“ວັນທີ 23 ເດືອນກຸມພາ–ວັນທີ 1 ເດືອນມີນາ. ‘ມີຫຍັງແດ່ຍາກສຳລັບພຣະຜູ້ເປັນເຈົ້າ?’: ປະຖົມມະການ 18–23,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 23 ເດືອນກຸມພາ–ວັນທີ 1 ເດືອນມີນາ. ‘ມີຫຍັງແດ່ຍາກສຳລັບພຣະຜູ້ເປັນເຈົ້າ?’,” ຈົ່ງຕາມເຮົາມາ: 2026
Sarah and Isaac [ນາງຊາຣາ ແລະ ທ້າວອີຊາກ], ໂດຍ ສະກາດ ສະໂນ
ວັນທີ 23 ເດືອນກຸມພາ–ວັນທີ 1 ເດືອນມີນາ: “ມີຫຍັງແດ່ຍາກສຳລັບພຣະຜູ້ເປັນເຈົ້າ?”
ປະຖົມມະການ 18–23
ຊີວິດຂອງອັບຣາຮາມ ແລະ ນາງຊາຣາ, ຊຶ່ງເຕັມໄປດ້ວຍທັງຄວາມເຈັບປວດໃຈ ແລະ ຄວາມອົບອຸ່ນໃຈ, ເປັນຫລັກຖານເຖິງຄວາມຈິງທີ່ອັບຣາຮາມໄດ້ຮຽນຮູ້ຢູ່ໃນພາບນິມິດ—ທີ່ວ່າເຮົາຢູ່ໃນໂລກນີ້ເພື່ອຮັບການພິສູດ, “ເພື່ອເບິ່ງວ່າ [ເຮົາ] ຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າ [ຂອງເຮົາ] ຈະບັນຊາ” ຫລືບໍ່ (ອັບຣາຮາມ 3:25). ອັບຣາຮາມ ແລະ ນາງຊາຣາຈະພິສູດຕົວເອງວ່າເປັນຄົນຊື່ສັດຫລືບໍ່? ພວກເພິ່ນຈະສືບຕໍ່ມີສັດທາໃນຄຳສັນຍາຂອງພຣະເຈົ້າຫລືບໍ່ ກ່ຽວກັບການຈະມີລູກຫລານຢ່າງຫລວງຫລາຍ, ເຖິງແມ່ນວ່າພວກເພິ່ນຍັງບໍ່ມີລູກເທື່ອ ໃນໄວແກ່ຊະລາຂອງພວກເພິ່ນ? ແລະ ເມື່ອອີຊາກໄດ້ເກີດມາ, ພວກເພິ່ນຍັງມີສັດທາຕໍ່ໄປອີກບໍ ຈົນເຖິງສິ່ງທີ່ບໍ່ຄາດຄິດ—ຖືກບັນຊາໃຫ້ເສຍສະລະລູກຊາຍຄົນດຽວ ຊຶ່ງຜ່ານທາງອີຊາກ ພຣະເຈົ້າຈະສຳເລັດພັນທະສັນຍານັ້ນ?
ອັບຣາຮາມ ແລະ ນາງຊາຣາໄດ້ໄວ້ວາງໃຈພຣະເຈົ້າ, ແລະ ພຣະອົງກໍໄວ້ວາງພຣະໄທພວກເພິ່ນ (ເບິ່ງ ປະຖົມມະການ 15:6; ໂຣມ 4:3). ໃນ ປະຖົມມະການ 18–23, ເຮົາພົບເຫັນເລື່ອງລາວຈາກຊີວິດຂອງອັບຣາຮາມ, ນາງຊາຣາ, ແລະ ບຸກຄົນອື່ນໆ ທີ່ສາມາດກະຕຸ້ນເຮົາໃຫ້ຄິດກ່ຽວກັບຄວາມເຕັມໃຈຂອງເຮົາເອງ ທີ່ຈະເຊື່ອໃນຄຳສັນຍາຂອງພຣະເຈົ້າ, ທີ່ຈະໜີຈາກຄວາມຊົ່ວຮ້າຍ ແລະ ບໍ່ເຄີຍຫລຽວຄືນຫລັງ, ແລະ ທີ່ຈະໄວ້ວາງໃຈພຣະເຈົ້າ ເຖິງແມ່ນຕ້ອງເສຍສະລະກໍຕາມ. ໃນການພິສູດເຮົາ, ພຣະເຈົ້າກໍໄດ້ປັບປຸງເຮົາເຊັ່ນກັນ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ປະຖົມມະການ 18:9–14; 21:1–7
ພຣະຜູ້ເປັນເຈົ້າສຳເລັດຄຳສັນຍາຂອງພຣະອົງ ໃນເວລາຂອງພຣະອົງເອງ.
