ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 27 ເດືອນ​ເມ​ສາ–ວັນ​ທີ 3 ເດືອນ​ພຶດ​ສະ​ພາ. “ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”: ອົບ​ພະ​ຍົບ 35–40; ລະ​ບຽບ​ພວກ​ເລ​ວີ 1; 4; 16; 19


“ວັນ​ທີ 27 ເດືອນ​ເມ​ສາ–ວັນ​ທີ 3 ເດືອນ​ພຶດ​ສະ​ພາ. ‘ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ’: ອົບ​ພະ​ຍົບ 35–40; ລະ​ບຽບ​ພວກ​ເລ​ວີ 1; 4; 16; 19,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 27 ເດືອນ​ເມ​ສາ–ວັນ​ທີ 3 ເດືອນ​ພຶດ​ສະ​ພາ. ‘ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026

ພຣະ​ວິ​ຫານ​ຣິ​ໂອ​ເດ​ຈາ​ເນ​ໂຣ ບຣາ​ຊິນ

ພຣະ​ວິ​ຫານ​ຣິ​ໂອ​ເດ​ຈາ​ເນ​ໂຣ ບຣາ​ຊິນ

“ວັນ​ທີ 27 ເດືອນ​ເມ​ສາ–ວັນ​ທີ 3 ເດືອນ​ພຶດ​ສະ​ພາ: “ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”

ອົບ​ພະ​ຍົບ 35–40; ລະ​ບຽບ​ພວກ​ເລ​ວີ 1; 4; 1619

ການ​ອອກ​ຈາກ​ປະ​ເທດ​ເອ​ຢິບ—ເຖິງ​ແມ່ນ​ຈະ​ສຳ​ຄັນ​ພຽງ​ໃດ—ແຕ່​ກໍ​ບໍ່​ໄດ້​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ. ແມ່ນ​ແຕ່​ຊີ​ວິດ​ທີ່​ສຸກ​ສະ​ບາຍ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ກໍ​ບໍ່​ແມ່ນ​ຈຸດ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ພວກ​ເຂົາ. ສິ່ງ​ເຫລົ່າ​ນີ້​ເປັນ​ພຽງ​ແຕ່​ຂັ້ນ​ຕອນ​ທີ່​ພາ​ໄປ​ສູ່​ສິ່ງ​ທີ່​ພຣະ​ເຈົ້າ​ຕ້ອງ​ການ​ສຳ​ລັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ແທ້ໆ: “ຈົ່ງ​ບໍ​ລິ​ສຸດ ເພາະ​ເຮົາ​ແມ່ນ [ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ຜູ້​ບໍ​ລິ​ສຸດ]” (ລະ​ບຽບ​ພວກ​ເລ​ວີ 19:2). ພຣະ​ເຈົ້າ​ວາງ​ແຜນ​ທີ່​ຈະ​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ​ບໍ​ລິ​ສຸດ​ແນວ​ໃດ ຫລັງ​ຈາກ​ທີ່​ພວກ​ເຂົາ​ໄດ້​ໃຊ້​ຊີ​ວິດ​ໃນ​ຄວາມ​ເປັນ​ທາດ ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ? ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ເຂົາ​ໃຫ້​ສ້າງ​ສະ​ຖານ​ທີ່​ສັກ​ສິດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ—ຄື​ຫໍ​ເຕັນ​ສັກ​ສິດ. ພຣະ​ອົງ​ໄດ້​ປະ​ທານ​ພັນ​ທະ​ສັນ​ຍາ ແລະ ກົດ​ໃຫ້​ພວກ​ເຂົາ ເພື່ອ​ນຳ​ພາ​ການ​ກະ​ທຳ​ຂອງ​ພວກ​ເຂົາ ແລະ ເພື່ອ​ປ່ຽນ​ແປງ​ໃຈ​ຂອງ​ພວກ​ເຂົາ. ແລະ ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ເຂົາ​ໃຫ້​ຖວາຍ​ສັດ​ເປັນ​ເຄື່ອງ​ບູ​ຊາ ເພື່ອ​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ການ​ຊົດ​ໃຊ້​ເພື່ອ​ບາບ​ຂອງ​ພວກ​ເຂົາ. ທັງ​ໝົດ​ນີ້ ມີ​ຈຸດ​ມຸ້ງ​ໝາຍ​ໃນ​ການ​ຫັນ​ຈິດ​ໃຈ, ຫົວ​ໃຈ, ແລະ ຊີ​ວິດ​ຂອງ​ພວກ​ເຂົາ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ອົງ​ເປັນ​ເສັ້ນ​ທາງ​ທີ່​ແທ້​ຈິງ​ສູ່​ຄວາມ​ບໍ​ລິ​ສຸດ, ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ ແລະ ສຳ​ລັບ​ເຮົາ. ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ເຄີຍ​ໃຊ້​ບາງ​ເວ​ລາ​ຢູ່​ໃນ​ຄວາມ​ເປັນ​ທາດ​ຂອງ​ບາບ, ແລະ ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​​ຖືກ​ຮັບ​ເຊີນ​ໃຫ້​ປະ​ບາບ​ໄວ້​ຂ້າງ​ຫລັງ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ໄດ້​ສັນ​ຍາ​ວ່າ, “ເພາະ​ເຮົາ​ສາ​ມາດ​ເຮັດ​ໃຫ້​ພວກ​ເຈົ້າ​ບໍ​ລິ​ສຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:7).

