“ວັນທີ 16–22 ເດືອນມີນາ. ‘ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ’: ປະຖົມມະການ 42–50,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 16–22 ເດືອນມີນາ. ‘ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ’,” ຈົ່ງຕາມເຮົາມາ: 2026
Forgiveness [ການໃຫ້ອະໄພ], ໂດຍ ເມແກນ ຣິເກີ
ວັນທີ 16–22 ເດືອນມີນາ: “ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ”
ປະຖົມມະການ 42–50
ມັນເປັນເວລາປະມານ 22 ປີ ນັບຕັ້ງແຕ່ພວກອ້າຍຂອງໂຢເຊັບໄດ້ຂາຍລາວໃຫ້ເປັນທາດ. ໂຢເຊັບໄດ້ຮັບທຸກທໍລະມານກັບການທົດລອງຫລາຍຢ່າງ, ລວມທັງການຖືກໃສ່ຮ້າຍປ້າຍສີ ແລະການຖືກເອົາເຂົ້າຄຸກ. ເມື່ອໃນທີ່ສຸດ ລາວໄດ້ເຫັນພວກອ້າຍຂອງລາວອີກ, ໂຢເຊັບໄດ້ເປັນຜູ້ປົກຄອງ, ລອງຟາໂຣທົ່ວປະເທດເອຢິບ. ລາວສາມາດແກ້ແຄ້ນພວກອ້າຍຂອງລາວໄດ້ຢ່າງງ່າຍດາຍ, ແລະ ເມື່ອຄິດເຖິງສິ່ງທີ່ພວກເຂົາໄດ້ເຮັດກັບໂຢເຊັບແລ້ວ, ກໍເບິ່ງຄືວ່າ ມັນເປັນເລື່ອງທີ່ສົມຄວນ. ແຕ່ໂຢເຊັບໄດ້ໃຫ້ອະໄພແກ່ພວກເຂົາ. ບໍ່ພຽງແຕ່ເທົ່ານັ້ນ, ລາວຍັງໄດ້ຊ່ວຍເຫລືອພວກເຂົາໃຫ້ເຫັນຈຸດປະສົງແຫ່ງສະຫວັນ ຢູ່ໃນຄວາມທຸກທໍລະມານຂອງລາວນຳອີກ. “ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ” (ປະຖົມມະການ 50:20), ລາວໄດ້ບອກພວກເຂົາ, ເພາະມັນໄດ້ຊ່ວຍໃຫ້ລາວຢູ່ໃນຖານະທີ່ສາມາດຊ່ວຍຊີວິດ “ຄອບຄົວຂອງພວກເຂົາທຸກໆຄົນ” (ປະຖົມມະການ 47:12) ຈາກຄວາມອຶດຢາກ.
ໃນຫລາຍວິທີທາງ, ຊີວິດຂອງໂຢເຊັບກໍຄ້າຍຄືກັບຂອງພຣະເຢຊູຄຣິດ. ເຖິງແມ່ນວ່າບາບຂອງເຮົາໄດ້ເຮັດໃຫ້ພຣະຄຣິດຕ້ອງຮັບທຸກທໍລະມານຫລາຍທີ່ສຸດ, ແຕ່ພຣະອົງຍັງສະເໜີໃຫ້ອະໄພ, ປົດປ່ອຍເຮົາທຸກຄົນຈາກຊາຕາກຳທີ່ຮ້າຍແຮງກວ່າຄວາມອຶດຢາກ. ບໍ່ວ່າເຮົາຕ້ອງຮັບເອົາການໃຫ້ອະໄພ ຫລື ຕ້ອງໃຫ້ອະໄພຄົນອື່ນ—ໃນຈຸດໃດຈຸດໜຶ່ງ ເຮົາທຸກຄົນຕ້ອງເຮັດທັງສອງ—ຕົວຢ່າງຂອງໂຢເຊັບຊີ້ໃຫ້ເຮົາໄປຫາພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງເປັນແຫລ່ງທີ່ແທ້ຈິງຂອງການປິ່ນປົວ ແລະ ການຄືນດີ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ປະຖົມມະການ 45:5–7; 47:12
“ພຣະເຈົ້າໄດ້ສົ່ງຂ້ອຍມາກ່ອນ ເພື່ອຊ່ວຍຊີວິດຂອງພວກເຈົ້າໄວ້.”
