“ວັນທີ 16–22 ເດືອນກຸມພາ. ‘ເປັນຜູ້ຕິດຕາມຄວາມຊອບທຳຫລາຍຂຶ້ນ’: ປະຖົມມະການ 12–17; ອັບຣາຮາມ 1–2,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ວັນທີ 16–22 ເດືອນກຸມພາ. ‘ເປັນຜູ້ຕິດຕາມຄວາມຊອບທຳຫລາຍຂຶ້ນ’,” ຈົ່ງຕາມເຮົາມາ: 2026
Melchizedek Blesses Abram [ເມນຄີເສເດັກໃຫ້ພອນແກ່ອັບຣາມ], ໂດຍ ວາວເຕີ ເຣນ (ລາຍລະອຽດ)
ວັນທີ 16–22 ເດືອນກຸມພາ: “ເປັນຜູ້ຕິດຕາມຄວາມຊອບທຳຫລາຍຂຶ້ນ”
ປະຖົມມະການ 12–17; ອັບຣາຮາມ 1–2
ເປັນເພາະພັນທະສັນຍາທີ່ພຣະເຈົ້າໄດ້ເຮັດໄວ້ກັບເພິ່ນ, ອັບຣາຮາມຈຶ່ງໄດ້ຖືກເອີ້ນວ່າ “ບິດາຂອງຄົນຊື່ສັດ” (ຄຳສອນ ແລະ ພັນທະສັນຍາ 138:41) ແລະ “ສະຫາຍຂອງພຣະເຈົ້າ” (ຢາໂກໂບ 2:23). ຫລາຍລ້ານຄົນໃນທຸກວັນນີ້ເຄົາລົບເພິ່ນ ວ່າເປັນບັນພະບຸລຸດໂດຍກົງຂອງເຂົາເຈົ້າ, ແລະ ຫລາຍຄົນກໍໄດ້ຖືກຮັບເຂົ້າໃນຄອບຄົວຂອງເພິ່ນ ເປັນລູກບຸນທຳ ຜ່ານທາງການປ່ຽນໃຈເຫລື້ອມໃສພຣະກິດຕິຄຸນຂອງພຣະເຢຊູຄຣິດ. ແຕ່ອັບຣາຮາມເອງກໍມາຈາກຄອບຄົວທີ່ເຕັມໄປດ້ວຍບັນຫາ—ບິດາຂອງເພິ່ນ, ຜູ້ໄດ້ປະຖິ້ມການນະມັດສະການພຣະເຈົ້າທີ່ແທ້ຈິງ, ໄດ້ພະຍາຍາມຖວາຍອັບຣາຮາມໃຫ້ພຣະເຈົ້າປອມ. ເຖິງແມ່ນຈະເປັນແນວນັ້ນ, ແຕ່ຄວາມປາດຖະໜາຂອງອັບຣາຮາມແມ່ນທີ່ຈະ “ເປັນຜູ້ຕິດຕາມຄວາມຊອບທຳຫລາຍຂຶ້ນ” (ອັບຣາຮາມ 1:2), ແລະ ເລື່ອງລາວກ່ຽວກັບຊີວິດຂອງເພິ່ນສະແດງໃຫ້ເຫັນວ່າ ພຣະເຈົ້າໄດ້ກະທຳຕາມຄວາມປາດຖະໜາຂອງເພິ່ນ. ຊີວິດຂອງອັບຣາຮາມເປັນແບບຢ່າງຂອງປະຈັກພະຍານທີ່ວ່າ ບໍ່ວ່າປະຫວັດຂອງບຸກຄົນເຄີຍເປັນແນວໃດກໍຕາມ, ແຕ່ອະນາຄົດສາມາດເຕັມໄປດ້ວຍຄວາມຫວັງໄດ້.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ພຣະເຈົ້າຈະປະທານພອນໃຫ້ເຮົາສຳລັບສັດທາ ແລະ ຄວາມປາດຖະໜາທີ່ຊອບທຳຂອງເຮົາ.