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ລະ​ບຽບ​ພວກ​ເລ​ວີ, ໃຫ້​ເບິ່ງ “ລະ​ບຽບ​ພວກ​ເລ​ວີ” ໃນ ຄູ່​ມື​ພຣະ​ຄຳ​ພີ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ອົບ​ພະ​ຍົບ 35–40; ລະ​ບຽບ​ພວກ​ເລ​ວີ 19

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ເຮົາ​ກາຍ​ເປັນ​ຜູ້​ບໍ​ລິ​ສຸດ.

ອົບ​ພະ​ຍົບ 35–40 ບັນ​ຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ການ​ສ້າງ​ຫໍ​ເຕັນ​ສັກ​ສິດ, ບ່ອນ​ທີ່​ພິ​ທີ​ການ​ສັກ​ສິດ​ຈະ​ຊ່ວຍ​ພວກ​ເຂົາ​ກາຍ​ເປັນ​ຜູ້​ບໍ​ລິ​ສຸດ. ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ໃຫ້​ຊອກ​ຫາ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ​ເອົາ​ໄປ​ໃສ່​ໄວ້​ໃນ​ຫໍ​ເຕັນ​ສັກ​ສິດ. ສິ່ງ​ຂອງ​ເຫລົ່າ​ນີ້​ອາດ​ເປັນ​ຕົວ​ແທນ​ເຖິງ​ຫຍັງ? ມັນ​ແນະ​ນຳ​ຫຍັງ​ແດ່​ຕໍ່​ທ່ານ​ກ່ຽວ​ກັບ​ການ​ເພີ່ມ​ຄວາມ​ບໍ​ລິ​ສຸດ? ໂດຍ​ສະ​ເພາະ​ແລ້ວ ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ສິ່ງ​ຂອງ​ເຫລົ່າ​ນີ້​ຫັນ​ຄວາມ​ຄິດ​ຂອງ​ທ່ານ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ. ຕາ​ຕະ​ລາງ​ທີ່​ຄ້າຍ​ຄື​ກັນ​ນີ້​ອາດ​ຊ່ວຍ​ທ່ານ​ໄດ້:

ທ່ານ​ພົບ​ເຫັນ​ວັດ​ຖຸ​ອັນ​ໃດ​ແດ່?

ສິ່ງ​ນີ້​ເປັນ​ຕົວ​ແທນ​ເຖິງ​ຫຍັງ?

ທ່ານ​ພົບ​ເຫັນ​ວັດ​ຖຸ​ອັນ​ໃດ​ແດ່?

ຫີບ​ພັນ​ທະ​ສັນ​ຍາ (ອົບ​ພະ​ຍົບ 37:1–9; 40:20–21)

ສິ່ງ​ນີ້​ເປັນ​ຕົວ​ແທນ​ເຖິງ​ຫຍັງ?

(ເບິ່ງ ອົບ​ພະ​ຍົບ 25:20–22; ຄູ່​ມື​ພຣະ​ຄຳ​ພີ, “ຫີບ​ຄຳ​ໝັ້ນ​ສັນ​ຍາ”)

ທ່ານ​ພົບ​ເຫັນ​ວັດ​ຖຸ​ອັນ​ໃດ​ແດ່?

