ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 23–29 ເດືອນ​ມີ​ນາ. “ເຮົາ​ຈົດ​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ”: ອົບ​ພະ​ຍົບ 1–6


“ວັນ​ທີ 23–29 ເດືອນ​ມີ​ນາ. ‘ເຮົາ​ຈົດ​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ’: ອົບ​ພະ​ຍົບ 1–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ວັນ​ທີ 23–29 ເດືອນ​ມີ​ນາ. ‘ເຮົາ​ຈົດ​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ’,” ຈົ່ງ​ຕາມ​ເຮົາ​ມາ: 2026

ໂມ​ເຊ ແລະ ໄຟ​ຢູ່​ໃນ​ກາງ​ຟຸ່ມ​ໄມ້

Moses and the Burning Bush [ໂມ​ເຊ ແລະ ໄຟ​ຢູ່​ໃນ​ກາງ​ຟຸ່ມ​ໄມ້], ໂດຍ ແຈ​ຣີ ທອມ​ສັນ

ວັນ​ທີ 23–29 ເດືອນ​ມີ​ນາ: “ເຮົາ​ຈົດ​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ”

ອົບ​ພະ​ຍົບ 1–6

ການ​ເຊື້ອ​ເຊີນ​ໃຫ້​ໄປ​ອາ​ໄສ​ຢູ່​ປະ​ເທດ​ເອ​ຢິບ ໄດ້​ຊ່ວຍ​ໂຜດ​ຊີ​ວິດ​ຄອບ​ຄົວ​ຂອງ​ຢາ​ໂຄບ. ແຕ່​ຫລັງ​ຈາກ​ຫລາຍ​ຮ້ອຍ​ປີ, ເຊື້ອ​ສາຍ​ຂອງ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ຂ້າ​ທາດ ແລະ ຖືກ​ຂູ່​ເຂັນ​ໂດຍ​ຟາ​ໂຣ​ອົງ​ໃໝ່ “ຜູ້​ບໍ່​ຮູ້​ເລື່ອງ​ຫຍັງ​ກ່ຽວ​ກັບ​ໂຢ​ເຊັບ” (ອົບ​ພະ​ຍົບ 1:8). ມັນ​ຄົງ​ເປັນ​ເລື່ອງ​ປົກ​ກະ​ຕິ​ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ຈະ​ສົງ​ໄສ​ວ່າ ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ, ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. ພຣະ​ອົງ​ຍັງ​ຈື່​ຈຳ​ພັນ​ທະ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ເຂົາ​ເຈົ້າ​ຫລື​ບໍ່? ເຂົາ​ເຈົ້າ​ຍັງ​ເປັນ​ຜູ້​ຄົນ​ຂອງ​ພຣະ​ອົງ​ຢູ່​ບໍ? ພຣະ​ອົງ​ເຫັນ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຂົາ​ເຈົ້າ​ຫລື​ບໍ່?

ຄົງ​ມີ​ເວ​ລາ​ເມື່ອ​ທ່ານ​ຮູ້​ສຶກ​ຢາກ​ຖາມ​ຄຳ​ຖາມ​ທີ່​ຄ້າຍ​ຄື​ກັນ​ນີ້. ທ່ານ​ອາດ​ສົງ​ໄສ​ວ່າ, “ພຣະ​ເຈົ້າ​ຮູ້​ຢູ່​ບໍ​ວ່າ ເຮົາ​ກຳ​ລັງ​ປະ​ເຊີນ​ກັບ​ສິ່ງ​ໃດ? ພຣະ​ອົງ​ໄດ້​ຍິນ​ຄຳ​ອ້ອນ​ວອນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ເຮົາ​ຢູ່​ບໍ?” ການ​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ເອ​ຢິບ ຕອບ​ຄຳ​ຖາມ​ເຊັ່ນ​ນັ້ນ​ຢ່າງ​ແຈ່ມ​ແຈ້ງ ທີ່​ວ່າ: ພຣະ​ເຈົ້າ​ບໍ່​ໄດ້​ລືມ​ໄລ​ຜູ້​ຄົນ​ຂອງ​ພຣະ​ອົງ. ພຣະ​ອົງ​ຈົດ​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ກັບ​ເຮົາ ແລະ ຈະ​ບັນ​ລຸ​ມັນ​ໃນ​ເວ​ລາ ແລະ ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ​ເອງ. “ເຮົາ​ຈະ​ຊ່ວຍ​ກູ້​ເອົາ​ພວກ​ເຈົ້າ,” ພຣະ​ອົງ​ປະ​ກາດ. “ເຮົາ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ເຮົາ​ຈະ​ປົດ​ປ່ອຍ​ພວກ​ເຈົ້າ​ໃຫ້​ເປັນ​ອິດ​ສະ​ລະ​ຈາກ​ການ​ເປັນ​ທາດ [ຂອງ​ພວກ​ເຈົ້າ]” (ອົບ​ພະ​ຍົບ 6:6–7).

