“ວັນທີ 11–17 ເດືອນພຶດສະພາ. ‘ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະຜູ້ເປັນເຈົ້າ’: ພຣະບັນຍັດສອງ 6–8; 15; 18; 29–30; 34,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 11–17 ເດືອນພຶດສະພາ. ‘ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະຜູ້ເປັນເຈົ້າ,’” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
Moses on Mount Nebo [ໂມເຊຢູ່ເທິງພູເຂົາເນໂບ], ໂດຍ ຈອນ ສະຕຽວ, © Providence Collection/ໄດ້ຮັບອະນຸຍາດຈາກ goodsalt.com
ວັນທີ 11–17 ເດືອນພຶດສະພາ: “ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະຜູ້ເປັນເຈົ້າ”
ພຣະບັນຍັດສອງ 6–8; 15; 18; 29–30; 34
ການປະຕິບັດສາດສະໜາກິດຢູ່ໃນໂລກຂອງໂມເຊໄດ້ເລີ່ມຕົ້ນຢູ່ເທິງພູເຂົາ, ເມື່ອພຣະເຈົ້າໄດ້ກ່າວກັບເພິ່ນຈາກຟຸ່ມໄມ້ທີ່ລຸກເປັນໄຟ (ເບິ່ງ ອົບພະຍົບ 3:1–10). ມັນກໍສິ້ນສຸດລົງຢູ່ເທິງພູເຂົາຄືກັນ, ຫລາຍກວ່າ 40 ປີຕໍ່ມາ, ເມື່ອພຣະເຈົ້າໄດ້ໃຫ້ເພິ່ນເຫັນແຜ່ນດິນແຫ່ງຄຳສັນຍາໜ້ອຍໜຶ່ງ ຈາກຍອດພູເຂົາເນໂບ (ເບິ່ງ ພຣະບັນຍັດສອງ 34:1–4). ໂມເຊໄດ້ໃຊ້ຊີວິດຂອງເພິ່ນກະກຽມລູກຫລານຂອງອິດສະຣາເອນໃຫ້ເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາ, ແລະ ພຣະທຳພຣະບັນຍັດສອງບັນທຶກຄຳແນະນຳ, ຄຳເຕືອນໃຈ, ຄຳຕັກເຕືອນ, ແລະ ຄຳອ້ອນວອນເທື່ອສຸດທ້າຍຂອງເພິ່ນແກ່ຊາວອິດສະຣາເອນ. ການອ່ານຖ້ອຍຄຳຂອງເພິ່ນເຮັດໃຫ້ເຫັນຢ່າງແຈ່ມແຈ້ງວ່າ ຈຸດປະສົງຕົ້ນຕໍຂອງການປະຕິບັດສາດສະໜາກິດຂອງໂມເຊ—ການກະກຽມສິ່ງທີ່ຜູ້ຄົນຕ້ອງການ—ບໍ່ແມ່ນກ່ຽວກັບການເອົາຕົວລອດຢູ່ໃນຖິ່ນແຫ້ງແລ້ງກັນດານ, ບໍ່ແມ່ນການຂຶ້ນຄອງສັດຕູ, ຫລື ການສ້າງປະຊາຊາດ. ມັນແມ່ນກ່ຽວກັບການຮຽນຮູ້ທີ່ຈະຮັກພຣະເຈົ້າ, ເຊື່ອຟັງພຣະອົງ, ແລະ ຈົງຮັກພັກດີຕໍ່ພຣະອົງສະເໝີໄປ. ນັ້ນຄືການກະກຽມທີ່ເຮົາທຸກຄົນຕ້ອງການ ເພື່ອຈະໄດ້ເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາແຫ່ງຊີວິດນິລັນດອນ. ສະນັ້ນ ເຖິງແມ່ນວ່າໂມເຊບໍ່ເຄີຍເຂົ້າໄປໃນ “ດິນແດນທີ່ອຸດົມສົມບູນ ແລະ ຮັ່ງມີ” (ອົບພະຍົບ 3:8), ຍ້ອນສັດທາ ແລະ ຄວາມຊື່ສັດຂອງເພິ່ນ, ເພິ່ນໄດ້ເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາທີ່ພຣະເຈົ້າໄດ້ຈັດຕຽມໄວ້ສຳລັບທຸກຄົນທີ່ຕິດຕາມພຣະອົງ.