ແທ່ນ​ເຜົາ​ເຄື່ອງ​ຫອມ (ອົບ​ພະ​ຍົບ 40:26–27; ເບິ່ງ ອົບ​ພະ​ຍົບ 30:1, 6–8 ນຳ​ອີກ)

ສິ່ງ​ນີ້​ເປັນ​ຕົວ​ແທນ​ເຖິງ​ຫຍັງ?

(ເບິ່ງ ພຣະ​ນິ​ມິດ 8:3–4)

ທ່ານ​ພົບ​ເຫັນ​ວັດ​ຖຸ​ອັນ​ໃດ​ແດ່?

ຫລັກ​ຮອງ​ທຽນ​ໄຂ ຫລື ຕະ​ກຽງ (ອົບ​ພະ​ຍົບ 37:17–24)

ສິ່ງ​ນີ້​ເປັນ​ຕົວ​ແທນ​ເຖິງ​ຫຍັງ?

ເບິ່ງ ມັດ​ທາຍ 5:14–16; ໂຢ​ຮັນ 8:12.

ທ່ານ​ພົບ​ເຫັນ​ວັດ​ຖຸ​ອັນ​ໃດ​ແດ່?

ແທ່ນ​ເຜົາ​ເຄື່ອງ​ຖວາຍ (ອົບ​ພະ​ຍົບ 38:1–7; ເບິ່ງ ອົບ​ພະ​ຍົບ 27:1; 29:10–14 ນຳ​ອີກ)

ສິ່ງ​ນີ້​ເປັນ​ຕົວ​ແທນ​ເຖິງ​ຫຍັງ?

(ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ເຄື່ອງ​ຖວາຍ”)

ທ່ານ​ພົບ​ເຫັນ​ວັດ​ຖຸ​ອັນ​ໃດ​ແດ່?

ຂັນ (ພານ) ໃສ່​ນໍ້າ (ອົບ​ພະ​ຍົບ 30:17–21)

ສິ່ງ​ນີ້​ເປັນ​ຕົວ​ແທນ​ເຖິງ​ຫຍັງ?

(ເບິ່ງ 2 ຂ່າວ​ຄາວ 4:6; ເອ​ຊາ​ຢາ 1:16; ເຢ​ເຣ​ມີ​ຢາ 33:8)

ແນ່​ນອນ, ການ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເປັນ​ຜູ້​ບໍ​ລິ​ສຸດ. ລະ​ບຽບ​ພວກ​ເລ​ວີ 19 ບັນ​ຍາຍ​ກົດ ແລະ ພຣະ​ບັນ​ຍັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ເພື່ອ​ເພີ່ມ​ຄວາມ​ບໍ​ລິ​ສຸດ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ​ພຣະ​ບັນ​ຍັດ​ເຫລົ່າ​ນີ້ ທີ່​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ສະ​ແຫວງ​ຫາ​ຄວາມ​ບໍ​ລິ​ສຸດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ​ຮູ້​ສຶກ​ປະ​ທັບ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ໃຊ້​ຊີ​ວິດ​ຕາມ​ຫລັກ​ທຳ​ເຫລົ່າ​ນີ້​ໃຫ້​ເຕັມ​ທີ່​ກວ່າ​ເກົ່າ?

ເບິ່ງ Henry B. Eyring, “Holiness and the Plan of Happiness,” Liahona, Nov. 2019, 100–103; “The Tabernacle” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

7:19

The Tabernacle

ໃຊ້​ດົນ​ຕີ​ສັກ​ສິດ. ດົນ​ຕີ​ມີ​ພະ​ລັງ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ ແລະ ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ຂ່າວ​ສານ​ໃນ​ເພງ​ສວດ​ມັກ​ຈະ​ເສີມ​ກຳ​ລັງ​ໃຫ້​ຄຳ​ສອນ​ໃນ​ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ການ​ຮ້ອງ​ເພງ​ສວດ​ເຊັ່ນ “ໂອ້​ພຣະ​ບິ​ດາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 46) ສາ​ມາດ​ເສີມ​ກຳ​ລັງ​ໃຫ້​ບາງ​ຂ່າວ​ສານ​ທີ່​ສິດ​ສອນ​ໃນ ລະ​ບຽບ​ພວກ​ເລ​ວີ 19. ມັນ​ຍັງ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ​ວ່າ ການ​ກາຍ​ເປັນ​ຜູ້​ບໍ​ລິ​ສຸດ​ຂຶ້ນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ອົງ​ກຳ​ລັງ​ຊ່ວຍ​ໃຫ້​ທ່ານ​ເພີ່ມ​ຄວາມ​ບໍ​ລິ​ສຸດ.