“ເຮົາທຸກຄົນໄດ້ຮັບອິດທິພົນຈາກຄອບຄົວຂອງເຮົາ [ແລະ] ວັດທະນະທຳຂອງເຮົາ,” ແອວເດີ ນຽວ ແອວ ແອນເດີເຊັນ ໄດ້ສິດສອນ, “ແຕ່ຂ້າພະເຈົ້າເຊື່ອວ່າ ຍັງມີພື້ນທີ່ໃນຕົວເຮົາທີ່ເຮົາຄວບຄຸມ ແລະ ສ້າງສາເປັນເອກະລັກ ແລະ ເປັນສ່ວນບຸກຄົນ. … ໃນທີ່ສຸດ, ຄວາມປາດຖະໜາພາຍໃນຕົວເຮົາກໍມີຊີວິດຊີວາ ແລະ ມັນກໍເຫັນໄດ້ໃນການເລືອກ ແລະ ການກະທຳຂອງເຮົາ” (“Educate Your Desires, Elder Andersen Counsels,” ChurchofJesusChrist.org). ໃຫ້ພິຈາລະນາວ່າ ອັບຣາຮາມ 1:1–19 ສະແດງໃຫ້ເຫັນສິ່ງທີ່ ແອວເດີ ແອນເດີເຊັນ ໄດ້ສິດສອນແນວໃດ. ຄຳຖາມເຊັ່ນດັ່ງຕໍ່ໄປນີ້ອາດຊ່ວຍໄດ້:
-
ອັບຣາຮາມໄດ້ປາດຖະໜາສິ່ງໃດ? ຄວາມປາດຖະໜາຂອງເພິ່ນເຫັນໄດ້ຢ່າງຊັດເຈັນໃນການກະທຳຂອງເພິ່ນແນວໃດ? ພຣະເຈົ້າໄດ້ສະໜັບສະໜູນຄວາມປາດຖະໜາຂອງເພິ່ນແນວໃດ?
-
ທ່ານປາດຖະໜາສິ່ງໃດ? ມັນເຫັນໄດ້ຢ່າງຊັດເຈນໃນການກະທຳຂອງທ່ານແນວໃດ? ພຣະເຈົ້າສະໜັບສະໜູນທ່ານແນວໃດ?
-
ຂໍ້ເຫລົ່ານີ້ມີຂ່າວສານໃດແດ່ສຳລັບຜູ້ທີ່ມີສະມາຊິກໃນຄອບຄົວທີ່ບໍ່ມີຄວາມປາດຖະໜາຢາກມີຄວາມຊອບທຳ?
ຄວາມປາດຖະໜາທີ່ຍິ່ງໃຫຍ່ຢ່າງໜຶ່ງຂອງອັບຣາຮາມ ແລະ ນາງຊາຣາ—ທີ່ຢາກມີລູກ—ບໍ່ໄດ້ເກີດເປັນຈິງເປັນເວລາຫລາຍປີ (ເບິ່ງ ປະຖົມມະການ 15:1–6). ທ່ານຮຽນຮູ້ຫຍັງແດ່ຈາກ ເຮັບເຣີ 11:8–13 ກ່ຽວກັບວ່າ ອັບຣາຮາມ ແລະ ນາງຊາຣາໄດ້ຮັບມືກັບການທົດລອງນີ້ແນວໃດ? ພຣະຜູ້ຊ່ວຍໃຫ້ລອດຊ່ວຍໃຫ້ທ່ານ “ຕ້ອນຮັບ” ຄຳສັນຍາຂອງພຣະອົງ, ແມ່ນແຕ່ຖ້າຫາກມັນຢູ່ “ແຕ່ໄກ” ແນວໃດ?
ເບິ່ງ “Deliverance of Abraham” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
Deliverance of Abraham
ປະຖົມມະການ 12:1–3; 13:15–16; 15:1–6; 17:1–8, 15–22; ອັບຣາຮາມ 2:6–11
ພຣະເຈົ້າຢາກໃຫ້ເຮົາເຮັດ ແລະ ຮັກສາພັນທະສັນຍາກັບພຣະອົງ.