ສຳລັບພາບລວມຂອງພຣະທຳພຣະບັນຍັດສອງ, ໃຫ້ເບິ່ງ “Deuteronomy” ໃນ Bible Dictionary.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ພຣະບັນຍັດສອງ 6:4–7; 8:2–5, 11–17; 29:18–20; 30:6–10, 14–20
“ຮັກພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າດ້ວຍສຸດໃຈ.”
ກົດຂອງໂມເຊແມ່ນລວມທັງພິທີການ ແລະ ພິທີກຳພາຍນອກຕ່າງໆ. ດັ່ງທີ່ທ່ານຈະເຫັນໃນຄຳແນະນຳຂອງໂມເຊໃນພຣະບັນຍັດສອງ, ພຣະຜູ້ເປັນເຈົ້າຍັງເປັນຫ່ວງກ່ຽວກັບສະພາບພາຍໃນຂອງຜູ້ຄົນຂອງພຣະອົງ—ສະພາບທາງວິນຍານຂອງໃຈພວກເຂົາ.
ໃນຂໍ້ພຣະຄຳພີຢູ່ຂ້າງລຸ່ມ, ໃຫ້ຊອກຫາຄຳວ່າ ໃຈ, ແລະ ໄຕ່ຕອງສິ່ງທີ່ມັນອາດຈະເປັນສັນຍາລັກ. ທ່ານອາດຄິດວ່າຂໍ້ຄວາມເຫລົ່ານີ້ເປັນການກວດສອບທາງວິນຍານໃນໃຈຂອງທ່ານ. ທ່ານຈະວິເຄາະຕົວເອງວ່າເປັນຫຍັງ? ທ່ານຈະກຳນົດການຮັກສາແບບໃດເພື່ອປັບປຸງສຸຂະພາບທາງວິນຍານຂອງໃຈທ່ານ? ຂຽນຄວາມປະທັບໃຈຂອງທ່ານລົງໄວ້:
-
ພຣະບັນຍັດສອງ 6:4–7:
-
ພຣະບັນຍັດສອງ 8:2–5:
-
ພຣະບັນຍັດສອງ 8:11–17:
-
ພຣະບັນຍັດສອງ 29:18–20:
-
ພຣະບັນຍັດສອງ 30:6–10:
-
ພຣະບັນຍັດສອງ 30:14–20:
ວິທີໜຶ່ງໃນການຈັດຕັ້ງຄວາມຄິດຂອງທ່ານອາດຈະເປັນການແຕ້ມຫົວໃຈ ແລະ ຂຽນໃສ່ຂ້າງໃນສິ່ງທີ່ພຣະຜູ້ເປັນເຈົ້າກ່າວວ່າ ທ່ານຄວນມີຢູ່ໃນໃຈ. ແລ້ວທ່ານສາມາດຂຽນໃສ່ຂ້າງນອກສິ່ງທີ່ທ່ານຄວນເກັບໄວ້ຢູ່ຂ້າງນອກຫົວໃຈ.
ທ່ານຈະສະແດງໃຫ້ເຫັນວ່າທ່ານຮັກພຣະເຈົ້າສຸດຫົວໃຈແນວໃດ? ສຳລັບແນວຄິດ, ເບິ່ງ “ຮັກພຣະເຈົ້າ, ຮັກເພື່ອນບ້ານຂອງເຈົ້າ,” ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ: ຄູ່ມືສຳລັບການເລືອກ, 10-12.
