອາດຂຶ້ນກັບອາຍຸຂອງພວກເຂົາ.
-
ຊອກຫາເລື່ອງລາວ ກ່ຽວກັບຜູ້ຄົນທີ່ໄດ້ເລືອກທີ່ຈະຮັບໃຊ້ພຣະເຢຊູຄຣິດ. ພວກເຂົາສາມາດຊອກຫາຢູ່ໃນວາລະສານ Friend, ປຶ້ມຮູບພຣະກິດຕິຄຸນ, ຫລື ເລື່ອງພຣະຄຳພີເດີມ ແລະ ປຶ້ມເລື່ອງພຣະຄຳພີເຫລັ້ມອື່ນໆ.
-
ຫລິ້ນລະຄອນກ້ອມສະພາບການອື່ນໆ ຊຶ່ງໃນນັ້ນພວກເຂົາສາມາດເລືອກທີ່ຈະຕິດຕາມ ແລະ ຮັບໃຊ້ພຣະຜູ້ຊ່ວຍໃຫ້ລອດ.
-
ໃຊ້ກິດຈະກຳທີ່ຫລາກຫລາຍ. “ເດັກນ້ອຍທຸກຄົນແມ່ນແຕກຕ່າງ, ແລະ ຂະນະທີ່ພວກເຂົາພັດທະນາເຕີບໂຕ, ຄວາມຕ້ອງການຂອງພວກເຂົາຈະປ່ຽນໄປ. ການປ່ຽນວິທີສິດສອນຂອງທ່ານຈະຊ່ວຍໃຫ້ທ່ານສະໜອງຄວາມຕ້ອງການທີ່ຫລາກຫລາຍໄດ້” (ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 31).
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.