ທ່ານເຄີຍສັງເກດເຫັນສິ່ງໃດທີ່ຄ້າຍຄືກັນລະຫວ່າງຊີວິດຂອງໂຢເຊັບ ແລະ ພາລະກິດຊົດໃຊ້ຂອງພຣະເຢຊູຄຣິດ? ເພື່ອເບິ່ງຕົວຢ່າງຂອງຄວາມຄ້າຍຄືກັນເຫລົ່ານີ້, ໃຫ້ລອງປຽບທຽບ:
-
ປະຖົມມະການ 37:3 ກັບ ມັດທາຍ 3:17.
-
ປະຖົມມະການ 37:26–28 ກັບ ມັດທາຍ 26:14–16.
-
ປະຖົມມະການ 45:5–7 ກັບ ລູກາ 4:18.
-
ປະຖົມມະການ 47:12 ກັບ ໂຢຮັນ 6:35.
ຄວາມປະທັບໃຈໃດແດ່ທີ່ທ່ານມີກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ພາລະກິດຂອງພຣະອົງ ຂະນະທີ່ທ່ານອ່ານຂໍ້ພຣະຄຳພີເຫລົ່ານີ້?
ປະຖົມມະການ 45; 50:15–21
ການໃຫ້ອະໄພນຳການປິ່ນປົວມາໃຫ້.
ການອ່ານກ່ຽວກັບໂຢເຊັບໃຫ້ອະໄພແກ່ພວກອ້າຍຂອງລາວກັບສິ່ງໂຫດຮ້າຍທີ່ພວກເຂົາໄດ້ເຮັດກັບລາວ ອາດກະຕຸ້ນທ່ານໃຫ້ຄິດກ່ຽວກັບບາງຄົນທີ່ທ່ານຄິດຢາກໃຫ້ອະໄພໃນເວລານີ້. ຄຳຖາມຕໍ່ໄປນີ້ອາດຊ່ວຍໄດ້ເມື່ອທ່ານພະຍາຍາມທີ່ຈະນຳໃຊ້ຫລັກທຳນີ້:
-
ເປັນຫຍັງມັນຈຶ່ງອາດເປັນເລື່ອງທີ່ຍາກສຳລັບໂຢເຊັບທີ່ຈະໃຫ້ອະໄພພວກອ້າຍຂອງລາວ? (ເພື່ອທົບທວນສິ່ງທີ່ພວກເຂົາໄດ້ກະທຳຕໍ່ລາວ, ເບິ່ງ ປະຖົມມະການ 37). ປະສົບການ ຫລື ທັດສະນະຄະຕິຫຍັງທີ່ອາດຊ່ວຍໃຫ້ໂຢເຊັບມີກຳລັງໃຈທີ່ຈະໃຫ້ອະໄພ? (ເບິ່ງ, ຍົກຕົວຢ່າງ, ປະຖົມມະການ 45:1–15 ຫລື 50:15–21).
-
ພອນຫຍັງແດ່ທີ່ມາຈາກການໃຫ້ອະໄພຂອງໂຢເຊັບແກ່ພວກອ້າຍຂອງລາວ? ຍົກຕົວຢ່າງ, ໃຫ້ປຽບທຽບຄວາມສຳພັນໃນຄອບຄົວຂອງຢາໂຄບ ໃນຕອນຕົ້ນຂອງເລື່ອງ (ເບິ່ງ, ຍົກຕົວຢ່າງ, ປະຖົມມະການ 37:3–11) ກັບຄວາມສຳພັນໃນຕອນທ້າຍ (ເບິ່ງ ປະຖົມມະການ 45:9–15; 50:15–21). ເລື່ອງລາວຕ່າງໆອາດຈະອອກມາແຕກຕ່າງໄປແນວໃດຖ້າວ່າໂຢເຊັບບໍ່ເຕັມໃຈທີ່ຈະໃຫ້ອະໄພ?
