ຈົ່ງ​ຕາມ​ເຮົາ​ມາ
ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ


“ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ເດີມ 2026 (2026)

“ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ,” ຈົ່ງ​ຕາມ​ເຮົາ​ມາ: 2026

ໄອ​ຄອນ​ຄວາມ​ຄິດ

ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ

ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ

ໃນ​ບາງ​ບ່ອນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ດິນ​ແດນ​ກາ​ນາ​ອານ, ຢາ​ໂຄບ​ໄດ້​ລໍ​ຖ້າ​ພົບ​ກັບ ເອ​ຊາວ ອ້າຍ​ແຝດ​ຂອງ​ເພິ່ນ​ດ້ວຍ​ຄວາມ​ກັງ​ວົນ. ເທື່ອ​ສຸດ​ທ້າຍ​ທີ່​ຢາ​ໂຄບ​ໄດ້​ເຫັນ​ເອ​ຊາວ, ປະ​ມານ 20 ປີ​ກ່ອນ, ເອ​ຊາວ​ຕ້ອງ​ການ​ທີ່​ຈະ​ຂ້າ​ເພິ່ນ. ຢາ​ໂຄບ​ນອນ​ບໍ່​ຫລັບ​ໝົດ​ຄືນ, ສະ​ແຫວງ​ຫາ​ພອນ​ຈາກ​ພຣະ​ເຈົ້າ. ດ້ວຍ​ສັດ​ທາ, ດ້ວຍ​ຄວາມ​ມາ​ນະ​ອົດ​ທົນ, ແລະ ​ດ້ວຍ​ຄວາມ​ຕັ້ງ​ໃຈ​ຂອງ​ຢາ​ໂຄບ, ພຣະ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ. ຄືນ​ນັ້ນ​ຊື່​ຂອງ​ຢາ​ໂຄບ​ໄດ້​ຖືກ​ປ່ຽນ​ເປັນ​ອິດ​ສະ​ຣາ​ເອນ, ຊຶ່ງ​ມີ​ຄວາມ​ໝາຍ​ວ່າ, ທ່າມ​ກາງ​ສິ່ງ​ອື່ນໆ “ເພິ່ນ​ໄດ້​ຕໍ່​ສູ້​ກັບ​ພຣະ​ເຈົ້າ” (ປະ​ຖົມ​ມະ​ການ 32:28, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ).

ແມ່​ນ້ຳ​ຢັບ​ໂບກ

ຢູ່​ໃກ້​ແມ່​ນ້ຳ​ຢັບ​ໂບກ, ຢາ​ໂຄບ​ໄດ້​ຮັບ​ຊື່ ອິດ​ສະ​ຣາ​ເອນ.

ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຊື່ ອິດ​ສະ​ຣາ​ເອນ ປະ​ກົດ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ແລະ ມັນ​ເປັນ​ຊື່​ທີ່​ຕໍ່​ສູ້​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ ແລະ ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ. ບໍ່​ດົນ​ຊື່​ນີ້​ໄດ້​ຖືກ​ອ້າງ​ເຖິງ​ຫລາຍ​ກວ່າ​ພຽງ​ແຕ່​ກັບ​ຊາຍ​ຄົນ​ດຽວ. ອິດ​ສະ​ຣາ​ເອນ​ມີ​ລູກ​ຊາຍ 12 ຄົນ, ແລະ ລູກ​ຫລານ​ຂອງ​ເຂົາ​ເຈົ້າ​ທັງ​ໝົດ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ “ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ,” ເປັນ “ເຜົ່າ​ອິດ​ສະ​ຣາ​ເອນ,” ເປັນ “ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ,” ຫລື “ຊາວ​ອິດ​ສະ​ຣາ​ເອນ.”

ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ, ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ຮູ້​ສຶກ​ວ່າ ມັນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ເຂົາ​ເຈົ້າ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຈາກ​ໜຶ່ງ​ໃນ​ສິບ​ສອງ​ເຜົ່າ​ຂອງ​ອິດ​ສະ​ຣາ​ເອນ. ເຊື້ອ​ສາຍ​ຂອງ​ເຂົາ​ເຈົ້າ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ເອ​ກະ​ລັກ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ. ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ປະ​ກາດ​ວ່າ ເພິ່ນ​ມາ​ຈາກ “ເຜົ່າ​ເບັນ​ຢາ​ມິນ” (ໂຣມ 11:1). ເຫດ​ຜົນ​ໜຶ່ງ​ທີ່​ລີ​ໄຮ​ໄດ້​ສົ່ງ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໄປ​ເຢ​ຣູ​ຊາ​ເລັມ ເພື່ອ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ຍ້ອນ​ວ່າ ແຜ່ນ​ຈາ​ລຶກ​ນັ້ນ​ບັນ​ຈຸ “ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ” (1 ນີ​ໄຟ 5:14). ລີ​ໄຮ​ໄດ້​ຮູ້​ວ່າ ເພິ່ນ​ເປັນ​ເຊື້ອ​ສາຍ​ຂອງ​ໂຢ​ເຊັບ, ແລະ ການ​ທີ່​ລູກ​ຫລານ​ຂອງ​ເພິ່ນ​ເຂົ້າ​ໃຈ​ເຖິງ​ຄວາມ​ຜູກ​ພັນ​ກັບ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ພິ​ສູດ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຕໍ່​ພວກ​ເຂົາ ຫລາຍ​ປີ​ຕໍ່​ມາ.

ໃນ​ສາດ​ສະ​ໜາ​ຈັກ​ທຸກ​ວັນ​ນີ້, ທ່ານ​ອາດ​ໄດ້​ຍິນ​ກ່ຽວ​ກັບ​ອິດ​ສະ​ຣາ​ເອນ ໃນ​ຄຳ​ທີ່​ວ່າ “ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.” ເຮົາ​ຮ້ອງ​ເພງ​ກ່ຽວ​ກັບ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ “Hope of Israel,” ແລະ ເພງ “Ye Elders of Israel.” ໃນ​ກໍ​ລະ​ນີ​ເຫລົ່າ​ນີ້, ເຮົາ​ບໍ່​ໄດ້​ເວົ້າ ຫລື ຮ້ອງ​ພຽງ​ກ່ຽວ​ກັບ​ອາ​ນາ​ຈັກ​ບູ​ຮານ​ຂອງ​ອິດ​ສະ​ຣາ​ເອນ ຫລື ປະ​ຊາ​ຊາດ​ໃນ​ສະ​ໄໝ​ໃໝ່​ທີ່​ເອີ້ນ​ວ່າ​ອິດ​ສະ​ຣາ​ເອນ. ແຕ່, ເຮົາ​ອ້າງ​ເຖິງ​ຜູ້​ຄົນ​ທີ່​ກຳ​ລັງ​ຖືກ​ເຕົ້າ​ໂຮມ​ຈາກ​ປະ​ຊາ​ຊາດ​ຕ່າງໆ​ໃນ​ໂລກ ເຂົ້າມາ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ອ້າງ​ເຖິງ​ຜູ້​ຄົນ​ທີ່​ຕໍ່​ສູ້​ກັບ​ພຣະ​ເຈົ້າ, ຜູ້​ສະ​ແຫວງ​ຫາ​ພອນ​ຈາກ​ພຣະ​ອົງ​ຢ່າງ​ພາກ​ພຽນ, ແລະ ຜູ້​ທີ່, ຜ່ານ​ທາງ​ການ​ບັບ​ຕິ​ສະ​ມາ, ໄດ້​ກາຍ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. ໃນ​ຄຳ​ເວົ້າ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ການ​ເປັນ​ຂອງ​ອິ​ສະ​ຣາ​ເອນ​ໝາຍ​ເຖິງ “ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ, … ປ່ອຍ​ໃຫ້​ພຣະ​ເຈົ້າ​ມີ​ອິດ​ທິ​ພົນ​ອັນ​ແຮງ​ກ້າ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ເຮົາ.”