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ອົບ​ພະ​ຍົບ, ໃຫ້​ເບິ່ງ “ອົບ​ພະ​ຍົບ” ໃນ ຄູ່​ມື​ພ​ຣະ​ຄຳ​ພີ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ອົບ​ພະ​ຍົບ 1–2

ພຣະ​ເຈົ້າ​ສາ​ມາດ​ທຳ​ງານ​ຜ່ານ​ທາງ​ເຮົາ​ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ.

ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ພວກ​ຜູ້​ຍິງ​ທີ່​ບັນ​ຍາຍ​ຢູ່​ໃນ ອົບ​ພະ​ຍົບ 1–2? ພວກ​ນາງ​ໄດ້​ຊ່ວຍ​ບັນ​ລຸ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ແນວ​ໃດ? ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ນາງ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ການ​ຮັບ​ໃຊ້​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ?

ອົບ​ພະ​ຍົບ 1–3

ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ປົດ​ປ່ອຍ​ຂອງ​ເຮົາ.

ກ່ອນ​ທ່ານ​ເລີ່ມ​ອ່ານ​ອົບ​ພະ​ຍົບ, ທ່ານ​ອາດ​ຄິດ​ກ່ຽວ​ກັບ​ຄວາມ​ຍາກ​ລຳ​ບາກ​ທີ່​ທ່ານ​ກຳ​ລັງ​ປະ​ເຊີນ​ຢູ່—ບາງ​ສິ່ງ​ທີ່​ທ່ານ​ຫວັງ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົດ​ປ່ອຍ​ທ່ານ. ມີ​ຖ້ອຍ​ຄຳ ຫລື ວະ​ລີ​ໃດ​ແດ່​ຢູ່​ໃນ ອົບ​ພະ​ຍົບ 1–3 ທີ່​ຄ້າຍ​ຄື​ກັນ​ກັບ​ການ​ເປັນ​ຊະ​ເລີຍ​ທາງ​ວິນ​ຍານ ຫລື ສິ່ງ​ອື່ນໆ​ທີ່​ເຮົາ​ປະ​ເຊີນ​ໃນ​ທຸກ​ວັນ​ນີ້? ໃຫ້​ສັງ​ເກດ​ວິ​ທີ​ທີ່​ລູກ​ຫລານ​ອິດ​ສະ​ຣາ​ເອນ​ໄດ້​ສະ​ແຫວງ​ຫາ​ການ​ປົດ​ປ່ອຍ​ນຳ​ອີກ ແລະ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ສະ​ໜອງ​ແນວ​ໃດ (ເບິ່ງ, ຍົກ​ຕົວ​ຢ່າງ, ອົບ​ພະ​ຍົບ 2:23–25; 3:7–8). ພຣະ​ຜູ້​ເປັນ​ເຈົ້າ​ໄດ້ “ສະ​ເດັດ​ມາ​ເພື່ອ​ປົດ​ປ່ອຍ” ທ່ານ​ແນວ​ໃດ?