ອົບ​ພະ​ຍົບ 35:4–35; 36:1–7

ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ເຮົາ​ຖວາຍ​ດ້ວຍ​ຄວາມ​ເຕັມ​ໃຈ.

ໃນ​ປີ​ຫລັງ​ຈາກ​ໄດ້​ອອກ​ຈາກ​ປະ​ເທດ​ເອ​ຢິບ, ຄວາມ​ສຳ​ພັນ​ຂອງ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ກັບ​ພຣະ​ເຢ​ໂຮ​ວາ ສາ​ມາດ​ຖືກ​ບັນ​ຍາຍ​ວ່າ​ເປັນ​ສິ່ງ​ທີ່​ບໍ່​ສະ​ໝ່ຳ​ສະ​ເໝີ. ແຕ່​ວ່າ, ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 35:4–35 ແລະ 36:1–7, ໃຫ້​ສັງ​ເກດ​ວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ຕອບ​ຮັບ​ພຣະ​ບັນ​ຍັດ​ໃຫ້​ສ້າງ​ຫໍ​ເຕັນ​ສັກ​ສິດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດີ​ຂຶ້ນ​ກວ່າ​ເກົ່າ?

ພຣະ​ອົງ​ອາດ​ບໍ່​ຂໍ​ໂລ​ຫະ​ທີ່​ມີ​ຄ່າ, ຜ້າ​ປ່ານ, ຫລື ໄມ້​ສຳ​ລັບ​ຫໍ​ເຕັນ​ສັກ​ສິດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ສິ່ງ​ໃດ​ໃຫ້​ແກ່​ທ່ານ, ແລະ ພຣະ​ອົງ​ກຳ​ລັງ​ຂໍ​ໃຫ້​ທ່ານ​ຖວາຍ​ສິ່ງ​ໃດ? “[ທ່ານ] ມີ​ໃຈ​ເຫລື້ອມ​ໃສ​ສັດ​ທາ​ເພື່ອ​ນຳ​ໄປ​ສ້າງ” ຕັ້ງ​ແຕ່​ເມື່ອ​ໃດ?

ເບິ່ງ Topics and Questions, “Sacrifice,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ຮວບ​ຮວມ​ເຄື່ອງ​ຖວາຍ​ສຳ​ລັບ​ຫໍ​ເຕັນ​ສັກ​ສິດ

ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ໄດ້​ຖວາຍ​ສິ່ງ​ຂອງ​ເພື່ອ​ສ້າງ​ຫໍ​ເຕັນ​ສັກ​ສິດ ດ້ວຍ​ຄວາມ “ເຕັມ​ໃຈ” (ອົບ​ພະ​ຍົບ 35:5). ຮູບ​ພາບ​ປະ​ກອບ ໂດຍ ຄໍ​ເບີດ ໂກ​ຕີ​ເອີ, © Lifeway Collection/ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

ອົບ​ພະ​ຍົບ 40:12–14

ພິ​ທີ​ການ​ພຣະ​ວິ​ຫານ​ໄດ້​ຖືກ​ມອບ​ໃຫ້​ໃນ​ສະ​ໄໝ​ບູ​ຮານ.

ອົບ​ພະ​ຍົບ 40:12–14 ໝາຍ​ເຖິງ​ພິ​ທີ​ການ​ບູ​ຮານ​ທີ່​ໄດ້​ມີ​ການ​ບໍ​ລິ​ຫານ​ໃນ​ສະ​ໄໝ​ຂອງ​ເຮົາ​ເຊັ່ນ​ກັນ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ນີ້​ຄື​ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ທີ່​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ວິ​ທີ​ທີ່​ພິ​ທີ​ການ​ເຫລົ່າ​ນີ້​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

  • ການ​ລ້າງ: ເພງ​ສັນ​ລະ​ເສີນ 51:2; ເອ​ເຊ​ກຽນ 36:25–27.