-
ໃຫ້ພິຈາລະນາທີ່ຈະຂຽນຊື່ຄົນໃດຄົນໜຶ່ງຜູ້ທີ່ອາດຈະຕ້ອງການການໃຫ້ອະໄພຈາກທ່ານລົງໄວ້—ບໍ່ວ່າເຂົາຈະຂໍການໃຫ້ອະໄພຫລືບໍ່ກໍຕາມ. ເຮົາສາມາດເຮັດຫຍັງແດ່ ເພື່ອຈະນຳເອົາອຳນາດແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດເຂົ້າມາໃນສະຖານະການນັ້ນ? ຖ້າວ່າການໃຫ້ອະໄພນັ້ນເບິ່ງຄືວ່າຍາກເກີນໄປ, ໃຫ້ພິຈາລະນາທົບທວນຄຳແນະນຳຂອງແອວເດີ ແກຣິດ ດັບເບິນຢູ ກອງ ໃນຫົກວັກສຸດທ້າຍຂອງຂ່າວສານຂອງເພິ່ນ “Happy and Forever” (Liahona, Nov. 2022, 85). ທ່ານພົບເຫັນຫຍັງແດ່ທີ່ໃຫ້ຄວາມຫວັງແກ່ທ່ານທີ່ເຮັດໃຫ້ທ່ານສາມາດໃຫ້ອະໄພ?
ເບິ່ງ ຄຳສອນ ແລະ ພັນທະສັນຍາ 64:9–11; “Forgiveness: My Burden Was Made Light” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
Forgiveness: My Burden Was Made Light
ປະຖົມມະການ 49
ຢາໂຄບໄດ້ມອບພອນຂອງສາດສະດາໃຫ້ແກ່ຄອບຄົວຂອງເພິ່ນ.
ພອນຂອງຢາໂຄບທີ່ມອບໃຫ້ລູກຫລານຂອງເພິ່ນ ບັນຈຸພາບທີ່ແຈ່ມແຈ້ງ, ແຕ່ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈໄດ້. ໂຊກດີທີ່, ພຣະກິດຕິຄຸນທີ່ຖືກຟື້ນຟູຊ່ວຍເຮົາບາງຢ່າງ. ເມື່ອທ່ານອ່ານພອນທີ່ມອບໃຫ້ແກ່ໂຢເຊັບ ໃນ ປະຖົມມະການ 49:22–26, ໃຫ້ອ່ານຂໍ້ດັ່ງຕໍ່ໄປນີ້ນຳອີກ, ແລະ ເບິ່ງວ່າມັນໃຫ້ຄວາມຮູ້ແຈ້ງແນວໃດແດ່: 1 ນີໄຟ 15:12; 2 ນີໄຟ 3:4–5; ຢາໂຄບ 2:25; ຄຳສອນ ແລະ ພັນທະສັນຍາ 50:44.
ຂະນະທີ່ທ່ານອ່ານກ່ຽວກັບພອນຂອງຢູດາ ໃນ ປະຖົມມະການ 49:8–12, ໃຫ້ຈື່ຈຳວ່າ ພຣະເຢຊູຄຣິດເປັນເຊື້ອສາຍຂອງຢູດາ. ທ່ານພົບເຫັນຫຍັງແດ່ໃນຂໍ້ເຫລົ່ານີ້ທີ່ເຕືອນໃຈທ່ານເຖິງພຣະຜູ້ຊ່ວຍໃຫ້ລອດ? (ເບິ່ງ ພຣະນິມິດ 5:5–6, 9; 1 ນີໄຟ 15:14–15; ຄຳສອນ ແລະ ພັນທະສັນຍາ 45:59; 133:46–50).
ການອ່ານກ່ຽວກັບພອນເຫລົ່ານີ້ອາດຈະເປັນແຮງບັນດານໃຈໃຫ້ກັບທ່ານທີ່ຈະອ່ານປິຕຸພອນຂອງທ່ານຄືນອີກ—ຫລື, ຖ້າທ່ານຍັງບໍ່ມີ, ກໍອາດຈະຂໍຮັບເອົາກໍໄດ້. ມີຄຳໃດ ແລະ ວະລີໃດຢູ່ໃນພອນຂອງທ່ານທີ່ຫັນຄວາມຄິດຂອງທ່ານມາສູ່ພຣະເຢຊູຄຣິດ?