ຕະ​ຫລອດ​ພຣະ​ທຳ​ອົບ​ພະ​ຍົບ, ທ່ານ​ອາດ​ສັງ​ເກດ​ເຫັນ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ລະ​ຫວ່າງ​ໂມ​ເຊ ແລະ ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ (ເບິ່ງ ພຣະ​ບັນ​ຍັດ​ສອງ 18:18–19; 1 ນີ​ໄຟ 22:20–21). ຍົກ​ຕົວ​ຢ່າງ, ທ່ານ​ເຫັນ​ຫຍັງ​ແດ່​ທີ່​ຄ້າຍ​ຄື​ກັນ​ລະ​ຫວ່າງ ອົບ​ພະ​ຍົບ1:22; 2:1–10 ແລະ ມັດ​ທາຍ 2:13–16? ຫລື ລະ​ຫວ່າງ ປະ​ຖົມ​ມະ​ການ 24:18 ແລະ ມັດ​ທາຍ 4:1–2? ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ທ່ານ​ເຂົ້າ​ໃຈ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ​ເອງ ແລະ ອຳ​ນາດ​ຂອງ​ພຣະ​ອົງ?

ຊອກ​ຫາ​ສັນ​ຍາ​ລັກ​ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. “ທ່ານ​ສາ​ມາດ … ຊອກ​ຫາ​ຄວາມ​ຄ້າຍ​ຄື​ກັນ​ກັບ​ຊີ​ວິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊີ​ວິດ​ຂອງ​ສາດ​ສະ​ດາ ແລະ ຊາຍ ແລະ ຍິງ​ທີ່​ຊື່​ສັດ​ຄົນ​ອື່ນໆ ຢູ່​ໃນ​ພຣະ​ຄຳ​ພີ​ນຳ​ອີກ. [ການ​ເຮັດ​ເຊັ່ນ​ນັ້ນ] ຈະ​ເປີດ​ເຜີຍ​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ບ່ອນ​ທີ່​ທ່ານ​ອາດ​ມອງ​ຂ້າມ” (ເບິ່ງ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ7; ເບິ່ງ ໂຮ​ເສ​ອາ 12:10) ນຳ​ອີກ.

ພວກ​ຜູ້​ຍິງ​ກຳ​ລັງ​ດຶງ​ກະ​ຕ່າ​ອອກ​ຈາກ​ແມ່​ນ້ຳ

Faith at Water’s Edge [ສັດ​ທາ​ຢູ່​ທີ່​ແຄມ​ນ້ຳ], ໂດຍ ແອນ ມາ​ຣີ ໂອ​ບອນ

ອົບ​ພະ​ຍົບ 3:1–6

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ຄາ​ລະ​ວະ​ຕໍ່​ສິ່ງ ແລະ ສະ​ຖານ​ທີ່​ສັກ​ສິດ.

ທ່ານ​ສາ​ມາດ​ນຶກ​ເຖິງ​ເວ​ລາ​ຕອນ​ທີ່​ບາງ​ສິ່ງ​ໄດ້​ເຮັດ​ໃຫ້​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ຕົກ​ຕະ​ລຶງ ແລະ ຄວາມ​ປະ​ຫລາດ​ໃຈ​ໄດ້​ບໍ? ທ່ານ​ໄດ້​ມີ​ປະ​ຕິ​ກິ​ລິ​ຍາ​ແນວ​ໃດ? ທ່ານ​ຈະ​ບັນ​ຍາຍ​ອາ​ລົມ​ທີ່​ທ່ານ​ໄດ້​ຮູ້​ສຶກ​ແນວ​ໃດ?

ດ້ວຍ​ມີ​ສິ່ງ​ນັ້ນ​ຢູ່​ໃນ​ໃຈ, ໃຫ້​ອ່ານ​ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 3:1–6. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ດົນ​ໃຈ​ຂອງ​ໂມ​ເຊ? ໂມ​ເຊ​ໄດ້​ເຮັດ​ສິ່ງ​ໃດ​ເພື່ອ​ສະ​ແດງ​ຄວາມ​ຄາ​ລະ​ວະ​ແດ່​ພຣະ​ເຈົ້າ? ທ່ານ​ເຫັນ​ການ​ເຊື່ອມ​ໂຍງ​ຫຍັງ​ແດ່​ລະ​ຫວ່າງ​ການ​ກະ​ທຳ ແລະ ຄວາມ​ຄາ​ລະ​ວະ​ຂອງ​ເພິ່ນ​ຕໍ່​ສິ່ງ​ສັກ​ສິດ?