ເປັນຫຍັງມັນຈຶ່ງສຳຄັນສຳລັບທ່ານທີ່ຈະຮູ້ກ່ຽວກັບພັນທະສັນຍາທີ່ພຣະເຈົ້າໄດ້ເຮັດໄວ້ກັບອັບຣາຮາມ? ເປັນເພາະພຣະເຈົ້າຢາກເຮັດພັນທະສັນຍາທີ່ຄ້າຍຄືກັນນີ້ກັບທ່ານ. ພຣະອົງໄດ້ສັນຍາວ່າ ພັນທະສັນຍານີ້ຈະສືບຕໍ່ໃນເຊື້ອສາຍ, ຫລື “ລູກຫລານ,” ຂອງອັບຣາຮາມ ແລະ ວ່າ “ຫລາຍຕໍ່ຫລາຍຄົນທີ່ຮັບເອົາພຣະກິດຕິຄຸນຈະຖືກ … ນັບໄວ້ເປັນລູກຫລານຂອງເຈົ້າ” (ເບິ່ງ ອັບຣາຮາມ 2:10–11). ໃນອີກຄຳໜຶ່ງ, ພັນທະສັນຍານັ້ນສືບຕໍ່ໃນຕົວທ່ານ—ເມື່ອທ່ານໄດ້ຮັບບັບຕິສະມາ ແລະ ທີ່ສົມບູນຄົບຖ້ວນ ແມ່ນເມື່ອທ່ານເຮັດພັນທະສັນຍາໃນພຣະວິຫານ (ເບິ່ງ ຄາລາເຕຍ 3:26–29; ຄຳສອນ ແລະ ພັນທະສັນຍາ 132:30–32).
ສຳລັບເຫດຜົນນັ້ນ, ທ່ານອາດຢາກສຶກສາ ອັບຣາຮາມ 2:6–11 ແລະ ຂຽນລາຍຊື່ຂອງສິ່ງໃດສິ່ງໜຶ່ງ, ໂດຍແທ້ແລ້ວ, ທີ່ພຣະເຈົ້າໄດ້ສັນຍາກັບອັບຣາຮາມ ແລະ ນາງຊາຣາ (ເບິ່ງ ປະຖົມມະການ 12:1–3; 13:15–16; 15:1–6; 17:1–8, 15–22 ນຳອີກ). ພອນເຫລົ່ານີ້ກ່ຽວຂ້ອງກັບທ່ານແນວໃດ?
ຄຳສັນຍາບາງຢ່າງເຫລົ່ານີ້ ມີຄວາມຄ້າຍຄືກັນຊົ່ວນິລັນດອນ. ຄຳສັນຍາເຊັ່ນແຜ່ນດິນແຫ່ງມໍລະດົກ ຫລື ເຊື້ອສາຍໃຫຍ່ໄດ້ເຕີມເຕັມຊົ່ວນິລັນດອນແນວໃດ? (ເບິ່ງ ຄຳສອນ ແລະ ພັນທະສັນຍາ 131:1–4; 132:20–24, 28–32).
ນອກຈາກພອນທີ່ສັນຍາໄວ້, ພຣະເຈົ້າໄດ້ບອກອັບຣາຮາມໃຫ້ “ເປັນ ພອນ” (ປະຖົມມະການ 12:2; ເນັ້ນຄຳເນີ້ງ). ທ່ານຄິດວ່າ ນັ້ນໝາຍຄວາມວ່າແນວໃດ? ທ່ານ ຈະເປັນພອນແນວໃດ? (ເບິ່ງ ອັບຣາຮາມ 2:11).
ເພື່ອສິດສອນກ່ຽວກັບພັນທະສັນຍາ, ແອວເດີ ແດວ ຈີ ເຣັນລັນ ໄດ້ກ່າວເຖິງ ຄື້ນທະເລໃນແມ່ນ້ຳອາມາຊອນ, ແລະ ປະທານເອັມມະລີ ແບວ ຟຣີແມນ ໄດ້ກ່າວເຖິງການຍ່າງໃນເສັ້ນທາງທີ່ມີຫີນດ້ວຍຂໍ້ຕີນຫັກ (ເບິ່ງ “Accessing God’s Power through Covenants,” Liahona, May 2023, 35–37; “Walking in Covenant Relationship with Christ,” Liahona, Nov. 2023, 76–79). ໃຫ້ຊອກຫາປະໂຫຍກຢູ່ໃນໜຶ່ງ ຫລື ທັງສອງຂ່າວສານເຫລົ່ານີ້ ອັນທີ່ຈະຊ່ວຍຕອບຄຳຖາມທີ່ວ່າ “ເປັນຫຍັງພຣະເຈົ້າຈຶ່ງຢາກໃຫ້ເຮົາເຮັດພັນທະສັນຍາກັບພຣະອົງ?”