ເບິ່ງ M. Russell Ballard, “Lovest Thou Me More Than These?,” Liahona, Nov. 2021, 51–53 ນຳອີກ.
ສະແຫວງຫາຄວາມຮູ້ທາງວິນຍານຂອງທ່ານເອງ. ປຶ້ມ ຈົ່ງຕາມເຮົາມາ ແນະນຳຂໍ້ພຣະຄຳພີ ແລະ ຫລັກທຳທີ່ໃຫ້ເອົາໃຈໃສ່ໃນພຣະຄຳພີ, ແຕ່ຢ່າໃຫ້ສິ່ງນັ້ນຈຳກັດການສຶກສາຂອງທ່ານ. ຂະນະທີ່ທ່ານອ່ານພຣະບັນຍັດສອງ, ທ່ານອາດຄົ້ນພົບຫລັກທຳທີ່ບໍ່ໄດ້ເນັ້ນໃນນີ້. ຈົ່ງໃຫ້ພຣະວິນຍານນຳພາທ່ານໄປຫາສິ່ງທີ່ທ່ານຕ້ອງການທີ່ຈະຮຽນຮູ້.
ພຣະບັນຍັດສອງ 6:4–12, 20–25
“ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະຜູ້ເປັນເຈົ້າ.”
ຊາວອິດສະຣາເອນສ່ວນຫລາຍທີ່ຈະເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາ ບໍ່ເຄີຍເຫັນພະຍາດໂລຄາຢູ່ໃນປະເທດເອຢິບ ຫລື ເຄີຍຂ້າມທະເລແດງ. ໂມເຊຮູ້ວ່າພວກເຂົາ—ແລະ ຄົນລຸ້ນຫລັງ—ຈຳເປັນຕ້ອງຈື່ການມະຫັດສະຈັນຂອງພຣະເຈົ້າ ແລະ ກົດຂອງພຣະເຈົ້າ ຖ້າຈະສືບຕໍ່ເປັນຜູ້ຄົນຂອງພຣະເຈົ້າ.
ຄຳແນະນຳໃດທີ່ທ່ານພົບເຫັນຢູ່ໃນ ພຣະບັນຍັດສອງ 6:4–12, 20–25 ທີ່ສາມາດຊ່ວຍໃຫ້ທ່ານຈື່ຈຳສິ່ງທີ່ຍິ່ງໃຫຍ່ທີ່ພຣະເຈົ້າໄດ້ກະທຳເພື່ອທ່ານ? ທ່ານຖືກດົນໃຈໃຫ້ເຮັດຫຍັງ ເພື່ອວ່າທ່ານຈະ “ບໍ່ລືມ” ພຣະຄຳຂອງພຣະຜູ້ເປັນເຈົ້າຈັກເທື່ອ? (ຂໍ້ທີ 6).
ທ່ານກໍສາມາດສຶກສາຂ່າວສານຂອງ ບຣາເດີ ແຈນ ອີ ນິວແມນ “Preserving the Voice of the Covenant People in the Rising Generation” (Liahona, Nov. 2023, 36–38) ນຳອີກ ແລະ ພິຈາລະນາວ່າທ່ານຈະສົ່ງຕໍ່ສັດທາໃນພຣະຄຣິດໃຫ້ກັບຄົນລຸ້ນຕໍ່ໆໄປແນວໃດ.
ເບິ່ງ ພຣະບັນຍັດສອງ 11:18–21; Dale G. Renlund, “Consider the Goodness and Greatness of God,” Liahona, May 2020, 41–44; Bible Dictionary, “Frontlets or phylacteries” ນຳອີກ.
ພຣະບັນຍັດສອງ 15:1–15
ການຊ່ວຍເຫລືອຄົນຂັດສົນຕ້ອງມີມືທີ່ເພື່ອແຜ່ ແລະ ມີໃຈທີ່ພ້ອມສະເໝີ.