  • ການ​ສວມ​ອາ​ພອນ​ສັກ​ສິດ: ເອ​ຊາ​ຢາ 61:10; ມັດ​ທາຍ 22:11–14; ພຣະ​ນິ​ມິດ 19:7–8

  • ການ​ຫົດ​ສົງ: ລູ​ກາ 4:18–19; ກິດ​ຈະ​ການ 10:38

ລະ​ບຽບ​ພວກ​ເລ​ວີ 1:1–9; 416

ຍ້ອນ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ​ຮັບ​ການ​ອະ​ໄພ​ໄດ້.

ພຣະ​ທຳ​ລະ​ບຽບ​ພວກ​ເລ​ວີ​ສ່ວນ​ຫລາຍ​ອາດ​ເບິ່ງ​ຄື​ວ່າ​ແປກ​ສຳ​ລັບ​ເຮົາ—ການ​ຖວາຍ​ສັດ​ເປັນ​ເຄື່ອງ​ບູ​ຊາ, ພິ​ທີ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ເລືອດ ແລະ ນໍ້າ, ແລະ ກົດ​ຕ່າງໆ​ທີ່​ປົກ​ຄອງ​ລາຍ​ລະ​ອຽດ​ນ້ອຍໆ​ຂອງ​ຊີ​ວິດ. ແຕ່​ພິ​ທີ​ກຳ ແລະ ກົດ​ເຫລົ່າ​ນີ້​ອາດ​ມີ​ເຈດ​ຕະ​ນາ​ເພື່ອ​ສິດ​ສອນ​ຫລັກ​ທຳ​ທີ່​ເປັນ​ທີ່​ຄຸ້ນ​ເຄີຍ—ການ​ກັບ​ໃຈ, ຄວາມ​ບໍ​ລິ​ສຸດ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພື່ອ​ຊອກ​ຫາ​ຫລັກ​ທຳ​ເຫລົ່າ​ນີ້​ຂະ​ນະ​ທີ່​ທ່ານ​ອ່ານ ລະ​ບຽບ​ພວກ​ເລ​ວີ 1:1–9; 416, ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ນີ້:

  • ຄຳ ຫລື ວະ​ລີ​ໃດ​ທີ່​ເຮົາ​ພົບ ທີ່​ຢໍ້າ​ເຕືອນ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ເຖິງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ?

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ເສຍ​ສະ​ລະ​ເຫລົ່າ​ນີ້​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

  • ເຮົາ​ເປັນ​ຄື​ກັນ​ກັບ​ຜູ້​ຄົນ​ທີ່​ໄດ້​ເສຍ​ສະ​ລະ​ສິ່ງ​ຂອງ​ເຫລົ່າ​ນີ້​ແນວ​ໃດ?

ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ຖວາຍ​ສັດ​ເປັນ​ເຄື່ອງ​ບູ​ຊາ​ອີກ​ຕໍ່​ໄປ. ແຕ່​ການ​ເສຍ​ສະ​ລະ​ກໍ​ຍັງ​ເປັນ​ຫລັກ​ທຳ​ທີ່​ສຳ​ຄັນ​ຂອງ​ພຣະ​ກິດ​ຕິ​ຄຸນ. ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ປະ​ເພດ​ຂອງ​ເຄື່ອງ​ຖວາຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ເຮັດ, ໃຫ້​ສຶກ​ສາ 3 ນີ​ໄຟ 9:19–20; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:34. ທ່ານ​ຖວາຍ​ເຄື່ອງ​ບູ​ຊາ​ປະ​ເພດ​ເຫລົ່າ​ນີ້​ແນວ​ໃດ? ໂມ​ເຊ 5:7 ສິດ​ສອນ​ທ່ານ​ກ່ຽວ​ກັບ​ວີ​ທີ​ທີ່​ທ່ານ​ຄວນ​ເບິ່ງ​ເຄື່ອງ​ບູ​ຊາ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ “ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ຫໍ​ເຕັນ​ສັກ​ສິດ ແລະ ການ​ຖວາຍ” ນຳ​ອີກ.

ໄອ​ຄອນ​ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ອົບ​ພະ​ຍົບ 35:20–29; 36:1

ພຣະ​ເຈົ້າ​ໄດ້​ປະ​ທານ​ພອນ​ສະ​ຫວັນ​ໃຫ້​ແກ່​ເຮົາ​ເພື່ອ​ຊ່ວຍ​ວຽກ​ງານ​ຂອງ​ພຣະ​ອົງ.