ພຣະຜູ້ເປັນເຈົ້າໄດ້ເຮັດຄຳສັນຍາທີ່ສະຫງ່າລາສີກັບຜູ້ທີ່ຊື່ສັດ, ແຕ່ບາງເທື່ອສະຖານະການໃນຊີວິດຂອງເຮົາສາມາດເຮັດໃຫ້ເຮົາສົງໄສວ່າ ຄຳສັນຍາເຫລົ່ານີ້ຈະສຳເລັດໄດ້ແນວໃດ. ອັບຣາຮາມ ແລະ ນາງຊາຣາອາດໄດ້ຮູ້ສຶກແບບນັ້ນ. ທ່ານຮຽນຮູ້ຫຍັງແດ່ຈາກປະສົບການຂອງພວກເພິ່ນ? ມັນອາດເປັນປະໂຫຍດທີ່ຈະເລີ່ມຕົ້ນການສຶກສາຂອງທ່ານ ໂດຍການທົບທວນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ສັນຍາຢູ່ໃນ ປະຖົມມະການ 17:4, 15–22. ອັບຣາຮາມ ແລະ ນາງຊາຣາໄດ້ມີປະຕິກິລິຍາແນວໃດ? (ເບິ່ງ ການແປຂອງໂຈເຊັບ ສະມິດ, ປະຖົມມະການ 17:23 [ໃນ ປະຖົມມະການ 17:17, ໝາຍເຫດຢູ່ທາງລຸ່ມໜ້າປຶ້ມ ຂ]; ປະຖົມມະການ 18:9–12). ພຣະຜູ້ເປັນເຈົ້າໄດ້ຕອບຮັບທີ່ຈະຊ່ວຍພວກເພິ່ນໃຫ້ມີສັດທາຫລາຍກວ່າເກົ່າໃນຄຳສັນຍາຂອງພຣະອົງແນວໃດ? (ເບິ່ງ ປະຖົມມະການ 18:14).
ທ່ານພົບເຫັນຫຍັງແດ່ຢູ່ໃນຂໍ້ເຫລົ່ານີ້ທີ່ສ້າງສັດທາຂອງທ່ານ? ປະສົບການໃດແດ່ອື່ນອີກ—ໃນຊີວິດຂອງທ່ານ ຫລື ຂອງຄົນອື່ນ—ທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງທ່ານ ເຖິງສິ່ງທີ່ພຣະຜູ້ເປັນເຈົ້າຈະສຳເລັດຄຳສັນຍາຂອງພຣະອົງ ໃນເວລາ ແລະ ໃນວິທີທາງຂອງພຣະອົງເອງ? ທ່ານອາດໄຕ່ຕອງອີກວ່າທ່ານຈະສາມາດຮັກສາສັດທາຂອງທ່ານໄດ້ແນວໃດ ເມື່ອ ບໍ່ ໄດ້ຮັບພອນທີ່ສັນຍາໄວ້ໃນຊີວິດນີ້. ທ່ານພົບຄຳແນະນຳຢ່າງໃດແດ່ໃນ ເຮັບເຣີ 11:8–13 ແລະ ໃນຂ່າວສານຂອງປະທານຣະໂຊ ເອັມ ແນວສັນ “Christ Is Risen; Faith in Him Will Move Mountains”? (Liahona, May 2021, 101–4).
ເບິ່ງ ຄຳສອນ ແລະ ພັນທະສັນຍາ 88:68 ນຳອີກ.
ປະຖົມມະການ 19:12–29
ພຣະຜູ້ເປັນເຈົ້າບັນຊາຂ້າພະເຈົ້າໃຫ້ໜີຈາກຄວາມຊົ່ວຮ້າຍ ແລະ ບໍ່ໃຫ້ຫລຽວຄືນຫລັງ.