ເຊື້ອເຊີນຜູ້ຄົນໃຫ້ສິດສອນກັນແລະກັນ. ຖ້າຫາກທ່ານສິດສອນຄອບຄົວຂອງທ່ານ ຫລື ຫ້ອງຮຽນທີ່ໂບດກ່ຽວກັບພັນທະສັນຍາ, ໃຫ້ພິຈາລະນາທີ່ຈະເອົາຂ່າວສານສ່ວນໜຶ່ງຂອງແອວເດີ ເຣັນລັນ ຫລື ປະທານຟຣີແມນໃຫ້ແຕ່ລະຄົນເພື່ອສຶກສາ. ແລ້ວເຂົາເຈົ້າສາມາດແບ່ງປັນກັບຄອບຄົວ ຫລື ກັບຫ້ອງຮຽນ ສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້. ນີ້ຈະອະນຸຍາດໃຫ້ຜູ້ຄົນເປັນພະຍານ ແລະ ຮຽນຮູ້ຈາກກັນແລະກັນ, ແລະ ນັ້ນຈະເຊື້ອເຊີນພຣະວິນຍານ. (ເບິ່ງ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, 26.)
ເບິ່ງ Topics and Questions, “Abrahamic Covenant,” ຫ້ອງສະໝຸດພຣະກິດຕິຄຸນ; “ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ພັນທະສັນຍາ,” ຢູ່ໃນແຫລ່ງນີ້.
The Abrahamic Covenant [ພັນທະສັນຍາຂອງອັບຣາຮາມ], ໂດຍ ດິວລີນ ມາສ໌ (ລາຍລະອຽດ)
ປະຖົມມະການ 14:18–19; ການແປຂອງໂຈເຊັບ ສະມິດ, ປະຖົມມະການ 14:25–40
“ເມນຄີເສເດັກເປັນຜູ້ຊາຍແຫ່ງສັດທາ.”
ໃຫ້ຈິນຕະນາການວ່າທ່ານກຳລັງແນະນຳເມນຄີເສເດັກກັບຄົນໃດຄົນໜຶ່ງທີ່ບໍ່ຮູ້ຈັກເພິ່ນ. ທ່ານຈະກ່າວຫຍັງແດ່? ໃຫ້ຊອກຫາແນວຄິດຢູ່ໃນ ການແປຂອງໂຈເຊັບ ສະມິດ, ປະຖົມມະການ 14:26–27, 33–38 (ຢູ່ໃນພາກຫ້ອຍທ້າຍຂອງພຣະຄຣິສຕະທຳຄຳພີ); ແອວມາ 13:13–19; ຄຳສອນ ແລະ ພັນທະສັນຍາ 107:1–4. ທ່ານພົບເຫັນຄຸນສົມບັດໃດແດ່ທີ່ເໝືອນພຣະຄຣິດໃນຂໍ້ບັນຍາຍເຖິງເມນຄີເສເດັກ? ການສຶກສາຂອງທ່ານເຖິງຊີວິດຂອງເມນຄີເສເດັກມີຜົນກະທົບຕໍ່ມຸມມອງຂອງທ່ານກ່ຽວກັບຖານະປະໂລຫິດແຫ່ງເມນຄີເສເດັກແນວໃດ?
ປະຖົມມະການ 14:18–24; ການແປຂອງໂຈເຊັບ ສະມິດ, ປະຖົມມະການ 14:36–40
ອັບຣາຮາມໄດ້ຈ່າຍສ່ວນສິບ.
ທ່ານຮຽນຮູ້ຫຍັງແດ່ກ່ຽວກັບທ່າທີຂອງອັບຣາຮາມຕໍ່ຄວາມຮັ່ງມີຈາກ ປະຖົມມະການ 14:18–24 ແລະ ການແປຂອງໂຈເຊັບ ສະມິດ, ປະຖົມມະການ 14:36–40 (ຢູ່ໃນພາກຫ້ອຍທ້າຍຂອງພຣະຄຣິສຕະທຳຄຳພີ)? ຍົກຕົວຢ່າງ, ໃຫ້ສັງເກດຄຳຕອບຂອງເພິ່ນຕໍ່ກະສັດແຫ່ງນະຄອນໂຊໂດມໃນ ປະຖົມມະການ 14:23. ການເຊື່ອຟັງກົດສ່ວນສິບມີຜົນກະທົບຕໍ່ມຸມມອງຂອງທ່ານກ່ຽວກັບການເງິນແນວໃດ?
ປະຖົມມະການ 16
ພຣະເຈົ້າໄດ້ຍິນເຮົາ.