  • ໃນ​ຕອນ​ທ້າຍ​ຂອງ​ໂຄງ​ຮ່າງ​ນີ້ ມີ​ຮູບ​ຂອງ​ຫໍ​ເຕັນ​ສັກ​ສິດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຂອງ​ຊາວ​ອິດ​ສະ​ຣາ​ເອນ. ທ່ານ​ອາດ​ຢາກ​ເບິ່ງ​ມັນ​ກັບ​ລູກໆ​ຂອງ​ທ່ານ ແລະ ຖາມ​ພວກ​ເຂົາ​ວ່າ ວັດ​ສະ​ດຸ​ໃດ​ທີ່​ໜ້າ​ຈະ​ຈຳ​ເປັນ​ເພື່ອ​ທີ່​ຈະ​ສ້າງ​ຫໍ​ເຕັນ​ສັກ​ສິດ. ແລ້ວ​ພວກ​ທ່ານ​ກໍ​ສາ​ມາດ​ອ່ານ ອົບ​ພະ​ຍົບ 35:20–29 ນຳ​ກັນ ເພື່ອ​ເບິ່ງ​ວ່າ ວັດ​ສະ​ດຸ​ເຫລົ່າ​ນີ້​ໄດ້​ຖືກ​ຈັດ​ຫາ​ໃຫ້​ແນວ​ໃດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ປະ​ກອບ​ສ່ວນ​ໃນ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ແນວ​ໃດ?

  • ໃຫ້​ຄິດ​ທີ່​ຈະ​ອ່ານ ອົບ​ພະ​ຍົບ 36:1 ກັບ​ພວກ​ເຂົາ ເພື່ອ​ເບິ່ງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ຫຍັງ​ໃຫ້​ແກ່​ເບ​ຊາ​ເລນ ແລະ ໂອ​ໂຮ​ລີ​ອາບ ເພື່ອ​ສ້າງ​ຫໍ​ເຕັນ​ສັກ​ສິດ. ແລ້ວ​ທ່ານ​ກໍ​ສາ​ມາດ​ເວົ້າ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ຮູ້​ສຶກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ໃຫ້​ພວກ​ເຂົາ​ເພື່ອ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ເຮົາ​ຈະ​ສາ​ມາດ​ໃຊ້​ສິ່ງ​ເຫລົ່າ​ນີ້​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ໄດ້​ແນວ​ໃດ?

ພຣະ​ວິ​ຫານ​ໂຣມ ອີ​ຕາ​ລີ

ພຣະ​ວິ​ຫານ​ໂຣມ ອີ​ຕາ​ລີ

ອົບ​ພະ​ຍົບ 40:17–34

ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໃນ​ສະ​ຖານ​ທີ່​ສັກ​ສິດ.

  • ອົບ​ພະ​ຍົບ 40:17–34 ລະ​ບຸ​ເຖິງ​ສິ່ງ​ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ຫໍ​ເຕັນ​ສັກ​ສິດ​ຂອງ​ຊາວ​ອິດ​ສະ​ຣາ​ເອນ. ບາງ​ເທື່ອ​ທ່ານ ແລະ ລູກໆ​ຂອງ​ທ່ານ​ຈະ​ສາ​ມາດ​ພົບ​ມັນ​ໃນ​ຂໍ້​ເຫລົ່າ​ນີ້ ແລະ ໃນ​ຮູບ​ຂອງ​ຫໍ​ເຕັນ​ສັກ​ສິດ​ຢູ່​ທ້າຍ​ໂຄງ​ຮ່າງ​ນີ້. ເວົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ແຕ່​ລະ​ສ່ວນ​ຂອງ​ຫໍ​ເຕັນ​ສັກ​ສິດ ສາ​ມາດ​ສິດ​ສອນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຫລື ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຍົກ​ຕົວ​ຢ່າງ, ຫີບ​ພັນ​ທະ​ສັນ​ຍາ ສາ​ມາດ​ຢໍ້າ​ເຕືອນ​ເຮົາ​ເຖິງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແທ່ນ​ບູ​ຊາ ສາ​ມາດ​ຢໍ້າ​ເຕືອນ​ເຮົາ​ເຖິງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ອື່ນໆ.