ເຮົາຍັງໄປບໍ່ເຖິງວັນທີ່ “ບໍ່ມີໃຜໃນປະຊາຊົນຂອງພວກເຈົ້າຈະຍາກຈົນ” (ພຣະບັນຍັດສອງ 15:4), ດັ່ງນັ້ນຫລັກທຳກ່ຽວກັບການຊ່ວຍຄົນຍາກຈົນໃນ ພຣະບັນຍັດສອງ 15 ຈຶ່ງຍັງມີຄ່າ, ເຖິງແມ່ນວ່າການປະຕິບັດສະເພາະໃດໜຶ່ງຈະປ່ຽນແປງກໍຕາມ. ໃຫ້ສັງເກດສິ່ງທີ່ ຂໍ້ທີ 1–15 ສິດສອນຫຍັງກ່ຽວກັບເຫດຜົນທີ່ເຮົາຊ່ວຍຄົນຂັດສົນ ແລະ ທັດສະນະຄະຕິຂອງເຮົາກ່ຽວກັບເລື່ອງນີ້ຄວນເປັນແນວໃດ.
ການ “ເປັນຄົນໃຈກວ້າງ” ກັບຄົນຂັດສົນໝາຍຄວາມວ່າແນວໃດ? (ຂໍ້ທີ 8, 11). ທ່ານຮຽນຮູ້ຫຍັງແດ່ຈາກຕົວຢ່າງຂອງພຣະຜູ້ເປັນເຈົ້າກ່ຽວກັບຄົນຂັດສົນ? (ເບິ່ງ ຂໍ້ທີ 15).
ເບິ່ງ: “ເຮັດແຕ່ຄວາມດີ,” ເພງສວດ ແລະ ເພງຂອງເດັກນ້ອຍ, 38 ນຳອີກ.
ພຣະບັນຍັດສອງ 18:15–19
ໂມເຊເປັນ “ເໝືອນດັ່ງ” ພຣະເຢຊູຄຣິດ.
ເປໂຕ, ນີໄຟ, ໂມໂຣໄນ, ແລະ ພຣະຜູ້ຊ່ວຍໃຫ້ລອດເອງ ໄດ້ອ້າງເຖິງຄຳທຳນາຍຢູ່ໃນ ພຣະບັນຍັດສອງ 18:15–19 (ເບິ່ງ ກິດຈະການ 3:20–23; 1 ນີໄຟ 22:20–21; ໂຈເຊັບ ສະມິດ—ປະຫວັດ 1:40; 3 ນີໄຟ 20:23). ທ່ານຮຽນຮູ້ຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ຈາກຂໍ້ເຫລົ່ານີ້? ຄິດກ່ຽວກັບສິ່ງທີ່ທ່ານໄດ້ອ່ານກ່ຽວກັບໂມເຊລະຫວ່າງສອງສາມອາທິດທີ່ຜ່ານມາ. ໂມເຊເປັນ “ເໝືອນດັ່ງ” ພຣະເຢຊູຄຣິດແນວໃດ?
ພຣະເຢຊູຄຣິດໄດ້ບອກຜູ້ຄົນຂອງພຣະອົງໃນອາເມຣິກາສະໄໝບູຮານວ່າ, “ເຮົາຄືຜູ້ທີ່ໂມເຊເວົ້າເຖິງ” (3 ນີໄຟ 20:23).
ພຣະບັນຍັດສອງ 29:9; 30:15–20
ພຣະຜູ້ເປັນເຈົ້າເຊື້ອເຊີນເຮົາໃຫ້ເລືອກລະຫວ່າງຄວາມດີ ແລະ ຄວາມຊົ່ວ.