ເບິ່ງ Randall K. Bennett, “Your Patriarchal Blessing—Inspired Direction from Heavenly Father,” Liahona, May 2023, 42–44 ນຳອີກ.
ປະຖົມມະການ 50:19–21
ພຣະເຈົ້າສາມາດຊ່ວຍເຮົາເຫັນຄວາມໝາຍໃນການທົດລອງຂອງເຮົາ.
ເຖິງແມ່ນວ່າມັນອາດຈະບໍ່ເປັນທີ່ກະຈ່າງແຈ້ງ ໃນຂະນະທີ່ລາວກຳລັງປະສົບກັບເລື່ອງນັ້ນຢູ່, ແຕ່ໃນທີ່ສຸດໂຢເຊັບກໍສາມາດເບິ່ງຢ້ອນກັບຄືນໄປເຖິງຄວາມຍາກລຳບາກຂອງລາວໃນເອຢິບ ແລະ ເຫັນວ່າ “ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ” (ປະຖົມມະການ 50:20). ຖ້າທ່ານສາມາດໄປຢ້ຽມຢາມໂຢເຊັບໃນຂະນະທີ່ລາວຢູ່ໃນນ້ຳສ້າງ ຫລື ໃນຄຸກ, ທ່ານຈະປອບໂຍນລາວແນວໃດ? ປະຖົມມະການ 50:19–21 ສາມາດຊ່ວຍທ່ານໃນເວລາແຫ່ງການທົດລອງຂອງທ່ານແນວໃດ?
ເບິ່ງ ຄຳສອນ ແລະ ພັນທະສັນຍາ 122; “ພື້ນໝັ້ນຄົງໜັກໜາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 6 ນຳອີກ.
Joseph Smith among the Prophets [ໂຈເຊັບ ສະມິດ ໃນທ່າມກາງບັນດາສາດສະດາ], ໂດຍ ພອລ໌ ແມນ (ລາຍລະອຽດ)
ປະຖົມມະການ 50:24–25
“ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງຂ້າພະເຈົ້າ ຈະຍົກຜູ້ພະຍາກອນຜູ້ໜຶ່ງຂຶ້ນມາ.”
ຂະນະທີ່ທ່ານອ່ານ ປະຖົມມະການ 50:24–25 ແລະ ການແປຂອງໂຈເຊັບ ສະມິດ, ປະຖົມມະການ 50:24–38 (ໃນພາກຫ້ອຍທ້າຍຂອງພຣະຄຣິສຕະທຳຄຳພີ), ໃຫ້ໄຕ່ຕອງເບິ່ງວ່າເປັນຫຍັງມັນຈຶ່ງສຳຄັນສຳລັບໂຢເຊັບ ທີ່ຈະຮູ້ຈັກກ່ຽວກັບໂມເຊ ແລະ ໂຈເຊັບ ສະມິດ ໃນຫລາຍສັດຕະວັດລ່ວງໜ້າ. ໂຈເຊັບ ສະມິດ ໄດ້ເຮັດໃຫ້ຄຳພະຍາກອນຂອງໂຢເຊັບກ່ຽວກັບເພິ່ນເປັນຈິງແນວໃດ? (ເບິ່ງ ຄຳສອນ ແລະ ພັນທະສັນຍາ 1:17–23; 20:7–12; 39:11; 135:3).
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ປະຖົມມະການ 42–44; 45:4–15
ເຮົາສາມາດສະແດງຄວາມຮັກ ແລະ ການໃຫ້ອະໄພແກ່ຄອບຄົວຂອງເຮົາ.