ຂະນະທີ່ທ່ານອ່ານ ປະຖົມມະການ 16, ທ່ານອາດຄິດກ່ຽວກັບເວລາເມື່ອທ່ານໄດ້ຮູ້ສຶກວ່າທ່ານຖືກປະຕິບັດຕໍ່ຢ່າງບໍ່ເປັນທຳ, ດັ່ງທີ່ນາງຮາກາຖືກປະຕິບັດຕໍ່. ໃຫ້ສັງເກດເຫັນວ່າ “ອິດຊະມາເອນ” ໝາຍຄວາມວ່າ “ພຣະເຈົ້າໄດ້ຍິນ.” ພຣະຜູ້ເປັນເຈົ້າໄດ້ສະແດງໃຫ້ທ່ານເຫັນວ່າພຣະອົງໄດ້ຍິນທ່ານແນວໃດ?
ເບິ່ງ “ພຣະຜູ້ໄຖ່ແຫ່ງອິດສະຣາເອນ,” ເພງສວດ ແລະ ເພງຂອງເດັກນ້ອຍ, 5 ນຳອີກ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ພຣະເຢຊູຄຣິດຈະນຳພາເຮົາໄປ.
-
ຂະນະທີ່ທ່ານ ແລະ ລູກໆຂອງທ່ານອ່ານ ອັບຣາຮາມ 1:18 ແລະ 2:8, ທ່ານສາມາດເຊື້ອເຊີນພວກເຂົາໃຫ້ຟັງພາກສ່ວນຂອງຮ່າງກາຍທີ່ຖືກກ່າວເຖິງໃນທັງສອງຂໍ້ເຫລົ່ານັ້ນ. ບາງທີທ່ານສາມາດຫລິ້ນເກມ ທີ່ໃຫ້ລູກຄົນໜຶ່ງຫລັບຕາ ແລະ ໃຫ້ທ່ານຈັບມືນຳລູກຄົນນັ້ນໄປບ່ອນໃດບ່ອນໜຶ່ງ. ແລ້ວທ່ານສາມາດເວົ້າລົມກ່ຽວກັບວິທີທີ່ມີພຣະເຢຊູຄຣິດຈູງມືນຳພາເຮົາໄປ ຫລື ປົກປ້ອງເຮົາແນວໃດ.
ປະຖົມມະການ 13:5–12
ເຮົາສາມາດເປັນຜູ້ສ້າງຄວາມສະຫງົບ.
-
ລູກໆຂອງທ່ານອາດມັກທີ່ຈະສະແດງຕາມເລື່ອງລາວຈາກ ປະຖົມມະການ 13:5–12, ທຳທ່າເປັນອັບຣາຮາມ, ໂລດ, ແລະ ຄົນລ້ຽງສັດ. ເຮົາຈະສາມາດເຮັດຕາມຕົວຢ່າງຂອງອັບຣາຮາມໃນການເປັນຜູ້ສ້າງຄວາມສະຫງົບກັບຄອບຄົວ ແລະ ໝູ່ເພື່ອນຂອງເຮົາໄດ້ແນວໃດ? ລອງຫລິ້ນລະຄອນກ້ອມເປັນຄຳຕອບຂອງພວກເຂົາ.
Lot’s Choice [ທາງເລືອກຂອງໂລດ], ໂດຍ ວິວລຽມ ຟະເຣເດຣິກສ໌ © Providence Collection/ໄດ້ຮັບອະນຸຍາດຈາກ goodsalt.com
ປະຖົມມະການ 13:16; ປະຖົມມະການ 15:1–6; 17:1–8; ອັບຣາຮາມ 2:9–11
ພຣະເຈົ້າຢາກໃຫ້ເຮົາເຮັດພັນທະສັນຍາກັບພຣະອົງ.
-
ໃຫ້ພິຈາລະນາທີ່ຈະສະແດງໃຫ້ລູກໆຂອງທ່ານເຫັນກ່ອງທີ່ມີຂີ້ຊາຍ, ໝູ່ດວງດາວໃນທ້ອງຟ້າໃນຕອນກາງຄືນ, ຫລື ຮູບພາບທີ່ຢູ່ທ້າຍຂອງໂຄງຮ່າງນີ້. ນີ້ສາມາດຊ່ວຍໃຫ້ພວກເຂົາເຂົ້າໃຈຄຳສັນຍາຂອງພຣະເຈົ້າຢູ່ໃນ ປະຖົມມະການ 13:16; 15:1–6. ໃຫ້ເວົ້າລົມກ່ຽວກັບວ່າ ທ່ານໄດ້ຮຽນຮູ້ທີ່ຈະໄວ້ວາງໃຈໃນຄຳສັນຍາຂອງພຣະເຈົ້າແນວໃດ, ແມ່ນແຕ່ເມື່ອມັນເບິ່ງຄືວ່າເປັນໄປບໍ່ໄດ້.