ປິ​ຕຸ​ພອນ​ຂອງ​ທ່ານ​ປະ​ກາດ​ເຖິງ​ຄວາມ​ຜູກ​ພັນ​ຂອງ​ທ່ານ​ກັບ​ເຜົ່າ​ໜຶ່ງ​ຂອງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ. ສິ່ງ​ນັ້ນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ເປັນ​ພຽງ​ແຕ່​ສ່ວນ​ໜຶ່ງ​ຂອງ​ປະ​ຫວັດ​ຄອບ​ຄົວ​ທີ່​ໜ້າ​ສົນ​ໃຈ​ເທົ່າ​ນັ້ນ. ມັນ​ຍັງ​ກ່ຽວ​ຂ້ອງ​ກັບ​ປະ​ຈຸ​ບັນ ແລະ ອະ​ນາ​ຄົດ​ຂອງ​ທ່ານ​ນຳ​ອີກ. ການ​ເປັນ​ພາກ​ສ່ວນ​ໃນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ໝາຍ​ເຖິງ​ທ່ານ​ມີ​ຄວາມ​ສຳ​ພັນ​ທາງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ມັນ​ໝາຍ​ຄວາມ​ວ່າ​ທ່ານ, ຄື​ກັນ​ກັບ​ອັບ​ຣາ​ຮາມ, ມີ​ເຈດ​ຕະ​ນາ​ທີ່​ຈະ “ເປັນ​ພອນ” ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ (ປະ​ຖົມ​ມະ​ການ 12:2; ອັບ​ຣາ​ຮາມ 2:9–11). ໃນ​ຖ້ອຍ​ຄຳ​ຂອງ​ເປ​ໂຕ, ມັນ​ໝາຍ​ຄວາມ​ວ່າ “​ຝ່າຍ​ເຈົ້າ​ທັງ​ຫລາຍ​ເປັນ​ຊາດ​ທີ່​ພຣະ​ເຈົ້າ​ເລືອກ​ໄວ້​ແລ້ວ ເປັນ​ປະ​ໂລ​ຫິດ​ຫລວງ, ເປັນ​ປະ​ຊາ​ຊາດ​ບໍ​ລິ​ສຸດ, ເປັນ​ພົນ​ລະ​ເມືອງ​ຂອງ​ພຣະ​ເຈົ້າ; ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ປະ​ກາດ​ພຣະ​ບາ​ລະ​ມີ​ຂອງ​ພຣະ​ອົງ ຜູ້​ໄດ້​ເອີ້ນ​ພວກ​ເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມ​ມືດ ເຂົ້າ​ໄປ​ສູ່​ຄວາມ​ສະ​ຫວ່າງ​ອັນ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ອົງ” (1 ເປ​ໂຕ 2:9). ມັນ​ໝາຍ​ຄວາມ​ວ່າ ທ່ານ “ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ”—ວ່າ​ທ່ານ​ເປັນ​ຄົນ​ໜຶ່ງ​ທີ່ “ຕໍ່​ສູ້​ກັບ​ພຣະ​ເຈົ້າ” ຂະ​ນະ​ທີ່​ທ່ານ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ທີ່​ໄດ້​ເຮັດ​ໄວ້​ກັບ​ພຣະ​ອົງ.

ຕົ້ນ​ຕະ​ກຸນ​ຄອບ​ຄົວ

ຕົ້ນ​ຕະ​ກຸນ​ຂອງ​ຢາ​ໂຄບ (ອິດ​ສະ​ຣາ​ເອນ), ໂດຍ ບເຣັ້ນ ອີ​ແວນສ໌

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ປະ​ຖົມ​ມະ​ການ 32:24–32 ນຳ​ອີກ. ມັນ​ມີ​ຄວາມ​ໝາຍ​ອື່ນ​ອີກ​ສຳ​ລັບ​ຊື່ ອິດ​ສະ​ຣາ​ເອນ, ລວມ​ທັງ “ພຣະ​ເຈົ້າ​ປົກ​ຄອງ,” “ພຣະ​ເຈົ້າ​ສູ້​ຮົບ ຫລື ຕໍ່​ສູ້,” ແລະ “ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ.”

  2. ເບິ່ງ ແອວ​ມາ 26:36; 3 ນີ​ໄຟ 20:25.

  3. Hymns (1985), nos. 6, 259319.

  4. Russell M. Nelson, “Let God Prevail,” Liahona, Nov. 2020, 92.