ບົດຮຽນໃດແດ່ທີ່ທ່ານຮຽນຮູ້ກ່ຽວກັບການໜີຈາກຄວາມຊົ່ວຮ້າຍ ຂະນະທີ່ທ່ານອ່ານກ່ຽວກັບໂລດ ແລະ ຄອບຄົວຂອງລາວ? ຍົກຕົວຢ່າງ, ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບສິ່ງທີ່ທູດສະຫວັນໄດ້ກ່າວ ແລະ ໄດ້ເຮັດ ເພື່ອຊ່ວຍໂລດກັບຄອບຄົວຂອງລາວໃຫ້ລອດຈາກຄວາມພິນາດ? (ເບິ່ງ ປະຖົມມະການ 19:12–17). ພຣະຜູ້ເປັນເຈົ້າຊ່ວຍເຫລືອທ່ານ ແລະ ຄອບຄົວຂອງທ່ານໃຫ້ໜີຈາກ ຫລື ໃຫ້ພົບເຫັນການປົກປ້ອງຈາກອິດທິພົນຂອງຄວາມຊົ່ວຮ້າຍຢູ່ໃນໂລກແນວໃດ? ຄິດກ່ຽວກັບສະຖານະການຕອນທີ່ທ່ານອາດຖືກລໍ້ລວງໃຫ້ “[ຫລຽວ] ຄືນຫລັງ” (ຂໍ້ທີ 26) ເມື່ອທ່ານຄວນຈະຫລຽວເບິ່ງຂ້າງໜ້າດ້ວຍສັດທາໃນພຣະຜູ້ຊ່ວຍໃຫ້ລອດ. ຂໍ້ພຣະຄຳພີ ລູກາ 9:62 ຊ່ວຍໃຫ້ທ່ານເຂົ້າໃຈແນວຄິດນີ້ຫລາຍຂຶ້ນແນວໃດ?
ເບິ່ງ ການແປຂອງໂຈເຊັບ ສະມິດ, ປະຖົມມະການ 19:9–15 (ໃນ ພາກຫ້ອຍທ້າຍຂອງພຣະຄຣິສຕະທຳຄຳພີ) ນຳອີກ.
ປະຖົມມະການ 19:26
ເມຍຂອງໂລດໄດ້ເຮັດຫຍັງຜິດ?
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສິດສອນວ່າ:
“ຕາມຄວາມຈິງແລ້ວ, ສິ່ງທີ່ເມຍຂອງໂລດໄດ້ເຮັດຜິດແມ່ນ ນາງບໍ່ພຽງແຕ່ ຫລຽວຄືນ ຫລັງເທົ່ານັ້ນ; ແຕ່ໃຈຂອງນາງຍັງຢາກ ກັບ ຄືນໄປນຳອີກ. ເບິ່ງຄືວ່າ ແມ່ນແຕ່ກ່ອນນາງອອກຈາກນອກເຂດເມືອງ, ນາງກໍເລີ່ມຕົ້ນຄິດຮອດສິ່ງທີ່ນາງເຄີຍມີຢູ່ໃນເມືອງໂຊໂດມ ແລະ ເມືອງໂກໂມຣາແລ້ວ. …
“ເປັນໄປໄດ້ທີ່ເມຍຂອງໂລດໄດ້ຫລຽວຄືນຫລັງດ້ວຍຄວາມຂຸ່ນເຄືອງຕໍ່ພຣະຜູ້ເປັນເຈົ້າກັບສິ່ງທີ່ພຣະອົງໄດ້ຂໍໃຫ້ນາງປະຖິ້ມໄວ້ຂ້າງຫລັງ. … ສະນັ້ນມັນຈຶ່ງບໍ່ແມ່ນພຽງແຕ່ນາງໄດ້ຫລຽວຄືນຫລັງເທົ່ານັ້ນ, ແຕ່ນາງໄດ້ຫລຽວຄືນຫລັງ ດ້ວຍຄວາມປາດຖະໜາ. ສະຫລຸບແລ້ວ, ຄວາມຜູກພັນກັບອະດີດມີຫລາຍກວ່າຄວາມໝັ້ນໃຈໃນອະນາຄົດຂອງນາງ. ເຫັນໄດ້ຢ່າງຊັດເຈນວ່າ, ນັ້ນເປັນສ່ວນໜຶ່ງຂອງບາບຂອງນາງ.