ອາດເປັນເລື່ອງທີ່ໜ້າສົນໃຈທີ່ຈະປຽບທຽບຄຳເວົ້າຂອງໂມເຊໃນ ພຣະບັນຍັດສອງ 29:9; 30:15–20 ກັບຄຳສອນສຸດທ້າຍຂອງລີໄຮບາງຢ່າງຕໍ່ຄອບຄົວຂອງເພິ່ນຢູ່ໃນ 2 ນີໄຟ 2:26–29; 4:4. ລີໄຮຂະຫຍາຍສິ່ງທີ່ໂມເຊໄດ້ສິດສອນແນວໃດ? ທ່ານພົບເຫັນຫຍັງແດ່ຢູ່ໃນຂໍ້ພຣະຄຳພີເຫລົ່ານີ້ທີ່ດົນໃຈທ່ານໃຫ້ “ເລືອກຊີວິດ”? (ພຣະບັນຍັດສອງ 30:19).
ແນວຄິດສຳລັບການສິດສອນເດັກນ້ອຍ
ພຣະບັນຍັດສອງ 6:5
ເຮົາສາມາດຮັກພຣະເຈົ້າດ້ວຍສຸດໃຈ.
-
ເພື່ອຊ່ວຍໃຫ້ລູກໆຂອງທ່ານເຂົ້າໃຈ ພຣະບັນຍັດສອງ 6:5, ທ່ານສາມາດແຕ້ມຮູບຫົວໃຈ, ໂຄງຮ່າງຂອງຮ່າງກາຍ, ແລະ ແຂນທີ່ແຂງແຮງ. ລູກໆຂອງທ່ານສາມາດຊີ້ໄປຫາຮູບພາບຂະນະທີ່ທ່ານອ່ານຄຳທີ່ວ່າ “ໃຈ,” “ຈິດ,” ແລະ “ກຳລັງ” ໃນຂໍ້ນັ້ນ. ເຮົາຈະສະແດງໃຫ້ພຣະຜູ້ເປັນເຈົ້າເຫັນວ່າເຮົາຮັກພຣະອົງດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດກຳລັງຂອງເຮົາແນວໃດ?
ພຣະບັນຍັດສອງ 6:6–15
ເຮົາສາມາດຮັກສາພຣະຄຳຂອງພຣະເຈົ້າຢູ່ໃນໃຈຂອງເຮົາ.
-
ອ່ານຄຳແນະນຳຂອງພຣະຜູ້ເປັນເຈົ້າຕໍ່ຊາວອິດສະຣາເອນກັບລູກໆຂອງທ່ານ ເພື່ອວາງຂໍ້ພຣະຄຳພີເຫລົ່ານັ້ນໄວ້ໃນບ່ອນທີ່ພວກເຂົາຈະຫລຽວເຫັນທຸກມື້ (ເບິ່ງ ພຣະບັນຍັດສອງ 6:6–9). ສິ່ງນີ້ອາດຈະດົນໃຈທ່ານ ແລະ ລູກໆຂອງທ່ານໃຫ້ຄິດຫາວິທີທີ່ຈະເຮັດໃຫ້ແນ່ໃຈວ່າ ທ່ານບໍ່ໄດ້ “ລືມໄລ [ພຣະຜູ້ເປັນເຈົ້າ]” (ຂໍ້ທີ 12) ແລະ ເພື່ອຈື່ຈຳສິ່ງທີ່ພຣະອົງໄດ້ກະທຳເພື່ອທ່ານ.
-
ທ່ານອາດຈະຊີ້ໃຫ້ເຫັນວ່າ ພຣະບັນຍັດສອງ 6:13, 16 ແລະ 8:3 ໄດ້ຊ່ວຍພຣະຜູ້ຊ່ວຍໃຫ້ລອດໃນຊ່ວງເວລາທີ່ສຳຄັນໃນຊີວິດຂອງພຣະອົງແນວໃດ. ເພື່ອຈະເບິ່ງວິທີ, ໃຫ້ອ່ານ ມັດທາຍ 4:1–10 ນຳກັນ. ແລ້ວພວກທ່ານສາມາດແບ່ງປັນພຣະຄຳພີບາງຂໍ້ນຳກັນ ທີ່ຊ່ວຍທ່ານໃນຊ່ວງເວລາທີ່ຕ້ອງການ.