ການ​ອ່ານ​ຂໍ້​ເຫລົ່າ​ນີ້​ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ສັກ​ສິດ ແລະ ສະ​ຖານ​ທີ່​ສັກ​ສິດ​ໃນ​ຊີ​ວິດ​ຂອງ​ທ່ານ. ເປັນ​ຫຍັງ​ມັນ​ຈຶ່ງ​ສັກ​ສິດ​ຕໍ່​ທ່ານ? ທ່ານ​ປະ​ຕິ​ບັດ​ຕໍ່​ມັນ​ຢ່າງ​ແຕກ​ຕ່າງ​ຈາກ​ສິ່ງ​ທຳ​ມະ​ດາ​ແນວ​ໃດ? ເພື່ອ​ນຳ​ພາ​ການ​ໄຕ່​ຕອງ​ຂອງ​ທ່ານ, ທ່ານ​ສາ​ມາດ​ອ້າງ​ເຖິງ​ພາກ​ທີ່​ມີ​ຊື່​ວ່າ “Remembering the Promises” ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ “Exceeding Great and Precious Promises” (Liahona, Nov. 2017, 91–93). ທ່ານ​ອາດ​ຮ້ອງ​ເພງ ຫລື ຟັງ​ເພງ​ສວດ​ທີ່​ດົນ​ໃຈ​ຄວາມ​ປະ​ຫລາດ​ໃຈ, ດັ່ງ​ເຊັ່ນ “ຂ້າ​ເຝົ້າ​ພິ​ສະ​ຫວົງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 14) ແລະ ໄຕ່​ຕອງ​ວ່າ​ແມ່ນ​ຫຍັງ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ເຮັດ​ໃຫ້​ທ່ານ​ປະ​ຫລາດ​ໃຈ.

ແນ່​ນອນ, ແມ່ນ​ແຕ່​ເມື່ອ​ເຮົາ​ໄດ້​ມີ​ປະ​ສົບ​ການ​ທີ່​ປະ​ເສີດ​ທາງ​ວິນ​ຍານ, ກໍ​ຍັງ​ມີ​ອັນ​ຕະ​ລາຍ​ໃນ​ການ​ບໍ່​ເອົາ​ຈິງ​ເອົາ​ຈັງ​ກ່ຽວ​ກັບ​ສິ່ງ​ສັກ​ສິດ. ທ່ານ​ຈະ​ຫລີກ​ລ້ຽງ​ສິ່ງ​ນີ້​ແນວ​ໃດ? ຕໍ່​ໄປ​ນີ້​ແມ່ນ​ຂ່າວ​ສານ​ສອງ​ບົດ​ທີ່​ກ່າວ​ເຖິງ​ເລື່ອງ​ນີ້; ໃຫ້​ເລືອກ​ບົດ​ໜຶ່ງ, ແລະ ຊອກ​ຫາ​ຖ້ອຍ​ຄຳ​ທີ່​ຊ່ວຍ​ທ່ານ: Ulisses Soares, “In Awe of Christ and His Gospel” (Liahona, May 2022, 115–17); Gérald Caussé, “Is It Still Wonderful to You?” (Liahona, May 2015, 98–100).

ເບິ່ງ ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:10–12; 63:64 ນຳ​ອີກ.

ອົບ​ພະ​ຍົບ 3–4

ພຣະ​ເຈົ້າ​ປະ​ທານ​ອຳ​ນາດ​ໃຫ້​ແກ່​ຜູ້​ທີ່​ພຣະ​ອົງ​ເອີ້ນ​ໃຫ້​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ.

ທຸກ​ວັນ​ນີ້​ເຮົາ​ຮູ້​ວ່າ​ໂມ​ເຊ​ເປັນ​ສາດ​ສະ​ດາ ແລະ ຜູ້​ນຳ​ທີ່​ຍິ່ງ​ໃຫຍ່. ແຕ່​ໂມ​ເຊ​ບໍ່​ໄດ້​ເຫັນ​ຕົວ​ເອງ​ວ່າ​ເປັນ​ແນວ​ນັ້ນ ຕອນ​ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ເພິ່ນ​ເທື່ອ​ທຳ​ອິດ. ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 3–4, ໃຫ້​ຂຽນ​ຄວາມ​ເປັນ​ຫ່ວງ​ຂອງ​ໂມ​ເຊ​ລົງ​ໄວ້ ແລະ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ຮັບ​ຕໍ່​ແຕ່​ລະ​ຢ່າງ​ແນວ​ໃດ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ບົດ​ເຫລົ່າ​ນີ້ ທີ່​ອາດ​ດົນ​ໃຈ​ທ່ານ ເມື່ອ​ທ່ານ​ຮູ້​ສຶກ​ບໍ່​ພຽບ​ພ້ອມ? ເມື່ອ​ໃດ​ແດ່​ທີ່​ທ່ານ​ໄດ້​ເຫັນ​ພຣະ​ເຈົ້າ​ເສີມ​ພະ​ລັງ​ໃຫ້​ແກ່​ທ່ານ ຫລື ຄົນ​ອື່ນ​ເພື່ອ​ຈະ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ?