“… ຂ້າພະເຈົ້າຂໍຮ້ອງກັບທ່ານວ່າຢ່າໝົກໝຸ້ນຢູ່ກັບວັນທີ່ຜ່ານມາ ແລະ ຢ່າໂຫຍຫາມື້ວານນີ້ຢ່າງໄຮ້ປະໂຫຍດ, ບໍ່ວ່າມື້ວານນີ້ເຫລົ່ານັ້ນຈະດີພຽງໃດກໍຕາມ. ອະດີດມີໄວ້ໃຫ້ຮຽນຮູ້ ແຕ່ບໍ່ຄວນໃຊ້ຊີວິດຢູ່ກັບມັນ. ເຮົາຫລຽວຄືນຫລັງເພື່ອທວງເອົາຖ່ານໄຟຈາກປະສົບການທີ່ສົດໃສ ແຕ່ບໍ່ແມ່ນຂີ້ເຖົ່າ. ແລະ ເມື່ອເຮົາໄດ້ຮຽນຮູ້ສິ່ງທີ່ເຮົາຕ້ອງຮຽນແລ້ວ ແລະ ໄດ້ນຳເອົາສິ່ງທີ່ດີທີ່ສຸດທີ່ເຮົາໄດ້ປະສົບມາກັບເຮົາ, ແລ້ວເຮົາກໍເບິ່ງໄປຂ້າງໜ້າ ແລະ ຈື່ຈຳວ່າ ສັດທາຈະຊີ້ໄປສູ່ອະນາຄົດສະເໝີ. …
“… ການໝົກໝຸ້ນຢູ່ກັບຊີວິດໃນອະດີດ, ລວມທັງຄວາມຜິດພາດໃນອະດີດ, ເປັນສິ່ງທີ່ບໍ່ຖືກຕ້ອງ! ນີ້ບໍ່ແມ່ນພຣະກິດຕິຄຸນຂອງພຣະເຢຊູຄຣິດ. …
“ຕໍ່ທຸກ [ຄົນ] ໃນທຸກລຸ້ນ, ຂ້າພະເຈົ້າເນັ້ນ, ‘ຈົ່ງລະນຶກເຖິງເມຍຂອງໂລດ’ [ລູກາ 17:32]. ສັດທາແມ່ນເພື່ອອະນາຄົດ. ສັດທາແມ່ນສ້າງຂຶ້ນເທິງອະດີດແຕ່ບໍ່ເຄີຍຢູ່ບ່ອນເກົ່າ. ສັດທາແມ່ນການໄວ້ວາງໃຈວ່າພຣະເຈົ້າມີສິ່ງທີ່ຍິ່ງໃຫຍ່ກວ່າໄວ້ໃຫ້ເຮົາແຕ່ລະຄົນ ແລະ ວ່າພຣະຄຣິດເປັນ ‘ພຣະມະຫາປະໂລຫິດສຳລັບສິ່ງປະເສີດ ຊຶ່ງມາເຖິງແລ້ວ’ ແທ້ໆ (ເຮັບເຣີ 9:11)” (“The Best Is Yet to Be,” Ensign, Jan. 2010, 24, 26–27).
Abraham and Isaac [ອັບຣາຮາມ ແລະ ອີຊາກ], ໂດຍ ແຮໂຣນ ຄອບປິ້ງ
ປະຖົມມະການ 22:1–19
ຄວາມເຕັມໃຈຂອງອັບຣາຮາມທີ່ຈະເສຍສະລະອີຊາກ ເປັນລັກສະນະດຽວກັນກັບພຣະເຈົ້າ ແລະ ພຣະບຸດຂອງພຣະອົງ.