ພຣະບັນຍັດສອງ 18:15–18
ສາດສະດາສິດສອນເຮົາກ່ຽວກັບພຣະເຢຊູຄຣິດ.
-
ຂະນະທີ່ພວກທ່ານອ່ານ ພຣະບັນຍັດສອງ 18:18 ນຳກັນ, ໃຫ້ຊ່ວຍລູກໆຂອງທ່ານໃຫ້ເຂົ້າໃຈວ່າ ສາດສະດາທີ່ຄືກັນກັບໂມເຊໃນຂໍ້ນີ້ຄືພຣະເຢຊູຄຣິດ. ບາງທີພວກທ່ານສາມາດເບິ່ງຮູບພາບກ່ຽວກັບສິ່ງທີ່ໂມເຊໄດ້ເຮັດ ແລະ ສິ່ງທີ່ພຣະເຢຊູຄຣິດໄດ້ເຮັດ, ແລະ ໃຫ້ລູກໆຂອງທ່ານຈັບຄູ່ມັນ (ເບິ່ງ ປຶ້ມຮູບພຣະກິດຕິຄຸນ, ເລກທີ 15, 16, 38, 39). ສາດສະດາຂອງເຮົາໃນທຸກວັນນີ້ໄດ້ສິດສອນຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ?
ພຣະບັນຍັດສອງ 29:12–13; 30:8–10
ເພາະພັນທະສັນຍາຂອງເຮົາ, ເຮົາຈຶ່ງເປັນສ່ວນໜຶ່ງຂອງຜູ້ຄົນຂອງພຣະເຈົ້າ.
-
ການເວົ້າລົມກັນກ່ຽວກັບ ພຣະບັນຍັດສອງ 29:12–13 ຈະໃຫ້ໂອກາດແກ່ທ່ານ ແລະ ລູກໆຂອງທ່ານໄດ້ເວົ້າລົມກັນກ່ຽວກັບພັນທະສັນຍາທີ່ພວກເຂົາຈະເຮັດ ຫລື ໄດ້ເຮັດໄວ້ກັບພຣະບິດາເທິງສະຫວັນແນວໃດ. ການເປັນຜູ້ຄົນຂອງພຣະເຈົ້າ ໝາຍຄວາມວ່າແນວໃດ? ຄຳສັນຍາຂອງເຮົາເຮັດໃຫ້ເຮົາເປັນຜູ້ຄົນຂອງພຣະເຈົ້າແນວໃດ? (ເບິ່ງ ຂໍ້ທີ 13; ເບິ່ງ ໂມໄຊຢາ 18:8–10 ນຳອີກ).
-
ຖ້າລູກຂອງທ່ານຕ້ອງການຄວາມຊ່ວຍເຫລືອໃຫ້ເຂົ້າໃຈວ່າ ພັນທະສັນຍາແມ່ນຫຍັງ, ໃຫ້ແນະນຳພວກເຂົາໃຫ້ຊອກຫາຄຳນິຍາມໃນ “ພັນທະສັນຍາ” ໃນຄູ່ມືພຣະຄຳພີ (ຫ້ອງສະໝຸດພຣະກິດຕິຄຸນ). ພຣະເຈົ້າໄດ້ສັນຍາຫຍັງແດ່ກັບຊາວອິດສະຣາເອນໃນ ພຣະບັນຍັດສອງ 30:8–10? ເຮົາໄດ້ສັນຍາຫຍັງແດ່ກັບພຣະເຈົ້າ? (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:37, 77). ຄຳສັນຍາເຫລົ່ານີ້ເຊື່ອມຕໍ່ເຮົາເຂົ້າກັບພຣະອົງແນວໃດ? ໃຫ້ພິຈາລະນາຮ້ອງເພງນຳກັນກ່ຽວກັບພັນທະສັນຍາ, ເຊັ່ນ “Standing on the Promises” (ຫ້ອງສະໝຸດພຣະກິດຕິຄຸນ).
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.