ເບິ່ງ “The Church Gives Us Opportunities to Assist in God’s Work” ໃນ “Church Organization” ຢູ່​ໃນ Topics and Questions, ຫ້ອງ​ສະ​ມຸດ​ພຣະ​ກິດ​ຕິ​ຄຸນ.

ອົບ​ພະ​ຍົບ 5–6

ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ເວ​ລາ​ຂອງ​ພຣະ​ອົງ​ເອງ.

ມັນ​ສາ​ມາດ​ເປັນ​ເລື່ອງ​ທີ່​ໜ້າ​ທໍ້​ຖອຍ​ໃຈ​ເມື່ອ​ຄວາມ​ພະ​ຍາ​ຍາມ​ທີ່​ຈິງ​ໃຈ​ທີ່​ຈະ​ເຮັດ​ຄວາມ​ດີ​ຂອງ​ເຮົາ​ເບິ່ງ​ຄື​ວ່າ​ໃຊ້​ການ​ບໍ່​ໄດ້—ເມື່ອ​ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ເຮົາ​ບໍ່​ເຫັນ​ຜົນ​ຮັບ​ທີ່​ໄດ້​ຄາດ​ຫວັງ. ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ທີ່​ຄ້າຍ​ຄື​ກັນ​ທີ່​ໂມ​ເຊ​ໄດ້​ປະ​ເຊີນ, ໃຫ້​ອ່ານ ອົບ​ພະ​ຍົບ 5:4–9, 20–23. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ໂມ​ເຊ​ເອົາ​ຊະ​ນະ​ຄວາມ​ຮູ້​ສຶກ​ທໍ້​ຖອຍ​ໃຈ​ຂອງ​ເພິ່ນ​ແນວ​ໃດ? (ເບິ່ງ ອົບ​ພະ​ຍົບ 6:1–13). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ທ່ານ​ໃຫ້​ທົນ​ກັບ​ການ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ແນວ​ໃດ?

ເບິ່ງ Jeffrey R. Holland, “Waiting on the Lord,” Liahona, Nov. 2020, 115–17 ນຳ​ອີກ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເພາະ​ວັນ​ອາ​ທິດ​ນີ້​ເປັນ​ວັນ​ອາ​ທິດ​ທີ​ຫ້າ​ຂອງ​ເດືອນ, ຄູ​ສອນ​ປະ​ຖົມ​ໄວ​ຖືກ​ຊຸກ​ຍູ້​ໃຫ້​ນຳ​ໃຊ້​ກິດ​ຈະ​ກຳ​ການ​ຮຽນ​ຮູ້​ທີ່​ຢູ່​ໃນ “ພາກ​ຫ້ອຍ​ທ້າຍ ຂ: ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.”

ອົບ​ພະ​ຍົບ 1–2

ພຣະ​ເຈົ້າ​ສາ​ມາດ​ທຳ​ງານ​ຜ່ານ​ທາງ​ເຮົາ​ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ.