ເຖິງແມ່ນວ່າເຮົາບໍ່ຮູ້ເຖິງເຫດຜົນທັງໝົດທີ່ພຣະເຈົ້າໄດ້ບັນຊາອັບຣາຮາມໃຫ້ເສຍສະລະອີຊາກເປັນເຄື່ອງຖວາຍ, ແຕ່ເຮົາຮູ້ວ່າ ມັນເປັນການທົດສອບສັດທາຂອງເພິ່ນໃນພຣະເຈົ້າ. ເຮົາກໍຮູ້ອີກວ່າມັນເປັນ “ລັກສະນະດຽວກັນກັບພຣະເຈົ້າຖວາຍພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ” (ຢາໂຄບ 4:5). ຂະນະທີ່ທ່ານອ່ານ ປະຖົມມະການ 22:1–19, ທ່ານສາມາດຊອກຫາສັນຍາລັກ ຫລື ຄວາມຄ້າຍຄືກັນລະຫວ່າງການຖວາຍອີຊາກຂອງອັບຣາຮາມ ແລະ ການຖວາຍພຣະເຢຊູຄຣິດ, ພຣະບຸດຂອງພຣະບິດາ. ໃຫ້ພິຈາລະນາຂຽນສິ່ງທີ່ທ່ານພົບໃນຕາຕະລາງເຊັ່ນນີ້:
|
ອັບຣາຮາມ ແລະ ອີຊາກ |
ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ |
|---|---|
ອັບຣາຮາມ ແລະ ອີຊາກ ອີຊາກເປັນລູກຊາຍຄົນດຽວຂອງອັບຣາຮາມກັບນາງຊາຣາ (ປະຖົມມະການ 22:2; ເບິ່ງ ເຮັບເຣີ 11:17) ນຳອີກ | ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ພຣະເຢຊູເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະບິດາ (ໂຢຮັນ 3:16) |
ອັບຣາຮາມ ແລະ ອີຊາກ ອີຊາກຈະຕ້ອງຖືກຖວາຍແທນລູກແກະ (ປະຖົມມະການ 22:7–9) | ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ພຣະເຢຊູຄຣິດເປັນລູກແກະຂອງພຣະເຈົ້າ (ໂຢຮັນ 1:29) |
ສັນຍາລັກ ຫລື ຄວາມຄ້າຍຄືກັນຢ່າງໃດແດ່ທີ່ທ່ານຄິດວ່າມີຄວາມໝາຍຫລາຍທີ່ສຸດກັບການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ? ໃຫ້ພິຈາລະນາຮ້ອງເພງ ຫລື ອ່ານເນື້ອເພງສວດທີ່ສະແດງເຖິງຄວາມຮັກຂອງພຣະບິດາເທິງສະຫວັນທີ່ມີຕໍ່ເຮົາ, ເຊັ່ນ “ໂອ້ພຣະບິດາຜູ້ນິລັນ,” ເພງສວດ ແລະ ເພງຂອງເດັກນ້ອຍ, 18. ທ່ານອາດຈະບັນທຶກຄວາມຮູ້ສຶກຂອງທ່ານນຳອີກກ່ຽວກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ແລະ ການເສຍສະລະຂອງພວກພຣະອົງເພື່ອທ່ານ.
ຖ້າທ່ານຢາກສຶກສາຕື່ມອີກກ່ຽວກັບການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ໃຫ້ພິຈາລະນາທີ່ຈະອ່ານຂ່າວສານຂອງປະທານແຈັບຟະຣີ ອາ ຮໍແລນ “Behold the Lamb of God” (Liahona, May 2019, 44–46). ເປັນຫຍັງລູກແກະຈຶ່ງເປັນສັນຍາລັກທີ່ມີພະລັງຂອງພຣະບຸດຂອງພຣະເຈົ້າ? ປະທານຮໍແລນໄດ້ສິດສອນຫຍັງທີ່ເພີ່ມຄວາມຄາລະວະຂອງທ່ານຕໍ່ຂອງປະທານຂອງພຣະບິດາເທິງສະຫວັນ?
ເບິ່ງ “Akedah (The Binding)” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
Akedah (The Binding)
ໃຊ້ຮູບພາບເພື່ອສິດສອນ. ເພື່ອເພີ່ມຄວາມຫລາກຫລາຍໃນການສິດສອນ ແລະ ການຮຽນຮູ້, ທ່ານອາດຈະໃຊ້ຮູບໜຶ່ງແຜ່ນ ຫລື ຫລາຍກວ່ານັ້ນໃນໂຄງຮ່າງນີ້ ຂະນະທີ່ທ່ານສຶກສາເລື່ອງຕ່າງໆໃນ ປະຖົມມະການ 18–23. ຍົກຕົວຢ່າງ, ທ່ານ ແລະ ຄອບຄົວຂອງທ່ານ ຫລື ຫ້ອງຮຽນສາມາດສັງເກດລາຍລະອຽດໃນຮູບຂອງອັບຣາຮາມ ແລະ ອີຊາກ. ເວົ້າກ່ຽວກັບວ່າເປັນຫຍັງລາຍລະອຽດເຫລົ່ານີ້ຈຶ່ງສຳຄັນຕໍ່ເລື່ອງ, ແລະ ຊອກຫາລາຍລະອຽດເຫລົ່ານີ້ໃນພຣະຄຳພີ. ລາຍລະອຽດເຫລົ່ານີ້ເນັ້ນເຖິງສັນຍາລັກຂອງເລື່ອງການເສຍສະລະຂອງພຣະບຸດຂອງພຣະເຈົ້າແນວໃດ?