-
ມັນອາດເປັນເລື່ອງມ່ວນຊື່ນສຳລັບລູກໆຂອງທ່ານທີ່ຈະເລົ່າເລື່ອງລາວຂອງໂຢເຊັບທີ່ຄອບຄົວຂອງລາວໄດ້ມາຢູ່ນຳກັນອີກ (ເບິ່ງ ປະຖົມມະການ 42–44). ຫລື ພວກເຂົາສາມາດນຳໃຊ້ “ໂຢເຊັບ ແລະ ຄວາມອຶດຢາກ” (ໃນ ເລື່ອງພຣະຄຳພີເດີມ, 57–60) ຫລື ຮູບພາບໃນໂຄງຮ່າງນີ້ ເພື່ອສິດສອນຊຶ່ງກັນແລະກັນກ່ຽວກັບເລື່ອງນີ້. ຕໍ່ໄປນີ້ແມ່ນບາງຄຳຖາມທີ່ອາດຊ່ວຍລູກໆຂອງທ່ານຮຽນຮູ້ຈາກເລື່ອງນີ້:
-
ໂຢເຊັບໄດ້ເຮັດຫຍັງເພື່ອສະແດງຄວາມຮັກຕໍ່ຄອບຄົວຂອງລາວ? (ເບິ່ງ ປະຖົມມະການ 45:4–15).
-
ເປັນຫຍັງທ່ານຈຶ່ງຮູ້ສຶກວ່າໂຢເຊັບໄດ້ໃຫ້ອະໄພຕໍ່ພວກອ້າຍຂອງລາວ?
-
ທ່ານຄິດວ່າພວກອ້າຍຂອງໂຢເຊັບໄດ້ຮູ້ສຶກແນວໃດ ເມື່ອພວກເຂົາເຫັນວ່າໂຢເຊັບໄດ້ໃຫ້ອະໄພແກ່ພວກເຂົາແລ້ວ? ແມ່ນໃຜໃນຊີວິດຂອງທ່ານທີ່ຕ້ອງການການໃຫ້ອະໄພ? ທ່ານຈະສະແດງຄວາມຮັກ ແລະ ການໃຫ້ອະໄພແນວໃດ?
2:26Joseph and the Famine
-
ຂະນະທີ່ທ່ານກະກຽມເພື່ອສິດສອນ, ໃຫ້ຖາມວ່າ, “ລຸກໆຂອງເຮົາຈະເຮັດຫຍັງເພື່ອຮຽນຮູ້?” ຍົກຕົວຢ່າງ, ໃນກິດຈະກຳນີ້ ລູກໆຂອງທ່ານກຳລັງສະແດງ ຫລື ເລົ່າເລື່ອງຢູ່. ການເຮັດແບບນີ້ຈະຊ່ວຍພວກເຂົາໃຫ້ຈື່ຈຳທັງສິ່ງທີ່ເກີດຂຶ້ນ ແລະ ຫລັກທຳພຣະກິດຕິຄຸນທີ່ມີຢູ່ໃນເລື່ອງນັ້ນ.
-
ທ່ານ ຫລື ລູກໆຂອງທ່ານອາດຕ້ອງການແບ່ງປັນປະສົບການໜຶ່ງຕອນທີ່ພວກເຂົາໃຫ້ອະໄພຄົນໃດຄົນໜຶ່ງ ຫລື ຄົນໃດຄົນໜຶ່ງໃຫ້ອະໄພແກ່ພວກເຂົາ. ຈາກນັ້ນພວກທ່ານສາມາດຮ້ອງເພງ ດັ່ງເຊັ່ນ “ສອນເຮົາຍ່າງໃນແສງ” (ເພງສວດ ແລະ ເພງຂອງເດັກນ້ອຍ, 72) ຫລື “ມາເຖີດ, ທ່ານລູກຫລານພຣະເຈົ້າ” (ເພງສວດ ແລະ ເພງຂອງເດັກນ້ອຍ, 4).
ປະຖົມມະການ 48:8–9
ພຣະຜູ້ເປັນເຈົ້າຊ່ວຍເຮົາຜ່ານທາງພອນຂອງຖານະປະໂລຫິດ.