  • ສະ​ຖານ​ທີ່​ສັກ​ສິດ​ໃດ​ແດ່​ທີ່​ເຮົາ​ມີ​ໃນ​ທຸກ​ມື້​ນີ້ ທີ່​ຊ່ວຍ​ໃຫ້​ເຮົາ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ເຢ​ຊູ​ຄຣິດ? ເພື່ອ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ສົນ​ທະ​ນາ​ນີ້, ພວກ​ທ່ານ​ສາ​ມາດ​ເບິ່ງ​ວິ​ດີ​ໂອ “Temples” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ນຳ​ກັນ. ພວກ​ທ່ານ​ຍັງ​ສາ​ມາດ​ຮ້ອງ​ເພງ​ເຊັ່ນ “Holy Places” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ແບ່ງ​ປັນ​ນຳ​ກັນ​ກ່ຽວ​ກັບ​ວ່າ ພວກ​ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ສະ​ຖານ​ທີ່​ສັກ​ສິດ​ເຊັ່ນ​ພຣະ​ວິ​ຫານ.

5:41

What Is a Temple?

ລະ​ບຽບ​ພວກ​ເລ​ວີ 1:1–4

ຍ້ອນ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ​ຮັບ​ການ​ອະ​ໄພ​ໄດ້.

  • ການ​ຖວາຍ​ສັດ​ເປັນ​ເຄື່ອງ​ບູ​ຊາ​ທີ່​ມີ​ອະ​ທິ​ບາຍ​ໄວ້​ໃນ​ພຣະ​ຄຳ​ພີ​ເດີມ ມີ​ເຈດ​ຕະ​ນາ​ທີ່​ຈະ​ສິດ​ສອນ​ລູກ​ຫລານ​ອິດ​ສະ​ຣາ​ເອນ​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ. ໃຫ້​ພິ​ຈາ​ລະ​ນາ​ວ່າ ການ​ອ່ານ​ກ່ຽວ​ກັບ​ການ​ຖວາຍ​ບູ​ຊາ​ເຫລົ່າ​ນີ້ ຈະ​ສາ​ມາດ​ເຮັດ​ຢ່າງ​ດຽວ​ກັນ​ກັບ​ລູກໆ​ຂອງ​ທ່ານ​ແນວ​ໃດ. ທ່ານ​ສາ​ມາດ​ເອົາ​ຮູບ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ເຄັດ​ເຊ​ມາ​ເນ ແລະ ຢູ່​ເທິງ​ໄມ້​ກາງ​ແຂນ​ໃຫ້​ເບິ່ງ (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 5657) ຂະ​ນະ​ທີ່​ທ່ານ​ອ່ານ ລະ​ບຽບ​ພວກ​ເລ​ວີ 1:1–4 ກັບ​ລູກໆ. ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ຄຳ ຫລື ວະ​ລີ​ທີ່​ຢໍ້າ​ເຕືອນ​ພວກ​ເຂົາ​ເຖິງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ພວກ​ທ່ານ​ອາດ​ອ່ານ 3 ນີ​ໄຟ 9:19–20 ນຳ​ກັນ​ອີກ ເພື່ອ​ເບິ່ງ​ສິ່ງ​ທີ່​ເຮົາ​ຖືກ​ບັນ​ຊາ​ໃຫ້​ຖວາຍ​ບູ​ຊາ​ແທນ​ສັດ. ການ​ຖວາຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ​ເປັນ​ເຄື່ອງ​ບູ​ຊາ​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ? ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ຫົວ​ໃຈ​ທີ່​ຊອກ​ຊໍ້າ” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ເພື່ອ​ຊ່ວຍ​ຕອບ​ຄຳ​ຖາມ​ນີ້.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຫໍ​ເຕັນ​ສັກ​ສິດ​ໃນ​ສະ​ໄໝ​ບູ​ຮານ

The Ancient Tabernacle [ຫໍ​ເຕັນ​ສັກ​ສິດ​ໃນ​ສະ​ໄໝ​ບູ​ຮານ], ໂດຍ ບະ​ແຣດ​ລີ ຄະ​ລາກ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ​ໃນ​ສະ​ຖານ​ທີ່​ສັກ​ສິດ