-
ເພື່ອສິດສອນລູກໆຂອງທ່ານກ່ຽວກັບພັນທະສັນຍາ, ຂໍໃຫ້ພວກເຂົາບອກທ່ານກ່ຽວກັບເວລາເມື່ອພວກເຂົາໄດ້ເຮັດຄຳສັນຍາ ຫລື ມີຄົນໃດຄົນໜຶ່ງໄດ້ເຮັດຄຳສັນຍາກັບພວກເຂົາ. ຖ້າມັນເປັນປະໂຫຍດ, ໃຫ້ແບ່ງປັນບາງຕົວຢ່າງຂອງທ່ານເອງ—ລວມທັງພັນທະສັນຍາທີ່ທ່ານໄດ້ເຮັດກັບພຣະເຈົ້າ ຕອນຮັບບັບຕິສະມາ ຫລື ໃນພຣະວິຫານ. ພັນທະສັນຍາມີຜົນກະທົບຕໍ່ຄວາມສຳພັນຂອງທ່ານກັບພຣະເຈົ້າແນວໃດ? ໃຫ້ເລືອກສອງສາມວະລີຈາກ ປະຖົມມະການ 15:1–6; 17:1–8; ອັບຣາຮາມ 2:9–11 ເພື່ອແບ່ງປັນພອນບາງຢ່າງທີ່ພຣະເຈົ້າໄດ້ສັນຍາກັບອັບຣາຮາມ ແລະ ນາງຊາຣາ.
-
ເພື່ອຊ່ວຍເຫລືອລູກໆຂອງທ່ານກະກຽມເຮັດພັນທະສັນຍາກັບພຣະເຈົ້າ ເມື່ອພວກເຂົາຮັບບັບຕິສະມາ, ທ່ານສາມາດໃຊ້ແນວຄິດສຳລັບກິດຈະກຳບາງຢ່າງທີ່ຖືກແນະນຳໃນ ພາກຫ້ອຍທ້າຍ ກ ຫລື ພາກຫ້ອຍທ້າຍ ຂ.
ອັບຣາຮາມ 1:12–17; ປະຖົມມະການ 16:7–11
ພຣະເຈົ້າໄດ້ຍິນເຮົາ.
-
ເມື່ອຊີວິດຂອງອັບຣາຮາມຕົກຢູ່ໃນອັນຕະລາຍ, ເພິ່ນໄດ້ເອີ້ນຫາພຣະເຈົ້າ. ເມື່ອນາງຮາກາໄດ້ຢູ່ຕາມລຳພັງຢູ່ໃນຖິ່ນແຫ້ງແລ້ງກັນດານ, ນາງໄດ້ຮຽນຮູ້ວ່າພຣະເຈົ້າໄດ້ຍິນນາງ. ໃຫ້ພິຈາລະນາທີ່ຈະແບ່ງປັນສອງເລື່ອງລາວກັບລູກໆຂອງທ່ານ: “ອັບຣາຮາມ ແລະ ນາງຊາຣາ” ແລະ “ນາງຮາກາ” ໃນ ເລື່ອງພຣະຄຳພີເດີມ, 28–31, 32–33. ເຮົາຮຽນຮູ້ຫຍັງແດ່ກ່ຽວກັບພຣະເຈົ້າ ຈາກເລື່ອງລາວເຫລົ່ານີ້? ແລ້ວພວກທ່ານຍັງສາມາດແບ່ງປັນປະສົບການນຳກັນ ຕອນທີ່ພວກທ່ານໄດ້ຮູ້ສຶກວ່າ ພຣະເຈົ້າໄດ້ຍິນພວກທ່ານ. ເພງເຊັ່ນ “ອະທິຖານຄອບຄົວ” (ເພງສວດ ແລະ ເພງຂອງເດັກນ້ອຍ, 73) ສາມາດເນັ້ນຫລັກທຳນີ້.
Abraham and Sarah
Hagar
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.