-
ທ່ານ ແລະ ລູກໆຂອງທ່ານສາມາດຫລຽວເບິ່ງຮູບຂອງຢາໂຄບກຳລັງໃຫ້ພອນແກ່ພວກລູກຊາຍຂອງເພິ່ນ ຢູ່ໃນທ້າຍຂອງໂຄງຮ່າງນີ້ ແລະ ສົນທະນາກັນວ່າແມ່ນຫຍັງກຳລັງເກີດຂຶ້ນ (ເບິ່ງ ປະຖົມມະການ 48:8–9). ຖ້າຈຳເປັນ, ໃຫ້ອະທິບາຍວ່າຢາໂຄບ, ບິດາຂອງໂຢເຊັບ, ຕ້ອງການມອບພອນຂອງຖານະປະໂລຫິດໃຫ້ກັບຄອບຄົວຂອງເພິ່ນ. ບາງທີ ພວກທ່ານສາມາດເລົ່າປະສົບການໃຫ້ກັນຟັງ ເຖິງຕອນທີ່ພວກທ່ານໄດ້ຮັບການຊ່ວຍເຫລືອຈາກພຣະເຈົ້າຜ່ານທາງພອນຂອງຖານະປະໂລຫິດ. ແມ່ນຫຍັງຄືເຫດຜົນທີ່ເຮົາອາດທູນຂໍພອນຂອງຖານະປະໂລຫິດ?
ປະຖົມມະການ 45:5–11
ພຣະບິດາເທິງສະຫວັນໄດ້ສົ່ງພຣະເຢຊູຄຣິດມາເພື່ອຊ່ວຍຊີວິດເຮົາ.
-
ທ່ານສາມາດຊ່ວຍລູກໆຂອງທ່ານໃຫ້ເຫັນພຣະຜູ້ຊ່ວຍໃຫ້ລອດໃນເລື່ອງລາວຂອງໂຢເຊັບຊ່ວຍຊີວິດຄອບຄົວຂອງເພິ່ນຈາກຄວາມອຶດຢາກແນວໃດ? ໃຫ້ພິຈາລະນາທີ່ຈະສ້າງຕາຕະລາງ ທີ່ມີສອງຖັນ ໂດຍໃສ່ຊື່ວ່າ ໂຢເຊັບ ແລະ ພຣະເຢຊູຄຣິດ. ຊ່ວຍເຫລືອລູກໆຂອງທ່ານຄົ້ນຫາຂໍ້ພຣະຄຳພີທີ່ເປັນຄູ່ດັ່ງຕໍ່ໄປນີ້ ແລະ ຕື່ມໃສ່ຕາຕະລາງກ່ຽວກັບສິ່ງທີ່ໂຢເຊັບ ແລະ ພຣະເຢຊູມີຄືກັນ ໃນ: ປະຖົມມະການ 37:3 ແລະ ມັດທາຍ 3:17; ປະຖົມມະການ 37:26–28 ແລະ ມັດທາຍ 26:14–16; ປະຖົມມະການ 45:5–7 ແລະ ລູກາ 4:18; ແລະ ປະຖົມມະການ 47:12 ແລະ ໂຢຮັນ 6:35.
-
ຖາມລູກໆຂອງທ່ານວ່າການຊ່ວຍເຫລືອ ຫລື ຊ່ວຍຊີວິດຄົນໃດຄົນໜຶ່ງໝາຍເຖິງຫຍັງ. ມີໃຜໃນພວກເຂົາທີ່ມີປະສົບການຖືກຊ່ວຍເຫລືອ ຫລື ກູ້ໄພຈາກອັນຕະລາຍແດ່ບໍ, ເຊື້ອເຊີນພວກເຂົາໃຫ້ແບ່ງປັນ. ໂຢເຊັບໄດ້ເຮັດແນວໃດເພື່ອຊ່ວຍຊີວິດພວກອ້າຍຂອງລາວ? (ເບິ່ງ ປະຖົມມະການ 42:1–3; 45:5–7). ແລ້ວທ່ານກໍສາມາດເບິ່ງຮູບຂອງພຣະຜູ້ຊ່ວຍໃຫ້ລອດນຳກັນ ແລະ ບອກໃຫ້ລູກໆຂອງທ່ານເວົ້າກ່ຽວກັບວິທີທີ່ພຣະເຢຊູໄດ້ຊ່ວຍຊີວິດເຮົາ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.