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ປະຖົມມະການ 17:15–21; 18:14; 21:1–7
ເຮົາສາມາດໄວ້ວາງໃຈພຣະເຈົ້າ ເພື່ອຮັກສາຄຳສັນຍາຂອງພຣະອົງ.
-
ເພື່ອຮຽນຮູ້ກ່ຽວກັບຄວາມໄວ້ວາງໃຈຂອງອັບຣາຮາມ ແລະ ນາງຊາຣາ ໃນຄຳສັນຍາຂອງພຣະເຈົ້າ, ທ່ານ ແລະ ລູກໆຂອງທ່ານສາມາດເວົ້າກ່ຽວກັບເວລາຕອນທີ່ພວກເຂົາຕ້ອງລໍຖ້າສິ່ງທີ່ພວກເຂົາຕ້ອງການແທ້ໆ. ແລ້ວພວກທ່ານສາມາດເບິ່ງຮູບຂອງນາງຊາຣາ ແລະ ອີຊາກໃນຕອນຕົ້ນຂອງໂຄງຮ່າງນີ້ ແລະ ເວົ້າເຖິງຄຳສັນຍາທີ່ພຣະເຈົ້າໄດ້ເຮັດກັບນາງ ແລະ ອັບຣາຮາມ (ເບິ່ງ “ອັບຣາຮາມ ແລະ ນາງຊາຣາ,” ໃນ ເລື່ອງພຣະຄຳພີເດີມ, 28–31 ນຳອີກ). ຊ່ວຍໃຫ້ລູກໆຂອງທ່ານຄິດເຖິງສິ່ງທີ່ພຣະເຈົ້າໄດ້ສັນຍາກັບເຮົາ ຖ້າຫາກເຮົາຊື່ສັດ. ຊຸກຍູ້ພວກເຂົາໃຫ້ອົດທົນ ແລະ ໄວ້ວາງໃຈພຣະເຈົ້າວ່າຈະຮັກສາຄຳສັນຍາຂອງພຣະອົງ.
2:20Abraham and Sarah
-
ເພື່ອຊ່ວຍໃຫ້ລູກໆຂອງທ່ານຮຽນຮູ້ຄວາມຈິງທີ່ສຳຄັນໃນ ປະຖົມມະການ 18:14, ທ່ານສາມາດຂຽນແຕ່ລະຄຳຈາກປະໂຫຍກທຳອິດຂອງຂໍ້ນັ້ນ ໃສ່ເຈ້ຍຫລາຍແຜ່ນ. ແລ້ວໃຫ້ເອົາເຈ້ຍເຫລົ່ານັ້ນມາປະສົມກັນ, ແລະ ເຊື້ອເຊີນໃຫ້ລູກໆຂອງທ່ານລຽນຄຳສັບໃຫ້ຖືກຕ້ອງຕາມລຳດັບ. ແລ້ວທ່ານ ແລະ ລູກໆຂອງທ່ານສາມາດອ່ານ ປະຖົມມະການ 17:15–21; 21:1–7 ເພື່ອຊອກຫາຕົວຢ່າງຂອງບາງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເຮັດທີ່ເບິ່ງຄືວ່າເປັນໄປບໍ່ໄດ້. ແບ່ງປັນສັດທາຂອງທ່ານກັບລູກໆຂອງທ່ານວ່າ ພຣະຜູ້ເປັນເຈົ້າຈະສຳເລັດຄຳສັນຍາຂອງພຣະອົງ, ເຖິງແມ່ນວ່າມັນເບິ່ງຄືວ່າເປັນໄປບໍ່ໄດ້ ຫລື ຈະໃຊ້ເວລາດົນນານກໍຕາມ.