  • ໂມ​ເຊ​ໄດ້​ມີ​ບົດ​ບາດ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ຄວາມ​ເປັນ​ທາດ. ແຕ່​ເພິ່ນ​ຈະ​ບໍ່​ສາ​ມາດ​ສຳ​ເລັດ​ສິ່ງ​ນີ້​ໄດ້ ຖ້າ​ແມ່​ຂອງ​ເພິ່ນ, ເອື້ອຍ​ຂອງ​ເພິ່ນ, ລູກ​ສາວ​ຂອງ​ຟາ​ໂຣ, ແລະ ພວກ​ຜູ້​ຍິງ​ທີ່​ຊື່​ສັດ​ຄົນ​ອື່ນໆ​ບໍ່​ໄດ້​ປົກ​ປ້ອງ ແລະ ດູ​ແລ​ເພິ່ນ. ຊ່ວຍ​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ພວກ​ຜູ້​ຍິງ​ເຫລົ່າ​ນີ້​ໃນ ອົບ​ພະ​ຍົບ 1:15–20; ອົບ​ພະ​ຍົບ 2:2–10 (ເບິ່ງ ຈົດ​ບັນ​ຊີ 26:59); ແລະ ອົບ​ພະ​ຍົບ 2:16–21 ນຳ​ອີກ. ທ່ານ​ຍັງ​ສາ​ມາດ​ໃຊ້​ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ແລະ “ແອ​ນ້ອຍ​ໂມ​ເຊ” (ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 61–63) ເພື່ອ​ເລົ່າ​ເລື່ອງ​ລາວ​ຂອງ​ພວກ​ເພິ່ນ​ນຳ​ອີກ. ພວກ​ຜູ້​ຍິງ​ເຫລົ່າ​ນີ້​ຊ່ວຍ​ບັນ​ລຸ​ແຜນ​ຂອງ​ພຣະ​ເຈົ້າ​ແນວ​ໃດ? ເວົ້າ​ລົມ​ນຳ​ກັນ​ກ່ຽວ​ກັບ​ຄົນ​ອື່ນ​ທີ່​ທ່ານ​ຊົມ​ເຊີຍ ຜູ້​ທີ່​ຊ່ວຍ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ລວມ​ທັງ​ໃນ​ວິ​ທີ​ທີ່​ເລັກ​ນ້ອຍ ແລະ ລຽບ​ງ່າຍ. ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ​ແນວ​ໃດ?

    1:36

    Baby Moses

ອົບ​ພະ​ຍົບ 3:1–5

ເຮົາ​ສາ​ມາດ​ປະ​ຕິ​ບັດ​ຕໍ່​ສະ​ຖານ​ທີ່​ສັກ​ສິດ​ດ້ວຍ​ຄວາມ​ຄາ​ລະ​ວະ.

  • ຫລັງ​ຈາກ​ໄດ້​ອ່ານ ອົບ​ພະ​ຍົບ 3:1–5 ນຳ​ກັນ​ແລ້ວ, ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ສະ​ຫລຸບ​ຂໍ້​ເຫລົ່າ​ນີ້​ດ້ວຍ​ຖ້ອຍ​ຄຳ​ຂອງ​ພວກ​ເຂົາ​ເອງ (ເບິ່ງ “ສາດ​ສະ​ດາ​ໂມ​ເຊ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 64–66). ໂມ​ເຊ​ສະ​ແດງ​ຄວາມ​ຄາ​ລະ​ວະ​ຕໍ່​ການ​ປະ​ທັບ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ເຮົາ​ສະ​ແດງ​ຄວາມ​ຄາ​ລະ​ວະ​ແນວ​ໃດ? ທ່ານ​ອາດ​ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ຊ່ວຍ​ທ່ານ​ຊອກ​ຫາ (ຫລື ແຕ້ມ) ຮູບ​ສະ​ຖານ​ທີ່ ຫລື ກິດ​ຈະ​ກຳ​ສັກ​ສິດ ບ່ອນ​ທີ່​ເຮົາ​ຄວນ​ມີ​ຄວາມ​ຄາ​ລະ​ວະ​ນຳ​ອີກ. ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ແດ່​ເພື່ອ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເປັນ​ສະ​ຖານ​ທີ່​ສັກ​ສິດ?

    1:26

    Moses the Prophet

  • ຮ້ອງ​ເພງ​ກ່ຽວ​ກັບ​ຄວາມ​ຄາ​ລະ​ວະ​ນຳ​ກັນ, ເຊັ່ນ “ອະ​ທິ​ຖານ​ແລ້ວ​ບໍ່” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 52). ຂະ​ນະ​ທີ່​ພວກ​ທ່ານ​ຮ້ອງ​ເພງ, ລູກໆ​ຂອງ​ທ່ານ​ສາ​ມາດ​ຊອກ​ຫາ​ຖ້ອຍ​ຄຳ ຫລື ວະ​ລີ​ທີ່​ອະ​ທິ​ບາຍ​ວ່າ ຄວາມ​ຄາ​ລະ​ວະ​ໝາຍ​ຄວາມ​ວ່າ​ແນວ​ໃດ. ຖ້າ​ຫາກ​ເຮົາ​ພາ​ເພື່ອນ​ຄົນ​ໜຶ່ງ​ມາ​ໂບດ​ເປັນ​ເທື່ອ​ທຳ​ອິດ, ເຮົາ​ຈະ​ອະ​ທິ​ບາຍ​ວ່າ ຄວາມ​ຄາ​ລະ​ວະ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ໂມ​ເຊ ແລະ ອາ​ໂຣນ​ກ່າວ​ຕໍ່​ຜູ້​ຄົນ

Moses and Aaron Speak to the People [ໂມ​ເຊ ແລະ ອາ​ໂຣນ​ກ່າວ​ຕໍ່​ຜູ້​ຄົນ], ໂດຍ ເຈມສ໌ ເຈ ທີ​ຊອດ

ອົບ​ພະ​ຍົບ 3–4

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ເຮົາ​ເຮັດ​ບາງ​ສິ່ງ, ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ເຮົາ.

  • ໂດຍ​ການ​ໃຊ້​ເລື່ອງ​ລາວ​ຢູ່​ໃນ ອົບ​ພະ​ຍົບ 3; 4:1–17, ໃຫ້​ລູກໆ​ຂອງ​ທ່ານ​ປ່ຽນ​ຜຽນ​ກັນ​ທຳ​ທ່າ​ເປັນ​ໂມ​ເຊ. ມັນ​ອາດ​ເປັນ​ເລື່ອງ​ມ່ວນ​ຊື່ນ​ທີ່​ຈະ​ລວມ​ທັງ​ສິ່ງ​ຂອງ ຫລື ເຄື່ອງ​ຂອງ​ທີ່​ລຽບ​ງ່າຍ, ເຊັ່ນ​ໄຟ​ສາຍ ແລະ ຕົ້ນ​ໄມ້​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ໄຟ​ຢູ່​ໃນ​ກາງ​ຟຸ່ມ​ໄມ້. ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄົ້ນ​ພົບ​ວ່າ ໂມ​ເຊ​ໄດ້​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ມອບ​ໝາຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ເພິ່ນ (ເບິ່ງ ອົບ​ພະ​ຍົບ 3:11; 4:1, 10). ບາງ​ທີ​ພວກ​ທ່ານ​ສາ​ມາດ​ແບ່ງ​ປັນ​ນຳ​ກັນ​ເຖິງ​ເວ​ລາ​ທີ່​ພວກ​ທ່ານ​ໄດ້​ມີ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ. ເຮົາ​ຈະ​ແບ່ງ​ປັນ​ຄຳ​ແນະ​​ນຳ​ຫຍັງ​ແດ່​ກັບ​ໂມ​ເຊ​ເພື່ອ​ຊ່ວຍ​ເພິ່ນ? ອ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ກຳ​ລັງ​ໃຈ​ໂມ​ເຊ​ແນວ​ໃດ​ຢູ່​ໃນ ອົບ​ພະ​ຍົບ 3:12; 4:2–9, 11–12. ບອກ​ລູກໆ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ທ່ານ​ບັນ​ລຸ​ການ​ເອີ້ນ, ເຮັດ​ຕາມ​ການ​ກະ​ຕຸ້ນ, ຫລື ເຮັດ​ບາງ​ສິ່ງ​ທີ່​ຍາກ​ສຳ​ລັບ​ທ່ານ​ແນວ​ໃດ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ແມ່​ຂອງ​ໂມ​ເຊ

The Mother of Moses [ແມ່​ຂອງ​ໂມ​ເຊ], ໂດຍ ຊີ​ມຽນ ໂຊ​ໂລ​ມອນ

ໜ້າ​ກິດ​ຈະ​ກຳ​ປະ​ຖົມ​ໄວ: ເຮົາ​ສາ​ມາດ​ໃຫ້​ອະ​ໄພ