ປະຖົມມະການ 19:15–26
ເຮົາສາມາດໜີຈາກຄວາມຊົ່ວຮ້າຍ.
-
ຖາມລູກໆຂອງທ່ານກ່ຽວກັບສະຖານະການທີ່ຄົນໃດຄົນໜຶ່ງອາດເຊື້ອເຊີນໃຫ້ພວກເຂົາເຮັດບາງສິ່ງທີ່ພວກເຂົາຮູ້ວ່າບໍ່ຖືກຕ້ອງ. ເຮົາຈະ “ໜີ” ຈາກສະຖານະການເຫລົ່ານີ້ໄດ້ແນວໃດ? ສະຫລຸບ ປະຖົມມະການ 19:15–26 ໂດຍການອະທິບາຍວ່າ ຄອບຄົວຂອງໂລດໄດ້ອາໄສຢູ່ເມືອງທີ່ຊົ່ວຮ້າຍ ແລະ ທູດສະຫວັນໄດ້ເຕືອນເຂົາເຈົ້າໃຫ້ໜີ. ຂະນະທີ່ທ່ານ ແລະ ລູກໆຂອງທ່ານອ່ານ ຂໍ້ທີ 15–17, 26, ນຳກັນ, ໃຫ້ຖາມພວກເຂົາວ່າການ “ໜີ” ຄວາມຊົ່ວຮ້າຍ ແລະ “ຢ່າຫລຽວຄືນຫລັງ” ອາດໝາຍຄວາມວ່າແນວໃດສຳລັບເຮົາໃນທຸກວັນນີ້ (ຂໍ້ທີ 17).
Sodom [ໂຊໂດມ], ໂດຍ ຈູຫລຽດສ໌ ຊະນໍ ວອນ ແຄໂຣຊະແຟວ
ປະຖົມມະການ 22:1–14
ອັບຣາຮາມໄດ້ເຊື່ອຟັງພຣະຜູ້ເປັນເຈົ້າ.
-
ການໃຊ້ຮູບຂອງອັບຣາຮາມ ແລະ ອີຊາກ ແລະ ການຄຶງ (ເບິ່ງ ປຶ້ມຮູບພຣະກິດຕິຄຸນ, ເລກທີ 9, 57) ສາມາດຊ່ວຍລູກໆຂອງທ່ານປຽບທຽບເລື່ອງໃນ ປະຖົມມະການ 22 ໄດ້ດ້ວຍການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ (ເບິ່ງ ມັດທາຍ 27:26–37). ເຮົາສາມາດຮຽນຮູ້ຫຍັງແດ່ກ່ຽວກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ຈາກເລື່ອງລາວຂອງອັບຣາຮາມ ແລະ ອີຊາກ ແລະ ການຄຶງ? (ເບິ່ງ “ອັບຣາຮາມ ແລະ ອີຊາກ,” ໃນ ເລື່ອງພຣະຄຳພີເດີມ, 34–37 ນຳອີກ.)
2:0Abraham and Isaac
-
ທ່ານສາມາດຄິດເຖິງເກມງ່າຍໆທີ່ຈະຫລິ້ນກັບລູກໆຂອງທ່ານ ທີ່ຮຽກຮ້ອງໃຫ້ພວກເຂົາເຮັດຕາມຄຳແນະນຳໄດ້ບໍ? ບາງທີຄຳແນະນຳສາມາດນຳໄປສູ່ຮູບພາບຂອງພຣະຜູ້ຊ່ວຍໃຫ້ລອດທີ່ເຊື່ອງໄວ້. ເກມສາມາດກະຕຸ້ນການສົນທະນາກ່ຽວກັບສິ່ງທີ່ພຣະບິດາເທິງສະຫວັນໄດ້ບັນຊາເຮົາໃຫ້ເຮັດ ເພື່ອວ່າເຮົາຈະສາມາດຢູ່ກັບພຣະອົງ ແລະ ພຣະເຢຊູຄຣິດໄດ້ອີກ. ໃຫ້ພິຈາລະນາຮ້ອງເພງເຊັ່ນ “ເຮົາຈະໄປທີ່ພຣະອົງບັນຊາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 50). ກິດຈະກຳຂອງອາທິດນີ້ສາມາດຊ່ວຍໄດ້ເຊັ່ນກັນ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.